ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມາ​ຣະ​ໂກ 7


ປຈສ, ມາ​ຣະ​ໂກ 7:10–12. ປຽບ​ທຽບ​ໃສ່​ກັບ ມາ​ຣະ​ໂກ 7:10

ພຣະ​ເຢຊູ​ກ່າວ​ໂທດ​ຄົນ​ທີ່​ປະ​ຕິ​ເສດ​ສາດ​ສະ​ດາ ແລະ ບໍ່​ເຊື່ອ​ຟັງ​ກົດ​ຂອງ​ໂມເຊ.

10 ມັນ​ມີ​ຂຽນ​ໄວ້​ເປັນ​ຢ່າງ​ດີ​ເຖິງ​ພວກ​ເຈົ້າ, ໂດຍ​ສາດ​ສະ​ດາ​ທີ່​ພວກ​ເຈົ້າ​ບໍ່​ຍອມ​ຮັບ.

11 ພວກ​ເພິ່ນ​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ຂອງ​ສິ່ງ​ເຫລົ່າ​ນີ້, ແລະ ເລືອດ​ຂອງ​ເຂົາ​ເຈົ້າ​ຈະ​ຕົກ​ລົງ​ໃສ່​ພວກ​ເຈົ້າ.

12 ພວກ​ເຈົ້າ​ບໍ່​ໄດ້​ຮັກ​ສາ​ພິ​ທີ​ການ​ຂອງ​ພຣະ​ເຈົ້າ; ເພາະ​ໂມ​ໄຊ​ໄດ້​ກ່າວ​ວ່າ, ຈົ່ງ​ເຄົາ​ລົບ​ນັບ​ຖື​ພໍ່​ແມ່​ຂອງ​ຕົນ; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ປ້ອຍ​ດ່າ ສາບ​ແຊ່ງ​ພໍ່​ແມ່​ຂອງ​ຕົນ​ຕ້ອງ​ຖືກ​ລົງ​ໂທດ​ເຖິງ​ຕາຍ​ຖານຜູ້​ລ່ວງ​ລະເມີດ, ຕາມ​ທີ່​ມີ​ຂຽນ​ໄວ້​ຢູ່​ໃນ​ກົດ​ຂອງ​ພວກ​ເຈົ້າ; ແຕ່​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ກົດ.