ພຣະ​ຄຳ​ພີ
ມໍມອນ 7


ບົດ​ທີ 7

ມໍມອນ​ເຊື້ອ​ເຊີນ​ຊາວ​ເລມັນ​ໃນ​ຍຸກ​ສຸດ​ທ້າຍ​ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ, ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ຮັບ​ຄວາມ​ລອດ—ທຸກ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຈະ​ເຊື່ອ​ໃນ​ພຣະ​ຄຳ​ພີ​ມໍມອນ. ປະ​ມານ ຄ.ສ. 385.

1 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກັບ ຜູ້​ທີ່​ເຫລືອ​ຢູ່​ຂອງ​ຜູ້​ຄົນ​ພວກ​ນີ້ ຜູ້​ທີ່​ໄດ້​ຮັບ​ການ​ຍົກ​ເວັ້ນ, ຖ້າ​ຫາກ​ເປັນ​ໄປ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະທານ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ໄປ​ນີ້​ໃຫ້​ແກ່​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ຈັກ​ເຖິງ​ເລື່ອງ​ຕ່າງໆ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ທ່ານ​ວ່າ, ທ່ານ​ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ​ທີ່​ເຫລືອ​ຢູ່; ແລະ ນີ້​ຄື​ຄຳ​ທີ່​ຂ້າ​ພະ​ເຈົ້າ​ກ່າວ:

2 ຈົ່ງ​ຮູ້​ໄວ້​ວ່າ ທ່ານ​ເປັນ ເຊື້ອ​ສາຍ​ອິດສະ​ຣາເອນ.

3 ຈົ່ງ​ຮູ້​ໄວ້​ວ່າ ທ່ານ​ຕ້ອງ​ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້ນ, ທ່ານ​ຈະ​ລອດ​ບໍ່​ໄດ້.

4 ຈົ່ງ​ຮູ້​ໄວ້​ວ່າ ທ່ານ​ຕ້ອງ​ປະ​ຖິ້ມ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ທ່ານ​ເສຍ, ແລະ ບໍ່​ໃຫ້​ເບີກ​ບານ​ໃນ​ການ​ຫລັ່ງ​ເລືອດ​ອີກ​ຕໍ່​ໄປ, ແລະ ບໍ່​ຕ້ອງ​ຈັບ​ມັນ​ຂຶ້ນ​ມາ​ອີກ ເວັ້ນ​ເສຍ​ແຕ່​ເວລາ​ທີ່​ພຣະ​ເຈົ້າ​ບັນ​ຊາ​ທ່ານ​ເທົ່າ​ນັ້ນ.

5 ຈົ່ງ​ຮູ້​ໄວ້​ວ່າ ທ່ານ​ຕ້ອງ​ມາ​ຫາ ຄວາມ​ຮູ້​ເລື່ອງ​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ, ແລະ ກັບ​ໃຈ​ຈາກ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ​ຂອງ​ທ່ານ, ແລະ ເຊື່ອ​ໃນ​ພຣະ​ເຢຊູ​ຄຣິດ, ວ່າ​ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ວ່າ​ພຣະ​ອົງ​ໄດ້​ຖືກ​ຊາວ​ຢິວ​ຂ້າ, ແລະ ໂດຍ​ອຳນາດ​ຂອງ​ພຣະ​ບິດາ ພຣະ​ອົງ​ໄດ້​ເປັນ​ຄືນ​ມາ​ມີ​ຊີ​ວິດ​ອີກ, ຊຶ່ງ​ໂດຍ​ການ​ນັ້ນ ພຣະ​ອົງ​ໄດ້ ໄຊ​ຊະນະ​ເໜືອ​ຫລຸມ​ສົບ; ແລະ ໃນ​ພຣະ​ອົງ​ຄວາມ​ເຈັບ​ປວດ​ແຫ່ງ​ຄວາມ​ຕາຍ​ໄດ້​ຖືກ​ກືນ​ໄວ້​ນຳ​ອີກ.

6 ແລະ ພຣະ​ອົງ​ເຮັດ​ໃຫ້​ເກີດ​ມີ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ, ຊຶ່ງ​ໂດຍ​ການ​ນັ້ນ​ມະນຸດ​ຈະ​ຕ້ອງ​ຖືກ​ຍົກ​ຂຶ້ນ​ມາ​ຢືນ​ຢູ່​ຕໍ່​ໜ້າ ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ອົງ.

7 ແລະ ພຣະ​ອົງ​ໄດ້​ນຳ ການ​ໄຖ່​ມາ​ສູ່​ໂລກ, ຊຶ່ງ​ໂດຍ​ການ​ນັ້ນ​ຜູ້​ທີ່​ຖືກ​ພົບ​ວ່າ ບໍ່​ມີ​ຄວາມ​ຜິດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ໃນ​ວັນ​ພິ​ພາກ​ສາ ຍ່ອມ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ ໄປ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ, ເພື່ອ​ຮ້ອງ​ເພງ​ສັນ​ລະ​ເສີນ​ໂດຍ​ບໍ່​ຢຸດ​ຢັ້ງ​ຮ່ວມ​ກັບ ຜູ້​ຂັບ​ຮ້ອງ​ຢູ່​ເບື້ອງ​ເທິງ, ເພື່ອ​ສັນ​ລະ​ເສີນ​ພຣະ​ບິດາ, ແລະ ພຣະ​ບຸດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ເປັນ ພຣະ​ເຈົ້າ​ດຽວ​ກັນ, ໃນ​ສະພາວະ​ແຫ່ງ ຄວາມ​ສຸກ​ອັນ​ບໍ່​ມີ​ທີ່​ສຸດ.

8 ສະນັ້ນ ຈົ່ງ​ກັບ​ໃຈ, ແລະ ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ, ແລະ ຍຶດ​ໝັ້ນ​ໃນ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ, ຊຶ່ງຈະ​ຖືກ​ວາງ​ຢູ່​ຕໍ່​ໜ້າ​ທ່ານ, ບໍ່​ພຽງ​ແຕ່​ມີ​ຢູ່​ໃນ ບັນ​ທຶກ​ນີ້​ເທົ່າ​ນັ້ນ ແຕ່​ມີ​ຢູ່​ໃນ​ບັນ​ທຶກ​ຊຶ່ງ​ຈະ​ມາ​ຫາ​ຄົນ​ຕ່າງ​ຊາດ ຈາກ​ຊາວ​ຢິວ​ນຳ​ອີກ, ຊຶ່ງ​ບັນ​ທຶກ​ນັ້ນ​ຈະ​ອອກ​ຈາກ​ຄົນ​ຕ່າງ​ຊາດ ມາ​ຫາ​ທ່ານ.

9 ເພາະ​ຈົ່ງ​ເບິ່ງ, ເລື່ອງ​ນີ້​ມີ​ຂຽນ​ໄວ້​ໂດຍ​ມີ​ເຈດ​ຕະ​ນາ​ທີ່​ຈະ​ໃຫ້​ທ່ານ ເຊື່ອ​ເລື່ອງ​ນັ້ນ; ແລະ ຖ້າ​ຫາກ​ທ່ານ​ເຊື່ອ​ເລື່ອງ​ນັ້ນ; ທ່ານຈະ​ເຊື່ອ​ເລື່ອງ​ນີ້​ຄື​ກັນ; ແລະ ຖ້າ​ຫາກ​ທ່ານ​ເຊື່ອ​ເລື່ອງ​ນີ້ ທ່ານຈະ​ຮູ້​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ, ແລະ ຈະ​ຮູ້​ກ່ຽວ​ກັບ​ວຽກ​ງານ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ນຳ​ອີກ ຊຶ່ງ​ກະ​ທຳ​ຂຶ້ນ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ​ໃນ​ບັນ​ດາ​ພວກ​ເຂົາ.

10 ແລະ ທ່ານ​ຈະ​ຮູ້​ອີກ​ວ່າ ທ່ານ​ເປັນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ຂອງ​ຢາໂຄບ; ສະນັ້ນ ທ່ານ​ຈຶ່ງ​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ທຳ​ອິດ; ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ທ່ານ​ເຊື່ອ​ໃນ​ພຣະ​ຄຣິດ, ແລະ ຮັບ​ບັບຕິ​ສະມາ​ດ້ວຍ​ນ້ຳ​ກ່ອນ, ແລ້ວ​ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຕາມ ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຮົາ, ຕາມ​ສິ່ງ​ທີ່​ພຣະ​ອົງ​ບັນ​ຊາ​ພວກ​ເຮົາ, ມັນ​ຈະ​ດີ​ກັບ​ທ່ານ​ໃນ​ວັນ​ແຫ່ງ​ການ​ພິ​ພາກ​ສາ​ນັ້ນ. ອາແມນ.