ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ລູກາ 3


ປຈສ, ລູກາ 3:4–11. ປຽບ​ທຽບ​ໃສ່​ກັບ ລູກາ 3:4–6

ພຣະ​ຄຣິດ​ຈະ​ສະ​ເດັດ​ມາ​ຕາມ​ຄຳ​ທຳ​ນາຍ ເພື່ອ​ນຳ​ຄວາມ​ລອດ​ມາ​ສູ່​ຊາວ​ອິດສະ​ຣາເອນ ແລະ ຄົນ​ຕ່າງ​ຊາດ. ໃນ​ຄວາມ​ສົມ​ບູນ​ແຫ່ງ​ເວລາ, ພຣະ​ອົງ​ຈະ​ສະ​ເດັດ​ມາ​ອີກ ເພື່ອ​ພິ​ພາກ​ສາ​ໂລກ.

4 ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ໜັງ​ສື​ຂອງສາດ​ສະ​ດາເອ​ຊາ​ອັດ; ແລະ ນີ້​ຄື​ຖ້ອຍ​ຄຳ ກ່າວ​ວ່າ, ສຽງ​ຂອງ​ຄົນ​ຮ້ອງ​ປະ​ກາດ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ວ່າ ຈົ່ງ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຮັດ​ໃຫ້​ທາງ​ຂອງ​ພຣະ​ອົງ​ຊື່​ຕົງ.

5 ເພາະ​ຈົ່ງ​ເບິ່ງ, ແລະ ແລ້ວ, ພຣະ​ອົງ​ຈະ​ສະ​ເດັດ​ມາ, ດັ່ງ​ທີ່​ມີ​ຂຽນ​ໄວ້​ໃນ​ໜັງ​ສື​ຂອງ​ສາດ​ສະ​ດາ, ເພື່ອ​ຍົກ​ເອົາ​ບາບ​ຂອງ​ໂລກ​ໄປ, ແລະ ເພື່ອ​ນຳ​ຄວາມ​ລອດ​ມາ​ສູ່​ປະ​ຊາ​ຊາດ​ນອກ​ສາດ​ສະ​ໜາ, ເພື່ອ​ເຕົ້າ​ໂຮມ​ຄົນ​ທີ່​ຫາຍ​ສາບ​ສູນ​ໄປ, ຜູ້​ທີ່​ເປັນ​ຂອງ​ຝູງ​ແກະ​ຂອງ​ອິດສະ​ຣາເອນ;

6 ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ຜູ້​ທີ່​ໄດ້​ກະ​ຈັດ​ຈະ​ກາຍ​ໄປ ແລະ ຜູ້​ເປັນ​ທຸກ; ແລະ ເພື່ອ​ຕຽມ​ທາງ, ແລະ ເຮັດ​ໃຫ້​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຕໍ່​ຄົນ​ຕ່າງ​ຊາດ​ເປັນ​ໄປ​ໄດ້;

7 ແລະ ເພື່ອ​ເປັນ​ຄວາມ​ສະ​ຫວ່າງ​ຕໍ່​ຄົນ​ທັງ​ປວງ​ທີ່​ນັ່ງ​ຢູ່​ໃນ​ຄວາມ​ມືດ, ໄປ​ສູ່​ບ່ອນ​ທີ່​ໄກ​ສຸດ​ຂອງ​ແຜ່ນ​ດິນ​ໂລກ; ເພື່ອ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ​ຈາກ​ບັນ​ດາ​ຄົນ​ຕາຍ, ແລະ ເພື່ອ​ຂຶ້ນ​ໄປ​ເບື້ອງ​ບົນ, ເພື່ອ​ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ບິດາ,

8 ຈົນ​ກວ່າ​ຄວາມ​ສົມ​ບູນ​ແຫ່ງ​ເວລາ, ແລະ ກົດ ແລະ ປະຈັກ​ພະຍານ​ຈະ​ໄດ້​ຮັບ​ການ​ຜະ​ນຶກ, ແລະ ຂໍ​ກະແຈ​ຂອງ​ອາ​ນາ​ຈັກ ຈະ​ຖືກ​ຖວາຍ​ແດ່​ພຣະ​ບິດາ​ອີກ​ເທື່ອ​ໜຶ່ງ;

9 ເພື່ອ​ປະ​ຕິ​ບັດ​ຄວາມ​ຍຸດ​ຕິ​ທຳ​ຕໍ່​ຜູ້​ຄົນ​ທັງ​ປວງ; ເພື່ອ​ສະ​ເດັດ​ລົງ​ມາ​ໃນ​ການ​ພິ​ພາກ​ສາ​ຜູ້​ຄົນ​ທັງ​ປວງ, ແລະ ເພື່ອ​ໃຫ້​ຜູ້​ຄົນ​ທັງ​ປວງ​ຍອມ​ຮັບ​ການ​ກະ​ທຳ​ທີ່​ອະທຳ​ທັງ​ໝົດ​ຂອງ​ພວກ​ເຂົາ, ຊຶ່ງ​ພວກ​ເຂົາ​ໄດ້​ເຮັດ; ແລະ ທັງ​ໝົດ​ນີ້ ໃນ​ວັນ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ;

10 ເພາະ​ມັນ​ເປັນ​ວັນ​ແຫ່ງ​ອຳນາດ; ແທ້​ຈິງ​ແລ້ວ, ຫ່ອມ​ພູ​ທຸກ​ບ່ອນ​ຈະ​ເຕັມ, ພູ ແລະ ຄ້ອຍ​ພູ​ທຸກ​ໜ່ວຍ​ຈະ​ຖືກ​ເຮັດ​ໃຫ້​ຕ່ຳ​ລົງ; ຫົນ​ທາງ​ທີ່​ຄົດ​ລ້ຽວ​ຈະ​ຖືກ​ເຮັດ​ໃຫ້​ຊື່, ແລະ ທາງ​ທີ່​ມີ​ຕໍ​ແຂງ​ຈະ​ຖືກ​ເຮັດ​ໃຫ້​ກ້ຽງ​ດີ;

11 ແລະ ຜູ້​ຄົນ​ທັງ​ປວງ​ຈະ​ເຫັນ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ.

ປຈສ, ລູກາ 3:19–20. ປຽບ​ທຽບ​ໃສ່​ກັບ ລູກາ 3:10–13

ຄົນ​ຍາກ​ຈົນ​ຕ້ອງ​ໄດ້​ຮັບ​ການ​ດູ​ແຈ​ຈາກ​ກົມ​ການ​ຄັງ​ທີ່​ມີ​ຢ່າງ​ອຸ​ດົມ​ສົມ​ບູນ. ຄົນ​ເກັບ​ພາ​ສີ ບໍ່​ຄວນ​ເກັບ​ພາ​ສີ​ເກີນ​ອັດ​ຕາ.

19 ເພາະ​ມັນ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ແກ່​ພວກ​ເຈົ້າ​ວ່າ, ທ່ານ​ເທໂອ​ຟີເລ, ຕາມ​ລະບຽບ​ຂອງ​ຊາວ​ຢິວ, ແລະ ຕາມ​ຮີດ​ຄອງ​ຂອງ​ກົດ​ຂອງ​ພວກ​ເຂົາ ເລື່ອງ​ການ​ຮັບ​ເງິນ​ເຂົ້າ​ໄວ້​ໃນ​ຄັງ, ວ່າ​ຕາມ​ຄວາມ​ອຸ​ດົມ​ສົມ​ບູນ​ທີ່​ພວກ​ເຂົາ​ໄດ້​ຮັບ, ຄວນ​ຖືກ​ກຳ​ນົດ​ໃຫ້​ຄົນ​ຍາກ​ຈົນ, ທຸກ​ຄົນ​ຕາມ​ທີ່​ເຂົາ​ຄວນ​ໄດ້​ຮັບ;

20 ແລະ ຄົນ​ເກັບ​ພາ​ສີ​ກໍ​ຄວນ​ເຮັດ​ເຊັ່ນ​ນີ້​ເໝືອນ​ກັນ, ດັ່ງ​ນັ້ນ ໂຢຮັນຈຶ່ງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ, ຢ່າ​ໄດ້​ເກັບ​ພາ​ສີ​ເກີນ​ອັດ​ຕາ.