ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ລູກາ 16


ປຈສ, ລູກາ 16:16–23. ປຽບ​ທຽບ​ໃສ່​ກັບ ລູກາ 16:16–18

ກົດ ແລະ ສາດ​ສະ​ດາ​ເປັນ​ພະຍານ​ເຖິງ​ພຣະ​ເຢຊູ. ພວກ​ຟາຣີຊາຍ​ພະ​ຍາ​ຍາມ​ທຳ​ລາຍ​ອາ​ນາ​ຈັກ. ພຣະ​ເຢຊູ​ເລົ່າ​ຄຳ​ອຸປະມາ​ເລື່ອງ​ເສດ​ຖີ​ກັບ​ລາ​ຊາ​ໂຣ.

16 ແລະ ພວກ​ເຂົາ​ໄດ້​ກ່າວ​ກັບ​ພຣະ​ອົງ​ວ່າ ພວກ​ເຮົາ​ມີ​ກົດ ແລະ ມີ​ສາດ​ສະ​ດາ; ແຕ່​ສຳ​ລັບ​ຊາຍ​ຄົນ​ນີ້ ພວກ​ເຮົາ​ຈະ​ບໍ່​ຮັບ​ລາວ​ເປັນ​ຜູ້​ປົກ​ຄອງ​ຂອງ​ພວກ​ເຮົາ; ເພາະ​ລາວ​ຕັ້ງ​ຕົວ​ເອງ​ເປັນ​ຜູ້​ຕັດ​ສິນ​ພວກ​ເຮົາ.

17 ແລ້ວ​ພຣະ​ເຢຊູ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ, ກົດ ແລະ ສາດ​ສະ​ດາເປັນ​ພະຍານ​ເຖິງ​ເຮົາ; ແທ້​ຈິງ​ແລ້ວ, ແລະ ແມ່ນ​ສາດ​ສະ​ດາ​ທັງ​ຫລາຍ​ຜູ້​ໄດ້​ຂຽນ​ໄວ້, ແມ່ນ​ແຕ່ຈົນ​ເຖິງ​ໂຢຮັນ, ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ວັນ​ເວລາ​ເຫລົ່າ​ນີ້.

18 ນັບ​ແຕ່​ເວລາ​ນັ້ນ​ມາ, ມີ​ການ​ສັ່ງ​ສອນ​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ແລະ ທຸກ​ຄົນທີ່​ສະແຫວງ​ຫາ​ຄວາມ​ຈິງ ຈະ​ຍາດ​ກັນ​ເຂົ້າ​ໄປ​ໃນ​ນັ້ນ.

19 ແລະ ການ​ທີ່​ສະຫວັນ ແລະ ແຜ່ນ​ດິນ​ໂລກ​ຈະ​ລ່ວງ​ໄປ ກໍ​ງ່າຍ​ກວ່າ​ທີ່​ກົດ​ພຽງ​ແຕ່​ຈຸດ​ດຽວ ຈະ​ຖືກ​ຍົກ​ເລີກ.

20 ແລະ ດ້ວຍ​ເຫດ​ໃດ​ພວກ​ເຈົ້າ​ຈຶ່ງ​ສອນ​ກົດ, ແລະ ປະ​ຕິ​ເສດ​ສິ່ງ​ທີ່​ມີ​ຂຽນ​ໄວ້; ແລະ ກ່າວ​ໂທດ​ຜູ້​ທີ່​ພຣະ​ບິດາ​ໄດ້​ສົ່ງ​ມາ ເພື່ອ​ເຮັດ​ໃຫ້​ກົດ​ສຳ​ເລັດ​ຄົບ​ຖ້ວນ, ເພື່ອ​ພວກ​ເຈົ້າ​ທຸກ​ຄົນ​ອາດ​ໄດ້​ຮັບ​ການ​ໄຖ່?

21 ໂອ້ ຄົນ​ໂງ່​ເອີຍ! ພວກ​ເຈົ້າ​ໄດ້​ກ່າວ​ຢູ່​ໃນ​ໃຈ​ວ່າ ບໍ່​ມີ​ພຣະ​ເຈົ້າ. ແລະ ພວກ​ເຈົ້າ​ບິດ​ເບືອນ​ທາງ​ທີ່​ຖືກ​ຕ້ອງ; ແລະ ອາ​ນາ​ຈັກ​ສະຫວັນ​ຕ້ອງ​ທົນ​ກັບ​ຄວາມ​ຮຸນ​ແຮງ​ຂອງ​ພວກ​ເຈົ້າ; ແລະ ພວກ​ເຈົ້າ​ຂົ່ມ​ເຫັງ​ຄົນ​ທີ່​ອ່ອນ​ໂຍນ; ແລະ ໃນ​ຄວາມ​ຮຸນ​ແຮງ​ຂອງ​ພວກ​ເຈົ້າ ພວກ​ເຈົ້າ​ພະ​ຍາ​ຍາມ​ທຳ​ລາຍ​ອາ​ນາ​ຈັກ; ແລະ ພວກ​ເຈົ້າ​ພາ​ລູກໆ​ຂອງ​ອາ​ນາ​ຈັກ​ໄປ​ໂດຍ​ການ​ໃຊ້​ກຳ​ລັງ. ວິບັດ​ແກ່​ພວກ​ເຈົ້າ​ທັງ​ຫລາຍ, ພວກ​ເຈົ້າ​ເຮັດ​ຜິດ​ຖານ​ຫລິ້ນ​ຊູ້!

22 ແລະ ພວກ​ເຂົາ​ໄດ້​ໝິ່ນ​ປະ​ໝາດ​ພຣະ​ອົງ​ອີກ, ໂດຍ​ທີ່​ໃຈ​ຮ້າຍ​ເພາະ​ຄຳ​ກ່າວ, ທີ່​ວ່າ​ພວກ​ເຂົາ​ເປັນ​ຄົນ​ຫລິ້ນ​ຊູ້.

23 ແຕ່​ພຣະ​ອົງ​ໄດ້​ກ່າວ​ຕໍ່​ໄປ​ວ່າ, ຜູ້​ໃດ​ກໍ​ຕາມ​ທີ່​ຢ່າ​ຮ້າງ​ເມຍ​ຂອງ​ຕົນ, ແລະ ໄປ​ແຕ່ງ​ງານ​ກັບ​ຍິງ​ອື່ນ ກໍ​ຜິດ​ໃນ​ຖານ​ຫລິ້ນ​ຊູ້; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ແຕ່ງ​ງານ​ກັບ​ຍິງ​ແມ່​ຮ້າງ, ກໍ​ຜິດ​ໃນ​ຖານ​ຫລິ້ນ​ຊູ້. ແທ້​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ຈະ​ປຽບ​ທຽບ​ພວກ​ເຈົ້າ​ໃສ່​ກັບ​ເສດ​ຖີ​ຄົນ​ໜຶ່ງ.