ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 13


ປຈສ, ມັດທາຍ 13:39–44. ປຽບ​ທຽບ​ໃສ່​ກັບ ມັດທາຍ 13:39–42; ເບິ່ງ ຄພ 86:1–7 ນຳ​ອີກ

ກ່ອນ​ຄາວ​ສິ້ນ​ສຸດ​ໂລກ (ຄວາມ​ພິນາດ​ຂອງ​ຄົນ​ຊົ່ວ), ຜູ້​ສົ່ງ​ຂ່າວ​ທີ່​ຖືກ​ສົ່ງ​ມາ​ຈາກ​ສະຫວັນ ຈະ​ເຕົ້າ​ໂຮມ​ຄົນ​ຊອບ​ທຳ ຈາກ​ບັນ​ດາ​ຄົນ​ຊົ່ວ.

39 ລະ​ດູ​ເກັບ​ກ່ຽວ​ແມ່ນ​ຄາວ​ສິ້ນ​ສຸດ​ໂລກ, ຫລື ຄວາມ​ພິນາດ​ຂອງ​ຄົນ​ຊົ່ວ.

40 ຜູ້​ເກັບ​ກ່ຽວ​ແມ່ນ​ເຫລົ່າ​ທູດ, ຫລື ຜູ້​ສົ່ງ​ຂ່າວ​ທີ່​ຖືກ​ສົ່ງ​ມາ​ຈາກ​ສະຫວັນ.

41 ສະນັ້ນ, ດັ່ງ​ທີ່​ເຂົ້າ​ນົກ​ຖືກ​ກວາດ​ເອົາ​ໄປ​ເຜົາ​ໃສ່​ໄຟ​ຢ່າງ​ໃດ, ຄາວ​ສິ້ນ​ສຸດ​ໂລກ, ຫລື ຄວາມ​ພິນາດ​ຂອງ​ຄົນ​ຊົ່ວ, ກໍ​ຈະ​ເປັນ​ຢ່າງ​ນັ້ນ.

42 ເພາະ​ໃນ​ມື້​ນັ້ນ, ກ່ອນ ບຸດ​ມະນຸດ​ຈະສະ​ເດັດ​ມາ, ພຣະ​ອົງ​ຈະສົ່ງ​ທູດ​ຂອງ​ພຣະ​ອົງ ແລະ ຜູ້​ສົ່ງ​ຂ່າວ​ຂອງ​ສະຫວັນ ມາ​ກ່ອນ.

43 ແລະ ເຂົາ​ເຈົ້າ​ຈະ​ຮວບ​ຮວມ​ເອົາ​ອອກ​ມາ​ຈາກ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ຄື​ພວກ​ທີ່​ກໍ່​ເຫດ​ທັງ​ໝົດ​ໃຫ້​ມະນຸດ​ເຮັດ​ບາບ, ແລະ ບັນ​ດາ​ຜູ້​ທີ່​ເຮັດ​ຊົ່ວ​ທັງ​ໝົດ, ແລະ ຈະ​ຂັບ​ໄລ່​ພວກ​ເຂົາອອກ​ໄປ​ຫາ​ບັນ​ດາ​ຄົນ​ຊົ່ວ; ແລະ ຈະ​ມີ​ການ​ຮ້ອງ​ໄຫ້​ຄວນ​ຄາງ ແລະ ຂົບ​ແຂ້ວ​ຄ້ຽວ​ຟັນ.

44 ເພາະ​ໂລກ​ຈະ​ຖືກ​ເຜົາ​ດ້ວຍ​ໄຟ.