ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ລູກາ 21


ປຈສ, ລູກາ 21:24–26. ປຽບ​ທຽບ​ໃສ່​ກັບ ລູກາ 21:25–26

ພຣະ​ເຢຊູ​ກ່າວ​ເຖິງ​ເຄື່ອງ​ໝາຍ​ບາງ​ຢ່າງ​ຂອງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ.

24 ບັດ​ນີ້ ພຣະ​ອົງ​ໄດ້​ກ່າວ​ສິ່ງ​ເຫລົ່າ​ນີ້​ກັບ​ເຂົາ​ເຈົ້າ, ກ່ຽວ​ກັບ​ຄວາມ​ພິນາດ​ຂອງ​ເຢຣູ​ຊາເລັມ. ແລະ ຈາກ​ນັ້ນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄດ້​ຖາມ​ພຣະ​ອົງ, ກ່າວ​ວ່າ ອາ​ຈານ​ເອີຍ, ຂໍ​ຈົ່ງ​ບອກ​ພວກ​ຂ້າ​ນ້ອຍ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ?

25 ແລະ ພຣະ​ອົງ​ໄດ້​ຕອບ​ເຂົາ​ເຈົ້າ, ແລະ ກ່າວ​ວ່າ ໃນ​ເວລາ​ຂອງ​ລຸ້ນ​ຄົນ​ຕ່າງ​ຊາດ​ຈະ​ສິ້ນ​ສຸດ, ຈະ​ມີ​ເຄື່ອງ​ໝາຍ​ຢູ່​ໃນ​ດວງ​ຕາ​ເວັນ, ແລະ ໃນ​ດວງ​ເດືອນ, ແລະ ໃນ​ດວງ​ດາວ; ແລະ ຈະ​ມີ​ຄວາມ​ທຸກ​ຮ້ອນ​ເທິງ​ແຜ່ນ​ດິນ​ໂລກ​ຕາມ​ປະເທດ​ຕ່າງໆ ຊຶ່ງ​ມີ​ຄວາມ​ສະຫງົນ​ສົນເທ, ດັ່ງສຽງ​ກ້ອງ​ຂອງ​ທະເລ ແລະ ຟອງ​ຄື້ນ. ແຜ່ນ​ດິນ​ໂລກ​ຈະ​ວຸ້ນ​ວາຍ​ຄື​ກັນ, ແລະ ຜືນ​ນ້ຳ​ທີ່​ເລິກ​ທີ່​ສຸດ;

26 ໃຈ​ຂອງ​ມະນຸດ​ທໍ້​ຖອຍ​ເພາະ​ຄວາມ​ຢ້ານ​ກົວ, ແລະ ເພາະ​ຫລຽວ​ຫາ​ສິ່ງ​ເຫລົ່າ​ນັ້ນ​ທີ່​ຈະ​ມາ​ສູ່​ແຜ່ນ​ດິນ​ໂລກ. ເພາະ​ອຳນາດ​ໃນ​ຟ້າ​ສະຫວັນ​ຈະ​ສັ່ນ​ສະ​ທ້ານ​ຫວັ່ນ​ໄຫວ.

ປຈສ, ລູກາ 21:32. ປຽບ​ທຽບ​ໃສ່​ກັບ ລູກາ 21:32

ທຸກ​ສິ່ງ​ທັງ​ປວງ​ຈະ​ສຳ​ເລັດ​ຄົບ​ຖ້ວນ ເມື່ອ​ເວລາ​ຂອງ​ຄົນ​ຕ່າງ​ຊາດ​ສິ້ນ​ສຸດ​ລົງ.

32 ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຄົນ​ລຸ້ນ​ນີ້, ລຸ້ນ​ທີ່​ເມື່ອ​ເວລາ​ຂອງ​ຄົນ​ຕ່າງ​ຊາດ​ສິ້ນ​ສຸດ​ລົງ, ຈະ​ບໍ່​ລ່ວງ​ພົ້ນ​ໄປ ຈົນ​ກວ່າ​ທຸກ​ສິ່ງ​ທັງ​ປວງ​ຈະ​ສຳ​ເລັດ​ຄົບ​ຖ້ວນ.