ພຣະ​ຄຳ​ພີ
ມໍມອນ 3


ບົດ​ທີ 3

ມໍມອນ​ຮ້ອງ​ການ​ກັບ​ໃຈ​ຕໍ່​ຊາວ​ນີໄຟ—ພວກ​ເຂົາ​ໄດ້​ຮັບ​ໄຊ​ຊະນະ​ອັນ​ຍິ່ງ​ໃຫຍ່ ແລະ ອວດ​ອ້າງ​ໃນ​ພະ​ລັງ​ຂອງ​ຕົນ​ເອງ—ມໍມອນ​ປະ​ຕິ​ເສດ​ບໍ່​ນຳ​ພາ​ພວກ​ເຂົາ, ແລະ ເພິ່ນ​ອະ​ທິ​ຖານ​ເພື່ອ​ພວກ​ເຂົາ​ຢ່າງ​ໝົດ​ຫວັງ—ພຣະ​ຄຳ​ພີ​ມໍມອນ​ເຊື້ອ​ເຊີນ​ສິບ​ສອງ​ເຜົ່າ​ຂອງ​ອິດສະ​ຣາເອນ​ໃຫ້​ເຊື່ອ​ໃນ​ພຣະ​ກິດ​ຕິ​ຄຸນ. ປະ​ມານ ຄ.ສ. 360–362.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ບໍ່​ໄດ້​ມາ​ສູ້​ຮົບ​ອີກ​ຈົນ​ວ່າ​ເວລາ​ສິບ​ປີ​ຜ່ານ​ໄປ. ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຊາວ​ນີໄຟ, ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ຕຽມ​ບ້ານ​ເມືອງ ແລະ ຕຽມ​ອາ​ວຸດ​ຂອງ​ພວກ​ເຂົາ​ໄວ້​ສຳ​ລັບ​ເວລາ​ສູ້​ຮົບ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ໃຫ້​ປ່າວ​ເຕືອນ​ຜູ້​ຄົນ​ພວກ​ນີ້​ວ່າ—ຈົ່ງ​ກັບ​ໃຈ, ແລະ ມາ​ຫາ​ເຮົາ, ແລະ ຮັບ​ບັບຕິ​ສະມາ, ແລະ ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຂຶ້ນ​ອີກ, ແລະ ເຈົ້າ​ຈະ​ໄດ້​ຮັບ​ການ​ໄວ້​ຊີ​ວິດ.

3 ແລະ ຂ້າ​ພະ​ເຈົ້າ​ໄດ້​ປ່າວ​ເຕືອນ​ຜູ້​ຄົນ​ພວກ​ນີ້, ແຕ່​ກໍ​ບໍ່​ໄດ້​ຜົນ; ແລະ ພວກ​ເຂົາ​ບໍ່​ເຂົ້າ​ໃຈ​ວ່າ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ນີ້​ແຫລະ​ທີ່​ໄວ້​ຊີ​ວິດ​ຂອງ​ພວກ​ເຂົາ​ມາ​ຕະຫລອດ, ແລະ ໃຫ້​ໂອ​ກາດ​ພວກ​ເຂົາ​ເພື່ອ​ຈະ​ມີ​ການ​ກັບ​ໃຈ. ແລະ ຈົ່ງ​ເບິ່ງ ພວກ​ເຂົາ​ໄດ້​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ສິບ​ປີ​ນີ້​ຜ່ານ​ໄປ, ຊຶ່ງ​ລວມ​ເປັນ​ສາມ​ຮ້ອຍ​ຫົກ​ສິບ​ປີ ນັບ​ຕັ້ງ​ແຕ່​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ, ກະສັດ​ຊາວ​ເລມັນ​ໄດ້​ສົ່ງ​ສານ​ມາ​ຫາ​ຂ້າ​ພະ​ເຈົ້າ​ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ວ່າ ພວກ​ເຂົາ​ກຳ​ລັງ​ຈະ​ຍົກ​ທັບ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ​ອີກ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ແຜ່ນ​ດິນ​ຮ້າງ, ໄປ​ຫາ​ເມືອງ​ໜຶ່ງ​ຊຶ່ງ​ຢູ່​ໃນ​ຊາຍ​ແດນ​ໃກ້​ກັບ​ທາງ​ແຄບ, ຊຶ່ງ​ນຳ​ໄປ​ຫາ​ແຜ່ນ​ດິນ​ທາງ​ໃຕ້.

6 ແລະ ບ່ອນ​ນັ້ນ​ພວກ​ເຮົາ​ໄດ້​ວາງ​ກອງ​ທັບ​ຂອງ​ພວກ​ເຮົາ​ໄວ້​ເພື່ອ​ວ່າ​ພວກ​ເຮົາ​ຈະ​ໄດ້​ສະ​ກັດ​ກັ້ນ​ກອງ​ທັບ​ຊາວ​ເລມັນ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ມາ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ຕອນ​ໃດໆ​ຂອງ​ພວກ​ເຮົາ; ສະນັ້ນ ພວກ​ເຮົາ​ຈຶ່ງ​ໄດ້​ເສີມ​ກຳ​ລັງ​ຕ້ານ​ທານ​ພວກ​ເຂົາ​ໄວ້ ດ້ວຍ​ກຳ​ລັງ​ທັງ​ໝົດ​ຂອງ​ພວກ​ເຮົາ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ສາມ​ຮ້ອຍ​ຫົກ​ສິບ​ເອັດ ຊາວ​ເລມັນ​ໄດ້​ຍົກ​ກອງ​ທັບ​ລົງ​ມາ​ຮອດ​ເມືອງ​ຮ້າງ ເພື່ອ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ນັ້ນ ພວກ​ເຮົາ​ໄດ້​ເອົາ​ຊະນະ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ແຕກ​ຖອຍ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເອງ​ອີກ.

8 ແລະ ໃນ​ປີ​ທີ​ສາມ​ຮ້ອຍ​ຫົກ​ສິບ​ສອງ ພວກ​ເຂົາ​ໄດ້​ຍົກ​ທັບ​ລົງ​ມາ​ສູ້​ຮົບ​ອີກ. ແລະ ພວກ​ເຮົາ​ໄດ້​ເອົາ​ຊະນະ​ພວກ​ເຂົາ​ອີກ, ແລະ ໄດ້​ຂ້າ​ພວກ​ເຂົາ​ເປັນ​ຈຳນວນ​ຫລວງ​ຫລາຍ, ແລະ ໄດ້​ໂຍນ​ສົບ​ຂອງ​ພວກ​ເຂົາ​ລົງ​ໃນ​ທະເລ.

9 ແລະ ບັດ​ນີ້, ຍ້ອນ​ວ່າ​ສິ່ງ​ຍິ່ງ​ໃຫຍ່​ຊຶ່ງ​ຊາວ​ນີໄຟ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໄປ, ພວກ​ເຂົາ​ຈຶ່ງ​ເລີ່ມ​ຕົ້ນ ອວດ​ອ້າງ​ໃນ​ພະ​ລັງ​ຂອງ​ຕົນ​ເອງ, ແລະ ເລີ່ມ​ສາບານ​ຕໍ່​ຟ້າ​ສະຫວັນ​ວ່າ ພວກ​ເຂົາ​ຈະ​ແກ້​ແຄ້ນ​ດ້ວຍ​ຕົນ​ເອງ ເພື່ອ​ເລືອດ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຜູ້​ທີ່​ຖືກ​ສັດ​ຕູ​ຂອງ​ພວກ​ເຂົາ​ຂ້າ​ຕາຍ.

10 ແລະ ພວກ​ເຂົາ​ໄດ້​ສາບານ​ໂດຍ​ອ້າງ​ເຖິງ​ຟ້າ​ສະ​ຫັວນ, ແລະ ໂດຍ​ອ້າງ​ເຖິງ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ​ນຳ​ອີກ, ວ່າ​ພວກ​ເຂົາ ຈະ​ຂຶ້ນ​ໄປ​ສູ້​ຮົບ​ກັບ​ສັດ​ຕູ​ຂອງ​ພວກ​ເຂົາ, ແລະ ຈະ​ທຳ​ລາຍ​ພວກ​ເຂົາ​ໃຫ້​ສູນ​ສິ້ນ​ໄປ​ຈາກ​ແຜ່ນ​ດິນ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື​ຂ້າ​ພະ​ເຈົ້າ​ມໍມອນ​ໄດ້​ປະ​ຕິ​ເສດ​ເດັດ​ຂາດ​ນັບ​ແຕ່​ເວລາ​ນັ້ນ​ໄປ​ວ່າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ ແລະ ເປັນ​ຜູ້​ນຳ​ຂອງ​ຜູ້​ຄົນ​ພວກ​ນີ້, ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ.

12 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ນຳ​ພາ​ພວກ​ເຂົາ​ຫລາຍ​ເທື່ອ​ມາ​ແລ້ວ​ໂດຍ​ບໍ່​ໄດ້​ຄິດ​ຄຳ​ນຶງ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແລະ ໄດ້​ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ຕາມ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຊຶ່ງ​ມີ​ຢູ່​ໃນ​ຂ້າ​ພະ​ເຈົ້າ; ແລະ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ທຸ້ມ​ເທ​ອອກ​ມາ​ໃນ​ຄຳ​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຕະຫລອດ​ທັງ​ວັນ​ເພື່ອ​ພວກ​ເຂົາ; ແຕ່​ປານ​ນັ້ນ ພວກ​ເຂົາ​ກໍ​ຍັງ ບໍ່​ມີ​ສັດທາ, ຍ້ອນ​ວ່າ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ.

13 ແລະ ສາມ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ, ແຕ່​ພວກ​ເຂົາ​ກໍ​ຍັງ​ບໍ່​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ​ເລີຍ.

14 ແລະ ເວລາ​ພວກ​ເຂົາ ສາບານ​ໂດຍ​ອ້າງ​ເຖິງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ​ຂອງ​ພວກ​ເຮົາ​ຊົງ​ຫ້າມ, ວ່າ​ພວກ​ເຂົາ​ຈະ​ຂຶ້ນ​ໄປ​ຫາ​ສັດ​ຕູ​ເພື່ອ​ສູ້​ຮົບ ແລະ ແກ້​ແຄ້ນ​ດ້ວຍ​ຕົນ​ເອງ ແທນ​ເລືອດ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ຈົ່ງ​ເບິ່ງ ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຫາ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ:

15 ການ​ແກ້​ແຄ້ນ​ເປັນ​ຂອງ​ເຮົາ, ແລະ ເຮົາ​ຈະ ຕອບ​ໂຕ້​ໃຫ້; ແລະ ເປັນ​ຍ້ອນ​ວ່າ​ຜູ້​ຄົນ​ພວກ​ນີ້​ບໍ່​ໄດ້​ກັບ​ໃຈ​ຫລັງ​ຈາກ​ທີ່​ເຮົາ​ໄດ້​ປົດ​ປ່ອຍ​ພວກ​ເຂົາ, ຈົ່ງ​ເບິ່ງ, ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ​ໃຫ້​ສູນ​ສິ້ນ​ໄປ​ອອກ​ຈາກ​ຜືນ​ແຜ່ນ​ດິນ​ໂລກ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ເສດ​ຢ່າງ​ເດັດ​ຂາດ​ວ່າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຂຶ້ນ​ໄປ​ສູ້​ຮົບ​ກັບ​ສັດ​ຕູ​ຂອງ​ຂ້າ​ພະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຕາມ​ຄຳ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ໄດ້​ຢືນ​ເປັນ​ພະຍານ​ເປັນ​ຄົນ​ກາງ ເພື່ອ​ສະແດງ​ໃຫ້​ປະຈັກ​ແກ່​ໂລກ​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ​ຕາມ​ການ​ສະແດງ​ໃຫ້​ປະຈັກ​ຂອງ​ພຣະ​ວິນ​ຍານ ຊຶ່ງ​ໄດ້​ໃຫ້​ຫລັກ​ຖານ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ມາ​ເຖິງ.

17 ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຂຽນ ຫາ​ທ່ານ​ຜູ້​ເປັນ​ຄົນ​ຕ່າງ​ຊາດ, ແລະ ຫາ​ທ່ານ​ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ​ນຳ​ອີກ, ເມື່ອ​ເຖິງ​ເວລາ​ທີ່​ວຽກ​ງານ​ຈະ​ເລີ່ມ​ຕົ້ນ, ວ່າ​ທ່ານ​ຈະ​ຕຽມ​ພ້ອມ​ເພື່ອ​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ທ່ານ;

18 ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂຽນ​ຫາ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ; ແທ້​ຈິງ​ແລ້ວ, ຂຽນ​ຫາ​ທ່ານ​ຜູ້​ເປັນ​ສິບ​ສອງ​ເຜົ່າ​ຂອງ​ອິດສະ​ຣາເອນ, ຜູ້​ທີ່​ຈະ​ໄດ້​ຮັບ ການ​ຕັດ​ສິນ​ຕາມ​ວຽກ​ງານ​ຂອງ​ທ່ານ​ໂດຍ​ຄົນ​ສິບ​ສອງ​ເຜົ່າ ຊຶ່ງ​ພຣະ​ເຢຊູ​ໄດ້​ເລືອກ​ໄວ້​ໃຫ້​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃນ​ແຜ່ນ​ດິນ​ເຢຣູ​ຊາເລັມ.

19 ແລະ ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ຫາ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ຜູ້​ຄົນ​ພວກ​ນີ້​ອີກ, ຜູ້​ທີ່​ຈະ​ຮັບ​ການ​ຕັດ​ສິນ​ໂດຍ​ຄົນ ສິບ​ສອງ​ຄົນ ຜູ້​ທີ່​ພຣະ​ເຢຊູ​ໄດ້​ເລືອກ​ໄວ້​ໃນ​ແຜ່ນ​ດິນ​ນີ້; ແລະ ພວກ​ເຂົາ​ກໍ​ຈະ​ໄດ້​ຮັບ​ການ​ຕັດ​ສິນ​ຈາກ​ຄົນ​ສິບ​ສອງ​ຄົນ ຊຶ່ງ​ພຣະ​ເຢຊູ​ໄດ້​ເລືອກ​ໄວ້​ໃນ​ແຜ່ນ​ດິນ​ເຢຣູ​ຊາເລັມ​ນຳ​ອີກ.

20 ແລະ ພຣະ​ວິນ​ຍານ​ໄດ້​ສະແດງ​ສິ່ງ​ເຫລົ່າ​ນີ້​ໃຫ້​ປະຈັກ​ແກ່​ຂ້າ​ພະ​ເຈົ້າ; ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຂຽນ​ຫາ​ທ່ານ​ທຸກ​ຄົນ. ແລະ ດ້ວຍ​ເຫດ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ຂຽນ​ຫາ​ທ່ານ​ເພື່ອ​ທ່ານ​ຈະ​ໄດ້​ຮູ້​ຈັກ​ວ່າ ທ່ານ​ທຸກ​ຄົນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່​ໜ້າ ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ, ແທ້​ຈິງ​ແລ້ວ, ທຸກ​ຄົນ​ທີ່​ເປັນ​ເຊື້ອ​ສາຍ ແລະ ເປັນ ຄອບ​ຄົວ​ມະນຸດ​ຂອງ​ອາດາມ; ແລະ ວ່າ​ທຸກ​ຄົນ​ຈະ​ຕ້ອງ​ຢືນ​ຮັບ​ການ​ຕັດ​ສິນ​ຕາມ​ຜົນ​ງານ​ຂອງ​ທ່ານ, ບໍ່​ວ່າ​ມັນ​ຈະ​ດີ ຫລື ຊົ່ວ;

21 ແລະ ເພື່ອ​ທ່ານ​ຈະ​ໄດ້ ເຊື່ອ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ຊຶ່ງ​ທ່ານ​ຈະ​ມີ​ມັນ​ຢູ່​ໃນ​ບັນ​ດາ​ພວກ​ທ່ານ; ແລະ ເພື່ອ​ວ່າ ຊາວ​ຢິວ ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ມີ ພະຍານ​ອື່ນ​ອີກ​ນອກ​ຈາກ​ພຣະ​ອົງ ຜູ້​ທີ່​ພວກ​ເຂົາ​ໄດ້​ເຫັນ ແລະ ໄດ້​ຍິນ, ວ່າ​ພຣະ​ເຢຊູ​ຜູ້​ທີ່​ພວ​ກ​ເຂົາ​ຂ້າ, ຄື ພຣະ​ຄຣິດ​ອົງ​ນັ້ນ ແລະ ພຣະ​ເຈົ້າ​ອົງ​ນັ້ນ.

22 ແລະ ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ຊັກ​ຊວນ​ທ່ານ ທັງ​ຫລາຍ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ໃຫ້​ກັບ​ໃຈ ແລະ ຕຽມ​ຕົວ​ເພື່ອ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ.