ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 9


ປຈສ, ມັດທາຍ 9:18–21. ປຽບ​ທຽບ​ໃສ່​ກັບ ມັດທາຍ 9:16–17

ພຣະ​ເຢຊູ​ປະ​ຕິ​ເສດ​ການ​ບັບຕິ​ສະມາ​ຂອງ​ພວກ​ຟາຣີຊາຍ; ມັນ​ບໍ່​ມີ​ຄ່າ ເພາະ​ພວກ​ເຂົາ​ບໍ່​ຮັບ​ຮູ້​ພຣະ​ອົງ. ພຣະ​ອົງ​ປະ​ກາດ​ວ່າ ພຣະ​ອົງ​ເປັນ​ຜູ້​ທີ່​ໄດ້​ມອບ​ກົດ​ຂອງ​ໂມເຊ​ໃຫ້.

18 ຈາກ​ນັ້ນ ພວກ​ຟາຣີຊາຍ​ໄດ້​ກ່າວ​ກັບ​ພຣະ​ອົງ​ວ່າ ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ບໍ່​ຮັບ​ພວກ​ເຮົາ ພ້ອມ​ກັບ​ການ​ບັບຕິ​ສະມາ​ຂອງ​ພວກ​ເຮົາ, ເພາະ​ພວກ​ເຮົາ​ຮັກ​ສາ​ກົດ​ທັງ​ໝົດ?

19 ແຕ່​ພຣະ​ເຢຊູ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ ພວກ​ທ່ານ​ບໍ່​ໄດ້​ຮັກ​ສາ​ກົດ. ຖ້າ​ພວກ​ທ່ານ​ໄດ້​ຮັກ​ສາ​ກົດ, ພວກ​ທ່ານ​ກໍ​ຈະ​ຮັບ​ຮູ້​ເຮົາ, ເພາະ​ເຮົາ​ຄື​ຜູ້​ທີ່​ໄດ້​ມອບ​ກົດ​ໃຫ້.

20 ເຮົາ​ບໍ່​ຮັບ​ເອົາ​ພວກ​ທ່ານ ພ້ອມ​ດ້ວຍ​ການ​ບັບຕິ​ສະມາ​ຂອງ​ພວກ​ທ່ານ, ເພາະ​ມັນ​ບໍ່​ເປັນ​ປະ​ໂຫຍດ​ອັນ​ໃດ​ກັບ​ພວກ​ທ່ານ​ເລີຍ.

21 ເພາະ​ເມື່ອ​ສິ່ງ​ໃໝ່​ມາ​ເຖິງ, ສິ່ງ​ເກົ່າ​ກໍ​ພ້ອມ​ທີ່​ຈະ​ຍົກ​ເລີກ​ໄປ.