ພຣະ​ຄຳ​ພີ
ຮີ​ລາ​ມັນ 12


ບົດ​ທີ 12

ມະນຸດ​ບໍ່​ໝັ້ນ​ຄົງ ແລະ ໂງ່​ຈ້າ ແລະ ວ່ອງ​ໄວ​ທີ່​ຈະ​ເຮັດ​ຄວາມ​ຊົ່ວ—ພຣະ​ຜູ້​ເປັນ​ເຈົ້າ​ຕີ​ສອນ​ຜູ້​ຄົນ​ຂອງ​ພຣະ​ອົງ—ມະນຸດ​ບໍ່​ມີ​ຄຸນ​ຄ່າ​ຫຍັງ​ເລີຍ​ຖ້າ​ຈະ​ປຽບ​ທຽບ​ໃສ່​ກັບ​ອຳນາດ​ຂອງ​ພຣະ​ເຈົ້າ—ໃນ​ວັນ​ແຫ່ງ​ການ​ພິ​ພາກ​ສາ, ມະນຸດ​ຈະ​ໄດ້​ຮັບ​ຊີ​ວິດ​ອັນ​ເປັນ​ນິດ ຫລື ໄດ້​ຮັບ​ຄວາມ​ອັບ​ປະ​ໂຫຍດ​ອັນ​ເປັນ​ນິດ. ປະ​ມານ 6 ປີ ກ່ອນ ຄ.ສ.

1 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ໄດ້​ເຖິງ​ຄວາມ​ບໍ່​ຖືກ​ຕ້ອງ ແລະ ຄວາມ​ບໍ່​ໜັກ​ແໜ້ນ​ຂອງ​ໃຈ​ຂອງ​ລູກ​ຫລານ​ມະນຸດ ດັ່ງ​ນີ້​ວ່າ ມັນ​ເປັນ​ໄປ​ແນວ​ໃດ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ສາ​ມາດ​ເຫັນ​ໄດ້​ວ່າ ໃນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ປະທານ​ພອນ ແລະ ເຮັ​ດ​ໃຫ້​ຜູ້​ທີ່ ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ.

2 ແທ້​ຈິງ​ແລ້ວ, ແລະ ພວກ​ເຮົາ​ຈະ​ເຫັນ​ໄດ້​ໃນ​ເວລາ​ທີ່​ພຣະ​ອົງ​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ພຣະ​ອົງ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ, ແທ້​ຈິງ​ແລ້ວ, ໃນ​ການ​ເພີ່ມ​ພູນ​ໄຮ່​ນາ​ຂອງ​ພວກ​ເຂົາ, ຝູງ​ສັດ​ຂອງ​ພວກ​ເຂົາ ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ເຂົາ, ແລະ ຄຳ​ຂອງ​ພວກ​ເຂົາ, ແລະ ເງິນ​ຂອງ​ພວກ​ເຂົາ, ແລະ ສິ່ງ​ຂອງ​ມີ​ຄ່າ​ນາໆ​ປະ​ການ​ຂອງ​ພວກ​ເຂົາ ແລະ ສິ່ງ​ຂອງ​ທີ່​ເຮັດ​ດ້ວຍ​ຝີ​ມື​ອັນ​ປາ​ນີດ​ຂອງ​ພວກ​ເຂົາ, ໄວ້​ຊີ​ວິດ​ຂອງ​ພວກ​ເຂົາ, ແລະ ປົດ​ປ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ; ເຮັດ​ໃຫ້​ໃຈ​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ​ອ່ອນ​ລົງ ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ມາ​ເຮັດ​ສົງ​ຄາມ​ກັບ​ພວກ​ເຂົາ​ອີກ; ແທ້​ຈິງ​ແລ້ວ, ແລະ ໂດຍ​ສະ​ຫລຸບ, ກະ​ທຳ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຄວາມ​ຜາ​ສຸກ ແລະ ຄວາມ​ສຸກ​ສະ​ບາຍ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ; ແທ້​ຈິງ​ແລ້ວ, ມັນ​ກໍ​ຍັງ​ມີ​ຕອ​ນ​ທີ່​ພວກ​ເຂົາ​ເຮັດ​ໃຈ ແຂງ​ກະ​ດ້າງ​ຢູ່ ແລະ ໄດ້​ຫລົງ​ລືມ​ພຣະຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ໄດ້ ຢຽບ​ຍ່ຳ​ພຣະ​ຜູ້​ບໍ​ລິ​ສຸດ​ໄວ້​ໃຕ້​ຕີນ​ຂອງ​ພວກ​ເຂົາ—ແທ້​ຈິງ​ແລ້ວ, ແລະ ທັງ​ໝົດ​ນີ້​ຍ້ອນ​ວ່າ​ຄວາມ​ສະ​ບາຍ​ຂອງ​ພວກ​ເຂົາ, ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ​ຂອງ​ພວກ​ເຂົາ.

3 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນວ່າ ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່ ຕີ​ສອນ​ຜູ້​ຄົນ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ທຸກ​ນາໆ​ປະ​ການ, ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພຣະ​ອົງ​ບໍ່​ສະ​ເດັດ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ດ້ວຍ​ຄວາມ​ຕາຍ ແລະ ດ້ວຍ​ຄວາມ​ຢ້ານ​ກົວ​ຫລາຍ​ທີ່​ສຸດ, ແລະ ດ້ວຍ​ຄວາມ​ອຶດ​ຢາກ, ແລະ ດ້ວຍ​ພະ​ຍາດ​ໂລ​ຄາ, ພວກ​ເຂົາ​ກໍ​ຈະ​ບໍ່ ລະ​ນຶກ​ເຖິງ​ພຣະ​ອົງ​ເລີຍ.

4 ໂອ້ ລູກ​ຫລານ​ມະນຸດ ເຈົ້າ​ຊ່າງ​ມາ​ໂງ່​ແທ້​ນໍ, ແລະ ອວດ​ດີ​ແທ້​ນໍ, ແລະ ຊົ່ວ​ແທ້​ນໍ, ແລະ ຕ່ຳ​ຊ້າ​ແທ້​ນໍ, ແລະ ວ່ອງ​ໄວ​ແທ້​ນໍ​ທີ່​ຈະ​ເຮັດ​ຄວາມ​ຊົ່ວ​ຮ້າຍ, ແລະ ຊັກ​ຊ້າ​ແທ້​ນໍ​ທີ່​ຈະ​ເຮັດ​ຄວາມ​ດີ; ແທ້​ຈິງ​ແລ້ວ, ວ່ອງ​ໄວ​ແທ້​ນໍ​ທີ່​ຈະ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ມານ​ຮ້າຍ ແລະ ໝົກ​ໝຸ້ນ​ຢູ່​ກັບ​ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ!

5 ແທ້​ຈິງ​ແລ້ວ, ວ່ອງ​ໄວ​ແທ້​ນໍ​ທີ່​ຈະ​ລະ​ເມີ​ເພີ້​ຝັນ​ດ້ວຍ ຄວາມ​ທະນົງ​ຕົວ; ແທ້​ຈິງ​ແລ້ວ, ວ່ອງ​ໄວ​ແທ້​ນໍ​ທີ່​ຈະ​ອວດ​ອ້າງ ແລະ ເຮັດ​ນາໆ​ປະ​ການ​ຊຶ່ງ​ເປັນ​ຄວາມ​ຊົ່ວ​ຮ້າຍ; ແລະ ຊັກ​ຊ້າ​ແທ້​ນໍ​ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ບໍ່​ໄດ້​ຕັ້ງ​ໃຈ​ຟັງ​ຄຳ​ແນະນຳ​ຂອງ​ພຣະ​ອົງ, ແທ້​ຈິງ​ແລ້ວ, ຊັກ​ຊ້າ​ແທ້​ນໍ​ທີ່​ຈະ ເດີນ​ໃນ​ທາງ​ແຫ່ງ​ປັນ​ຍາ!

6 ຈົ່ງ​ເບິ່ງ, ພວກ​ເຂົາ​ບໍ່​ປາດ​ຖະ​ໜາ​ທີ່​ຈະ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ຜູ້ ສ້າງ​ພວກ​ເຂົາ, ປົກ​ຄອງ​ພວກ​ເຂົາ, ແລະ ຄອບ​ຄອງ​ດູ​ແລພວກ​ເຂົາ; ທັງໆ​ທີ່​ພຣະກະ​ລຸ​ນາ​ທິ​ຄຸນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ແລະ ພຣະ​ເມດ​ຕາ​ຂອງ​ພຣະ​ອົງ​ມີ​ຕໍ່​ພວກ​ເຂົາ, ພວກ​ເຂົາ​ຍັງ​ຖື​ວ່າ​ຄຳ​ແນະນຳ​ຂອງ​ພຣະ​ອົງ​ບໍ່​ມີ​ຄ່າ, ແລະ ພວກ​ເຂົາ​ບໍ່​ຍອມ​ໃຫ້​ພຣະ​ອົງ​ເປັນ​ຜູ້​ນຳ​ທາງ​ຂອງ​ພວກ​ເຂົາ.

7 ໂອ້ ລູກ​ຫລານ​ມະນຸດ​ເອີຍ ເຈົ້າ​ຊ່າງ​ມາ ບໍ່​ມີ​ຄຸນ​ຄ່າ​ຫຍັງ​ເລີຍ​ແທ້​ນໍ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຍັງ​ນ້ອຍ​ໄປ​ກວ່າ​ຂີ້​ຝຸ່ນ​ດິນ​ຂອງ​ແຜ່ນ​ດິນ​ໂລກ.

8 ເພາະ​ຈົ່ງ​ເບິ່ງ, ຂີ້​ຝຸ່ນ​ຂອງ​ແຜ່ນ​ດິນ​ໂລກ​ຍັງ​ສາ​ມາດ​ເຄື່ອນ​ໄຫວ​ໄປ​ມາ​ທາງ​ນັ້ນ​ທາງ​ນີ້​ໄດ້, ເພື່ອ​ແຍກ​ອອກ​ຈາກ​ກັນ​ດ້ວຍ​ການ​ບັນ​ຊາ​ຂອງ​ພຣະ​ເຈົ້າ​ຜູ້​ຍິ່ງ​ໃຫຍ່ ແລະ ເປັນ​ນິດ​ຂອງ​ພວກ​ເຮົາ.

9 ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ ດ້ວຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ເນີນ​ພູ ແລະ ພູ​ເຂົາ​ສັ່ນ ແລະ ຫວັ່ນ​ໄຫວ.

10 ແລະ ໂດຍ ອຳນາດ​ແຫ່ງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ມັນ​ຈຶ່ງ​ແຕກ​ອອກ, ແລະ ກັບ​ມາ​ຮາບ​ພຽງ ແລະ ກາຍ​ມາ​ເປັນ​ຮ່ອມ​ພູ.

11 ແທ້​ຈິງ​ແລ້ວ, ໂດຍ​ອຳນາດ​ແຫ່ງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ທັງ​ແຜ່ນ​ດິນ​ໂລກ​ສັ່ນ​ສະ​ເທືອນ;

12 ແທ້​ຈິງ​ແລ້ວ, ໂດຍ​ອຳນາດ​ແຫ່ງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ຫີນ​ຮາກ​ຖານ​ສັ່ນ​ສະ​ເທືອນ, ເຖິງ​ໃຈກາງ.

13 ແທ້​ຈິງ​ແລ້ວ, ແລະ ຖ້າ​ຫາກ​ພຣະ​ອົງ​ກ່າວ​ກັບ​ແຜ່ນດິນ​ໂລກ​ວ່າ—ຈົ່ງ​ເລື່ອນ​ໄປ—ມັນ​ກໍ​ຈະ​ເລື່ອນ​ໄປ.

14 ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພຣະ​ອົງ​ກ່າວ​ກັບ ແຜ່ນ​ດິນ​ໂລກ​ວ່າ—ຈົ່ງ ກັບ​ຄືນ​ໄປ, ເພື່ອ ຕໍ່​ມື້​ອອກ​ໄປ​ໃຫ້​ເປັນ​ຫລາຍ​ຊົ່ວ​ໂມງ—ມັນ​ກໍ​ຈະ​ເປັນ​ໄປ;

15 ແລະ ດ້ວຍ​ເຫດ​ນີ້, ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ ແຜ່ນ​ດິນ​ໂລກ​ຈຶ່ງ​ກັບ​ຄືນ​ໄປ, ແລະ ມັນ​ຈຶ່ງ​ປະກົດ​ໃຫ້​ມະນຸດ​ເຫັນ​ວ່າ ດວງ​ຕາ​ເວັນ​ນັ້ນ​ຢູ່​ບ່ອນ​ເກົ່າ; ແທ້​ຈິງ​ແລ້ວ, ແລະ ຈົ່ງ​ເບິ່ງ, ມັນ​ເປັນ​ໄປ​ຕາມ​ນັ້ນ ເພາະ​ໂດຍ​ແນ່​ນອນ ມັນ​ແມ່ນ​ແຜ່ນ​ດິນ​ໂລກ​ທີ່​ເຄື່ອນ​ໄຫວ​ໄປ​ມາ ແລະ ບໍ່​ແມ່ນ​ດວງ​ຕາ​ເວັນ.

16 ແລະ ຈົ່ງ​ເບິ່ງ, ຖ້າ​ຫາກ​ພຣະ​ອົງ​ກ່າວ​ກັບ ນ້ຳ​ທີ່​ເລິກ​ທີ່​ສຸດ​ອີກ​ວ່າ—​ເຈົ້າ ຈົ່ງ​ແຫ້ງ—​ມັນ​ກໍ​ຈະ​ເປັນ​ໄປ.

17 ຈົ່ງ​ເບິ່ງ, ຖ້າ​ຫາກ​ພຣະ​ອົງ​ກ່າວ​ກັບ​ພູ​ເຂົາ​ໜ່ວຍ​ນີ້​ວ່າ—ເຈົ້າ​ຈົ່ງ​ສູງ​ຂຶ້ນ, ແລະ ຕົກ​ລົງ​ໃສ່​ເມືອງ​ນັ້ນ​ເພື່ອ​ຝັງ​ມັນ​ໄວ້—ຈົ່ງ​ເບິ່ງ ມັນ​ກໍ​ຈະ​ເປັນ​ໄປ.

18 ແລະ ຈົ່ງ​ເບິ່ງ, ຖ້າ​ຫາກ​ຜູ້​ໃດ ເຊື່ອງ​ຊັບ​ສົມ​ບັດ​ໄວ້​ໃນ​ແຜ່ນ​ດິນ, ແລະ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ—ໃຫ້​ມັນ​ຖືກ ສາບ​ແຊ່ງ​ຍ້ອນ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ທີ່​ເຊື່ອງ​ມັນ​ໄວ້—ຈົ່ງ​ເບິ່ງ, ມັນ​ກໍ​ຈະ​ຖືກ​ສາບ​ແຊ່ງ.

19 ແລະ ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ—ເຈົ້າ​ຈົ່ງ​ຖືກ​ສາບ​ແຊ່ງ, ເພື່ອ​ຈະ​ບໍ່​ໃຫ້​ຜູ້​ໃດ​ພົບ​ເຫັນ​ເຈົ້າ​ນັບ​ແຕ່​ເວລາ​ນີ້​ເປັນ​ຕົ້ນ​ໄປ ແລະ ຕະຫລອດ​ການ—ຈົ່ງ​ເບິ່ງ, ມັນ​ຈະ​ບໍ່​ມີ​ຜູ້​ໃດ​ພົບ​ເຫັນ​ມັນ​ໄດ້​ນັບ​ແຕ່​ເວລາ​ນີ້​ເປັນ​ຕົ້ນ​ໄປ ແລະ ຕະຫລອດ​ການ.

20 ແລະ ຈົ່ງ​ເບິ່ງ, ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ມະນຸດ​ວ່າ—​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຈົ້າ, ເຈົ້າ​ຈະ​ຖືກ​ສາບ​ແຊ່ງ​ຕະຫລອດ​ການ—ມັນ​ກໍ​ຈະ​ເປັນ​ໄປ.

21 ແລະ ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ—​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຈົ້າ, ເຈົ້າ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ເຮົາ—ພຣະ​ອົງ​ຈະ​ເຮັດ​ໃຫ້​ມັນ​ເປັນ​ໄປ​ດັ່ງ​ນັ້ນ.

22 ແລະ ວິບັດ​ແກ່​ຜູ້​ທີ່​ພຣະ​ອົງ​ຈະ​ກ່າວ​ເຊັ່ນ​ນີ້, ເພາະ​ມັນ​ຈະ​ເປັນ​ໄປ​ກັບ​ເຂົາ​ຜູ້​ເຮັດ​ຄວາມ​ຊົ່ວ​ຮ້າຍ, ແລະ ເຂົາ​ຈະ​ລອດ​ບໍ່​ໄດ້; ສະນັ້ນ ເພາະ​ເຫດ​ນີ້, ເພື່ອ​ມະນຸດ​ຈະ​ໄດ້​ຮັບ​ຄວາມ​ລອດ ຈຶ່ງ​ມີ​ປະ​ກາດ​ເລື່ອງ​ການ​ກັບ​ໃຈ.

23 ສະນັ້ນ, ຄົນ​ທີ່​ກັບ​ໃຈ ແລະ ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຍ່ອມ​ເປັນ​ສຸກ; ເພາະ​ຜູ້​ຄົນ​ເຫລົ່າ​ນີ້​ຄື​ພວກ​ທີ່​ຈະ​ໄດ້​ຮັບ ຄວາມ​ລອດ.

24 ແລະ ຂໍ​ພຣະ​ເຈົ້າ​ໂປດ​ປະທານ​ໃນ​ຄວາມ​ບໍ​ລິ​ບູນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ເພື່ອ​ມະນຸດ​ຈະ​ຖືກ​ນຳ​ມາ​ສູ່​ການ​ກັບ​ໃຈ ແລະ ວຽກ​ງານ​ດີ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຖືກ​ນຳ​ກັບ​ຄືນ​ສູ່ ພຣະ​ຄຸນ​ເພື່ອ​ພຣະ​ຄຸນ, ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ.

25 ແລະ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທຸກ​ຄົນ​ໄດ້​ຮັບ​ຄວາມ​ລອດ. ແຕ່​ພວກ​ເຮົາ​ໄດ້​ອ່ານ​ມາ​ວ່າ ໃນ​ວັນ​ສຸດ​ທ້າຍ ແລະ ຍິ່ງ​ໃຫຍ່​ນັ້ນ ຈະ​ມີ​ບາງ​ຄົນ​ທີ່​ຖືກ​ຂັບ​ໄລ່​ອອກ​ໄປ, ແທ້​ຈິງ​ແລ້ວ, ຈະ​ຖືກ​ປະ​ຖິ້ມ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ;

26 ແທ້​ຈິງ​ແລ້ວ, ຈະ​ຖືກ​ສົ່ງ​ໄປ​ຫາ​ສະພາບ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ບໍ່​ມີ​ວັນ​ສິ້ນ​ສຸດ​ຕາມ​ຄຳ​ທີ່​ມີ​ເວົ້າ​ໄວ້​ວ່າ: ຜູ້​ທີ່​ສ້າງ​ຄວາມ​ດີ​ຈະ​ມີ ຊີ​ວິດ​ອັນ​ເປັນ​ນິດ; ແລະ ຜູ້​ທີ່​ສ້າງ​ຄວາມ​ຊົ່ວ​ຈະ​ໄດ້​ຮັບ ຄວາມ​ອັບ​ປະ​ໂຫຍດ​ອັນ​ເປັນ​ນິດ. ແລະ ເປັນ​ໄປ​ດັ່ງ​ນັ້ນ. ອາແມນ.