ບົດທີ 5
ຢາໂຄບອ້າງເຖິງຖ້ອຍຄຳຂອງຊີນັດປຽບທຽບຕົ້ນໝາກກອກເທດ ແລະ ຕົ້ນໝາກກອກປ່າ—ພວກເຂົາຄືອິດສະຣາເອນ ແລະ ຄົນຕ່າງຊາດ—ການກະຈັດກະຈາຍ ແລະ ການເຕົ້າໂຮມຂອງຊາວອິດສະຣາເອນ ຊຶ່ງໄດ້ຄາດຄະເນໄວ້ແລ້ວ—ການກ່າວເຖິງຊາວນີໄຟກັບຊາວເລມັນ ແລະ ເຖິງເຊື້ອສາຍອິດສະຣາເອນທັງໝົດ—ຄົນຕ່າງຊາດຈະຖືກຕໍ່ເຂົ້າກັບອິດສະຣາເອນ—ໃນທີ່ສຸດສວນອະງຸ່ນຈະຖືກເຜົາ. ປະມານ 544–421 ປີ ກ່ອນ ຄ.ສ.
1 ຈົ່ງເບິ່ງ, ພີ່ນ້ອງຂອງຂ້າພະເຈົ້າເອີຍ, ພວກທ່ານຈຳບໍ່ໄດ້ບໍວ່າ ພວກທ່ານເຄີຍອ່ານຂໍ້ຄວາມຂອງສາດສະດາ ຊີນັດ ຊຶ່ງເພິ່ນໄດ້ເວົ້າກັບເຊື້ອສາຍອິດສະຣາເອນ, ມີຄວາມວ່າ:
2 ໂອ້ ເຊື້ອສາຍອິດສະຣາເອນເອີຍ, ຈົ່ງຟັງ ແລະ ຈົ່ງເຊື່ອຟັງຄຳເວົ້າຂອງຂ້າພະເຈົ້າ ຜູ້ເປັນສາດສະດາຄົນໜຶ່ງຂອງພຣະຜູ້ເປັນເຈົ້າ.
3 ເພາະຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ໂອ້ ເຊື້ອສາຍ ອິດສະຣາເອນເອີຍ, ເຮົາຈະປຽບທຽບເຈົ້າໃສ່ກັບ ຕົ້ນໝາກກອກເທດໃນສວນ, ຊຶ່ງຄົນຜູ້ໜຶ່ງເອົາມາປູກ ແລະ ບົວລະບັດໃນ ສວນອະງຸ່ນຂອງເພິ່ນ; ແລະ ມັນໃຫຍ່ຂຶ້ນ, ແລະ ເຖົ້າແກ່ລົງ, ແລະ ເລີ່ມ ຊຸດໂຊມລົງ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ອອກໄປ ແລະ ເພິ່ນເຫັນວ່າຕົ້ນໝາກກອກເທດຂອງເພິ່ນ ເລີ່ມຊຸດໂຊມລົງ; ແລະ ເພິ່ນໄດ້ກ່າວວ່າ: ເຮົາຈະລິງ່າຂອງມັນອອກ ແລະ ພວນດິນຮອບຕົ້ນມັນ ແລະ ບຳລຸງມັນເພື່ອມັນຈະແຕກງ່າ ແລະ ປົ່ງໃບງາມຂຶ້ນເພື່ອມັນຈະບໍ່ຕາຍ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ລິງ່າມັນອອກ ແລະ ໄດ້ພວນດິນຮອບຕົ້ນມັນ, ແລະ ບຳລຸງມັນຕາມຄຳເວົ້າຂອງເພິ່ນ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກນັ້ນ, ຫລາຍມື້ຕໍ່ມາມັນໄດ້ແຕກງ່າ ແລະ ປົ່ງໃບງາມຂຶ້ນ, ຈົ່ງເບິ່ງຍອດໃຫຍ່ຂອງມັນເລີ່ມຫ່ຽວແຫ້ງລົງ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ເຫັນ ແລະ ເວົ້າກັບຄົນໃຊ້ຂອງເພິ່ນວ່າ: ມັນເຮັດໃຫ້ເຮົາມີຄວາມໂສກເສົ້າຫລາຍທີ່ຈະສູນເສຍຕົ້ນໄມ້ນີ້ໄປ; ດັ່ງນັ້ນ ຈົ່ງໄປຕັດເອົາງ່າຂອງຕົ້ນໝາກກອກ ປ່າ, ແລ້ວເອົາມັນມາໃຫ້ເຮົາ; ແລະ ພວກເຮົາຈະຫັກງ່າໃຫຍ່ ຊຶ່ງກຳລັງຫ່ຽວແຫ້ງອອກ, ແລະ ພວກເຮົາຈະໂຍນມັນເຂົ້າກອງໄຟໃຫ້ມັນໄໝ້ໄປເສຍ.
8 ແລະ ຈົ່ງເບິ່ງ ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວວ່າ, ເຮົາຈະເອົາງ່າອ່ອນ ແລະ ງາມເຫລົ່ານີ້ຢ່າງຫລວງຫລາຍໄປ, ແລະ ເຮົາຈະຕໍ່ງ່າມັນເຂົ້າກັບທີ່ໃດກໍຕາມທີ່ເຮົາຕ້ອງການ; ເຖິງວ່າຮາກຂອງມັນຈະຕາຍກໍບໍ່ສຳຄັນ, ເຮົາຈະຮັກສາແນວຂອງມັນໄວ້ໃຫ້ຕົວເຮົາເອງ; ດັ່ງນັ້ນ, ເຮົາຈະເອົາກິ່ງອ່ອນ ແລະ ງາມເຫລົ່ານີ້ໄປ ແລະ ເຮົາຈະຕໍ່ງ່າມັນເຂົ້າກັບທີ່ໃດກໍຕາມທີ່ເຮົາຕ້ອງການ.
9 ເຈົ້າຈົ່ງເອົາງ່າຂອງຕົ້ນໝາກກອກປ່າໄປ ແລະ ຕໍ່ງ່າມັນເຂົ້າ ແທນທີ່, ແລະ ງ່າເຫລົ່ານີ້ທີ່ເຮົາໄດ້ຫັກອອກ ເຮົາຈະໂຍນມັນເຂົ້າກອງໄຟ ແລະ ຈູດມັນເສຍ ເພື່ອມັນຈະບໍ່ເປັນສິ່ງກີດຂວາງໃນສວນອະງຸ່ນຂອງເຮົາ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ຄົນໃຊ້ຂອງເຈົ້ານາຍຂອງສວນອະງຸ່ນໄດ້ປະຕິບັດຕາມຄຳສັ່ງຂອງເຈົ້ານາຍຂອງສວນອະງຸ່ນ, ແລະ ໄດ້ຕໍ່ງ່າຂອງຕົ້ນໝາກກອກ ປ່າ.
11 ແລະ ເຈົ້ານາຍຂອງສວນອະງຸ່ນໃຫ້ພວນດິນຮອບຕົ້ນ, ແລະ ລິງ່າ, ແລະ ບຳລຸງ, ໂດຍກ່າວກັບຄົນໃຊ້ຂອງເພິ່ນວ່າ: ມັນເຮັດໃຫ້ເຮົາໂສກເສົ້າທີ່ເຮົາຈະສູນເສຍຕົ້ນໄມ້ນີ້ໄປ; ດັ່ງນັ້ນເພື່ອເຮົາອາດຈະໄດ້ຮັກສາຮາກຂອງມັນໄວ້ບໍ່ໃຫ້ຕາຍ ເພື່ອເຮົາຈະໄດ້ຮັກສາມັນໄວ້ໃຫ້ຕົວເຮົາ, ເຮົາຈຶ່ງເຮັດດັ່ງນີ້.
12 ດັ່ງນັ້ນ, ເຈົ້າຈົ່ງໄປເຖີດ; ຈົ່ງບົວລະບັດຕົ້ນໄມ້ນີ້ ແລະ ບຳລຸງມັນຕາມຄຳທີ່ເຮົາສັ່ງ.
13 ແລະ ເຮົາຈະ ວາງງ່າເຫລົ່ານີ້ໄວ້ໃນບ່ອນໄກທີ່ສຸດຂອງສວນອະງຸ່ນຂອງເຮົາ, ບ່ອນໃດກໍຕາມແລ້ວແຕ່ເຮົາຕ້ອງການ, ແລະ ບໍ່ສຳຄັນສຳລັບເຈົ້າ; ແລະ ເຮົາເຮັດສິ່ງນີ້ເພື່ອເຮົາຈະໄດ້ຮັກສາງ່າເດີມຂອງຕົ້ນມັນໄວ້; ແລະ ເພື່ອວ່າເຮົາຈະໄດ້ເກັບໝາກຂອງມັນໄວ້ ເພື່ອລະດູການໜ້າ ໃຫ້ຕົວເຮົາໃຊ້ນຳອີກ; ເພາະວ່າມັນເຮັດໃຫ້ເຮົາໂສກເສົ້າທີ່ເຮົາຈະສູນເສຍຕົ້ນໄມ້ນີ້ ແລະ ໝາກຂອງມັນ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ອອກໄປ ແລະ ເຊື່ອງງ່າເດີມຂອງຕົ້ນໝາກກອກເທດໄວ້ບ່ອນໄກທີ່ສຸດຂອງສວນອະງຸ່ນ, ບາງງ່າໄວ້ບ່ອນໜຶ່ງ, ແລະ ບາງງ່າໄວ້ອີກບ່ອນໜຶ່ງຕາມຄວາມປະສົງ ແລະ ຕາມຄວາມພໍໃຈຂອງເພິ່ນ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລາຍປີຜ່ານໄປ, ແລະ ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບຄົນໃຊ້ຂອງເພິ່ນວ່າ: ມາເຖີດ, ໃຫ້ພວກເຮົາລົງໄປໃນສວນອະງຸ່ນເພື່ອເຮັດວຽກງານໃນສວນອະງຸ່ນ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນກັບຄົນໃຊ້ຂອງເພິ່ນໄດ້ລົງໄປໃນສວນອະງຸ່ນເພື່ອເຮັດວຽກ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຄົນໃຊ້ໄດ້ເວົ້າກັບເຈົ້ານາຍຂອງຕົນວ່າ: ຈົ່ງເບິ່ງ, ເບິ່ງນີ້ແມ; ຈົ່ງຫລຽວເບິ່ງຕົ້ນໄມ້ນີ້.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ຫລຽວເບິ່ງ ແລະ ໄດ້ເຫັນຕົ້ນໄມ້ ຕົ້ນທີ່ກິ່ງໝາກກອກປ່າຖືກຕໍ່ງ່າໄວ້; ແລະ ມັນງອກງາມ ແລະ ເປັນ ໝາກແລ້ວ. ແລະ ເພິ່ນເຫັນວ່າ ມັນດີ ແລະ ໝາກຂອງມັນຄືກັນກັບໝາກຈາກຕົ້ນເດີມຂອງມັນ.
18 ແລະ ເພິ່ນໄດ້ກ່າວກັບຄົນໃຊ້ວ່າ: ຈົ່ງເບິ່ງ, ງ່າຂອງຕົ້ນປ່າໄດ້ຮັບຄວາມຊຸ່ມເຢັນຈາກຮາກຂອງມັນ ຈົນຮາກນັ້ນເຮັດໃຫ້ເກີດຄວາມແຂງແຮງຂຶ້ນ, ແລະ ຮາກຂອງມັນມີຄວາມແຂງແຮງຫລາຍ; ງ່າປ່າຈຶ່ງເກີດໝາກຫວານ. ບັດນີ້, ຖ້າຫາກພວກເຮົາບໍ່ເອົາງ່າເຫລົ່ານີ້ມາຕໍ່ງ່າເຂົ້າກັບຕົ້ນຂອງມັນ, ມັນກໍອາດຈະຕາຍ ແລະ ບັດນີ້, ຈົ່ງເບິ່ງເຮົາຈະເກັບເອົາໝາກທີ່ເກີດຈາກຕົ້ນຂອງມັນໄວ້ໃຫ້ຫລາຍ; ແລະ ໝາກຂອງມັນເຮົາຈະເກັບມັນໄວ້ ເພື່ອລະດູການໜ້າ ໃຫ້ຕົວຂອງເຮົາເອງ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບຄົນໃຊ້ຂອງເພິ່ນວ່າ: ມານີ້, ແລ້ວພາກັນໄປບ່ອນໄກທີ່ສຸດຂອງສວນອະງຸ່ນ, ແລະ ແນມເບິ່ງວ່າງ່າເດີມຂອງຕົ້ນໄມ້ມີໝາກຫລາຍຄືກັນບໍ່, ເພື່ອເຮົາຈະໄດ້ເກັບໝາກຂອງມັນໄວ້ ເພື່ອລະດູການໜ້າ ໃຫ້ຕົວເຮົາເອງ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ທັງສອງໄດ້ອອກໄປຫາບ່ອນທີ່ເພິ່ນເຊື່ອງງ່າເດີມຂອງຕົ້ນໄມ້ນັ້ນໄວ້, ແລະ ເພິ່ນໄດ້ກ່າວກັບຄົນໃຊ້ວ່າ: ຈົ່ງເບິ່ງ, ສິ່ງເຫລົ່ານີ້; ແລະ ເຂົາເຫັນ ຕົ້ນທຳອິດທີ່ເປັນໝາກ, ແລະ ເຂົາເຫັນວ່າມັນດີ. ແລະ ເພິ່ນໄດ້ກ່າວອີກວ່າ: ຈົ່ງເອົາໝາກຂອງມັນໄວ້ ເພື່ອລະດູການໜ້າ, ເພື່ອເຮົາຈະຮັກສາມັນໄວ້ໃຫ້ຕົວເຮົາເອງ; ເພາະຈົ່ງເບິ່ງ, ພຣະອົງໄດ້ກ່າວວ່າ, ເຮົາບຳລຸງຮັກສາມັນເປັນເວລາດົນນານມາແລ້ວ, ແລະ ມັນເປັນໝາກຫລາຍ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ຄົນໃຊ້ໄດ້ທູນຖາມເຈົ້ານາຍຂອງຕົນວ່າ: ເປັນຫຍັງທ່ານຈຶ່ງມາປູກຕົ້ນໄມ້ນີ້, ຫລື ງ່ານີ້ໄວ້ບ່ອນນີ້? ເພາະຈົ່ງເບິ່ງ, ມັນເປັນບ່ອນທີ່ບໍ່ດີທີ່ສຸດໃນທີ່ດິນທັງໝົດຂອງສວນອະງຸ່ນ.
22 ແລະ ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບເຂົາວ່າ: ຢ່າໄດ້ແນະນຳເຮົາເລີຍ; ເຮົາຮູ້ແລ້ວວ່າ ບ່ອນນີ້ເປັນບ່ອນບໍ່ດີ; ດັ່ງນັ້ນເຮົາກ່າວກັບເຈົ້າວ່າ, ເຮົາໄດ້ບຳລຸງມັນມາເປັນເວລາດົນນານແລ້ວ, ແລະ ເຈົ້າເອງກໍເຫັນວ່າມັນເປັນໝາກຢ່າງຫລວງຫລາຍ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບຄົນໃຊ້ຂອງເພິ່ນວ່າ: ເບິ່ງນີ້ແມ; ຈົ່ງເບິ່ງວ່າ ເຮົາໄດ້ປູກອີກງ່າໜຶ່ງຂອງຕົ້ນໄມ້ອີກ; ແລະ ເຈົ້າຮູ້ວ່າດິນບ່ອນນີ້ຂີ້ຮ້າຍກວ່າບ່ອນທຳອິດ. ແຕ່ຈົ່ງເບິ່ງ, ເຮົາໄດ້ບຳລຸງມັນເປັນເວລາດົນນານ, ແລະ ມັນເປັນໝາກຢ່າງຫລວງຫລາຍ; ສະນັ້ນ, ຈົ່ງເຕົ້າໂຮມມັນ ແລະ ມ້ຽນໄວ້ ເພື່ອລະດູການໜ້າ, ເພື່ອເຮົາຈະໄດ້ຮັກສາມັນໄວ້ໃຫ້ຕົວເຮົາເອງ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບຄົນໃຊ້ຂອງເພິ່ນອີກວ່າ: ເບິ່ງນີ້ແມ, ແລະ ຈົ່ງເບິ່ງອີກ ງ່າໜຶ່ງທີ່ເຮົາໄດ້ປູກໄວ້ອີກ; ຈົ່ງເບິ່ງວ່າ ເຮົາໄດ້ບຳລຸງມັນມາຫລາຍແລ້ວ, ແລະ ມັນກໍເປັນໝາກຢ່າງຫລວງຫລາຍ.
25 ແລະ ເພິ່ນໄດ້ກ່າວກັບຄົນໃຊ້ວ່າ: ເບິ່ງນີ້ແມ ແລະ ຈົ່ງເບິ່ງຕົ້ນສຸດທ້າຍ. ຈົ່ງເບິ່ງ, ຕົ້ນນີ້ເຮົາປູກໄວ້ໃນດິນບ່ອນ ດີ; ແລະ ເຮົາໄດ້ບຳລຸງມັນເປັນເວລາດົນນານ, ແລະ ມີພຽງສ່ວນໜຶ່ງເທົ່ານັ້ນທີ່ມີໝາກຫວານ, ແລະ ອີກສ່ວນໜຶ່ງກາຍເປັນໝາກຂົມ; ຈົ່ງເບິ່ງ, ເຮົາໄດ້ບຳລຸງມັນຄືກັນກັບຕົ້ນອື່ນໆ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບຄົນໃຊ້ຂອງເພິ່ນວ່າ: ຈົ່ງຫັກງ່າທີ່ບໍ່ເປັນ ໝາກດີ ແລະ ໂຍນມັນເຂົ້າກອງໄຟເສຍ.
27 ແຕ່ຈົ່ງເບິ່ງ, ຄົນໃຊ້ໄດ້ກ່າວກັບເພິ່ນວ່າ: ໃຫ້ພວກເຮົາລິງ່າມັນ ແລະ ພວນດິນອ້ອມຕົ້ນມັນເພື່ອບຳລຸງ ຮັກສາມັນຕໍ່ໄປຈັກໜ້ອຍເຖີດ ເພື່ອວ່າມັນອາດຈະເປັນໝາກດີໃຫ້ທ່ານ, ເພື່ອທ່ານຈະເກັບມັນໄວ້ ເພື່ອລະດູການໜ້າໄດ້.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນກັບຄົນໃຊ້ຂອງເຈົ້ານາຍຂອງສວນອະງຸ່ນ ໄດ້ບຳລຸງໝາກໄມ້ທັງໝົດຂອງສວນອະງຸ່ນນັ້ນ.
29 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາດົນນານຜ່ານໄປ, ແລະ ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບ ຄົນໃຊ້ຂອງເພິ່ນວ່າ: ມານີ້, ໃຫ້ພວກເຮົາລົງໄປໃນສວນອະງຸ່ນນຳກັນເທາະ, ເພື່ອພວກເຮົາຈະໄດ້ເຮັດວຽກໃນສວນອະງຸ່ນອີກ. ເພາະຈົ່ງເບິ່ງ, ເວລາໃກ້ເຂົ້າມາແລ້ວ ແລະ ທີ່ສຸດກໍຈະມາເຖິງໃນບໍ່ຊ້ານີ້; ດັ່ງນັ້ນ, ເຮົາຕ້ອງເກັບໝາກໄມ້ໄວ້ ເພື່ອລະດູການໜ້າ ໃຫ້ຕົວເຮົາເອງ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນກັບຄົນໃຊ້ໄດ້ພາກັນລົງໄປໃນສວນອະງຸ່ນ; ແລະ ທັງສອງມາເຖິງຕົ້ນທີ່ງ່າເດີມຂອງມັນຖືກຫັກອອກໄປ ແລະ ເອົາງ່າປ່າມາຕໍ່ເຂົ້າໄວ້; ແລະ ຈົ່ງເບິ່ງ, ໝາກຜົນ ຊະນິດຕ່າງໆໄດ້ກີດຂວາງຕົ້ນ.
31 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ຊີມລົດຊາດຂອງໝາກໄມ້ທຸກຊະນິດ ຕາມຈຳນວນຂອງມັນ. ແລະ ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວວ່າ: ຈົ່ງເບິ່ງ, ພວກເຮົາບຳລຸງຕົ້ນນີ້ເປັນເວລາດົນນານ, ແລະ ເຮົາໄດ້ເກັບເອົາໝາກຂອງມັນໄວ້ຫລາຍພໍສົມຄວນ ເພື່ອລະດູການໜ້າ ໃຫ້ຕົວເຮົາເອງ.
32 ແຕ່ຈົ່ງເບິ່ງ, ເທື່ອນີ້ມັນເປັນໝາກຫລາຍແຕ່ ບໍ່ມີໜ່ວຍດີ, ແລະ ຈົ່ງເບິ່ງ ໝາກໄມ້ທຸກຊະນິດບໍ່ມີໜ່ວຍດີເລີຍ; ແລະ ມັນບໍ່ມີປະໂຫຍດແກ່ເຮົາຈັກດີ້ ເຖິງແມ່ນວ່າພວກເຮົາໄດ້ລົງແຮງທັງໝົດ; ແລະ ບັດນີ້ມັນເຮັດໃຫ້ເຮົາໂສກເສົ້າທີ່ຈະສູນເສຍຕົ້ນໄມ້ເຫລົ່ານີ້ໄປ.
33 ແລະ ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບຄົນໃຊ້ວ່າ: ພວກເຮົາຈະເຮັດແນວໃດກັບຕົ້ນໄມ້ນີ້, ເພື່ອເຮົາຈະຮັກສາໝາກໜ່ວຍດີຂອງມັນໄວ້ໃຫ້ຕົວເຮົາເອງ?
34 ແລະ ຄົນໃຊ້ໄດ້ກ່າວກັບເຈົ້ານາຍວ່າ: ຈົ່ງເບິ່ງເຖີດ ເພາະທ່ານໄດ້ເອົາງ່າຕົ້ນໝາກກອກປ່າຕໍ່ງ່າເຂົ້າໄວ້, ມັນຈຶ່ງບຳລຸງຮາກເພື່ອມັນຈະມີຊີວິດຢູ່ ແລະ ບໍ່ຕາຍ; ດັ່ງນັ້ນ ທ່ານຈຶ່ງເຫັນວ່າມັນຍັງດີ.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບຄົນໃຊ້ຂອງເພິ່ນວ່າ: ຕົ້ນນີ້ບໍ່ມີປະໂຫຍດຫຍັງແກ່ເຮົາເລີຍ, ແລະ ຮາກຂອງມັນກໍບໍ່ມີປະໂຫຍດຫຍັງແກ່ເຮົາເລີຍຕາບໃດທີ່ມັນຍັງເປັນໝາກບໍ່ດີ.
36 ແຕ່ເຖິງຢ່າງໃດກໍຕາມ, ເຮົາຍັງຮູ້ວ່າຮາກຂອງມັນດີ, ແລະ ເພື່ອຈຸດປະສົງຂອງເຮົາເອງ ເຮົາຈຶ່ງຮັກສາມັນໄວ້; ແລະ ເພາະຄວາມແຂງແຮງຂອງມັນ, ມັນຈຶ່ງເປັນໝາກດີຈາກງ່າໄມ້ປ່າ.
37 ແຕ່ຈົ່ງເບິ່ງ, ງ່າໄມ້ປ່າໃຫຍ່ຂຶ້ນ ແລະ ບຽດຮາກຂອງມັນ ແລະ ງ່າໄມ້ປ່າ ມີກຳລັງແຮງກວ່າຮາກຂອງມັນ, ມັນຈຶ່ງເປັນໝາກບໍ່ດີຫລາຍ; ແລະ ເພາະວ່າມັນເປັນໝາກບໍ່ດີ, ເຈົ້າຈຶ່ງເຫັນວ່າມັນເລີ່ມຕາຍ; ແລະ ໃນທີ່ສຸດມັນກໍຈະສຸກຈົນວ່າຖືກໂຍນເຂົ້າໄປໃນກອງໄຟ ຖ້າຫາກພວກເຮົາບໍ່ເຮັດແນວໃດແນວໜຶ່ງກັບມັນເພື່ອຮັກສາມັນໄວ້.
38 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບຄົນໃຊ້ຂອງເພິ່ນວ່າ: ໃຫ້ພວກເຮົາພາກັນລົງໄປບ່ອນໄກທີ່ສຸດຂອງສວນອະງຸ່ນເທາະ, ແລະ ແນມເບິ່ງວ່າງ່າເດີມຂອງມັນອອກໝາກບໍ່ດີຄືກັນຫລືບໍ່.
39 ແລະ ເຫດການໄດ້ບັງເກີດຂຶ້ນຄື ທັງສອງໄດ້ລົງໄປບ່ອນໄກທີ່ສຸດຂອງສວນອະງຸ່ນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ທັງສອງໄດ້ເຫັນໝາກໄມ້ຈາກງ່າເດີມກັບມາເສຍຫາຍຄືກັນ; ແທ້ຈິງແລ້ວ, ຕົ້ນ ທຳອິດ ແລະ ຕົ້ນທີສອງເຖິງຕົ້ນສຸດທ້າຍ; ແລະ ທັງໝົດກັບເສຍຫາຍໄປໝົດ.
40 ແລະ ໝາກໄມ້ ປ່າຂອງຕົ້ນສຸດທ້າຍມີກຳລັງເໜືອກວ່າພາກສ່ວນຂອງຕົ້ນທີ່ອອກໝາກດີ ຈົນວ່າງ່າໄດ້ຫ່ຽວແຫ້ງ ແລະ ໄດ້ຕາຍໄປ.
41 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ຮ້ອງໄຫ້ ແລະ ກ່າວກັບຄົນໃຊ້ວ່າ: ເຮົາຈະເຮັດ ແນວໃດອີກກັບສວນອະງຸ່ນຂອງເຮົາ?
42 ຈົ່ງເບິ່ງ, ເຮົາຮູ້ວ່າໝາກໄມ້ທັງໝົດໃນສວນອະງຸ່ນເສຍຫາຍໄປໝົດ, ຍົກເວັ້ນແຕ່ໝາກໄມ້ເຫລົ່ານີ້. ແລະ ແຕ່ກ່ອນມັນເຄີຍເປັນໝາກດີ ແລ້ວບັດນີ້ມັນກັບກາຍມາເສຍຫາຍໄປນຳກັນໝົດ; ແລະ ບັດນີ້ຕົ້ນໄມ້ທຸກຕົ້ນໃນສວນອະງຸ່ນ ບໍ່ເປັນປະໂຫຍດຫຍັງໝົດ ນອກຈາກຈະຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ.
43 ແລະ ຈົ່ງເບິ່ງ ຕົ້ນສຸດທ້າຍນີ້ງ່າຂອງມັນໄດ້ຫ່ຽວແຫ້ງ, ເຮົາໄດ້ປູກມັນໄວ້ໃນດິນບ່ອນ ດີ; ແທ້ຈິງແລ້ວ, ເປັນບ່ອນທີ່ເຮົາເລືອກໄວ້ກ່ອນບ່ອນອື່ນໆທັງໝົດໃນສວນອະງຸ່ນຂອງເຮົາ.
44 ແລະ ເຈົ້າກໍເຫັນວ່າເຮົາໄດ້ຕັດຕົ້ນຊຶ່ງ ກີດຂວາງທີ່ດິນບ່ອນນີ້ລົງອີກ ເພື່ອເຮົາຈະໄດ້ປູກຕົ້ນນີ້ລົງແທນ.
45 ແລະ ເຈົ້າກໍເຫັນແລ້ວວ່າ ສ່ວນໜຶ່ງຂອງມັນເປັນໝາກດີ, ແລະ ອີກສ່ວນໜຶ່ງເກີດເປັນໝາກປ່າ; ແລະ ເພາະວ່າເຮົາບໍ່ໄດ້ຫັກງ່າຂອງມັນໂຍນເຂົ້າກອງໄຟ, ຈົ່ງເບິ່ງ, ມັນຈຶ່ງມີກຳລັງເໜືອກວ່າງ່າດີ ຈົນວ່າງ່າດີໄດ້ຫ່ຽວແຫ້ງໄປນຳ.
46 ແລະ ບັດນີ້, ຈົ່ງເບິ່ງທັງໆທີ່ພວກເຮົາເອົາໃຈໃສ່ເບິ່ງແຍງເປັນຢ່າງດີກັບສວນອະງຸ່ນຂອງເຮົາ, ຕົ້ນໄມ້ໃນສວນຍັງເສຍຫາຍຈົນວ່າບໍ່ເປັນໝາກດີ, ແລະ ເຮົາຫວັງວ່າຈະຮັກສາຕົ້ນເຫລົ່ານີ້ໄວ້ເພື່ອເກັບໝາກຂອງມັນໄວ້ ເພື່ອລະດູການໜ້າ ໃຫ້ຕົວເຮົາເອງ. ແຕ່ຈົ່ງເບິ່ງ, ມັນກັບເປັນເໝືອນຕົ້ນໝາກກອກປ່າໄປໝົດ ແລະ ມັນບໍ່ມີຄຸນຄ່າເລີຍເວັ້ນເສຍແຕ່ຈະຖືກ ໂຄ່ນລົງ ແລະ ໂຍນເຂົ້າກອງໄຟ; ແລະ ມັນເຮັດໃຫ້ເຮົາໂສກເສົ້າທີ່ຈະສູນເສຍຕົ້ນໄມ້ເຫລົ່ານີ້.
47 ເຮົາຈະເຮັດແນວໃດຕື່ມອີກໃນສວນອະງຸ່ນຂອງເຮົາ? ເຮົາບໍ່ເຄີຍວາງມືຂອງເຮົາລົງທີ່ບໍ່ໄດ້ບຳລຸງມັນບໍ? ບໍ່ເລີຍ, ເຮົາໄດ້ບຳລຸງມັນ ແລະ ພວນດິນອ້ອມຕົ້ນມັນ, ແລະ ເຮົາລິງ່າມັນ, ແລະ ເຮົາໃສ່ປຸຍມັນ, ແລະ ເຮົາໄດ້ ເດ່ມືຂອງເຮົາອອກໄປເກືອບຕະຫລອດທັງວັນ, ແລະ ທີ່ສຸດເລື່ອນເຂົ້າມາໃກ້ແລ້ວ, ແລະ ເປັນການໂສກເສົ້າທີ່ເຮົາຈະໄດ້ໂຄ່ນຕົ້ນໄມ້ທຸກຕົ້ນລົງ ໃນສວນອະງຸ່ນຂອງເຮົາ, ແລະ ໂຍນມັນເຂົ້າກອງໄຟເພື່ອໃຫ້ມັນໄໝ້ເສຍ. ແມ່ນຜູ້ໃດເຮັດໃຫ້ສວນອະງຸ່ນຂອງເຮົາເສຍຫາຍ?
48 ແລະ ເຫດການໄດ້ບັງເກີດຂຶ້ນຄື ຄົນໃຊ້ໄດ້ກ່າວກັບເຈົ້ານາຍຂອງຕົນວ່າ: ບໍ່ແມ່ນຄວາມທະເຍີທະຍານຂອງສວນອະງຸ່ນຂອງທ່ານບໍ—ງ່າຂອງມັນແຂງແຮງກວ່າຮາກຂອງມັນບໍ? ແລະ ເພາະວ່າງ່າຂອງມັນແຂງແຮງກວ່າຮາກຂອງມັນ; ຈົ່ງເບິ່ງ ມັນຈຶ່ງໃຫຍ່ໄວກວ່າຄວາມແຂງແຮງຂອງຮາກມັນ ຈຶ່ງເລີ່ມແຂງແຮງເອງ. ຈົ່ງເບິ່ງ, ຂ້ານ້ອຍເວົ້າວ່າ ນີ້ບໍ່ແມ່ນສາເຫດໃຫ້ຕົ້ນໄມ້ໃນສວນອະງຸ່ນຂອງທ່ານເສຍຫາຍໄປບໍ?
49 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບຄົນໃຊ້ຂອງເພິ່ນວ່າ: ໃຫ້ພວກເຮົາລົງໄປໃນສວນອະງຸ່ນເທາະ ແລ້ວໂຄ່ນຕົ້ນໄມ້ລົງ ແລະ ໂຍນມັນເຂົ້າກອງໄຟເສຍ ເພື່ອມັນຈະບໍ່ໄດ້ກີດຂວາງທີ່ດິນໃນສວນອະງຸ່ນຂອງເຮົາ, ເພາະເຮົາໄດ້ເຮັດກັບມັນໝົດທຸກຢ່າງແລ້ວ. ເຮົາຈະເຮັດແນວໃດອີກກັບສວນອະງຸ່ນຂອງເຮົາໄດ້?
50 ແຕ່ຈົ່ງເບິ່ງ, ຄົນໃຊ້ໄດ້ກ່າວກັບເຈົ້ານາຍຂອງສວນອະງຸ່ນວ່າ: ຂໍໃຫ້ທ່ານຈົ່ງປ່ອຍປະມັນໄວ້ຈັກ ຊົ່ວໄລຍະໜຶ່ງກ່ອນເຖີດ.
51 ແລະ ເຈົ້ານາຍໄດ້ກ່າວວ່າ: ແທ້ຈິງແລ້ວ, ເຮົາຈະປະມັນໄວ້ຊົ່ວໄລຍະໜຶ່ງ, ເພາະມັນຈະເຮັດໃຫ້ເຮົາໂສກເສົ້າໃນການສູນເສຍຕົ້ນໄມ້ໃນສວນອະງຸ່ນຂອງເຮົາ.
52 ດັ່ງນັ້ນ, ໃຫ້ພວກເຮົາເອົາ ງ່າຂອງຕົ້ນເຫລົ່ານີ້ ທີ່ພວກເຮົາປູກໄວ້ບ່ອນໄກທີ່ສຸດຂອງສວນອະງຸ່ນຂອງເຮົາ ແລະ ໃຫ້ຕໍ່ງ່າມັນເຂົ້າກັບຕົ້ນເກົ່າຂອງມັນ; ແລະ ໃຫ້ພວກເຮົາຫັກເອົາງ່າເຫລົ່ານັ້ນອອກຈາກຕົ້ນຊຶ່ງໝາກຂອງມັນຂົມທີ່ສຸດ ແລະ ເອົາກິ່ງເດີມຂອງຕົ້ນຕໍ່ງ່າເຂົ້າແທນ.
53 ແລະ ເຮົາຈະເຮັດແນວນີ້ເພື່ອຕົ້ນມັນຈະບໍ່ຕາຍ, ຊຶ່ງເຮົາອາດຈະຮັກສາຮາກຂອງມັນໄວ້ໃຫ້ເຮົາໄດ້ ເພື່ອຈຸດປະສົງຂອງເຮົາເອງ.
54 ເພາະຈົ່ງເບິ່ງ, ຮາກຂອງງ່າເດີມຂອງມັນທີ່ເຮົາປູກໄວ້ບ່ອນໃດກໍຕາມແລ້ວແຕ່ເຮົາຕ້ອງການຍັງມີຊີວິດຢູ່; ດັ່ງນັ້ນ, ເພື່ອເຮົາຈະຮັກສາມັນໄວ້ເພື່ອຈຸດປະສົງຂອງເຮົາເອງ, ເຮົາຈະເອົາງ່າຂອງຕົ້ນໄມ້ນີ້ມາ, ແລະ ເຮົາຈະ ຕໍ່ງ່າເຂົ້າກັບງ່າເດີມຂອງມັນ. ແທ້ຈິງແລ້ວ, ເຮົາຈະຕໍ່ງ່າຂອງຕົ້ນແມ່ຂອງມັນເຂົ້າກັບມັນ ເພື່ອເຮົາຈະຮັກສາຮາກມັນໄວ້ໃຫ້ເຮົາເອງ ເພື່ອວ່າ ເມື່ອມັນຈະແຂງແຮງພໍ ມັນອາດຈະເປັນໝາກດີໃຫ້ເຮົາ, ແລະ ເຮົາຍັງຈະມີລັດສະໝີພາບດ້ວຍໝາກໃນສວນອະງຸ່ນຂອງເຮົາ.
55 ແລະ ເຫດການໄດ້ບັງເກີດຂຶ້ນຄື ທັງສອງໄດ້ເອົາງ່າຈາກຕົ້ນເດີມ ຊຶ່ງກັບກາຍເປັນຕົ້ນປ່າໄປ, ແລະ ຕໍ່ງ່າເຂົ້າກັບຕົ້ນເດີມທັງຫລາຍ, ຊຶ່ງກັບກາຍເປັນຕົ້ນປ່າໄປແລ້ວນຳກັນ.
56 ແລະ ທັງສອງເອົາງ່າຈາກຕົ້ນເດີມ ຊຶ່ງກັບເປັນຕົ້ນປ່າໄປແລ້ວ ແລະ ຕໍ່ງ່າເຂົ້າກັບຕົ້ນແມ່ຂອງມັນ.
57 ແລະ ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບຄົນໃຊ້ວ່າ: ຢ່າໄດ້ຫັກງ່າປ່າອອກຈາກຕົ້ນມັນເລີຍ, ນອກຈາກວ່າງ່າໃດທີ່ເປັນໝາກຂົມທີ່ສຸດ; ແລະ ເຈົ້າຈົ່ງຕໍ່ງ່າເຂົ້າກັບມັນຕາມທີ່ເຮົາກ່າວໄວ້.
58 ແລະ ພວກເຮົາຈະບຳລຸງຕົ້ນໄມ້ໃນສວນອະງຸ່ນອີກ, ແລະ ພວກເຮົາຈະຕັດແປງງ່າຂອງມັນ; ແລະ ພວກເຮົາຈະຫັກງ່າສຸກເຫລົ່ານັ້ນ ຊຶ່ງຕ້ອງຕາຍອອກຈາກຕົ້ນ ແລະ ໂຍນມັນເຂົ້າໃນກອງໄຟ.
59 ແລະ ເຮົາເຮັດແນວນີ້ ເພື່ອຮາກຂອງມັນອາດຈະມີກຳລັງເພາະຄວາມດີຂອງມັນ; ແລະ ເພາະການປ່ຽນງ່າຂອງມັນ, ເພື່ອຄວາມດີຈະຊະນະຄວາມຊົ່ວ.
60 ແລະ ເພາະວ່າເຮົາຮັກສາງ່າເດີມ ແລະ ຮາກຂອງມັນໄວ້ ແລະ ວ່າເຮົາໄດ້ເອົາງ່າເດີມຕໍ່ງ່າເຂົ້າກັບຕົ້ນແມ່ອີກ ແລະ ຮັກສາຮາກຕົ້ນແມ່ຂອງມັນເພື່ອຕົ້ນໃນສວນອະງຸ່ນຂອງເຮົາອາດຈະເປັນ ໝາກດີອີກ; ແລະ ເພື່ອເຮົາຈະໄດ້ມີຄວາມສຸກອີກດ້ວຍໝາກໄມ້ໃນສວນອະງຸ່ນຂອງເຮົາ ແລະ ເພື່ອເຮົາອາດຈະປິຕິຍິນດີຢ່າງຍິ່ງທີ່ເຮົາໄດ້ຮັກສາຮາກ ແລະ ງ່າຂອງໝາກທຳອິດໄວ້—
61 ດັ່ງນັ້ນ, ຈົ່ງໄປເຖີດ, ແລະ ຮ້ອງ ພວກຄົນໃຊ້ມາ ເພື່ອພວກເຮົາຈະໄດ້ ເຮັດວຽກງານຢ່າງພາກພຽນໃນສວນອະງຸ່ນດ້ວຍກຳລັງເພື່ອພວກເຮົາຈະໄດ້ຕຽມທາງໄວ້ ເພື່ອເຮົາຈະໄດ້ນຳເອົາໝາກເດີມອອກມາອີກ ຊຶ່ງໝາກເດີມນັ້ນດີ ແລະ ມີຄຸນຄ່າຫລາຍກວ່າໜ່ວຍອື່ນໆທັງໝົດ.
62 ດັ່ງນັ້ນ, ໃຫ້ພວກເຮົາພາກັນໄປເຖີດ ເພື່ອຈະໄດ້ອອກແຮງດ້ວຍກຳລັງຂອງພວກເຮົາເປັນເທື່ອສຸດທ້າຍ, ເພາະຈົ່ງເບິ່ງທີ່ສຸດໃກ້ເຂົ້າມາແລ້ວ, ແລະ ນີ້ເປັນເທື່ອສຸດທ້າຍທີ່ເຮົາຈະລິງ່າໃນສວນອະງຸ່ນຂອງເຮົາ.
63 ຈົ່ງຕໍ່ງ່າໄມ້ເຂົ້າກັນ; ຈົ່ງເລີ່ມຈາກຕົ້ນ ສຸດທ້າຍເພື່ອມັນຈະໄດ້ເປັນຕົ້ນທຳອິດ, ແລະ ຕົ້ນທຳອິດຈະໄດ້ເປັນຕົ້ນສຸດທ້າຍ, ແລະ ຈົ່ງພວນດິນຮອບ ທັງຕົ້ນແກ່ ແລະ ຕົ້ນອ່ອນ, ທັງຕົ້ນທຳອິດແລະ ຕົ້ນສຸດທ້າຍ; ແລະ ທັງຕົ້ນສຸດທ້າຍ ແລະ ຕົ້ນທຳອິດ, ເພື່ອທຸກຕົ້ນຈະໄດ້ຮັບການບຳລຸງຮັກສາອີກເປັນເທື່ອສຸດທ້າຍ.
64 ດັ່ງນັ້ນ, ຈົ່ງພວນດິນຮອບຕົ້ນມັນ, ແລະ ລິງ່າມັນ, ແລະ ໃສ່ປຸຍອີກເປັນເທື່ອສຸດທ້າຍ, ເພາະວ່າທີ່ສຸດໃກ້ເຂົ້າມາແລ້ວ. ແລະ ຖ້າຫາກເປັນໄປວ່າ ງ່າໄມ້ເຫລົ່ານີ້ທີ່ເຮົາຫາກໍຕໍ່ງ່າເຂົ້າກັນຈະເຕີບໂຕຂຶ້ນ, ແລະ ອອກໝາກເດີມ, ເມື່ອນັ້ນເຈົ້າຈົ່ງຕຽມທາງໄວ້ໃຫ້ມັນເພື່ອມັນຈະໄດ້ເຕີບໂຕຂຶ້ນ.
65 ແລະ ຂະນະທີ່ມັນເລີ່ມເຕີບໂຕຂຶ້ນ ເຈົ້າຈົ່ງຕັດງ່າທີ່ເປັນໝາກຂົມອອກຕາມຄວາມແຂງແຮງຂອງງ່າດີ ແລະ ຂະໜາດຂອງມັນ; ແລະ ເຈົ້າຢ່າໄດ້ຕັດງ່າບໍ່ດີ ອອກໝົດບາດດຽວ, ຢ້ານວ່າຮາກຂອງມັນຈະແຂງແຮງເກີນໄປສຳລັບງ່າທີ່ຫາກໍຕໍ່ໃສ່, ແລະ ງ່າທີ່ຫາກໍຕໍ່ໃສ່ນັ້ນຈະຕາຍ, ແລະ ເຮົາຈະສູນເສຍຕົ້ນຂອງສວນອະງຸ່ນຂອງເຮົາ.
66 ເພາະມັນເຮັດໃຫ້ເຮົາໂສກເສົ້າທີ່ຈະສູນເສຍຕົ້ນຂອງສວນອະງຸ່ນຂອງເຮົາ; ດັ່ງນັ້ນ, ຈົ່ງຕັດງ່າບໍ່ດີອອກ ຕາບໃດທີ່ງ່າດີໃຫຍ່ຂຶ້ນ ເພື່ອຮາກກັບຍອດຈະໄດ້ມີກຳລັງເທົ່າກັນ, ຈົນງ່າດີຈະມີກຳລັງເໜືອກວ່າງ່າບໍ່ດີ, ແລະ ງ່າບໍ່ດີຈະຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ, ເພື່ອຈະບໍ່ໄດ້ເປັນສິ່ງກີດຂວາງທີ່ດິນຂອງສວນອະງຸ່ນຂອງເຮົາ; ແລະ ໂດຍວິທີນີ້ ເຮົາຈະກວາດງ່າບໍ່ດີອອກຈາກສວນອະງຸ່ນຂອງເຮົາ.
67 ສ່ວນງ່າຂອງຕົ້ນເດີມນັ້ນ ເຮົາຈະຕໍ່ງ່າເຂົ້າກັບຕົ້ນເດີມຄືນຄືເກົ່າ;
68 ແລະ ງ່າຂອງຕົ້ນເດີມ ເຮົາຈະຕໍ່ງ່າເຂົ້າກັບງ່າເດີມຂອງຕົ້ນມັນ; ແລະ ໂດຍວິທີນີ້ ເຮົາຈະເອົາມັນມາລວມກັນອີກ; ເພື່ອວ່າ ມັນຈະອອກໝາກເດີມ ແລະ ມັນຈະເປັນອັນໜຶ່ງດຽວກັນ.
69 ແລະ ໝາກບໍ່ດີຈະຖືກ ໂຍນຖິ້ມ, ແທ້ຈິງແລ້ວ, ໃຫ້ມັນອອກຈາກທີ່ດິນທັງໝົດໃນສວນອະງຸ່ນຂອງເຮົາ; ເພາະຈົ່ງເບິ່ງ, ເຮົາຈະລິງ່າໃນສວນອະງຸ່ນຂອງເຮົາພຽງເທື່ອດຽວເທົ່ານັ້ນ.
70 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າຂອງສວນອະງຸ່ນໄດ້ສົ່ງ ຄົນໃຊ້ຂອງພຣະອົງໃຫ້ອອກໄປ; ແລະ ຄົນໃຊ້ໄດ້ປະຕິບັດຕາມທີ່ພຣະຜູ້ເປັນເຈົ້າບັນຊາເຂົາ, ແລະ ນຳຄົນໃຊ້ຜູ້ອື່ນມາ; ແລະ ພວກເຂົາມີຈຳນວນພຽງ ເລັກໜ້ອຍ.
71 ແລະ ເຈົ້ານາຍຂອງສວນອະງຸ່ນໄດ້ກ່າວກັບພວກຄົນໃຊ້ວ່າ: ຈົ່ງໄປ ແລະ ອອກ ແຮງງານໃນສວນອະງຸ່ນດ້ວຍກຳລັງຂອງພວກເຈົ້າ. ເພາະຈົ່ງເບິ່ງ, ນີ້ເປັນ ເທື່ອສຸດທ້າຍທີ່ເຮົາຈະບຳລຸງສວນອະງຸ່ນຂອງເຮົາ; ເພາະທີ່ສຸດໃກ້ຈະມາເຖິງແລ້ວ; ແລະ ລະດູການຈະມາເຖິງຢ່າງວ່ອງໄວ; ແລະ ຖ້າຫາກ ພວກເຈົ້າອອກແຮງດ້ວຍກຳລັງຂອງພວກເຈົ້າຮ່ວມກັບເຮົາແລ້ວ ພວກເຈົ້າຈະມີ ຄວາມສຸກ ໃນໝາກໄມ້ ຊຶ່ງເຮົາຈະເກັບໄວ້ ເພື່ອລະດູການໜ້າ ໃຫ້ຕົວເຮົາເອງ ຊຶ່ງຈະມາເຖິງໃນບໍ່ຊ້ານີ້.
72 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກຄົນໃຊ້ໄດ້ອອກໄປ ແລະ ອອກແຮງງານດ້ວຍກຳລັງຂອງຕົນ; ແລະ ເຈົ້ານາຍຂອງສວນອະງຸ່ນໄດ້ອອກແຮງງານຮ່ວມກັບພວກເຂົາ; ແລະ ພວກເຂົາໄດ້ເຊື່ອຟັງພຣະບັນຍັດຂອງເຈົ້ານາຍຂອງສວນອະງຸ່ນທຸກປະການ.
73 ແລະ ໝາກເດີມເລີ່ມເກີດຂຶ້ນໃນສວນອະງຸ່ນອີກ; ແລະ ງ່າເດີມກໍເລີ່ມເຕີບໂຕ ແລະ ງອກງາມຢ່າງຍິ່ງ; ແລະ ງ່າປ່າເລີ່ມຖືກຫັກອອກ ແລະ ໂຍນຖິ້ມ; ແລະ ພວກເຂົາໄດ້ຮັກສາຮາກ ແລະ ຍອດຂອງມັນໄວ້ສະເໝີກັນ, ຕາມຄວາມແຂງແຮງຂອງມັນ.
74 ແລະ ພວກເຂົາໄດ້ອອກແຮງດ້ວຍສຸດຄວາມພາກພຽນຕາມຄຳບັນຊາຂອງເຈົ້ານາຍຂອງສວນອະງຸ່ນ ຈົນວ່າອັນບໍ່ດີຖືກໂຍນຖິ້ມອອກນອກສວນອະງຸ່ນ, ແລະ ເຈົ້ານາຍໄດ້ຮັກສາໄວ້ໃຫ້ເພິ່ນເອງຈົນວ່າຕົ້ນກັບເປັນໝາກເດີມອີກ; ແລະ ມັນກັບເປັນເໝືອນຕົ້ນ ດຽວກັນ ແລະ ມີໝາກເທົ່າກັນ; ແລະ ເຈົ້ານາຍຂອງສວນອະງຸ່ນໄດ້ຮັກສາໝາກເດີມ, ຊຶ່ງມີຄ່າທີ່ສຸດຕໍ່ເພິ່ນມາຕັ້ງແຕ່ຕົ້ນໄວ້ໃຫ້ເພິ່ນເອງ.
75 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອເຈົ້ານາຍຂອງສວນອະງຸ່ນເຫັນວ່າໝາກໄມ້ຂອງເພິ່ນດີ, ແລະ ເຫັນວ່າສວນອະງຸ່ນຂອງເພິ່ນບໍ່ເສຍຫາຍອີກຕໍ່ໄປແລ້ວ, ເພິ່ນໄດ້ເອີ້ນຄົນໃຊ້ຂອງເພິ່ນມາຫາ ແລະ ໄດ້ກ່າວກັບພວກເຂົາວ່າ: ຈົ່ງເບິ່ງ, ພວກເຮົາໄດ້ບຳລຸງສວນອະງຸ່ນຂອງເຮົາເປັນເທື່ອສຸດທ້າຍ; ແລະ ພວກເຈົ້າເຫັນວ່າເຮົາເຮັດໄປຕາມຄວາມປະສົງຂອງເຮົາ; ແລະ ເຮົາໄດ້ຮັກສາໝາກເດີມຂອງມັນໄວ້ຈົນມັນດີ ເໝືອນດັ່ງແຕ່ກ່ອນ. ແລະ ພວກເຈົ້າ ເປັນສຸກແລ້ວ; ເພາະເນື່ອງດ້ວຍວ່າພວກເຈົ້າອອກແຮງງານຢ່າງພາກພຽນກັບເຮົາໃນສວນອະງຸ່ນຂອງເຮົາ, ແລະ ຮັກສາບັນຍັດຂອງເຮົາເປັນຢ່າງດີ, ແລະ ນຳເອົາ ໝາກເດີມມາໃຫ້ເຮົາອີກ, ຈົນສວນອະງຸ່ນຂອງເຮົາບໍ່ເສຍຫາຍອີກຕໍ່ໄປ, ແລະ ງ່າໃດທີ່ບໍ່ດີກໍຖືກໂຍນຖິ້ມໝົດ, ຈົ່ງເບິ່ງ ພວກເຈົ້າຈະມີຄວາມສຸກກັບເຮົາແລ້ວເພາະໝາກໄມ້ໃນສວນອະງຸ່ນຂອງເຮົາ.
76 ເພາະຈົ່ງເບິ່ງ, ເຮົາຈະເກັບໝາກໄມ້ໃນສວນອະງຸ່ນໄວ້ໃຫ້ຕົວເຮົາເອງເປັນເວລາ ຍາວນານເພື່ອລະດູການໜ້າ, ຊຶ່ງຈະມາເຖິງຢ່າງວ່ອງໄວ; ແລະ ເຮົາໄດ້ບຳລຸງສວນອະງຸ່ນຂອງເຮົາເປັນເທື່ອສຸດທ້າຍ, ແລະ ລິງ່າ, ແລະ ພວນດິນຮອບຕົ້ນໄມ້, ແລະ ໃສ່ປຸຍ; ດັ່ງນັ້ນ, ເຮົາຈະເກັບໝາກໄມ້ໄວ້ໃຫ້ເຮົາເປັນເວລາຍາວນານຕາມທີ່ເຮົາໄດ້ເວົ້າໄວ້.
77 ແລະ ເມື່ອເວລາມາເຖິງ ໝາກບໍ່ດີຈະເກີດໃນສວນອະງຸ່ນຂອງເຮົາອີກ, ເມື່ອນັ້ນເຮົາຈະເອົາໝາກດີ ແລະ ໝາກບໍ່ດີມາໂຮມກັນ; ແລະ ເຮົາຈະຮັກສາໝາກດີໄວ້ໃຫ້ຕົວເຮົາເອງ, ແລະ ເຮົາຈະໂຍນໝາກທີ່ບໍ່ດີຖິ້ມໄວ້ໃນບ່ອນຂອງມັນເອງ. ແລະ ເມື່ອນັ້ນ ລະດູການ ແລະ ທີ່ສຸດຍ່ອມມາເຖິງ; ແລະ ເຮົາຈະເຮັດໃຫ້ສວນອະງຸ່ນຂອງເຮົາ ໄໝ້ດ້ວຍໄຟ.