ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 12


ປຈສ, ມັດທາຍ 12:37–38. ປຽບ​ທຽບ​ໃສ່​ກັບ ມັດທາຍ 12:43–44; ເບິ່ງ ປຈສ, ລູກາ 12:9–12 ນຳ​ອີກ

ຜູ້​ໃດ​ກໍ​ຕາມ​ທີ່​ກ່າວ​ຕໍ່​ຕ້ານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ.

37 ແລ້ວ​ພວກ​ທຳມະຈານ​ໄດ້​ມາ ແລະ ໄດ້​ກ່າວ​ກັບ​ພຣະ​ອົງ​ວ່າ, ອາ​ຈານ​ເອີຍ, ມີ​ຂຽນ​ໄວ້​ວ່າ, ບາບ​ທັງ​ໝົດ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ; ແຕ່​ພຣະ​ອົງ​ກ່າວ​ວ່າ, ຜູ້​ໃດ​ກໍ​ຕາມ​ທີ່​ກ່າວ​ຕໍ່​ຕ້ານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ. ແລະ ພວກ​ເຂົາ​ໄດ້​ຖາມ​ພຣະ​ອົງ, ກ່າວ​ວ່າ, ສິ່ງ​ນີ້​ເປັນ​ໄປ​ໄດ້​ຢ່າງ​ໃດ?

38 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ, ເມື່ອ​ຜີ​ຊົ່ວ​ຮ້າຍ​ອອກ​ຈາກ​ຄົນ​ໜຶ່ງ​ແລ້ວ, ມັນ​ກໍ​ທຽວ​ໄປ​ມາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຊອກ​ຫາ​ບ່ອນ​ພັກ​ເຊົາ ແຕ່​ມັນ​ຫາ​ບໍ່​ໄດ້; ແຕ່​ເມື່ອ​ຄົນ​ໜຶ່ງ​ກ່າວ​ຕໍ່​ຕ້ານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຂົາ​ເວົ້າ​ວ່າ, ເຮົາ​ຈະ​ກັບ​ຄືນ​ເມືອ​ເຮືອນ​ບ່ອນ​ທີ່​ເຮົາ​ໄດ້​ໜີ​ມາ; ແລະ ເມື່ອ​ເຂົາ​ກັບ​ເມືອ​ເຮືອນ, ເຂົາເຫັນ​ເຮືອນ​ວ່າງ​ເປົ່າ​ຢູ່, ສະອາດ ແລະ ຕົບ​ແຕ່ງ​ໄວ້​ຢ່າງ​ດີ; ເພາະ​ວິນ​ຍານ​ທີ່​ດີ​ໄດ້​ໜີ​ປະ​ລາວ​ໃຫ້​ຢູ່​ຄົນ​ດຽວ.