ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ລູກາ 14


ປຈສ, ລູກາ 14:35–37. ປຽບ​ທຽບ​ໃສ່​ກັບ ລູກາ 14:34

ຜູ້​ທີ່​ຮູ້​ຈັກ​ໂມເຊ ແລະ ສາດ​ສະ​ດາ ເຊື່ອ​ໃນ​ພຣະ​ເຢຊູ.

35 ແລ້ວ ມີ​ຜູ້​ຄົນ​ກຸ່ມ​ໜຶ່ງ​ໄດ້​ມາ​ຫາ​ພຣະ​ອົງ, ຖາມ​ວ່າ, ອາ​ຈານ​ທີ່​ດີ​ເອີຍ, ພວກ​ເຮົາ​ມີ​ໂມເຊ ແລະ ສາດ​ສະ​ດາ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ດຳ​ລົງ​ຊີ​ວິດ​ຕາມ​ພວກ​ເພິ່ນ, ແລ້ວ​ຜູ້​ນັ້ນ​ຈະ​ບໍ່​ມີ​ຊີ​ວິດ​ບໍ?

36 ແລະ ພຣະ​ເຢຊູ​ໄດ້​ຕອບ​ວ່າ, ພວກ​ເຈົ້າ​ບໍ່​ຮູ້​ຈັກ​ໂມເຊ, ທັງ​ບໍ່​ຮູ້​ຈັກ​ສາດ​ສະ​ດາ; ເພາະ​ຖ້າ​ຫາກ​ພວກ​ເຈົ້າ​ຮູ້​ຈັກ​ພວກ​ເພິ່ນ, ພວກ​ເຈົ້າ​ຈະ​ເຊື່ອ​ເລື່ອງ​ເຮົາ; ເພາະ​ການ​ຂຽນ​ຂອງ​ພວກ​ເພິ່ນ​ແມ່ນ​ເພື່ອ​ຈຸດ​ປະສົງ​ນີ້. ເພາະ​ເຮົາ​ໄດ້​ຖືກ​ສົ່ງ​ມາ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ມີ​ຊີ​ວິດ. ສະນັ້ນ ເຮົາ​ຈະ​ປຽບ​ທຽບ​ມັນ​ໃສ່​ກັບເກືອ ຊຶ່ງເປັນ​ສິ່ງ​ທີ່​ດີ;

37 ແຕ່​ຖ້າ​ເກືອໝົດລົດ​ເຄັມຂອງ​ມັນ​ແລ້ວ, ກໍ​ບໍ່​ມີ​ທາງ​ທີ່​ຈະ​ເຮັດ​ໃຫ້​ກັບ​ເຄັມ​ໄດ້​ອີກ.