ພຣະ​ຄຳ​ພີ
ມໍມອນ 4


ບົດ​ທີ 4

ສົງ​ຄາມ ແລະ ການ​ຂ້າ​ຟັນ​ລັນ​ແທງ​ເກີດ​ຂຶ້ນ​ຕໍ່​ໄປ—ຄົນ​ຊົ່ວ​ທຳ​ລາຍ​ຄົນ​ຊົ່ວ—ຄວາມ​ຊົ່ວ​ຮ້າຍ​ເກີດ​ຂຶ້ນ​ຊຶ່ງ​ຮ້າຍ​ແຮງ​ກວ່າ​ທີ່​ເຄີຍ​ເປັນ​ມາ​ໃນ​ອິດສະ​ຣາເອນ​ທັງ​ໝົດ—ພວກ​ຜູ້​ຍິງ ແລະ ເດັກ​ນ້ອຍ​ຖືກ​ມອບ​ໃຫ້​ເປັນ​ເຄື່ອງ​ຖວາຍ​ແກ່​ຮູບ​ບູຊາ—ຊາວ​ເລມັນ​ເລີ່ມ​ກຳ​ຈັດ​ຊາວ​ນີໄຟ​ຢູ່​ຕໍ່​ໜ້າ​ພວກ​ເຂົາ. ປະ​ມານ ຄ.ສ. 363–375.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສາມ​ຮ້ອຍ​ຫົກ​ສິບ​ສາມ ຊາວ​ນີໄຟ​ໄດ້​ຍົກ​ກອງ​ທັບ​ຂອງ​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ຮ້າງ​ຂຶ້ນ​ໄປ​ສູ້​ຮົບ​ກັບ​ຊາວ​ເລມັນ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກອງ​ທັບ​ຂອງ​ຊາວ​ນີໄຟ​ໄດ້​ຖືກ​ຂັບ​ໄລ່​ຄືນ​ມາ​ຍັງ​ແຜ່ນ​ດິນ​ຮ້າງ​ອີກ. ແລະ ເວລາ​ທີ່​ພວກ​ເຂົາ​ຍັງ​ອິດ​ເມື່ອຍ​ຢູ່​ນັ້ນ, ກອງ​ທັບ​ຊຶ່ງ​ຍັງ​ສົດ​ຊື່ນ​ຢູ່​ຂອງ​ຊາວ​ເລມັນ​ໄດ້​ເຂົ້າ​ມາ​ໂຈມ​ຕີ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ຕໍ່​ສູ້​ກັນ​ຢ່າງ​ຮຸນ​ແຮງ, ເຖິງ​ຂະ​ໜາດ​ທີ່​ຊາວ​ເລມັນ​ເຂົ້າ​ເປັນ​ເຈົ້າ​ຂອງ​ເມືອງ​ຮ້າງ, ແລະ ໄດ້​ຂ້າ​ຊາວ​ນີໄຟ​ເປັນ​ຈຳນວນ​ຫລວງ​ຫລາຍ, ທັງ​ໄດ້​ຈັບ​ຊາວ​ນີໄຟ​ໄປ​ເປັນ​ຊະ​ເລີຍ​ເປັນ​ຈຳນວນ​ຫລວງ​ຫລາຍ.

3 ແລະ ພວກ​ທີ່​ເຫລືອ​ຕາຍ​ໄດ້​ໜີ​ໄປ​ຢູ່​ກັບ​ຜູ້​ອາ​ໄສ​ຢູ່​ໃນ​ເມືອງ​ທີ​ອານ​ຄຳ. ບັດ​ນີ້​ເມືອງ​ທີ​ອານ​ຄຳ​ນີ້​ຕັ້ງ​ຢູ່​ໃນ​ຊາຍ​ແດນ​ໃກ້​ຝັ່ງ​ທະເລ; ແລະ ມັນ​ກໍ​ຢູ່​ໃກ້​ເມືອງ​ຮ້າງ​ອີກ.

4 ແລະ ຍ້ອນ​ວ່າ​ກອງ​ທັບ​ຂອງ​ຊາວ​ນີໄຟ​ຍົກ​ທັບ​ຂຶ້ນ​ໄປ​ຕີ​ຊາວ​ເລມັນ ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ຖືກ​ຟາດ​ຟັນ; ເພາະ​ຖ້າ​ຫາກ​ບໍ່​ແມ່ນ​ຍ້ອນ​ການ​ຍົກ​ທັບ​ໄປ​ຕີ​ນັ້ນ, ຊາວ​ເລມັນ​ຈະ​ບໍ່​ມີ​ອຳນາດ​ເໜືອ​ພວກ​ເຂົາ​ໄດ້.

5 ແຕ່​ຈົ່ງ​ເບິ່ງ, ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ຈະ​ຕາມ​ທັນ​ຄົນ​ຊົ່ວ; ແລະ ມັນ​ແມ່ນ​ຄົນ​ຊົ່ວ​ທີ່​ຖືກ​ຄົນ​ຊົ່ວ ລົງ​ໂທດ; ເພາະ​ມັນ​ແມ່ນ​ຄົນ​ຊົ່ວ​ນີ້​ແຫລະ​ທີ່​ຍຸ​ຍົງ​ໃຈ​ຂອງ​ລູກ​ຫລານ​ມະນຸດ​ໃຫ້​ຂ້າ​ຟັນ​ກັນ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ໄດ້​ຕຽມ​ພ້ອມ​ເພື່ອ​ຈະ​ໄດ້​ຍົກ​ກອງ​ທັບ​ມາ​ຕີ​ເອົາ​ເມືອງ​ທີ​ອານ​ຄຳ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສາມ​ຮ້ອຍ​ຫົກ​ສິບ​ສີ່ ຊາວ​ເລມັນ​ໄດ້​ຍົກ​ທັບ​ມາ​ຕີ​ເມືອງ​ທີ​ອານ​ຄຳ ເພື່ອ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ເມືອງ​ທີ​ອານ​ຄຳ​ນຳ​ອີກ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຖືກ​ຊາວ​ນີໄຟ​ຕີ​ໂຕ້​ຕອບ ແລະ ຂັບ​ໄລ່​ກັບ​ຄືນ​ໄປ. ແລະ ເມື່ອ​ຊາວ​ນີໄຟ​ເຫັນ​ວ່າ​ຕົນ​ໄດ້​ຂັບ​ໄລ່​ຊາວ​ເລມັນ​ກັບ​ຄືນ​ໄປ, ພວກ​ເຂົາ​ກໍ​ໄດ້​ອວດ​ອ້າງ​ພະ​ລັງ​ຂອງ​ຕົນ​ອີກ; ແລະ ພວກ​ເຂົາ​ໄດ້​ຍົກ​ທັບ​ອອກ​ໄປ​ດ້ວຍ​ສຸດ​ກຳ​ລັງ​ຂອງ​ຕົນ, ແລະ ເຂົ້າ​ຍຶດ​ເອົາ​ເມືອງ​ຮ້າງ​ຄືນ​ມາ​ອີກ.

9 ແລະ ບັດ​ນີ້​ເລື່ອງ​ທັງ​ໝົດ​ນີ້​ໄດ້​ເກີດ​ຂຶ້ນ​ແລ້ວ, ແລະ ທັງ​ສອງ​ຝ່າຍ​ມີ​ຄົນ​ນັບ​ເປັນ​ຫລາຍ​ພັນ​ຖືກ​ຂ້າ​ຕາຍ, ທັງ​ຊາວ​ນີໄຟ ແລະ ຊາວ​ເລມັນ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ສາມ​ຮ້ອຍ​ຫົກ​ສິບ​ຫົກ​ໄດ້​ຜ່ານ​ໄປ, ແລະ ຊາວ​ເລມັນ​ໄດ້​ຍົກ​ທັບ​ມາ​ສູ້​ຮົບ​ກັບ​ຊາວ​ນີໄຟ​ອີກ; ແຕ່​ຊາວ​ນີໄຟ​ກໍ​ບໍ່​ໄດ້​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ທີ່​ພວກ​ເຂົາ​ເຮັດ​ໄປ​ນັ້ນ, ແລະ ຍັງ​ຄົງ​ຈົມ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ຢູ່​ຕະຫລອດ​ເວລາ.

11 ແລະ ມັນ​ເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ລີ້ນ​ທີ່​ຈະ​ບັນ​ລະ​ຍາຍ, ຫລື ສຳ​ລັບ​ມະນຸດ​ທີ່​ຈະ​ຂຽນ​ຄຳ​ບັນ​ລະ​ຍາຍ​ຢ່າງ​ບໍ​ລິ​ບູນ​ເຖິງ​ພາບ​ອັນ​ໜ້າ​ຫວາດ​ກົວ​ຂອງ​ເລືອດ ແລະ ການ​ຂ້າ​ຟັນ​ຊຶ່ງ​ມີ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ, ທັງ​ຂອງ​ຊາວ​ນີໄຟ ແລະ ຊາວ​ເລມັນ; ແລະ ໃຈ​ທຸກ​ດວງ​ແຂງ​ກະ​ດ້າງ​ຈົນ​ເບີກ​ບານ​ໃນ​ການ​ຫລັ່ງ​ເລືອດ​ຢູ່​ຕະຫລອດ​ເວລາ.

12 ແລະ ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ ມັນ​ບໍ່​ເຄີຍ​ມີ ຄວາມ​ຊົ່ວ​ຮ້າຍ​ຢ່າງ​ໃຫຍ່​ຫລວງ​ເຊັ່ນ​ນີ້​ມາ​ກ່ອນ​ເລີຍ​ໃນ​ບັນດາ​ລູກ​ຫລານ​ຂອງ​ລີໄຮ, ຫລື ແມ່ນ​ແຕ່ໃນ​ບັນດາ​ເຊື້ອ​ສາຍ​ອິດສະ​ຣາເອນ​ທັງ​ໝົດ, ດັ່ງ​ທີ່​ເປັນ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ພວກ​ນີ້.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ໄດ້​ເຂົ້າ​ເປັນ​ເຈົ້າ​ຂອງ​ເມືອງ​ຮ້າງ, ແລະ ນີ້​ເພາະ​ວ່າ ຈຳນວນ​ຄົນ​ຂອງ​ພວກ​ເຂົາ​ມີ​ຫລາຍ​ກວ່າ​ຈຳນວນ​ຄົນ​ຂອງ​ຊາວ​ນີໄຟ.

14 ແລະ ພວກ​ເຂົາ​ໄດ້​ເດີນ​ທັບ​ມຸ້ງ​ໜ້າ​ໄປ​ຕີ​ເອົາ​ເມືອງ​ທີ​ອານ​ຄຳ​ອີກ, ແລະ ໄດ້​ຂັບ​ໄລ່​ຜູ້​ອາ​ໄສ​ອອກ​ຈາກ​ເມືອງ​ນັ້ນ​ໄປ, ແລະ ໄດ້​ຈັບ​ເອົາ​ຫລາຍ​ຄົນ​ໄປ​ເປັນ​ຊະ​ເລີຍ​ເສິກ​ລວມ​ທັງ​ພວກ​ຜູ້​ຍິງ ແລະ ເດັກ​ນ້ອຍ, ແລະ ໄດ້​ມອບ​ພວກ​ເຂົາ​ເປັນ​ເຄື່ອງ​ຖວາຍ​ແກ່​ພຣະ​ເຈົ້າ​ທີ່​ເປັນ ຮູບ​ບູຊາ​ຂອງ​ພວກ​ເຂົາ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ສາມ​ຮ້ອຍ​ຫົກ​ສິບ​ເຈັດ, ຊາວ​ນີໄຟ​ໂດຍ​ທີ່​ມີ​ຄວາມ​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ​ຍ້ອນ​ວ່າ​ຊາວ​ເລມັນ​ໄດ້​ເອົາ​ພວກ​ຜູ້​ຍິງ ແລະ ເດັກ​ນ້ອຍ​ຂອງ​ພວກ​ເຂົາ​ໄປ​ເປັນ​ເຄື່ອງ​ຖວາຍ, ພວກ​ເຂົາ​ຈຶ່ງ​ໄດ້​ຍົກ​ທັບ​ໄປ​ສູ້​ຮົບ​ກັບ​ຊາວ​ເລມັນ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ທີ່​ສຸດ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ເອົາ​ຊະນະ​ຊາວ​ເລມັນ, ແລະ ໄດ້​ຂັບ​ໄລ່​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ຕົນ​ໄປ.

16 ແລະ ຊາວ​ເລມັນ​ບໍ່​ໄດ້​ຍົກ​ທັບ​ມາ​ຕີ​ຊາວ​ນີໄຟ​ອີກ ຈົນ​ຮອດ​ປີ​ທີ​ສາມ​ຮ້ອຍ​ເຈັດ​ສິບ​ຫ້າ.

17 ແລະ ໃນ​ປີ​ນີ້​ພວກ​ເຂົາ​ໄດ້​ຍົກ​ທັບ​ລົງ​ມາ​ຕີ​ຊາວ​ນີໄຟ​ດ້ວຍ​ກຳ​ລັງ​ທັງ​ໝົດ​ຂອງ​ພວກ​ເຂົາ; ແລະ ບໍ່​ໄດ້​ນັບ​ຈຳນວນ​ຄົນ​ຂອງ​ພວກ​ເຂົາ ເພາະ​ຄວາມ​ຫລວງ​ຫລາຍ​ຂອງ​ຈຳນວນ​ຂອງ​ພວກ​ເຂົາ.

18 ແລະ ນັບ​ແຕ່​ເວລາ​ນີ້​ໄປ ຊາວ​ນີໄຟ​ບໍ່​ໄດ້​ມີ​ອຳນາດ​ເໜືອ​ຊາວ​ເລມັນ​ອີກ, ແຕ່​ເລີ່ມ​ຖືກ​ພວກ​ເຂົາ​ກວາດ​ລ້າງ​ຕົນ​ຄື​ກັນ​ກັບ​ນ້ຳ​ຄ້າງ​ຢູ່​ຕໍ່​ໜ້າ​ດວງ​ຕາ​ເວັນ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ໄດ້​ຍົກ​ທັບ​ລົງ​ມາ​ຕີ​ເມືອງ​ຮ້າງ; ແລະ ມັນ​ໄດ້​ມີ​ການ​ສູ້​ຮົບ​ກັນ​ຢ່າງ​ຮຸນ​ແຮງ​ທີ່​ສຸດ​ໃນ​ແຜ່ນ​ດິນ​ຮ້າງ, ຊຶ່ງ​ໃນ​ການ​ສູ້​ຮົບ​ນີ້​ພວກ​ເຂົາ​ໄດ້​ເອົາ​ຊະນະ​ຊາວ​ນີໄຟ.

20 ແລະ ພວກ​ເຂົາ​ໄດ້​ໜີ​ໄປ​ທາງ​ໜ້າ​ພວກ​ເຂົາ​ອີກ, ແລະ ພວກ​ເຂົາ​ໄດ້​ມາ​ຮອດ​ເມືອງ​ໂບອາດ; ແລະ ບ່ອນ​ນັ້ນ​ພວກ​ເຂົາ​ໄດ້​ຕັ້ງ​ຫລັກ​ຕໍ່​ສູ້​ຊາວ​ເລມັນ​ດ້ວຍ​ຄວາມ​ອາດ​ຫານ, ເຖິງ​ຂະ​ໜາດ​ທີ່​ຊາວ​ເລມັນ​ບໍ່​ໄດ້​ເອົາ​ຊະນະ​ພວກ​ເຂົາ ຈົນ​ວ່າ​ຊາວ​ເລມັນ​ໄດ້​ຍົກ​ທັບ​ມາ​ອີກ​ເປັນ​ເທື່ອ​ທີ​ສອງ.

21 ແລະ ເມື່ອ​ພວກ​ເຂົາ​ຍົກ​ທັບ​ມາ​ເປັນ​ເທື່ອ​ທີ​ສອງ, ຊາວ​ນີໄຟ​ຈຶ່ງ​ຖືກ​ຂັບ​ໄລ່ ແລະ ຖືກ​ຂ້າ​ຟັນ​ອີກ ຊຶ່ງ​ເປັນ​ການ​ຂ້າ​ຟັນ​ທີ່​ໃຫຍ່​ຫລວງ​ທີ່​ສຸດ; ພວກ​ແມ່​ຍິງ ແລະ ເດັກ​ນ້ອຍ​ຂອງ​ພວກ​ເຂົາ​ໄດ້​ຖືກ​ເອົາ​ໄປ​ເປັນ​ເຄື່ອງ​ຖວາຍ​ແກ່​ຮູບ​ບູຊາ​ອີກ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ນີໄຟ​ໄດ້​ປົບ​ໜີ​ໄປ​ຈາກ​ພວກ​ເຂົາ​ອີກ, ໂດຍ​ໄດ້​ເອົາ​ຜູ້​ອາ​ໄສ​ຢູ່​ໃນ​ເມືອງ​ນັ້ນ​ທັງ​ໝົດ​ໄປ​ນຳ, ລວມ​ທັງ​ຜູ້​ທີ່​ຢູ່​ໃນ​ຕົວ​ເມືອງ ແລະ ຢູ່​ໃນ​ໝູ່​ບ້ານ​ຕ່າງໆ.

23 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ມໍມອນ​ໂດຍ​ທີ່​ເຫັນ​ວ່າ​ຊາວ​ເລມັນ​ກຳ​ລັງ​ຈະ​ລົບ​ລ້າງ​ແຜ່ນ​ດິນ, ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ໄປ​ຫາ​ເນີນ​ພູ ຊິມ, ແລະ ໄດ້​ເອົາ​ບັນ​ທຶກ​ທັງ​ໝົດ​ຊຶ່ງ​ອາມ​ມາ​ຣອນ​ໄດ້​ເຊື່ອງ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ຂຶ້ນ​ມາ.