ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ລູກາ 12


ປຈສ, ລູກາ 12:9–12. ປຽບ​ທຽບ​ໃສ່​ກັບ ລູກາ 12:9–10; ເບິ່ງ ປຈສ, ມັດທາຍ 12:37–38 ແລະ ຄພ 132:26–27 ນຳ​ອີກ

ພຣະ​ເຢຊູ​ອະ​ທິ​ບາຍ​ວ່າ ການ​ໝິ່ນ​ປະ​ໝາດ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ.

9 ແຕ່​ຄົນທີ່ປະ​ຕິ​ເສດ​ເຮົາ​ຕໍ່​ໜ້າ​ຜູ້​ຄົນ, ຈະ​ຖືກ​ປະ​ຕິ​ເສດ​ຕໍ່​ໜ້າ​ເຫລົ່າ​ທູດ​ຂອງ​ພຣະ​ເຈົ້າ.

10 ບັດ​ນີ້ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຮູ້​ວ່າ​ພຣະ​ອົງ​ໄດ້​ກ່າວ​ເລື່ອງ​ນີ້, ເພາະ​ເຂົາ​ເຈົ້າ​ໄດ້​ກ່າວ​ຄຳ​ບໍ່​ດີ​ໃຫ້​ພຣະ​ອົງ​ຕໍ່​ໜ້າ​ຜູ້​ຄົນ, ເພາະ​ເຂົາ​ເຈົ້າ​ບໍ່​ກ້າ​ຍອມ​ຮັບ​ພຣະ​ອົງ​ຕໍ່​ໜ້າ​ມະນຸດ.

11 ແລະ ເຂົາ​ເຈົ້າ​ໄດ້​ຫາ​ເຫດ​ຜົນ​ໃນ​ທ່າມ​ກາງ​ເຂົາ​ເຈົ້າ​ເອງ, ກ່າວ​ວ່າ, ພຣະ​ອົງ​ຮູ້​ຈັກ​ຄວາມ​ໃນ​ໃຈ​ຂອງ​ພວກ​ເຮົາ, ແລະ ພຣະ​ອົງ​ໄດ້​ກ່າວ​ເຖິງ​ການ​ກ່າວ​ໂທດ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ. ແຕ່​ພຣະ​ອົງ​ໄດ້​ຕອບ​ເຂົາ​ເຈົ້າ, ແລະ ກ່າວ​ກັບ​ເຂົາ​ເຈົ້າ​ວ່າ,

12 ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ກ່າວ​ຕ້ານ​ບຸດ​ມະນຸດ, ແລະ ກັບ​ໃຈ, ເຂົາ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ; ແຕ່​ກັບ​ຄົນທີ່ໝິ່ນ​ປະ​ໝາດ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຂົາ​ຈະ​ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ.

ປຈສ, ລູກາ 12:41–57. ປຽບ​ທຽບ​ໃສ່​ກັບ ລູກາ 12:37–48

ພຣະ​ເຢຊູ​ສອນ​ວ່າ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ຕ້ອງ​ຕຽມ​ພ້ອມ​ສະເໝີ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ.

41 ເພາະ, ຈົ່ງ​ເບິ່ງ, ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ຍາມ​ທຳ​ອິດ​ຂອງ​ກາງ​ຄືນ, ແລະ ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ຍາມ​ທີ​ສອງ​ນຳ​ອີກ, ແລະ ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ຍາມ​ທີ​ສາມ​ນຳ​ອີກ.

42 ແລະ ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ພຣະ​ອົງ​ໄດ້​ສະ​ເດັດ​ມາ​ແລ້ວ, ດັ່ງ​ທີ່​ມີ​ຂຽນ​ໄວ້​ເຖິງ​ພຣະ​ອົງ; ແລະ ອີກ​ເທື່ອ​ເມື່ອພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ຍາມ​ທີ​ສອງ, ຫລື ມາ​ໃນ​ຍາມ​ທີ​ສາມ, ຜູ້​ຮັບ​ໃຊ້​ເຫລົ່າ​ນັ້ນ​ຈະ​ໄດ້​ຮັບ​ພອນເມື່ອ​ພຣະ​ອົງ​ສະ​ເດັດ​ມາ, ຜູ້​ທີ່​ພຣະ​ອົງ​ຈະ​ພົບ​ວ່າ​ເຮັດ​ເຊັ່ນ​ນີ້;

43 ເພາະ​ເຈົ້າ​ນາຍ​ຂອງ​ຜູ້​ຮັບ​ໃຊ້​ເຫລົ່າ​ນັ້ນ ຈະ​ຄາດ​ແອວ, ແລະ ເຮັດ​ໃຫ້​ພວກ​ເຂົາ​ນັ່ງ​ລົງ​ກິນ​ອາຫານ, ແລະ ຈະ​ອອກ​ມາ ແລະ ຮັບ​ໃຊ້​ພວກ​ເຂົາ.

44 ແລະ ບັດ​ນີ້, ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ສິ່ງ​ເຫລົ່າ​ນີ້​ກັບ​ພວກ​ເຈົ້າ, ເພື່ອ​ພວກ​ເຈົ້າ​ຈະ​ຮູ້​ເລື່ອງ​ນີ້, ວ່າ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເປັນ​ເໝືອນ​ດັ່ງ​ຂະ​ໂມຍ​ໃນ​ຍາມ​ກາງ​ຄືນ.

45 ແລະ ສິ່ງ​ນີ້​ເປັນ​ເໝືອນ​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ເຈົ້າ​ຂອງ​ເຮືອນ, ຜູ້​ຊຶ່ງ​ຖ້າ​ລາວ​ບໍ່​ເຝົ້າ​ຊັບ​ສິນ​ຂອງ​ລາວ, ຂະ​ໂມຍ​ຈະ​ມາ​ໃນ​ໂມງ​ທີ່​ລາວ​ບໍ່​ຄາດ​ຄິດ, ແລະ ເອົາ​ຊັບ​ສິນ​ຂອງ​ລາວ​ໄປ, ແລະ ແບ່ງ​ປັນ​ກັນ​ໃນ​ກຸ່ມ​ພວກ​ເຂົາ.

46 ແລະ ເຂົາ​ເຈົ້າ​ໄດ້​ກ່າວ​ໃນ​ທ່າມ​ກາງ​ເຂົາ​ເຈົ້າ​ເອງ​ວ່າ ຖ້າ​ຫາກ​ເຈົ້າ​ຂອງ​ເຮືອນ​ຮູ້​ວ່າ ຂະ​ໂມຍ​ຈະ​ມາ​ໃນ​ໂມງ​ໃດ, ລາວ​ຄົງ​ຄອຍ​ເຝົ້າ​ຍາມ, ແລະ ບໍ່​ຍອມ​ໃຫ້​ຂະ​ໂມຍ​ເຂົ້າ​ມາ​ໃນ​ບ້ານ​ຂອງ​ລາວ ແລະ ສູນ​ເສຍ​ຊັບ​ສິນ​ຂອງ​ລາວ​ໄປ.

47 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ, ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ສະນັ້ນ​ພວກ​ເຈົ້າ​ຈົ່ງ​ຕຽມ​ພ້ອມ​ຄື​ກັນ; ເພາະ​ບຸດ​ມະນຸດ​ຈະ​ສະ​ເດັດ​ມາ​ໃນ​ໂມງ​ທີ່​ພວກ​ເຈົ້າ​ບໍ່​ຄາດ​ຄິດ.

48 ຈາກ​ນັ້ນ ເປໂຕ​ໄດ້​ກ່າວ​ກັບ​ພຣະ​ອົງ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ, ທ່ານ​ຍົກ​ຄຳ​ອຸປະມາ​ນີ້​ຂຶ້ນ​ມາ ເພື່ອ​ໝາຍ​ເຖິງ​ພວກ​ຂ້າ​ນ້ອຍ, ຫລື ໝາຍ​ເຖິງ​ທຸກໆ​ຄົນ?

49 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ເຮົາ​ກ່າວ​ກັບ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າຈະ​ແຕ່ງ​ຕັ້ງ​ໃຫ້​ເປັນຜູ້​ເບິ່ງ​ແຍງຄອບ​ຄົວ​ຂອງ​ພຣະ​ອົງ, ເພື່ອ​ແຈກ​ຈ່າຍ​ອາຫານ​ໃຫ້ລູກໆ​ຂອງ​ພຣະ​ອົງຕາມ​ເວລາ.

50 ແລະ ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ແມ່ນ​ໃຜ​ທີ່​ເປັນ​ຜູ້​ຮັບ​ໃຊ້​ທີ່​ຊື່​ສັດ ແລະ ສະຫລາດ?

51 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ ກໍ​ແມ່ນ​ຜູ້​ຮັບ​ໃຊ້​ທີ່​ເບິ່ງ​ແຍງ, ທີ່​ແຈກ​ຈ່າຍ​ອາຫານ​ຂອງ​ລາວ​ຕາມ​ເວລາ.

52 ຜູ້​ຮັບ​ໃຊ້​ຄົນ​ນັ້ນ​ທີ່ພຣະ​ຜູ້​ເປັນ​ເຈົ້າຂອງ​ລາວ​ພົບ​ເຫັນ​ວ່າ ລາວ​ເຮັດ​ເຊັ່ນ​ນັ້ນ ຈະ​ໄດ້ຮັບ​ພອນ.

53 ໂດຍ​ແທ້​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພຣະ​ອົງ​ຈະ​ເຮັດ​ໃຫ້​ລາວ​ເປັນ​ຜູ້​ດູ​ແລ​ທຸກ​ສິ່ງ​ທີ່​ພຣະ​ອົງ​ມີ.

54 ແຕ່​ຜູ້​ຮັບ​ໃຊ້​ທີ່​ຊົ່ວ​ຮ້າຍ​ຄື ຜູ້​ທີ່​ພົບ​ວ່າ​ບໍ່​ໄດ້​ເບິ່ງ​ແຍງ. ແລະ ຖ້າ​ຜູ້​ຮັບ​ໃຊ້​ຄົນ​ນັ້ນ​ຖືກ​ພົບ​ວ່າ​ບໍ່​ໄດ້​ເບິ່ງ​ແຍງ, ລາວ​ຈະກ່າວ​ຢູ່​ໃນ​ໃຈ​ວ່າ, ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ຄົງ​ຈະ​ມາ​ຊ້າ; ແລະ ຈະ​ເລີ່ມ​ຕີ​ຜູ້​ຮັບ​ໃຊ້​ຄົນ​ອື່ນໆ, ແລະ ສາວ​ໃຊ້​ທັງ​ໝົດ, ແລະ ກິນ, ແລະ ດື່ມ, ແລະ ເມົາ​ເຫລົ້າ.

55 ເຈົ້າ​ນາຍຂອງ​ຜູ້​ຮັບ​ໃຊ້​ຄົນ​ນັ້ນ ຈະ​ມາ​ໃນ​ວັນ​ທີ່​ລາວ​ບໍ່​ຄອຍ​ເຝົ້າ, ແລະ ໃນ​ໂມງ​ທີ່​ລາວ​ບໍ່​ຄາດ​ຄິດ, ແລະ ຈະລົງ​ໂທດລາວ, ແລະ ຈະ​ກຳ​ນົດ​ສ່ວນ​ທີ່​ຈະ​ມອບ​ໃຫ້​ແກ່​ລາວ ກັບ​ຄົນ​ທີ່​ບໍ່​ເຊື່ອ.

56 ແລະ ຜູ້​ຮັບ​ໃຊ້​ຄົນ​ນັ້ນ​ທີ່​ໄດ້​ຮູ້​ຄວາມ​ປະສົງຂອງ​ເຈົ້າ​ນາຍຂອງ​ລາວ, ແລະ ບໍ່​ໄດ້​ຕຽມ​ຕົວ​ຮັບການ​ກັບ​ມາ​ຂອງ​ເຈົ້າ​ນາຍ​ຂອງ​ລາວ, ທັງ​ບໍ່​ໄດ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເຈົ້າ​ນາຍ, ຈະ​ຖືກ​ຂ້ຽນ​ຕີ​ຫລາຍ​ເທື່ອ.

57 ແຕ່​ຄົນ​ທີ່​ບໍ່​ຮູ້​ຈັກ​ຄວາມ​ປະສົງ​ຂອງເຈົ້າ​ນາຍ​ຕົນ, ແລະ ໄດ້​ເຮັດ​ສິ່ງ​ທີ່​ສົມ​ກັບ​ການ​ຖືກ​ຂ້ຽນ​ຕີ, ຈະ​ຖືກ​ຂ້ຽນ​ຕີ​ໜ້ອຍ​ໜຶ່ງ. ເພາະ​ຜູ້​ໃດ​ກໍ​ຕາມ​ທີ່ພຣະ​ຜູ້​ເປັນ​ເຈົ້າໄດ້​ປະທານ​ໃຫ້​ຫລາຍ, ຄົນ​ທັງ​ຫລາຍ​ກໍ​ຈະຮຽກ​ຮ້ອງ​ຈາກ​ຜູ້​ນັ້ນ​ຫລາຍ.