ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 26


ປຈສ, ມັດທາຍ 26:22, 24–25. ປຽບ​ທຽບ​ໃສ່​ກັບ ມັດທາຍ 26:26–28; ປຈສ, ມາ​ຣະ​ໂກ 14:20–25

ເປັນ​ເທື່ອ​ທຳ​ອິດ ພຣະ​ເຢຊູ​ຫັກ​ເຂົ້າ​ຈີ່​ຂອງ​ສິນ​ລະ​ລຶກ​ເປັນ​ປ່ຽງໆ ແລ້ວ​ອວຍ​ພອນ​ມັນ. ສິນ​ລະ​ລຶກ​ເປັນ​ການ​ລະ​ນຶກ​ເຖິງ​ພຣະ​ກາຍ ແລະ ໂລ​ຫິດ​ຂອງ​ພຣະ​ເຢຊູ.

22 ແລະ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຮັບ​ປະທານ​ອາຫານ, ພຣະ​ເຢຊູ​ໄດ້​ຢິບ​ເຂົ້າ​ຈີ່​ຂຶ້ນ​ມາ ແລະ ຫັກມັນ​ເປັນ​ປ່ຽງໆ, ແລະ ໄດ້​ອວຍ​ພອນມັນ, ແລະ ໄດ້​ເອົາ​ໃຫ້​ສາ​ນຸ​ສິດຂອງ​ພຣະ​ອົງກິນ, ແລະ ກ່າວ​ວ່າ, ຈົ່ງ​ຮັບ​ກິນ​ເຖີດ; ນີ້​ເປັນການ​ລະ​ນຶກ​ເຖິງເນື້ອ​ກາຍ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ໄຖ່​ແທນ​ພວກ​ເຈົ້າ.

24 ເພາະ​ນີ້​ເປັນການ​ລະ​ນຶກ​ເຖິງເລືອດ​ຂອງ​ເຮົາ ເພື່ອ​ເປັນ​ພັນທະ​ສັນ​ຍາ​ໃໝ່, ຊຶ່ງ​ເຮົາ​ໄດ້​ຫລັ່ງ​ເພື່ອ​ຫລາຍ​ຕໍ່​ຫລາຍ​ຄົນທີ່​ຈະ​ເຊື່ອ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ການ​ປົດ​ບາບຂອງ​ພວກ​ເຂົາ.

25 ແລະ ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ຈະ​ຍຶດ​ຖື ທີ່​ຈະ​ເຮັດ​ສິ່ງ​ທີ່​ພວກ​ເຈົ້າ​ເຄີຍ​ເຫັນ​ເຮົາ​ເຮັດ, ແລະ ເປັນ​ພະຍານ​ເຖິງ​ເຮົາ ຈົນ​ເຖິງ​ທີ່​ສຸດ​ຂອງ​ຊີ​ວິດ.