ພຣະ​ຄຳ​ພີ
ມໍມອນ 6


ບົດ​ທີ 6

ຊາວ​ນີໄຟ​ໄດ້​ເຕົ້າ​ໂຮມ​ກັນ​ທີ່​ແຜ່ນ​ດິນຄູໂມຣາ​ສຳ​ລັບ​ການ​ສູ້​ຮົບ​ຄັ້ງ​ສຸດ​ທ້າຍ—ມໍມອນ​ເຊື່ອງ​ແຜ່ນ​ຈາລຶກ​ສັກ​ສິດ​ໄວ້​ໃນ​ເນີນ​ພູຄູໂມຣາ—ຊາວ​ເລມັນ​ໄດ້​ຮັບ​ໄຊ​ຊະນະ, ແລະ ປະ​ຊາ​ຊາດ​ນີໄຟ​ຖືກ​ທຳ​ລາຍ​ໄປ—ຫລາຍ​ແສນ​ຄົນ​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ. ປະ​ມານ ຄ.ສ. 385.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ບັນ​ທຶກ​ກ່ຽວ​ກັບ ຄວາມ​ພິນາດ​ຂອງ​ຊາວ​ນີໄຟ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ສຳ​ເລັດ​ແລ້ວ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເດີນ​ທັບ​ໄປ​ກ່ອນ​ໜ້າ​ຊາວ​ເລມັນ.

2 ແລະ ຂ້າ​ພະ​ເຈົ້າ​ມໍມອນ​ໄດ້​ຂຽນ​ສານ​ເຖິງ​ກະສັດ​ຂອງ​ຊາວ​ເລມັນ, ແລະ ໄດ້​ຂໍ​ຮ້ອງ​ໃຫ້​ເພິ່ນ​ໃຫ້​ໂອ​ກາດ​ແກ່​ພວກ​ເຮົາ ເພື່ອ​ພວກ​ເຮົາ​ຈະ​ໄດ້​ມາ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພວກ​ເຮົາ​ໃຫ້​ໄປ​ຫາ ແຜ່ນ​ດິນຄູໂມຣາ​ໃກ້​ກັບ​ເນີນ​ພູ​ມີ​ຊື່​ວ່າ ຄູ​ໂມ​ຣາ, ແລະ ບ່ອນ​ນັ້ນ​ພວກ​ເຮົາ​ຈະ​ຕໍ່​ສູ້​ກັບ​ພວກ​ເຂົາ​ໄດ້.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ຂອງ​ຊາວ​ເລມັນ​ໄດ້​ຍິນ​ຍອມ​ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ຂ້າ​ພະ​ເຈົ້າ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເດີນ​ທັບ​ໄປ​ເຖິງ​ແຜ່ນ​ດິນຄູໂມຣາ, ແລະ ພວກ​ເຮົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຢູ່​ອ້ອມ​ເນີນ​ພູຄູໂມຣາ; ແລະ ມັນ​ເປັນ​ບ່ອນ​ທີ່​ມີ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່, ແລະ ມີ​ແມ່​ນ້ຳ​ຫລາຍ​ສາຍ ແລະ ມີ​ຫ້ວຍ​ນ້ຳ​ຢູ່​ຢ່າງ​ຫລວງ​ຫລາຍ; ແລະ ບ່ອນ​ນີ້​ພວກ​ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ປຽບ​ຊາວ​ເລມັນ.

5 ແລະ ເມື່ອ​ສາມ​ຮ້ອຍ​ແປດ​ສິບ​ສີ່​ປີ​ຜ່ານ​ໄປ, ພວກ​ເຮົາ​ໄດ້​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພວກ​ເຮົາ​ທີ່​ເຫລືອ​ຢູ່​ທັງ​ໝົດ​ມາ​ຫາ​ແຜ່ນ​ດິນຄູໂມຣາ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຮົາ​ໄດ້​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພວກ​ເຮົາ​ທັງ​ໝົດ​ເຂົ້າ​ເປັນ​ກຸ່ມ​ດຽວ​ກັນ​ທີ່​ແຜ່ນ​ດິນຄູໂມຣາ​ແລ້ວ, ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ມໍມອນ​ເລີ່ມ​ເຖົ້າ​ແກ່​ລົງ; ແລະ ໂດຍ​ທີ່​ຮູ້​ຈັກ​ວ່າ ມັນ​ຈະ​ເປັນ​ການ​ຕໍ່​ສູ້​ຄັ້ງ​ສຸດ​ທ້າຍ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໂດຍ​ທີ່​ໄດ້​ຮັບ​ບັນ​ຊາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ຄວນ​ປ່ອຍ​ໃຫ້​ບັນ​ທຶກ​ສັກ​ສິດ ຊຶ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ມອບ​ໃຫ້​ຕໍ່ໆ​ກັນ​ມາ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ເລມັນ, (ເພາະ​ວ່າ​ຊາວ​ເລມັນ​ຈະ​ທຳ​ລາຍ​ມັນ) ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ເຮັດ ບັນ​ທຶກ​ນີ້​ຈາກ​ແຜ່ນ​ຈາລຶກ​ຂອງ​ນີໄຟ, ແລະ ເຊື່ອງ​ບັນ​ທຶກ​ທັງ​ໝົດ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ມອບ​ໝາຍ​ມາ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ໃນ​ເນີນ​ພູຄູໂມຣາ, ຍົກ​ເວັ້ນ​ແຕ່​ແຜ່ນ​ຈາລຶກ​ສ່ວນ​ໜ້ອຍ​ໜຶ່ງ ເຫລົ່າ​ນີ້ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ມອບ​ມັນ​ໃຫ້​ແກ່ ໂມ​ໂຣ​ໄນ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ພ້ອມ​ດ້ວຍ​ເມຍ​ຂອງ​ພວກ​ເຂົາ ແລະ ລູກ​ຂອງ​ພວກ​ເຂົາ, ໄດ້​ຫລຽວ​ເຫັນ ກອງ​ທັບ​ຂອງ​ຊາວ​ເລມັນ​ກຳ​ລັງ​ມຸ້ງ​ໜ້າ​ມາ​ຫາ​ພວກ​ເຂົາ; ແລະ ດ້ວຍ​ຄວາມ​ຢ້ານ​ກົວ​ຕໍ່​ຄວາມ​ຕາຍ​ອັນ​ເປັນ​ຕາ​ຢ້ານ ຊຶ່ງມີ​ຢູ່​ເຕັມ​ອົກ​ຂອງ​ຄົນ​ຊົ່ວ​ທຸກ​ຄົນ, ພວກ​ເຂົາ​ໄດ້​ຄອຍ​ຕ້ອນ​ຮັບ​ພວກ​ນັ້ນ​ຢູ່.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຍົກ​ທັບ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ, ແລະ ທຸກ​ຄົນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ​ທີ່​ສຸດ ເພາະ​ຄວາມ​ຫລວງ​ຫລາຍ​ຂອງ​ຈຳນວນ​ຄົນ​ຂອງ​ພວກ​ເຂົາ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເຂົ້າ​ມາ​ໂຈມ​ຕີ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ດາບ, ແລະ ດ້ວຍ​ທະ​ນູ, ແລະ ດ້ວຍ​ລູກ​ທະ​ນູ, ແລະ ດ້ວຍ​ຂວານ, ແລະ ດ້ວຍ​ອາ​ວຸດ​ແຫ່ງ​ສົງ​ຄາມ​ທຸກ​ຊະ​ນິດ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ໂຄ່ນ​ລົງ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ຫລາຍ​ໝື່ນ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຊຶ່ງ​ຢູ່​ກັບ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບາດ​ເຈັບ​ຢູ່​ທ່າມ​ກາງ​ພວກ​ເຂົາ; ແລະ ພວກ​ເຂົາ​ໄດ້​ຜ່ານ​ຂ້າ​ພະ​ເຈົ້າ​ໄປ ຄື​ພວກ​ເຂົາ​ບໍ່​ໄດ້​ເຮັດ​ໃຫ້​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ສິ້ນ​ສຸດ​ລົງ.

11 ແລະ ເມື່ອ​ພວກ​ເຂົາ​ໄດ້​ຜ່ານ​ໄປ ແລະ ໄດ້​ໂຄ່ນ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ລົງ ຈົນ​ໝົດ​ແລ້ວ ນອກ​ຈາກ​ພວກ​ເຮົາ​ຊາວ​ສີ່​ຄົນ​ເທົ່າ​ນັ້ນ (ຊຶ່ງ​ໃນ​ບັນ​ດາ​ຄົນ​ເຫລົ່າ​ນີ້​ມີ​ໂມ​ໂຣ​ໄນ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ) ແລະ ໂດຍ​ການ​ລອດ​ຊີ​ວິດ​ຈາກ​ພວກ​ທີ່​ຕາຍ​ຂອງ​ຜູ້​ຄົນ​ຂອງ​ພວກ​ເຮົາ, ໃນ​ມື້​ຕໍ່​ມາ, ຫລັງ​ຈາກ​ຊາວ​ເລມັນ​ກັບ​ໄປ​ຄ້າຍ​ຂອງ​ພວກ​ເຂົາ, ຈາກ​ຈອມ​ເນີນ​ພູຄູໂມຣາ, ພວກ​ເຮົາ​ໄດ້​ເຫັນ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໜຶ່ງ​ໝື່ນ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ນຳ​ໜ້າ​ໄປ​ຖືກ​ໂຄ່ນ​ລົງ​ຈົນ​ໝົດ.

12 ແລະ ພວກ​ເຮົາ​ກໍ​ໄດ້​ເຫັນ​ສົບ​ຂອງ​ສິບ​ພັນ​ຄົນ​ຊຶ່ງ​ໂມ​ໂຣ​ໄນ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ພາ​ໄປ​ອີກ.

13 ແລະ ຈົ່ງ​ເບິ່ງ, ໜຶ່ງ​ໝື່ນ​ຄົນ​ຂອງ​ກິດ​ກິດ​ໂດ​ນາ​ກໍ​ລົ້ມ​ຕາຍ​ຢູ່, ແລະ ລາວ​ກໍ​ຢູ່​ໃນ​ທ່າມ​ກາງ​ພວກ​ເຂົາ​ນັ້ນ.

14 ແລະ ເລ​ມາ​ກໍ​ໄດ້​ລົ້ມ​ຕາຍ​ຢູ່​ກັບ​ໜຶ່ງ​ໝື່ນ​ຄົນ​ຂອງ​ລາວ; ແລະ ກິນ​ການ​ກໍ​ໄດ້​ລົ້ມ​ຕາຍ​ຢູ່​ກັບ​ໜຶ່ງ​ໝື່ນ​ຄົນ​ຂອງ​ລາວ; ແລະ ລິມ​ຮາ​ກໍ​ໄດ້​ລົ້ມ​ຕາຍ​ຢູ່​ກັບ​ໜຶ່ງ​ໝື່ນ​ຄົນ​ຂອງ​ລາວ; ແລະ ເຈ​ນີ​ອຳ​ກໍ​ໄດ້​ລົ້ມ​ຕາຍ​ຢູ່​ກັບ​ໜຶ່ງ​ໝື່ນ​ຄົນ​ຂອງ​ລາວ; ພ້ອມ​ທັງ​ຄູ​ມະ​ໄນ​ຮາ, ແລະ ໂມ​ໂຣ​ໄນ​ຮາ, ແລະ ອານທິ​ໂອນຳ, ແລະ ຊິບ​ລຳ, ແລະ ເຊມ, ແລະ ຈອດ, ຕ່າງ​ກໍ​ໄດ້​ລົ້ມ​ຕາຍ​ຢູ່​ກັບ​ໜຶ່ງ​ໝື່ນ​ຄົນ​ຂອງ​ຕົນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ຫົວ​ໜ້າ​ທະ​ຫານ​ຄົນ​ອື່ນ​ອີກ​ສິບ​ຄົນ​ທີ່​ໄດ້​ລົ້ມ​ຕາຍ​ດ້ວຍ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຢູ່​ກັບ​ໜຶ່ງ​ໝື່ນ​ຄົນ​ຂອງ​ຕົນ; ແທ້​ຈິງ​ແລ້ວ, ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ ທັງ​ໝົດ​ໄດ້​ຖືກ​ຂ້າ​ຕາຍ​ຈົນ​ໝົດ, ຍົກ​ເວັ້ນ​ແຕ່​ຊາວ​ສີ່​ຄົນ​ທີ່​ຢູ່​ກັບ​ຂ້າ​ພະ​ເຈົ້າ​ນີ້, ແລະ ບໍ່​ເທົ່າ​ໃດ​ຄົນ​ທີ່​ໜີ​ໄປ​ຫາ​ແຜ່ນ​ດິນ​ທາງ​ໃຕ້, ແລະ ບໍ່​ເທົ່າ​ໃດ​ຄົນ​ທີ່​ແຕກ​ໄປ​ຫາ​ຊາວ​ເລມັນ; ແລະ ເນື້ອ​ໜັງ, ແລະ ກະ​ດູກ, ແລະ ເລືອດ​ຂອງ​ພວກ​ເຂົາ​ເຕັມ​ຊະ​ຊາຍ​ຢູ່​ຕາມ​ຜືນ​ແຜ່ນ​ດິນ, ຖືກ​ຖິ້ມ​ໃຫ້​ເປື່ອຍ​ເນົ່າ​ຢູ່​ໃນ​ແຜ່ນ​ດິນ​ດ້ວຍ​ນ້ຳ​ມື​ຂອງ​ຄົນ​ທີ່​ຂ້າ​ພວກ​ເຂົາ, ແລະ ຖືກ​ປ່ອຍ​ໃຫ້​ສະ​ຫລາຍ​ໄປ ແລະ ກັບ​ໄປ​ຫາ​ແຜ່ນ​ດິນ​ແມ່​ຂອງ​ພວກ​ເຂົາ.

16 ແລະ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ທຸກ, ດ້ວຍ​ຄວາມ​ເຈັບ​ປວດ​ຍ້ອນ​ການ​ຕາຍ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ອອກ​ມາ​ວ່າ:

17 ໂອ້ ທ່ານ​ຜູ້​ສວຍ​ງາມ, ທ່ານ​ອອກ​ໄປ​ຈາກ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນວ​ໃດ! ໂອ້ ທ່ານ​ຜູ້​ສວຍ​ງາມ, ທ່ານ​ບໍ່​ຍອມ​ຮັບ​ພຣະ​ເຢຊູ​ອົງ​ນັ້ນ​ໄດ້​ແນວ​ໃດ, ຜູ້​ຢືນ​ວາ​ພຣະ​ພາຫາ​ຕ້ອນ​ຮັບ​ທ່ານ​ຢູ່!

18 ຈົ່ງ​ເບິ່ງ, ຖ້າ​ຫາກ​ທ່ານ​ບໍ່​ໄດ້​ເຮັດ​ເຊັ່ນ​ນີ້, ທ່ານ​ກໍ​ຈະ​ບໍ່​ລົ້ມ​ຕາຍ. ແຕ່​ຈົ່ງ​ເບິ່ງ, ທ່ານ​ໄດ້​ລົ້ມ​ຕາຍ​ໄປ, ແລະ ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ເພາະ​ການ​ສູນ​ເສຍ​ທ່ານ.

19 ໂອ້ ທ່ານ​ຜູ້​ເປັນ​ລູກ​ຊາຍ ແລະ ລູກ​ສາວ​ທີ່​ສວຍ​ງາມ, ທ່ານ​ຜູ້​ເປັນ​ພໍ່ ແລະ ແມ່, ທ່ານ​ຜູ້​ເປັນ​ສາ​ມີ ແລະ ພັນ​ລະ​ຍາ, ທ່ານ​ຜູ້​ສວຍ​ງາມ, ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ທ່ານ​ມາ​ລົ້ມ​ຕາຍ​ໄປ​ແບບ​ນີ້!

20 ແຕ່​ຈົ່ງ​ເບິ່ງ, ທ່ານ​ໄດ້​ຈາກ​ໄປ​ແລ້ວ, ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ນຳ​ທ່ານ​ກັບ​ຄືນ​ມາ​ໄດ້.

21 ແລະ ມື້ນັ້ນ​ຈະ​ມາ​ຮອດ​ໃນ​ບໍ່​ຊ້າ​ນີ້ ຊຶ່ງ​ຮ່າງ​ກາຍ​ທີ່​ເປັນ​ມະຕະ​ຂອງ​ທ່ານ​ຈະ​ຕ້ອງ​ສວມ​ໃສ່​ຄວາມ​ເປັນ​ອະ​ມະ​ຕະ ແລະ ຮ່າງ​ກາຍ​ຊຶ່ງ​ກຳ​ລັງ​ເນົ່າ​ເປື່ອຍ​ຢູ່​ນີ້​ຈະ​ກັບ​ເປັນ​ຮ່າງ​ກາຍ​ທີ່ ເນົ່າ​ເປື່ອຍ​ບໍ່​ໄດ້​ໃນ​ບໍ່​ຊ້າ; ແລະ ເມື່ອ​ນັ້ນ​ທ່ານ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ, ເພື່ອ​ຮັບ​ການ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ທ່ານ; ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ​ທ່ານ​ເປັນ​ຄົນ​ຊອບ​ທຳ, ເມື່ອ​ນັ້ນ​ທ່ານ​ຈະ​ໄດ້​ຮັບ​ພອນ​ດັ່ງ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ​ຜູ້​ຈາກ​ໄປ​ກ່ອນ​ທ່ານ.

22 ໂອ້ ຖ້າ​ທ່ານ​ໄດ້​ກັບ​ໃຈ​ກ່ອນ​ຄວາມ​ພິນາດ​ອັນ​ໃຫຍ່​ຫລວງ​ນີ້​ໄດ້​ມາ​ເຖິງ​ທ່ານ. ແຕ່​ຈົ່ງ​ເບິ່ງ, ທ່ານ​ໄດ້​ຈາກ​ໄປ​ແລ້ວ, ແລະ ພຣະ​ບິດາ, ແທ້​ຈິງ​ແລ້ວ, ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ແຫ່ງ​ສະຫວັນ​ຮູ້​ເຖິງ​ສະພາບ​ຂອງ​ທ່ານ; ແລະ ພຣະ​ອົງ​ກະ​ທຳ​ກັບ​ທ່ານ​ຕາມ ຄວາມ​ຍຸດ​ຕິ​ທຳ ແລະ ຕາມ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ.