ຄູ່​ມື ແລະ ການ​ເອີ້ນ
33. ບັນ​ທຶກ ແລະ ລາຍ​ງານ


“33. ບັນ​ທຶກ ແລະ ລາຍ​ງານ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“33. ບັນ​ທຶກ ແລະ ລາຍ​ງານ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ພວກ​ຜູ້​ຊາຍ​ກຳ​ລັງ​ຫລຽວ​ເບິ່ງ​ຄອມ​ພິວ​ເຕີ

33.

ບັນ​ທຶກ ແລະ ລາຍ​ງານ

33.0

ຄຳ​ນຳ

ການ​ຮັກ​ສາ​ບັນ​ທຶກ​ມີ​ຄວາມ​ສຳ​ຄັນ​ສະ​ເໝີ​ມາ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຍົກ​ຕົວ​ຢ່າງ:

ອາ​ດາມ​ໄດ້​ຮັກ​ສາ “ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ” (ໂມ​ເຊ 6:5).

ໂມ​ໂຣ​ໄນ​ໄດ້​ສິດ​ສອນ​ວ່າ ຊື່​ຂອງ​ຜູ້​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຖືກ​ບັນ​ທຶກ​ໄວ້ ເພື່ອ​ວ່າ “ເຂົາ​ຈະ​ໄດ້​ຖືກ​ຈົດ​ຈຳ ແລະ ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ” (ໂມ​ໂຣ​ໄນ 6:4).

ໂຈ​ເຊັບ ສະ​ມິດ ໄດ້​ແນະ​ນຳ​ວ່າ ທຸກ​ຫວອດ​ຄວນ​ເອີ້ນ​ຄົນ​ໃດ​ຄົນ​ໜຶ່ງ​ໃຫ້​ເປັນ​ຜູ້​ບັນ​ທຶກ​ເພື່ອ “ເຮັດ​ບັນ​ທຶກ​ຢ່າງ​ແທ້​ຈິງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:2).

33.1

ພາບ​ລວມ​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ

ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ​ແມ່ນ​ສັກ​ສິດ. ຂໍ້​ມູນ​ໃນ​ນັ້ນ​ລະ​ອຽດ​ອ່ອນ ແລະ ຄວນ​ຮັກ​ສາ​ໄວ້​ໃຫ້​ດີ. ລະ​ບົບ​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ເຖິງ​ຂໍ້​ມູນ​ຂອງ​ສະ​ມາ​ຊິກ ອີງ​ຕາມ​ການ​ເອີ້ນ.

ບັນ​ທຶກ​ສາ​ມາດ​ຊ່ວຍ​ໃຫ້​ຜູ້​ນຳ:

  • ຮູ້​ວ່າ​ໃຜ​ຕ້ອງ​ການ​ການ​ດູ​ແລ​ພິ​ເສດ.

  • ຮູ້​ວ່າ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ​ໃດ​ທີ່​ບຸກ​ຄົນ​ໄດ້​ຮັບ ຫລື ອາດ​ຕ້ອງ​ການ.

  • ຊອກ​ຫາ​ທີ່​ຢູ່​ຂອງ​ສະ​ມາ​ຊິກ.

ບັນ​ທຶກ​ປະ​ເພດ​ຕ່າງໆ​ທີ່​ຖືກ​ຮັກ​ສາ​ຢູ່​ໃນ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ມີ​ດັ່ງ​ຕໍ່​ໄປ​ນີ້:

  • ລາຍ​ງານ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ມາ​ຊິກ (ເບິ່ງ 33.5)

  • ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ (ເບິ່ງ 33.6)

  • ບັນ​ທຶກ​ປະ​ຫວັດ​ (ເບິ່ງ 33.7)

  • ບັນ​ທຶກ​ການ​ເງິນ (ເບິ່ງ ບົດ​ທີ 34)

33.2

ຄຳ​ແນະ​ນຳ​ທົ່ວ​ໄປ​ສຳ​ລັບ​ສະ​ໝຽນ

ເຂົາ​ເຈົ້າ​ຄວນ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ.

ສະ​ໝຽນ​ຄວນ​ເຮັດ​ຕາມ​ນະ​ໂຍ​ບາຍ​ປະ​ຈຸ​ບັນ​ຢ່າງ​ຮອບ​ຄອບ ເພື່ອ​ຮັກ​ສາ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຕ້ອງ​ແນ່​ໃຈ​ວ່າ​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຕ້ອງ. ສະ​ໝຽນ​ແຈ້ງ​ໃຫ້​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຊາບ​ທັນ​ທີ ຖ້າ​ຫາກ​ພົບ​ເຫັນ​ຄວາມ​ບໍ່​ຖືກ​ຕ້ອງ​ໃດໆ. ຖ້າ​ຫາກ​ເກີດ​ມີ​ບັນ​ຫາ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ຖືກ​ຕ້ອງ, ສະ​ໝຽນ​ຄວນ​ຕິດ​ຕໍ່​ຫາ Confidential Records Office ທີ່ ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ.

ໂທ​ລະ​ສັບ: 1-801-240-2053 ຫລື 1-800-453-3860, ຕໍ່ 2-2053

ໂທ​ຟຣີ (ໂທ​ລະ​ສັບ GSD): 855-537-4357

ອີ​ເມວ: ConfidentialRecords@ChurchofJesusChrist.org

ໄລ​ຍະ​ເວ​ລາ​ການ​ຮັບ​ໃຊ້​ຂອງ​ສະ​ໝຽນ​ຄວນ​ດົນ​ພໍ​ໃຫ້​ເຂົາ​ເຈົ້າ​ຮຽນ​ຮູ້​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ ແລະ ຮັກ​ສາ​ວຽກ​ງານ​ອັນ​ຕໍ່​ເນື່ອງ​ຂອງ​ເຂົາ​ເຈົ້າ. ເພາະ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ ຫລື ໃນ​ຝ່າຍ​ອະ​ທິ​ການ, ເຂົາ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ຖືກ​ປົດ​ເມື່ອ​ຝ່າຍ​ປະ​ທານ​ສະ​ເຕກ ຫລື ຝ່າຍ​ອະ​ທິ​ການ​ຖືກ​ຈັດ​ຕັ້ງ​ໃໝ່.

33.4

ບັນ​ທຶກ ແລະ ລາຍ​ງານ​ຂອງ​ຫວອດ

33.4.1

ຝ່າຍ​ອະ​ທິ​ການ

ອະ​ທິ​ການ​ດູ​ແລ​ການ​ຮັກ​ສາ​ບັນ​ທຶກ​ຂອງ​ຫວອດ.

33.4.2

ສະ​ໝຽນ​ຫວອດ

ທຸກ​ຫວອດ​ຄວນ​ມີ​ສະ​ໝຽນ​ທີ່​ມີ​ຄຸນ​ວຸດ​ທິ ແລະ ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ. ລາວ​ຖືກ​ແນະ​ນຳ​ຊື່​ໂດຍ​ຝ່າຍ​ອະ​ທິ​ການ ແລະ ຖືກ​ເອີ້ນ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ ຫລື ສະ​ມາ​ຊິກ​ສະ​ພາ​ສູງ​ຄົນ​ໜຶ່ງ. ລາວ​ຄວນ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ. ລາວ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ຫວອດ. ລາວ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຫວອດ​ດັ່ງ​ທີ່​ລະ​ບຸ​ໄວ້​ໃນ 29.2.

ສະ​ໝຽນ​ຫວອດ​ຖືກ​ສິດ​ສອນ​ໂດຍ​ຝ່າຍ​ອະ​ທິ​ການ ແລະ ໂດຍ​ສະ​ໝຽນ​ສະ​ເຕກ. ຜູ້​ຊ່ວຍ​ສະ​ໝຽນ​ຫວອດ​ອາດ​ຖືກ​ເອີ້ນ​ເພື່ອ​ຊ່ວຍ​ເຫລືອ.

33.4.2.1

ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ການ​ຮັກ​ສາ​ບັນ​ທຶກ

ສະ​ໝຽນ​ຫວອດ, ຫລື ຜູ້​ຊ່ວຍ​ສະ​ໝຽນ​ທີ່​ຖືກ​ມອບ​ໝາຍ, ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ຈົດ​ບັນ​ທຶກ​ການ​ມອບ​ໝາຍ ແລະ ການ​ຕັດ​ສິນ​ໃຈ​ໃນ​ການ​ປະ​ຊຸມ​ຜູ້​ນຳ​ຫວອດ.

  • ຕ້ອງ​ແນ່​ໃຈ​ວ່າ​ບັນ​ທຶກ ແລະ ລາຍ​ງານ​ຖືກ​ຕ້ອງ ແລະ ທັນ​ເວ​ລາ.

ສະ​ໝຽນ​ຫວອດ​ຄວນ​ຄຸ້ນ​ເຄີຍ​ກັບ​ເຄື່ອງ​ມື​ການ​ຮັກ​ສາ​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ 33.0). ລາວ​ໃຊ້​ເຄື່ອງ​ມື​ເຫລົ່າ​ນີ້​ເພື່ອ​ຊ່ວຍ​ໃຫ້​ຜູ້​ນຳ​ຮູ້​ເຖິງ:

  • ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ ແລະ ຂອງ​ອົງ​ການ.

  • ແຫລ່ງ​ຊ່ວຍ​ເຫລືອ​ທີ່​ມີ​ໃຫ້​ໃຊ້, ລວມ​ທັງ​ການ​ເງິນ.

ສະ​ໝຽນ​ຫວອດ​ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ລາຍ​ງານ​ຂໍ້​ຜິດ​ພາດ​ໃດໆ ໃນ​ຂໍ້​ມູນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ເຂົາ​ເຈົ້າ.

ໜ້າ​ທີ່​ການ​ຮັກ​ສາ​ບັນ​ທຶກ​ອື່ນໆ​ອາດ​ລວມ​ທັງ:

  • ການ​ແນ່​ໃຈ​ວ່າ​ພິ​ທີ​ການ​ຖືກ​ບັນ​ທຶກ​ຢ່າງ​ຖືກ​ຕ້ອງ ແລະ ທັນ​ທີ.

  • ການ​ກະ​ກຽມ ຟອມ​ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່ ສຳ​ລັບ​ກອງ​ປະ​ຊຸມ​ຫວອດ.

  • ການ​ບັນ​ທຶກ​ຂໍ້​ມູນ​ສຳ​ລັບ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຫວອດ.

  • ການ​ເກັບ​ຮັກ​ສາ​ບັນ​ທຶກ​ການ​ເງິນ (ເບິ່ງ 34.2.2).

33.5

ລາຍ​ງານ​ການ​ມີ​ສ່ວນ​ຮ່ວມ​ຂອງ​ສະ​ມາ​ຊິກ

ລາຍ​ງານ​ການ​ມີ​ສ່ວນ​ຮ່ວມ​ຂອງ​ສະ​ມາ​ຊິກ​ເພື່ອ​ຊ່ວຍ​ຜູ້​ນຳ​ສຸມ​ໃສ່​ຄວາມ​ກ້າວ​ໜ້າ ແລະ ຄວາມ​ຕ້ອງ​ການ​ຂອງ​ສະ​ມາ​ຊິກ.

33.5.1

ລາຍ​ງານ​ແບບ​ຕ່າງໆ

33.5.1.1

ລາຍ​ງານ​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ

ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ການ​ປະ​ຊຸມ​ຖາ​ນະ​ປະ​ໂລ​ຫິດ ແລະ ອົງ​ການ​ໃນ​ວັນ​ອາ​ທິດ ຖືກ​ບັນ​ທຶກ​ໄວ້​ທາງ​ອີ​ເລັກ​ໂທຣ​ນິກ ໂດຍ​ໃຊ້ LCR ຫລື Member Tools.

ກອງ​ປະ​ຊຸມ​ສິນ​ລະ​ລຶກ. ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຖືກ​ບັນ​ທຶກ​ແຕ່​ລະ​ອາ​ທິດ​ໂດຍ​ສະ​ໝຽນ​ຫວອດ ຫລື ຜູ້​ຊ່ວຍ​ສະ​ໝຽນ​ຫວອດ. ການ​ນັບ​ຄື ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ດ້ວຍ​ຕົວ​ເອງ ຫລື ໂດຍ​ທາງ​ການ​ສະ​ຕຣີມ, ລວມ​ທັງ​ຜູ້​ຢ້ຽມ​ຢາມ.

ການ​ປະ​ຊຸມ​ກຸ່ມ ແລະ ອົງ​ການ​ໃນ​ວັນ​ອາ​ທິດ. ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ຖືກ​ບັນ​ທຶກ​ທຸກ​ອາ​ທິດ​ໂດຍ​ເລ​ຂາ​ນຸ​ການ ແລະ ຜູ້​ໃຫ້​ຄຳ​ແນະ​ນຳ​ກຸ່ມ ແລະ ອົງ​ການ. ຜູ້​ນຳ​ຊາວ​ໜຸ່ມ​ກໍ​ສາ​ມາດ​ຊ່ວຍ​ໃນ​ການ​ບັນ​ທຶກ​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ເຊັ່ນ​ກັນ. ການ​ນັບ​ຄື ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ດ້ວຍ​ຕົວ​ເອງ ຫລື ໂດຍ​ທາງ​ການ​ສະ​ຕຣີມ, ລວມ​ທັງ​ຜູ້​ຢ້ຽມ​ຢາມ. ສະ​ມາ​ຊິກ​ທີ່​ຮັບ​ໃຊ້​ໃນ​ປະ​ຖົມ​ໄວ ຫລື ໃນ​ຖາ​ນະ​ຜູ້​ນຳ​ຊາວ​ໜຸ່ມ​ພາຍ​ໃນ​ຫວອດ ກໍ​ຖືກ​ນັບ​ເຂົ້າ​ເຊັ່ນ​ດຽວ​ກັນ.

ສະ​ໝຽນ​ຫວອດ​ສາ​ມາດ​ບັນ​ທຶກ​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ໃຫ້​ອົງ​ການ​ໃດ​ກໍ​ໄດ້.

33.5.1.2

ລາຍ​ງານ​ການ​ສຳ​ພາດ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ເບິ່ງ 21.3.

33.5.1.3

ລາຍ​ງານ​ປະ​ຈຳ​ໄຕ​ມາດ

ຕົວ​ເລກ​ທັງ​ໝົດ​ໃນ​ໃບ​ລາຍ​ງານ​ເປັນ​ຕົວ​ແທນ​ໃຫ້​ບຸກ​ຄົນ​ແທ້ໆ​ຜູ້​ທີ່​ມີ​ຄວາມ​ຕ້ອງ​ການ​ພິ​ເສດ​ສະ​ເພາະ (ເບິ່ງ ຮີ​ລາ​ມັນ 15:13).

ໃບ ລາຍ​ງານ​ປະ​ຈຳ​ໄຕ​ມາດ ບັນ​ຈຸ​ຂໍ້​ມູນ​ທີ່​ເປັນ​ປະ​ໂຫຍດ ທີ່​ສາ​ມາດ​ໃຫ້​ຄວາມ​ຮູ້​ແກ່​ຜູ້​ນຳ ຂະ​ນະ​ທີ່​ພວກ​ເພິ່ນ​ສະ​ແຫວງ​ຫາ​ການ​ດົນ​ໃຈ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພວກ​ເພິ່ນ.

ຜູ້​ນຳ​ສະ​ເຕກ ແລະ ຫວອດ ເຂົ້າ​ເບິ່ງ​ໃບ ລາຍ​ງານ​ປະ​ຈຳ​ໄຕ​ມາດ ເປັນ​ປະ​ຈຳ ເພື່ອ​ທົບ​ທວນ​ຄວາມ​ຄືບ​ໜ້າ​ຂອງ​ແຕ່​ລະ​ບຸກ​ຄົນ.

ທຸກ​ຫວອດ​ປະ​ກອບ ແລະ ສົ່ງ​ໃບ ລາຍ​ງານ​ປະ​ຈຳ​ໄຕ​ມາດ ໄປ​ໃຫ້​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ. ສະ​ໝຽນ​ທົບ​ທວນ​ໃບ​ລາຍ​ງານ​ກັບ​ອະ​ທິ​ການ ແລະ ສົ່ງ​ມັນ​ໄປ​ກ່ອນ​ວັນ​ທີ 15 ຂອງ​ເດືອນ ຫລັງ​ຈາກ​ແຕ່​ລະ​ໄຕ​ມາດ.

33.5.2

ລາຍ​ຊື່​ໃນ​ສະ​ມາ​ຊິກ​ກະ​ພາບ

ເຄື່ອງ​ມື​ການ​ຮັກ​ສາ​ບັນ​ທຶກ​ຊ່ວຍ​ຜູ້​ນຳ​ເຂົ້າ​ເຖິງ​ລາຍ​ຊື່​ໃນ​ສະ​ມາ​ຊິກ​ກະ​ພາບ. ລາຍ​ຊື່​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ຜູ້​ນຳ​ຮູ້​ວ່າ:

  • ສະ​ມາ​ຊິກ​ຄົນ​ໃດ​ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ການ​ທີ່​ເໝາະ​ສົມ​ສຳ​ລັບ​ເຂົາ​ເຈົ້າ​ເທື່ອ.

  • ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຄົນ​ໃດ​ເໝາະ​ສົມ​ສຳ​ລັບ​ການ​ຮັບ​ໃຊ້​ເຜີຍ​ແຜ່.

  • ຊາວ​ໜຸ່ມ​ຄົນ​ໃດ​ບໍ່​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ.

  • ຊາວ​ໜຸ່ມ​ຄົນ​ໃດ​ຕ້ອງ​ທຳ​ການ​ນັດ​ເຂົ້າ​ພົບ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ.

ຜູ້​ນຳ​ກຸ່ມ ແລະ ອົງ​ການ​ຄວນ​ສາ​ມາດ​ເຂົ້າ​ເຖິງ​ລາຍ​ຊື່​ຂອງ​ຜູ້​ທີ່​ຢູ່​ໃນ​ກຸ່ມ ຫລື ໃນ​ອົງ​ການ​ຂອງ​ເຂົາ​ເຈົ້າ.

33.6

ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ

ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ລວມ​ທັງ​ລາຍ​ຊື່​ຂອງ​ສະ​ມາ​ຊິກ, ຂໍ້​ມູນ​ຕິດ​ຕໍ່, ລາຍ​ລະ​ອຽດ​ກ່ຽວ​ກັບ​ພິ​ທີ​ການ, ແລະ ຂໍ້​ມູນ​ສຳ​ຄັນ​ອື່ນໆ.

ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຄວນ​ຖືກ​ຮັກ​ສາ​ໄວ້​ໃນ​ຫວອດ​ບ່ອນ​ທີ່​ສະ​ມາ​ຊິກ​ອາ​ໄສ​ຢູ່. ຂໍ້​ຍົກ​ເວັ້ນ, ຊຶ່ງ​ຄວນ​ມີ​ໜ້ອຍ​ທີ່​ສຸດ, ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ທີ່​ກ່ຽວ​ຂ້ອງ. ເພື່ອ​ຂໍ​ຂໍ້​ຍົກ​ເວັ້ນ, ປະ​ທານ​ສະ​ເຕກ​ໃຊ້ LCR ເພື່ອ​ສົ່ງ​ຄຳ​ຂໍ​ຮ້ອງ​ໄປ​ຍັງ​ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ.

ສຳ​ຄັນ​ທີ່​ຈະ​ຕ້ອງ​ເຮັດ​ສິ່ງ​ດັ່ງ​ຕໍ່​ໄປ​ນີ້​ທັນ​ທີ:

  • ບັນ​ທຶກ​ຂໍ້​ມູນ​ພິ​ທີ​ການ.

  • ຍ້າຍ​ບັນ​ທຶກ​ຂອງ​ສະ​ມາ​ຊິກ​ທີ່​ຍ້າຍ​ເຂົ້າ​ມາ ຫລື ຍ້າຍ​ອອກ​ຈາກ​ຫວອດ.

  • ສ້າງ​ບັນ​ທຶກ​ສຳ​ລັບ​ສະ​ມາ​ຊິກ​ໃໝ່ ແລະ ເດັກ​ເກີດ​ໃໝ່​ຂອງ​ພໍ່​ແມ່​ທີ່​ເປັນ​ສະ​ມາ​ຊິກ.

  • ບັນ​ທຶກ​ການ​ຕາຍ​ຂອງ​ສະ​ມາ​ຊິກ.

  • ບັນ​ທຶກ​ການ​ແຕ່ງ​ງານ ແລະ ຂໍ້​ມູນ​ກ່ຽວ​ກັບ​ຄົວ​ເຮືອນ.

ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຕ້ອງ​ແນ່​ໃຈ​ວ່າ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຢູ່​ໃນ​ຫວອດ​ທີ່​ຖືກ​ຕ້ອງ ກ່ອນ​ສະ​ມາ​ຊິກ​ຮັບ​ການ​ສຳ​ພາດ​ເພື່ອ​ຮັບ​ເອົາ:

  • ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ.

  • ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ.

  • ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ຫລື ຖືກ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ນັ້ນ.

ເພິ່ນ​ຍັງ​ຕ້ອງ​ແນ່​ໃຈ​ວ່າ​ບັນ​ທຶກ​ຈະ​ບໍ່​ລວມ​ທັງ​ສິ່ງ​ໃດໆ​ດັ່ງ​ຕໍ່​ໄປ​ນີ້:

  • ໝາຍ​ເຫດ​ປະ​ກອບ

  • ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ຜະ​ນຶກ ຫລື ການ​ຈຳ​ກັດ​ພິ​ທີ​ການ

  • ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ເປັນ​ທາງ​ການ

ບໍ່​ວ່າ​ຈະ​ເປັນ​ໃນ​ສະ​ຖາ​ນະ​ການ​ໃດ​ກໍ​ຕາມ ຫ້າມ​ມອບ ຫລື ສະ​ແດງ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ໃຫ້​ຄົນ​ອື່ນ​ເຫັນ ນອກ​ຈາກ​ອະ​ທິ​ການ ຫລື ສະ​ໝຽນ​ເທົ່າ​ນັ້ນ.

ສະ​ມາ​ຊິກ​ສາ​ມາດ​ເບິ່ງ​ຂໍ້​ມູນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ຕົວ​ເອງ ແລະ ຂອງ​ລູກ​ຄົນ​ໃດ​ກໍ​ໄດ້​ຂອງ​ເຂົາ​ເຈົ້າ​ທີ່​ອາ​ໄສ​ຢູ່​ນຳ ທີ່ Member Tools app. ເຂົາ​ເຈົ້າ​ກໍ​ສາ​ມາດ​ຂໍ​ໃບ​ສຳ​ເນົາ​ສະ​ຫລຸບ​ພິ​ທີ​ການ​ຂອງ​ເຂົາ​ເຈົ້າ​ໄດ້​ຈາກ​ສະ​ໝຽນ. ຖ້າ​ເຫັນ​ຂໍ້​ຜິດ​ພາດ​ໃດໆ, ສະ​ໝຽນ​ຕ້ອງ​ແນ່​ໃຈ​ວ່າ ມັນ​ຖືກ​ແກ້​ໄຂ​ຢູ່​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ.

33.6.1

ຊື່​ທີ່​ໃຊ້​ໃນ​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ

ຊື່​ເຕັມ​ຂອງ​ບຸກ​ຄົນ​ຕາມ​ກົດ​ໝາຍ, ຕາມ​ທີ່​ກຳ​ນົດ​ໂດຍ​ກົດ​ໝາຍ​ບ້ານ​ເມືອງ ຫລື ຕາມ​ຂະ​ນົບ​ທຳ​ນຽມ, ຄວນ​ຖືກ​ໃຊ້​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ ແລະ ​ໃນ​ໃບ​ຢັ້ງ​ຢືນ​ພິ​ທີ​ການ.

33.6.2

ສະ​ມາ​ຊິກ​ໃນ​ບັນ​ທຶກ

ບຸກ​ຄົນ​ດັ່ງ​ຕໍ່​ໄປ​ນີ້​ແມ່ນ​ສະ​ມາ​ຊິກ​ໃນ​ບັນ​ທຶກ ແລະ ຄວນ​ມີ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ:

  • ຜູ້​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ

  • ຜູ້​ທີ່​ອາ​ຍຸ​ນ້ອຍ​ກວ່າ 9 ປີ ທີ່​ໄດ້​ຮັບ​ພອນ​ແລ້ວ ແຕ່​ຍັງ​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເທື່ອ

  • ຜູ້​ທີ່​ບໍ່​ສາ​ມາດ​ຮັບ​ຜິດ​ຊອບ​ເພາະ​ຄວາມ​ພິ​ການ​ທາງ​ສະ​ຕິ​ປັນ​ຍາ, ບໍ່​ວ່າ​ຈະ​ມີ​ອາ​ຍຸ​ເທົ່າ​ໃດ​ກໍ​ຕາມ

  • ເດັກ​ນ້ອຍ​ອາ​ຍຸ​ນ້ອຍ​ກວ່າ 9 ປີ ທີ່​ຍັງ​ບໍ່​ໄດ້​ຮັບ​ພອນ​ເທື່ອ ເມື່ອ​ກົງ​ກັບ​ສອງ​ກໍ​ລະ​ນີ​ນີ້:

    • ຢ່າງ​ໜ້ອຍ​ພໍ່​ແມ່​ຄົນ​ໜຶ່ງ ຫລື ປູ່​ຍ່າ​ຕາ​ຍາຍ​ຄົນ​ໜຶ່ງ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

    • ພໍ່​ແມ່​ທັງ​ສອງ​ຄົນ​ອະ​ນຸ​ຍາດ​ໃຫ້​ສ້າງ​ບັນ​ທຶກ. (ຖ້າ​ຫາກ​ພໍ່​ແມ່​ພຽງ​ຄົນ​ດຽວ​ມີ​ສິດ​ດູ​ແລ​ລູກ​ຕາມ​ກົດ​ໝາຍ, ການ​ອະ​ນຸ​ຍາດ​ຂອງ​ພໍ່​ແມ່​ຄົນ​ນັ້ນ​ຖື​ວ່າ​ພຽງ​ພໍ​ແລ້ວ.)

ບຸກ​ຄົນ​ອາ​ຍຸ 9 ປີ​ຂຶ້ນ​ໄປ​ທີ່​ມີ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ ແຕ່​ຍັງ​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ເທື່ອ ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ໃນ​ບັນ​ທຶກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວອດ​ທີ່​ບຸກ​ຄົນ​ອາ​ໄສ​ຢູ່​ຈະ​ຮັກ​ສາ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຈົນ​ກວ່າ​ບຸກ​ຄົນ​ນັ້ນ​ມີ​ອາ​ຍຸ​ໄດ້ 18 ປີ. ໃນ​ເວ​ລາ​ນັ້ນ, ຖ້າ​ຫາກ​ບຸກ​ຄົນ​ເລືອກ​ບໍ່​ຮັບ​ບັບ​ຕິ​ສະ​ມາ, ອະ​ທິ​ການ​ຈະ​ຍົກ​ເລີກ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ. ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ປະ​ທານ​ສະ​ເຕກ.

ບັນ​ທຶກ​ຈະ​ບໍ່​ຖືກ​ຍົກ​ເລີກ​ສຳ​ລັບ​ຜູ້​ທີ່​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ເພາະ​ຄວາມ​ພິ​ການ​ທາງ​ສະ​ຕິ​ປັນ​ຍາ ຍົກ​ເວັ້ນ​ແຕ່​ຖືກ​ຂໍ​ໃຫ້​ຍົກ​ເລີກ​ໂດຍ​ບຸກ​ຄົນ ຫລື ຜູ້​ປົກ​ຄອງ​ຕາມ​ກົດ​ໝາຍ, ລວມ​ທັງ​ພໍ່​ແມ່.

33.6.3

ບັນ​ທຶກ​ຂອງ​ສະ​ມາ​ຊິກ​ຫວອດ​ຄົນ​ໃໝ່

ສະ​ໝຽນ​ຫວອດ ຫລື ຜູ້​ຊ່ວຍ​ສະ​ໝຽນ​ຫວອດ​ຕິດ​ຕໍ່​ຫາ​ສະ​ມາ​ຊິກ​ໃໝ່​ຂອງ​ຫວອດ ທັນ​ທີ​ຫລັງ​ຈາກ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ມາ​ເຖິງ​ເພື່ອ​ກວດ​ກາ​ເບິ່ງ​ຄວາມ​ຖືກ​ຕ້ອງ​ຂອງ​ໃບ​ສະ​ຫລຸບ​ພິ​ທີ​ການ.

33.6.6

ບັນ​ທຶກ​ຂອງ​ສະ​ມາ​ຊິກ​ທີ່​ຮັບ​ໃຊ້​ຢູ່​ນອກ​ພູ​ມີ​ພາກ​ຫວອດ​ຂອງ​ເຂົາ​ເຈົ້າ

33.6.6.2

ບັນ​ທຶກ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ

ເບິ່ງ 24.6.2.8.

33.6.13

ບັນ​ທຶກ​ຂອງ​ເດັກ​ນ້ອຍ​ທີ່​ພໍ່​ແມ່​ຢ່າ​ຮ້າງ

ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ທັງ​ໝົດ​ໃຊ້​ຊື່​ຕາມ​ກົດ​ໝາຍ​ຂອງ​ບຸກ​ຄົນ, ດັ່ງ​ທີ່​ກຳ​ນົດ​ໂດຍ​ກົດ​ໝາຍ​ບ້ານ​ເມືອງ ຫລື ຂະ​ນົບ​ທຳ​ນຽມ. ສິ່ງ​ນີ້​ລວມ​ທັງ​ເດັກ​ນ້ອຍ​ຂອງ​ພໍ່​ແມ່​ທີ່​ຢ່າ​ຮ້າງ.

ເດັກ​ນ້ອຍ​ທີ່​ພໍ່​ແມ່​ຢ່າ​ຮ້າງ​ສ່ວນ​ຫລາຍ​ຈະ​ໄປ​ຮ່ວມ​ການ​ປະ​ຊຸມ​ໂບດ​ຂອງ​ພໍ່​ແມ່​ທັງ​ສອງ. ເຖິງ​ແມ່ນ​ວ່າ​ຕ້ອງ​ມີ​ພຽງ​ໜ່ວຍ​ດຽວ​ທີ່​ເກັບ​ກຳ​ຂໍ້​ມູນ ແລະ ອັບ​ເດດ​ຂໍ້​ມູນ​ຂອງ​ເດັກ​ນ້ອຍ​ຢ່າງ​ເປັນ​ທາງ​ການ, ແຕ່​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຢູ່​ນອກ​ໜ່ວຍ​ອາດ​ຖືກ​ສ້າງ​ຂຶ້ນ​ໃນ​ຫວອດ​ບ່ອນ​ທີ່​ເຂົາ​ໄປ​ຮ່ວມ. ບັນ​ທຶກ​ດັ່ງ​ກ່າວ​ຈະ​ເຮັດ​ໃຫ້​ຊື່ ແລະ ຂໍ້​ມູນ​ຕິດ​ຕໍ່​ຂອງ​ເດັກ​ນ້ອຍ​ລວມ​ຢູ່​ໃນ​ລາຍ​ຊື່​ຂອງ​ຫວອດ ແລະ ໃບ​ລາຍ​ຊື່​ເຂົ້າ​ຮ່ວມ​ຫ້ອງ​ຮຽນ​ຕ່າງໆ.

ເດັກ​ນ້ອຍ​ທີ່​ມີ​ບັນ​ທຶກ​ຢູ່​ນອກ​ໜ່ວຍ​ອາດ​ໄດ້​ຮັບ​ການ​ເອີ້ນ​ໃນ​ໜ່ວຍ​ນັ້ນ.

33.6.15

ຂໍ້​ຈຳ​ກັດ​ການ​ຍ້າຍ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ

ຖ້າ​ຫາກ​ສະ​ມາ​ຊິກ​ຍ້າຍ​ລະ​ຫວ່າງ​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ເປັນ​ທາງ​ການ ຫລື ມີ​ຂໍ້​ກັງ​ວົນ​ຮ້າຍ​ແຮງ​ອື່ນໆ, ອະ​ທິ​ການ ຫລື ສະ​ໝຽນ​ທີ່​ຖືກ​ອະ​ນຸ​ຍາດ ອາດ​ໝາຍ​ຂໍ້​ຈຳ​ກັດ​ການ​ຍ້າຍ​ໃສ່​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ນັ້ນ. ເພິ່ນ​ໃຊ້ LCR ເພື່ອ​ເຮັດ​ສິ່ງ​ນີ້.

ບັນ​ທຶກ​ທີ່​ມີ​ຂໍ້​ຈຳ​ກັດ​ການ​ຍ້າຍ​ຈະ​ບໍ່​ຖືກ​ຍ້າຍ​ໄປ​ຫາ​ໜ່ວຍ​ໃໝ່​ຈົນ​ກວ່າ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ທີ່​ໝາຍ​ຂໍ້​ຈຳ​ກັດ​ອະ​ນຸ​ຍາດ​ໃຫ້​ລຶບ​ມັນ​ອອກ.

33.6.16

ບັນ​ທຶກ​ຈາກ​ແຟມ “ບໍ່​ຮູ້​ຈັກ​ທີ່​ຢູ່”

ບາງ​ຄັ້ງ​ສະ​ມາ​ຊິກ​ຖືກ​ພົບ​ເຫັນ​ຫລັງ​ຈາກ​ບັນ​ທຶກ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ “ແຟມ​ບໍ່​ຮູ້​ຈັກ​ທີ່​ຢູ່” ທີ່ ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ. ໃນ​ສະ​ຖາ​ນະ​ການ​ນີ້, ສະ​ໝຽນ​ຫວອດ​ຈະ​ຂໍ​ເອົາ​ບັນ​ທຶກ​ໂດຍ​ໃຊ້ LCR.

33.6.17

ການ​ບັນ​ທຶກ ແລະ ການ​ແກ້​ໄຂ​ຂໍ້​ມູນ​ພິ​ທີ​ການ

ເບິ່ງ ບົດ​ທີ 18.

33.6.19

ການ​ກວດ​ສອບ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ

ແຕ່​ລະ​ປີ​ສະ​ໝຽນ​ສະ​ເຕກ ຫລື ຜູ້​ຊ່ວຍ​ສະ​ໝຽນ​ສະ​ເຕກ​ຕ້ອງ​ແນ່​ໃຈ​ວ່າ ການ​ກວດ​ສອບ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ ມີ​ການ​ດຳ​ເນີນ​ການ​ໃນ​ແຕ່​ລະ​ຫວອດ​ໂດຍ​ໃຊ້ LCR. ການ​ກວດ​ສອບ​ຄວນ​ໃຫ້​ສຳ​ເລັດ​ກ່ອນ​ວັນ​ທີ 30 ເດືອນ​ມິ​ຖຸ​ນາ​ຂອງ​ແຕ່​ລະ​ປີ.

33.7

ບັນ​ທຶກ​ປະ​ຫວັດ​ສາດ

33.7.1

ປະ​ຫວັດ​ຫວອດ ແລະ ປະ​ຫວັດ​ສະ​ເຕກ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ວ່າ “ປະ​ຫວັດ​ສາດ​ຂອງ​ທຸກ​ເລື່ອງ​ທີ່​ສຳ​ຄັນ” ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຖືກ​ຂຽນ ແລະ ຮັກ​ສາ​ໄວ້ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 69:3; ເບິ່ງ ຂໍ້​ທີ 5; ແອວ​ມາ 37:2 ນຳ​ອີກ).

ແຕ່​ລະ​ໜ່ວຍ​ໃນ​ສາດ​ສະ​ໜາ​ຈັກ​ຕ້ອງ​ບັນ​ທຶກ​ທຸກ​ເລື່ອງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ໜ່ວຍ​ຂອງ​ຕົນ.

ການ​ເກັບ​ຮັກ​ສາ​ປະ​ຫວັດ​ສາດ​ເປັນ​ວຽກ​ງານ​ທາງ​ວິນ​ຍານ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ຜູ້​ທີ່​ຂຽນ ແລະ ຜູ້​ທີ່​ອ່ານ​ມັນ.

ສະ​ໝຽນ​ສະ​ເຕກ ຫລື ຜູ້​ຊ່ວຍ​ສະ​ໝຽນ​ສະ​ເຕກ​ກະ​ກຽມ​ປະ​ຫວັດ​ຂອງ​ສະ​ເຕກ. ຝ່າຍ​ອະ​ທິ​ການ​ກໍ​ເຮັດ​ແບບ​ດຽວ​ກັນ​ສຳ​ລັບ​ຫວອດ​ຂອງ​ຕົນ. ຄຳ​ແນະ​ນຳ​ມີ​ໃຫ້​ຢູ່​ທີ່ Stake, District, and Mission Annual Histories ໃນ ChurchofJesusChrist.org.

33.8

ການ​ຮັກ​ສາ​ຄວາມ​ລັບ​ຂອງ​ບັນ​ທຶກ

ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ​ແມ່ນ​ເປັນ​ຄວາມ​ລັບ, ບໍ່​ວ່າ​ມັນ​ຢູ່​ໃນ​ເຈ້ຍ ຫລື ທາງ​ດິ​ຈິ​ຕັນ​ກໍ​ຕາມ. ບັນ​ທຶກ​ເຫລົ່າ​ນີ້​ລວມ​ທັງ:

  • ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ.

  • ບັນ​ທຶກ​ການ​ເງິນ.

  • ບັນ​ທຶກ​ຈາກ​ການ​ປະ​ຊຸມ​ຕ່າງໆ.

  • ຟອມ ແລະ ເອ​ກະ​ສານ​ທີ່​ເປັນ​ທາງ​ການ (ລວມ​ທັງ​ບັນ​ທຶກ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ).

ຜູ້​ນຳ​ຕ້ອງ​ແນ່​ໃຈ​ວ່າ​ຂໍ້​ມູນ​ທີ່​ຮວບ​ຮວມ​ຈາກ​ສະ​ມາ​ຊິກ:

  • ແມ່ນ​ຈຳ​ກັດ​ສະ​ເພາະ​ສິ່ງ​ທີ່​ສາດ​ສະ​ໜາ​ຈັກ​ຕ້ອງ​ການ.

  • ຖືກ​ໃຊ້​ເພື່ອ​ຈຸດ​ປະ​ສົງ​ທີ່​ສາດ​ສະ​ໜາ​ຈັກ​ອະ​ນຸ​ມັດ​ເທົ່າ​ນັ້ນ.

  • ຖືກ​ມອບ​ໃຫ້​ຄົນ​ທີ່​ຖືກ​ອະ​ນຸ​ຍາດ​ໃຫ້​ໃຊ້​ເທົ່າ​ນັ້ນ.

ຂໍ້​ມູນ​ທີ່​ເກັບ​ຮັກ​ສາ​ໄວ້​ທາງ​ອີ​ເລັກ​ໂທຣ​ນິກ​ຕ້ອງ​ຮັກ​ສາ​ໄວ້​ໃຫ້​ປອດ​ໄພ ແລະ ປົກ​ປ້ອງ​ຢ່າງ​ເໝາະ​ສົມ (ເບິ່ງ 33.9.1).

33.9

ການ​ຄຸ້ມ​ຄອງ​ບັນ​ທຶກ

33.9.1

ການ​ປົກ​ປ້ອງ

ບັນ​ທຶກ, ລາຍ​ງານ, ແລະ ຂໍ້​ມູນ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ​ຄວນ​ຖືກ​ປົກ​ປ້ອງ​ບໍ່​ໃຫ້​ຄົນ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ເຂົ້າ​ເບິ່ງ, ປ່ຽນ​ແປງ, ທຳ​ລາຍ, ຫລື ເປີດ​ເຜີຍ. ຂໍ້​ມູນ​ນີ້​ຄວນ​ຖືກ​ຮັກ​ສາ​ໄວ້​ໃນ​ສະ​ຖານ​ທີ່ ທີ່​ປອດ​ໄພ.

ຖ້າ​ຫາກ​ອຸ​ປະ​ກອນ ຫລື ສື່​ເກັບ​ຮັກ​ສາ​ຂອງ​ສາດ​ສະ​ໜາ​ຈັກ​ສູນ​ຫາຍ ຫລື ຖືກ​ລັກ ຄວນ​ແຈ້ງ​ທັນ​ທີ​ທີ່ incidents.ChurchofJesusChrist.org. ການ​ໃຊ້​ຂໍ້​ມູນ​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງ​ບໍ່​ຖືກ​ຕ້ອງ ກໍ​ຄວນ​ລາຍ​ງານ​ເຊັ່ນ​ກັນ.

33.9.1.1

ຊື່​ຜູ້​ໃຊ້ ແລະ ລະ​ຫັດ​ຜ່ານ

ປະ​ທານ​ສະ​ເຕກ, ອະ​ທິ​ການ, ແລະ ຜູ້​ນຳ​ຄົນ​ອື່ນໆ​ບໍ່​ຄວນ​ບອກ​ຊື່​ຜູ້​ໃຊ້ ແລະ ລະ​ຫັດ​ຜ່ານ​ກັບ​ທີ່​ປຶກ​ສາ, ສະ​ໝຽນ, ເລ​ຂາ​ນຸ​ການ​ສູງ​ສຸດ, ຫລື ຄົນ​ອື່ນ.

33.9.1.3

ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ຂໍ້​ມູນ

ຫລາຍ​ປະ​ເທດ​ອອກ​ກົດ​ໝາຍ​ປົກ​ປ້ອງ​ຂໍ້​ມູນ​ທີ່​ຄວບ​ຄຸມ​ການ​ປະ​ມວນ​ຜົນ​ຂໍ້​ມູນ​ສ່ວນ​ຕົວ. ນີ້​ລວມ​ທັງ​ຂໍ້​ມູນ​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ ແລະ ບັນ​ທຶກ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ລະ​ບຸ​ບຸກ​ຄົນ. ຜູ້​ນຳ​ທີ່​ມີ​ຄຳ​ຖາມ​ກ່ຽວ​ກັບ​ການ​ນຳ​ໃຊ້​ກົດ​ໝາຍ​ປົກ​ປ້ອງ​ຂໍ້​ມູນ​ກັບ​ການ​ຄຸ້ມ​ຄອງ​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ ສາ​ມາດ​ຕິດ​ຕໍ່​ຫາ Church data privacy office ທີ່ DataPrivacyOfficer@ChurchofJesusChrist.org.