ນີໄຟສະບັບທີສີ່
ໜັງສືນີໄຟ
ຜູ້ເປັນລູກຊາຍຂອງນີໄຟ—ຊຶ່ງເປັນສານຸສິດຜູ້ໜຶ່ງຂອງພຣະເຢຊູຄຣິດ
ເລື່ອງລາວຂອງຜູ້ຄົນຂອງນີໄຟຕາມບັນທຶກຂອງເພິ່ນ.
ບົດທີ 1
ຊາວນີໄຟ ແລະ ຊາວເລມັນທັງໝົດປ່ຽນໃຈເຫລື້ອມໃສເຂົ້າຮ່ວມສາດສະໜາຈັກຂອງພຣະຜູ້ເປັນເຈົ້າ—ພວກເຂົາມີເຂົ້າຂອງທັງໝົດນຳກັນເປັນສ່ວນລວມ, ເຮັດສິ່ງມະຫັດສະຈັນ, ແລະ ຮຸ່ງເຮືອງຢູ່ໃນແຜ່ນດິນ—ຫລັງຈາກສອງສັດຕະວັດ, ການແຕກແຍກ, ຄວາມຊົ່ວຮ້າຍ, ສາດສະໜາຈັກທີ່ບໍ່ຖືກຕ້ອງ, ແລະ ການຂົ່ມເຫັງເລີ່ມເກີດຂຶ້ນ—ຫລັງຈາກສາມຮ້ອຍປີ, ທັງຊາວນີໄຟ ແລະ ຊາວເລມັນກາຍເປັນຄົນຊົ່ວ—ອາມມາຣອນເຊື່ອງແຜ່ນຈາລຶກທີ່ສັກສິດໄວ້. ປະມານ ຄ.ສ. 35–321.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີທີສາມສິບສີ່ຜ່ານໄປ, ແລະ ປີທີສາມສິບຫ້ານຳອີກ, ແລະ ຈົ່ງເບິ່ງ ສານຸສິດຂອງພຣະເຢຊູໄດ້ຈັດຕັ້ງສາດສະໜາຈັກຂອງພຣະຄຣິດຂຶ້ນໃນແຜ່ນດິນທັງໝົດໂດຍຮອບ. ແລະ ຫລາຍຕໍ່ຫລາຍຄົນໄດ້ມາຫາພວກເພິ່ນ, ແລະ ໄດ້ກັບໃຈຈາກບາບຂອງຕົນຢ່າງແທ້ຈິງ, ໄດ້ຮັບບັບຕິສະມາໃນພຣະນາມຂອງພຣະເຢຊູ; ແລະ ພວກເຂົາໄດ້ຮັບພຣະວິນຍານບໍລິສຸດນຳອີກ.
2 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສາມສິບຫົກຄື, ຜູ້ຄົນທັງໝົດທົ່ວຜືນແຜ່ນດິນໄດ້ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ, ທັງຊາວນີໄຟ ແລະ ຊາວເລມັນ, ແລະ ບໍ່ມີການຂັດແຍ້ງ ແລະ ການໂຕ້ຖຽງກັນໃນບັນດາພວກເຂົາ, ແລະ ທຸກຄົນກໍໄດ້ປະຕິບັດຕໍ່ກັນໂດຍທ່ຽງທຳ.
3 ແລະ ພວກເຂົາມີເຂົ້າຂອງ ທັງໝົດນຳກັນເປັນສ່ວນລວມ; ສະນັ້ນ ຈຶ່ງບໍ່ມີຄົນຮັ່ງມີ ຫລື ຄົນຍາກຈົນ, ຂ້າທາດ ຫລື ຜູ້ເປັນອິດສະລະ, ແຕ່ພວກເຂົາທຸກຄົນເປັນອິດສະລະ, ແລະ ເປັນຜູ້ມີສ່ວນໃນຂອງປະທານຈາກສະຫວັນ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີທີສາມສິບເຈັດກໍໄດ້ຜ່ານໄປອີກ, ແລະ ມັນກໍຍັງມີສັນຕິສຸກຢູ່ຕໍ່ໄປໃນແຜ່ນດິນ.
5 ແລະ ມີວຽກງານອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນ ທີ່ສານຸສິດຂອງພຣະເຢຊູເຮັດຂຶ້ນ, ເຖິງຂະໜາດທີ່ພວກເພິ່ນໄດ້ ປິ່ນປົວຄົນເຈັບປ່ວຍ, ແລະ ເຮັດໃຫ້ຄົນຕາຍຄືນມີຊີວິດອີກ, ແລະ ເຮັດໃຫ້ຄົນເປ້ຍລ່ອຍຍ່າງໄດ້, ແລະ ຄົນຕາບອດເຫັນຮຸ່ງ, ແລະ ຄົນຫູໜວກໄດ້ຍິນ; ແລະ ພວກເພິ່ນໄດ້ເຮັດສິ່ງ ມະຫັດສະຈັນນາໆປະການໃນບັນດາລູກຫລານມະນຸດ; ແລະ ພວກເພິ່ນບໍ່ໄດ້ເຮັດສິ່ງມະຫັດສະຈັນໂດຍວິທີອື່ນ ນອກຈາກໃນພຣະນາມຂອງພຣະເຢຊູເທົ່ານັ້ນ.
6 ແລະ ປີທີສາມສິບແປດໄດ້ຜ່ານໄປດັ່ງນີ້, ແລະ ປີທີສາມສິບເກົ້າ ແລະ ປີທີສີ່ສິບເອັດ, ແລະ ປີທີສີ່ສິບສອງນຳອີກ, ແທ້ຈິງແລ້ວ, ຈົນເຖິງປີທີສີ່ສິບເກົ້າຜ່ານໄປ, ແລະ ປີທີຫ້າສິບເອັດອີກ, ແລະ ປີທີຫ້າສິບສອງ; ແທ້ຈິງແລ້ວ, ຈົນປີທີຫ້າສິບເກົ້າຜ່ານໄປນຳອີກ.
7 ແລະ ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຢ່າງຍິ່ງໃນແຜ່ນດິນ; ແທ້ຈິງແລ້ວ, ເຖິງຂະໜາດທີ່ພວກເຂົາໄດ້ສ້າງເມືອງຂຶ້ນອີກໃນບ່ອນ ຊຶ່ງເຄີຍເປັນເມື່ອງທີ່ຖືກເຜົາໄໝ້ໄປແລ້ວ.
8 ແທ້ຈິງແລ້ວ, ເຖິງແມ່ນ ເມືອງເຊຣາເຮັມລາ ຊຶ່ງເປັນເມືອງທີ່ຍິ່ງໃຫຍ່ນັ້ນ ກໍໄດ້ຖືກສ້າງຂຶ້ນໃໝ່ອີກ.
9 ແຕ່ວ່າ ມີຫລາຍເມືອງ ຊຶ່ງໄດ້ ຈົມລົງ, ແລະ ນ້ຳເຂົ້າມາແທນທີ່; ສະນັ້ນ ຈຶ່ງສ້າງເມືອງເຫລົ່ານັ້ນຂຶ້ນໃໝ່ບໍ່ໄດ້.
10 ແລະ ບັດນີ້, ຈົ່ງເບິ່ງເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຂອງນີໄຟໄດ້ເຂັ້ມແຂງຂຶ້ນ, ແລະ ມີຄົນເພີ່ມທະວີຂຶ້ນຢ່າງໄວ, ແລະ ກັບເປັນຜູ້ຄົນທີ່ ຈົບງາມ ແລະ ໜ້າຊົມທີ່ສຸດ.
11 ແລະ ພວກເຂົາໄດ້ແຕ່ງງານກັນ, ແລະ ຍົກໃຫ້ແຕ່ງງານກັນ, ແລະ ໄດ້ຮັບພອນຫລາຍປະການຕາມຄຳສັນຍາ ຊຶ່ງພຣະຜູ້ເປັນເຈົ້າໄດ້ກະທຳໄວ້ກັບພວກເຂົາ.
12 ແລະ ພວກເຂົາບໍ່ໄດ້ເດີນໄປຕາມ ການປະຕິບັດ ແລະ ພິທີການຂອງ ກົດຂອງໂມເຊອີກຕໍ່ໄປ; ແຕ່ວ່າພວກເຂົາໄດ້ເດີນໄປຕາມພຣະບັນຍັດ ຊຶ່ງພວກເຂົາໄດ້ຮັບຈາກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ໂດຍ ການຖືສິນອົດເຂົ້າ ແລະ ການອະທິຖານ, ແລະ ການຊຸມນຸມກັນເລື້ອຍໆເພື່ອອະທິຖານ ແລະ ເພື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ບໍ່ມີການຂັດແຍ້ງກັນໃນບັນດາຜູ້ຄົນທັງໝົດໃນທົ່ວແຜ່ນດິນ, ແຕ່ມີສິ່ງມະຫັດສະຈັນອັນຍິ່ງໃຫຍ່ຕ່າງໆທີ່ເຮັດຂຶ້ນໃນບັນດາສານຸສິດຂອງພຣະເຢຊູ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີທີເຈັດສິບເອັດຜ່ານໄປ ແລະ ປີທີເຈັດສິບສອງອີກ, ແທ້ຈິງແລ້ວ, ແລະ ໂດຍສະຫລຸບ, ຈົນຮອດປີທີເຈັດສິບເກົ້າໄດ້ຜ່ານໄປ; ແທ້ຈິງແລ້ວ ຈົນຮອດໜຶ່ງຮ້ອຍປີຜ່ານໄປ, ແລະ ສານຸສິດຂອງພຣະເຢຊູຜູ້ທີ່ພຣະອົງໄດ້ເລືອກໄວ້ກໍໄດ້ຈາກໄປຫາ ທີ່ສຸຂະເສີມຂອງພຣະເຈົ້າທັງໝົດແລ້ວ ເວັ້ນເສຍແຕ່ ສາມຄົນທີ່ຈະຍັງຄົງຢູ່ຕໍ່ໄປ; ແລະ ມີ ສານຸສິດຜູ້ອື່ນໆໄດ້ຮັບ ແຕ່ງຕັ້ງແທນ; ແລະ ຜູ້ຄົນເປັນຈຳນວນຫລວງຫລາຍໃນລຸ້ນນັ້ນກໍໄດ້ຈາກໄປເໝືອນກັນ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນ ບໍ່ມີການຂັດແຍ້ງກັນໃນແຜ່ນດິນ, ຍ້ອນວ່າຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນໃຈຂອງຜູ້ຄົນ.
16 ແລະ ມັນ ບໍ່ມີການອິດສາບັງບຽດ, ບໍ່ມີການຜິດຖຽງກັນ, ບໍ່ມີການວຸ້ນວາຍ, ບໍ່ມີການໂສເພນີ, ບໍ່ມີການເວົ້າຕົວະ, ບໍ່ມີການຄາດຕະກຳ, ບໍ່ມີກິເລດຕັນຫາຢ່າງໃດເລີຍ; ແລະ ໂດຍແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີ ຄວາມສຸກຫລາຍໄປກວ່ານີ້ໃນບັນດາຜູ້ຄົນທັງປວງທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ.
17 ມັນບໍ່ມີໂຈນ, ຫລື ຄາດຕະກອນ, ທັງບໍ່ມີຊາວເລມັນ ຫລື ຊາວໃດໆເລີຍ; ແຕ່ຄົນທັງໝົດຢູ່ເປັນ ພວກດຽວກັນ, ເປັນລູກຂອງພຣະຄຣິດ, ແລະ ທາຍາດຂອງອານາຈັກຂອງພຣະເຈົ້າ.
18 ແລະ ພວກເຂົາໄດ້ເປັນສຸກຫລາຍແທ້ໆ! ເພາະພຣະຜູ້ເປັນເຈົ້າໄດ້ປະທານພອນໃຫ້ພວກເຂົາສຳລັບການກະທຳຂອງພວກເຂົາທັງໝົດ; ແທ້ຈິງແລ້ວ, ພວກເຂົາໄດ້ຮັບພອນ ແລະ ຈະເລີນຮຸ່ງເຮືອງຢູ່ເຖິງແມ່ນໜຶ່ງຮ້ອຍສິບປີຜ່ານໄປ; ແລະ ຄົນລຸ້ນທຳອິດນັບແຕ່ພຣະຄຣິດກໍໄດ້ຈາກໄປ, ແລະ ມັນກໍບໍ່ໄດ້ມີການຂັດແຍ້ງກັນໃນທົ່ວແຜ່ນດິນເລີຍ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄືນີໄຟ, ຜູ້ທີ່ເຮັດບັນທຶກອັນສຸດທ້າຍນີ້ໄດ້ສິ້ນຊີວິດໄປ, (ຊຶ່ງເພິ່ນໄດ້ເຮັດບັນທຶກໄວ້ໃນ ແຜ່ນຈາລຶກຂອງນີໄຟ) ແລະ ອາໂມລູກຊາຍຂອງເພິ່ນໄດ້ເຮັດບັນທຶກນີ້ແທນ; ແລະ ລາວກໍໄດ້ເຮັດບັນທຶກໄວ້ໃນແຜ່ນຈາລຶກຂອງນີໄຟນຳອີກ.
20 ແລະ ລາວໄດ້ຮັກສາບັນທຶກຢູ່ແປດສິບສີ່ປີ, ແລະ ສັນຕິສຸກກໍຍັງມີຢູ່ໃນແຜ່ນດິນ, ນອກຈາກຜູ້ຄົນສ່ວນໜ້ອຍໜຶ່ງທີ່ອອກໄປຈາກສາດສະໜາຈັກ ແລະ ເອີ້ນຊື່ຕົນວ່າ ຊາວເລມັນ; ສະນັ້ນ ມັນຈຶ່ງເລີ່ມມີຊາວເລມັນຢູ່ໃນແຜ່ນດິນອີກ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ອາໂມໄດ້ສິ້ນຊີວິດໄປຄືກັນ, (ແລະ ມັນເປັນໜຶ່ງຮ້ອຍເກົ້າສິບສີ່ປີນັບແຕ່ການສະເດັດມາຂອງພຣະຄຣິດ) ແລະ ອາໂມລູກຊາຍຂອງລາວໄດ້ຮັກສາບັນທຶກແທນ; ແລະ ລາວກໍໄດ້ບັນທຶກໄວ້ໃນແຜ່ນຈາລຶກຂອງນີໄຟຄືກັນ; ແລະ ມັນມີຂຽນໄວ້ໃນໜັງສືນີໄຟນຳອີກ ຊຶ່ງແມ່ນໜັງສືເຫລັ້ມນີ້.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ສອງຮ້ອຍປີໄດ້ຜ່ານໄປ; ແລະ ຄົນລຸ້ນທີສອງໄດ້ຜ່ານໄປໝົດ ນອກຈາກບໍ່ເທົ່າໃດຄົນເທົ່ານັ້ນ.
23 ແລະ ບັດນີ້ຂ້າພະເຈົ້າມໍມອນຢາກໃຫ້ທ່ານຮູ້ວ່າ ຜູ້ຄົນໄດ້ເພີ່ມທະວີຂຶ້ນ, ເຖິງຂະໜາດທີ່ພວກເຂົາໄດ້ແຜ່ຂະຫຍາຍໄປທົ່ວຜືນແຜ່ນດິນ, ແລະ ວ່າພວກເຂົາກັບເປັນຄົນຮັ່ງມີຢ່າງຍິ່ງ, ເພາະຄວາມຈະເລີນຮຸ່ງເຮືອງຂອງພວກເຂົາໃນພຣະຄຣິດ.
24 ແລະ ບັດນີ້, ໃນປີທີສອງຮ້ອຍໜຶ່ງໄດ້ເລີ່ມມີບາງຄົນໃນບັນດາພວກເຂົາທີ່ລະເມີເພີ້ຝັນດ້ວຍ ຄວາມທະນົງຕົວ ເຊັ່ນ ການນຸ່ງຖືເສື້ອຜ້າທີ່ມີລາຄາແພງ, ແລະ ໃສ່ເຄື່ອງປະດັບຢ່າງດີນາໆຊະນິດ ແລະ ໃຊ້ຂອງດີໆຂອງໂລກ.
25 ແລະ ນັບແຕ່ເວລານັ້ນໄປພວກເຂົາບໍ່ໄດ້ມີສິ່ງຂອງ ແລະ ເຂົ້າຂອງຮວມກັນ ເປັນສ່ວນລວມໃນບັນດາພວກເຂົາອີກຕໍ່ໄປ.
26 ແລະ ພວກເຂົາເລີ່ມແບ່ງຊັ້ນວັນນະກັນ; ແລະ ພວກເຂົາເລີ່ມສ້າງ ສາດສະໜາຈັກຂອງຕົນເອງຂຶ້ນ ເພື່ອຫາ ຜົນປະໂຫຍດ, ແລະ ເລີ່ມປະຕິເສດສາດສະໜາຈັກທີ່ແທ້ຈິງຂອງພຣະຄຣິດ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອສອງຮ້ອຍສິບປີຜ່ານໄປ ກໍໄດ້ມີສາດສະໜາຈັກຢູ່ຫລາຍແຫ່ງໃນແຜ່ນດິນ; ແທ້ຈິງແລ້ວ, ມີຫລາຍສາດສະໜາຈັກຊຶ່ງອ້າງວ່າຕົນຮູ້ຈັກພຣະຄຣິດ, ແຕ່ພວກເຂົາໄດ້ ປະຕິເສດພຣະກິດຕິຄຸນສ່ວນໃຫຍ່ຂອງພຣະອົງ, ເຖິງຂະໜາດທີ່ພວກເຂົາໄດ້ຍອມຮັບຄວາມຊົ່ວຮ້າຍນາໆປະການ, ແລະ ໄດ້ປະຕິບັດສິ່ງທີ່ສັກສິດແກ່ຄົນທີ່ຖືກ ຫ້າມເພາະຄວາມບໍ່ມີຄ່າຄວນ.
28 ແລະ ສາດສະໜາຈັກແຫ່ງນີ້ໄດ້ມີສະມາຊິກເພີ່ມທະວີຂຶ້ນຢ່າງຫລວງຫລາຍຍ້ອນວ່າຄວາມຊົ່ວຮ້າຍ, ແລະ ຍ້ອນວ່າອຳນາດຂອງຊາຕານຜູ້ຊຶ່ງມີອຳນາດເໜືອໃຈຂອງພວກເຂົາ.
29 ແລະ ອີກອັນໜຶ່ງ, ມັນມີສາດສະໜາຈັກອີກແຫ່ງໜຶ່ງທີ່ປະຕິເສດພຣະຄຣິດ; ແລະ ພວກເຂົາໄດ້ ຂົ່ມເຫັງສາດສະໜາຈັກທີ່ແທ້ຈິງຂອງພຣະຄຣິດ, ຍ້ອນວ່າຄວາມຖ່ອມຕົວຂອງພວກເຂົາ ແລະ ຄວາມເຊື່ອຂອງພວກເຂົາໃນພຣະຄຣິດ; ແລະ ພວກເຂົາໄດ້ໝິ່ນປະໝາດພວກເຂົາຍ້ອນວ່າສິ່ງມະຫັດສະຈັນຫລາຍຢ່າງຊຶ່ງກະທຳຂຶ້ນໃນບັນດາພວກເຂົາ.
30 ສະນັ້ນ ພວກເຂົາຈຶ່ງໄດ້ໃຊ້ອຳນາດ ແລະ ສິດອຳນາດຂົ່ມຂູ່ສານຸສິດຂອງພຣະເຢຊູຜູ້ທີ່ຢູ່ກັບພວກເຂົາ, ແລະ ພວກເຂົາໄດ້ເອົາພວກເພິ່ນເຂົ້າ ຄຸກ; ແຕ່ໂດຍອຳນາດຂອງພຣະຄຳຂອງພຣະເຈົ້າຊຶ່ງຢູ່ກັບພວກເພິ່ນ, ຄຸກຈຶ່ງແຍກອອກເປັນສອງ, ແລະ ພວກເພິ່ນກໍໄດ້ອອກໄປເຮັດສິ່ງມະຫັດສະຈັນອັນຍິ່ງໃຫຍ່ໃນບັນດາພວກເຂົາ.
31 ເຖິງຢ່າງໃດກໍຕາມ, ແລະ ທັງໆທີ່ສິ່ງມະຫັດສະຈັນທັງໝົດນີ້ໄດ້ເກີດຂຶ້ນຢູ່ກໍຕາມ, ແຕ່ຜູ້ຄົນກໍຍັງເຮັດໃຈແຂງກະດ້າງຢູ່, ແລະ ໄດ້ພະຍາຍາມທີ່ຈະຂ້າພວກເພິ່ນເໝືອນດັ່ງຊາວຢິວທີ່ຢູ່ເຢຣູຊາເລັມພະຍາຍາມຂ້າພຣະເຢຊູຕາມພຣະຄຳຂອງພຣະອົງ.
32 ແລະ ເຂົາໄດ້ໂຍນພວກເພິ່ນເຂົ້າ ເຕົາ ໄຟ, ແຕ່ພວກເພິ່ນໄດ້ອອກມາໂດຍບໍ່ໄດ້ຮັບອັນຕະລາຍຢ່າງໃດ.
33 ແລະ ເຂົາໄດ້ໂຍນພວກເພິ່ນເຂົ້າໃນ ຖ້ຳສັດຮ້າຍອີກ, ແລະ ພວກເພິ່ນໄດ້ຫລິ້ນຢູ່ກັບສັດຮ້າຍເຫລົ່ານັ້ນຄືກັນກັບເດັກນ້ອຍຫລິ້ນຢູ່ນຳລູກແກະ; ແລະ ພວກເພິ່ນໄດ້ອອກມາຈາກສັດເຫລົ່ານັ້ນໂດຍບໍ່ໄດ້ຮັບອັນຕະລາຍເລີຍ.
34 ເຖິງຢ່າງໃດກໍຕາມ, ຜູ້ຄົນກໍຍັງເຮັດໃຈແຂງກະດ້າງຢູ່, ເພາະວ່າພວກເຂົາໄດ້ຖືກຊັກນຳໄປໂດຍພວກນັກທຳ ແລະ ໂດຍສາດສະດາປອມຫລາຍຄົນ ເພື່ອໃຫ້ສ້າງສາດສະໜາຈັກຫລາຍບ່ອນຂຶ້ນ, ແລະ ໃຫ້ເຮັດຄວາມຊົ່ວຮ້າຍນາໆປະການ. ແລະ ພວກເຂົາໄດ້ ທຸບຕີຜູ້ຄົນຂອງພຣະເຢຊູ; ແຕ່ວ່າຜູ້ຄົນຂອງພຣະເຢຊູບໍ່ໄດ້ໂຕ້ຕອບເລີຍ. ແລະ ພວກເຂົາໄດ້ເສື່ອມໂຊມລົງດັ່ງນັ້ນຢູ່ໃນຄວາມບໍ່ເຊື່ອຖືໄປແຕ່ລະປີ ແລະ ຢູ່ໃນຄວາມຊົ່ວຮ້າຍຈົນວ່າສອງຮ້ອຍສາມສິບປີຜ່ານໄປ.
35 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນໃນປີນີ້, ແທ້ຈິງແລ້ວ, ໃນປີສອງຮ້ອຍສາມສິບເອັດ, ມັນເກີດມີການແບ່ງແຍກກັນຢ່າງໃຫຍ່ຫລວງໃນບັນດາຜູ້ຄົນ.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີນີ້ ມັນໄດ້ເກີດມີຜູ້ຄົນກຸ່ມໜຶ່ງ ຊຶ່ງມີຊື່ວ່າ ຊາວນີໄຟ, ແລະ ພວກເຂົາເປັນຜູ້ທີ່ມີຄວາມເຊື່ອຢ່າງແທ້ຈິງໃນພຣະຄຣິດ; ແລະ ໃນບັນດາພວກເຂົາມີພວກອື່ນອີກທີ່ຊາວເລມັນເອີ້ນວ່າ—ຊາວຢາໂຄບ, ຊາວໂຢເຊັບ, ແລະ ຊາວໂຊຣຳ;
37 ສະນັ້ນ ຜູ້ທີ່ເຊື່ອໃນພຣະຄຣິດຢ່າງແທ້ຈິງ, ແລະ ຜູ້ນະມັດສະການຢ່າງແທ້ຈິງຂອງພຣະຄຣິດ, (ລວມທັງ ສານຸສິດສາມຄົນຂອງພຣະເຢຊູ ຊຶ່ງຈະຄົງຢູ່ຕໍ່ໄປ) ຖືກເອີ້ນວ່າ ຊາວນີໄຟ, ແລະ ຊາວຢາໂຄບ, ແລະ ຊາວໂຢເຊັບ, ແລະ ຊາວໂຊຣຳ.
38 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ທີ່ປະຕິເສດພຣະກິດຕິຄຸນຖືກເອີ້ນວ່າ ຊາວເລມັນ, ຊາວເລມູເອນ, ແລະ ຊາວອິດຊະມາເອນ; ແລະ ພວກເຂົາບໍ່ໄດ້ເສື່ອມໂຊມຢູ່ໃນຄວາມບໍ່ເຊື່ອຖື, ແຕ່ພວກເຂົາໄດ້ ກະບົດຕໍ່ພຣະກິດຕິຄຸນຂອງພຣະຄຣິດໂດຍເຈດຕະນາ; ແລະ ພວກເຂົາໄດ້ສິດສອນລູກຫລານຂອງພວກເຂົາບໍ່ໃຫ້ເຊື່ອ, ເໝືອນດັ່ງທີ່ບັນພະບຸລຸດຂອງພວກເຂົາ, ທີ່ບໍ່ໄດ້ເຊື່ອຕັ້ງແຕ່ຕົ້ນມາ.
39 ແລະ ເປັນຍ້ອນຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງບັນພະບຸລຸດຂອງພວກເຂົາຄືກັນກັບທີ່ເປັນມາແລ້ວນັບຕັ້ງແຕ່ຕົ້ນມາ. ແລະ ພວກເຂົາຈຶ່ງຖືກ ສິດສອນໃຫ້ກຽດຊັງລູກຂອງພຣະເຈົ້າ, ຄືກັນກັບຊາວເລມັນຖືກສິດສອນໃຫ້ກຽດຊັງລູກຫລານຊາວນີໄຟນັບຕັ້ງແຕ່ຕົ້ນມາ.
40 ແລະ ເຫດການໄດ້ບັງເກີດຂຶ້ນຄື ສອງຮ້ອຍສີ່ສິບສີ່ປີຜ່ານໄປ ແລະ ການງານຂອງຜູ້ຄົນເປັນໄປດັ່ງນັ້ນ. ແລະ ຜູ້ຄົນສ່ວນທີ່ຊົ່ວຫລາຍກວ່າກໍເຂັ້ມແຂງຂຶ້ນ, ແລະ ກັບມີຈຳນວນຫລາຍກວ່າຜູ້ຄົນຂອງພຣະເຈົ້າ.
41 ແລະ ພວກເຂົາຍັງຄົງສ້າງສາດສະໜາຈັກໃຫ້ຕົນເອງຢູ່ຕໍ່ໄປ, ແລະ ຕົກແຕ່ງມັນດ້ວຍຂອງມີຄ່ານາໆຊະນິດ. ແລະ ສອງຮ້ອຍຫ້າສິບປີໄດ້ຜ່ານໄປດັ່ງນີ້, ແລະ ສອງຮ້ອຍຫົກສິບປີກໍຜ່ານໄປອີກ.
42 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນກຸ່ມທີ່ຊົ່ວເລີ່ມເຮັດຄຳສາບານ ແລະ ເຮັດ ການມົ້ວສຸມລັບຂອງແກດີອານທັນຂຶ້ນອີກ.
43 ແລະ ຜູ້ຄົນຜູ້ມີຊື່ວ່າ ຜູ້ຄົນຂອງນີໄຟເລີ່ມອວດດີໃນໃຈ, ຍ້ອນວ່າຂອງມີຄ່າຢ່າງຫລວງຫລາຍຂອງພວກເຂົາ, ແລະ ກັບມາຖືຕົວຄືກັນກັບຊາວເລມັນພີ່ນ້ອງຂອງພວກເຂົາ.
44 ແລະ ນັບແຕ່ເວລານີ້ໄປ ສານຸສິດກໍເລີ່ມເສົ້າສະຫລົດໃຈເພາະ ບາບຂອງໂລກ.
45 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອສາມຮ້ອຍປີຜ່ານໄປ, ທັງຜູ້ຄົນຂອງນີໄຟ ແລະ ຜູ້ຄົນຂອງເລມັນກັບມາເປັນຄົນຊົ່ວຫລາຍຂຶ້ນເທົ່າໆກັນ.
46 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂຈນແກດີອານທັນໄດ້ແຜ່ຂະຫຍາຍໄປທົ່ວຜືນແຜ່ນດິນ; ແລະ ບໍ່ມີຜູ້ໃດຈັກຄົນທີ່ຊອບທຳນອກຈາກສານຸສິດຂອງພຣະເຢຊູເທົ່ານັ້ນ. ແລະ ພວກເຂົາໄດ້ຄ້າຂາຍຄຳ ແລະ ເງິນ ຢູ່ໃນຮ້ານຄ້າຢ່າງຫລວງຫລາຍ, ແລະ ໄດ້ເຮັດການຄ້າຂາຍອື່ນໆນຳອີກ.
47 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກສາມຮ້ອຍຫ້າປີຜ່ານໄປ, (ແລະ ຜູ້ຄົນຍັງຄົງຢູ່ໃນຄວາມຊົ່ວຮ້າຍຢູ່) ອາໂມໄດ້ສິ້ນຊີວິດໄປ; ແລະ ອາມມາຣອນນ້ອງຊາຍຂອງລາວໄດ້ຮັກສາບັນທຶກແທນ.
48 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອສາມຮ້ອຍຊາວປີຜ່ານໄປ, ອາມມາຣອນໂດຍຖືກພຣະວິນຍານບໍລິສຸດຊົງນຳໄດ້ເຊື່ອງ ບັນທຶກທີ່ສັກສິດໄວ້—ແທ້ຈິງແລ້ວ, ແມ່ນບັນທຶກສັກສິດທັງໝົດ ຊຶ່ງຖືກມອບຕໍ່ໆກັນມາຈາກລຸ້ນສູ່ລຸ້ນ—ຈົນເຖິງປີທີສາມຮ້ອຍຊາວນັບຕັ້ງແຕ່ການສະເດັດມາຂອງພຣະຄຣິດ.
49 ແລະ ລາວໄດ້ເຊື່ອງມັນໄວ້ກັບພຣະຜູ້ເປັນເຈົ້າ, ເພື່ອມັນຈະຖືກ ນຳອອກມາຫາເຊື້ອສາຍຂອງຢາໂຄບຜູ້ທີ່ເຫລືອຢູ່ອີກ, ຕາມຄຳທຳນາຍ ແລະ ຕາມຄຳສັນຍາຂອງພຣະຜູ້ເປັນເຈົ້າ. ແລະ ບັນທຶກຂອງອາມມາຣອນຈົບລົງດັ່ງນີ້.