ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 17


ປຈສ, ມັດທາຍ 17:10–14. ປຽບ​ທຽບ​ໃສ່​ກັບ ມັດທາຍ 17:11–13

ພຣະ​ເຢຊູ​ສອນ​ກ່ຽວ​ກັບ​ອີລາຍ​ສອງ​ຄົນ—ຜູ້​ໜຶ່ງ​ເພື່ອ​ຕຽມ ແລະ ອີກ​ຜູ້​ໜຶ່ງ​ເພື່ອ​ຟື້ນ​ຟູ.

10 ແລະ ພຣະ​ເຢຊູ​ໄດ້​ຕອບ ແລະ ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ ອີລາຍ​ຈະ​ມາ​ກ່ອນ​ຢ່າງ​ແນ່​ນອນ, ແລະ ຟື້ນ​ຟູ​ທຸກ​ສິ່ງ, ຕາມ​ທີ່​ສາດ​ສະ​ດາ​ໄດ້​ຂຽນ​ໄວ້.

11 ແລະ ອີກ​ເທື່ອ​ໜຶ່ງເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ອີລາຍ​ໄດ້​ມາ​ແລ້ວ, ຕາມ​ທີ່​ມີ​ຂຽນ​ໄວ້, ຈົ່ງ​ເບິ່ງ, ເຮົາ​ຈະ​ສົ່ງ​ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ​ໄປ, ແລະ ລາວ​ຈະ​ຕຽມ​ທາງ​ໄວ້​ໃຫ້​ເຮົາ; ແລະ ພວກ​ເຂົາ​ຈະ​ບໍ່​ຮູ້​ຈັກ​ລາວ, ແລະ ຈະ​ເຮັດ​ກັບ​ລາວ​ຕາມ​ໃຈ​ຊອບ.

12 ບຸດ​ມະນຸດ​ກໍ​ຈະ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ຈາກ​ພວກ​ເຂົາ​ເຊັ່ນ​ດຽວ​ກັນ​ນັ້ນ.

13 ແຕ່​ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ອີລາຍ​ຄື​ໃຜ? ຈົ່ງ​ເບິ່ງ, ນີ້​ຄື​ອີລາຍ, ຜູ້​ທີ່​ເຮົາ​ໄດ້​ສົ່ງ​ໄປ​ຈັດ​ຕຽມ​ທາງ​ໄວ້​ໃຫ້​ເຮົາ.

14 ຈາກ​ນັ້ນ ສາ​ນຸ​ສິດ​ໄດ້​ເຂົ້າ​ໃຈ​ວ່າ ພຣະ​ອົງ​ກ່າວ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ໂຢຮັນ​ບັບຕິ​ສະໂຕ, ແລະ ກ່ຽວ​ກັບ​ຜູ້​ໜຶ່ງ​ອີກ ທີ່​ຈະ​ມາ ແລະ ຟື້ນ​ຟູ​ທຸກ​ສິ່ງ, ຕາມ​ທີ່​ສາດ​ສະ​ດາ​ໄດ້​ຂຽນ​ໄວ້.