ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ລູກາ 24


ປຈສ, ລູກາ 24:2–4. ປຽບ​ທຽບ​ໃສ່​ກັບ ລູກາ 24:2–5

ພວກ​ແມ່​ຍິງ​ເຫັນ​ທູດ​ສອງ​ອົງ ຢູ່​ທີ່​ອຸບ​ມຸງ​ຂອງ​ພຣະ​ເຢຊູ.

2 ແລະ ພວກ​ນາງ​ໄດ້​ເຫັນ​ກ້ອນ​ຫີນ​ໄດ້​ຖືກ​ກຶ່ງ​ອອກ​ຈາກ​ປາກ​ອຸບ​ມຸງ, ແລະ ທູດ​ສອງ​ອົງ​ຢືນ​ຢູ່​ໃກ້​ພວກ​ນາງ ນຸ່ງ​ເຄື່ອງ​ເປັ່ງ​ປະກາຍ​ຈົນ​ເຫລື້ອມ​ຕາ.

3 ແລະ ພວກ​ນາງ​ໄດ້ເຂົ້າ​ໄປ​ໃນ​ອຸບ​ມຸງ, ແລະ ບໍ່​ເຫັນພຣະ​ສົບ​ຂອງ​ອົງ​ພຣະ​ເຢຊູ, ພວກ​ນາງ​ໄດ້​ຢືນ​ຄິດ​ເຖິງ​ເຫດ​ການ​ຢູ່;

4 ແລະ ກໍ​ມີ​ຄວາມຢ້ານ​ກົວ, ແລະ ໄດ້​ກົ້ມ​ຂາບ​ລົງ​ພື້ນ​ດິນ. ແຕ່​ຈົ່ງ​ເບິ່ງ ທູດໄດ້​ກ່າວ​ກັບ​ພວກ​ນາງ​ວ່າ, ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຊອກ​ຫາ​ຄົນ​ເປັນ​ຢູ່​ໃນ​ໝູ່​ຄົນ​ຕາຍ?