3. ນິວຢອກ, ເພັນໂຊເວເນຍ, ແລະ ເຂດໂອໄຮໂອ ຂອງສະຫະລັດອາເມຣິກາ
ໜ
ໂທຣອນໂທ
ທະເລສາບອອນແທຣິໂອ
ໂຣເຈສ໌ເຕີ
ທະເລສາບຮູໂຣນ
ຕະຄອງເອຣີ
ພາໄມຣາ
ເມນດອນ
ບັບຟາໂລ
ເຟແອດ
ແມນເຈດສະເຕີ
ຊ້າວເບນບຣີຈ໌
ແພຣີສະເບີກ
ຟຣີດົມ
ທະເລສາບ ຟິງເກີ
ໂຄນສະວຽວ
ນິວຢອກ
ບ້ານຂອງໂຈເຊັບ ໄນ້ ຜູ້ພໍ່
ທະເລສາບເອຣີ
ການາດາ
ບ້ານຂອງໂຈເຊັບ ສະມິດ ຜູ້ລູກ
ສະຫະລັດອາເມຣິກາ
ທອມສັນ
ແມ່ນ້ຳຊັສຄູຮັນນາ
ຮາມໂມນີ
ຄລີບແລນ
ເຄີດແລນ
ເພັນໂຊເວເນຍ
ໂອໄຮໂອ
ອາມເຮີດ
ອໍເຮັນຈ໌
ໄຮຣຳ
ກິໂລແມັດ
0 50 100 150 200
ກ ຂ ຄ ງ ຈ ສ ຊ ຍ
1 2 3 4
1
2
3
4
5
6
7
8
9
10
-
ຊ້າວເບນບຣີຈ໌ ໂຈເຊັບ ສະມິດ ຜູ້ລູກ ແລະ ເອມມາ ເຮວ ໄດ້ແຕ່ງງານກັນຢູ່ບ່ອນນີ້ ໃນວັນທີ 18 ເດືອນມັງກອນ, 1827 (ເບິ່ງ ຈສ—ປ 1:57).
-
ໂຄນສະວຽວ ສາຂາແຫ່ງທຳອິດຂອງສາດສະໜາຈັກ ໄດ້ຖືກຈັດຕັ້ງຂຶ້ນທີ່ບ້ານຂອງໂຈເຊັບ ໄນ້ ຜູ້ພໍ່, ໃນເມືອງໂຄນສະວຽວ, ໃນປີ 1830.
-
ບ້ານຂອງໂຈເຊັບ ສະມິດ ຜູ້ລູກ ໃນ ຮາມໂມນີ ພາກສ່ວນໃຫຍ່ຂອງການແປພຣະຄຳພີມໍມອນ ໄດ້ເຮັດສຳເລັດຢູ່ບ່ອນນີ້. ຖານະປະໂລຫິດໄດ້ຖືກຟື້ນຟູຄືນມາໃໝ່ໃກ້ໆທີ່ນັ້ນ ໃນປີ 1829 (ເບິ່ງ ຄພ 13; 128:20; ຈສ—ປ 1:71–72).
-
ເຟແອດ ພະຍານສາມຄົນໄດ້ເຫັນແຜ່ນຈາລຶກຄຳ ແລະ ທູດໂມໂຣໄນຢູ່ບ່ອນນີ້ (ຄພ 17). ການແປພຣະຄຳພີມໍມອນໄດ້ສຳເລັດຢູ່ບ່ອນນີ້ ໃນເດືອນມິຖຸນາ 1829. ສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນຢູ່ບ່ອນນີ້ ໃນວັນທີ 6 ເດືອນເມສາ, 1830 (ເບິ່ງ ຄພ 20–21).
-
ເມນດອນ ເຮືອນຫລັງທຳອິດຂອງບຣິກຳ ຢັງ ແລະ ຮີເບີ ຊີ ຄິມໂບ.
-
ເຄີດແລນ ຜູ້ສອນສາດສະໜາທີ່ໄດ້ຖືກສົ່ງໄປຫາຊາວເລມັນ ໄດ້ຢຸດຢູ່ບ່ອນນີ້ ໃນປີ 1830 ແລະ ໄດ້ໃຫ້ບັບຕິສະມາແກ່ຊິດນີ ຣິກດອນ ແລະ ຄົນອື່ນໆໃນເຂດເມືອງເຄດແລນ. ມັນເປັນສູນກາງໃຫຍ່ຂອງສາດສະໜາຈັກ ຈາກປີ 1831 ເຖິງປີ 1838. ພຣະວິຫານແຫ່ງທຳອິດຂອງຍຸກສະໄໝນີ້ ໄດ້ຖືກສ້າງຂຶ້ນໃນເມືອງເຄີດແລນ ແລະ ໄດ້ຖືກອຸທິດ ໃນວັນທີ 27 ເດືອນມີນາ, 1836 (ເບິ່ງ ຄພ 109).
-
ຕະຄອງເອຣີ ສາຂາສາມແຫ່ງຂອງສາດສະໜາຈັກ ໃນລັດນິວຢອກ (ໂຄນສະວຽວ, ເຟແອດ, ແລະ ແມນເຈດສະເຕີ) ໄດ້ອົບພະຍົບໄປທາງຕະຄອງເອຣີ ແລະ ທະເລສາບເອຣີ ເຖິງເມືອງເຄີດແລນ, ລັດໂອໄຮໂອ, ໃນເດືອນເມສາ ແລະ ເດືອນພຶດສະພາ ປີ 1831.
-
ໄຮຣຳ ໂຈເຊັບ ແລະ ເອມມາ ໄດ້ອາໄສຢູ່ບ່ອນນີ້ ຈາກເດືອນກັນຍາ ປີ 1831 ເຖິງເດືອນກັນຍາ ປີ 1832. ໂຈເຊັບ ແລະ ຊິດນີ ຣິກດອນ ໄດ້ທຳການແປພຣະຄຣິສຕະທຳຄຳພີຂອງໂຈເຊັບ ສະມິດ (ປຈສ). ການເປີດເຜີຍທີ່ໄດ້ຮັບຢູ່ບ່ອນນີ້: ຄພ 1; 65–71; 73; 76–77; 79–81; 99; 133.
-
ອາມເຮີດ ໂຈເຊັບ ສະມິດ ໄດ້ຖືກສະໜັບສະໜູນເປັນປະທານຂອງຖານະປະໂລຫິດສູງ ໃນວັນທີ 25 ເດືອນມັງກອນ, 1832 (ເບິ່ງ ຄພ 75).
-
ໂທຣອນໂທ ບ້ານຂອງຈອນ ເທເລີ, ປະທານຄົນທີສາມຂອງສາດສະໜາຈັກ, ແລະ ແມຣີ ຟຽວດິງ ສະມິດ, ພັນລະຍາຂອງໄຮຣຳ ສະມິດ.