ຄູ່​ມື ແລະ ການ​ເອີ້ນ
34. ການ​ເງິນ ແລະ ການ​ກວດ​ສອບ​ບັນ​ຊີ


“34. ການ​ເງິນ ແລະ ການ​ກວດ​ສອບ​ບັນ​ຊີ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“34. ການ​ເງິນ ແລະ ການ​ກວດ​ສອບ​ບັນ​ຊີ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ເດັກ​ຈັບ​ຊອງ

34.

ການ​ເງິນ ແລະ ການ​ກວດ​ສອບ​ບັນ​ຊີ

34.0

ຄຳ​ນຳ

ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ຊ່ວຍ​ໃຫ້​ສາດ​ສະ​ໜາ​ຈັກ​ດຳ​ເນີນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ 1.2). ເງິນ​ທຶນ​ເຫລົ່າ​ນີ້​ແມ່ນ​ສັກ​ສິດ. ມັນ​ເປັນ​ຕົວ​ແທນ​ຂອງ​ການ​ເສຍ​ສະ​ລະ ແລະ ສັດ​ທາ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ ມາ​ຣະ​ໂກ 12:41–44).

34.2

ການ​ເປັນ​ຜູ້​ນຳ​ດ້ານ​ການ​ເງິນ​ຂອງ​ຫວອດ

34.2.1

ຝ່າຍ​ອະ​ທິ​ການ

ອະ​ທິ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້​ສຳ​ລັບ​ການ​ເງິນ​ຂອງ​ຫວອດ. ເພິ່ນ​ມອບ​ໝາຍ​ວຽກ​ງານ​ບາງ​ສ່ວນ​ນີ້​ຂອງ​ເພິ່ນ​ໃຫ້​ກັບ​ທີ່​ປຶກ​ສາ​ຂອງ​ເພິ່ນ ແລະ ສະ​ໝຽນ.

ອະ​ທິ​ການ:

  • ສິດ​ສອນ ແລະ ດົນ​ໃຈ​ສະ​ມາ​ຊິກ​ໃຫ້​ຈ່າຍ​ສ່ວນ​ສິບ​ເຕັມ ແລະ ຖວາຍ​ເງິນ​ບໍ​ລິ​ຈາກ​ດ້ວຍ​ຄວາມ​ເພື່ອ​ແຜ່ (ເບິ່ງ 34.3).

  • ຕ້ອງ​ແນ່​ໃຈ​ວ່າ​ເງິນ​ທຶນ​ຂອງ​ຫວອດ​ຖືກ​ນຳ​ໃຊ້​ຢ່າງ​ຖືກ​ຕ້ອງ ແລະ ບັນ​ຊີ​ເງິນ​ຖືກ​ຕ້ອງ​ທຸກ​ຢ່າງ (ເບິ່ງ 34.5).

  • ກວດ​ກາ​ເອ​ກະ​ສານ​ການ​ເງິນ​ໃນ​ແຕ່​ລະ​ເດືອນ ແລະ ແນ່​ໃຈ​ວ່າ​ບັນ​ຫາ​ທຸກ​ຢ່າງ​ຖືກ​ແກ້​ໄຂ​ທັນ​ທີ.

  • ຕ້ອງ​ແນ່​ໃຈ​ວ່າ​ຜູ້​ນຳ​ອົງ​ການ ແລະ ສະ​ໝຽນ​ຮຽນ​ຮູ້​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ​ຕໍ່​ເງິນ​ທຶນ​ສັກ​ສິດ​ຂອງ​ສາດ​ສະ​ໜາ​ຈັກ.

  • ກະ​ກຽມ ແລະ ບໍ​ລິ​ຫານ​ງົບ​ປະ​ມານ​ປະ​ຈຳ​ປີ​ຂອງ​ຫວອດ (ເບິ່ງ 34.6).

  • ພົບ​ກັບ​ສະ​ມາ​ຊິກ​ຫວອດ​ປີ​ລະ​ຄັ້ງ​ເພື່ອ​ຮັບ​ການ​ແຈ້ງ​ເງິນ​ສ່ວນ​ສິບ.

34.2.2

ສະ​ໝຽນ​ຫວອດ

ອະ​ທິ​ການ​ມອບ​ໝາຍ​ໃຫ້​ສະ​ໝຽນ​ຫວອດ ຫລື ຜູ້​ຊ່ວຍ​ສະ​ໝຽນ​ຫວອດ​ຊ່ວຍ​ເລື່ອງ​ການ​ຈັດ​ເກັບ​ບັນ​ທຶກ​ການ​ເງິນ​ຂອງ​ຫວອດ. ສະ​ໝຽນ​ຄວນ​ເຮັດ​ຕາມ​ນະ​ໂຍ​ບາຍ​ປະ​ຈຸ​ບັນ​ຢ່າງ​ຮອບ​ຄອບ ເພື່ອ​ຮັກ​ສາ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຕ້ອງ​ແນ່​ໃຈ​ວ່າ​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຕ້ອງ.

ສະ​ໝຽນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ບັນ​ທຶກ ແລະ ຝາກ​ເງິນ​ທຶນ​ໃດໆ​ທີ່​ໄດ້​ຮັບ​ເຂົ້າ​ບັນ​ຊີ​ທະ​ນາ​ຄານ​ກັບ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ.

  • ກວດ​ກາ​ເອ​ກະ​ສານ​ການ​ເງິນ​ໃນ​ແຕ່​ລະ​ເດືອນ ແລະ ແນ່​ໃຈ​ວ່າ​ບັນ​ຫາ​ທຸກ​ຢ່າງ​ຖືກ​ແກ້​ໄຂ​ທັນ​ທີ.

  • ຊ່ວຍ​ຝ່າຍ​ອະ​ທິ​ການ​ກະ​ກຽມ​ງົບ​ປະ​ມານ​ປະ​ຈຳ​ປີ​ຂອງ​ຫວອດ (ເບິ່ງ 34.6.1 ແລະ 34.6.2).

  • ຕ້ອງ​ແນ່​ໃຈ​ວ່າ ສະ​ມາ​ຊິກ​ເຂົ້າ​ເຖິງ​ເອ​ກະ​ສານ​ການ​ບໍ​ລິ​ຈາກ​ຂອງ​ເຂົາ​ເຈົ້າ ແລະ ຊ່ວຍ​ເຫລືອ​ເມື່ອ​ຈຳ​ເປັນ.

ສະ​ໝຽນ​ຄວນ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ.

34.3

ການ​ບໍ​ລິ​ຈາກ

34.3.1

ສ່ວນ​ສິບ

ສ່ວນ​ສິບ​ຄື​ການ​ບໍ​ລິ​ຈາກ​ໜຶ່ງ​ສ່ວນ​ສິບ​ຂອງ​ລາຍ​ຮັບ​ໃຫ້​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 119:3–4; ລາຍ​ໄດ້ ເຂົ້າ​ໃຈ​ວ່າ​ໝາຍ​ເຖິງ​ລາຍ​ຮັບ). ສະ​ມາ​ຊິກ​ທຸກ​ຄົນ​ທີ່​ມີ​ລາຍ​ຮັບ​ຄວນ​ຈ່າຍ​ສ່ວນ​ສິບ.

34.3.1.2

ການ​ແຈ້ງ​ເງິນ​ສ່ວນ​ສິບ

ອະ​ທິ​ການ​ພົບ​ກັບ​ສະ​ມາ​ຊິກ​ລະ​ຫວ່າງ​ສອງ​ສາມ​ເດືອນ​ທ້າຍ​ປີ​ຂອງ​ແຕ່​ລະ​ປີ ເພື່ອ​ຮັບ​ການ​ແຈ້ງ​ເງິນ​ສ່ວນ​ສິບ.

ສະ​ມາ​ຊິກ​ທຸກ​ຄົນ​ຖືກ​ເຊື້ອ​ເຊີນ​ໃຫ້​ພົບ​ກັບ​ອະ​ທິ​ການ​ເພື່ອ:

  • ແຈ້ງ​ຕໍ່​ອະ​ທິ​ການ​ກ່ຽວ​ກັບ​ສະ​ຖາ​ນະ ການ​ຈ່າຍ​ສ່ວນ​ສິບ​ຂອງ​ເຂົາ​ເຈົ້າ.

  • ຕ້ອງ​ແນ່​ໃຈ​ວ່າ​ບັນ​ທຶກ​ການ​ບໍ​ລິ​ຈາກ​ຂອງ​ເຂົາ​ເຈົ້າ​ຖືກ​ຕ້ອງ.

ເມື່ອ​ໃດ​ກໍ​ຕາມ​ທີ່​ເປັນ​ໄປ​ໄດ້, ສະ​ມາ​ຊິກ​ທຸກ​ຄົນ​ໃນ​ຄອບ​ຄົວ, ລວມ​ທັງ​ເດັກ​ນ້ອຍ, ຄວນ​ໄປ​ນຳ​ກັນ.

34.3.2

ການ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ຂອງ​ການ​ຖື​ສິນ​ອົດ​ເຂົ້າ. ນີ້​ລວມ​ທັງ​ການ​ບໍ​ລິ​ຈາກ​ເງິນ​ຖື​ສິນ​ອົດ​ເຂົ້າ​ຢ່າງ​ເພື່ອ​ແຜ່ (ເບິ່ງ 22.2.2).

ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ໃຊ້​ເງິນ​ທຶນ​ບໍ​ລິ​ຈາກ​ໂດຍ​ການ​ຖື​ສິນ​ອົດ​ເຂົ້າ ມີ​ຢູ່​ໃນ 22.5.2.

34.3.3

ເງິນ​ທຶນ​ຜູ້​ສອນ​ສາດ​ສະ​ໜາ

ການ​ບໍ​ລິ​ຈາກ​ສົມ​ທົບ​ເງິນ​ທຶນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ຫວອດ​ຖືກ​ໃຊ້​ໂດຍ​ສະ​ເພາະ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ເລື່ອງ​ການ​ບໍ​ລິ​ຈາກ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ຈາກ​ຫວອດ.

ການ​ບໍ​ລິ​ຈາກ​ສົມ​ທົບ​ເງິນ​ທຶນ​ຜູ້​ສອນ​ສາດ​ສະ​ໜາ​ທົ່ວ​ໄປ​ຖືກ​ໃຊ້​ໂດຍ​ສາດ​ສະ​ໜາ​ຈັກ ໃນ​ວຽກ​ງານ​ເຜີຍ​ແຜ່​ໂດຍ​ລວມ.

34.3.7

ການ​ບໍ​ລິ​ຈາກ​ບໍ່​ສາ​ມາດ​ສົ່ງ​ຄືນ​ໃຫ້​ໄດ້

ເມື່ອ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ອື່ນໆ​ຖືກ​ມອບ​ໃຫ້​ສາດ​ສະ​ໜາ​ຈັກ, ມັນ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ຖືກ​ອຸ​ທິດ​ຖວາຍ​ໃຫ້​ແກ່​ພຣະ​ອົງ.

ປະ​ທານ​ສະ​ເຕກ ແລະ ອະ​ທິ​ການ​ບອກ​ຜູ້​ບໍ​ລິ​ຈາກ​ສ່ວນ​ສິບ ແລະ ອື່ນໆ​ວ່າ ການ​ບໍ​ລິ​ຈາກ​ເຫລົ່າ​ນີ້​ບໍ່​ສາ​ມາດ​ສົ່ງ​ຄືນ​ໃຫ້​ໄດ້.

34.4

ການ​ຮັກ​ສາ​ຄວາມ​ລັບ​ຂອງ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ອື່ນໆ

ຈຳ​ນວນ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ອື່ນໆ ທີ່​ຜູ້​ບໍ​ລິ​ຈາກ​ໄດ້​ຈ່າຍ ຖື​ວ່າ​ເປັນ​ຄວາມ​ລັບ. ພຽງ​ແຕ່​ອະ​ທິ​ການ ແລະ ຜູ້​ທີ່​ຖືກ​ອະ​ນຸ​ຍາດ​ໃຫ້​ຈັດ​ການ ຫລື ກວດ​ກາ​ເບິ່ງ​ການ​ບໍ​ລິ​ຈາກ​ເຫລົ່າ​ນີ້​ເທົ່າ​ນັ້ນ ທີ່​ສາ​ມາດ​ເຂົ້າ​ເຖິງ​ຂໍ້​ມູນ​ນີ້.

34.5

ການ​ຈັດ​ການ​ກັບ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ

ປະ​ທານ​ສະ​ເຕກ ແລະ ອະ​ທິ​ການ​ຕ້ອງ​ແນ່​ໃຈ​ວ່າ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ​ທັງ​ໝົດ​ຖືກ​ຈັດ​ການ​ຢ່າງ​ຖືກ​ຕ້ອງ. ຝ່າຍ​ອະ​ທິ​ການ ແລະ ສະ​ໝຽນ​ຖືກ​ຊຸກ​ຍູ້​ໃຫ້​ທົບ​ທວນ​ວິ​ດີ​ໂອ “Sacred Funds, Sacred Responsibilities” ຢ່າງ​ໜ້ອຍ​ປີ​ລະ​ຄັ້ງ.

34.5.1

ຫລັກ​ທຳ​ການ​ທຳ​ງານ​ເປັນ​ຄູ່

ຫລັກ​ທຳ​ການ​ທຳ​ງານ​ເປັນ​ຄູ່​ຮຽກ​ຮ້ອງ​ໃຫ້​ສອງ​ຄົນ—ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ ແລະ ສະ​ໝຽນ, ຫລື ສະ​ມາ​ຊິກ​ສອງ​ຄົນ​ໃນ​ຝ່າຍ​ອະ​ທິ​ການ—ມີ​ສ່ວນ​ຮ່ວມ​ຢ່າງ​ແຂງ​ຂັນ​ເມື່ອ​ບັນ​ທຶກ ແລະ ເບີກ​ຈ່າຍ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ.

ຜູ້​ນຳ​ຄວນ​ປົກ​ປ້ອງ ແລະ ບໍ່​ບອກ​ລະ​ຫັດ​ຜ່ານ​ຂອງ​ຕົນ (ເບິ່ງ 33.9.1.1).

34.5.2

ການ​ຮັບ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ອື່ນໆ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ຄວາມ​ໄວ້​ວາງ​ໃຈ​ອັນ​ສັກ​ສິດ​ໃຫ້​ແກ່​ອະ​ທິ​ການ ເພື່ອ​ຮັບ​ເອົາ ແລະ ເຮັດ​ບັນ​ຊີ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ອື່ນໆ​ຂອງ​ໄພ່​ພົນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:30–33; 119). ພຽງ​ແຕ່​ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຮັບ​ເອົາ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ອື່ນໆ. ບໍ່​ວ່າ​ຈະ​ຢູ່​ໃນ​ສະ​ຖາ​ນະ​ການ​ໃດ ທີ່​ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ, ສະ​ມາ​ຊິກ​ຄົນ​ອື່ນໆ​ໃນ​ຄອບ​ຄົວ​ຂອງ​ພວກ​ເພິ່ນ, ສະ​ໝຽນ, ຫລື ສະ​ມາ​ຊິກ​ຫວອດ​ຄົນ​ອື່ນໆ ສາ​ມາດ​ຮັບ​ເອົາ​ການ​ບໍ​ລິ​ຈາກ​ເຫລົ່າ​ນີ້.

34.5.3

ການ​ກວດ​ສອບ ແລະ ການ​ບັນ​ທຶກ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ອື່ນໆ

ການ​ບໍ​ລິ​ຈາກ​ຄວນ​ຖືກ​ກວດ​ສອບ ແລະ ບັນ​ທຶກ​ໃນ​ວັນ​ອາ​ທິດ​ທີ່​ໄດ້​ຮັບ. ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ ແລະ ສະ​ໝຽນ, ຫລື ສະ​ມາ​ຊິກ​ສອງ​ຄົນ​ໃນ​ຝ່າຍ​ອະ​ທິ​ການ, ເປີດ​ຊອງ​ນຳ​ກັນ. ພວກ​ເພິ່ນ​ກວດ​ສອບ​ເງິນ​ທຶນ​ໃນ​ຊອງ​ວ່າ​ກົງ​ກັບ​ຈຳ​ນວນ​ທີ່​ຂຽນ​ໄວ້​ໃນ​ໃບ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ອື່ນໆ​ຫລື​ບໍ່. ພວກ​ເພິ່ນ​ບັນ​ທຶກ​ການ​ບໍ​ລິ​ຈາກ​ແຕ່​ລະ​ອັນ​ຢ່າງ​ຖືກ​ຕ້ອງ. ຖ້າ​ຫາກ​ເງິນ​ທຶນ ແລະ ຈຳ​ນວນ​ທີ່​ຂຽນ​ໄວ້​ແຕກ​ຕ່າງ, ພວກ​ເພິ່ນ​ຈະ​ຕິດ​ຕໍ່​ຫາ​ຜູ້​ບໍ​ລິ​ຈາກ​ທັນ​ທີ​ເພື່ອ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ນັ້ນ.

34.5.4

ການ​ຝາກ​ສ່ວນ​ສິບ ແລະ ເງິນ​ບໍ​ລິ​ຈາກ​ອື່ນໆ

ການ​ຝາກ​ຄວນ​ຈັດ​ການ​ຫລັງ​ຈາກ​ແນ່​ໃຈ​ວ່າ​ຈຳ​ນວນ​ທີ່​ບັນ​ທຶກ​ກົງ​ກັບ​ຈຳ​ນວນ​ເງິນ​ທຶນ​ທີ່​ໄດ້​ຮັບ.

ໃນ​ບ່ອນ​ທີ່​ມີ​ທະ​ນາ​ຄານ​ຮັບ​ການ​ຝາກ​ຕະ​ຫລອດ 24 ຊົ່ວ​ໂມງ, ສະ​ມາ​ຊິກ​ໃນ​ຝ່າຍ​ອະ​ທິ​ການ ແລະ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ອີກ​ຄົນ​ໜຶ່ງ​ຈະ​ນຳ​ເງິນ​ທຶນ​ໄປ​ຝາກ​ທະ​ນາ​ຄານ ໃນ​ມື້​ທີ່​ໄດ້​ເປີດ​ຮັບ ແລະ ກວດ​ສອບ​ເງິນ​ທຶນ.

ໃນ​ບ່ອນ​ທີ່​ບໍ່​ມີ​ທະ​ນາ​ຄານ​ຮັບ​ການ​ຝາກ​ຕະ​ຫລອດ 24 ຊົ່ວ​ໂມງ ແລະ ທະ​ນາ​ຄານ​ປິດ​ໃນ​ວັນ​ອາ​ທິດ, ອະ​ທິ​ການ​ຈະ​ໃຫ້​ຜູ້​ດຳ​ລົງ​ຖາ​ນະປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄົນ​ໜຶ່ງ​ນຳ​ເງິນ​ໄປ​ຝາກ​ໃນ​ມື້​ຕໍ່​ໄປ. ເພິ່ນ​ຄວນ:

  • ແນ່​ໃຈ​ວ່າ​ເງິນ​ທຶນ​ຖືກ​ຮັກ​ສາ​ໄວ້​ຢ່າງ​ປອດ​ໄພ​ຈົນ​ກວ່າ​ມັນ​ຖືກ​ນຳ​ໄປ​ຝາກ.

  • ເກັບ​ໃບ​ຢັ້ງ​ຢືນ​ການ​ຝາກ​ທີ່​ສະ​ແດງ​ວັນ​ທີ ແລະ ຈຳ​ນວນ​ເງິນ​ທີ່​ຝາກ.

34.5.5

ການ​ຮັກ​ສາ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ

ສະ​ມາ​ຊິກ​ທີ່​ຮັບ​ຜິດ​ຊອບ​ຕໍ່​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ ບໍ່​ຄວນ​ປະ​ເງິນ​ໄວ້​ຢູ່​ໃນ​ຕຶກ​ໂບດ​ຂ້າມ​ຄືນ ຫລື ບໍ່​ຄວນ​ປະ​ເງິນ​ໄວ້​ແບບ​ບໍ່​ເຝົ້າ​ດູ​ແລ ໃນ​ເວ​ລາ​ໃດ​ກໍ​ຕາມ, ດັ່ງ​ເຊັ່ນ​ລະ​ຫວ່າງ​ການ​ປະ​ຊຸມ ແລະ ກິດ​ຈະ​ກຳ.

34.5.7

ການ​ບໍ​ລິ​ຫານ​ການ​ຈ່າຍ​ເງິນ​ຂອງ​ສະ​ເຕກ ແລະ ຫວອດ

ຄ່າ​ໃຊ້​ຈ່າຍ​ຂອງ​ສະ​ເຕກ ຫລື ຫວອດ​ຈະ​ບໍ່​ເກີດ​ຂຶ້ນ ຫລື ຖືກ​ຈ່າຍ​ປາດ​ສະ​ຈາກ​ການ​ອະ​ນຸ​ຍາດ​ຈາກ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ.

ຜູ້​ນຳ​ທີ່​ມີ​ສິດ​ອຳ​ນາດ​ສອງ​ຄົນ​ຕ້ອງ​ອະ​ນຸ​ມັດ​ການ​ຈ່າຍ​ເງິນ​ແຕ່​ລະ​ຄັ້ງ. ຜູ້​ໜຶ່ງ​ຕ້ອງ​ເປັນ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ ຫລື ໃນ​ຝ່າຍ​ອະ​ທິ​ການ. ເຖິງ​ແມ່ນ​ວ່າ​ທີ່​ປຶກ​ສາ​ຖືກ​ອະ​ນຸ​ຍາດ​ໃຫ້​ອະ​ນຸ​ມັດ​ການ​ຈ່າຍ​ເງິນ, ແຕ່​ປະ​ທານ​ສະ​ເຕກ ຫລື ອະ​ທິ​ການ​ຈະ​ຕ້ອງ​ກວດ​ກາ​ເບິ່ງ​ການ​ຈ່າຍ​ເງິນ​ແຕ່​ລະ​ຄັ້ງ. ຜູ້​ນຳ​ບໍ່​ຄວນ​ອະ​ນຸ​ມັດ​ການ​ຈ່າຍ​ເງິນ​ໃຫ້​ຕົວ​ເອງ.

ປະ​ທານ​ສະ​ເຕກ​ຕ້ອງ​ໄດ້​ອະ​ນຸ​ມັດ​ເປັນ​ລາຍ​ລັກ​ອັກ​ສອນ ກ່ອນ​ທີ່​ອະ​ທິ​ການ​ຈະ​ໃຊ້​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ຫລື ເພິ່ນ​ຕ້ອງ​ໄດ້​ອະ​ນຸ​ມັດ​ໃບ​ສັ່ງ​ຊື້​ຂອງ​ອະ​ທິ​ການ​ໃຫ້​ອະ​ທິ​ການ ຫລື ຄອບ​ຄົວ​ຂອງ​ເພິ່ນ. ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ເຂດ​ຕ້ອງ​ໄດ້​ອະ​ນຸ​ມັດ​ເປັນ​ລາຍ​ລັກ​ອັກ​ສອນ ກ່ອນ​ທີ່​ອະ​ທິ​ການ​ຈະ​ໃຊ້​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ຖື​ສິນ​ອົດ​ເຂົ້າ ຫລື ອະ​ນຸ​ມັດ​ໃບ​ສັ່ງ​ຊື້​ຂອງ​ອະ​ທິ​ການ​ສຳ​ລັບ​ປະ​ທານ​ສະ​ເຕກ ຫລື ຄອບ​ຄົວ​ຂອງ​ເພິ່ນ. ເບິ່ງ 22.5.1.2 ສຳ​ລັບ​ແນວ​ທາງ​ຊີ້​ນຳ.

ສະ​ມາ​ຊິກ​ທີ່​ຮ້ອງ​ຂໍ​ການ​ຈ່າຍ​ຄືນ​ໃຫ້ ຕ້ອງ​ມີ​ໃບ​ສຳ​ເນົາ​ເປັນ​ເຈ້ຍ ຫລື ສຳ​ເນົາ​ອີ​ເລັກ​ໂທຣ​ນິກ​ຂອງ​ໃບ​ຮັບ​ເງິນ ຫລື ໃບ​ແຈ້ງ​ໜີ້. ພ້ອມ​ນີ້​ເຂົາ​ເຈົ້າ​ຕ້ອງ​ລະ​ບຸ​ທັງ​ຈຸດ​ປະ​ສົງ, ຈຳ​ນວນ​ເງິນ, ແລະ ວັນ​ທີ​ຊື້​ນຳ​ອີກ.

ຖ້າ​ຫາກ​ມີ​ການ​ເບີກ​ເງິນ​ທຶນ​ລ່ວງ​ໜ້າ, ສະ​ມາ​ຊິກ​ຈະ​ສົ່ງ​ຟອມ​ຂໍ​ເບີກ​ເງິນ, ລະ​ບຸ​ຈຸດ​ປະ​ສົງ, ຈຳ​ນວນ​ເງິນ, ແລະ ວັນ​ທີ. ຫລັງ​ຈາກ​ຊຳ​ລະ​ຄ່າ​ໃຊ້​ຈ່າຍ​ແລ້ວ, ສະ​ມາ​ຊິກ​ຈະ (1) ມອບ​ໃບ​ຮັບ​ເງິນ ຫລື ໃບ​ແຈ້ງ​ໜີ້​ສຳ​ລັບ​ເງິນ​ທຶນ​ທີ່​ໄດ້​ຈ່າຍ​ໄປ ແລະ (2) ສົ່ງ​ຄືນ​ເງິນ​ທຶນ​ທີ່​ເຫລືອ. ເງິນ​ທຶນ​ທີ່​ຖືກ​ສົ່ງ​ຄືນ​ຄວນ​ນຳ​ໄປ​ຝາກ​ທະ​ນາ​ຄານ.

34.5.9

ການ​ຈົດ​ບັນ​ທຶກ​ການ​ເງິນ

ແຕ່​ລະ​ສະ​ເຕກ ແລະ ແຕ່​ລະ​ຫວອດ​ຄວນ​ຈົດ​ບັນ​ທຶກ​ການ​ເງິນ​ໃຫ້​ຢູ່​ໃນ​ປະ​ຈຸ​ບັນ ແລະ ຖືກ​ຕ້ອງ.

ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ໃຊ້ ແລະ ການ​ຮັກ​ສາ​ບັນ​ທຶກ ແລະ ລາຍ​ງານ, ສະ​ໝຽນ​ຄວນ​ອ່ານ​ຄຳ​ແນະ​ນຳ​ຈາກ​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຫລື ຈາກ​ຫ້ອງ​ການ​ເຂດ. ບັນ​ທຶກ​ການ​ເງິນ​ຄວນ​ຖືກ​ຮັກ​ສາ​ໄວ້​ຢ່າງ​ໜ້ອຍ​ສາມ​ປີ ບວກ​ກັບ​ປີ​ປະ​ຈຸ​ບັນ.

34.6

ງົບ​ປະ​ມານ ແລະ ຄ່າ​ໃຊ້​ຈ່າຍ

ໂຄງ​ການ​ງົບ​ປະ​ມານ​ທີ່​ອະ​ນຸ​ມັດ ໃຫ້​ເງິນ​ທຶນ​ທົ່ວ​ໄປ​ຂອງ​ສາດ​ສະ​ໜາ​ຈັກ​ເພື່ອ​ຈ່າຍ​ສຳ​ລັບ​ກິດ​ຈະ​ກຳ ແລະ ໂຄງ​ການ​ຕ່າງໆ​ຂອງ​ສະ​ເຕກ ແລະ ຫວອດ.

ກິດ​ຈະ​ກຳ​ສ່ວນ​ໃຫຍ່​ຄວນ​ລຽບ​ງ່າຍ ແລະ ມີ​ຄ່າ​ໃຊ້​ຈ່າຍ​ເລັກ​ນ້ອຍ ຫລື ບໍ່​ມີ​ເລີຍ.

34.6.1

ງົບ​ປະ​ມານ​ຂອງ​ສະ​ເຕກ ແລະ ຫວອດ

ທຸກ​ສະ​ເຕກ ແລະ ທຸກ​ຫວອດ​ກະ​ກຽມ ແລະ ດຳ​ເນີນ​ງານ​ຕາມ​ງົບ​ປະ​ມານ​ປະ​ຈຳ​ປີ. ປະ​ທານ​ສະ​ເຕກ​ບໍ​ລິ​ຫານ​ງົບ​ປະ​ມານ​ຂອງ​ສະ​ເຕກ, ແລະ ອະ​ທິ​ການ​ບໍ​ລິ​ຫານ​ງົບ​ປະ​ມານ​ຂອງ​ຫວອດ.

ແນວ​ທາງ​ຊີ້​ນຳ​ໄດ້​ຖືກ​ລະ​ບຸ​ໄວ້​ຢູ່​ຂ້າງ​ຫລຸ່ມ:

  • ກວດ​ກາ​ຈຳ​ນວນ​ທີ່​ໃຊ້​ໃນ​ປີ​ທີ່​ຜ່ານ​ມາ ເພື່ອ​ພິ​ຈາ​ລະ​ນາ​ຄ່າ​ໃຊ້​ຈ່າຍ​ທີ່​ຈະ​ເກີດ​ຂຶ້ນ​ອີກ.

  • ຂໍ​ໃຫ້​ອົງ​ການ​ຕ່າງໆ​ປະ​ເມີນ​ງົບ​ປະ​ມານ​ທີ່​ຕ້ອງ​ໃຊ້​ໂດຍ​ລະ​ອຽດ.

  • ຮວບ​ຮວມ​ງົບ​ປະ​ມານ ໂດຍ​ໃຊ້​ການ​ປະ​ຕິ​ບັດ​ດ້ານ​ງົບ​ປະ​ມານ​ທີ່​ອະ​ນຸ​ມັດ.

34.6.2

ງົບ​ປະ​ມານ​ທີ່​ອະ​ນຸ​ມັດ

34.6.2.1

ການ​ຈັດ​ສັນ​ງົບ​ປະ​ມານ

ເງິນ​ທຶນ​ງົບ​ປະ​ມານ​ຖືກ​ຈັດ​ສັນ​ທຸກ​ໄຕ​ມາດ​ຕາມ​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ ໃນ​ໝວດ​ໝູ່​ດັ່ງ​ຕໍ່​ໄປ​ນີ້:

  • ກອງ​ປະ​ຊຸມ​ສິນ​ລະ​ລຶກ

  • ຊາຍ​ໜຸ່ມ

  • ຍິງ​ໜຸ່ມ

  • ເດັກ​ນ້ອຍ​ປະ​ຖົມ​ໄວ​ອາ​ຍຸ 7–10 ປີ

  • ຜູ້​ໃຫຍ່​ໜຸ່ມ​ໂສດ

ມັນ​ສຳ​ຄັນ​ທີ່​ຕ້ອງ​ລາຍ​ງານ​ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ຢ່າງ​ຖືກ​ຕ້ອງ ແລະ ຕົງ​ເວ​ລາ (ເບິ່ງ 33.5.1.1).

34.6.2.2

ການ​ໃຊ້​ງົບ​ປະ​ມານ​ຢ່າງ​ເໝາະ​ສົມ

ປະ​ທານ​ສະ​ເຕກ ແລະ ອະ​ທິ​ການ​ຕ້ອງ​ແນ່​ໃຈ​ວ່າ ມີ​ການ​ໃຊ້​ເງິນ​ທຶນ​ງົບ​ປະ​ມານ​ທີ່​ອະ​ນຸ​ມັດ​ຢ່າງ​ສະ​ຫລາດ.

ເງິນ​ທຶນ​ຫງົບ​ປະ​ມານ​ຂອງ​ສະ​ເຕກ ແລະ ຂອງ​ຫວອດ​ຄວນ​ຖືກ​ໃຊ້​ເພື່ອ​ຈ່າຍ​ຄ່າ​ກິດ​ຈະ​ກຳ, ໂຄງ​ການ, ຄູ່​ມື, ແລະ ອຸ​ປະ​ກອນ​ຕ່າງໆ.

34.6.2.3

ງົບ​ປະ​ມານ​ທີ່​ເຫລືອ

ບໍ່​ຄວນ​ໃຊ້​ຈ່າຍ​ສ່ວນ​ທີ່​ເຫລືອ​ຂອງ​ເງິນ​ທຶນ​ງົບ​ປະ​ມານ​ທີ່​ອະ​ນຸ​ມັດ​ໃຫ້. ເງິນ​ທຶນ​ຂອງ​ຫວອດ​ສ່ວນ​ທີ່​ເຫລືອ ຄວນ​ຖືກ​ສົ່ງ​ຄືນ​ໃຫ້​ສະ​ເຕກ.

34.7

ການ​ກວດ​ສອບ​ບັນ​ຊີ

34.7.1

ຄະ​ນະ​ກຳ​ມະ​ການ​ກວດ​ສອບ​ບັນ​ຊີ​ສະ​ເຕກ

ປະ​ທານ​ສະ​ເຕກ​ແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ກວດ​ສອບ​ບັນ​ຊີ​ສະ​ເຕກ. ຄະ​ນະ​ກຳ​ມະ​ການ​ນີ້​ຕ້ອງ​ແນ່​ໃຈ​ວ່າ​ການ​ເງິນ​ຂອງ​ສະ​ເຕກ ແລະ ຫວອດ​ຖືກ​ຈັດ​ການ​ຕາມ​ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ.

34.7.3

ການ​ກວດ​ສອບ​ບັນ​ຊີ​ການ​ເງິນ

ຜູ້​ກວດ​ສອບ​ບັນ​ຊີ​ສະ​ເຕກ​ຈະ​ກວດ​ສອບ​ບັນ​ທຶກ​ບັນ​ຊີ​ການ​ເງິນ​ຂອງ​ສະ​ເຕກ, ຫວອດ, ແລະ ສູນ​ສືບ​ປະ​ຫວັດ​ຄອບ​ຄົວ ປີ​ລະ​ສອງ​ຄັ້ງ.

ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ໜ່ວຍ ແລະ ສະ​ໝຽນ​ທີ່​ຖືກ​ມອບ​ໝາຍ​ໃຫ້​ດູ​ແລ​ການ​ເງິນ​ຄວນ​ຢູ່​ຕອບ​ຄຳ​ຖາມ​ຕ່າງໆ​ລະ​ຫວ່າງ​ການ​ກວດ​ສອບ​ບັນ​ຊີ.

34.7.5

ການ​ສູນ​ຫາຍ, ການ​ລັກ, ການ​ຍັກ​ຍອກ, ຫລື ການ​ໃຊ້​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທາງ​ທີ່​ຜິດ

ປະ​ທານ​ສະ​ເຕກ ຫລື ປະ​ທານ​ຄະ​ນະ​ກຳ​ມະ​ການ​ກວດ​ສອບ​ບັນ​ຊີ​ສະ​ເຕກ​ຄວນ​ຖືກ​ແຈ້ງ​ທັນ​ທີ​ຖ້າ​ຫາກ:

  • ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ​ສູນ​ຫາຍ ຫລື ຖືກ​ລັກ.

  • ຜູ້​ນຳ​ໄດ້​ຍັກ​ຍອກ ຫລື ໃຊ້​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທາງ​ທີ່​ຜິດ.