ພຣະ​ຄຳ​ພີ
ຮີ​ລາ​ມັນ 1


ໜັງ​ສື​ຮີ​ລາ​ມັນ

ເລື່ອງ​ລາວ​ຂອງ​ຊາວ​ນີໄຟ. ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ຂອງ​ພວກ​ເຂົາ, ແລະ ການ​ແຕກ​ແຍກ​ຂອງ​ພວກ​ເຂົາ. ແລະ ເລື່ອງ​ລາວ​ຂອງ​ການ​ທຳ​ນາຍ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຫລາຍ​ທ່ານ​ທີ່​ໄດ້​ທຳ​ນາຍ​ໄວ້​ກ່ອນ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ​ນຳ​ອີກ, ຕາມ​ບັນ​ທຶກ​ຂອງ​ຮີ​ລາ​ມັນ​ນຳ​ອີກ, ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ, ແລະ ຕາມ​ບັນ​ທຶກ​ຂອງ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ນຳ​ອີກ, ຈົນ​ມາ​ຮອດ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ. ແລະ ຊາວ​ເລມັນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ນຳ​ອີກ. ແລະ ເລື່ອງ​ລາວ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ພວກ​ເຂົາ. ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ຊອບ​ທຳ​ຂອງ​ຊາວ​ເລມັນ, ແລະ ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ຊາວ​ນີໄຟ, ຕາມ​ບັນ​ທຶກ​ຂອງ​ຮີ​ລາ​ມັນ ແລະ ລູກ​ຊາຍ​ຂອງ​ເພິ່ນ, ຈົນ​ມາ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ, ຊຶ່ງ​ເອີ້ນ​ວ່າ​ໜັງ​ສື​ຮີ​ລາ​ມັນ, ແລະ ອື່ນໆ.

ບົດ​ທີ 1

ເພ​ໂຮ​ຣັນ​ຜູ້​ເປັນ​ລູກ​ຊາຍ​ກາຍ​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ຖືກ​ລອບ​ຂ້າ​ໂດຍ​ຄິດ​ຄູ​ເມັນ—ແລ້ວ​ເພ​ຄິວ​ເມ​ໄນ​ກໍ​ຮັບ​ຕຳ​ແໜ່ງ​ບັນ​ລັງ​ຕັດ​ສິນ​ແທນ—ໂຄ​ຣິ​ອານ​ທະ​ເມີ​ນຳ​ພາ​ກອງ​ທັບ​ເລມັນ, ຍຶດ​ເອົາ​ເຊຣາ​ເຮັມລາ​ໄປ, ແລະ ຂ້າ​ເພ​ຄິວ​ເມ​ໄນ—ໂມ​ໂຣ​ໄນ​ຮາ​ຊະນະ​ຊາວ​ເລມັນ ແລະ ຍຶດ​ເອົາ​ເຊຣາ​ເຮັມລາ​ຄືນ​ມາ, ແລະ ໂຄ​ຣິ​ອານ​ທະ​ເມີ​ຖືກ​ຂ້າ. ປະ​ມານ 52–50 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ທີ​ສີ່​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ, ມັນ​ໄດ້​ເລີ່ມ​ມີ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ຮ້າຍ​ແຮງ​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ.

2 ເພາະ​ຈົ່ງ​ເບິ່ງ, ເພ​ໂຮ​ຣັນ​ໄດ້​ສິ້ນ​ຊີ​ວິດ​ໄປ ແລະ ໄດ້​ໄປ​ຕາມ​ທາງ​ຂອງ​ໂລກ​ແລ້ວ; ສະນັ້ນ ມັນ​ຈຶ່ງ​ເລີ່ມ​ມີ​ການ​ຂັດ​ແຍ້ງ​ຢ່າງ​ຮຸນ​ແຮງ​ກ່ຽວ​ກັບ​ວ່າ​ຜູ້​ໃດ​ໃນ​ບັນ​ດາ​ອ້າຍ​ນ້ອງ​ກັນ ຊຶ່ງ​ເປັນ​ພວກ​ລູກ​ຊາຍ​ຂອງ​ເພ​ໂຮ​ຣັນ ຈະ​ໄດ້​ນັ່ງ​ບັນ​ລັງ​ຕັດ​ສິນ.

3 ບັດ​ນີ້ ນີ້​ຄື​ລາຍ​ຊື່​ຂອງ​ຜູ້​ທີ່​ຂັດ​ແຍ້ງ​ກັນ​ເພື່ອ​ນັ່ງ​ບັນ​ລັງ​ຕັດ​ສິນ ຜູ້​ຊຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ຂັດ​ແຍ້ງ​ກັນ​ນຳ​ອີກ: ເພ​ໂຮ​ຣັນ, ເພ​ອານ​ໄຄ, ແລະ ເພ​ຄິວ​ເມ​ໄນ.

4 ບັດ​ນີ້​ເພ​ໂຮຣັນ​ບໍ່​ໄດ້​ມີ​ລູກ​ຊາຍ​ພຽງ​ແຕ່​ສາມ​ຄົນ​ເທົ່າ​ນັ້ນ (ເພາະ​ເພິ່ນ​ມີ​ລູກ​ຊາຍ​ຫລາຍ​ຄົນ), ແຕ່​ສາມ​ຄົນ​ນີ້​ເປັນ​ຜູ້​ທີ່​ຂັດ​ແຍ້ງ​ກັນ​ເພື່ອ​ນັ່ງ​ບັນ​ລັງ​ຕັດ​ສິນ; ສະນັ້ນ, ພວກ​ເຂົາ​ຈຶ່ງ​ເຮັດ​ໃຫ້​ເກີດ​ການ​ແບ່ງ​ແຍກ​ກັນ​ຂຶ້ນ​ເປັນ​ສາມ​ກຸ່ມ​ໃນ​ບັນ​ດາ​ຜູ້​ຄົນ.

5 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພ​ໂຮ​ຣັນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ ສຽງ​ຂອງ​ຜູ້​ຄົນ​ໃຫ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ເປັນ​ຜູ້​ປົກ​ຄອງ​ດູ​ແລ​ຜູ້​ຄົນ​ຂອງ​ນີໄຟ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພ​ຄິວ​ເມ​ໄນ, ເມື່ອ​ລາວ​ເຫັນ​ວ່າ​ຕົນ​ເອງ​ບໍ່​ໄດ້​ນັ່ງ​ບັນ​ລັງ​ຕັດ​ສິນ​ແລ້ວ, ລາວ​ຈຶ່ງ​ເຫັນ​ພ້ອມ​ກັບ​ສຽງ​ຂອງ​ຜູ້​ຄົນ.

7 ແຕ່​ຈົ່ງ​ເບິ່ງ, ເພ​ອານ​ໄຄ, ແລະ ຜູ້​ຄົນ​ຜູ້​ທີ່​ປາດ​ຖະ​ໜາ​ໃຫ້​ລາວ​ເປັນ​ຜູ້​ປົກ​ຄອງ​ຂອງ​ຕົນ​ກໍ​ມີ​ຄວາມ​ຄຽດ​ແຄ້ນ​ຂຶ້ນ; ສະນັ້ນ, ລາວ​ຈຶ່ງ​ໄດ້​ຍຸ​ຍົງ​ຜູ້​ຄົນ​ພວກ​ນັ້ນ​ໃຫ້​ລຸກ​ຂຶ້ນ​ໃນ​ການ​ກະ​ບົດ​ຕໍ່​ອ້າຍ​ນ້ອງ​ຂອງ​ລາວ​ເອງ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຂະນະ​ທີ່​ລາວ​ກຳ​ລັງ​ກໍ່​ການ​ກະ​ບົດ​ຢູ່​ນັ້ນ, ຈົ່ງ​ເບິ່ງ, ລາວ​ໄດ້​ຖືກ​ຈັບ​ໄປ, ແລະ ຖືກ​ຕັດ​ສິນ​ຕາມ​ສຽງ​ຂອງ​ຜູ້​ຄົນ, ແລະ ຕ້ອງ​ໄດ້​ຮັບ​ໂທດ​ປະ​ຫານ​ຊີ​ວິດ; ເພາະ​ວ່າ​ລາວ​ໄດ້​ກໍ່​ການ​ກະ​ບົດ​ຂຶ້ນ ແລະ ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ ເສ​ລີ​ພາບ​ຂອງ​ຜູ້​ຄົນ.

9 ບັດ​ນີ້​ເວລາ​ພວກ​ທີ່​ຢາກ​ໃຫ້​ເພ​ອານ​ໄຄ​ເປັນ​ຜູ້​ປົກ​ຄອງ​ຂອງ​ຕົນ​ເຫັນ​ວ່າ​ເພ​ອານ​ໄຄ​ໄດ້​ຮັບ​ໂທດ​ປະ​ຫານ​ຊີ​ວິດ​ແລ້ວ, ສະນັ້ນ ພວກ​ເຂົາ​ຈຶ່ງ​ຄຽດ​ແຄ້ນ, ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ສົ່ງ​ຄົນ​ຜູ້​ໜຶ່ງ​ຊື່​ວ່າ ຄິດ​ຄູ​ເມັນ, ໄປ​ທີ່​ບັນ​ລັງ​ຕັດ​ສິນ​ຂອງ​ເພ​ໂຮ​ຣັນ, ແລະ ລອບ​ຂ້າ​ເພ​ໂຮ​ຣັນ​ໃນ​ຂະນະ​ທີ່​ເພິ່ນ​ນັ່ງ​ຢູ່​ໃນ​ບັນ​ລັງ​ຕັດ​ສິນ​ຢູ່​ນັ້ນ.

10 ແລະ ຂ້າ​ໃຊ້​ຂອງ​ເພ​ໂຮ​ຣັນ​ໄດ້​ໄລ່​ຕິດ​ຕາມ​ຄິດ​ຄູ​ເມັນ​ໄປ; ແຕ່​ຈົ່ງ​ເບິ່ງ, ຄິດ​ຄູ​ເມັນ​ໄດ້​ປົບ​ໜີ​ໄປ​ຢ່າງ​ວ່ອງ​ໄວ​ທີ່​ສຸດ ຈົນ​ວ່າ​ບໍ່​ມີ​ຜູ້​ໃດ​ໄລ່​ຕາມ​ລາວ​ທັນ.

11 ແລະ ລາວ​ໄດ້​ກັບ​ຄືນ​ໄປ​ຫາ​ຜູ້​ທີ່​ໃຊ້​ລາວ​ມາ, ແລະ ພວກ​ເຂົາ​ທັງ​ໝົດ​ໄດ້​ເຮັດ​ພັນທະ​ສັນ​ຍາ​ຮ່ວມ​ກັນ, ແທ້​ຈິງ​ແລ້ວ, ໄດ້​ສາບານ​ໂດຍ​ອ້າງ​ເຖິງ​ພຣະ​ຜູ້​ສ້າງ​ທີ່​ເປັນ​ນິດ​ຂອງ​ພວກ​ເຂົາ, ວ່າ​ບໍ່​ໃຫ້​ເປີດ​ເຜີຍ​ໃຫ້​ຜູ້​ໃດ​ຮູ້​ວ່າ ຄິດ​ຄູ​ເມັນ​ໄດ້​ລອບ​ຂ້າ​ເພ​ໂຮ​ຣັນ.

12 ສະນັ້ນ, ຈຶ່ງ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ຄິດ​ຄູ​ເມັນ​ເລີຍ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ, ເພາະ​ວ່າ​ລາວ​ໄດ້​ປອມ​ຕົວ​ເຂົ້າ​ໄປ​ລອບ​ຂ້າ​ເພ​ໂຮ​ຣັນ. ແລະ ຄິດ​ຄູ​ເມັນ​ພ້ອມ​ດ້ວຍ​ພັກ​ພວກ​ຂອງ​ລາວ​ກໍ​ໄດ້​ເຮັດ​ພັນທະ​ສັນ​ຍາ​ນຳ​ກັນ, ໄດ້​ປະ​ປົນ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ, ໂດຍ​ວິ​ທີ​ທີ່​ຈະ​ຊອກ​ຫາ​ພວກ​ເຂົາ​ບໍ່​ເຫັນ; ແຕ່​ຄົນ​ທີ່​ຖືກ​ພົບ​ເຫັນ​ຕ້ອງ​ຮັບ​ໂທດ ປະ​ຫານ​ຊີ​ວິດ.

13 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ເພ​ຄິວ​ເມ​ໄນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ​ສຽງ​ຂອງ​ຜູ້​ຄົນ​ໃຫ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ, ແລະ ເປັນ​ຜູ້​ປົກ​ຄອງ​ດູ​ແລ​ຜູ້​ຄົນ​ແທນ​ເພ​ໂຮ​ຣັນ​ອ້າຍ​ຂອງ​ລາວ. ແລະ ມັນ​ເປັນ​ໄປ​ຕາມ​ສິດ​ທິ​ຂອງ​ລາວ​ທີ່​ຄວນ​ຈະ​ໄດ້​ຮັບ. ແລະ ທັງ​ໝົດ​ນີ້​ເປັນ​ໄປ​ໃນ​ປີ​ທີ​ສີ່​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ ແລະ ມັນ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສີ່​ສິບ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ຄື​ຊາວ​ເລມັນ​ໄດ້​ເຕົ້າ​ໂຮມ​ກອງ​ທັບ​ອັນ​ມີ​ກຳ​ລັງ​ຄົນ​ນັບ​ບໍ່​ຖ້ວນ, ແລະ ປະກອບ​ອາ​ວຸດ​ດ້ວຍ​ຫອກ ແລະ ດາບ, ແລະ ດ້ວຍ​ຄັນ​ທະ​ນູ, ແລະ ລູກ​ທະ​ນູ, ແລະ ດ້ວຍ​ເຄື່ອງ​ປ້ອງ​ກັນ​ຫົວ ແລະ ແຜ່ນ​ປົກ​ເອິກ, ແລະ ເຄື່ອງ​ປ້ອງ​ກັນ​ທຸກ​ຊະ​ນິດ.

15 ແລະ ພວກ​ເຂົາ​ໄດ້​ຍົກ​ທັບ​ລົງ​ມາ​ອີກ ເພື່ອ​ຈະ​ໄດ້​ສູ້​ຮົບ​ກັບ​ຊາວ​ນີໄຟ. ແລະ ພວກ​ເຂົາ​ໄດ້​ຮັບ​ການ​ບັງ​ຄັບ​ບັນ​ຊາ​ໂດຍ​ໂຄ​ຣິ​ອານ​ທະ​ເມີ; ແລະ ລາວ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ເຊຣາ​ເຮັມລາ; ແລະ ລາວ​ເປັນ​ຜູ້​ທີ່​ແຍກ​ອອກ​ໄປ​ຈາກ​ບັນ​ດາ​ຊາວ​ນີໄຟ; ແລະ ເປັນ​ຄົນ​ຮ່າງ​ໃຫຍ່ ແລະ ມີ​ກຳ​ລັງ​ຫລາຍ.

16 ສະນັ້ນ, ກະສັດ​ຂອງ​ຊາວ​ເລມັນ​ຜູ້​ມີ​ຊື່​ວ່າ ທຸ​ບະ​ລອດ, ຜູ້​ເປັນ​ລູກ​ຊາຍ​ຂອງ ອາມ​ໂມ​ຣອນ, ຈຶ່ງ​ຄິດ​ວ່າ​ໂຄ​ຣິ​ອານ​ທະ​ເມີ​ເປັນ​ຄົນ​ມີ​ກຳ​ລັງ​ແຂງ​ແຮງ, ສະນັ້ນ ລາວ​ຈະ​ສາ​ມາດ​ຢືນ​ຕໍ່​ສູ້​ກັບ​ຊາວ​ນີໄຟ​ໄດ້, ແລະ ລາວ​ກໍ​ມີ​ປັນ​ຍາ​ອັນ​ແຫລມ​ຄົມ​ນຳ​ອີກ, ເຖິງ​ຂະ​ໜາດ​ທີ່​ຖ້າ​ສົ່ງ​ລາວ​ໄປ ລາວ​ກໍ​ຈະ​ເອົາ​ຊະນະ​ຊາວ​ນີໄຟ​ໄດ້—

17 ສະນັ້ນ ລາວ​ຈຶ່ງ​ໄດ້​ຍຸ​ຍົງ​ພວກ​ເຂົາ​ໃຫ້​ຄຽດ​ແຄ້ນ, ແລະ ລາວ​ໄດ້​ເຕົ້າ​ໂຮມ​ກອງ​ທັບ​ຂອງ​ລາວ, ແລະ ໄດ້​ແຕ່ງ​ຕັ້ງ​ໂຄ​ຣິ​ອານ​ທະ​ເມີ​ເປັນ​ຜູ້​ນຳ​ຂອງ​ພວກ​ເຂົາ, ແລະ ລາວ​ໄດ້​ສັ່ງ​ໃຫ້​ພວກ​ເຂົາ​ອອກ​ເດີນ​ທັບ​ລົງ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ​ເພື່ອ​ສູ້​ຮົບ​ກັບ​ຊາວ​ນີໄຟ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຍ້ອນ​ວ່າ​ມັນ​ມີ​ການ​ຂັດ​ແຍ້ງ​ກັນ ແລະ ມີ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ໃນ​ຝ່າຍ​ຜູ້​ປົກ​ຄອງ, ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ບໍ່​ມີ​ທະ​ຫານ​ຍາມ​ພຽງ​ພໍ​ຢູ່​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ; ເພາະ​ພວກ​ເຂົາ​ຄິດ​ວ່າ ຊາວ​ເລມັນ​ຈະ​ບໍ່​ກ້າ​ເຂົ້າ​ມາ​ເຖິງ​ໃຈ​ກາງ​ຂອງ​ແຜ່ນ​ດິນ ເພື່ອ​ມາ​ຍຶດ​ເອົາ​ເມືອງ​ເຊຣາ​ເຮັມລາ​ທີ່​ຍິ່ງ​ໃຫຍ່​ນັ້ນ.

19 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທະ​ເມີ​ໄດ້​ເດີນ​ທັບ​ນຳ​ໜ້າ​ກອງ​ທະ​ຫານ​ອັນ​ມະຫາ​ສານ​ຂອງ​ລາວ​ມາ, ແລະ ເຂົ້າ​ໂຈມ​ຕີ​ຜູ້​ອາ​ໄສ​ຢູ່​ໃນ​ເມືອງ​ນັ້ນ, ແລະ ການ​ເດີນ​ທັບ​ຂອງ​ພວກ​ເຂົາ​ນັ້ນ​ວ່ອງ​ໄວ​ທີ່​ສຸດ ຈົນ​ວ່າ​ຊາວ​ນີໄຟ​ບໍ່​ມີ​ເວລາ​ພຽງ​ພໍ​ທີ່​ຈະ​ເຕົ້າ​ໂຮມ​ກຳ​ລັງ​ກອງ​ທັບ​ຂອງ​ຕົນ.

20 ສະນັ້ນ ໂຄ​ຣິ​ອານ​ທະ​ເມີ​ຈຶ່ງ​ໄດ້​ຂ້າ​ທະ​ຫານ​ຍາມ​ທາງ​ເຂົ້າ​ເມືອງ, ແລະ ໄດ້​ຍົກ​ກອງ​ທັບ​ເຂົ້າ​ໄປ​ໃນ​ເມືອງ ພ້ອມ​ດ້ວຍ​ກອງ​ທັບ​ທັງ​ໝົດ​ຂອງ​ລາວ, ແລະ ພວກ​ເຂົາ​ໄດ້​ຂ້າ​ທຸກ​ຄົນ​ທີ່​ຂັດ​ຂວາງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ເຂົ້າ​ເປັນ​ເຈົ້າ​ຂອງ​ເມືອງ​ທັງ​ເມືອງ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພ​ຄິວ​ເມ​ໄນ, ຜູ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ​ໄດ້​ແລ່ນ​ໜີ​ໄປ​ຕໍ່​ໜ້າ​ໂຄ​ຣິ​ອານ​ທະ​ເມີ, ໄປ​ຮອດ​ກຳ​ແພງ​ເມືອງ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂຄ​ຣິ​ອານ​ທະ​ເມີ​ໄດ້​ຟັນ​ລາວ​ຕິດ​ກຳ​ແພງ​ຈົນ​ລາວ​ຕາຍ. ແລະ ວັນ​ເວລາ​ຂອງ​ເພ​ຄິວ​ເມ​ໄນ​ກໍ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

22 ແລະ ບັດ​ນີ້​ເວລາ​ໂຄ​ຣິ​ອານ​ທະ​ເມີ​ເຫັນ​ວ່າ​ຕົນ​ເອງ​ໄດ້​ຄອບ​ຄອງ​ເມືອງ​ເຊຣາ​ເຮັມລາ​ແລ້ວ, ແລະ ເຫັນ​ວ່າ​ຊາວ​ນີໄຟ​ໄດ້​ປົບ​ໜີ​ໄປ​ຕໍ່​ໜ້າ​ພວກ​ເຂົາ, ແລະ ໄດ້​ຖືກ​ຂ້າ, ແລະ ໄດ້​ຖືກ​ຈັບ​ເຂົ້າ​ຄຸກ, ແລະ ວ່າ​ລາວ​ໄດ້​ຍຶດ​ທີ່​ໝັ້ນ​ອັນ​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ທົ່ວ​ແຜ່ນ​ດິນ​ໄດ້​ແລ້ວ, ໃຈ​ຂອງ​ລາວ​ກໍ​ມີ​ກຳ​ລັງ​ຂຶ້ນ ເຖິງ​ຂະ​ໜາດ​ທີ່​ລາວ​ຄິດ​ຈະ​ຍົກ​ທັບ​ໄປ​ສູ້​ຮົບ​ທົ່ວ​ແຜ່ນ​ດິນ.

23 ແລະ ບັດ​ນີ້​ລາວ​ບໍ່​ໄດ້​ຢຸດ​ຢູ່​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ​ເລີຍ, ແຕ່​ລາວ​ໄດ້​ຍົກ​ທັບ​ໄປ​ດ້ວຍ​ກອງ​ທັບ​ໃຫຍ່​ຂອງ​ລາວ, ແລະ ມຸ້ງ​ໜ້າ​ໄປ​ຫາ​ເມືອງ​ອຸ​ດົມ​ສົມ​ບູນ; ເພາະ​ວ່າ​ມັນ​ເປັນ​ຄວາມ​ຕັ້ງ​ໃຈ​ຂອງ​ລາວ​ທີ່​ຈະ​ຍົກ​ທັບ​ໄປ ແລະ ຈະ​ຟາດ​ຟັນ​ໄປ​ຕະຫລອດ​ທາງ, ເພື່ອ​ຈະ​ໄດ້​ຍຶດ​ເອົາ​ແຜ່ນ​ດິນ​ພາກ​ສ່ວນ​ຕ່າງໆ​ທາງ​ເໜືອ.

24 ແລະ ໂດຍ​ທີ່​ຄິດ​ວ່າ​ກຳ​ລັງ​ສ່ວນ​ໃຫຍ່​ທີ່​ສຸດ​ຂອງ​ຊາວ​ນີໄຟ​ຕັ້ງ​ຢູ່​ທີ່​ໃຈ​ກາງ​ຂອງ​ແຜ່ນ​ດິນ, ສະນັ້ນ ລາວ​ຈຶ່ງ​ໄດ້​ຍົກ​ທັບ​ໄປ​ໂດຍ​ບໍ່​ໃຫ້​ພວກ​ເຂົາ​ເຕົ້າ​ໂຮມ​ກັນ​ໄດ້ ແຕ່​ເປັນ​ກຸ່ມ​ນ້ອຍໆ​ເທົ່າ​ນັ້ນ; ແລະ ໂດຍ​ວິ​ທີ​ນີ້ ພວກ​ເຂົາ​ຈຶ່ງ​ໄດ້​ເຂົ້າ​ໂຈມ​ຕີ ແລະ ຟາດ​ຟັນ​ພວກ​ເຂົາ​ລົງ​ກັບ​ພື້ນ​ດິນ.

25 ແຕ່​ຈົ່ງ​ເບິ່ງ, ເທື່ອ​ນີ້​ໂຄ​ຣິ​ອານ​ທະ​ເມີ​ໄດ້​ເດີນ​ທັບ​ຜ່ານ​ໃຈ​ກາງ​ຂອງ​ແຜ່ນ​ດິນ​ໄປ ມັນ​ຈຶ່ງ​ເຮັດ​ໃຫ້​ໂມ​ໂຣ​ໄນ​ຮາ​ໄດ້​ປຽບ​ພວກ​ເຂົາ, ເຖິງ​ແມ່ນ​ວ່າ​ຊາວ​ນີໄຟ​ຈຳນວນ​ຫລວງ​ຫລາຍ​ຖືກ​ຂ້າ​ຕາຍ​ໄປ​ແລ້ວ​ກໍ​ຕາມ.

26 ເພາະ​ຈົ່ງ​ເບິ່ງ, ໂມ​ໂຣ​ໄນ​ຮາ​ຄິດ​ວ່າ​ຊາວ​ເລມັນ​ບໍ່​ກ້າ​ເຂົ້າ​ມາ​ໃຈ​ກາງ​ຂອງ​ແຜ່ນ​ດິນ, ພຽງ​ແຕ່​ວ່າ​ຈະ​ເຂົ້າ​ໂຈມ​ຕີ​ຫົວ​ເມືອງ​ຕ່າງໆ​ໂດຍ​ອ້ອມ​ແອ້ມ​ຊາຍ​ແດນ​ຄື​ກັນ​ກັບ​ທີ່​ຊາວ​ເລມັນ​ໄດ້​ເຮັດ​ມາ​ກ່ອນ​ແລ້ວ; ສະນັ້ນ ໂມ​ໂຣ​ໄນ​ຮາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ກອງ​ທັບ​ອັນ​ເຂັ້ມ​ແຂງ​ຂອງ​ລາວ​ໄປ​ຮັກ​ສາ​ແຜ່ນ​ດິນ​ພາກ​ສ່ວນ​ຕ່າງໆ​ໂດຍ​ອ້ອມ​ຮອບ​ໃກ້​ຊາຍ​ແດນ.

27 ແຕ່​ຈົ່ງ​ເບິ່ງ, ຊາວ​ເລມັນ​ບໍ່​ໄດ້​ຢ້ານ​ກົວ​ໃນ​ສິ່ງ​ທີ່​ລາວ​ເຮັດ​ໄປ​ນັ້ນ​ເລີຍ, ເພາະ​ພວກ​ເຂົາ​ໄດ້​ຍົກ​ທັບ​ເຂົ້າ​ເຖິງ​ໃຈ​ກາງ​ຂອງ​ແຜ່ນ​ດິນ​ແລ້ວ, ແລະ ໄດ້​ຍຶດ​ເອົາ​ເມືອງ​ຫລວງ ຊຶ່ງ​ຄື​ເມືອງ​ເຊຣາ​ເຮັມລາ, ແລະ ກຳ​ລັງ​ເດີນ​ທັບ​ຜ່ານ​ຫລາຍ​ຫົວ​ເມືອງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ແຜ່ນ​ດິນ, ແລະ ຂ້າ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ກ່າຍ​ກອງ, ທັງ​ຜູ້​ຊາຍ, ຜູ້​ຍິງ, ແລະ ເດັກ​ນ້ອຍ, ຍຶດ​ເອົາ​ຫລາຍ​ຫົວ​ເມືອງ ແລະ ທີ່​ໝັ້ນ​ຫລາຍ​ບ່ອນ.

28 ແຕ່​ເມື່ອ​ໂມ​ໂຣ​ໄນ​ຮາ​ຮູ້​ຈັກ​ເລື່ອງ​ນີ້​ແລ້ວ, ລາວ​ກໍ​ໄດ້​ສົ່ງ​ລີໄຮ​ພ້ອມ​ດ້ວຍ​ກອງ​ທະ​ຫານ​ໄປ​ປິດ​ລ້ອມ​ທັນ​ທີ ເພື່ອ​ຈະ​ໄດ້​ສະ​ກັດ​ກັ້ນ​ພວກ​ເຂົາ​ກ່ອນ​ທີ່​ພວກ​ເຂົາ​ຈະ​ມາ​ຮອດ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ.

29 ແລະ ລາວ​ໄດ້​ເຮັດ​ເຊັ່ນ​ນີ້; ແລະ ໄດ້​ສະ​ກັດ​ກັ້ນ​ພວກ​ເຂົາ​ໄວ້​ກ່ອນ​ທີ່​ພວກ​ເຂົາ​ຈະ​ມາ​ຮອດ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ, ແລະ ໄດ້​ເຂົ້າ​ໂຈມ​ຕີ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ເລີ່ມ​ຖອຍ​ທັບ​ກັບ​ຄືນ​ໄປ​ເຊຣາ​ເຮັມລາ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ຮາ​ໄດ້​ສະ​ກັດ​ກັ້ນ​ພວກ​ເຂົາ​ໄວ້​ໃນ​ລະຫວ່າງ​ການ​ຖອຍ​ທັບ​ຂອງ​ພວກ​ເຂົາ, ແລະ ໄດ້​ເຂົ້າ​ສູ້​ຮົບ​ກັນ, ເຖິງ​ຂະ​ໜາດ​ທີ່​ມັນ​ກາຍ​ເປັນ​ການ​ຕໍ່​ສູ້​ອັນ​ນອງ​ເລືອດ​ທີ່​ສຸດ; ແທ້​ຈິງ​ແລ້ວ, ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ຖືກ​ຂ້າ, ແລະ ໃນ​ບັນ​ດາ​ພວກ​ທີ່​ຕາຍ​ນັ້ນ​ມີ ໂຄ​ຣິ​ອານ​ທະ​ເມີ​ຢູ່​ນຳ.

31 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຊາວ​ເລມັນ​ຈະ​ຖອຍ​ທັບ​ໄປ​ທາງ​ໃດ​ກໍ​ບໍ່​ໄດ້, ບໍ່​ວ່າ​ຈະ​ເປັນ​ທາງ​ເໜືອ, ຫລື ທາງ​ໃຕ້, ຫລື ທາງ​ຕາ​ເວັນ​ອອກ, ຫລື ທາງ​ຕາ​ເວັນ​ຕົກ, ເພາະ​ວ່າ​ພວກ​ເຂົາ​ຖືກ​ຊາວ​ນີໄຟ​ອ້ອມ​ໄວ້​ທຸກ​ດ້ານ.

32 ແລະ ສະ​ຫລຸບ​ຄວາມ​ແລ້ວ ໂຄ​ຣິ​ອານ​ທະ​ເມີ​ໄດ້​ນຳ​ເອົາ​ຊາວ​ເລມັນ​ເຂົ້າ​ໄປ​ເຖິງ​ໃຈ​ກາງ​ຂອງ​ຊາວ​ນີໄຟ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ຕົກ​ຢູ່​ໃນ​ອຳນາດ​ຂອງ​ຊາວ​ນີໄຟ, ແລະ ຕົວ​ລາວ​ເອງ​ກໍ​ຖືກ​ຂ້າ​ຕາຍ, ແລະ ຊາວ​ເລມັນ​ໄດ້​ຍອມ​ມອບ​ຕົວ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ນີໄຟ.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໂຣ​ໄນ​ຮາ​ໄດ້​ຍຶດ​ເອົາ​ເມືອງ​ເຊຣາ​ເຮັມລາ​ຄືນ​ອີກ, ແລະ ສັ່ງ​ໃຫ້​ຊາວ​ເລມັນ​ຜູ້​ທີ່​ຖືກ​ຈັບ​ມາ​ເປັນ​ຊະ​ເລີຍ​ເສິກ​ນັ້ນ​ອອກ​ຈາກ​ແຜ່ນ​ດິນ​ໂດຍ​ສັນ​ຕິ.

34 ແລະ ປີ​ທີ​ສີ່​ສິບ​ເອັດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.