​2010–2019
ພຣະ​ບັນ​ຍັດ​ຂໍ້​ທີ​ສອງ​ທີ່​ຍິ່ງ​ໃຫຍ່
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ພຣະ​ບັນ​ຍັດ​ຂໍ້​ທີ​ສອງ​ທີ່​ຍິ່ງ​ໃຫຍ່

ເຮົາ​ຈະ​ມີຄວາມ​ສຸກຫລາຍ ຂະ​ນະ​ທີ່​ເຮົາ​ຊ່ວຍ​ເຫລືອ ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ຂອບ​ໃຈ​ສຳ​ລັບ​ທຸກ​ສິ່ງ​ທີ່​ທ່ານ​ເຮັດ ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຢູ່​ທັງ​ສອງ​ຟາກ​ມ່ານ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ, ແລະ ​ເປັນ​ພອນ​ໃຫ້​ແກ່​ຜູ້​ທີ່​ຂັດ​ສົນ. ຂໍ​ຂອບ​ໃຈທ່ານ​ທັງ​ຫລາຍ​ທີ່​ດຳ​ລົງ​ຊີ​ວິດ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.1 ທ່ານ​ຮູ້​ຈັກ ແລະ ກໍມັກ​ເຊື່ອ​ຟັງ ພຣະ​ບັນ​ຍັດ​ສອງ​ປະ​ການທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ຄື​ໃຫ້​​ຮັກ​ພຣະ​ເຈົ້າ ແລະ ຮັກເພື່ອນ​ບ້ານ​ຂອງ​ທ່ານ.2

ໃນລະ​ຫວ່າງ​ຫົກ​ເດືອນ​ຜ່ານ​ມານີ້, ຊິດສະເຕີ ແນວສັນ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບໄພ່​ພົນ​ຫລາຍ​ພັນ​ຄົນ ຕອນ​ພວກ​ເຮົາ​ເດີນ​ທາງ​ໄປ​ຫາ​ອາ​ເມຣິ​ກາ​ກາງ ແລະ ອາ​ເມ​ຣິ​ກາໃຕ້, ໝູ່​ເກາະ​ໃນ​ປາ​ຊີ​ຟິກ, ແລະ ຕົວ​ເມືອງ​ຕ່າງໆ ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ຂະ​ນະ​ທີ່​ພວກ​ເຮົາ​ເດີນ​ທາງ, ພວກ​ເຮົາ​ຫວັງ​ທີ່​ຈະ​ເສີມ​ສ້າງສັດ​ທາ ຂອງ​ທ່ານ. ແຕ່ທຸກ​ເທື່ອ​ທີ່ພວກ​ເຮົາກັບ​ບ້ານ ສັດ​ທາ ຂອງ​ພວກ​ເຮົາ ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ຂຶ້ນ ໂດຍ​ສະ​ມາ​ຊິກ ແລະ ໝູ່​ເພື່ອນ​ທີ່​ພວກ​ເຮົາ​ໄດ້​ພົບ​ປະ​ສັງ​ສັນ​ດ້ວຍ. ຂ້າ​ພະ​ເຈົ້າ​ຂໍ​ເລົ່າ​ເຖິງສາມໂອ​ກາດ​ທີ່​ສຳ​ຄັນ ຈາກ​ປະ​ສົບ​ການເມື່ອບໍ່​ດົນ​ມານີ້?

ຮູບ​ພາບ
ປະທານ​ແນວສັນ ຢູ່​ປະ​ເທດ​ນິວຊີແລນ
ຮູບ​ພາບ
ປະທານ​ແນວສັນ ຢູ່​ປະ​ເທດ​ນິວຊີແລນ

ໃນ​ເດືອນ​ພຶດສະພາ, ຊິດສະເຕີ ແນວສັນ ແລະ ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ກັບ ແອວເດີ ແກຣິດ ດັບເບິນຢູ ແລະ ຊິດສະເຕີ ຊູແຊນ ກອງ ໄປ​ຫາ​ພາກ​ປາຊີຟິກ​ໃຕ້. ຂະ​ນະ​ທີ່​ຢູ່​ເມືອງອ໊ອກແລນ, ປະ​ເທດນິວຊີແລນ, ພວກ​ເຮົາ​ໄດ້​ຮັບ​ກຽດຢ່າງ​ຍິ່ງ ທີ່​ໄດ້​ໄປ​ພົບ​ກັບ ທຳ​ມະ​ຈານ​ຂອງ​ສອງ​ນິ​ກາຍ ໃນເມືອງໄຄຼເຊີດ, ປະ​ເທດນິວຊີແລນ, ບ່ອນ​ທີ່​ເມື່ອ​ສອງ​ເດືອນ​ກ່ອນໜ້ານັ້ນ, ຜູ້​ນະ​ມັດ​ສະ​ການຢູ່​ດີໆ ໄດ້ຖືກ​ຍິງ​ຕາຍ ແບບ​ເລືອດ​ເຢັນ.

ພວກ​ເຮົາ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ນຳ​ບັນ​ດາ​ອ້າຍ​ນ້ອງ​ເຫລົ່າ​ນັ້ນ ຜູ້ທີ່​ນັບ​ຖືສາດ​ສະ​ໜາ​ຕ່າງ​ຈາກ​ເຮົາ ແລະ ໄດ້​ຢືນ​ຢັນ​ຄວາມຕັ້ງ​ໃຈ​ຂອງ​ພວກ​ເຮົາ ທີ່​ຈະ​ຍຶດ​ໝັ້ນ​ຢູ່​ກັບ​ຄວາມ​ເປັນ​ອິດ​ສະ​ລະ ໃນເລື່ອງ​ສາດ​ສະ​ໜາ.

ພວກ​ເຮົາ​ກໍ​ໄດ້​ສະ​ເໜີ​ແຮງ​ງານ​ອາ​ສາ​ສະ​ໝັກ ແລະ ໄດ້​ມອບ​ເງິນ​ບໍ​ລິ​ຈາກ​ຈຳ​ນວນ​ໜຶ່ງ ເພື່ອຊ່ວຍ​ສ້ອມ​ແປງ​ໂບດ​ຂອງເຂົາ​ເຈົ້າ. ການ​ພົບ​ປະ​ຂອງ​ພວກ​ເຮົາ​ກັບ​ຜູ້​ນຳ​ຊາວ ມູດສະລິມ ໄດ້​ເຕັມ​ໄປ​ດ້ວຍ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ແພງ ສັນ​ອ້າຍ​ນ້ອງ​ກັນ.

ຮູບ​ພາບ
ຜູ້​ຮັບ​ລໍ້​ເຂັນ​ຢູ່​ປະ​ເທດອາກຊັງຕິນ
ຮູບ​ພາບ
ຜູ້​ຮັບ​ລໍ້​ເຂັນ​ຢູ່​ປະ​ເທດອາກຊັງຕິນ

ໃນ​ເດືອນ​ສິງຫາ, ແອວເດີ ຄວິນຕິນ ແອວ ແລະ ຊິດສະເຕີ ແມຣີ ຄຸກ, ກໍ​ໄດ້​ເດີນ​ທາງ​ໄປ​ກັບ ຊິດສະເຕີ ແນວສັນ ແລະ ຂ້າ​ພະ​ເຈົ້າ ເພື່ອ​ພົບ​ກັບ​ຫລາຍ​ຄົນ ຢູ່​ໃນ​ເມືອງບວຍໂນສ໌ ອາເຣສ໌, ປະ​ເທດອາກ​ຊັງ​ຕິນ—ເຂົາ​ເຈົ້າ​ສ່ວນ​ຫລາຍ​ນັບ​ຖື​ສາດ​ສະ​ໜາ​ອື່ນ​ຕ່າງ​ຈາກ​ເຮົາ—ຊຶ່ງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໄດ້​ປ່ຽນ​ໄປ ເພາະ​ລໍ້ເຂັນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຈາກ ການ​ບໍ​ລິ​ຈາກ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ພວກ​ເຮົາ. ພວກ​ເຮົາ​ໄດ້​ຮັບ​ແຮງ​ດົນ​ໃຈ ຂະ​ນະ​ທີ່​ເຂົາ​ເຈົ້າ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ສຳ​ລັບ​ການ​ເຄື່ອນ​ໄຫວ​ໄປ​ມາ​ແບບ​ໃໝ່​ຂອງ​ເຂົາ​ເຈົ້າ.

ໂອ​ກາດ​ພິ​ເສດຢ່າງ​ທີ​ສາມ ໄດ້​ເກີດ​ຂຶ້ນ​ພຽງ​ແຕ່​ສອງ​ສາມ​ອາ​ທິດ​ຜ່ານ​ມານີ້ ຢູ່​ໃນ​ເມືອງ​ເຊົາ​ເລັກ. ມັນ​ເປັນ​ຈົດ​ໝາຍ ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ ໃນ​ມື້​ວັນ​ເກີດ​ຂອງ​ຂ້າ​ພະ​ເຈົ້າ ຈາກ​ຍິງ​ໜຸ່ມ​ຄົນ​ໜຶ່ງ ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ເອີ້ນ​ນາງວ່າ ແມຣີ—ອາ​ຍຸ 14 ປີ.

ນາງແມຣີ ໄດ້​ຂຽນ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ນາງ ແລະ ຂ້າ​ພະ​ເຈົ້າ​ມີ​ຄື​ກັນ: “ທ່ານ​ມີລູກ 10 ຄົນ. ຄອບ​ຄົວຂ້າ​ນ້ອຍ​ກໍ​ມີ​ລູກ 10 ຄົນ. ທ່ານ​ເວົ້າ​ພາ​ສາ​ຈີນ​ແມນ​ດາ​ລິນ ລູກ​ເຈັດ​ຄົນ​ຢູ່​ໃນ​ຄອບ​ຄົວ​ຂອງ​ຂ້າ​ນ້ອຍ, ລວມ​ທັງ​ຕົວ​ຂ້າ​ນ້ອຍເອງ, ໄດ້​ຖືກ​ຮັບ​ມາ​ລ້ຽງ​ຈາກ​ປະ​ເທດ​ຈີນ, ສະ​ນັ້ນ ພາ​ສາ​ຈີນແມນດາ​ລິນ ຈຶ່ງ​ເປັນ​ພາ​ສາ​ທຳ​ອິດ​ຂອງ​ພວກ​ຂ້າ​ນ້ອຍ. ທ່ານ​ເປັນ​ໝໍ​ຜ່າ​ຕັດ​ຫົວ​ໃຈ. ເອື້ອຍຂ້າ​ນ້ອຍ​ກໍໄດ້​ຮັບ​ການ​ຜ່າ​ຕັດ​ຫົວ​ໃຈ​ສອງ​ເທື່ອ. ທ່ານ​ມັກ​ໂບດ​ສອງ​ຊົ່ວ​ໂມງ. ພວກ​ຂ້າ​ນ້ອຍ​ກໍ​ມັກ​ຄື​ກັນ. ທ່ານ​ເກັ່ງ​ເລື່ອງ​ໂນດ​ເພງ. ອ້າຍ​ຂອງ​ຂ້າ​ນ້ອຍ​ກໍ​ເກັ່ງຄື​ກັນ. ລາວ​ຕາ​ບອດ ຄື​ກັນ​ກັບ​ຂ້າ​ນ້ອຍ.”

ຄຳ​ເວົ້າ​ຂອງ​ນາງແມຣີ ປະ​ທັບ​ໃຈ​ຂ້າ​ພະ​ເຈົ້າ​ຫລາຍ, ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ໜ້າ​ຮັກ​ຂອງນາງ​ເທົ່າ​ນັ້ນ ແຕ່​ຍັງ​ບອກ​ເຖິງ​ຄວາມ​ອຸ​ທິດ​ຕົນ​ຂອງ​ພໍ່​ແມ່​ຂອງ​ນາງ​ນຳ​ອີກ.

ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຕະ​ຫລອດ​ທັງ​ທຸກ​ຄົນ​ທີ່​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ຈະ​​ຊອກ​ຫາ​ທາງ​ຊ່ວຍ​ເຫລືອ​ສະ​ເໝີ, ເພື່ອເຊີດ​ຊູ, ແລະ ເພື່ອ​ຮັກ​ຄົນ​ອື່ນ. ຜູ້​ທີ່​ເຕັມ​ໃຈ​ໃຫ້​ເອີ້ນ​ວ່າ​ເປັນ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ “ເຕັມ​ໃຈ​ທີ່​ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ, … ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ; … ແລະ [ທີ່​ຈະ] ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ ຄວາມ​ປອບ​ໃຈ.”3

ເຂົາ​ເຈົ້າ​ຈະ​ສະ​ແຫວງ​ຫາ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ ແລະ ຂໍ້​ທີ​ສອງ​ທີ່​ຍິ່ງ​ໃຫຍ່​ສະ​ເໝີ. ເມື່ອ​ເຮົາ​ຮັກ ພຣະ​ເຈົ້າ ດ້ວຍ​ສຸດ​ໃຈ, ແລ້ວ​ພຣະ​ອົງ​ຈະ​ຫັນ​ຫົວ​ໃຈຂອງ​ເຮົາ​ໄປ​ຫາຄວາມ​ຜາ​ສຸກ​ຂອງ ຄົນ​ອື່ນ ໃນ​ວົງ​ຈອນ​ທີ່​ສວຍ​ງາມ ແລະ ມີ​ຄຸນ​ນະ​ທຳ.

ມັນ​ຄົງ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຄິດ​ໄລ່​ຈຳ​ນວນ​ການ​ຮັບ​ໃຊ້ ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ກະ​ທຳ​ໄປ ຕະ​ຫລອດ​ທົ່ວ​ໂລກ ໃນ​ທຸກມື້ ຂອງ​ແຕ່​ລະ​ປີ, ແຕ່​ມັນ ເປັນ ໄປ​ໄດ້ ທີ່​ຈະ​ຄິດ​ໄລ່ຄວາມ​ດີ​ງາມ ທີ່​ສາດ​ສະ​ໜາ​ຈັກກຸ່ມ​ໃຫຍ່​ໄດ້​ເປັນ​ພອນ​ໃຫ້​ແກ່​ຜູ້​ໃຫຍ່ ແລະ ເດັກ​ນ້ອຍ—ທັງ​ຊາຍ ແລະ ຍິງ—ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ.

ອົງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ ກໍ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ປີ 1984. ແລ້ວ ການ​ຖື​ສິນ​ອົດ​ເຂົ້າ​ໝົດ​ທັງ​ສາດ​ສະ​ໜາ​ຈັກ ໄດ້​ຖືກ​ຈັດ​ຂຶ້ນ ເພື່ອ​ຫາ​ເງິນ​ທຶນ​ໄປ​ຊ່ວຍ​ຜູ້​ປະ​ສົບ​ໄພແຫ້ງ​ແລ້ງ ຢູ່​ອາ​ຟຣິ​ກາ​ຕາ​ເວັນອອກ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ບໍ​ລິ​ຈາກ $6.4 ລ້ານ ໂດລາ ໃນ​ການ​ຖື​ສິນ​ອົດ​ເຂົ້າ ໃນ ມື້​ດຽວ ນັ້ນ.

ຮູບ​ພາບ
ອະ​ດີດແອວ​ເດີ ບາເລີດ ຢູ່​ປະ​ເທດ​ເອທີ​ໂອປີ

ອະ​ດີດແອວ​ເດີ ເອັມ ຣະໂຊ ບາເລີດ ແລະ ບຣາເດີ ກະເລນ ແອວ ເພສ ໄດ້​ຕິດ​ຕໍ່​ໄປ​ປະ​ເທດເອທີ​ໂອປີ ເພື່ອ​ຢາກ​ຮູ້ວ່າ ຈະ​ໃຊ້​ເງິນ​ທຶນ​ທີ່​ສັກ​ສິດ​ເຫລົ່າ​ນັ້ນ ໃນ​ທາງ​ໃດ ທີ່​ຈະ​ດີ​ທີ່​ສຸດ. ການ​ກະ​ທຳ​ເທື່ອນັ້ນ ໄດ້​ເລີ່ມ​ຕົ້ນ​ສິ່ງ​ທີ່​ເອີ້ນ​ວ່າ ອົງ​ການ​ໃຈ​ບຸນ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ນັບ​ແຕ່​ເວ​ລານັ້ນ​ມາ, ອົງ​ການ​ໃຈ​ບຸນ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ກໍໄດ້ບໍ​ລິ​ຈາກ ຫລາຍກວ່າ ສອງພັນ​ລ້ານ ໂດລາ ໃນ​ການ​ຊ່ວຍ​ເຫລືອ​ຜູ້​ທີ່​ຂັດ​ສົນ ຕະ​ຫລອດທົ່ວ​ໂລກ. ການ​ຊ່ວຍ​ເຫລືອນີ້ ໄດ້​ຖືກມອບ​ໃຫ້​ຜູ້ຂັດ​ສົນ ໂດຍບໍ່ຄຳ​ນຶງ​ເຖິງ​ເລື່ອງ​ສາດ​ສະ​ໜາ, ສັນ​ຊາດ, ເຊື້ອ​ຊາດ, ລົດ​ນິ​ຍົມ​ທາງ​ເພດ, ເພດໃດ, ຫລື ການ​ໂນ້ມ​ອ່ຽງ​ທາງ​ການ​ເມືອງ​ໃດໆ​ກໍ​ຕາມ.

ບໍ່​ພຽງ​ເທົ່າ​ນັ້ນ. ເພື່ອ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ທີ່​ຢູ່​ໃນ​ຄວາມ​ທຸກ, ເຮົາ​ມັກ ແລະ ດຳ​ລົງ​ຊີ​ວິດ​ຕາມ​ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ ຂອງ​ສະ​ໄໝ​ບູ​ຮານ.4 ເຮົາອົດ​ກິນ​ອົດ​ດື່ມ ເພື່ອ​ຊ່ວຍ​ເຫລືອ​ຄົນ​ທີ່​ຫິວ​ໂຫຍ. ມື້​ໜຶ່ງ​ໃນ​ແຕ່​ລະ​ເດືອນ, ເຮົາ​ອົດ​ເຂົ້າ​ອົດ​ນ້ຳ ແລະ ບໍ​ລິ​ຈາກ​ເງິນ​ສຳ​ລັບ​ຄາບ​ເຂົ້າ (ແລະ ຫລາຍກວ່ານັ້ນ​ອີກ) ເພື່ອ​ຊ່ວຍ​ເຫລືອ​ຜູ້​ທີ່​ຂັດ​ສົນ.

ຂ້າ​ພະ​ເຈົ້າ​ຈະ​ບໍ່​ເຄີຍ​ລືມ​ການ​ໄປ​ຢ້ຽມ​ຢາມ​ອາ​ຟຣິ​ກາ​ຕາ​ເວັນ​ຕົກ ໃນ​ປີ 1986. ໄພ່​ພົນ​ໄດ້​ມາ​ຮ່ວມກອງ​ປະ​ຊຸມ​ຂອງ​ພວກ​ເຮົາ ເປັນ​ຈຳ​ນວນ​ຫລວງ​ຫລາຍ. ເຖິງ​ແມ່ນ​ເຂົາ​ເຈົ້າ​ສ່ວນ​ຫລາຍຂາດ​ແຄນ, ແຕ່​ເຂົາ​ເຈົ້າສ່ວນ​ຫລາຍ​ໄດ້​ນຸ່ງ​ເສື້ອ​ຂາວ​ສະ​ອາດ​ມາ​ຮ່ວມ.

ຂ້າ​ພະ​ເຈົ້າ​ໄດ້​ຖາມ​ປະ​ທານ​ສະ​ເຕກວ່າ ເພິ່ນ​ດູ​ແລ​ສະ​ມາ​ຊິກ​ທີ່​ຍາກ​ຈົນ​ໃນ​ວິ​ທີ​ໃດ. ເພິ່ນ​ຕອບ​ວ່າ ອະ​ທິ​ການ​ຂອງ​ເຂົາ​ເຈົ້າ ຮູ້​ຈັກ​ຜູ້​ຄົນ​ຂອງ​ຕົນ​ດີ. ຖ້າ​ຫາກ​ສະ​ມາ​ຊິກ​ມີ​ອາ​ຫານ​ກິນ​ມື້​ລະ​ສອງ​ຄາບ, ເຂົາ​ເຈົ້າ​ບໍ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ. ແຕ່​ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ອາ​ຫານ​ກິນ​ພຽງ​ແຕ່ມື້​ລະ​ໜຶ່ງ​ຄາບ ຫລື ໜ້ອຍກວ່ານັ້ນ—ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຍາດ​ພີ່​ນ້ອງ—ແລ້ວ​ອະ​ທິ​ການ​ຈະ​ຊ່ວຍ​ເຫລືອ​ດ້ານ​ອາ​ຫານ​ການ​ກິນ, ຈາກ​ເງິນ​ບໍ​ລິ​ຈາກ​ຖື​ສິນ​ອົດ​ເຂົ້າ. ແລ້ວ​ເພິ່ນ​ໄດ້ບອກ​ເຖິງ​ຄວາມ​ຈິງ​ທີ່​ໜ້າ​ອັດ​ສະ​ຈັນ​ວ່າ: ປົກ​ກະ​ຕິ​ແລ້ວ ສ່ວນ​ຫລາຍ ຈຳ​ນວນເງິນ​ບໍ​ລິ​ຈາກຖື​ສິນ​ອົດ​ເຂົ້າ ຈະ ເກີນ ກວ່າ​ການ​ໃຊ້​ຈ່າຍ. ສ່ວນ​ເງິນ​ທີ່​ເຫລືອນັ້ນ ກໍ​ໄດ້​ຖືກ​ສົ່ງ​ໄປ​ໃຫ້​ຜູ້​ຄົນ ຢູ່​ບ່ອນ​ອື່ນ ທີ່ມີ​ຄວາມ​ຕ້ອງ​ການ​ຫລາຍກວ່າ​ເຂົາ​ເຈົ້າ. ໄພ່​ພົນ​ຊາວ​ອາຟຣິກາ ທີ່ຊື່​ສັດ ແລະ ໝັ້ນ​ຄົງເຫລົ່າ​ນັ້ນ ໄດ້​ສອນ​ບົດ​ຮຽນ​ທີ່​ຍິ່ງ​ໃຫຍ່​ໃຫ້​ແກ່​ຂ້າ​ພະ​ເຈົ້າ ກ່ຽວ​ກັບ​ພະ​ລັງ​ຂອງ ກົດ ແລະ ວິນ​ຍານ ຂອງ​ການ​ຖື​ສິນ​ອົດ​ເຂົ້າ.

ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ຮູ້​ສຶກ​ວ່າ ເຮົາເປັນ​ພີ່​ນ້ອງ​ກັບ​ຜູ້​ທີ່​ທຸກ​ທໍ​ລະ​ມານ ໃນ​ທາງ​ໃດ​ທາງ​ໜຶ່ງ.5 ໂດຍ​ທີ່​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ, ເຮົາ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ. ເຮົາ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ຕັກ​ເຕືອນ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ ທີ່​ວ່າ: “ພວກ​ເຈົ້າ​ຈົ່ງ​ມີ​ຈິດ​ໃຈ​ກວ້າງ​ຂວາງ​ຕໍ່ອ້າຍ​ນ້ອງ​ຂອງ​ເຈົ້າ, ຕໍ່​ຄົນ​ຍາກ​ຈົນ, ແລະ ຕໍ່​ຄົນ​ຂັດ​ສົນ.”6

ເຮົາ​ກໍ​ຍັງ​ພະ​ຍາ​ຍາມ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ນຳ​ອີກ ດັ່ງ​ທີ່​ບັນ​ທຶກ​ຢູ່​ໃນ ມັດ​ທາຍ 25:

“ເພາະເມື່ອເຮົາຫິວເຂົ້າ ພວກເຈົ້າກໍເອົາໃຫ້ເຮົາກິນ: ເມື່ອເຮົາຫິວນຳ ພວກເຈົ້າກໍເອົາໃຫ້ເຮົາດື່ມ: ເຮົາເປັນແຂກບ້ານ, ພວກເຈົ້າໄດ້ຕ້ອນຮັບເຮົາໄວ້:

“ເຮົາເປືອຍກາຍ ພວກເຈົ້າກໍເອົາເຄື່ອງໃຫ້ເຮົານຸ່ງຫົ່ມ: ເຮົາເຈັບປ່ວຍ ພວກເຈົ້າກໍໄດ້ມາເບິ່ງແຍງເຮົາ. …

“… ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”7

ຂ້າ​ພະ​ເຈົ້າ​ຂໍ​ອ້າງ​ເຖິງ​ສອງ​ສາມ​ຕົວ​ຢ່າງ ເຖິງວິ​ທີ​ທີ່​ສາດ​ສະ​ໜາ​ຈັກ​ເຮັດ​ຕາມ​ການ​ສິດ​ສອນ​ເຫລົ່າ​ນີ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຮູບ​ພາບ
ສາງ​ຂອງ​ອະ​ທິ​ການ

ເພື່ອ​ຊ່ວຍ​ບັນ​ເທົາ​ຄວາມ​ອຶດ​ຫິວ, ສາດ​ສະ​ໜາ​ຈັກ​ໄດ້​ຈັດ​ຕັ້ງ​ໃຫ້​ມີ​ສາງ​ຂອງ​ອະ​ທິ​ການ 124 ແຫ່ງ ຕະ​ຫລອດ​ທົ່ວ​ໂລກ. ຈາກ​ສາງ​ເຫລົ່າ​ນີ້, ມີໃບ​ສັ່ງສະ​ບຽງ​ອາ​ຫານ​ປະ​ມານ 400,000 ໃບ ໃນ​ແຕ່​ລະ​ປີ ເພື່ອ​ຊ່ວຍ​ເຫລືອ​ຜູ້​ທີ່​ຂັດ​ສົນ. ຢູ່​ໃນ​ບ່ອນ​ທີ່ບໍ່​ມີ​ສາງ​ຂອງ​ອະ​ທິ​ການ, ອະ​ທິ​ການ ແລະ ປະ​ທານ​ສາ​ຂາ ຈະ​ໃຊ້​ເງິນ​ທຶນ​ຈາກ​ການ​ຖື​ສິນ​ອົດ​ເຂົ້າ ຂອງ​ສາດ​ສະ​ໜາ​ຈັກ ເພື່ອ​ຈັດ​ຫາ​ສະ​ບຽງ​ອາ​ຫານ ໃຫ້​ແກ່​ສະ​ມາ​ຊິກ​ທີ່​ຂັດ​ສົນ​ຂອງ​ເຂົາ​ເຈົ້າ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ທ້າ​ທາຍ​ເລື່ອງ​ຄວາມ​ອຶດ​ຫິວນີ້ ແມ່ນ​ກາຍ​ເຂດ​ແດນ​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ກໍ​ຂະ​ຫຍາຍ​ອອກ​ຢ່າງກວ້າງ​ໄກ ຕະ​ຫລອດ​ທົ່ວ​ໂລກ. ຂ່າວ​ລາຍ​ງານ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ເມື່ອບໍ່​ດົນ​ມານີ້ ແຈ້ງບອກວ່າ ຈຳ​ນວນ​ຜູ້​ຄົນ​ທີ່​ຂາດ​ອາ​ຫານ​ຢູ່​ໃນ​ໂລກ ໃນ​ປະ​ຈຸ​ບັນ ມີ​ຫລາຍກວ່າ 820 ລ້ານ​ຄົນ—ຫລື ເກືອບ​ເຖິງ​ໜຶ່ງ​ຕໍ່​ເກົ້າ​ຄົນຂອງຈຳ​ນວນ​ຜູ້ອາ​ໄສ​ຢູ່​ໃນ​ໂລກນີ້.8

ມັນ​ເປັນ​ສະ​ຖິ​ຕິ​ທີ່​ໜ້າ​ເປັນ​ຫ່ວງ​ແທ້ໆ! ພວກ​ເຮົາຮູ້​ບຸນ​ຄຸນ​ທ່ານ ສຳ​ລັບ​ການ​ບໍ​ລິ​ຈາກ. ຂໍ​ຂອບ​ໃຈ​ສຳ​ລັບ​ນ້ຳ​ໃຈ​ທີ່​ເພື່ອ​ແຜ່​ຂອງ​ທ່ານ, ຜູ້​ຄົນ​ຫລາຍ​ລ້ານ​ຄົນ​ຕະ​ຫລອດ​ທົ່ວ​ໂລກ ຈະ​ໄດ້​ຮັບ​ອາ​ຫານ​ການ​ກິນ, ເຄື່ອງ​ນຸ່ງ​ຫົ່ມ, ທີ່​ພັກ​ອາ​ໄສ​ຊົ່ວ​ຄາວ, ລໍ້ເຂັນ, ຢຸກຢາ, ນ້ຳ​ສະ​ອາດ ທີ່​ຕ້ອງ​ການ​ຫລາຍ​ທີ່​ສຸດ.

ຄວາມ​ເຈັບ​ປ່ວຍ​ຢ່າງ​ຫລວງ​ຫລາຍ​ຕະ​ຫລອດ​ທົ່ວ​ໂລກ ໄດ້​ເກີດ​ຂຶ້ນ​ເພາະ​ການ​ດື່ມ​ນ້ຳທີ່​ບໍ່​ສະ​ອາດ. ປະ​ຈຸ​ບັນ​ນີ້, ໂຄງ​ການ​ລິ​ເລີ່ມການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ຊ່ວຍ​ຈັດ​ຫາ​ນ້ຳ​ສະ​ອາດ​ໃຫ້​ຊຸມ​ຊົນ ຫລາຍກວ່າ 76 ປະ​ເທດ.

ໂຄງ​ການ​ໜຶ່ງ​ຢູ່​ໃນ​ເມືອງລູປູຕາ, ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕຄອງ​ໂກ, ກໍ​ເປັນ​ຕົວ​ຢ່າງ​ທີ່​ດີ. ມີ​ພົນ​ລະ​ເມືອງ​ຫລາຍກວ່າ 100,000 ຄົນ ອາ​ໄສຢູ່​ໃນ​ເມືອງນີ້, ແຕ່​ເຂົາ​ເຈົ້າ ບໍ່​ມີ​ນ້ຳ​ປະ​ປາ. ປະ​ຊາ​ຊົນ​ໄດ້​ຍ່າງ​ເປັນ​ໄລ​ຍະ​ທາງ​ໄກ ເພື່ອ​ໄປ​ຕັກເອົາ​ນ້ຳທີ່​ປອດ​ໄພ. ເຖິງ​ແມ່ນ​ວ່າ ມີຫ້ວຍ​ນ້ຳ​ຈາກພູ​ທີ່ຢູ່​ຫ່າງ​ໄກ​ປະ​ມານ 18 ໄມ (29 ກິ​ໂລ​ແມັດ), ແຕ່​ຜູ້​ຄົນ​ໃນ​ເມືອງ​ກໍ​ບໍ່​ສາ​ມາດ​ໄປ​ເອົາ​ນ້ຳ​ຢູ່​ບ່ອນນັ້ນເປັນ​ປະ​ຈຳ.

ຮູບ​ພາບ
ການຂຸດ​ຮ່ອງ​ໃສ່ທໍ່​ນ້ຳ

ເມື່ອ​ຜູ້​ສອນ​ສາດ​ສະ​ໜາ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳໄດ້​ຍິນ​ກ່ຽວ​ກັບ​ການ​ທ້າ​ທາຍນີ້, ເຂົາ​ເຈົ້າ​ໄດ້​ຮ່ວມ​ມືກັບ​ຜູ້​ນຳ​ຢູ່​ໃນ​ເມືອງລູປູຕາ ໂດຍ​ການ​ບໍ​ລິ​ຈາກອຸ​ປະ​ກອນ ແລະ ເຝິກ​ຝົນ​ວິ​ທີ​ຕໍ່​ທໍ່​ນ້ຳ ໃຫ້​ເມືອງ​ຂອງເຂົາ​ເຈົ້າ. ຜູ້​ຄົນ​ຢູ່​ໃນ​ເມືອງລູປູຕາ ໄດ້​ໃຊ້​ເວ​ລາ ສາມ​ປີ ເພື່ອຂຸດ​ຮ່ອງ​ເລິກ​ໜຶ່ງ​ແມັດ ຜ່ານ​ບ່ອນ​ທີ່​ເປັນ​ຫີນ ແລະ ຜ່ານ​ປ່າ​ດົງ. ໂດຍ​ທີ່​ໄດ້​ທຳ​ງານ​ຮ່ວມ​ກັນ, ວັນທີ່​ປິ​ຕິ​ຍິນ​ດີ​ກໍ​ໄດ້​ມາ​ເຖິງ ເມື່ອ​ນ້ຳ​ສົດ ແລະ ສະ​ອາດ ມີ​ໃຫ້​ຜູ້​ຄົນ​ໃນ​ໝູ່​ບ້ານໄດ້​ໃຊ້.

ຮູບ​ພາບ
​ການຫິ້ວ​ນ້ຳ

ສາດ​ສະ​ໜາ​ຈັກ​ເຮົາ​ກໍ​ໄດ້​ຊ່ວຍ​ເຫລືອ​ຊາວ​ອົບ​ພະ​ຍົບ​ນຳ​ອີກ, ບໍ່​ວ່າ​ເປັນ​ເພາະ​ເສິກ​ກາງ​ເມືອງ, ໄພ​ທຳ​ມະ​ຊາດ, ຫລື ການ​ຖືກ​ຂົ່ມ​ເຫັງ​ເນື່ອງ​ດ້ວຍ​ສາດ​ສະ​ໜາ​ກໍ​ຕາມ. ປະ​ຈຸ​ບັນ​ນີ້ ຫລາຍກວ່າ 70 ລ້ານ​ຄົນ ໄດ້​ອົບ​ພະ​ຍົບ​ຈາກ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ.9

ຮູບ​ພາບ
ການປະຕິບັດສາດສະໜາກິດ​ຕໍ່​ຊາວ​ອົບ​ພະ​ຍົບ

ໃນ​ປີ 2018 ເທົ່າ​ນັ້ນ, ສາດ​ສະ​ໜາ​ຈັກ​ເຮົາ​ກໍ​ໄດ້​ຈັດ​ຫາ​ອຸ​ປະ​ກອນສຳ​ລັບ​ການ​ສຸກ​ເສີນ ໃຫ້​ຊາວ​ອົບພະ​ຍົບ ໃນ 56 ປະ​ເທດ. ນອກ​ເໜືອ​ຈາກນັ້ນ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເຮົາ​ຫລາຍ​ຄົນ ໄດ້​ອາ​ສາ​ສະ​ໝັກ​ເວ​ລາ​ຂອງຕົນ ເພື່ອ​ຊ່ວຍ​ເຫລືອ​ຊາວ​ອົບ​ພະ​ຍົບ ທີ່​ຫາ​ກໍ​ຍ້າຍ​ມາ​ຢູ່​ໃໝ່. ພວກ​ເຮົາ​ຂໍ​ຂອບ​ໃຈ​ທຸກ​ຄົນ ທີ່​ເອື້ອມ​ອອກ​ໄປ​ຊ່ວຍ​ເຫລືອ​ຜູ້​ທີ່​ພະ​ຍາ​ຍາມ​ສ້າງ​ບ້ານ​ໃໝ່​ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
ການ​ແຈກ​ຢາຍ​ເຄື່ອງ​ນຸ່ງ​ຫົ່ມ

ຜ່ານ​ທາງ​ການ​ບໍ​ລິ​ຈາກ​ດ້ວຍ​ໃຈທີ່ເພື່ອ​ແຜ່ ໃຫ້​ແກ່​ສູນ​ສິນ​ຄ້າ Deseret Industries ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ເຄື່ອງ​ນຸ່ງ​ຫົ່ມ​ຈຳ​ນວນ​ຫລາຍ​ລ້ານ​ປອນ ໄດ້​ຖືກ​ຮັບ​ໄວ້ ແລະ ຈັດ​ຈ້ອນ ໃນ​ແຕ່​ລະ​ປີ. ຂະ​ນະ​ທີ່​ອະ​ທິ​ການ​ໃນ​ທ້ອງ​ຖິ່ນ ໄດ້​ໃຊ້​ສິ່ງ​ບໍ​ລິ​ຈາກ​ເຫລົ່າ​ນີ້ ເພື່ອ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ທີ່​ຂັດ​ສົນ, ແຕ່ ສ່ວນ​ໃຫຍ່ ໄດ້​ຖືກ​ບໍ​ລິ​ຈາກ​ໃຫ້​ອົງ​ການ​ກຸ​ສົນ​ອື່ນໆ ຜູ້​ທີ່​ໄດ້​ບໍ​ລິ​ຈາກ​ສິ່ງ​ຂອງ​ເຫລົ່າ​ນັ້ນ ໃຫ້ທົ່ວ​ໂລກ.

ແລະ ພຽງ​ແຕ່​ປີ​ກາຍນີ້​ເທົ່າ​ນັ້ນ, ສາດ​ສະ​ໜາ​ຈັກ​ເຮົາໄດ້ຊ່ວຍ​ເຫລືອ​ດ້ານ​ສາຍ​ຕາ ໃຫ້​ຫລາຍກວ່າ 300,000 ຄົນ ໃນ 35 ປະ​ເທດ, ໃຫ້ການ​ດູ​ແລ​ເດັກ​ແດງ​ທາ​ລົກ ແລະ ຜູ້​ເປັນແມ່ ໃນ 39 ປະ​ເທດ, ແລະ ບໍ​ລິ​ຈາກ​ລໍ້​ເຂັນ ໃຫ້​ຫລາຍກວ່າ 50,000 ຄົນ ທີ່​ອາ​ໄສ​ຢູ່ ຫລາຍກວ່າ 10 ປະ​ເທດ.

ສາດ​ສະ​ໜາ​ຈັກ​ເຮົາ ກໍເປັນ​ທີ່​ຮູ້​ຈັກ​ກັນ​ດີ​ວ່າ ເປັນ​ຜູ້​ໜຶ່ງໃນ​ບັນ​ດາ​ຜູ້​ທີ່​ເອື້ອມ​ອອກ​ໄປ​ຊ່ວຍ​ເຫລືອ​ກ່ອນ​ໝູ່ ເມື່ອ​ມີ​ໄພ​ພິ​ບັດ​ເກີດ​ຂຶ້ນ. ແມ່ນ​ແຕ່ ກ່ອນ ທີ່ພະຍຸ​ເຮີລິເຄນ​ເກີດ​ຂຶ້ນ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ແລະ ພະ​ນັກ​ງານຢູ່​ໃນ​ບ່ອນ​ທີ່​ຖືກ​ກະ​ທົບ​ກະ​ເທືອນ ກໍ​ວາງ​ແຜນ​ຮຽບ​ຮ້ອຍ​ແລ້ວ​ວ່າ ວັດ​ຖຸ​ປະ​ສົງ​ຈະ​ຖືກ​ສົ່ງ​ໄປ​ໃຫ້​ໃນ​ທາງ​ໃດ ແລະ ຜູ້​ອາ​ສາ​ສະ​ໝັກ​ຈະ​ຖືກ​ສົ່ງ​ໄປ​ເມື່ອ​ໃດ.

ຮູບ​ພາບ
ການ​ຮັບ​ໃຊ້​ຮ່ວມກັບ​ໂຄງ​ການ Helping Hands

ພຽງ​ແຕ່​ປີ​ກາຍນີ້​ເທົ່າ​ນັ້ນ, ສາດ​ສະ​ໜາ​ຈັກ​ເຮົາ​ກໍ​ໄດ້ຈັດ​ໂຄງ​ການປະ​ຕິ​ບັດ​ການ​ບັນ​ເທົາ​ທຸກ​ໄພ​ພິ​ບັດ ຫລາຍກວ່າ 100 ໂຄງ​ການ ຕະ​ຫລອດ​ທົ່ວ​ໂລກ, ຊ່ວຍ​ເຫລືອ​ຜູ້​ເຄາະ​ຮ້າຍ ຈາກ​ພະຍຸ​ເຮີລິເຄນ, ໄຟໄໝ້, ນ້ຳ​ຖ້ວມ, ແຜ່ນ​ດິນ​ໄຫວ, ແລະ ໄພ​ພິ​ບັດ​ອື່ນໆ. ເມື່ອ​ເປັນ​ໄປ​ໄດ້, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເຮົາ ທີ່ນຸ່ງ​ເສື້ອ​ສີ​ເຫລືອງ Helping Hands ໄດ້​ໄປ​ເຕົ້າ​ໂຮມ​ກັນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ເພື່ອ​ອອກ​ໄປ​ຊ່ວຍ​ເຫລືອ​ຜູ້ທີ່​ຖືກ​ກະ​ທົບ​ກະ​ເທືອນ​ຈາກ​ໄພ​ພິ​ບັດ​ນັ້ນ. ການ​ຮັບ​ໃຊ້​ເຊັ່ນ​ນີ້, ຊຶ່ງ​ກະ​ທຳ​ໂດຍ​ພວກ​ທ່ານ​ຫລາຍ​ຄົນ, ເປັນ​ສິ່ງ​ສຳ​ຄັນ​ແທ້ໆ​ຕໍ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ກິດ​ຈະ​ກຳ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບັນ​ຍາຍ​ມານັ້ນ ພຽງ​ແຕ່​ເປັນ​ພາກ​ສ່ວນ​ນ້ອຍ​ໜຶ່ງຂອງ​ໂຄງ​ການ​ສະ​ຫວັດ​ດີ​ການ ແລະ ໂຄງ​ການຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.10 ແລະ ທ່ານ ກໍເປັນ​ຜູ້​ທີ່​ເຮັດ​ໃຫ້​ທຸກ​ສິ່ງ​ທຸກຢ່າງນີ້​ເປັນ​ໄປ​ໄດ້​ດ້ວຍ​ດີ. ເປັນ​ເພາະ​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ແບບ​ຢ່າງ, ໃຈ​ທີ່​ເພື່ອ​ແຜ່, ແລະ ມື​ທີ່​ຊ່ວຍ​ເຫລືອ​ຂອງ​ທ່ານ, ຈຶ່ງບໍ່​ແປກ​ໃຈ​ເລີຍ​ວ່າ ຫລາຍໆ​ຊຸມ​ຊົນ ແລະ ຜູ້​ນຳ​ລັດ​ຖະ​ບານ​ຕ່າງໆ ໄດ້​ຊົມ​ເຊີຍ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.11

ນັບ​ແຕ່​ໄດ້​ກາຍ​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ກໍ​ປະ​ຫລາດ​ໃຈ​ຫລາຍ​ທີ່​ສຸດ ທີ່​ເຫັນ​ປະ​ທານ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ແລະ ເອກ​ອັກ​ຄະ​ທູດ ຫລາຍໆທ່ານ ກ່າວ​ຄຳ​ຂອບ​ໃຈຂ້າ​ພະ​ເຈົ້າ​ຢ່າງ​ຈິງ​ໃຈ ສຳ​ລັບ​ໂຄງການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ ໃນ​ປະ​ເທດ​ຂອງ​ພວກ​ເພິ່ນ. ແລະ ພວກ​ເພິ່ນກໍ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ທີ່​ສະ​ມາ​ຊິກ​ທີ່​ຊື່​ສັດ​ຂອງ​ເຮົາ ໄດ້​ນຳ​ໄປ​ໃຫ້​ປະ​ເທດ​ຂອງ​ພວກ​ເພິ່ນ ໃນ​ຖາ​ນະພົນ​ລະ​ເມືອງ​ທີ່​ຈົງ​ຮັກ​ພັກ​ດີ, ແລະ ຊ່ວຍ​ເຫລືອ​ປະ​ເທດ​ຊາດ.

ຂ້າ​ພະ​ເຈົ້າ​ກໍ​ປະ​ຫລາດ​ໃຈ​ຫລາຍ ທີ່​ຜູ້​ນຳ​ທົ່ວ​ໂລກ​ໄດ້​ມາ​ຢ້ຽມ​ຢາມ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ແດງ ຄວາມ​ຫວັງ​ຂອງ​ພວກ​ເພິ່ນ ທີ່​ຢາກ​ໃຫ້​ໜ່ວຍສາດ​ສະ​ໜາ​ຈັກ​ຖືກຈັດ​ຕັ້ງ​ຂຶ້ນ​ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເພິ່ນ. ເປັນຫຍັງ? ເພາະ​ພວກ​ເພິ່ນ​ຮູ້​ວ່າ ໄພ່​ພົນ​ຍຸກ​ສຸດ​ທ້າຍ ຈະ​ຊ່ວຍ​ສ້າງ​ຄອບ​ຄົວ ແລະ ຊຸມ​ຊົນ​ໃຫ້​ເຂັ້ມ​ແຂງ​ຂຶ້ນ, ເຮັດ​ໃຫ້​ຊີ​ວິດ​ດີ​ຂຶ້ນກວ່າ​ເກົ່າ ສຳ​ລັບ​ຄົນ​ອື່ນ ໃນ​ບ່ອນ​ທີ່ ເຂົາ​ເຈົ້າ​ອາ​ໄສ​ຢູ່.

ບໍ່​ວ່າ​ເຮົາ​ຈະ​ເອີ້ນ​ບ່ອນ​ໃດ​ວ່າ​ເປັນ​ບ້ານ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ຮູ້​ສຶກ​ມີ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ​ໃນຖາ​ນະ​ພຣະ​ບິ​ດາ ແລະ ຕໍ່​ມະ​ນຸດ ໃນຖາ​ນະ​ອ້າຍ​ເອື້ອຍ​ນ້ອງ​ກັນ. ສະ​ນັ້ນ, ເຮົາ ຈະ​ມີ​ຄວາມ​ສຸກຫລາຍ ຂະ​ນະ​ທີ່​ເຮົາ​ຊ່ວຍ​ເຫລືອ ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດກໍ​ຕາມ ຢູ່​ໃນ​ໂລກ​ທີ່​ສວຍ​ງາມນີ້.

ການ​ໃຫ້​ຄວາມ​ຊ່ວຍ​ເຫລືອແກ່​ຄົນ​ອື່ນ—ການພະ​ຍາ​ຍາມ​ດ້ວຍ​ຄວາມ​ຊື່​ສັດ ເພື່ອ​ດູ​ແລ​ຄົນ​ອື່ນ ເທົ່າໆ​ກັບ ຫລື ຫລາຍກວ່າ ທີ່​ເຮົາ​ດູ​ແລ​ຕົວເອງ—ຈະ​ເປັນ​ຄວາມ​ສຸກ​ຂອງ​ເຮົາ. ໂດຍ​ສະ​ເພາະ, ຂ້າ​ພະ​ເຈົ້າ​ຂໍ​ຕື່ມ, ຕອນ​ທີ່​ເຮົາ​ບໍ່​ສະ​ດວກ ແລະ ຕອນ​ທີ່​ເຮົາ​ເຮັດ​ສິ່ງ​ທີ່ບໍ່​ເຄີຍ​ເຮັດ​ມາ​ກ່ອນ. ການດຳ​ລົງ​ຊີ​ວິດ ຕາມ​ພຣະ​ບັນ​ຍັດ​ຂໍ້​ທີ​ສອງທີ່​ຍິ່ງ​ໃຫຍ່ ເປັນ ສິ່ງ​ຈຳ​ເປັນ ຕໍ່​ການ​ທີ່​ຈະ​ກາຍ​ເປັນສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ທ່ານ​ເປັນ​ແບບ​ຢ່າງ​ທີ່​ມີ​ຊີ​ວິດ​ຢູ່ ຂອງ​ໝາກ​ຜົນ​ທີ່​ມາ​ຈາກ​ການ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂໍ​ຂອບ​ໃຈ​ທ່ານ​ຫລາຍໆ! ຂ້າ​ພະ​ເຈົ້າ​ຮັກ​ທ່ານ​ທັງ​ຫລາຍ!

ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າຊົງ​ພຣະ​ຊົນ​ຢູ່. ພຣະ​ເຢ​ຊູ ຄື​ພຣະ​ຄຣິດ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໄດ້​ຖືກ​ຟື້ນ​ຟູໃນ​ຍຸກ​ສຸດ​ທ້າຍນີ້ ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ໂມໂຣໄນ 7:48.

  2. ເບິ່ງ ມັດທາຍ 22:37–39; ລູກາ 10:27.

  3. ໂມ​ໄຊ​ຢາ 18:8–9.

  4. ເບິ່ງ ເອ​ຊາ​ຢາ 58:3–12.

  5. ໃນ​ປະ​ຫວັດ​ສາດ​ຕອນ​ຕົ້ນ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ບຸກ​ເບີກ​ທີ່​ກ້າ​ຫານ​ກໍ​ໄດ້​ຫິວ​ໂຫຍ, ຂາດ​ທີ່​ພັກ​ອາ​ໄສ, ແລະ ຖືກ​ຂົ່ມ​ເຫັງຄື​ກັນ.

  6. ພຣະ​ບັນ​ຍັດ​ສອງ 15:11.

  7. ມັດທາຍ 25:35–36, 40.

  8. ເບິ່ງ ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ ຂອງສະ​ຫະ​ປະ​ຊາ​ຊາດ ແລະ ອື່ນໆ, The State of Food Security and Nutrition in the World 2019, 6, fao.org/3/ca5162en/ca5162en.pdf.

  9. ເບິ່ງ “Worldwide Displacement Tops 70 Million, UN Refugee Chief Urges Greater Solidarity in Response,” United Nations High Commissioner for Refugees website, June 19, 2019, unhcr.org/en-us.

  10. ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ໂຄງ​ການ​ໃຈ​ບຸນ​ຂອງ​ສາດ​ສະ​ໜາ​ຈັກ, ໃຫ້​ເບິ່ງ ChurchofJesusChrist.org/topics/welfare; LatterDaySaintCharities.org; facebook.com/LatterDaySaintCharities; JustServe.org.

  11. “ສິ່ງ​ແຈກ​ຢາຍ​ທີ່​ມີ​​ປະ​ສິດ​ທິ​ພາບຫລາຍ​ທີ່​ສຸດ ທີ່​ເຮົາ​ສາ​ມາດ​ເອົາ​ຕິດ​ຕົວ​ໄປ​ນຳ ​ຄືຄວາມ​ດີຂອງ​ຊີ​ວິດ ແລະ ຕົວ​ຢ່າງ​ຂອງ​ເຮົາ​ເອງ” (Gordon B. Hinckley, “Find the Lambs, Feed the Sheep,” Liahona, July 1999, 121).