ພຣະ​ຄຳ​ພີ
ຮີ​ລາ​ມັນ 15


ບົດ​ທີ 15

ພຣະ​ຜູ້​ເປັນ​ເຈົ້າ​ຕີ​ສອນ​ຊາວ​ນີໄຟ​ເພາະ​ພຣະ​ອົງ​ຮັກ​ພວກ​ເຂົາ—ຊາວ​ເລມັນ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ມີ​ສັດທາ​ອັນ​ໝັ້ນ​ຄົງ ແລະ ແນ່ວ​ແນ່—ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເມດ​ຕາ​ຊາວ​ເລມັນ​ໃນ​ຍຸກ​ສຸດ​ທ້າຍ. ປະ​ມານ 6 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ກັບ​ພວກ​ທ່ານ​ວ່າ ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ ແລ້ວ​ບ້ານ​ເຮືອນ​ຂອງ​ພວກ​ທ່ານ​ຈະ​ຖືກ​ປະ​ຖິ້ມ​ໃຫ້ ຮົກ​ຮ້າງ.

2 ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ ເຫດ​ຮ້າຍ​ອັນ​ໃຫຍ່​ຫລວງ​ນັ້ນ​ຈະ​ເຮັດ​ໃຫ້​ພວກ​ແມ່​ຍິງ​ຂອງ​ພວກ​ທ່ານ​ເປັນ​ທຸກ​ໃນ​ມື້​ທີ່​ນາງ​ຍັງ​ເປັນ​ແມ່​ລູກ​ອ່ອນ​ຢູ່; ເພາະ​ວ່າ​ພວກ​ທ່ານ​ຈະ​ພະ​ຍາ​ຍາມ​ໜີ​ໄປ ແລະ ຈະ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ; ແທ້​ຈິງ​ແລ້ວ, ແລະ ວິບັດ​ແກ່​ນາງ​ຜູ້​ທີ່ ຖື​ພາ ເພາະ​ນາງ​ຈະ​ໜັກ​ທ້ອງ ແລະ ໜີ​ໄປ​ບໍ່​ໄດ້; ສະນັ້ນ, ນາງ​ຈຶ່ງ​ຈະ​ຖືກ​ຢຽບ​ຍ່ຳ ແລະ ຖືກ​ປະ​ຖິ້ມ​ໃຫ້​ຕາຍ​ໄປ.

3 ແທ້​ຈິງ​ແລ້ວ, ວິບັດ​ແກ່​ຜູ້​ຄົນ​ພວກ​ນີ້​ຜູ້​ມີ​ຊື່​ວ່າ​ຜູ້​ຄົນ​ຂອງ​ນີໄຟ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ​ໃນ​ເວລາ​ທີ່​ພວກ​ເຂົາ​ໄດ້​ເຫັນ​ເຄື່ອງ​ໝາຍ ແລະ ການ​ແປກ​ປະ​ຫລາດ​ທັງ​ໝົດ​ນີ້ ຊຶ່ງ​ຈະ​ສະແດງ​ແກ່​ພວກ​ເຂົາ; ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ເປັນ​ຜູ້​ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເລືອກ​ໄວ້; ແທ້​ຈິງ​ແລ້ວ, ພຣະ​ອົງ​ຮັກ​ຜູ້​ຄົນ​ຂອງ​ນີໄຟ, ແລະ ພຣະ​ອົງ​ໄດ້​ຕີ​ສອນ​ພວກ​ເຂົາ​ນຳ​ອີກ; ແທ້​ຈິງ​ແລ້ວ, ໃນ​ເວລາ​ທີ່​ພວກ​ເຂົາ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ ພຣະ​ອົງ​ໄດ້ ຕີ​ສອນ​ພວກ​ເຂົາ ເພາະ​ພຣະ​ອົງ​ຮັກ​ພວກ​ເຂົາ.

4 ແຕ່​ຈົ່ງ​ເບິ່ງ ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ອົງ​ກຽດ​ຊັງ​ຊາວ​ເລມັນ ເພາະ​ວ່າ​ພວກ​ເຂົາ​ກະ​ທຳ​ຄວາມ​ຊົ່ວ​ຢູ່​ຕະຫລອດ​ເວລາ, ແລະ ມັນ​ເປັນ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ. ແຕ່​ຈົ່ງ​ເບິ່ງ, ຄວາມ​ລອດ​ໄດ້​ມາ​ເຖິງ​ພວກ​ເຂົາ​ແລ້ວ ໂດຍ​ທາງ​ການ​ສັ່ງ​ສອນ​ຂອງ​ຊາວ​ນີໄຟ; ແລະ ດ້ວຍ​ເຈດ​ຕະ​ນາ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ເຮັດ​ໃຫ້​ວັນ​ເວລາ​ຂອງ​ພວກ​ເຂົາ ຍືດ​ຍາວ​ອອກ​ໄປ.

5 ແລະ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ເຫັນ​ວ່າ ພວກ​ເຂົາ ສ່ວນ​ຫລາຍ​ຢູ່​ໃນ​ທາງ​ແຫ່ງ​ໜ້າ​ທີ່​ຂອງ​ຕົນ, ແລະ ພວກ​ເຂົາ​ເດີນ​ໄປ​ຢ່າງ​ຮອບ​ຄອບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ພວກ​ເຂົາ​ຍຶດ​ຖື​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ຮັກ​ສາ​ຂໍ້​ກຳ​ນົດ ແລະ ຮັກ​ສາ​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ຕາມ​ກົດ​ຂອງ​ໂມເຊ.

6 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ເຂົາ​ສ່ວນ​ຫລາຍ​ກຳ​ລັງ​ກະ​ທຳ​ຢ່າງ​ນີ້, ແລະ ພວກ​ເຂົາ​ກຳ​ລັງ​ພະ​ຍາ​ຍາມ​ດ້ວຍ​ຄວາມ​ພາກ​ພຽນ​ອັນ​ບໍ່​ຮູ້​ອິດ​ເມື່ອຍ​ທີ່​ຈະ​ນຳ​ພາ​ພີ່​ນ້ອງ​ທີ່​ເຫລືອ​ຢູ່​ຂອງ​ພວກ​ເຂົາ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ; ສະນັ້ນ ທຸກໆ​ມື້​ພວກ​ເຂົາ​ຈຶ່ງ​ມີ​ຄົນ​ມາ​ເພີ່ມ​ຫລາຍ​ຂຶ້ນ.

7 ແລະ ຈົ່ງ​ເບິ່ງ, ພວກ​ທ່ານ​ໄດ້​ຮູ້​ດ້ວຍ​ຕົວ​ເອງ​ແລ້ວ, ເພາະ​ພວກ​ທ່ານ​ໄດ້​ເຫັນ​ມາ​ແລ້ວ, ວ່າ​ຫລາຍ​ຕໍ່​ຫລາຍ​ຄົນ​ໄດ້​ຖືກ​ນຳ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ, ແລະ ໃຫ້​ຮູ້​ເລື່ອງ​ຮີດ​ຄອງ​ປະ​ເພ​ນີ​ອັນ​ຊົ່ວ​ຮ້າຍ ແລະ ໜ້າ​ກຽດ​ຊັງ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ, ແລະ ຖືກ​ຊັກ​ຊວນ​ໃຫ້​ມາ​ເຊື່ອ​ພຣະ​ຄຳ​ພີ​ອັນ​ສັກ​ສິດ, ແທ້​ຈິງ​ແລ້ວ, ໃຫ້​ມາ​ເຊື່ອ​ຄຳ​ທຳ​ນາຍ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ ຊຶ່ງ​ມີ​ຂຽນ​ໄວ້ ຊຶ່ງ​ໄດ້​ຊັກ​ຊວນ​ໃຫ້​ພວກ​ເຂົາ​ມີ​ສັດທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ມາ​ສູ່​ການ​ກັບ​ໃຈ, ຊຶ່ງ​ສັດທາ ແລະ ການ​ກັບ​ໃຈ​ນັ້ນ​ໄດ້​ນຳ​ການ ປ່ຽນ​ແປງ​ມາ​ສູ່​ໃຈ​ຂອງ​ພວກ​ເຂົາ—

8 ສະນັ້ນ, ພວກ​ທ່ານ​ຈຶ່ງ​ຮູ້​ດ້ວຍ​ຕົວ​ເອງ​ວ່າ, ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ໄດ້​ມາ​ເຖິງ​ຈຸດ​ນີ້​ຍ່ອມ ໝັ້ນ​ຄົງ ແລະ ແນ່ວ​ແນ່​ຢູ່​ໃນ​ສັດທາ, ແລະ ຢູ່​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ອິດສະ​ລະ.

9 ແລະ ພວກ​ທ່ານ​ກໍ​ຮູ້​ອີກ​ວ່າ ພວກ​ເຂົາ​ໄດ້ ຝັງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ​ໄວ້, ແລະ ພວກ​ເຂົາ​ຢ້ານ​ທີ່​ຈະ​ເອົາ​ມັນ​ຂຶ້ນ​ມາ​ເພາະ​ຢ້ານ​ວ່າ​ໃນ​ທາງ​ໃດ​ທາງ​ໜຶ່ງ ພວກ​ເຂົາ​ຈະ​ເຮັດ​ບາບ; ແທ້​ຈິງ​ແລ້ວ, ພວກ​ທ່ານ​ເຫັນ​ໄດ້​ວ່າ ພວກ​ເຂົາ​ຢ້ານ​ທີ່​ຈະ​ເຮັດ​ບາບ—​ເພາະ​ຈົ່ງ​ເບິ່ງ ພວກ​ເຂົາ​ຈະ​ຍອມ​ຕົວ​ໃຫ້​ສັດ​ຕູ​ຂອງ​ພວກ​ເຂົາ​ຢຽບ​ຍ່ຳ ແລະ ຂ້າ​ຖິ້ມ, ແລະ ຈະ​ບໍ່​ຍອມ​ຍົກ​ດາບ​ຂອງ​ພວກ​ເຂົາ​ຂຶ້ນ​ເພື່ອ​ຕໍ່​ສູ້​ພວກ​ເຂົາ, ແລະ ນີ້​ກໍ​ເປັນ​ເພາະ​ສັດທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ຄຣິດ.

10 ແລະ ບັດ​ນີ້, ເປັນ​ຍ້ອນ​ຄວາມ​ແນ່ວ​ແນ່​ຂອງ​ພວກ​ເຂົາ​ໃນ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຊື່ອ​ຖື, ແລະ ເປັນ​ຍ້ອນ​ຄວາມ​ໝັ້ນ​ຄົງ​ຂອງ​ພວກ​ເຂົາ ເວລາ​ພວກ​ເຂົາ​ໄດ້​ຮັບ​ແສງ​ສະ​ຫວ່າງ​ມາ​ແລ້ວ​ເທື່ອ​ໜຶ່ງ, ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະທານ​ພອນ​ໃຫ້​ແກ່​ພວກ​ເຂົາ ແລະ ຈະ​ເຮັດ​ໃຫ້​ວັນ​ເວລາ​ຂອງ​ພວກ​ເຂົາ​ຍືດ​ຍາວ​ອອກ​ໄປ, ທັງໆ​ທີ່​ພວກ​ເຂົາ​ເຄີຍ​ສ້າງ​ຄວາມ​ຊົ່ວ​ຮ້າຍ​ມາ​ກ່ອນ—

11 ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຈະ​ເສື່ອມ​ໂຊມ​ລົງ​ສູ່​ຄວາມ​ບໍ່​ເຊື່ອ​ຖື ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ຈະ​ເຮັດ​ໃຫ້​ວັນ​ເວລາ​ຂອງ​ພວກ​ເຂົາ ຍືດ​ຍາວ​ອອກ​ໄປ, ຈົນ​ເຖິງ​ເວລາ​ທີ່​ກ່າວ​ໄວ້​ໂດຍ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ແລະ ໂດຍ​ສາດ​ສະ​ດາ ຊີ​ນັດ ແລະ ສາດ​ສະ​ດາ​ຄົນ​ອື່ນໆ​ອີກ​ຫລາຍ​ທ່ານ​ກ່ຽວ​ກັບ ການ​ນຳ​ພີ່​ນ້ອງ​ຊາວ​ເລມັນ​ຂອງ​ພວກ​ເຮົາ​ກັບ​ຄືນ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ​ອີກ—

12 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖືກ​ມອບ​ໃຫ້​ແກ່​ຊາວ​ເລມັນ​ຜູ້​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ໃນ​ຍຸກ​ສຸດ​ທ້າຍ; ແລະ ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ທຸກ​ຫລາຍ​ປານ​ໃດ​ກໍ​ຕາມ, ແລະ ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຈະ​ຖືກ ຂັບ​ໄລ່​ໄປ​ມາ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ, ແລະ ຈະ​ຖືກ​ຕາມ​ລ້າ, ແລະ ຈະ​ຖືກ​ທຸບ​ຕີ, ແລະ ຈະ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ, ແລະ ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ​ກໍ​ຕາມ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ຈະ ເມດ​ຕາ​ພວກ​ເຂົາ​ຢູ່.

13 ແລະ ຈະ​ເປັນ​ເຊັ່ນ​ນີ້​ຕາມ​ຄຳ​ທຳ​ນາຍ, ເພື່ອ​ພວກ​ເຂົາ​ຈະ ມາ​ສູ່​ຄວາມ​ຮູ້​ທີ່​ແທ້​ຈິງ, ຊຶ່ງ​ເປັນ​ຄວາມ​ຮູ້​ເຖິງ​ພຣະ​ຜູ້​ໄຖ່ ແລະ ຜູ້​ລ້ຽງ​ຜູ້​ຍິ່ງ​ໃຫຍ່ ແລະ ແທ້​ຈິງ​ຂອງ​ພວກ​ເຂົາ, ແລະ ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຝູງ​ແກະ​ຂອງ​ພຣະ​ອົງ.

14 ສະນັ້ນ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ມັນຈະ​ເປັນ ສິ່ງ​ດີ​ສຳ​ລັບ​ພວກ​ເຂົາ​ຫລາຍ​ກວ່າ​ພວກ​ທ່ານ ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ.

15 ເພາະ​ຈົ່ງ​ເບິ່ງ, ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ຖືກ​ສະແດງ​ແກ່​ພວກ​ເຂົາ​ຄື​ກັນ​ກັບ​ທີ່​ໄດ້​ຖືກ​ສະແດງ​ແກ່​ພວກ​ທ່ານ, ແທ້​ຈິງ​ແລ້ວ, ມັນ​ໄດ້​ຖືກ​ສະແດງ​ແກ່​ຜູ້​ທີ່​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື ເພາະ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ, ພວກ​ທ່ານ​ໄດ້​ເຫັນ​ມາ​ດ້ວຍ​ຕົວ​ເອງ​ແລ້ວ​ວ່າ ພວກ​ເຂົາ​ຈະ​ບໍ່​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື​ຕໍ່​ໄປ​ອີກ​ແລ້ວ.

16 ສະນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ບໍ່​ທຳ​ລາຍ​ພວກ​ເຂົາ​ຈົນ​ໝົດ​ສິ້ນ, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ກັບ​ມາ​ຫາ​ເຮົາ​ອີກ ໃນ​ວັນ​ແຫ່ງ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

17 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ກ່ຽວ​ກັບ​ຜູ້​ຄົນ​ຂອງ​ຊາວ​ນີໄຟ: ຖ້າ​ຫາກ​ພວກ​ເຂົາ​ຈະ​ບໍ່​ກັບ​ໃຈ ແລະ ບໍ່​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ເຮົາ​ແລ້ວ, ເຮົາ​ຈະ ທຳ​ລາຍ​ພວກ​ເຂົາ​ໃຫ້​ໝົດ​ສິ້ນ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ເພາະ​ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ເຂົາ ທັງໆ​ທີ່​ເຮົາ​ໄດ້​ກະ​ທຳ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຫລາຍ​ຢ່າງ​ໃນ​ບັນ​ດາ​ພວກ​ເຂົາ; ແລະ ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ຢ່າງ​ແນ່​ນອນ​ສັນ​ໃດ, ສິ່ງ​ເຫລົ່າ​ນີ້​ຈະ​ເປັນ​ໄປ​ສັນ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.