ສະຫລຸບ ແລະ ເຄື່ອງໝາຍໃຊ້ແທນ
ເສັ້ນຂີດອ້ອມຢູ່ໃນແຜນທີ່ຂ້າງລຸ່ມນີ້ ບົ່ງບອກເຖິງບໍລິເວນຂອງແຜນທີ່ແຕ່ລະໃບທີ່ໝາຍເລກໄວ້. ແຜນທີ່ເຫລົ່ານີ້ປະກອບດ້ວຍພາກພື້ນອັນກວ້າງໃຫຍ່ ລວມທັງບໍລິເວນພື້ນທີ່ທາງພູມີສາດ ຊຶ່ງເປັນບໍລິເວນຈຳກັດທີ່ນ້ອຍໆ.
-
ນິວຢອກ, ເພັນໂຊເວເນຍ, ແລະ ເຂດໂອໄຮໂອ ຂອງສະຫະລັດອາເມຣິກາ
-
ມີເຊີຣີ, ອິລິນອຍ, ແລະ ເຂດໄອໂອວາ ຂອງສະຫະລັດອາເມຣິກາ
ໜ
1
2
3
4
5
6
ຕໍ່ໄປນີ້ແມ່ນເຄື່ອງໝາຍໃຊ້ແທນ ເພື່ອຈະໄດ້ເຂົ້າໃຈເຄື່ອງໝາຍທີ່ແຕກຕ່າງກັນ ແລະ ຂະໜາດຂອງຕົວພິມ ທີ່ໃຊ້ໃນແຜນທີ່. ນອກເໜືອຈາກນີ້, ແຜນທີ່ແຕ່ລະໃບຍັງມີເຄື່ອງໝາຍໃຊ້ແທນ ພ້ອມດ້ວຍຄຳອະທິບາຍຂອງເຄື່ອງໝາຍເພີ່ມເຕີມ ທີ່ກ່ຽວກັບແຜນທີ່ນັ້ນໂດຍສະເພາະ.
- ■
-
ເຄື່ອງໝາຍສີ່ຫລ່ຽມມົນທົນສີນ້ຳໝາກກ້ຽງ ໝາຍເຖິງອາຄານ, ຮ້ານຄ້າ, ຫລື ຮູບຮ່າງອື່ນໆຂອງເມືອງ.
- ●
-
ຈຸດສີແດງ ໝາຍເຖິງເມືອງ ຫລື ໝູ່ບ້ານ.
- ມະຫາສະໝຸດ ແອັດແລນຕິກ
-
ຂະໜາດຂອງຕົວພິມນີ້ ຖືກໃຊ້ເພື່ອໝາຍພູມີສາດຂອງສະຖານທີ່ຕ່າງໆ ເຊັ່ນ ອ່າວທະເລສາບ, ແມ່ນ້ຳ, ພູຜາ, ຖິ່ນແຫ້ງແລ້ງກັນດານ, ແລະ ຮ່ອມພູ.
- ພາໄມຣາ
-
ຂະໜາດຂອງຕົວພິມນີ້ ຖືກໃຊ້ສຳລັບເມືອງ ແລະ ໝູ່ບ້ານ.
- ນິວຢອກ
-
ຂະໜາດຂອງຕົວພິມນີ້ ຖືກໃຊ້ສຳລັບການແບ່ງແຍກທາງການເມືອງທີ່ນ້ອຍກວ່າ, ດັ່ງເຊັ່ນ ພາກພື້ນ ແລະ ລັດຂອງສະຫະລັດອາເມຣິກາ ແລະ ເຂດແດນ.
- ການາດາ
-
ຂະໜາດຂອງຕົວພິມນີ້ ຖືກໃຊ້ສຳລັບການແບ່ງແຍກທາງການເມືອງທີ່ໃຫຍ່ກວ່າ, ດັ່ງເຊັ່ນ ປະຊາຊາດ, ປະເທດຊາດ, ແລະ ທະວີບ.