ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ລູກາ 6


ປຈສ, ລູກາ 6:29–30. ປຽບ​ທຽບ​ໃສ່​ກັບ ລູກາ 6:29–30

ພຣະ​ເຢຊູ​ສອນ​ວ່າ ມັນ​ເປັນ​ການ​ດີ​ກວ່າ​ທີ່​ຈະ​ອົດ​ທົນ​ກັບ​ການ​ຂົ່ມ​ເຫັງ ແທນ​ທີ່​ຈະ​ຕໍ່​ສູ້​ກັບ​ສັດ​ຕູ.

29 ແລະ ຖ້າ​ຜູ້​ໃດ​ຕົບ​ແກ້ມ​ເຈົ້າ​ເບື້ອງ​ໜຶ່ງ, ຈົ່ງ​ປິ່ນ​ໃຫ້​ເຂົາ​ຕົບ​ອີກ​ເບື້ອງ​ໜຶ່ງ; ຫລື, ໃນ​ອີກ​ຄຳ​ໜຶ່ງ, ມັນ​ເປັນ​ການ​ດີ​ກວ່າ​ທີ່​ຈະ​ປິ່ນ​ໃຫ້​ເຂົາ​ຕົບ​ອີກ​ເບື້ອງ​ໜຶ່ງ, ແທນ​ທີ່​ຈະ​ດ່າ​ຄືນ. ແລະ ຖ້າ​ຜູ້​ໃດ​ຍາດ​ເອົາ​ເສື້ອ​ຊັ້ນ​ນອກ​ຂອງ​ເຈົ້າ​ໄປ, ຖ້າ​ເຂົາ​ຈະ​ເອົາ​ເສື້ອ​ຊັ້ນ​ໃນ​ກໍ​ຢ່າ​ຫວງ​ຫ້າມ.

30 ເພາະ​ມັນ​ເປັນ​ການ​ດີ​ກວ່າ​ທີ່​ຈະ​ອົດ​ທົນ​ກັບ​ສັດ​ຕູ​ຂອງ​ເຈົ້າ ເພື່ອ​ປ່ອຍ​ໃຫ້​ເຂົາ​ເອົາ​ສິ່ງ​ຂອງ​ເຫລົ່າ​ນັ້ນ​ໄປ, ແທນ​ທີ່​ຈະ​ຕໍ່​ສູ້​ກັບ​ເຂົາ. ແທ້​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຈົ້າ ຜູ້​ເຫັນ​ເຈົ້າ​ຢູ່​ໃນ​ບ່ອນ​ລັບ, ຈະ​ນຳ​ຄົນ​ຊົ່ວ​ຄົນ​ນັ້ນ​ມາ​ສູ່​ການ​ພິ​ພາກ​ສາ.