ຄູ່​ມື ແລະ ການ​ເອີ້ນ
36. ການ​ສ້າງ​ຕັ້ງ, ການ​ປ່ຽນ, ແລະ ການ​ຕັ້ງ​ຊື່​ໜ່ວຍ​ໃໝ່


“36. ການ​ສ້າງ​ຕັ້ງ, ການ​ປ່ຽນ, ແລະ ການ​ຕັ້ງ​ຊື່​ໜ່ວຍ​ໃໝ່,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“36. ການ​ສ້າງ​ຕັ້ງ, ການ​ປ່ຽນ, ແລະ ການ​ຕັ້ງ​ຊື່​ໜ່ວຍ​ໃໝ່,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ

36.

ການ​ສ້າງ​ຕັ້ງ, ການ​ປ່ຽນ, ແລະ ການ​ຕັ້ງ​ຊື່​ໜ່ວຍ​ໃໝ່

36.0

ຄຳ​ນຳ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ພາກ​ສ່ວນ​ຂອງ​ບ່ອນ​ຊຸມ​ນຸມ​ອີງ​ຕາມ​ບ່ອນ​ທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່ (ເບິ່ງ ໂມ​ໄຊ​ຢາ 25:17–24). ບ່ອນ​ຊຸມ​ນຸມ​ເຫລົ່າ​ນີ້​ຈຳ​ເປັນ​ຕ້ອງ​ຖືກ​ຈັດ​ຕັ້ງ​ຂຶ້ນ ແລະ ເຮັດ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ ພາຍ​ໃຕ້​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຖືກ​ຕ້ອງ.

ບ່ອນ​ຊຸມ​ນຸມ​ຂອງ​ສາດ​ສະ​ໜາ​ຈັກ (ຍັງ​ຖືກ​ເອີ້ນ​ອີກ​ວ່າ ໜ່ວຍ) ລວມ​ທັງ​ສະ​ເຕກ, ທ້ອງ​ຖິ່ນ, ຫວອດ, ແລະ ສາ​ຂາ. ໜ່ວຍ​ຕ່າງໆ​ຖືກ​ສ້າງ​ຕັ້ງ, ຖືກ​ປ່ຽນ, ຫລື ຖືກ​ຫຍຸບ​ເມື່ອ​ຈຳ​ເປັນ​ເທົ່າ​ນັ້ນ.

ຜູ້​ນຳ​ເຮັດ​ວຽກ​ງານ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຂອງ​ສະ​ມາ​ຊິກ ກ່ອນ​ສະ​ເໜີ​ສ້າງ​ຕັ້ງ​ໜ່ວຍ​ໃໝ່​ຂຶ້ນ ຫລື ປ່ຽນ​ເຂດ​ແດນ​ຂອງ​ໜ່ວຍ. ໜ່ວຍ​ໃໝ່​ຄວນ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ພຽງ​ແຕ່​ເມື່ອ​ໜ່ວຍ​ທີ່​ມີ​ຢູ່​ເຂັ້ມ​ແຂງ​ຫລາຍ​ພໍ.

ເພື່ອ​ຂໍ​ການ​ສະ​ໜັບ​ສະ​ໜູນ​ໃນ​ສະ​ຫະ​ລັດ ແລະ ກາ​ນາ​ດາ, ໃຫ້​ໂທ 1-801-240-1007. ນອກ​ສະ​ຫະ​ລັດ ແລະ ກາ​ນາ​ດາ, ໃຫ້​ໂທ​ຫາ​ຫ້ອງ​ການ​ເຂດ.