ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ລູກາ 9


ປຈສ, ລູກາ 9:24–25. ປຽບ​ທຽບ​ໃສ່​ກັບ ລູກາ 9:24–25

ການ​ມີ​ຄວາມ​ລ້ຳ​ລວຍ​ຢູ່​ໃນ​ໂລກ ແຕ່​ສູນ​ເສຍ​ຈິດ​ວິນ​ຍານ​ຂອງ​ຕົນ​ໄປ ຈະ​ໄດ້​ປະ​ໂຫຍດ​ອັນ​ໃດ.

24 ເພາະ​ຜູ້​ໃດ​ກໍ​ຕາມ​ທີ່​ຢາກ​ຮັກ​ສາ​ຊີ​ວິດ​ຂອງ​ຕົນ​ໄວ້​ໃຫ້​ລອດ, ຜູ້​ນັ້ນ​ຕ້ອງ​ຍອມທີ່​ຈະສະລະ​ຊີ​ວິດ​ຂອງ​ຕົນເພື່ອ​ເຫັນ​ແກ່​ເຮົາ; ແລະ ຜູ້​ໃດ​ກໍ​ຕາມຈະຍອມເສຍ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ, ຜູ້​ນັ້ນ​ຈະ​ຊ່ວຍ​ຊີ​ວິດ​ຂອງ​ຕົນ​ໃຫ້​ພົ້ນ​ໄດ້.

25 ເພາະຈະ​ໄດ້​ປະ​ໂຫຍດອັນ​ໃດຖ້າເຂົາ​ໄດ້​ສິ່ງ​ຂອງ​ທັງ​ໂລກ, ແຕ່​ເຂົາ​ບໍ່​ໄດ້​ຮັບ​ເອົາ​ພຣະ​ອົງ ຜູ້​ທີ່​ພຣະ​ເຈົ້າ​ໄດ້​ແຕ່ງ​ຕັ້ງ, ແລະ ເຂົາສູນ​ເສຍຈິດ​ວິນ​ຍານ​ຂອງ​ຕົນ, ແລະ ຕົວເຂົາ​ເອງຖືກ​ຂັບ​ໄລ່​ອອກ​ໄປ?