ພຣະເຢຊູຄຣິດໄດ້ມາປະກົດຕົວແກ່ຜູ້ຄົນຂອງນີໄຟ ໃນຂະນະທີ່ຝູງຊົນກຳລັງເຕົ້າໂຮມກັນຢູ່ໃນແຜ່ນດິນອຸດົມສົມບູນ, ແລະ ໄດ້ປະຕິບັດສາດສະໜາກິດແກ່ພວກເຂົາ; ແລະ ໂດຍວິທີນີ້ພຣະອົງໄດ້ປະກົດແກ່ພວກເຂົາ.
ເລີ່ມຕົ້ນດ້ວຍບົດທີ 11.
ບົດທີ 11
ພຣະບິດາໃຫ້ຖ້ອຍຄຳເຖິງບຸດທີ່ຮັກຂອງພຣະອົງ—ພຣະຄຣິດມາປະກົດ ແລະ ປະກາດການຊົດໃຊ້ຂອງພຣະອົງ—ຝູງຊົນໄດ້ລູບຄຳຮອຍຢູ່ໃນພຣະຫັດ ແລະ ພຣະບາດ ແລະ ຢູ່ໃນຂ້າງຂອງພຣະອົງ—ພວກເຂົາຮ້ອງໂຮ ໂຮຊັນນາ—ພຣະອົງຈັດຕັ້ງແບບແຜນບັບຕິສະມາ—ວິນຍານແຫ່ງການຂັດແຍ້ງກັນມາຈາກມານ—ຄຳສອນຂອງພຣະຄຣິດຄື ມະນຸດຄວນເຊື່ອ ແລະ ຮັບບັບຕິສະມາ ແລະ ຮັບເອົາພຣະວິນຍານບໍລິສຸດ. ປະມານ ຄ.ສ. 34.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ມັນໄດ້ມີຊາວນີໄຟເປັນຈຳນວນຫລວງຫລາຍມາເຕົ້າໂຮມກັນຢູ່ອ້ອມຮອບບໍລິເວນພຣະວິຫານ ຊຶ່ງຕັ້ງຢູ່ໃນແຜ່ນດິນອຸດົມສົມບູນ; ແລະ ພວກເຂົາກຳລັງອັດສະຈັນໃຈ ແລະ ງຶດງໍ້ກັນຢູ່, ແລະ ກຳລັງບອກກັນເຖິງຄວາມປ່ຽນແປງ ອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນຊຶ່ງໄດ້ເກີດຂຶ້ນ.
2 ແລະ ພວກເຂົາກຳລັງເວົ້າເຖິງພຣະເຢຊູຄຣິດນີ້ຢູ່, ຜູ້ຊຶ່ງມີ ເຄື່ອງໝາຍໃຫ້ໄວ້ກ່ຽວກັບການສິ້ນພຣະຊົນຂອງພຣະອົງ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຂະນະທີ່ພວກເຂົາກຳລັງສົນທະນາກັນຢູ່ນັ້ນ, ພວກເຂົາໄດ້ຍິນ ສຽງດັງຂຶ້ນຄືກັນກັບວ່າ ມັນດັງມາຈາກຟ້າສະຫວັນ ແລະ ພວກເຂົາໄດ້ກວາດສາຍຕາໄປຮອບໆ ເພາະວ່າພວກເຂົາບໍ່ເຂົ້າໃຈສຽງທີ່ພວກເຂົາໄດ້ຍິນນັ້ນເລີຍ, ແລະ ມັນບໍ່ແມ່ນສຽງໂຫດຫ້ຽມ ແລະ ທັງບໍ່ແມ່ນສຽງດັງ; ເຖິງຢ່າງໃດກໍຕາມ, ແລະ ທັງໆທີ່ມັນເປັນສຽງ ເບົາ ປານນັ້ນມັນກໍຍັງໄດ້ສຽບແທງເຂົ້າຈົນເຖິງກາງໃຈ, ເຖິງຂະໜາດທີ່ບໍ່ມີສ່ວນໃດຂອງຮ່າງກາຍຂອງພວກເຂົາທີ່ສຽງນັ້ນຈະບໍ່ເຮັດໃຫ້ສັ່ນໄດ້; ແທ້ຈິງແລ້ວ, ມັນໄດ້ສຽບແທງພວກເຂົາຈົນເຖິງຮອດຈິດວິນຍານທຸກສ່ວນ, ແລະ ໄດ້ເຮັດໃຫ້ໃຈຂອງພວກເຂົາຮ້ອນໄໝ້.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຍິນສຽງນັ້ນອີກ, ແລະ ພວກເຂົາບໍ່ເຂົ້າໃຈມັນ.
5 ແລະ ພວກເຂົາໄດ້ຍິນສຽງນັ້ນອີກເປັນເທື່ອທີສາມ, ແລະ ໄດ້ງ່ຽງຫູຟັງ ແລະ ຕາຂອງພວກເຂົາຫລຽວໄປທາງສຽງນັ້ນ; ແລະ ພວກເຂົາໄດ້ແນມຂຶ້ນຟ້າສະຫວັນ, ເພາະສຽງດັງມາຈາກບ່ອນນັ້ນ.
6 ແລະ ຈົ່ງເບິ່ງ, ເທື່ອທີສາມພວກເຂົາຈຶ່ງເຂົ້າໃຈສຽງທີ່ພວກເຂົາໄດ້ຍິນນັ້ນ; ແລະ ມັນກ່າວກັບພວກເຂົາວ່າ:
7 ຈົ່ງເບິ່ງ ບຸດທີ່ຮັກຂອງເຮົາເຖີດ, ໃນຜູ້ເຮົາພໍໃຈຫລາຍ, ໃນຜູ້ທີ່ສັນລະເສີນພຣະນາມຂອງເຮົາ—ຈົ່ງຟັງທ່ານ.
8 ແລະ ເຫດການໄດ້ບັງເກີດຂຶ້ນ, ເມື່ອພວກເຂົາເຂົ້າໃຈຄຳເວົ້ານັ້ນ ພວກເຂົາຈຶ່ງໄດ້ກວາດສາຍຕາຂຶ້ນໄປຟ້າສະຫວັນອີກ; ແລະ ຈົ່ງເບິ່ງ, ພວກເຂົາ ໄດ້ເຫັນຊາຍຄົນໜຶ່ງລົງມາຈາກສະຫວັນ; ແລະ ພຣະອົງໄດ້ສວມເສື້ອຄຸມສີຂາວ; ແລະ ພຣະອົງໄດ້ລົງມາຢືນຢູ່ທ່າມກາງພວກເຂົາ; ແລະ ຕາຂອງຝູງຊົນທັງໝົດຈົດຈໍ່ຢູ່ທີ່ພຣະອົງ, ແລະ ພວກເຂົາບໍ່ກ້າທີ່ຈະເປີດປາກ, ທັງບໍ່ກ້າສື່ມກັນ, ແລະ ບໍ່ຮູ້ວ່າມັນໝາຍຄວາມວ່າແນວໃດ ເພາະພວກເຂົາຄິດວ່າ ພຣະອົງເປັນທູດທີ່ມາປະກົດຕໍ່ພວກເຂົາ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ເດ່ພຣະຫັດອອກໄປ ແລະ ເວົ້າກັບຜູ້ຄົນ, ມີຄວາມວ່າ:
10 ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ, ຜູ້ທີ່ສາດສະດາໄດ້ໃຫ້ຖ້ອຍຄຳວ່າຈະມາຍັງໂລກນີ້.
11 ແລະ ຈົ່ງເບິ່ງ, ເຮົາເປັນ ຄວາມສະຫວ່າງ ແລະ ຊີວິດຂອງໂລກ; ແລະ ເຮົາໄດ້ດື່ມຈາກ ຈອກອັນຂົມຂື່ນ ຊຶ່ງພຣະບິດາໄດ້ປະທານໃຫ້ເຮົາແລ້ວ, ແລະ ຖວາຍບາລະມີພຣະບິດາໂດຍ ຮັບເອົາບາບຂອງໂລກມາໄວ້ກັບເຮົາ, ຊຶ່ງໃນເລື່ອງນີ້ ເຮົາໄດ້ຍອມປະຕິບັດຕາມ ພຣະປະສົງຂອງພຣະບິດາໃນທຸກສິ່ງທຸກຢ່າງ ຕັ້ງແຕ່ຕົ້ນມາ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ກ່າວຂໍ້ຄວາມນີ້ແລ້ວ ຝູງຊົນທັງໝົດກໍໄດ້ລົ້ມລົງຢູ່ກັບພື້ນດິນ; ເພາະພວກເຂົາຈື່ໄດ້ວ່າ ມັນມີ ທຳນາຍໄວ້ແລ້ວໃນບັນດາພວກເຂົາວ່າ ພຣະຄຣິດຈະສະເດັດມາຫາພວກເຂົາດ້ວຍຕົວພຣະອົງເອງ ຫລັງຈາກທີ່ພຣະອົງໄດ້ສະເດັດຂຶ້ນສະຫວັນແລ້ວ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ກ່າວກັບພວກເຂົາມີຄວາມວ່າ:
14 ຈົ່ງລຸກຂຶ້ນ ແລະ ອອກມາຫາເຮົາເຖີດ, ເພື່ອເຈົ້າຈະໄດ້ ເດ່ມືມາໃສ່ຂ້າງຂອງເຮົາ, ແລະ ເພື່ອເຈົ້າຈະໄດ້ ລູບຄຳຮອຍຕະປູທີ່ພຣະຫັດ ແລະ ທີ່ພຣະບາດຂອງເຮົານຳອີກ ເພື່ອເຈົ້າຈະໄດ້ຮູ້ວ່າ ເຮົາຄື ພຣະເຈົ້າຂອງອິດສະຣາເອນ ແລະ ພຣະເຈົ້າຂອງທັງ ແຜ່ນດິນໂລກ, ແລະ ໄດ້ຖືກປະຫານເພື່ອບາບຂອງໂລກ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ຝູງຊົນໄດ້ອອກໄປ, ແລະ ໄດ້ເດ່ມືໄປໃສ່ຂ້າງ ແລະ ໄດ້ລູບຄຳຮອຍຕະປູທີ່ພຣະຫັດ ແລະ ພຣະບາດຂອງພຣະອົງ; ແລະ ພວກເຂົາໄດ້ກະທຳສິ່ງນີ້ໂດຍການອອກໄປເທື່ອລະຄົນ ຈົນວ່າພວກເຂົາໝົດທຸກຄົນໄດ້ອອກໄປ ແລະ ໄດ້ເຫັນດ້ວຍຕາຂອງຕົນເອງ, ແລະ ໄດ້ລູບຄຳດ້ວຍມືຂອງຕົນເອງ, ແລະ ໄດ້ຮູ້ເຖິງຄວາມແນ່ນອນນີ້ ແລະ ໄດ້ເປັນພະຍານວ່າ ມັນແມ່ນພຣະອົງແທ້ໆ ຜູ້ທີ່ສາດສະດາທັງຫລາຍໄດ້ຂຽນໄວ້ວ່າ ຈະສະເດັດມາ.
16 ແລະ ຫລັງຈາກທີ່ພວກເຂົາທຸກຄົນໄດ້ອອກໄປ ແລະ ໄດ້ເຫັນດ້ວຍຕາຂອງຕົນເອງແລ້ວ, ພວກເຂົາໄດ້ຮ້ອງອອກມາເປັນສຽງດຽວກັນ, ມີຄວາມວ່າ:
17 ໂຮຊັນນາ! ຂໍພຣະນາມຂອງພຣະເຈົ້າຜູ້ສູງສຸດຈົ່ງພຣະກະເສີມສຳລານເຖີດ! ແລ້ວພວກເຂົາກໍໄດ້ກາບລົງແທບພຣະບາດຂອງພຣະເຢຊູ ແລະ ໄດ້ ນະມັດສະການພຣະອົງ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ກ່າວກັບ ນີໄຟ (ເພາະວ່ານີໄຟກໍໄດ້ຢູ່ໃນບັນດາຝູງຊົນນັ້ນ) ແລະ ພຣະອົງໄດ້ບັນຊາໃຫ້ເພິ່ນອອກມາ.
19 ແລະ ນີໄຟໄດ້ລຸກຂຶ້ນ ແລະ ອອກໄປ, ແລະ ກາບລົງຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ ແລະ ໄດ້ຈູບພຣະບາດຂອງພຣະອົງ.
20 ແລະ ພຣະຜູ້ເປັນເຈົ້າໄດ້ບັນຊາໃຫ້ນີໄຟລຸກຂຶ້ນ. ແລະ ເພິ່ນກໍໄດ້ລຸກຂຶ້ນຢູ່ຕໍ່ພຣະພັກຂອງພຣະອົງ.
21 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບເພິ່ນວ່າ: ເຮົາມອບ ອຳນາດແກ່ເຈົ້າເພື່ອເຈົ້າຈະໄດ້ໃຫ້ ບັບຕິສະມາແກ່ຜູ້ຄົນພວກນີ້ ເມື່ອເຮົາກັບຂຶ້ນສະຫວັນອີກ.
22 ແລະ ພຣະຜູ້ເປັນເຈົ້າໄດ້ເອີ້ນຄົນ ອື່ນໆມາອີກ, ແລະ ໄດ້ກ່າວກັບພວກເພິ່ນໃນທຳນອງດຽວກັນ; ແລະ ພຣະອົງໄດ້ປະທານອຳນາດໃຫ້ແກ່ພວກເພິ່ນ ເພື່ອຈະໄດ້ໃຫ້ບັບຕິສະມາຄົນອື່ນ. ແລະ ພຣະອົງໄດ້ກ່າວກັບພວກເພິ່ນວ່າ: ພວກເຈົ້າຈົ່ງໃຫ້ບັບຕິສະມາຕາມວິທີນີ້ ແລະ ມັນຈະ ບໍ່ມີການໂຕ້ຖຽງກັນໃນບັນດາພວກເຈົ້າ.
23 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ, ຜູ້ໃດກໍຕາມທີ່ກັບໃຈຈາກບາບຂອງຕົນຕາມ ຄຳເວົ້າຂອງພວກເຈົ້າ, ແລະ ປາດຖະໜາທີ່ຈະຮັບບັບຕິສະມາໃນພຣະນາມຂອງເຮົາ, ພວກເຈົ້າຈົ່ງໃຫ້ບັບຕິສະມາເຂົາຕາມວິທີນີ້—ຈົ່ງເບິ່ງ, ເຈົ້າຈົ່ງລົງໄປ ຢືນຢູ່ໃນນ້ຳ, ແລະ ເຈົ້າຈົ່ງໃຫ້ບັບຕິສະມາເຂົາໃນພຣະນາມຂອງເຮົາ.
24 ແລະ ບັດນີ້ຈົ່ງເບິ່ງ, ພວກເຈົ້າຈົ່ງກ່າວຄຳເຫລົ່ານີ້ ໂດຍເອີ້ນຊື່ຂອງເຂົາ, ກ່າວວ່າ:
25 ໂດຍໄດ້ຮັບ ສິດອຳນາດມອບໝາຍຈາກພຣະເຢຊູຄຣິດ, ຂ້າພະເຈົ້າໃຫ້ບັບຕິສະມາທ່ານໃນພຣະນາມຂອງ ພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ. ອາແມນ.
26 ແລະ ຫລັງຈາກນັ້ນ ໃຫ້ພວກເຈົ້າ ຈຸ່ມເຂົາລົງໃນນ້ຳ, ແລະ ຂຶ້ນມາຈາກນ້ຳອີກ.
27 ແລະ ຕາມວິທີນີ້ພວກເຈົ້າຈົ່ງໃຫ້ບັບຕິສະມາໃນພຣະນາມຂອງເຮົາ; ເພາະຈົ່ງເບິ່ງ, ຕາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ວ່າພຣະບິດາ, ແລະ ພຣະບຸດ, ແລະ ພຣະວິນຍານບໍລິສຸດເປັນ ໜຶ່ງ; ແລະ ເຮົາຢູ່ໃນພຣະບິດາ, ແລະ ພຣະບິດາຢູ່ໃນເຮົາ, ແລະ ພຣະບິດາກັບເຮົາເປັນໜຶ່ງ.
28 ແລະ ຕາມທີ່ເຮົາສັ່ງພວກເຈົ້າ, ພວກເຈົ້າຈົ່ງໃຫ້ບັບຕິສະມາ. ແລະ ມັນຈະບໍ່ມີການໂຕ້ຖຽງກັນໃນບັນດາພວກເຈົ້າ, ດັ່ງທີ່ເຄີຍມີມາກ່ອນ; ທັງຈະ ບໍ່ມີການໂຕ້ຖຽງກັນໃນບັນດາພວກເຈົ້າກ່ຽວກັບຄຳສອນຂອງເຮົາ ດັ່ງທີ່ເຄີຍມີມາກ່ອນນັ້ນ.
29 ເພາະຕາມຈິງ, ຕາມຈິງແລ້ວເຮົາກ່າວກັບພວກເຈົ້າ, ຜູ້ທີ່ມີ ວິນຍານແຫ່ງ ການຂັດແຍ້ງນັ້ນບໍ່ໄດ້ມາຈາກເຮົາ, ແຕ່ມາຈາກມານ, ຜູ້ເປັນບິດາຂອງການຂັດແຍ້ງ ແລະ ມັນໄດ້ຍຸຍົງໃຈຂອງມະນຸດໃຫ້ຂັດແຍ້ງກັນດ້ວຍຄວາມຄຽດແຄ້ນ.
30 ຈົ່ງເບິ່ງ, ນີ້ບໍ່ແມ່ນຄຳສອນຂອງເຮົາທີ່ຈະຍຸຍົງໃຈຂອງມະນຸດໃຫ້ມີຄວາມຄຽດແຄ້ນຕໍ່ກັນ; ແຕ່ນີ້ເປັນຄຳສອນຂອງເຮົາຄື ຄວນໃຫ້ເລື່ອງເຊັ່ນນັ້ນໝົດໄປ.
31 ຈົ່ງເບິ່ງ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ເຮົາຈະປະກາດ ຄຳສອນຂອງເຮົາກັບພວກເຈົ້າ.
32 ແລະ ນີ້ຄື ຄຳສອນຂອງເຮົາ, ແລະ ມັນເປັນຄຳສອນ ຊຶ່ງພຣະບິດາໄດ້ປະທານໃຫ້ແກ່ເຮົາ, ແລະ ເຮົາ ເປັນພະຍານເຖິງພຣະບິດາ ແລະ ພຣະບິດາເປັນພະຍານເຖິງເຮົາ, ແລະ ພຣະວິນຍານບໍລິສຸດເປັນພະຍານເຖິງພຣະບິດາ ແລະ ເຖິງເຮົາ, ແລະ ເຮົາເປັນພະຍານວ່າ ພຣະບິດາໄດ້ບັນຊາໃຫ້ມະນຸດທັງປວງຢູ່ທຸກຫົນທຸກແຫ່ງກັບໃຈ ແລະ ເຊື່ອໃນເຮົາ.
33 ແລະ ຜູ້ໃດກໍຕາມທີ່ເຊື່ອໃນເຮົາ, ແລະ ຮັບ ບັບຕິສະມາ, ຜູ້ນັ້ນຈະ ລອດ; ແລະ ເຂົາຈະເປັນຜູ້ທີ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນ ມູນມໍລະດົກ.
34 ແລະ ຜູ້ໃດກໍຕາມທີ່ບໍ່ເຊື່ອໃນເຮົາ, ແລະ ບໍ່ຮັບບັບຕິສະມາ, ຈະຕ້ອງອັບປະໂຫຍດ.
35 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ວ່ານີ້ຄືຄຳສອນຂອງເຮົາ ແລະ ເຮົາເປັນພະຍານເຖິງມັນ ຊຶ່ງມາຈາກພຣະບິດາ; ແລະ ຜູ້ໃດກໍຕາມທີ່ ເຊື່ອໃນເຮົາຍ່ອມເຊື່ອໃນພຣະບິດາຄືກັນ; ແລະ ຕໍ່ຜູ້ນັ້ນພຣະບິດາຈະເປັນພະຍານເຖິງເຮົາ, ເພາະພຣະອົງຈະສະເດັດມາຢ້ຽມຢາມຜູ້ນັ້ນ ດ້ວຍໄຟ ແລະ ດ້ວຍ ພຣະວິນຍານບໍລິສຸດ.
36 ແລະ ເມື່ອນັ້ນພຣະບິດາຈະເປັນພະຍານເຖິງເຮົາ, ແລະ ພຣະວິນຍານບໍລິສຸດຈະເປັນພະຍານເຖິງພຣະບິດາ ແລະ ເຖິງເຮົາ; ເພາະວ່າພຣະບິດາກັບເຮົາ ແລະ ພຣະວິນຍານບໍລິສຸດເປັນໜຶ່ງ.
37 ແລະ ເຮົາກ່າວກັບພວກເຈົ້າອີກ, ພວກເຈົ້າຕ້ອງກັບໃຈ, ແລະ ກາຍເປັນເໝືອນດັ່ງເດັກນ້ອຍເສຍກ່ອນ, ແລະ ຮັບບັບຕິສະມາໃນນາມຂອງເຮົາ, ຖ້າບໍ່ດັ່ງນັ້ນ ພວກເຈົ້າຈະບໍ່ມີທາງທີ່ຈະໄດ້ຮັບສິ່ງເຫລົ່ານີ້ໄດ້ເລີຍ.
38 ແລະ ເຮົາກ່າວກັບພວກເຈົ້າອີກ, ພວກເຈົ້າຕ້ອງກັບໃຈ ແລະ ຮັບບັບຕິສະມາໃນນາມຂອງເຮົາເສຍກ່ອນ, ແລະ ກາຍເປັນເໝືອນດັ່ງເດັກນ້ອຍ, ຖ້າບໍ່ດັ່ງນັ້ນ ເຈົ້າຈະບໍ່ມີທາງທີ່ຈະໄດ້ອານາຈັກຂອງພຣະເຈົ້າມາເປັນມູນມໍລະດົກໄດ້ເລີຍ.
39 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ວ່ານີ້ຄືຄຳສອນຂອງເຮົາ, ແລະ ຜູ້ໃດກໍຕາມທີ່ ສ້າງຢູ່ໃນຄຳສອນນີ້ຍ່ອມສ້າງຢູ່ເທິງດານຫີນຂອງເຮົາ ແລະ ປະຕູນະລົກຈະເອົາຊະນະເຂົາບໍ່ໄດ້.
40 ແລະ ຜູ້ໃດກໍຕາມທີ່ຈະປະກາດຫລາຍ ຫລື ໜ້ອຍໄປກວ່ານີ້, ແລະ ສະຖາປະນາມັນຂຶ້ນເປັນຄຳສອນຂອງເຮົາ ຜູ້ນັ້ນແຫລະມາຈາກຄວາມຊົ່ວ, ແລະ ບໍ່ໄດ້ສ້າງຢູ່ເທິງດານຫີນຂອງເຮົາ, ແຕ່ເຂົາໄດ້ສ້າງຢູ່ໃນຮາກຖານຂອງ ດິນຊາຍ, ແລະ ປະຕູນະລົກຈະເປີດຮັບຄົນເຊັ່ນນັ້ນເມື່ອນ້ຳມາຖ້ວມ ແລະ ລົມພະຍຸພັດຕີ.
41 ສະນັ້ນ, ຈົ່ງອອກໄປຫາຜູ້ຄົນພວກນີ້ເຖີດ ແລະ ປະກາດພຣະຄຳ ຊຶ່ງເຮົາໄດ້ກ່າວໄປນັ້ນໃຫ້ເຖິງທີ່ສຸດຂອງແຜ່ນດິນໂລກ.