ພຣະ​ຄຳ​ພີ
ມໍມອນ 2


ບົດ​ທີ 2

ມໍມອນ​ນຳ​ພາ​ກອງ​ທັບ​ນີໄຟ—ເລືອດ ແລະ ການ​ຂ້າ​ຟັນ​ຂະ​ຫຍາຍ​ອອກ​ໄປ​ທົ່ວ​ແຜ່ນ​ດິນ—ຊາວ​ນີໄຟ​ຄ່ຳ​ຄວນ ແລະ ໄວ້​ທຸກ​ເພາະ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ກັບ​ຄວາມ​ອັບ​ປະ​ໂຫຍດ—ວັນ​ເວລາ​ແຫ່ງ​ພຣະ​ຄຸນ​ຂອງ​ພວກ​ເຂົາ​ໄດ້​ຜ່ານ​ໄປ—ມໍມອນ​ຮັບ​ແຜ່ນ​ຈາລຶກ​ຂອງ​ນີໄຟ​ໄວ້—ສົງ​ຄາມ​ດຳ​ເນີນ​ຕໍ່​ໄປ. ປະ​ມານ ຄ.ສ. 327–350.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ດຽວ​ກັນ​ນັ້ນ ໄດ້​ມີ​ສົງ​ຄາມ​ອີກ​ລະຫວ່າງ​ຊາວ​ເລມັນ​ກັບ​ຊາວ​ນີໄຟ. ແລະ ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ເອງ​ກໍ​ມີ​ອາ​ຍຸ​ນ້ອຍ​ຢູ່​ແຕ່​ວ່າ​ມີ​ຮ່າງ​ກາຍ​ໃຫຍ່​ສູງ; ສະນັ້ນ ຜູ້​ຄົນ​ຂອງ​ນີໄຟ​ຈຶ່ງ​ໄດ້​ແຕ່ງ​ຕັ້ງ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ນຳ​ຂອງ​ພວກ​ເຂົາ, ຫລື ເປັນ​ຜູ້​ນຳ​ກອງ​ທັບ​ຂອງ​ພວກ​ເຂົາ.

2 ສະນັ້ນ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້​ສິບ​ຫົກ​ປີ ຂ້າ​ພະ​ເຈົ້າ​ໄດ້​ອອກ​ນຳ​ໜ້າ​ກອງ​ທັບ​ຂອງ​ຊາວ​ນີໄຟ​ເພື່ອ​ໄປ​ຕໍ່​ສູ້​ກັບ​ຊາວ​ເລມັນ; ສະນັ້ນ ເວລາ​ສາມ​ຮ້ອຍ​ຊາວ​ຫົກ​ປີ​ໄດ້​ຜ່ານ​ໄປ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ສາມ​ຮ້ອຍ​ຊາວ​ເຈັດ ຊາວ​ເລມັນ​ໄດ້​ເຂົ້າ​ມາ​ໂຈມ​ຕີ​ພວກ​ເຮົາ​ດ້ວຍ​ກຳ​ລັງ​ອັນ​ຫລວງ​ຫລາຍ​ທີ່​ສຸດ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໃຫ້​ກອງ​ທັບ​ຂອງ​ຂ້າ​ພະ​ເຈົ້າ​ຕົກ​ໃຈ; ສະນັ້ນ​ພວກ​ເຂົາ​ຈຶ່ງ ບໍ່​ຍອມ​ຕໍ່​ສູ້, ແລະ ພວກ​ເຂົາ​ເລີ່ມ​ຖອຍ​ໄປ​ຫາ​ແຜ່ນ​ດິນ​ທາງ​ເໜືອ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ມາ​ຮອດ​ເມືອງ​ໜຶ່ງ​ມີ​ຊື່​ວ່າ ອານ​ໂກ​ລາ, ແລະ ພວກ​ເຮົາ​ໄດ້​ເຂົ້າ​ໄປ​ເປັນ​ເຈົ້າ​ຂອງ​ເມືອງ​ນັ້ນ, ແລະ ໄດ້​ຕຽມ​ພ້ອມ​ເພື່ອ​ປ້ອງ​ກັນ​ຕົວ​ໃຫ້​ພົ້ນ​ຈາກ​ຊາວ​ເລມັນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເສີມ​ສ້າງ​ກຳ​ລັງ​ປ້ອງ​ກັນ​ເມືອງ​ຈົນ​ໝົດ​ຄວາມ​ສາ​ມາດ​ຂອງ​ພວກ​ເຮົາ; ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ໄດ້​ເສີມ​ສ້າງ​ກຳ​ລັງ​ທັງ​ໝົດ​ໄວ້​ກໍ​ຕາມ ແຕ່​ຊາວ​ເລມັນ​ກໍ​ຍັງ​ໄດ້​ມາ​ໂຈມ​ຕີ​ພວກ​ເຮົາ ແລະ ໄດ້​ຂັບ​ໄລ່​ພວກ​ເຮົາ​ອອກ​ຈາກ​ເມືອງ​ນັ້ນ​ໄປ.

5 ແລະ ພວກ​ເຂົາ​ໄດ້​ຂັບ​ໄລ່​ພວກ​ເຮົາ​ອອກ​ຈາກ​ແຜ່ນ​ດິນ​ດາວິດ​ນຳ​ອີກ.

6 ແລະ ພວກ​ເຮົາ​ໄດ້​ເດີນ​ທັບ​ຕໍ່​ໄປ ແລະ ມາ​ຮອດ​ແຜ່ນ​ດິນ​ໂຢ​ຊວຍ, ຊຶ່ງ​ຕັ້ງ​ຢູ່​ຕາມ​ຊາຍ​ແດນ​ທາງ​ຕາ​ເວັນ​ຕົກ​ໃກ້​ກັບ​ຝັ່ງ​ທະເລ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ທ້ອນ​ໂຮມ​ຜູ້​ຄົນ​ຂອງ​ພວກ​ເຮົາ​ຢ່າງ​ວ່ອງ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້, ເພື່ອ​ພວກ​ເຮົາ​ຈະ​ໄດ້​ທ້ອນ​ໂຮມ​ພວກ​ເຂົາ​ໄວ້​ເປັນ​ກຸ່ມ​ດຽວ​ກັນ.

8 ແຕ່​ຈົ່ງ​ເບິ່ງ, ແຜ່ນ​ດິນ​ນັ້ນ​ເຕັມ​ໄປ​ດ້ວຍ​ພວກ​ໂຈນ ແລະ ຊາວ​ເລມັນ; ແລະ ທັງໆ​ທີ່​ຄວາມ​ພິນາດ​ອັນ​ໃຫຍ່​ຫລວງ​ຊຶ່ງ​ລໍ​ຖ້າ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຢູ່, ພວກ​ເຂົາ​ກໍ​ບໍ່​ໄດ້​ກັບ​ໃຈ​ຈາກ​ການ​ເຮັດ​ຄວາມ​ຊົ່ວ​ຂອງ​ພວກ​ເຂົາ; ສະນັ້ນ ມັນ​ຈຶ່ງ​ມີ​ເລືອດ ແລະ ການ​ຂ້າ​ຟັນ​ຕະຫລອດ​ທົ່ວ​ຜືນ​ແຜ່ນ​ດິນ, ທັງ​ຝ່າຍ​ຊາວ​ເລມັນ ແລະ ຝ່າຍ​ຊາວ​ນີໄຟ​ເຊັ່ນ​ດຽວ​ກັນ; ແລະ ມັນ​ມີ​ການ​ປະ​ຕິ​ວັດ​ທົ່ວ​ຜືນ​ແຜ່ນ​ດິນ.

9 ແລະ ບັດ​ນີ້, ຊາວ​ເລມັນ​ມີ​ກະສັດ​ຄົນ​ໜຶ່ງ​ຊື່​ວ່າ ອາໂຣນ; ແລະ ລາວ​ໄດ້​ມາ​ສູ້​ຮົບ​ກັບ​ພວກ​ເຮົາ​ດ້ວຍ​ກຳ​ລັງ​ທັບ​ສີ່​ໝື່ນ​ສີ່​ພັນ​ຄົນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ຕໍ່​ຕ້ານ​ລາວ​ດ້ວຍ​ກຳ​ລັງ​ສີ່​ໝື່ນ​ສອງ​ພັນ​ຄົນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເອົາ​ຊະນະ​ລາວ​ດ້ວຍ​ກຳ​ລັງ​ກອງ​ທັບ​ຂອງ​ຂ້າ​ພະ​ເຈົ້າ​ຈົນ​ເຮັດ​ໃຫ້​ລາວ​ປົບ​ໜີ​ໄປ​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ. ແລະ ຈົ່ງ​ເບິ່ງ, ທັງ​ໝົດ​ນີ້​ໄດ້​ເປັນ​ໄປ ແລະ ສາມ​ຮ້ອຍ​ສາມ​ສິບ​ປີ​ກໍ​ໄດ້​ຜ່ານ​ໄປ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ນີໄຟ​ໄດ້​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ແລະ ເລີ່ມ​ຮ້ອງ​ໄຫ້​ຂຶ້ນ​ຄື​ກັນ​ກັບ​ທີ່​ສາດ​ສະ​ດາ​ຊາ​ມູ​ເອນ​ໄດ້​ທຳ​ນາຍ​ໄວ້; ເພາະ​ຈົ່ງ​ເບິ່ງ ບໍ່​ມີ​ຜູ້​ໃດ​ທີ່​ຈະ​ຮັກ​ສາ​ສິ່ງ​ທີ່​ເປັນ​ຂອງ​ຕົນ​ເອງ​ໄວ້​ໄດ້ ເພາະ​ວ່າ​ຂະ​ໂມຍ, ແລະ ໂຈນ, ແລະ ຄາດ​ຕະ​ກອນ, ແລະ ການ​ໃຊ້​ໄສ​ຍະ​ສາດ, ແລະ ການ​ໃຊ້​ເວດ​ມົນ, ແລະ ຄາ​ຖາ​ອາ​ຄົມ ຊຶ່ງ​ມີ​ຢູ່​ໃນ​ແຜ່ນ​ດິນ.

11 ມັນ​ຈຶ່ງ​ເລີ່ມ​ມີ​ການ​ໄວ້​ທຸກ ແລະ ມີ​ການ​ຄ່ຳ​ຄວນ​ຢູ່​ດັ່ງ​ນັ້ນ​ທົ່ວ​ຜືນ​ແຜ່ນ​ດິນ​ເພາະ​ສິ່ງ​ເຫລົ່າ​ນີ້, ແລະ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື​ເມື່ອ​ຂ້າ​ພະ​ເຈົ້າ​ມໍມອນ​ເຫັນ​ການ​ຄ່ຳ​ຄວນ ແລະ ການ​ໄວ້​ທຸກ​ຂອງ​ພວກ​ເຂົາ ແລະ ເຫັນ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ພວກ​ເຂົາ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເລີ່ມ​ປິ​ຕິ​ຍິນ​ດີ​ຢູ່​ພາຍ​ໃນ​ໂດຍ​ທີ່​ຮູ້​ຈັກ​ຄວາມ​ເມດ​ຕາ ແລະ ຄວາມ​ອົດ​ກັ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ສະນັ້ນ ໂດຍ​ທີ່​ຄິດ​ວ່າ​ພຣະ​ອົງ​ຈະ​ເມດ​ຕາ​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ປ່ຽນ​ໃຈ​ເປັນ​ຄົນ​ຊອບ​ທຳ​ອີກ.

13 ແຕ່​ຈົ່ງ​ເບິ່ງ ຄວາມ​ສຸກ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ມີ​ປະ​ໂຫຍດ​ອັນ​ໃດ​ເລີຍ ເພາະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ພວກ​ເຂົາ​ບໍ່​ແມ່ນ​ເພື່ອ​ການ​ກັບ​ໃຈ​ເພາະ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ; ແຕ່​ເປັນ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ຜູ້​ທີ່ ອັບ​ປະ​ໂຫຍດ​ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຍອມ​ໃຫ້​ພວກ​ເຂົາ​ໄດ້​ຮັບ ຄວາມ​ສຸກ​ໃນ​ບາບ​ສະເໝີ​ໄປ.

14 ແລະ ພວກ​ເຂົາ​ບໍ່​ໄດ້​ມາ​ຫາ​ພຣະ​ເຢຊູ​ດ້ວຍ ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ແຕ່​ວ່າ​ພວກ​ເຂົາ​ໄດ້ ສາບ​ແຊ່ງ​ພຣະ​ເຈົ້າ, ແລະ ປາດ​ຖະ​ໜາ​ທີ່​ຈະ​ຕາຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຍັງ​ດີ້ນ​ລົນ​ດ້ວຍ​ດາບ​ເພື່ອ​ປ້ອງ​ກັນ​ຊີ​ວິດ​ຂອງ​ພວກ​ເຂົາ​ຢູ່.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫວນ​ຄືນ​ມາ​ຫາ​ຂ້າ​ພະ​ເຈົ້າ​ອີກ, ແລະ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ວັນ​ແຫ່ງ ພຣະ​ຄຸນ​ສຳ​ລັບ​ພວກ​ເຂົາ​ໄດ້ ຜ່ານ​ໄປ​ແລ້ວ, ທັງ​ທາງ​ໂລກ ແລະ ທາງ​ວິນ​ຍານ; ເພາະ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພວກ​ເຂົາ​ຫລາຍ​ພັນ​ຄົນ​ຖືກ​ໂຄ່ນ​ລົງ​ຂະນະ​ທີ່​ພວກ​ເຂົາ​ມີ​ການ​ກະ​ບົດ​ຕໍ່​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຢ່າງ​ເປີດ​ເຜີຍ, ແລະ ກອງ​ກັນ​ຂຶ້ນ​ຄື​ກັນ​ກັບ​ກອງ​ຝຸ່ນ​ສັດ​ທີ່​ຢາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ. ແລະ ສາມ​ຮ້ອຍ​ສີ່​ສິບ​ສີ່​ປີ​ກໍ​ໄດ້​ຜ່ານ​ໄປ​ດັ່ງ​ນີ້.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ສາມ​ຮ້ອຍ​ສີ່​ສິບ​ຫ້າ ຊາວ​ນີໄຟ​ໄດ້​ເລີ່ມ​ໜີ​ໄປ​ທາງ​ໜ້າ​ຊາວ​ເລມັນ; ແລະ ພວກ​ເຂົາ​ຖືກ​ໄລ່​ຕິດ​ຕາມ​ໄປ​ຮອດ​ແຜ່ນ​ດິນ​ເຈ​ຊອນ, ກ່ອນ​ທີ່​ຊາວ​ເລມັນ​ຈະ​ສາ​ມາດ​ຢັບ​ຢັ້ງ​ຊາວ​ນີໄຟ​ໄວ້​ໄດ້.

17 ແລະ ບັດ​ນີ້, ເມືອງ​ເຈ​ຊອນ​ນີ້​ຕັ້ງ​ຢູ່​ໃກ້​ກັບ ແຜ່ນ​ດິນ​ທີ່​ອາມ​ມາ​ຣອນ​ໄດ້​ມ້ຽນ​ບັນ​ທຶກ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ມັນ​ຈະ​ບໍ່​ໄດ້​ຖືກ​ທຳ​ລາຍ. ແລະ ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກໍ​ໄດ້​ໄປ​ຕາມ​ຄຳ​ເວົ້າ​ຂອງ​ອາມ​ມາ​ຣອນ ແລະ ໄດ້​ເອົາ​ແຜ່ນ​ຈາລຶກ​ຂອງ​ນີໄຟ​ອອກ​ມາ ແລະ ໄດ້​ເຮັດ​ບັນ​ທຶກ​ຕາມ​ຄຳ​ເວົ້າ​ຂອງ​ອາມ​ມາ​ຣອນ.

18 ໃນ​ແຜ່ນ​ຈາລຶກ​ຂອງ​ນີໄຟ ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ເລື່ອງ​ລາວ​ຕ່າງໆ​ໄວ້​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ທັງ​ໝົດ; ແຕ່​ວ່າ​ໃນ ແຜ່ນ​ຈາລຶກ​ເຫລົ່າ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ບັນ​ທຶກ​ເລື່ອງ​ລາວ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ​ໄວ້, ເພາະ​ຈົ່ງ​ເບິ່ງ, ພາບ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ນັ້ນ​ມີ​ຢູ່​ໃນ​ສາຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ຕະຫລອດ​ເວລາ​ນັບ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ພໍ​ທີ່​ຈະ​ເຫັນ​ທາງ​ຂອງ​ມະນຸດ​ໄດ້.

19 ແລະ ຂ້າ​ພະ​ເຈົ້າ​ເປັນ​ທຸກ​ຫລາຍ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຄົນ​ເຫລົ່າ​ນີ້; ເພາະ​ວ່າ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຄົນ​ເຫລົ່າ​ນີ້​ມາ​ຕະຫລອດ​ວັນ​ເວລາ​ຂອງ​ຂ້າ​ພະ​ເຈົ້າ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຍັງ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຈະ​ຖືກ ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ນີ້​ຜູ້​ຄົນ​ຂອງ​ນີໄຟ​ຖືກ​ຂ້າ​ຕາຍ ແລະ ຖືກ​ຂັບ​ໄລ່​ອອກ​ໄປ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ຖືກ​ຂັບ​ໄລ່​ຂຶ້ນ​ໄປ​ທາງ​ເໜືອ ຈົນ​ວ່າ​ພວກ​ເຮົາ​ມາ​ຮອດ​ແຜ່ນ​ດິນ​ທີ່​ມີ​ຊື່​ວ່າ ເຊມ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເສີມ​ກຳ​ລັງ​ເມືອງ​ເຊມ​ຂຶ້ນ, ແລະ ພວກ​ເຮົາ​ໄດ້​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພວກ​ເຮົາ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້, ເພື່ອ​ບາງ​ທີ​ພວກ​ເຮົາ​ອາດ​ຈະ​ຊ່ວຍ​ກັນ​ໃຫ້​ພົ້ນ​ຈາກ​ຄວາມ​ພິນາດ​ໄດ້.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສາມ​ຮ້ອຍ​ສີ່​ສິບ​ຫົກ ພວກ​ເຂົາ​ໄດ້​ເລີ່ມ​ມາ​ໂຈມ​ຕີ​ພວກ​ເຮົາ​ອີກ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ ແລະ ໄດ້​ຂໍ​ຮ້ອງ​ຢ່າງ​ຈິງ​ຈັງ​ເພື່ອ​ໃຫ້​ພວກ​ເຂົາ​ຢືນ ຕໍ່​ສູ້​ຢ່າງ​ກ້າ​ຫານ​ຕໍ່​ໜ້າ​ຊາວ​ເລມັນ​ເພື່ອ​ເມຍ​ຂອງ​ພວກ​ເຂົາ, ແລະ ເພື່ອ​ລູກ​ຂອງ​ພວກ​ເຂົາ, ແລະ ເພື່ອ​ເຮືອນ​ຂອງ​ພວກ​ເຂົາ, ແລະ ເພື່ອ​ບ້ານ​ຂອງ​ພວກ​ເຂົາ.

24 ແລະ ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ປຸກ​ລະ​ດົມ​ໃຫ້​ພວກ​ເຂົາ​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ແດ່, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ບໍ່​ໄດ້​ປົບ​ໜີ​ໄປ​ຕໍ່​ໜ້າ​ຊາວ​ເລມັນ, ແຕ່​ໄດ້​ຢືນ​ດ້ວຍ​ຄວາມ​ກ້າ​ຫານ​ຕໍ່​ສູ້​ພວກ​ເຂົາ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຕໍ່​ສູ້​ດ້ວຍ​ກຳ​ລັງ​ທັບ​ສາມ​ໝື່ນ​ຄົນ ຕ້ານ​ກັບ​ກຳ​ລັງ​ທັບ​ຫ້າ​ໝື່ນ​ຄົນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຢືນ​ຕໍ່​ສູ້​ດ້ວຍ​ຄວາມ​ໝັ້ນ​ຄົງ ຈົນ​ວ່າ​ພວກ​ເຂົາ​ໄດ້​ໜີ​ໄປ​ຕໍ່​ໜ້າ​ພວກ​ເຮົາ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ກຳ​ລັງ​ໜີ​ໄປ​ນັ້ນ ພວກ​ເຮົາ​ໄດ້​ໄລ່​ຕິດ​ຕາມ​ໄປ​ດ້ວຍ​ກຳ​ລັງ​ທັບ​ຂອງ​ພວກ​ເຮົາ, ແລະ ໄດ້​ພົບ​ກັບ​ພວກ​ເຂົາ​ອີກ, ແລະ ໄດ້​ເອົາ​ຊະນະ​ພວກ​ເຂົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ບໍ່​ໄດ້​ຢູ່​ກັບ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ໄດ້​ໃຊ້​ກຳ​ລັງ​ຂອງ​ຕົນ​ເອງ, ເພາະ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ສະ​ຖິດ​ຢູ່​ກັບ​ພວກ​ເຮົາ; ສະນັ້ນ ພວກ​ເຮົາ​ຈຶ່ງ​ກັບ​ມາ​ອ່ອນ​ແອ​ຄື​ກັນ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຮົາ.

27 ແລະ ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເສົ້າ​ສະ​ຫລົດ​ຍ້ອນ​ວ່າ​ຄວາມ​ສູນ​ເສຍ​ອັນ​ໃຫຍ່​ຫລວງ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ. ແຕ່​ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ອອກ​ໄປ​ສູ້​ຮົບ​ກັບ​ຊາວ​ເລມັນ ແລະ ກັບ​ພວກ​ໂຈນ​ແກ​ດີ​ອານ​ທັນ, ຈົນ​ວ່າ​ພວກ​ເຮົາ​ໄດ້​ເຂົ້າ​ຍຶດ​ເອົາ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຮົາ​ຄືນ​ມາ​ອີກ.

28 ແລະ ປີ​ທີ​ສາມ​ຮ້ອຍ​ສີ່​ສິບ​ເກົ້າ​ໄດ້​ຜ່ານ​ພົ້ນ​ໄປ. ແລະ ໃນ​ປີ​ທີ​ສາມ​ຮ້ອຍ​ຫ້າ​ສິບ ພວກ​ເຮົາ​ໄດ້​ເຮັດ​ຂໍ້​ຕົກ​ລົງ​ກັບ​ຊາວ​ເລມັນ ແລະ ພວກ​ໂຈນ​ແກ​ດີ​ອານ​ທັນ, ຊຶ່ງ​ໃນ​ນັ້ນ​ພວກ​ເຮົາ​ໄດ້​ແບ່ງ​ປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຮົາ.

29 ແລະ ຊາວ​ເລມັນ​ໄດ້​ມອບ​ແຜ່ນ​ດິນ​ທາງ​ເໜືອ​ໃຫ້​ແກ່​ພວກ​ເຮົາ, ແທ້​ຈິງ​ແລ້ວ, ຈົນ​ຮອດ ທາງ​ແຄບ ຊຶ່ງ​ນຳ​ໄປ​ສູ່​ແຜ່ນ​ດິນ​ທາງ​ໃຕ້. ແລະ ພວກ​ເຮົາ​ໄດ້​ມອບ​ແຜ່ນ​ດິນ​ທາງ​ໃຕ້​ທັງ​ໝົດ​ໃຫ້​ຊາວ​ເລມັນ.