ພຣະ​ຄຳ​ພີ
ຮີ​ລາ​ມັນ 9


ບົດ​ທີ 9

ພວກ​ໄປ​ເອົາ​ຂ່າວ​ພົບ​ຫົວ​ໜ້າ​ຜູ້​ຕັດ​ສິນ​ຕາຍ​ຄາ​ບັນ​ລັງ​ຕັດ​ສິນ—ຜູ້​ໄປ​ເອົາ​ຂ່າວ​ຖືກ​ຈັບ​ເຂົ້າ​ຄຸກ ແລະ ພາຍ​ລຸນ​ມາ​ຖືກ​ປ່ອຍ​ຕົວ​ໄປ—ໂດຍ​ການ​ດົນ​ໃຈ ນີໄຟ​ຮູ້​ຈັກ​ວ່າ ຊີ​ອານ​ທຳ​ເປັນ​ຄາດ​ຕະ​ກອນ—ຫລາຍ​ຄົນ​ຮັບ​ຮູ້​ວ່າ​ນີໄຟ​ເປັນ​ສາດ​ສະ​ດາ. ປະ​ມານ 23–21 ປີ ກ່ອນ ຄ.ສ.

1 ຈົ່ງ​ເບິ່ງ, ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ນີໄຟ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ ໄດ້​ມີ​ບາງ​ຄົນ ຊຶ່ງ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ​ແລ່ນ​ໄປ​ຫາ​ບັນ​ລັງ​ຕັດ​ສິນ; ແທ້​ຈິງ​ແລ້ວ, ມັນ​ມີ​ນຳ​ກັນ​ຫ້າ​ຄົນ​ທີ່​ໄປ, ແລະ ພວກ​ເຂົາ​ໄດ້​ລົມ​ກັນ​ຕອນ​ແລ່ນ​ໄປ​ນັ້ນ​ວ່າ:

2 ຈົ່ງ​ເບິ່ງ, ບັດ​ນີ້​ພວກ​ເຮົາ​ຈະ​ຮູ້​ຈັກ​ຢ່າງ​ແນ່​ນອນ​ວ່າ ຄົນ​ຜູ້​ນັ້ນ​ເປັນ​ສາດ​ສະ​ດາ​ແທ້​ຫລື​ບໍ່ ແລະ ພຣະ​ເຈົ້າ​ບັນ​ຊາ​ໃຫ້​ເພິ່ນ​ທຳ​ນາຍ​ເລື່ອງ​ໜ້າ​ອັດ​ສະ​ຈັນ​ເຊັ່ນ​ນີ້​ແກ່​ພວກ​ເຂົາ. ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ເຊື່ອ​ວ່າ​ພຣະ​ອົງ​ຈະ​ກະ​ທຳ​ແບບ​ນີ້; ແທ້​ຈິງ​ແລ້ວ, ພວກ​ເຮົາ​ບໍ່​ເຊື່ອ​ວ່າ​ເພິ່ນ​ເປັນ​ສາດ​ສະ​ດາ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ສິ່ງ​ທີ່​ເພິ່ນ​ເວົ້າ​ກ່ຽວ​ກັບ​ຫົວ​ໜ້າ​ຜູ້​ຕັດ​ສິນ​ວ່າ ເພິ່ນ​ຖືກ​ຂ້າ​ຕາຍ​ນັ້ນ​ເປັນ​ຄວາມ​ຈິງ ແລ້ວ​ພວກ​ເຮົາ​ຈຶ່ງ​ຈະ​ເຊື່ອ​ວ່າ ສິ່ງ​ທີ່​ເພິ່ນ​ເວົ້າ​ມາ​ນັ້ນ​ເປັນ​ຄວາມ​ຈິງ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ແລ່ນ​ໄປ​ຢ່າງ​ວ່ອງ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ແລະ ເຂົ້າ​ໄປ​ຮອດ​ບັນ​ລັງ​ຕັດ​ສິນ; ແລະ ຈົ່ງ​ເບິ່ງ, ຫົວ​ໜ້າ​ຜູ້​ຕັດ​ສິນ​ລົ້ມ​ຢູ່​ກັບ​ພື້ນ ແລະ ນອນ​ຈົມ​ກອງ​ເລືອດ​ຢູ່.

4 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ເວລາ​ພວກ​ເຂົາ​ເຫັນ​ເຊັ່ນ​ນີ້ ພວກ​ເຂົາ​ກໍ​ແປກ​ປະ​ຫລາດ​ໃຈ​ຢ່າງ​ຍິ່ງ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ; ເພາະ​ວ່າ​ພວກ​ເຂົາ​ບໍ່​ເຊື່ອ​ວ່າ​ຄຳ​ເວົ້າ​ທີ່​ນີໄຟ​ເວົ້າ​ກ່ຽວ​ກັບ​ຫົວ​ໜ້າ​ຜູ້​ຕັດ​ສິນ​ນັ້ນ​ຈິງ.

5 ແຕ່​ບັດ​ນີ້, ເມື່ອ​ເຫັນ​ແລ້ວ​ພວກ​ເຂົາ​ກໍ​ເຊື່ອ, ແລະ ພວກ​ເຂົາ​ຢ້ານ​ວ່າ​ການ​ພິ​ພາກ​ສາ​ທັງ​ໝົດ​ທີ່​ນີໄຟ​ເວົ້າ​ມາ​ນັ້ນ​ຈະ​ເກີດ​ກັບ​ຜູ້​ຄົນ; ສະນັ້ນ ພວກ​ເຂົາ​ຈຶ່ງ​ຕົວ​ສັ່ນ ແລະ ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ.

6 ບັດ​ນີ້, ໃນ​ທັນ​ທີ​ທີ່​ຜູ້​ຕັດ​ສິນ​ຖືກ​ລອບ​ຂ້າ​ຕາຍ—ໂດຍ​ນ້ອງ​ຊາຍ​ຂອງ​ຕົນ ຊຶ່ງ​ໄດ້​ນຸ່ງ​ເຄື່ອງ​ລຶກ​ລັບ​ເຂົ້າ​ມາ​ແທງ ແລ້ວ​ກໍ​ແລ່ນ​ໜີ​ໄປ, ແລະ ພວກ​ຂ້າ​ໃຊ້​ໄດ້​ແລ່ນ​ໄປ​ບອກ​ຜູ້​ຄົນ, ສົ່ງ​ສຽງ​ຮ້ອງ​ປ່າວ​ເຖິງ​ເລື່ອງ​ການ​ຄາດ​ຕະ​ກຳ​ທີ່​ເກີດ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ;

7 ແລະ ຈົ່ງ​ເບິ່ງ ຜູ້​ຄົນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ທີ່​ບັນ​ລັງ​ຕັດ​ສິນ—ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ມີ​ຄວາມ​ແປກ​ປະ​ຫລາດ​ໃຈ​ຫລາຍ ເວລາ​ພວກ​ເຂົາ​ເຫັນ​ຄົນ​ຫ້າ​ຄົນ​ນັ້ນ​ລົ້ມ​ຢູ່​ກັບ​ພື້ນ​ດິນ.

8 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຜູ້​ຄົນ​ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ຝູງ​ຊົນ​ທີ່​ມາ​ເຕົ້າ​ໂຮມ​ກັນ​ທີ່ ສວນ​ຂອງ​ນີໄຟ​ນັ້ນ; ສະນັ້ນ ພວກ​ເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ: ຄົນ​ພວກ​ນີ້​ຄື​ພວກ​ທີ່​ລອບ​ຂ້າ​ຜູ້​ຕັດ​ສິນ ແລະ ພຣະ​ເຈົ້າ​ລົງ​ໂທດ​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໜີ​ໄປ​ຈາກ​ພວກ​ເຮົາ​ບໍ່​ໄດ້.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ໄດ້​ຈັບ​ພວກ​ເຂົາ, ແລະ ມັດ​ພວກ​ເຂົາ ແລະ ເອົາ​ພວກ​ເຂົາ​ເຂົ້າ​ຄຸກ. ແລະ ມີ​ຂ່າວ​ສານ​ສົ່ງ​ອອກ​ໄປ​ທົ່ວ​ວ່າ ຜູ້​ຕັດ​ສິນ​ຖືກ​ລອບ​ຂ້າ ແລະ ຄາດ​ຕະ​ກອນ​ກໍ​ໄດ້​ຖືກ​ຈັບ​ເອົາ​ເຂົ້າ​ຄຸກ​ແລ້ວ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ມື້​ຕໍ່​ມາ ຜູ້​ຄົນ​ກໍ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ໄວ້​ທຸກ ແລະ ເພື່ອ ຖື​ສິນ​ອົດ​ເຂົ້າ​ໃນ​ພິ​ທີ​ຝັງ​ສົບ​ຫົວ​ໜ້າ​ຜູ້​ຕັດ​ສິນ​ຜູ້​ຍິ່ງ​ໃຫຍ່ ຊຶ່ງ​ຖືກ​ຂ້າ​ຕາຍ.

11 ແລະ ພວກ​ຜູ້​ຕັດ​ສິນ​ຜູ້​ທີ່​ໄປ​ຟັງ​ຄຳ​ເວົ້າ​ຂອງ​ນີໄຟ​ຢູ່​ໃນ​ສວນ​ຂອງ​ເພິ່ນ​ນັ້ນ ກໍ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ໃນ​ພິ​ທີ​ຝັງ​ສົບ​ຄື​ກັນ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ສອບ​ຖາມ​ໃນ​ບັນ​ດາ​ຜູ້​ຄົນ, ມີ​ຄວາມ​ວ່າ: ຄົນ​ຫ້າ​ຄົນ​ທີ່​ຖືກ​ສົ່ງ​ມາ​ເພື່ອ​ສອບ​ສວນ​ກ່ຽວ​ກັບ​ຫົວ​ໜ້າ​ຜູ້​ຕັດ​ສິນ​ວ່າ ເພິ່ນ​ຖືກ​ຂ້າ​ຕາຍ​ຫລື​ບໍ່​ນັ້ນ​ຢູ່​ໃສ? ແລະ ຄົນ​ທັງ​ຫລາຍ​ຕອບ ແລະ ເວົ້າ​ວ່າ: ກ່ຽວ​ກັບ​ຄົນ​ຫ້າ​ຄົນ​ທີ່​ພວກ​ທ່ານ​ສົ່ງ​ມາ​ນັ້ນ​ພວກ​ເຮົາ​ບໍ່​ຮູ້​ຈັກ, ແຕ່​ວ່າ​ມີ​ຫ້າ​ຄົນ​ທີ່​ເປັນ​ຄາດ​ຕະ​ກອນ ຊຶ່ງ​ພວກ​ເຮົາ​ໄດ້​ຈັບ​ເຂົ້າ​ຄຸກ​ແລ້ວ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ຜູ້​ຕັດ​ສິນ​ຈຶ່ງ​ສັ່ງ​ໃຫ້​ນຳ​ເອົາ​ພວກ​ຫ້າ​ຄົນ​ນັ້ນ​ມາ ແລະ ພວກ​ເຂົາ​ຖືກ​ນຳ​ມາ, ແລະ ຈົ່ງ​ເບິ່ງ ພວກ​ເຂົາ​ຄື​ຄົນ​ຫ້າ​ຄົນ​ທີ່​ຖືກ​ສົ່ງ​ໄປ​ນັ້ນ; ແລະ ຈົ່ງ​ເບິ່ງ ພວກ​ຜູ້​ຕັດ​ສິນ​ໄດ້​ສອບ​ຖາມ​ພວກ​ເຂົາ ເພື່ອ​ຈະ​ໄດ້​ຮູ້​ຈັກ​ກ່ຽວ​ກັບ​ເລື່ອງ​ຕ່າງໆ, ແລະ ພວກ​ເຂົາ​ໄດ້​ບອກ​ຜູ້​ຄົນ​ເຫລົ່າ​ນັ້ນ​ເຖິງ​ເລື່ອງ​ທັງ​ໝົດ​ທີ່​ພວກ​ເຂົາ​ໄດ້​ເຮັດ, ມີ​ຄວາມ​ວ່າ:

14 ພວກ​ເຮົາ​ໄດ້​ແລ່ນ​ມາ​ຫາ​ບັນ​ລັງ​ຕັດ​ສິນ ແລະ ເມື່ອ​ພວກ​ເຮົາ​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ​ຄື​ກັນ​ກັບ​ນີໄຟ​ໄດ້​ໃຫ້​ຖ້ອຍ​ຄຳ​ໄວ້, ພວກ​ເຮົາ​ກໍ​ແປກ​ປະ​ຫລາດ​ໃຈ​ຫລາຍ ເຖິງ​ຂະ​ໜາດ​ທີ່​ພວກ​ເຮົາ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ; ແລະ ເວລາ​ພວກ​ເຮົາ​ຫາຍ​ແປກ​ປະ​ຫລາດ​ໃຈ​ແລ້ວ, ຈົ່ງ​ເບິ່ງ ພວກ​ເຂົາ​ກໍ​ໄດ້​ເອົາ​ພວກ​ເຮົາ​ເຂົ້າ​ຄຸກ.

15 ບັດ​ນີ້, ເລື່ອງ​ການ​ລອບ​ຂ້າ​ຜູ້​ຕັດ​ສິນ​ນີ້ ພວກ​ເຮົາ​ບໍ່​ຮູ້​ຈັກ​ວ່າ​ຜູ້​ໃດ​ເຮັດ, ແລະ ພວກ​ເຮົາ​ຮູ້​ຈັກ​ພຽງ​ແຕ່​ວ່າ ພວກ​ເຮົາ​ໄດ້​ແລ່ນ​ມາ​ຕາມ​ທີ່​ພວກ​ທ່ານ​ປາດ​ຖະ​ໜາ ແລະ ຈົ່ງ​ເບິ່ງ, ເພິ່ນ​ຕາຍ​ແລ້ວ​ຕາມ​ຄຳ​ເວົ້າ​ຂອງ​ນີໄຟ.

16 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ຜູ້​ຕັດ​ສິນ​ໄດ້​ຊີ້​ແຈງ​ເລື່ອງ​ນີ້​ແກ່​ຜູ້​ຄົນ ແລະ ໄດ້​ຮ້ອງ​ກ່າວ​ໂທດ​ນີໄຟ, ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ຮູ້​ຈັກ​ວ່າ ນີໄຟ​ຜູ້​ນີ້​ຕ້ອງ​ຕົກ​ລົງ​ກັບ​ຜູ້​ໃດ​ຜູ້​ໜຶ່ງ​ໃຫ້​ຂ້າ​ຜູ້​ຕັດ​ສິນ, ແລະ ລາວ​ຈຶ່ງ​ໄດ້​ປະ​ກາດ​ເລື່ອງ​ນີ້​ແກ່​ພວກ​ເຮົາ, ເພື່ອ​ລາວ​ຈະ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕາມ​ສັດທາ​ຂອງ​ລາວ, ເພື່ອ​ລາວ​ຈະ​ໄດ້​ຍົກ​ຕົວ​ເອງ​ຂຶ້ນ​ເປັນ​ຜູ້​ຍິ່ງ​ໃຫຍ່, ເປັນ​ຜູ້​ທີ່​ພຣະ​ເຈົ້າ​ໄດ້​ເລືອກ​ໄວ້ ແລະ ເປັນ​ສາດ​ສະ​ດາ.

17 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ຈະ​ສອບ​ສວນ​ຊາຍ​ຜູ້​ນີ້ ແລະ ລາວ​ຈະ​ສາ​ລະ​ພາບ​ຄວາມ​ຜິດ​ຂອງ​ລາວ ແລະ ພວກ​ເຮົາ​ຈະ​ໄດ້​ຮູ້​ຈັກ​ວ່າ​ຜູ້​ໃດ​ແທ້​ຂ້າ​ຜູ້​ຕັດ​ສິນ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫ້າ​ຄົນ​ຖືກ​ປ່ອຍ​ຕົວ​ໃນ​ມື້​ຝັງ​ສົບ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ໄດ້​ຕິ​ຕຽນ​ພວກ​ຜູ້​ຕັດ​ສິນ​ກ່ຽວ​ກັບ​ຄຳ​ເວົ້າ​ທີ່​ເວົ້າ​ປັກ​ປຳ​ນີໄຟ, ແລະ ໄດ້​ໂຕ້​ຖຽງ​ກັບ​ຜູ້​ຕັດ​ສິນ​ແຕ່​ລະ​ຄົນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ຍອມ​ຈຳ​ນົນ.

19 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ໄດ້​ສັ່ງ​ໃຫ້​ຈັບ​ມັດ​ເອົາ​ນີໄຟ​ມາ ແລະ ໃຫ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ຝູງ​ຊົນ, ແລະ ພວກ​ເຂົາ​ໄດ້​ສອບ​ຖາມ​ເພິ່ນ​ຫລາຍ​ຢ່າງ ເພື່ອ​ຈະ​ເຮັດ​ໃຫ້​ເພິ່ນ​ສັບ​ສົນ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ກ່າວ​ຫາ​ເພິ່ນ​ໃຫ້​ເຖິງ​ຄວາມ​ຕາຍ—

20 ໂດຍ​ກ່າວ​ກັບ​ເພິ່ນ​ວ່າ: ທ່ານ​ເປັນ​ຜູ້​ສົມ​ຮູ້​ຮ່ວມ​ຄິດ; ແມ່ນ​ໃຜ​ເປັນ​ຜູ້​ເຮັດ​ຄາດ​ຕະ​ກຳ​ນີ້? ບັດ​ນີ້​ຈົ່ງ​ບອກ​ມາ ແລະ ຍອມ​ຮັບ​ຄວາມ​ຜິດ​ຂອງ​ທ່ານ​ສາ; ກ່າວ​ວ່າ, ຈົ່ງ​ເບິ່ງ ນີ້​ແມ່ນ​ເງິນ; ແລະ ພວກ​ເຮົາ​ຈະ​ໄວ້​ຊີ​ວິດ​ຂອງ​ທ່ານ ຖ້າ​ຫາກ​ທ່ານ​ບອກ​ພວກ​ເຮົາ​ເຖິງ​ການ​ຕົກ​ລົງ​ຮ່ວມ​ມື​ກັບ​ຄາດ​ຕະ​ກອນ​ຄົນ​ນັ້ນ.

21 ແຕ່​ນີໄຟ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ໂອ້ ພວກ ຄົນ​ໂງ່​ເອີຍ, ພວກ​ທ່ານ​ມີ​ໃຈ​ສົກ​ກະ​ປົກ, ພວກ​ທ່ານ​ຕາ​ບອດ, ພວກ​ທ່ານ​ເປັນ​ຄົນ ແຂງ​ຄໍ, ພວກ​ທ່ານ​ຮູ້​ບໍ່​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ຈະ​ປ່ອຍ​ໃຫ້​ພວກ​ທ່ານ​ໄປ​ໃນ​ທາງ​ບາບ​ຂອງ​ພວກ​ທ່ານ​ອີກ​ດົນ​ປານ​ໃດ?

22 ໂອ້ ພວກ​ທ່ານ​ຄວນ​ເລີ່ມ​ຕົ້ນ​ຄວນ​ຄາງ ແລະ ເປັນ​ທຸກ, ຍ້ອນ​ວ່າ​ໃນ​ຂະນະ​ນີ້​ຄວາມ​ພິນາດ​ອັນ​ໃຫຍ່​ຫລວງ​ກຳ​ລັງ​ຄອຍ​ຖ້າ​ພວກ​ທ່ານ​ຢູ່, ຖ້າ​ຫາກ​ພວກ​ທ່ານ​ບໍ່​ກັບ​ໃຈ.

23 ຈົ່ງ​ເບິ່ງ ພວກ​ທ່ານ​ກ່າວ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຕົກ​ລົງ​ກັບ​ຜູ້​ໃດ​ຜູ້​ໜຶ່ງ​ໃຫ້​ລອບ​ຂ້າ​ສີ​ໂຊຣຳ​ຜູ້​ຊຶ່ງ​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ​ຂອງ​ພວກ​ເຮົາ. ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເປັນ​ຍ້ອນ​ຂ້າ​ພະ​ເຈົ້າ​ໄດ້​ສະແດງ​ຫລັກ​ຖານ​ແກ່​ພວກ​ທ່ານ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮູ້​ຈັກ​ກ່ຽວ​ກັບ​ເລື່ອງ​ນີ້; ແທ້​ຈິງ​ແລ້ວ, ເພື່ອ​ເປັນ​ພະຍານ​ຕໍ່​ພວກ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຊຶ່ງ​ມີ​ຢູ່​ໃນ​ບັນ​ດາ​ພວກ​ທ່ານ.

24 ແລະ ຍ້ອນ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ສິ່ງ​ນີ້ ພວກ​ທ່ານ​ຈຶ່ງ​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຕົກ​ລົງ​ກັບ​ຜູ້​ໃດ​ຜູ້​ໜຶ່ງ​ໃຫ້​ເຮັດ​ສິ່ງ​ນີ້; ແທ້​ຈິງ​ແລ້ວ, ຍ້ອນ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ສະແດງ​ເຄື່ອງ​ໝາຍ​ນີ້​ແກ່​ພວກ​ທ່ານ, ພວກ​ທ່ານ​ຈຶ່ງ​ຄຽດ​ແຄ້ນ​ໃຫ້​ຂ້າ​ພະ​ເຈົ້າ, ແລະ ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

25 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ສະແດງ​ເຄື່ອງ​ໝາຍ​ອີກ​ຢ່າງ​ໜຶ່ງ​ແກ່​ພວກ​ທ່ານ, ແລະ ຈະ​ເບິ່ງ​ວ່າ ພວກ​ທ່ານ​ຈະ​ພະ​ຍາ​ຍາມ​ທຳ​ລາຍ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເລື່ອງ​ນີ້​ຫລື​ບໍ່.

26 ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ: ໃຫ້​ໄປ​ຫາ​ເຮືອນ​ຂອງ​ຊີ​ອານ​ທຳ​ຜູ້​ເປັນ ນ້ອງ​ຊາຍ​ຂອງ​ສີ​ໂຊຣຳ, ແລະ ເວົ້າ​ກັບ​ລາວ​ວ່າ—

27 ນີໄຟ​ຜູ້​ທີ່​ອ້າງ​ຕົນ​ເອງ​ວ່າ​ເປັນ​ສາດ​ສະ​ດາ ຜູ້​ໄດ້​ທຳ​ນາຍ​ກ່ຽວ​ກັບ​ຄວາມ​ຊົ່ວ​ຢ່າງ​ຫລວງ​ຫລາຍ​ຂອງ​ຜູ້​ຄົນ​ພວກ​ນີ້​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ກັບ​ເຈົ້າ​ບໍ​ໃນ​ການ​ລອບ​ຂ້າ​ສີ​ໂຊຣຳ​ຜູ້​ເປັນ​ອ້າຍ​ຂອງ​ເຈົ້າ?

28 ແລະ ຈົ່ງ​ເບິ່ງ, ລາວ​ຈະ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ບໍ່.

29 ແລະ ພວກ​ທ່ານ​ຈົ່ງ​ຖາມ​ລາວ​ອີກ​ວ່າ: ເຈົ້າ​ໄດ້​ຂ້າ​ອ້າຍ​ຂອງ​ເຈົ້າ​ບໍ່?

30 ແລະ ລາວ​ຈະ​ຢືນ​ຂຶ້ນ​ດ້ວຍ​ຄວາມ​ຢ້ານ​ກົວ ແລະ ບໍ່​ຮູ້​ວ່າ​ຈະ​ເວົ້າ​ແນວ​ໃດ. ແລະ ຈົ່ງ​ເບິ່ງ, ລາວ​ຈະ​ປະ​ຕິ​ເສດ ແລະ ລາວ​ຈະ​ເຮັດ​ທຳ​ທ່າ​ວ່າ​ລາວ​ແປກ​ໃຈ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາວ​ກໍ​ຈະ​ອ້າງ​ກັບ​ພວກ​ທ່ານ​ວ່າ ລາວ​ບໍ​ລິ​ສຸດ.

31 ແຕ່​ຈົ່ງ​ເບິ່ງ, ໃຫ້​ພວກ​ທ່ານ​ກວດ​ຄົ້ນ​ຕົວ​ລາວ, ແລະ ພວກ​ທ່ານ​ຈະ​ໄດ້​ເຫັນ​ເລືອດ​ໃນ​ສາຍ​ເສື້ອ​ຄຸມ​ຂອງ​ລາວ.

32 ແລະ ເວລາ​ພວກ​ທ່ານ​ເຫັນ​ສິ່ງ​ເຫລົ່າ​ນີ້​ແລ້ວ, ພວກ​ທ່ານ​ຈົ່ງ​ຖາມ​ວ່າ: ເລືອດ​ນີ້​ມາ​ແຕ່​ໃສ? ພວກ​ເຮົາ​ບໍ່​ຮູ້​ບໍ​ວ່າ​ມັນ​ເປັນ​ເລືອດ​ຂອງ​ອ້າຍ​ເຈົ້າ?

33 ແລະ ເວລາ​ນັ້ນ​ລາວ​ຈະ​ຕົວ​ສັ່ນ, ແລະ ໜ້າ​ຊີດ, ຄ້າຍ​ຄື​ກັບ​ວ່າ ຄວາມ​ຕາຍ​ມາ​ຮອດ​ລາວ​ແລ້ວ.

34 ແລະ ເວລາ​ນັ້ນ​ພວກ​ທ່ານ​ຈະ​ເວົ້າ​ວ່າ: ຍ້ອນ​ຄວາມ​ຢ້ານ ແລະ ໜ້າ​ຊີດ​ທີ່​ມີ​ຢູ່​ໃນ​ໃບ​ໜ້າ​ຂອງ​ເຈົ້າ, ຈົ່ງ​ເບິ່ງ, ພວກ​ເຮົາ​ຈຶ່ງ​ຮູ້​ວ່າ​ເຈົ້າ​ມີ​ຄວາມ​ຜິດ.

35 ແລະ ເວລາ​ນັ້ນ ລາວ​ຈະ​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ທີ່​ສຸດ; ແລະ ແລ້ວ​ລາວ​ຈະ​ສາ​ລະ​ພາບ​ກັບ​ພວກ​ທ່ານ, ແລະ ລາວ​ຈະ​ປະ​ຕິ​ເສດ​ບໍ່​ໄດ້​ອີກ​ວ່າ ລາວ​ບໍ່​ໄດ້​ເຮັດ​ການ​ຄາດ​ຕະ​ກຳ​ນີ້.

36 ແລະ ເວລາ​ນັ້ນ ລາວ​ຈະ​ກ່າວ​ກັບ​ພວກ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ນີໄຟ​ບໍ່​ຮູ້​ຈັກ​ເລື່ອງ​ນີ້​ເລີຍ ນອກ​ຈາກ​ວ່າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ມາ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ. ແລະ ເວລາ​ນັ້ນ ພວກ​ທ່ານ​ຈະ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ເປັນ​ຄົນ​ຊື່​ສັດ, ແລະ ພຣະ​ເຈົ້າ​ໄດ້​ສົ່ງ​ຂ້າ​ພະ​ເຈົ້າ​ມາ​ຫາ​ພວກ​ທ່ານ.

37 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ໄປ ແລະ ເຮັດ, ຕາມ​ທີ່​ນີໄຟ​ໄດ້​ກ່າວ​ກັບ​ພວກ​ເຂົາ. ແລະ ຈົ່ງ​ເບິ່ງ, ຄຳ​ເວົ້າ​ຂອງ​ເພິ່ນ​ລ້ວນ​ແລ້ວ​ແຕ່​ເປັນ​ຄວາມ​ຈິງ; ເພາະ​ອີງ​ຕາມ​ຄຳ​ທີ່​ລາວ​ໄດ້​ປະ​ຕິ​ເສດ, ແລະ ອີງ​ຕາມ​ຄຳ​ທີ່​ລາວ​ໄດ້​ສາ​ລະ​ພາບ​ນຳ​ອີກ.

38 ແລະ ລາວ​ຖືກ​ນຳ​ຕົວ​ມາ​ເພື່ອ​ພິ​ສູດ​ວ່າ​ລາວ​ເອງ​ເປັນ​ຄາດ​ຕະ​ກອນ, ເຖິງ​ຂະ​ໜາດ​ທີ່​ຄົນ​ຫ້າ​ຄົນ​ໄດ້​ຖືກ​ປ່ອຍ​ຕົວ​ໄປ ແລະ ນີໄຟ​ກໍ​ຖືກ​ປ່ອຍ​ຕົວ​ໄປ​ຄື​ກັນ.

39 ແລະ ຊາວ​ນີໄຟ​ບາງ​ຄົນ​ໄດ້​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ນີໄຟ; ແລະ ບາງ​ຄົນ​ໄດ້​ເຊື່ອ​ໃນ​ເລື່ອງ​ນີ້​ເພາະ​ປະຈັກ​ພະຍານ​ຂອງ​ຫ້າ​ຄົນ​ນັ້ນ, ເພາະ​ພວກ​ເຂົາ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ຂະນະ​ທີ່​ພວກ​ເຂົາ​ຢູ່​ໃນ​ຄຸກ.

40 ແລະ ບັດ​ນີ້​ມີ​ບາງ​ຄົນ​ໃນ​ບັນ​ດາ​ຜູ້​ຄົນ​ເວົ້າ​ວ່າ​ນີໄຟ​ເປັນ​ສາດ​ສະ​ດາ.

41 ແລະ ມີ​ຄົນ​ອື່ນໆ​ທີ່​ເວົ້າ​ວ່າ: ຈົ່ງ​ເບິ່ງ ເພິ່ນ​ເປັນ​ພຣະ​ເຈົ້າ, ເພາະ​ຖ້າ​ຫາກ​ເພິ່ນ​ບໍ່​ໄດ້​ເປັນ​ພຣະ​ເຈົ້າ​ແລ້ວ ເພິ່ນ​ຈະ​ຮູ້​ຈັກ​ທຸກ​ສິ່ງ​ທຸກ​ຢ່າງ​ບໍ່​ໄດ້. ເພາະ​ຈົ່ງ​ເບິ່ງ, ເພິ່ນ​ໄດ້​ບອກ​ພວກ​ເຮົາ​ເຖິງ​ຄວາມ​ນຶກ​ຄິດ​ທີ່​ຢູ່​ໃນ​ໃຈ​ຂອງ​ພວກ​ເຮົາ, ແລະ ບອກ​ເຖິງ​ເລື່ອງ​ຕ່າງໆ​ນຳ​ອີກ; ແລະ ແມ່ນ​ແຕ່​ເພິ່ນ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ຮູ້​ຈັກ​ຄາດ​ຕະ​ກອນ​ຕົວ​ຈິງ​ຂອງ​ຫົວ​ໜ້າ​ຜູ້​ຕັດ​ສິນ​ຂອງ​ພວກ​ເຮົາ.