ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມາ​ຣະ​ໂກ 16


ປຈສ, ມາ​ຣະ​ໂກ 16:3–6. ປຽບ​ທຽບ​ໃສ່​ກັບ ມາ​ຣະ​ໂກ 16:4–7; ລູກາ 24:2–4

ທູດ​ສອງ​ອົງ​ໄດ້​ທັກ​ທາຍ​ພວກ​ຜູ້​ຍິງ​ທີ່​ອຸບ​ມຸງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

3 ແຕ່ເມື່ອ​ພວກ​ນາງ​ໄດ້​ຫລຽວ​ເບິ່ງ, ພວກ​ນາງ​ໄດ້​ເຫັນ​ວ່າ ກ້ອນ​ຫີນ​ໄດ້​ຖືກ​ກຶ່ງ​ອອກ​ໄປ​ແລ້ວ, (ເພາະ​ມັນ​ໃຫຍ່​ຫລາຍ,) ແລະ ທູດ​ສອງ​ອົງ​ໄດ້​ນັ່ງ​ຢູ່​ເທິງ​ນັ້ນ, ນຸ່ງຊຸດສີ​ຂາວ; ແລະ ພວກ​ນາງ​ໄດ້​ເກີດ​ຄວາມ​ຢ້ານ​ກົວ.

4 ແຕ່​ທູດ​ໄດ້​ກ່າວແກ່​ພວກ​ນາງ​ວ່າ ຢ່າ​ສູ່​ຢ້ານ; ພວກ​ເຈົ້າ​ຊອກ​ຫາ​ພຣະ​ເຢຊູ​ແຫ່ງ​ນາ​ຊາ​ເຣັດ, ຜູ້ໄດ້​ຖືກ​ຄຶງ; ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ; ພຣະ​ອົງ​ບໍ່​ໄດ້​ປະ​ທັບ​ຢູ່​ບ່ອນ​ນີ້; ຈົ່ງ​ເບິ່ງ​ບ່ອນ​ທີ່​ພວກ​ເຂົາ​ໄດ້​ວາງ​ພຣະ​ອົງ​ໄວ້;

5 ແລະ ຈົ່ງ​ໄປ​ຕາມ​ທາງ​ຂອງ​ພວກ​ເຈົ້າ, ຈົ່ງ​ໄປ​ບອກ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ແລະ ເປໂຕ, ວ່າ​ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ກ່ອນ​ພວກ​ເຈົ້າ ເຂົ້າ​ໄປ​ໃນ​ຄາ​ລີ​ເລ; ຢູ່​ທີ່​ນັ້ນ ພວກ​ເຈົ້າ​ຈະ​ເຫັນ​ພຣະ​ອົງ ຕາມ​ທີ່​ພຣະ​ອົງ​ໄດ້​ບອກ​ພວກ​ເຈົ້າ.

6 ແລະ ພວກ​ນາງ​ໄດ້​ເຂົ້າ​ໄປ​ໃນ​ອຸບ​ມຸງ, ເຫັນ​ບ່ອນ​ທີ່​ພວກ​ເຂົາ​ໄດ້​ວາງ​ພຣະ​ເຢຊູ.