6. ການເດີນທາງຂອງສາດສະໜາຈັກໄປຫາພາກຕາເວັນຕົກ
ໜ
ການາດາ
ນິວຢອກ
ເຂດອໍເຣກອນ
ເຂດຂອງຊາວອິນເດຍແດງ
ເຟແອດ
ເມືອງນິວຢອກ
ແມ່ນ້ຳສະເນັກ
ຄ້າຍຮອລ໌
ຄ້າຍບຣີດເຈີ
ແມ່ນ້ຳພະແລັດເໜືອ
ມະຫາສະໝຸດ ປາຊີຟິກ
ຄ້າຍລາຣາມີ
ວິນເຕີຄວດເຕີສ໌
ໄອໂອວາ
ເພັນໂຊເວເນຍ
4 ກຸມພາ, 1846 ການເດີນທາງຂອງກຳປັ່ນ ບຣຸກລິນ ເລີ່ມຕົ້ນ
ຄັນໂຊ ບລັບສ໌
ອິລິນອຍ
ອິນດີອານາ
ເຄີດແລນ
ແຊນແຟຣນຊິສະໂກ
ທາງແຄລິໂຟເນຍ
ທະເລສາບ ເກຣດເຊົາເລັກ
ເມືອງເຊົາເລັກ
ແມ່ນ້ຳພະແລັດໃຕ້
ນາວູ
ຟີລາແດວເຟຍ
ຄ້າຍລີເວັນເວີດ
ຟາແວັດ
ໂອໄຮໂອ
ວໍຊິງຕັນດີຊີ
ມະຫາສະໝຸດ ແອັດແລນຕິກ
ສັກກຣາເມັນໂຕ
ຄວິນສີ
ລີເບີຕີ
ຄາລິຟໍເນຍ
ແມັກຊິໂກ
ປວຍບະໂລ
ແມ່ນ້ຳອາແຄນຊໍ
ອິນດີເພັນເດັນສ໌
ກຳປັ່ນ ບຣຸກລິນ ໄດ້ໄປເຖິງ ເຢີບາ ບວຍນາ (ແຊນແຟຣນຊິສະໂກ) 31 ກໍລະກົດ, 1846
ລອສ໌ ແອນໂຈເລັສ໌
ມີເຊີຣີ
ແຊນຕາເຟ
ແມ່ນ້ຳການາດາ
ເຂດຂອງຊາວອິນເດຍແດງ
ແຊນເບີນາດີໂນ
ເຂດເຜີຍແຜ່ແຊນລຸຍເຣ
ແມ່ນ້ຳກີລາ
ຣຽວ ກຣານເດ
ແມ່ນ້ຳເພໂກສ໌
ແຊນດີເອໂກ
ທູສັນ
ເຄື່ອງໝາຍໃຊ້ແທນ
ເສັ້ນທາງຂອງກອງທັບມໍມອນ
ເສັ້ນທາງໄປຫາພາກຕາເວັນຕົກຂອງໄພ່ພົນຂອງພຣະເຈົ້າ
ເສັນທາງຂອງກຳປັ່ນ ບຣຸກລິນ
ກິໂລແມັດ
0 150 300 450 600
ກ ຂ ຄ ງ ຈ ສ ຊ ຍ
1 2 3 4
1
2
3
4
5
6
7
8
9
10
11
12
13
14
15
-
ເຟແອດ ສາດສະດາໂຈເຊັບ ສະມິດ ໄດ້ໜີຈາກເມືອງເຟແອດ ໄປຫາເມືອງເຄີດແລນ, ລັດໂອໄຮໂອ, ໃນເດືອນມັງກອນ ປີ 1831. ສາຂາສາມແຫ່ງໃນນິວຢອກ (ເຟແອດ, ໂຄນສະວຽວ, ແລະ ແມນເຈດສະເຕີ) ໄດ້ຕິດຕາມໄປ ໃນເດືອນເມສາ ແລະ ເດືອນພຶດສະພາ ປີ 1831 ພາຍໃຕ້ພຣະບັນຊາຂອງພຣະຜູ້ເປັນເຈົ້າ ເພື່ອໃຫ້ໄປເຕົ້າໂຮມກັນ (ເບິ່ງ ຄພ 37–38).
-
ເຄີດແລນ ສູນກາງໃຫຍ່ແຫ່ງທຳອິດຂອງສາດສະໜາຈັກ ແມ່ນຕັ້ງຢູ່ໃນເມືອງເຄີດແລນ ຈາກປີ 1831 ເຖິງປີ 1838.
-
ອິນດີເພັນເດັນສ໌ ພຣະຜູ້ເປັນເຈົ້າໄດ້ແຈ້ງບອກອິນດີເພັນເດັນສ໌ (ໃນເຂດແຈ໊ກສັນ, ລັດມີເຊີຣີ) ໃຫ້ເປັນສູນກາງຂອງຊີໂອນ ໃນເດືອນກໍລະກົດ ປີ 1831 (ເບິ່ງ ຄພ 57:3). ກຸ່ມອັນຕະພານໄດ້ບັງຄັບໄພ່ພົນຂອງພຣະເຈົ້າ ໃຫ້ອອກຈາກເຂດແຈ໊ກສັນ ໃນເດືອນພະຈິກ ປີ 1833.
-
ລີເບີຕີ ໄພ່ພົນຂອງພຣະເຈົ້າຈາກເຂດແຈ໊ກສັນ ໄດ້ເຕົ້າໂຮມກັນຢູ່ເຂດຄະເລ ຈາກປີ 1833 ເຖິງປີ 1836, ເມື່ອເຂົາເຈົ້າໄດ້ຖືກຮຽກຮ້ອງໃຫ້ໜີໄປອີກ. ສາດສະດາໂຈເຊັບ ສະມິດ ແລະ ຫ້າຄົນອື່ນອີກ ໄດ້ຖືກຈັບເຂົ້າຄຸກຢ່າງບໍ່ຍຸດຕິທຳ ຢູ່ບ່ອນນີ້ ຈາກເດືອນທັນວາ ປີ 1838 ເຖິງເດືອນເມສາ ປີ 1839.
-
ຟາແວັດ ໄດ້ຕັ້ງສະຖານທີ່ພັກເຊົາຢູ່ບ່ອນນີ້ສຳລັບໄພ່ພົນຂອງພຣະເຈົ້າ ຈາກປີ 1836–1838. ມັນເປັນສູນກາງໃຫຍ່ຂອງສາດສະໜາຈັກ ໃນປີ 1838. ໃນປີ 1838–1839 ໄພ່ພົນຂອງພຣະເຈົ້າ ໄດ້ຖືກບັງຄັບໃຫ້ໜີໄປຫາລັດອິລິນອຍ.
-
ນາວູ ສູນກາງໃຫຍ່ຂອງສາດສະໜາຈັກ ຈາກປີ 1839–1846. ຫລັງຈາກການສັງຫານສາດສະດາ ແລະ ໄຮຣຳ ອ້າຍຂອງເພິ່ນ, ໄພ່ພົນຂອງພຣະເຈົ້າ ໄດ້ຍ້າຍໄປຫາພາກຕາເວັນຕົກ.
-
ຄັນໂຊ ບລັບສ໌ ຜູ້ບຸກເບີກໄດ້ມາເຖິງບ່ອນນີ້ ໃນເດືອນມິຖຸນາ ປີ 1846. ສະມາຊິກໃນກອງທັບມໍມອນ ໄດ້ຈາກໄປ ໃນວັນທີ 21 ເດືອນກໍລະກົດ, 1846, ພາຍໃຕ້ການນຳພາຂອງ ເຈມສ໌ ອາເລນ.
-
ວິນເຕີຄວດເຕີສ໌ ສະຖານທີ່ພັກເຊົາຊົ່ວຄາວແຫ່ງສຳຄັນ, ຈາກປີ 1846–1848. ຂະບວນລໍ້ກວຽນແວນກາດ ພາຍໃຕ້ການນຳພາຂອງປະທານບຣິກຳ ຢັງ ໄດ້ອອກເດີນທາງໄປຫາພາກຕາເວັນຕົກ ໃນເດືອນເມສາ ປີ 1847.
-
ຄ້າຍລີເວັນເວີດ ກອງທັບມໍມອນໄດ້ມາຮ່ວມກັນຢູ່ບ່ອນນີ້ ກ່ອນເລີ່ມຕົ້ນອອກເດີນທາງໄປພາກຕາເວັນຕົກ ໃນເດືອນສິງຫາ ປີ 1846.
-
ແຊນຕາເຟ ຟີລິບ ຄຸກ ໄດ້ເປັນຜູ້ບັນຊາການກອງທັບມໍມອນ ໃນຂະນະທີ່ເຂົາເຈົ້າເດີນທາງຈາກບ່ອນນີ້ ໃນວັນທີ 19 ເດືອນຕຸລາ, 1846.
-
ປວຍບະໂລ ທະຫານສາມຄົນທີ່ເຈັບປ່ວຍຂອງກອງທັບມໍມອນ ໄດ້ຖືກສັ່ງໃຫ້ໄປເມືອງປວຍບະໂລ ເພື່ອຮັບການປິ່ນປົວ, ບ່ອນທີ່ເຂົາເຈົ້າໄດ້ພັກເຊົາຢູ່ໃນລະດູໜາວ ຈາກປີ 1846–1847 ຢູ່ນຳໄພ່ພົນຂອງພຣະເຈົ້າ ຈາກລັດມິດຊີຊິບປີ. ຂະບວນເຫລົ່ານີ້ ໄດ້ມາເຖິງຫ່ອມພູເຊົາເລັກໃນເດືອນກໍລະກົດ ປີ 1847.
-
ແຊນດີເອໂກ ກອງທັບມໍມອນໄດ້ສຳເລັດການເດີນທາງ 3,200 ກິໂລມັດ ເມື່ອມາເຖິງເມືອງນີ້ ໃນວັນທີ 29 ເດືອນມັງກອນ, 1847.
-
ລອສ໌ ແອນໂຈເລັສ໌ ກອງທັບມໍມອນໄດ້ຖືກປົດຈາກໜ້າທີ່ຢູ່ເມືອງນີ້ ໃນວັນທີ 16 ເດືອນກໍລະກົດ, 1847.
-
ສັກກຣາເມັນໂຕ ອະດີດທະຫານມໍມອນບາງຄົນໄດ້ທຳງານຢູ່ເມືອງນີ້ ແລະ ຢູ່ໂຮງສີຊັດເທີ ທີ່ຫ່າງໄກທາງທິດຕາເວັນອອກ ແຄມແມ່ນ້ຳອາເມຣິກັນ. ເຂົາເຈົ້າກໍຢູ່ທີ່ນັ້ນ ຕອນມີການຄົ້ນພົບຄຳ ໃນເດືອນມັງກອນ ປີ 1848.
-
ເມືອງເຊົາເລັກ ສູນກາງໃຫຍ່ຂອງສາດສະໜາຈັກ ຈາກປີ 1847 ເຖິງປະຈຸບັນ. ທ່ານບຣິກຳ ຢັງ ໄດ້ມາເຖິງຮ່ອມພູເມືອງເຊົາເລັກ ໃນວັນທີ 24 ເດືອນກໍລະກົດ, 1847.