ພຣະ​ຄຳ​ພີ
ຮີ​ລາ​ມັນ 2


ບົດ​ທີ 2

ຮີ​ລາ​ມັນ​ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ​ກາຍ​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ—ແກ​ດີ​ອານ​ທັນ​ເປັນ​ຜູ້​ນຳ​ຂອງ​ພັກ​ຄິດ​ຄູ​ເມັນ—ຂ້າ​ໃຊ້​ຂອງ​ຮີ​ລາ​ມັນ​ຂ້າ​ຄິດ​ຄູ​ເມັນ, ແລະ ພັກ​ພວກ​ຂອງ​ແກ​ດີ​ອານ​ທັນ​ປົບ​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ປະ​ມານ 50–49 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສີ່​ສິບ​ສອງ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ຫລັງ​ຈາກ​ໂມ​ໂຣ​ໄນ​ຮາ​ໄດ້​ສະຖາ​ປະນາ​ສັນ​ຕິ​ພາບ​ຂຶ້ນ​ອີກ​ລະຫວ່າງ​ຊາວ​ນີໄຟ​ກັບ​ຊາວ​ເລມັນ​ແລ້ວ, ຈົ່ງ​ເບິ່ງ ບໍ່​ມີ​ຜູ້​ໃດ​ເລີຍ​ທີ່​ຈະ​ຂຶ້ນ​ສູ່​ບັນ​ລັງ​ຕັດ​ສິນ; ສະນັ້ນ ມັນ​ຈຶ່ງ​ເລີ່ມ​ມີ​ການ​ຂັດ​ແຍ້ງ​ກັນ​ຂຶ້ນ​ອີກ​ໃນ​ບັນ​ດາ​ຜູ້​ຄົນ​ກ່ຽວ​ກັບ​ວ່າ ຜູ້​ໃດ​ສົມ​ຄວນ​ທີ່​ຈະ​ໄດ້​ຂຶ້ນ​ສູ່​ບັນ​ລັງ​ຕັດ​ສິນ​ແທນ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຮີ​ລາ​ມັນ​ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ຂຶ້ນ​ສູ່​ບັນ​ລັງ​ຕັດ​ສິນ​ແທນ​ໂດຍ​ສຽງ​ຂອງ​ຜູ້​ຄົນ.

3 ແຕ່ ຈົ່ງ​ເບິ່ງ, ຄິດ​ຄູ​ເມັນ​ຜູ້​ໄດ້​ລອບ​ຂ້າ​ເພ​ໂຮ​ຣັນ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ຊີ​ວິດ​ຂອງ​ຮີ​ລາ​ມັນ​ຄື​ກັນ; ແລະ ລາວ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ພັກ​ພວກ​ຂອງ​ລາວ, ຜູ້​ຊຶ່ງ​ໄດ້​ເຮັດ​ພັນທະ​ສັນ​ຍາ​ຮ່ວມ​ກັນ​ວ່າ​ຈະ​ບໍ່​ບອກ​ໃຫ້​ຜູ້​ໃດ​ຮູ້​ຈັກ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ລາວ.

4 ເພາະ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ແກ​ດີ​ອານ​ທັນ ເປັນ​ຜູ້​ທີ່​ມີ​ຄວາມ​ຊຳ​ນິ​ຊຳ​ນານ​ໃນ​ການ​ປາກ​ເວົ້າ ແລະ ກົນ​ອຸ​ບາຍ​ເລ່​ຫລ່ຽມ​ທີ່​ຈະ​ເຮັດ​ວຽກ​ງານ​ລັບ​ກ່ຽວ​ກັບ​ການ​ຄາດ​ຕະ​ກຳ ແລະ ປຸ້ນ​ຈີ້; ສະນັ້ນ ລາວ​ຈຶ່ງ​ໄດ້​ກາຍ​ມາ​ເປັນ​ຜູ້​ນຳ​ຂອງ​ພັກ​ຄິດ​ຄູ​ເມັນ.

5 ສະນັ້ນ ລາວ​ຈຶ່ງ​ໄດ້​ເວົ້າ​ດີ​ນຳ​ພວກ​ເຂົາ, ແລະ ຄິດ​ຄູ​ເມັນ​ນຳ​ອີກ​ວ່າ​ຖ້າ​ຫາກ​ພວກ​ເຂົາ​ຈະ​ໃຫ້​ລາວ​ໄດ້​ຂຶ້ນ​ນັ່ງ​ບັນ​ລັງ​ຕັດ​ສິນ ແລ້ວ​ລາວ​ຈະ​ໃຫ້​ຜູ້​ທີ່​ຢູ່​ໃນ​ພັກ​ຂອງ​ລາວ​ມີ​ອຳນາດ ແລະ ສິດ​ອຳນາດ​ທີ່​ສູງ​ໃນ​ບັນ​ດາ​ຜູ້​ຄົນ; ສະນັ້ນ ຄິດ​ຄູ​ເມັນ​ຈຶ່ງ​ພະ​ຍາ​ຍາມ​ທີ່​ຈະ​ຂ້າ​ຮີ​ລາ​ມັນ​ເສຍ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ລາວ​ກຳ​ລັງ​ເດີນ​ທາງ​ໄປ​ຫາ​ບັນ​ລັງ​ຕັດ​ສິນ​ເພື່ອ​ຈະ​ທຳ​ຮ້າຍ​ຮີ​ລາ​ມັນ​ຢູ່​ນັ້ນ, ຈົ່ງ​ເບິ່ງ ຂ້າ​ໃຊ້​ຄົນ​ໜຶ່ງ​ຂອງ​ຮີ​ລາ​ມັນ​ໄດ້​ປອມ​ຕົວ​ອອກ​ໄປ​ຂ້າງ​ນອກ​ໃນ​ເວລາ​ກາງ​ຄືນ, ສະນັ້ນ ລາວ​ຈຶ່ງ​ໄດ້​ຮູ້​ຈັກ​ເຖິງ​ແຜນ​ການ​ຊຶ່ງ​ພັກ​ນີ້​ວາງ​ຂຶ້ນ​ເພື່ອ​ຈະ​ໄດ້​ທຳ​ຮ້າຍ​ຮີ​ລາ​ມັນ—

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ໃຊ້​ຂອງ​ຮີ​ລາ​ມັນ​ໄດ້​ພົບ​ກັບ​ຄິດ​ຄູ​ເມັນ, ແລະ ໄດ້​ໃຫ້​ສັນ​ຍານ​ແກ່​ລາວ; ສະນັ້ນ ຄິດ​ຄູ​ເມັນ​ຈຶ່ງ​ໄດ້​ບອກ​ໃຫ້​ລາວ​ຮູ້​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ຕົນ, ໂດຍ​ປາດ​ຖະ​ໜາ​ທີ່​ຈະ​ໃຫ້​ລາວ​ນຳ​ລາວ​ໄປ​ຫາ​ບັນ​ລັງ​ຕັດ​ສິນ​ເພື່ອ​ວ່າ​ລາວ​ຈະ​ໄດ້​ລອບ​ຂ້າ​ຮີ​ລາ​ມັນ​ເສຍ.

8 ແລະ ເວລາ​ຂ້າ​ໃຊ້​ຂອງ​ຮີ​ລາ​ມັນ​ຮູ້​ຈັກ​ເຖິງ​ເລື່ອງ​ໃນ​ໃຈ​ຂອງ​ຄິດ​ຄູ​ເມັນ​ທັງ​ໝົດ, ແລະ ຮູ້​ຈັກ​ເຖິງ​ຈຸດ​ປະສົງ​ຂອງ​ລາວ​ທີ່​ຫວັງ​ຈະ​ຂ້າ, ແລະ ຮູ້​ຈັກ​ອີກ​ວ່າ​ມັນ​ເປັນ​ຈຸດ​ປະສົງ​ຂອງ​ທຸກ​ຄົນ​ທີ່​ຢູ່​ໃນ​ພັກ​ຂອງ​ລາວ​ທີ່​ຫວັງ​ຈະ​ຂ້າ​ຄື​ກັນ, ແລະ ຫວັງ​ທີ່​ຈະ​ລັກ, ແລະ ຫວັງ​ທີ່​ຈະ​ຍຶດ​ເອົາ​ອຳນາດ, (ແລະ ນີ້​ເປັນ​ແຜນ​ການ ລັບ, ແລະ ການ​ມົ້ວ​ສຸມ​ລັບ​ຂອງ​ພວກ​ເຂົາ) ຂ້າ​ໃຊ້​ຂອງ​ຮີ​ລາ​ມັນ​ເວົ້າ​ກັບ​ຄິດ​ຄູ​ເມັນ​ວ່າ: ໃຫ້​ພວກ​ເຮົາ​ໄປ​ຫາ​ບັນ​ລັງ​ຕັດ​ສິນ​ນຳ​ກັນ​ເທາະ.

9 ບັດ​ນີ້​ມັນ​ຈຶ່ງ​ເຮັດ​ໃຫ້​ຄິດ​ຄູ​ເມັນ​ພໍ​ໃຈ​ຫລາຍ​ທີ່​ສຸດ, ເພາະ​ຄິດ​ວ່າ​ລາວ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຕາມ​ແຜນ​ການ​ທີ່​ວາງ​ໄວ້; ແຕ່​ຈົ່ງ​ເບິ່ງ, ໃນ​ຂະນະ​ທີ່​ພວກ​ເຂົາ​ກຳ​ລັງ​ເດີນ​ທາງ​ໄປ​ຫາ​ບັນ​ລັງ​ຕັດ​ສິນ​ຢູ່​ນັ້ນ, ຂ້າ​ໃຊ້​ຂອງ​ຮີ​ລາ​ມັນ​ໄດ້​ແທງ​ຄິດ​ຄູ​ເມັນ​ທະ​ລຸ​ຫົວ​ໃຈ ຈົນ​ລາວ​ໄດ້​ລົ້ມ​ຕາຍ​ຄາ​ທີ່​ໂດຍ​ບໍ່​ມີ​ສຽງ​ຮ້ອງ​ຄາງ​ເລີຍ. ແລະ ລາວ​ໄດ້​ແລ່ນ​ໄປ​ບອກ​ຮີ​ລາ​ມັນ​ເຖິງ​ເລື່ອງ​ທັງ​ໝົດ​ທີ່​ລາວ​ໄດ້​ເຫັນ, ແລະ ໄດ້​ຍິນ, ແລະ ໄດ້​ເຮັດ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຮີ​ລາ​ມັນ​ຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ຈັບ​ພວກ​ໂຈນ ແລະ ກຸ່ມ​ຄາດ​ຕະ​ກອນ​ລັບ​ພວກ​ນີ້, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຖືກ​ປະ​ຫານ​ຊີ​ວິດ​ຕາມ​ກົດ​ໝາຍ.

11 ແຕ່​ຈົ່ງ​ເບິ່ງ, ເວລາ​ແກ​ດີ​ອານ​ທັນ​ຮູ້​ວ່າ​ຄິດ​ຄູ​ເມັນ​ບໍ່​ໄດ້​ກັບ​ຄືນ​ມາ ລາວ​ກໍ​ຢ້ານ​ວ່າ​ຕົວ​ເອງ​ຈະ​ຖືກ​ທຳ​ລາຍ; ສະນັ້ນ ລາວ​ຈຶ່ງ​ສັ່ງ​ໃຫ້​ພັກ​ພວກ​ຂອງ​ລາວ​ຕິດ​ຕາມ​ລາວ​ໄປ. ແລະ ພວກ​ເຂົາ​ໄດ້​ໜີ​ອອກ​ຈາກ​ແຜ່ນ​ດິນ​ໂດຍ​ທາງ​ລັບ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ເວລາ​ທີ່​ຮີ​ລາ​ມັນ​ສົ່ງ​ຄົນ​ໄປ​ຈັບ​ພວກ​ເຂົາ, ຈຶ່ງ​ບໍ່​ເຫັນ​ພວກ​ເຂົາ​ໃນ​ບ່ອນ​ໃດ​ເລີຍ.

12 ແລະ ເລື່ອງ​ລາວ​ຂອງ​ແກ​ດີ​ອານ​ທັນ​ຈະ​ຖືກ​ເວົ້າ​ເຖິງ​ອີກ​ຫລັງ​ຈາກ​ນີ້​ໄປ. ແລະ ປີ​ທີ​ສີ່​ສິບ​ສອງ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

13 ແລະ ຈົ່ງ​ເບິ່ງ, ໃນ​ຕອນ​ສຸດ​ທ້າຍ​ຂອງ​ໜັງ​ສື​ເຫລັ້ມ​ນີ້ ທ່ານ​ຈະ​ເຫັນ​ໄດ້​ວ່າ ແກ​ດີ​ອານ​ທັນ​ຜູ້​ນີ້​ໄດ້​ເປັນ​ຕົ້ນ​ເຫດ​ຂອງ​ການ​ໂຄ່ນ​ລົ້ມ, ແທ້​ຈິງ​ແລ້ວ, ມັນ​ເກືອບ​ຈະ​ເປັນ​ການ​ທຳ​ລາຍ​ຜູ້​ຄົນ​ຂອງ​ນີໄຟ​ໃຫ້​ສູນ​ສິ້ນ​ໄປ.

14 ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ມັນ​ແມ່ນ​ຕອນ​ສຸດ​ທ້າຍ​ຂອງ​ໜັງ​ສື​ຮີ​ລາ​ມັນ, ແຕ່​ຂ້າ​ພະ​ເຈົ້າ​ໝາຍ​ເຖິງ​ຕອນ​ສຸດ​ທ້າຍ​ຂອງ​ໜັງ​ສື​ນີໄຟ, ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເອົາ​ເລື່ອງ​ລາວ​ທັງ​ໝົດ​ມາ​ຂຽນ​ໄວ້.