ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 6


ປຈສ, ມັດທາຍ 6:14. ປຽບ​ທຽບ​ໃສ່​ກັບ ມັດທາຍ 6:13; ມີ​ການ​ປ່ຽນ​ແປງ​ທີ່​ຄ້າຍ​ຄື​ກັນ ໃນ ລູກາ 11:4

ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ນຳ​ພາ​ເຮົາ​ໄປ​ສູ່​ການ​ລໍ້​ລວງ.

14 ແລະ ຂໍ​ຢ່າ​ພາພວກ​ຂ້າ​ນ້ອຍ​ເຂົ້າ​ໄປ​ໃນ​ການ​ລໍ້​ລວງ, ແຕ່​ຂໍ​ປົດ​ປ່ອຍ​ພວກ​ຂ້າ​ນ້ອຍ​ຈາກ​ມານ​ຊົ່ວ​ຮ້າຍ.

ປຈສ, ມັດທາຍ 6:22. ປຽບ​ທຽບ​ໃສ່​ກັບ ມັດທາຍ 6:22

ຖ້າ​ຫາກ​ດວງ​ຕາ​ຂອງ​ພວກ​ເຮົາ​ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ, ທັງ​ຮ່າງ​ກາຍ​ຂອງ​ພວກ​ເຮົາ ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ.

22 ຕາ​ເປັນ​ໂຄມ​ໄຟ​ຂອງ​ຮ່າງ​ກາຍ; ສະນັ້ນ ຖ້າ​ຫາກ​ຕາ​ຂອງ​ພວກ​ເຈົ້າ​ເຫັນ​ແກ່ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າແຕ່​ຢ່າງ​ດຽວ, ທັງ​ຮ່າງ​ກາຍ​ຂອງ​ພວກ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ.

ປຈສ, ມັດທາຍ 6:25–27. ປຽບ​ທຽບ​ໃສ່​ກັບ ມັດທາຍ 6:25; 10:10

ພຣະ​ເຢຊູ​ເຕືອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ເຖິງ​ວຽກ​ງານ​ທີ່​ຫຍຸ້ງ​ຍາກ​ຂອງ​ເຂົາ​ເຈົ້າ ແຕ່​ສັນ​ຍາ​ວ່າ ພຣະ​ອົງ​ຈະ​ຕຽມ​ທາງ​ໄວ້​ໃຫ້ ແລະ ວ່າ​ພຣະ​ບິດາ​ເທິງ​ສະຫວັນ​ຈະ​ຈັດ​ຫາ​ໃຫ້​ເຂົາ​ເຈົ້າ.

25 ແລະ, ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ເຈົ້າ​ທັງ​ຫລາຍ​ຈົ່ງ​ໄປ​ທົ່ວ​ໂລກ, ແລະ ບໍ່​ຕ້ອງ​ຫ່ວງ​ໃຍ​ນຳ​ຊາວ​ໂລກ; ເພາະ​ຊາວ​ໂລກ​ຈະ​ກຽດ​ຊັງ​ພວກ​ເຈົ້າ, ແລະ ຈະ​ຂົ່ມ​ເຫັງ​ພວກ​ເຈົ້າ, ແລະ ຈະ​ຂັບ​ໄລ່​ພວກ​ເຈົ້າ​ອອກ​ໄປ​ຈາກ​ທຳມະ​ສາ​ລາ​ຂອງ​ພວກ​ເຂົາ.

26 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຈົ້າ​ຈະ​ໄປ​ຫາ​ເຮືອນ​ນີ້​ເຮືອນ​ນັ້ນ, ສິດ​ສອນ​ຜູ້​ຄົນ; ແລະ ເຮົາ​ຈະ​ນຳ​ໜ້າ​ພວກ​ເຈົ້າ.

27 ແລະ ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ພວກ​ເຈົ້າ ຈະ​ຈັດ​ຫາ​ໃຫ້​ພວກ​ເຈົ້າ, ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ຕ້ອງ​ການ​ສຳ​ລັບ​ອາຫານ, ສິ່ງ​ທີ່​ພວກ​ເຈົ້າ​ຈະ​ກິນ; ແລະ ສຳ​ລັບ​ເສື້ອ​ຜ້າ, ສິ່ງ​ທີ່​ພວກ​ເຈົ້າ​ຈະ​ນຸ່ງ ຫລື ຫົ່ມ.

ປຈສ, ມັດທາຍ 6:38. ປຽບ​ທຽບ​ໃສ່​ກັບ ມັດທາຍ 6:33

ກ່ອນ​ອື່ນ​ໝົດ ພວກ​ເຮົາ​ຄວນ​ສະແຫວງ​ຫາ​ທີ່​ຈະ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

38 ດັ່ງ​ນັ້ນ, ຢ່າ​ສະແຫວງ​ຫາ​ສິ່ງ​ທີ່​ເປັນ​ຂອງ​ໂລກ, ແຕ່​ກ່ອນ​ອື່ນ​ໝົດ ຈົ່ງ​ສະແຫວງ​ຫາທີ່​ຈະ​ສ້າງອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ແລະ ທີ່​ຈະ​ສະຖາ​ປະນາຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ, ແລະ ສິ່ງ​ທັງ​ໝົດ​ເຫລົ່າ​ນີ້ ຈະ​ຖືກ​ເພີ່ມ​ເຕີມ​ໃຫ້​ແກ່​ພວກ​ເຈົ້າ.