ບົດທີ 5
ຊາວນີໄຟກັບໃຈ ແລະ ປະຖິ້ມບາບຂອງພວກເຂົາ—ມໍມອນຂຽນປະຫວັດສາດຂອງຜູ້ຄົນຂອງເພິ່ນໄວ້ ແລະ ປະກາດພຣະຄຳອັນເປັນນິດແກ່ພວກເຂົາ—ອິດສະຣາເອນຈະເຕົ້າໂຮມຈາກການແຕກກະຈັດກະຈາຍອັນຍາວນານ. ປະມານ ຄ.ສ. 22–26.
1 ແລະ ບັດນີ້ຈົ່ງເບິ່ງ, ບໍ່ມີຜູ້ໃດຈັກຄົນເລີຍໃນບັນດາຜູ້ຄົນທັງໝົດຂອງຊາວນີໄຟໄດ້ສົງໄສໃນຄຳເວົ້າຂອງສາດສະດາຜູ້ບໍລິສຸດທັງຫລາຍທີ່ໄດ້ເວົ້າໄວ້; ເພາະພວກເຂົາຮູ້ວ່າມັນຈຳເປັນທີ່ມັນຈະຕ້ອງເປັນຈິງ.
2 ແລະ ພວກເຂົາຮູ້ຈັກວ່າ ມັນສົມຄວນທີ່ພຣະຄຣິດຕ້ອງສະເດັດມາ ເພາະເຄື່ອງໝາຍຫລາຍຢ່າງ ຊຶ່ງໄດ້ເກີດຂຶ້ນຕາມຄຳເວົ້າຂອງສາດສະດາ; ແລະ ເພາະຫລາຍສິ່ງທີ່ໄດ້ເວົ້າໄວ້ນັ້ນໄດ້ເກີດຂຶ້ນແລ້ວ, ພວກເຂົາຈຶ່ງຮູ້ວ່າ ມັນຈຳເປັນທີ່ທຸກສິ່ງຈະເກີດຂຶ້ນຕາມຄຳທີ່ໄດ້ເວົ້າໄວ້.
3 ສະນັ້ນ ພວກເຂົາຈຶ່ງໄດ້ປະຖິ້ມບາບທັງໝົດຂອງພວກເຂົາ, ແລະ ຄວາມໜ້າກຽດຊັງຂອງພວກເຂົາ, ແລະ ການໂສເພນີຂອງພວກເຂົາ, ແລະ ໄດ້ຮັບໃຊ້ພຣະເຈົ້າຈົນສຸດຄວາມພາກພຽນຕະຫລອດວັນ ແລະ ຄືນ.
4 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເຂົາໄດ້ຈັບພວກໂຈນທັງໝົດມາເປັນຊະເລີຍ, ເຖິງຂະໜາດທີ່ບໍ່ມີຜູ້ໃດທີ່ບໍ່ໄດ້ຖືກຂ້າໜີລອດໄປໄດ້, ພວກເຂົາຈຶ່ງໄດ້ເອົາຊະເລີຍເຂົ້າຄຸກ, ແລະ ໄດ້ສັ່ງສອນພຣະຄຳຂອງພຣະເຈົ້າໃຫ້ແກ່ພວກຊະເລີຍເຫລົ່ານັ້ນ; ແລະ ຫລາຍຕໍ່ຫລາຍຄົນທີ່ໄດ້ກັບໃຈຈາກບາບຂອງພວກເຂົາ ແລະ ໄດ້ເຂົ້າເຮັດພັນທະສັນຍາວ່າພວກເຂົາຈະບໍ່ເຮັດການຄາດຕະກຳອີກຕໍ່ໄປ ໄດ້ຖືກ ປ່ອຍໄປ.
5 ແຕ່ຫລາຍຕໍ່ຫລາຍຄົນທີ່ບໍ່ໄດ້ເຂົ້າເຮັດພັນທະສັນຍາ, ແລະ ຄົນທີ່ຍັງມີຄວາມຄິດຄາດຕະກຳຢູ່ໃນໃຈຂອງພວກເຂົາ, ແທ້ຈິງແລ້ວ, ຫລາຍຕໍ່ຫລາຍຄົນທີ່ພົບເຫັນວ່າໃຊ້ຄຳເວົ້າຂົ່ມຂູ່ພີ່ນ້ອງຂອງຕົນຢູ່ ຈຶ່ງໄດ້ຖືກຕັດສິນ ແລະ ລົງໂທດຕາມກົດໝາຍ.
6 ແລະ ດ້ວຍເຫດນີ້ພວກເຂົາຈຶ່ງໄດ້ຢຸດການມົ້ວສຸມລັບອັນຊົ່ວຮ້າຍ ແລະ ໜ້າກຽດຊັງທັງໝົດ ຊຶ່ງໃນນັ້ນມີຄວາມຊົ່ວຮ້າຍຫລາຍ, ແລະ ການຄາດຕະກຳຢ່າງຫລວງຫລາຍ.
7 ແລະ ປີທີ ຊາວສອງໄດ້ຜ່ານໄປດັ່ງນີ້, ແລະ ປີທີຊາວສາມນຳອີກ, ແລະ ປີທີຊາວສີ່, ແລະ ປີທີຊາວຫ້າ; ແລະ ເວລາຊາວຫ້າປີໄດ້ຜ່ານໄປດັ່ງນີ້.
8 ແລະ ມີຫລາຍຢ່າງຫລາຍແນວເກີດຂຶ້ນ ຊຶ່ງໃນສາຍຕາຂອງຄົນບາງຄົນເຫັນວ່າມັນເປັນເລື່ອງທີ່ຍິ່ງໃຫຍ່ ແລະ ໜ້າອັດສະຈັນ; ເຖິງຢ່າງໃດກໍຕາມ, ເລື່ອງລາວທັງໝົດກໍບໍ່ສາມາດທີ່ຈະເອົາມາຂຽນໄວ້ໃນໜັງສືເຫລັ້ມນີ້ໄດ້; ແທ້ຈິງແລ້ວ, ໜັງສືເຫລັ້ມນີ້ບໍ່ສາມາດບັນທຶກແມ່ນແຕ່ ໜຶ່ງສ່ວນຮ້ອຍຂອງສິ່ງທີ່ເກີດຂຶ້ນໃນບັນດາຜູ້ຄົນຢ່າງຫລວງຫລາຍໃນໄລຍະຊາວຫ້າປີຜ່ານມາ;
9 ແຕ່ຈົ່ງເບິ່ງ ມັນມີ ບັນທຶກ ຊຶ່ງມີເລື່ອງລາວຂອງຄວາມເປັນມາທັງໝົດຂອງຜູ້ຄົນພວກນີ້; ແລະ ມັນເປັນເລື່ອງລາວທີ່ສັ້ນໆ ແຕ່ເປັນຄວາມຈິງຊຶ່ງໃຫ້ໄວ້ໂດຍນີໄຟ.
10 ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເຮັດບັນທຶກຂອງຂ້າພະເຈົ້າກ່ຽວກັບເລື່ອງເຫລົ່ານີ້, ຕາມບັນທຶກຂອງນີໄຟ ຊຶ່ງຖືກບັນທຶກໄວ້ໃນແຜ່ນຈາລຶກທີ່ເອີ້ນວ່າ ແຜ່ນຈາລຶກຂອງນີໄຟ.
11 ແລະ ຈົ່ງເບິ່ງ, ຂ້າພະເຈົ້າກໍໄດ້ບັນທຶກໄວ້ໃນແຜ່ນຈາລຶກ ຊຶ່ງຂ້າພະເຈົ້າໄດ້ເຮັດດ້ວຍມືຂອງຂ້າພະເຈົ້າເອງຄືກັນ.
12 ແລະ ຈົ່ງເບິ່ງ, ຂ້າພະເຈົ້າຊື່ວ່າ ມໍມອນ, ໂດຍທີ່ຖືກເອີ້ນຕາມ ແຜ່ນດິນມໍມອນ, ແຜ່ນດິນທີ່ແອວມາໄດ້ສະຖາປະນາສາດສະໜາຈັກຂຶ້ນໃນບັນດາຜູ້ຄົນ, ແທ້ຈິງແລ້ວ, ມັນເປັນສາດສະໜາຈັກແຫ່ງທຳອິດທີ່ຖືກສະຖາປະນາຂຶ້ນໃນບັນດາພວກເຂົາ ຫລັງຈາກການລ່ວງລະເມີດຂອງພວກເຂົາ.
13 ຈົ່ງເບິ່ງ, ຂ້າພະເຈົ້າເປັນສານຸສິດຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ. ຂ້າພະເຈົ້າໄດ້ຮັບການເອີ້ນຈາກພຣະອົງ ໃຫ້ປະກາດພຣະຄຳໃນບັນດາຜູ້ຄົນຂອງພຣະອົງ, ເພື່ອພວກເຂົາຈະໄດ້ມີຊີວິດອັນເປັນນິດ.
14 ແລະ ມັນຈຶ່ງເປັນການສົມຄວນທີ່ຂ້າພະເຈົ້າ, ຕາມພຣະປະສົງຂອງພຣະເຈົ້າ, ຄວນເຮັດ ບັນທຶກກ່ຽວກັບສິ່ງທີ່ເປັນມາເຫລົ່ານີ້ໄວ້, ເພື່ອໃຫ້ຄຳອະທິຖານຂອງຜູ້ທີ່ໄດ້ຈາກໄປແລ້ວນັ້ນ ຊຶ່ງເປັນຜູ້ບໍລິສຸດ ໄດ້ຮັບຄວາມສຳເລັດຕາມສັດທາຂອງພວກເຂົາ—
15 ແທ້ຈິງແລ້ວ, ບັນທຶກເຫລັ້ມນ້ອຍຂອງເລື່ອງລາວທີ່ໄດ້ເກີດຂຶ້ນນັບຕັ້ງແຕ່ເວລາທີ່ລີໄຮອອກມາຈາກເຢຣູຊາເລັມ, ຈົນເຖິງເວລານີ້.
16 ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເຮັດບັນທຶກຈາກເລື່ອງລາວຊຶ່ງຄົນທີ່ຢູ່ມາກ່ອນຂ້າພະເຈົ້າໃຫ້ໄວ້, ຈົນຮອດຕອນຕົ້ນຂອງວັນເວລາຂອງຂ້າພະເຈົ້າ;
17 ແລະ ແລ້ວຂ້າພະເຈົ້າກໍໄດ້ເຮັດ ບັນທຶກກ່ຽວກັບເລື່ອງທີ່ຂ້າພະເຈົ້າໄດ້ເຫັນມາດ້ວຍຕາຂອງຂ້າພະເຈົ້າເອງ.
18 ແລະ ຂ້າພະເຈົ້າຮູ້ວ່າ ບັນທຶກຊຶ່ງຂ້າພະເຈົ້າເຮັດໄວ້ນັ້ນເປັນບັນທຶກທີ່ຖືກຕ້ອງ ແລະ ເປັນຄວາມຈິງ; ເຖິງຢ່າງໃດກໍຕາມ ມັນຍັງມີອີກຫລາຍສິ່ງຫລາຍຢ່າງ ຊຶ່ງພວກເຮົາບໍ່ສາມາດຈະ ຂຽນໄວ້ໄດ້ຕາມພາສາຂອງພວກເຮົາ.
19 ແລະ ບັດນີ້ຂ້າພະເຈົ້າຂໍຈົບການເວົ້າເຖິງຕົວຂອງຂ້າພະເຈົ້າເອງໄວ້ພຽງເທົ່ານີ້, ແລະ ຕໍ່ໄປນີ້ຈະເລີ່ມເລົ່າເລື່ອງລາວກ່ຽວກັບສິ່ງທີ່ເປັນມາກ່ອນຂ້າພະເຈົ້າ.
20 ຂ້າພະເຈົ້າຄືມໍມອນ, ແລະ ເປັນຜູ້ສືບເຊື້ອສາຍໂດຍແທ້ຈິງຂອງລີໄຮ. ຂ້າພະເຈົ້າມີເຫດຜົນທີ່ຈະຖວາຍພອນແດ່ພຣະເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າພຣະເຢຊູຄຣິດ, ທີ່ພຣະອົງໄດ້ນຳພາບັນພະບຸລຸດຂອງພວກເຮົາອອກມາຈາກແຜ່ນດິນເຢຣູຊາເລັມ, (ແລະ ບໍ່ມີຜູ້ໃດຮູ້ຈັກເລື່ອງນີ້ເລີຍ ນອກຈາກພຣະອົງເອງ ແລະ ຜູ້ທີ່ພຣະອົງໄດ້ນຳອອກມາຈາກແຜ່ນດິນນັ້ນ) ແລະວ່າພຣະອົງໄດ້ປະທານຄວາມຮູ້ຢ່າງມະຫາສານໃຫ້ແກ່ຂ້າພະເຈົ້າ ແລະ ຜູ້ຄົນຂອງຂ້າພະເຈົ້າໄປສູ່ຄວາມລອດແຫ່ງຈິດວິນຍານຂອງພວກເຮົາ.
21 ພຣະອົງໄດ້ປະທານພອນໃຫ້ແກ່ ເຊື້ອສາຍຂອງ ຢາໂຄບໂດຍແນ່ແທ້, ແລະ ໄດ້ ເມດຕາລູກຫລານຂອງໂຢເຊັບ.
22 ແລະ ຕາບໃດທີ່ລູກຫລານຂອງລີໄຮຍັງຮັກສາພຣະບັນຍັດຂອງພຣະອົງຢູ່ ພຣະອົງໄດ້ປະທານພອນໃຫ້ແກ່ພວກເຂົາ ແລະ ເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຕາມຄຳຂອງພຣະອົງ.
23 ແທ້ຈິງແລ້ວ, ແລະ ແນ່ນອນທີ່ສຸດ ພຣະອົງຈະເອົາ ສ່ວນໜຶ່ງທີ່ເຫລືອຢູ່ຂອງລູກຫລານຂອງໂຢເຊັບມາສູ່ ຄວາມຮູ້ເລື່ອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
24 ແລະ ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ຢ່າງແນ່ນອນສັນໃດ, ພຣະອົງຈະ ເຕົ້າໂຮມສ່ວນທີ່ເຫລືອຢູ່ທັງໝົດຂອງລູກຫລານຂອງຢາໂຄບ, ຈາກສີ່ສ່ວນຂອງແຜ່ນດິນໂລກເຂົ້າກັນສັນນັ້ນ ຊຶ່ງພວກເຂົາໄດ້ແຕກກະຈັດກະຈາຍໄປຕາມຜືນແຜ່ນດິນໂລກ.
25 ແລະ ພຣະອົງໄດ້ເຮັດພັນທະສັນຍາໄວ້ກັບເຊື້ອສາຍຂອງຢາໂຄບທັງໝົດສັນໃດ, ພັນທະສັນຍາຊຶ່ງພຣະອົງໄດ້ເຮັດ ໄວ້ກັບເຊື້ອສາຍຂອງຢາໂຄບຈະສຳເລັດໃນເວລາອັນເໝາະສົມຂອງພຣະອົງເອງສັນນັ້ນ, ຈົນເຖິງ ການນຳເອົາເຊື້ອສາຍຂອງຢາໂຄບທັງໝົດກັບມາຫາຄວາມຮູ້ເລື່ອງພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບພວກເຂົາ.
26 ແລະ ເມື່ອນັ້ນພວກເຂົາຈະ ຮູ້ຈັກພຣະຜູ້ໄຖ່ຂອງພວກເຂົາ, ຄືພຣະເຢຊູຄຣິດພຣະບຸດຂອງພຣະເຈົ້າ; ແລະ ເມື່ອນັ້ນ ພວກເຂົາຈະຖືກເຕົ້າໂຮມຈາກສີ່ສ່ວນຂອງແຜ່ນດິນໂລກ, ເຂົ້າມາຫາແຜ່ນດິນຂອງພວກເຂົາເອງ ຊຶ່ງພວກເຂົາໄດ້ໜີຈາກໄປ; ແທ້ຈິງແລ້ວ, ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ສັນໃດ, ມັນກໍຈະເປັນໄປສັນນັ້ນ. ອາແມນ.