ຄູ່​ມື ແລະ ການ​ເອີ້ນ
35. ການ​ດູ​ແລ ແລະ ການ​ໃຊ້​ອາ​ຄານ​ປະ​ຊຸມ


“35. ການ​ດູ​ແລ ແລະ ການ​ໃຊ້​ອາ​ຄານ​ປະ​ຊຸມ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“35. ການ​ດູ​ແລ ແລະ ການ​ໃຊ້​ອາ​ຄານ​ປະ​ຊຸມ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ທຳ​ຄວາມ​ສະ​ອາດ​ປ່ອງ​ຢ້ຽມ ແລະ ດູດ​ພົມ

35.

ການ​ດູ​ແລ ແລະ ການ​ໃຊ້​ອາ​ຄານ​ປະ​ຊຸມ

35.1

ຈຸດ​ປະ​ສົງ

ສາດ​ສະ​ໜາ​ຈັກ​ຈັດ​ຫາ​ອາ​ຄານ​ປະ​ຊຸມ​ໃຫ້​ເພື່ອ​ວ່າ​ທຸກ​ຄົນ​ທີ່​ເຂົ້າ​ໄປ​ໃນ​ນັ້ນ​ຈະ​ສາ​ມາດ:

35.2

ບົດ​ບາດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ

35.2.2

ຜູ້​ຈັດ​ການ​ສະ​ຖານ​ທີ່​ຂອງ​ສາດ​ສະ​ໜາ​ຈັກ

ຜູ້​ຈັດ​ການ​ສະ​ຖານ​ທີ່ ທີ່​ສາດ​ສະ​ໜາ​ຈັກ​ວ່າ​ຈ້າງ ຊ່ວຍ​ເຫລືອ​ແຕ່​ລະ​ສະ​ເຕກ​ດຳ​ເນີນ​ການ​ເລື່ອງ​ອາ​ຄານ​ປະ​ຊຸມ. ລາວ​ຈັດ​ການ​ເລື່ອງ​ການ​ສ້ອມ​ແປງ​ຄັ້ງ​ໃຫຍ່, ການ​ທຳ​ຄວາມ​ສະ​ອາດ, ແລະ ການ​ບຳ​ລຸງ​ຮັກ​ສາ​ອາ​ຄານ​ຕາມ​ປົກ​ກະ​ຕິ.

ເມື່ອ​ຈຳ​ເປັນ, ຜູ້​ຈັດ​ການ​ສະ​ຖານ​ທີ່​ຊ່ວຍ​ແນະ​ນຳ​ຕົວ​ແທນ​ອາ​ຄານ​ສະ​ເຕກ ແລະ ຫວອດ​ໃຫ້​ຮູ້​ວິ​ທີ​ທຳ​ຄວາມ​ສະ​ອາດ​ອາ​ຄານ ແລະ ເຮັດ​ວຽກ​ງານ​ອື່ນ​ໃນ​ທ້ອງ​ຖິ່ນ. ລາວ​ໃຫ້​ຄຳ​ແນະ​ນຳ, ຈັດ​ຫາ​ວັດ​ສະ​ດຸ, ແລະ ອຸ​ປະ​ກອນ.

ລາວ​ອາດ​ທົບ​ທວນ​ຄ່າ​ໃຊ້​ຈ່າຍ​ຂອງ​ອາ​ຄານ​ກັບ​ຝ່າຍ​ອະ​ທິ​ການ.

35.2.7

ຝ່າຍ​ອະ​ທິ​ການ

ຝ່າຍ​ອະ​ທິ​ການ (ຫລື ຕົວ​ແທນ​ອາ​ຄານ​ຫວອດ) ສິດ​ສອນ​ສະ​ມາ​ຊິກ​ໃຫ້​ຮູ້​ວິ​ທີ​ໃຊ້, ດູ​ແລ, ແລະ ເຮັດ​ໃຫ້​ອາ​ຄານ​ປອດ​ໄພ. ຝ່າຍ​ອະ​ທິ​ການ​ກໍ​ຍັງ​ແຈກ​ຢາຍ​ກະ​ແຈ​ອາ​ຄານ​ໃຫ້​ຜູ້​ນຳ​ຫວອດ​ນຳ​ອີກ.

ພວກ​ເພິ່ນ​ຕ້ອງ​ແນ່​ໃຈ​ວ່າ​ກິດ​ຈະ​ກຳ​ໃນ​ອາ​ຄານ ແລະ ໃນ​ບໍ​ລິ​ເວນ​ດຳ​ເນີນ​ຢ່າງ​ປອດ​ໄພ (ເບິ່ງ 20.7).

ພວກ​ເພິ່ນ​ສື່​ສານ​ກັບ​ຜູ້​ຈັດ​ການ​ສະ​ຖານ​ທີ່​ຂອງ​ສາດ​ສະ​ໜາ​ຈັກ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ບຳ​ລຸງ​ຮັກ​ສາ ແລະ ການ​ດຳ​ເນີນ​ການ. ພວກ​ເພິ່ນ​ອາດ​ຍັງ​ຕ້ອງ​ທົບ​ທວນ​ຄ່າ​ໃຊ້​ຈ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ຜູ້​ຈັດ​ການ​ສະ​ຖານ​ທີ່​ນຳ​ອີກ.

35.2.9

ຕົວ​ແທນ​ອາ​ຄານ​ຫວອດ

ຝ່າຍ​ອະ​ທິ​ການ​ພິ​ຈາ​ລະ​ນາ​ວ່າ​ຈະ​ເອີ້ນ​ໃຜ​ຜູ້​ໜຶ່ງ​ໃຫ້​ເປັນ​ຕົວ​ແທນ​ອາ​ຄານ​ຫວອດ​ຫລື​ບໍ່. ຖ້າ​ຫາກ​ພວກ​ເພິ່ນ​ຕັດ​ສິນ​ໃຈ​ມອບ​ການ​ເອີ້ນ​ນີ້, ຝ່າຍ​ອະ​ທິ​ການ​ອາດ​ເອີ້ນ​ສະ​ມາ​ຊິກ​ຜູ້​ຊາຍ ຫລື ຜູ້​ຍິງ​ທີ່​ເປັນ​ຜູ້​ໃຫຍ່​ຄົນ​ໜຶ່ງ. ຖ້າ​ຫາກ​ຕົວ​ແທນ​ອາ​ຄານ​ບໍ່​ໄດ້​ຖືກ​ເອີ້ນ, ອະ​ທິ​ການ​ອາດ​ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້​ໃຫ້​ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ, ໃຫ້​ສະ​ໝຽນ​ຫວອດ ຫລື ຜູ້​ຊ່ວຍ​ສະ​ໝຽນ​ຫວອດ, ຫລື ເລ​ຂາ​ນຸ​ການ​ສູງ​ສຸດ.

ຕົວ​ແທນ​ອາ​ຄານ​ຫວອດ​ຈັດ​ກຸ່ມ​ສະ​ມາ​ຊິກ ແລະ ຜູ້​ອາ​ສາ​ສະ​ໝັກ ເພື່ອ​ທຳ​ຄວາມ​ສະ​ອາດ ແລະ ບຳ​ລຸງ​ຮັກ​ສາ​ອາ​ຄານ. ລາວ​ສິດ​ສອນ​ເຂົາ​ເຈົ້າ​ໃຫ້​ຮູ້​ວິ​ທີ​ເຮັດ​ວຽກ​ແຕ່​ລະ​ຢ່າງ​ກັບ​ເຄື່ອງ​ໃຊ້ ແລະ ອຸ​ປະ​ກອນ​ທີ່​ມີ​ໃຫ້.

35.3

ການ​ຈັດ​ຫາ​ອາ​ຄານ​ປະ​ຊຸມ

ອາ​ຄານ​ປະ​ຊຸມ​ຕ່າງໆ​ມີ​ຫລາຍ​ຂະ​ໜາດ ແລະ ຫລາຍ​ແບບ​ອີງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ທ້ອງ​ຖິ່ນ ແລະ ສະ​ພາບ​ການ. ອາ​ຄານ​ປະ​ຊຸມ​ອາດ​ເປັນ​ຕຶກ​ທີ່​ສາດ​ສະ​ໜາ​ຈັກ​ສ້າງ​ຂຶ້ນ ຫລື ຊື້​ເອົາ, ເປັນ​ເຮືອນ​ຂອງ​ສະ​ມາ​ຊິກ, ເປັນ​ໂຮງ​ຮຽນ​ໃນ​ທ້ອງ​ຖິ່ນ ຫລື ເປັນ​ສູນ​ຊຸມ​ຊົນ, ເປັນ​ພື້ນ​ທີ່​ເຊົ່າ, ຫລື ທາງ​ເລືອກ​ອື່ນ​ທີ່​ຖືກ​ອະ​ນຸ​ມັດ.

ຜູ້​ນຳ​ເຂດ ແລະ ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ໃຊ້​ອາ​ຄານ​ປະ​ຊຸມ​ທຸກ​ບ່ອນ​ທີ່​ມີ​ຢູ່ ແລະ ຮອບ​ຄອບ​ໃນ​ການ​ສະ​ເໜີ​ຂໍ​ພື້ນ​ທີ່​ເພີ່ມ​ເຕີມ.

35.4

ການ​ບຳ​ລຸງ​ຮັກ​ສາ​ອາ​ຄານ​ປະ​ຊຸມ

35.4.1

ການ​ທຳ​ຄວາມ​ສະ​ອາດ ແລະ ການ​ບຳ​ລຸງ​ຮັກ​ສາ​ອາ​ຄານ​ປະ​ຊຸມ

ຜູ້​ນຳ​ໃນ​ທ້ອງ​ຖິ່ນ ແລະ ສະ​ມາ​ຊິກ, ລວມ​ທັງ​ຊາວ​ໜຸ່ມ, ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຊ່ວຍ​ຮັກ​ສາ​ອາ​ຄານ​ແຕ່​ລະ​ແຫ່ງ​ໃຫ້​ສະ​ອາດ ແລະ ຢູ່​ໃນ​ສະ​ພາບ​ດີ.

ຕາ​ຕະ​ລາງ​ທຳ​ຄວາມ​ສະ​ອາດ​ບໍ່​ຄວນ​ເປັນ​ພາ​ລະ​ໃຫ້​ແກ່​ສະ​ມາ​ຊິກ. ຍົກ​ຕົວ​ຢ່າງ, ຖ້າ​ຫາກ​ການ​ເດີນ​ທາງ​ໄປ​ຫາ​ອາ​ຄານ​ເປັນ​ການ​ທ້າ​ທາຍ, ສະ​ມາ​ຊິກ​ອາດ​ທຳ​ຄວາມ​ສະ​ອາດ​ທຸກ​ອາ​ທິດ​ເມື່ອ​ເຂົາ​ເຈົ້າ​ຢູ່​ທີ່​ອາ​ຄານ​ນັ້ນ​ຢູ່​ແລ້ວ.

35.4.2

ການ​ຮຽກ​ຮ້ອງ​ໃຫ້​ສ້ອມ​ແປງ

ສະ​ມາ​ຊິກ​ສະ​ພາ​ຫວອດ ຫລື ສະ​ມາ​ຊິກ​ສະ​ພາ​ສະ​ເຕກ​ສາ​ມາດ​ລາຍ​ງານ​ຄວາມ​ຈຳ​ເປັນ​ຕ້ອງ​ສ້ອມ​ແປງ. ສິ່ງ​ນີ້​ສາ​ມາດ​ເຮັດ​ໄດ້​ໂດຍ​ການ​ໃຊ້​ເຄື່ອງ​ມື Facility Issue Reporting (FIR).

35.4.5

ຄວາມ​ປອດ​ໄພ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ

ຜູ້​ນຳ ແລະ ສະ​ມາ​ຊິກ​ຄວນ:

  • ຮັກ​ສາ​ຫ້ອງ​ໂຖງ​ທາງ​ຍ່າງ, ຂັ້ນ​ໄດ, ທາງ​ອອກ, ແລະ ຫ້ອງ​ເຄື່ອງ​ໃຊ້​ໃຫ້​ຮຽບ​ຮ້ອຍ​ສຳ​ລັບ​ຄວາມ​ປອດ​ໄພ​ຂອງ​ການ​ເຂົ້າ​ອອກ.

  • ບໍ່​ໃຊ້ ຫລື ເກັບ​ວັດ​ຖຸ​ອັນ​ຕະ​ລາຍ ຫລື ໄວ​ໄຟ​ໄວ້​ໃນ​ອາ​ຄານ.

  • ກຳ​ນົດ ແລະ ເຮັດ​ຕາມ​ຂັ້ນ​ຕອນ​ການ​ປິດ​ອາ​ຄານ.

  • ເກັບ​ອຸ​ປະ​ກອນ​ທີ່​ສາດ​ສະ​ໜາ​ຈັກ​ເປັນ​ເຈົ້າ​ຂອງ​ໄວ້​ໃຫ້​ປອດ​ໄພ​ຈາກ​ການ​ຖືກ​ລັກ.

  • ຮູ້​ຈັກ​ວິ​ທີ​ປິດ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ ດັ່ງ​ເຊັ່ນ ນ້ຳ, ໄຟ​ຟ້າ, ແລະ ແກັສ ຫລື ນ້ຳ​ມັນ​ເຊື້ອ​ໄຟ.

ຖ້າ​ຈຳ​ເປັນ, ຜູ້​ຈັດ​ການ​ສະ​ຖານ​ທີ່​ສາ​ມາດ​ຈັດ​ຫາ​ແຜນ​ທີ່​ສະ​ແດງ​ຈຸດ​ອຸ​ປະ​ກອນ​ດັບ​ເພີງ, ເຄື່ອງ​ປະ​ຖົມ​ພະ​ຍາ​ບານ, ແລະ ສະ​ຖານ​ທີ່​ປິດ​ເຄື່ອງ​ໃຊ້​ຕ່າງໆ. ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ມີ​ຢູ່​ໃນ “Security and Lockup Procedures” ໃນ “Maintaining Meetinghouses” (Meetinghouse Facilities Guide). ເບິ່ງ 20.7 ນຳ​ອີກ.

35.5

ນະ​ໂຍ​ບາຍ​ເລື່ອງ​ການ​ໃຊ້​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ

35.5.1

ງານ​ສິ​ລະ​ປະ

ອາ​ຄານ​ປະ​ຊຸມ​ຄວນ​ສະ​ທ້ອນ​ທັດ​ສະ​ນະ​ຄະ​ຕິ​ຂອງ​ຄວາມ​ຄາ​ລະ​ວະ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ເຊື່ອ​ຂອງ​ສະ​ມາ​ຊິກ​ໃນ​ພຣະ​ອົງ. ຄວນ​ຕິດ​ຮູບ​ພາບ​ພຣະ​ເຢ​ຊູ​ຄຣິດ​ໃນ​ບໍ​ລິ​ເວນ​ຫ້ອງ​ໂຖງ​ທາງ​ເດີນ​ຂອງ​ອາ​ຄານ​ປະ​ຊຸມ ເພື່ອ​ຊ່ວຍ​ສະ​ແດງ​ຈຸດ​ສູນ​ກາງ​ຂອງ​ຄວາມ​ເຊື່ອ​ນີ້.

35.5.2

ການ​ໃຊ້​ອາ​ຄານ​ທີ່​ບໍ່​ອະ​ນຸ​ຍາດ​ໃຫ້​ໃຊ້

35.5.2.1

ການ​ໃຊ້​ທາງ​ການ​ຄ້າ

ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ຖືກ​ອະ​ນຸ​ຍາດ​ໃຫ້​ໃຊ້​ສຳ​ລັບ​ຈຸດ​ປະ​ສົງ​ການ​ຄ້າ. ຍົກ​ຕົວ​ຢ່າງ, ມັນ​ບໍ່​ຖືກ​ອະ​ນຸ​ຍາດ​ໃຫ້​ໃຊ້​ເພື່ອ​ສະ​ໜັບ​ສະ​ໜູນ​ທຸ​ລະ​ກິດ​ປະ​ເພດ​ໃດໆ. ການ​ໃຊ້​ເຊັ່ນ​ນັ້ນ​ບໍ່​ສອດ​ຄ່ອງ​ກັບ​ຈຸດ​ປະ​ສົງ​ຂອງ​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ກໍ​ຍັງ​ຂັດ​ກັບ​ກົດ​ໝາຍ​ບ້ານ​ເມືອງ ແລະ ກົດ​ໝາຍ​ປະ​ເທດ​ນຳ​ອີກ ທີ່​ໄດ້​ຍົກ​ເວັ້ນ​ພາ​ສີ​ຊັບ​ສິນ​ໃຫ້​ສາດ​ສະ​ໜາ​ຈັກ.

ການ​ເປັນ​ເຈົ້າ​ພາບ​ຈັດ​ຜູ້​ປາ​ໄສ ຫລື ຄູ​ສອນ​ທີ່​ຮັບ​ສະ​ໝັກ​ຄົນ​ເຂົ້າ​ຮ່ວມ, ຫາ​ລູກ​ຄ້າ ຫລື ຜູ້​ຈ້າງ ຫລື ຮັບ​ຄ່າ​ຈ້າງ​ຂະ​ນະ​ທີ່​ໃຫ້​ສຳ​ມະ​ນາ, ບົດ​ຮຽນ (ຍົກ​ເວັ້ນ​ການ​ສອນ​ປີ​ອາ​ໂນ ຫລື ອໍ​ແກນ​ເປັນ​ການ​ສ່ວນ​ຕົວ; ເບິ່ງ 19.7.2), ຫ້ອງ​ຮຽນ​ອອກ​ກຳ​ລັງ​ກາຍ, ແລະ ກິດ​ຈະ​ກຳ​ອື່ນໆ​ບໍ່​ຖືກ​ອະ​ນຸ​ມັດ.

35.5.2.2

ຈຸດ​ປະ​ສົງ​ທາງ​ການ​ເມືອງ

ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ຖືກ​ອະ​ນຸ​ຍາດ​ໃຫ້​ໃຊ້​ສຳ​ລັບ​ຈຸດ​ປະ​ສົງ​ທາງ​ການ​ເມືອງ. ສິ່ງ​ເຫລົ່າ​ນີ້​ລວມ​ທັງ​ການ​ຈັດ​ການ​ປະ​ຊຸມ​ທາງ​ການ​ເມືອງ ຫລື ການ​ຫາ​ສຽງ. ສາດ​ສະ​ໜາ​ຈັກ​ເປັນ​ກາງ​ທາງ​ການ​ເມືອງ (ເບິ່ງ 38.8.30).

35.5.2.3

ການ​ໃຊ້​ໃນ​ທາງ​ອື່ນໆ

ການ​ໃຊ້​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທາງ​ອື່ນໆ​ທີ່​ບໍ່​ອະ​ນຸ​ຍາດ​ແມ່ນ​ລວມ​ທັງ:

  • ການ​ຈັດ​ການ​ແຂ່ງ​ຂັນ​ກິ​ລາ ຫລື ງານ​ອື່ນໆ​ທີ່​ບໍ່​ສະ​ໜັບ​ສະ​ໜູນ​ໂດຍ​ສາດ​ສະ​ໜາ​ຈັກ. ກຸ່ມ​ນັກ​ຮ້ອງ​ໃນ​ຊຸມ​ຊົນ ແລະ ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ​ສາ​ມາດ​ຖືກ​ຍົກ​ເວັ້ນ (ເບິ່ງ 38.3.4 ​ກ່ຽວ​ກັບ​ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ).

  • ການ​ໃຫ້​ພັກ​ຄ້າງ​ຄືນ (ຍົກ​ເວັ້ນ​ໃນ​ພາ​ວະ​ສຸກ​ເສີນ​ເທົ່າ​ນັ້ນ; ເບິ່ງ 35.5.4).

  • ການ​ຈັດ​ຄ້າຍ ຫລື ກິດ​ຈະ​ກຳ​ອື່ນໆ​ທີ່​ລວມ​ທັງ​ການ​ນອນ​ຄ້າງ​ຄືນ.

ໂດຍ​ທົ່ວ​ໄປ​ແລ້ວ ຈະ​ບໍ່​ອະ​ນຸ​ມັດ​ໃຫ້​ໃຊ້​ສຳ​ລັບ​ດັ່ງ​ຕໍ່​ໄປ​ນີ້. ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ຕິດ​ຕໍ່​ຫາ​ຜູ້​ຈັດ​ການ​ສະ​ຖານ​ທີ່​ຖ້າ​ຫາກ​ເຂົາ​ເຈົ້າ​ຮູ້​ສຶກ​ວ່າ​ຕ້ອງ​ມີ​ຂໍ້​ຍົກ​ເວັ້ນ.

  • ການ​ເຊົ່າ ຫລື ໃຫ້​ເຊົ່າ​ອາ​ຄານ ແລະ ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ

  • ການ​ໃຊ້​ສະ​ຖານ​ທີ່​ສຳ​ລັບ​ການ​ລົງ​ທະ​ບຽນ​ຜູ້​ລົງ​ຄະ​ແນນ​ທາງ​ການ​ເມືອງ ຫລື ເປັນ​ສະ​ຖານ​ທີ່​ເລືອກ​ຕັ້ງ; ຍົກ​ເວັ້ນ​ແຕ່​ການ​ເຮັດ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ທີ່​ບໍ່​ມີ​ທາງ​ເລືອກ​ທີ່​ສົມ​ເຫດ​ສົມ​ຜົນ ແລະ ເຫດ​ການ​ດັ່ງ​ກ່າວ​ຈະ​ບໍ່​ເປັນ​ອັນ​ຕະ​ລາຍ​ຕໍ່​ພາບ​ລັກ​ສະ​ນະ ຫລື ຕຳ​ແໜ່ງ​ເປັນ​ກາງ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ 38.8.30)

35.5.4

ພາ​ວະ​ສຸກ​ເສີນ

ລະ​ຫວ່າງ​ພາ​ວະ​ສຸກ​ເສີນ, ປະ​ທານ​ສະ​ເຕກ​ຈະ​ຕັດ​ສິນ​ໃຈ​ວ່າ​ຄວນ​ຈັດ​ການ​ປະ​ຊຸມ​ຫວອດ ຫລື ການ​ປະ​ຊຸມ​ສະ​ເຕກ​ຫລື​ບໍ່. ເພິ່ນ​ກໍ​ອາດ​ອະ​ນຸ​ຍາດ​ໃຫ້​ອົງ​ການ​ບັນ​ເທົາ​ທຸກ​ໄພ​ພິ​ບັດ ແລະ ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ໃຊ້​ສະ​ຖານ​ທີ່ ແລະ ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ.

35.5.10

ການ​ຖ່າຍ​ຮູບ ແລະ ການ​ຖ່າຍ​ວິ​ດີ​ໂອ​ລະ​ຫວ່າງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ

ກອງ​ປະ​ຊຸມ​ສິນ​ລະ​ລຶກ​ແມ່ນ​ສັກ​ສິດ. ເພາະ​ດ້ວຍ​ເຫດ​ນີ້, ຈຶ່ງ​ຫ້າມ​ບໍ່​ໃຫ້​ຖ່າຍ​ຮູບ ຫລື ຖ່າຍ​ວິ​ດີ​ໂອ​ລະ​ຫວ່າງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ.

ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ຖ່າຍ​ທອດ ຫລື ການ​ສະ​ຕຣີມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ການ​ປະ​ຊຸມ​ອື່ນໆ, ໃຫ້​ເບິ່ງ 29.7.