ຄູ່​ມື ແລະ ການ​ເອີ້ນ
32. ການ​ກັບ​ໃຈ ແລະ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ


“32. ການ​ກັບ​ໃຈ ແລະ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“32. ການ​ກັບ​ໃຈ ແລະ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ພວກ​ຜູ້​ຊາຍ​ກຳ​ລັງ​ລົມ​ກັນ

32.

ການ​ກັບ​ໃຈ ແລະ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ

32.0

ຄຳ​ນຳ

ການ​ກັບ​ໃຈ​ສ່ວນ​ໃຫຍ່​ເກີດ​ຂຶ້ນ​ລະ​ຫວ່າງ​ບຸກ​ຄົນ, ພຣະ​ເຈົ້າ, ແລະ ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ບາບ​ຂອງ​ບຸກ​ຄົນ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ຄັ້ງ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຕ້ອງ​ຊ່ວຍ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ກັບ​ໃຈ.

ເມື່ອ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ເລື່ອງ​ການ​ກັບ​ໃຈ, ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ສະ​ແດງ​ຄວາມ​ຮັກ ແລະ ຄວາມ​ຫ່ວງ​ໃຍ. ພວກ​ເພິ່ນ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ຍົກ​ແຕ່​ລະ​ຄົນ​ຂຶ້ນ ແລະ ຊ່ວຍ​ເຂົາ​ເຈົ້າ​ຫັນ​ຫລັງ​ໃຫ້​ບາບ ແລະ ຫັນ​ໜ້າ​ມາ​ຫາ​ພຣະ​ເຈົ້າ (ເບິ່ງ ມັດ​ທາຍ 9:10–13; ໂຢ​ຮັນ 8:3–11).

32.1

ການ​ກັບ​ໃຈ ແລະ ການ​ໃຫ້​ອະ​ໄພ

ເພື່ອ​ເຮັດ​ໃຫ້​ເກີດ​ແຜນ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ (ເບິ່ງ ແອວ​ມາ 42:15). ພຣະ​ເຢ​ຊູ​ໄດ້​ຮັບ​ໂທດ​ທີ່​ກົດ​ແຫ່ງ​ຍຸດ​ຕິ​ທຳ​ຮຽກ​ຮ້ອງ​ສຳ​ລັບ​ບາບ​ຂອງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:15–19; ເບິ່ງ ແອວ​ມາ 42:24–25 ນຳ​ອີກ). ຜ່ານ​ທາງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ, ທັງ​ພຣະ​ບິ​ດາ ແລະ ພຣະ​ບຸດ​ໄດ້​ສະ​ແດງ​ຄວາມ​ຮັກ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພວກ​ພຣະ​ອົງ​ຕໍ່​ເຮົາ (ເບິ່ງ ໂຢ​ຮັນ 3:16).

ເມື່ອ​ເຮົາ​ໃຊ້ “ສັດ​ທາ​ຈົນ​ເຖິງ​ການ​ກັບ​ໃຈ,” ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ໃຫ້​ອະ​ໄພ​ແກ່​ເຮົາ, ປະ​ທານ​ຄວາມ​ເມດ​ຕາ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ (ແອວ​ມາ 34:15; ເບິ່ງ ແອວ​ມາ 42:13 ນຳ​ອີກ). ເມື່ອ​ເຮົາ​ສະ​ອາດ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແລ້ວ, ເຮົາ​ຈະ​ສາ​ມາດ​ຮັບ​ເອົາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍ​ລະ​ດົກ​ໃນ​ທີ່​ສຸດ (ເບິ່ງ ເອ​ຊາ​ຢາ 1:18; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42).

ການ​ກັບ​ໃຈ​ເປັນ​ຫລາຍ​ກວ່າ​ການ​ປ່ຽນ​ພຶດ​ຕິ​ກຳ. ມັນ​ຄື​ການ​ຫັນ​ຫລັງ​ໃຫ້​ບາບ ແລະ ຫັນ​ໜ້າ​ມາ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ມັນ​ນຳ​ໄປ​ສູ່​ການ​ປ່ຽນ​ແປງ​ຂອງ​ໃຈ ແລະ ຄວາມ​ຄິດ (ເບິ່ງ ໂມ​ໄຊ​ຢາ 5:2; ແອວ​ມາ 5:12–14; ຮີ​ລາ​ມັນ 15:7). ຜ່ານ​ທາງ​ການ​ກັບ​ໃຈ, ເຮົາ​ກາຍ​ເປັນ​ຄົນ​ໃໝ່, ຄືນ​ດີ​ກັບ​ພຣະ​ເຈົ້າ (ເບິ່ງ 2 ໂກ​ຣິນ​ໂທ 5:17–18; ໂມ​ໄຊ​ຢາ 27:25–26).

ໂອ​ກາດ​ທີ່​ຈະ​ກັບ​ໃຈ​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ໃຫ້​ເຮົາ ຜ່ານ​ທາງ​ຂອງ​ປະ​ທານ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ.

32.2

ຈຸດ​ປະ​ສົງ​ຂອງ​ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ

ຖ້າ​ຫາກ​ສະ​ມາ​ຊິກ​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ຊ່ວຍ​ໃຫ້​ບຸກ​ຄົນ​ນັ້ນ​ກັບ​ໃຈ. ສ່ວນ​ໜຶ່ງ​ຂອງ​ຂັ້ນ​ຕອນ​ນີ້, ເພິ່ນ​ອາດ​ຕ້ອງ​ຈຳ​ກັດ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ບາງ​ຢ່າງ​ຊົ່ວ​ໄລ​ຍະ​ໜຶ່ງ. ໃນ​ບາງ​ສະ​ຖາ​ນະ​ການ, ເພິ່ນ​ອາດ​ຕ້ອງ​ຖອນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ນັ້ນ​ຊົ່ວ​ໄລ​ຍະ​ໜຶ່ງ.

ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ ບໍ່​ໄດ້​ເຈດ​ຕະ​ນາ​ທີ່​ຈະ​ລົງ​ໂທດ. ກົງ​ກັນ​ຂ້າມ, ການ​ດຳ​ເນີນ​ການ​ເຫລົ່າ​ນີ້ ບາງ​ຄັ້ງ​ຈຳ​ເປັນ​ຕໍ່​ການ​ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ ແລະ ປະ​ສົບ​ກັບ​ການ​ປ່ຽນ​ແປງ​ຂອງ​ໃຈ. ມັນ​ຍັງ​ໃຫ້​ເວ​ລາ​ບຸກ​ຄົນ​ກະ​ກຽມ​ທາງ​ວິນ​ຍານ ເພື່ອ​ຕໍ່ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ​ນຳ​ອີກ.

ຈຸດ​ປະ​ສົງ​ສາມ​ຢ່າງ​ຂອງ​ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ ມີ​ດັ່ງ​ຕໍ່​ໄປ​ນີ້.

32.2.1

ຊ່ວຍ​ປົກ​ປ້ອງ​ຄົນ​ອື່ນ

ຈຸດ​ປະ​ສົງ​ຢ່າງ​ທຳ​ອິດ​ຄື​ຊ່ວຍ​ປົກ​ປ້ອງ​ຄົນ​ອື່ນ. ບາງ​ຄັ້ງ​ບຸກ​ຄົນ​ເປັນ​ໄພ​ຄຸກ​ຄາມ​ທາງ​ຮ່າງ​ກາຍ ຫລື ທາງ​ວິນ​ຍານ. ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ, ການ​ທຳ​ຮ້າຍ​ຮ່າງ​ກາຍ, ການ​ລ່ວງ​ລະ​ເມີດ​ທາງ​ເພດ, ການ​ໃຊ້​ສານ​ເສບ​ຕິດ, ການ​ສໍ້​ໂກງ, ແລະ ການ​ປະ​ຖິ້ມ​ຄວາມ​ເຊື່ອ ເປັນ​ບາງ​ວິ​ທີ​ທີ່​ເຮັດ​ໃຫ້​ເກີດ​ສິ່ງ​ນີ້. ດ້ວຍ​ການ​ດົນ​ໃຈ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ດຳ​ເນີນ​ການ​ເພື່ອ​ປົກ​ປ້ອງ​ຄົນ​ອື່ນ ເມື່ອ​ມີ​ບາງ​ຄົນ​ເປັນ​ໄພ​ຄຸກ​ຄາມ​ຮ້າຍ​ແຮງ​ໃນ​ລັກ​ສະ​ນະ​ນີ້ ແລະ ໃນ​ລັກ​ສະ​ນະ​ອື່ນ​ທີ່​ຮ້າຍ​ແຮງ (ເບິ່ງ ແອວ​ມາ 5:59–60).

32.2.2

ຊ່ວຍ​ໃຫ້​ບຸກ​ຄົນ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ທາງ​ການ​ກັບ​ໃຈ

ຈຸດ​ປະ​ສົງ​ຢ່າງ​ທີ​ສອງ​ຄື​ຊ່ວຍ​ໃຫ້​ບຸກ​ຄົນ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ທາງ​ການ​ກັບ​ໃຈ ຜ່ານ​ທາງ​ຂັ້ນ​ຕອນ​ນີ້, ເຂົາ​ຈະ​ສະ​ອາດ​ຄືນ ແລະ ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ພອນ​ທຸກ​ປະ​ການ​ຂອງ​ພຣະ​ເຈົ້າ.

32.2.3

ປົກ​ປ້ອງ​ຄຸນ​ນະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ

ຈຸດ​ປະ​ສົງ​ຢ່າງ​ທີ​ສາມ​ຄື​ປົກ​ປ້ອງ​ຄຸນ​ນະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ. ການ​ຈຳ​ກັດ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ບຸກ​ຄົນ ອາດ​ຈຳ​ເປັນ​ຖ້າ​ຫາກ​ການ​ປະ​ພຶດ​ຂອງ​ເຂົາ​ເປັນ​ອັນ​ຕະ​ລາຍ​ຫລາຍ​ຕໍ່​ສາດ​ສະ​ໜາ​ຈັກ (ເບິ່ງ ແອວ​ມາ 39:11). ຄຸນ​ນະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ໄດ້​ຖືກ​ປົກ​ປ້ອງ ໂດຍ​ການ​ປົກ​ປິດ ຫລື ລົດ​ບາບ​ອັນ​ຮ້າຍ​ແຮງ​ໃຫ້​ໜ້ອຍ​ລົງ—ແຕ່​ໂດຍ​ການ​ຈັດ​ການ​ກັບ​ບາບ​ເຫລົ່າ​ນັ້ນ.

32.3

ບົດ​ບາດ​ຂອງ​ຜູ້​ຕັດ​ສິນ​ໃນ​ອິດ​ສະ​ຣາ​ເອນ

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ໄດ້​ຖືກ​ເອີ້ນ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໃຫ້​ເປັນ​ຜູ້​ຕັດ​ສິນ​ໃນ​ອິດ​ສະ​ຣາ​ເອນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:72–74). ພວກ​ເພິ່ນ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກັບ​ໃຈ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13:1; 107:16–18).

ສ່ວນ​ຫລາຍ​ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ຊ່ວຍ​ໃນ​ການ​ກັບ​ໃຈ ຜ່ານ​ທາງ​ການ​ໃຫ້​ຄຳ​ປຶກ​ສາ​ສ່ວນ​ຕົວ. ການ​ຊ່ວຍ​ເຫລືອ​ນີ້​ອາດ​ລວມ​ທັງ​ການ​ຈຳ​ກັດ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຢ່າງ​ບໍ່​ເປັນ​ທາງ​ການ​ຊົ່ວ​ໄລ​ຍະ​ໜຶ່ງ.

ສຳ​ລັບ​ບາບ​ອັນ​ຮ້າຍ​ແຮງ​ບາງ​ຢ່າງ, ຜູ້​ນຳ​ຈະ​ຊ່ວຍ​ໃນ​ການ​ກັບ​ໃຈ ໂດຍ​ການ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ (ເບິ່ງ 32.6). ການ​ຊ່ວຍ​ເຫລືອ​ນີ້​ອາດ​ລວມ​ທັງ​ການ​ຈຳ​ກັດ​ສິດ​ທິ​ພິ​ເສດ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຢ່າງ​ເປັນ​ທາງ​ການ ຫລື ການ​ຖອນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ບຸກ​ຄົນ​ຊົ່ວ​ໄລ​ຍະ​ໜຶ່ງ.

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຈະ​ຮັກ ແລະ ເອົາ​ໃຈ​ໃສ່ ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ. ການ​ປະ​ຕິ​ສຳ​ພັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບ​ຜູ້​ຍິງ​ຫລິ້ນ​ຊູ້ ເປັນ​ແນວ​ທາງ​ໜຶ່ງ (ເບິ່ງ ໂຢ​ຮັນ 8:3–11). ເຖິງ​ແມ່ນ​ພຣະ​ອົງ​ບໍ່​ໄດ້​ກ່າວ​ວ່າ​ບາບ​ຂອງ​ນາງ​ໄດ້​ຖືກ​ອະ​ໄພ​ໃຫ້​ແລ້ວ, ແຕ່​ພຣະ​ອົງ​ກໍ​ບໍ່​ໄດ້​ປະ​ນາມ​ນາງ. ກົງ​ກັນ​ຂ້າມ, ພຣະ​ອົງ​ໄດ້​ບອກ​ນາງ​ວ່າ “ຕໍ່​ໄປ​ຢ່າ​ເຮັດ​ບາບ​ອີກ”—ໃຫ້​ກັບ​ໃຈ ແລະ ປ່ຽນ​ຊີ​ວິດ​ຂອງ​ນາງ.

ຜູ້​ນຳ​ເຫລົ່າ​ນີ້​ສິດ​ສອນ​ວ່າ “ສະ​ຫວັນ​ຈະ​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີ … ທີ່​ຄົນ​ບາບ​ຜູ້​ໜຶ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່” (ລູ​ກາ 15:7). ພວກ​ເພິ່ນ​ອົດ​ທົນ, ສະ​ໜັບ​ສະ​ໜູນ, ແລະ ຄິດ​ບວກ. ພວກ​ເພິ່ນ​ດົນ​ໃຈ​ຄວາມ​ຫວັງ. ພວກ​ເພິ່ນ​ສິດ​ສອນ ແລະ ເປັນ​ພະ​ຍານ​ວ່າ ເພາະ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທຸກ​ຄົນ​ສາ​ມາດ​ກັບ​ໃຈ ແລະ ສະ​ອາດ​ໄດ້.

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ ເພື່ອ​ຈະ​ໄດ້​ຮູ້​ຈັກ​ວິ​ທີ​ຊ່ວຍ​ໃຫ້​ແຕ່​ລະ​ຄົນ​ກັບ​ໃຈ. ພຽງ​ແຕ່​ສຳ​ລັບ​ບາບ​ອັນ​ຮ້າຍ​ແຮງ​ທີ່​ສຸດ ທີ່​ສາດ​ສະ​ໜາ​ຈັກ​ມີ​ມາດ​ຕະ​ຖານ​ທີ່​ກຳ​ນົດ​ໄວ້​ກ່ຽວ​ກັບ​ສິ່ງ​ທີ່​ຜູ້​ນຳ​ຂອງ​ຕົນ​ຄວນ​ປະ​ຕິ​ບັດ​ຕາມ (ເບິ່ງ 32.6). ບໍ່​ມີ​ສະ​ຖາ​ນະ​ການ​ໃດ​ທີ່​ເໝືອນ​ກັນ. ການ​ໃຫ້​ຄຳ​ປຶກ​ສາ​ຈາກ​ຜູ້​ນຳ ແລະ ຂັ້ນ​ຕອນ​ຂອງ​ການ​ກັບ​ໃຈ​ທີ່​ພວກ​ເພິ່ນ​ໃຊ້ ຕ້ອງ​ໄດ້​ຮັບ​ການ​ດົນ​ໃຈ ແລະ ອາດ​ແຕກ​ຕ່າງ​ກັນ​ສຳ​ລັບ​ແຕ່​ລະ​ຄົນ.

32.4

ການ​ສາ​ລະ​ພາບ, ການ​ຮັກ​ສາ​ຄວາມ​ລັບ, ແລະ ການ​ລາຍ​ງານ​ຕໍ່​ເຈົ້າ​ໜ້າ​ທີ່​ຝ່າຍ​ລັດ​ຖະ​ບານ

32.4.1

ການ​ສາ​ລະ​ພາບ

ການ​ກັບ​ໃຈ​ຮຽກ​ຮ້ອງ​ໃຫ້​ສາ​ລະ​ພາບ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ເຢ​ຊູ​ຄຣິດ​ໄດ້​ກ່າວ​ວ່າ, “ໂດຍ​ສິ່ງ​ນີ້​ເຈົ້າ​ຈະ​ຮູ້​ວ່າ ຄົນໆ​ນັ້ນ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ຫລື​ບໍ່—ຈົ່ງ​ເບິ່ງ, ເຂົາ​ຈະ​ສາ​ລະ​ພາບ ແລະ ປະ​ຖິ້ມ​ມັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:43; ເບິ່ງ ໂມ​ໄຊ​ຢາ 26:29 ນຳ​ອີກ).

ເມື່ອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ, ການ​ກັບ​ໃຈ​ຂອງ​ເຂົາ​ເຈົ້າ​ແມ່ນ​ລວມ​ທັງ​ການ​ສາ​ລະ​ພາບ​ຕໍ່​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ນຳ​ອີກ. ແລ້ວ​ເພິ່ນ​ຈະ​ສາ​ມາດ​ໃຊ້​ຂໍ​ກະ​ແຈ​ຂອງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຂົາ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13:1; 84:26–27; 107:18, 20). ສິ່ງ​ນີ້​ຊ່ວຍ​ເຂົາ​ເຈົ້າ​ປິ່ນ​ປົວ ແລະ ກັບ​ສູ່​ເສັ້ນ​ທາງ​ພຣະ​ກິດ​ຕິ​ຄຸນ ຜ່ານ​ທາງ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຈຸດ​ປະ​ສົງ​ຂອງ​ການ​ສາ​ລະ​ພາບ​ຄື​ເພື່ອ​ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ປົດ​ພາ​ລະ​ຂອງ​ຕົນ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ປ່ຽນ​ແປງ ແລະ ການ​ປິ່ນ​ປົວ. ການ​ພັດ​ທະ​ນາ “ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ” ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ການ​ສາ​ລະ​ພາບ (2 ນີ​ໄຟ 2:7). ການ​ສາ​ລະ​ພາບ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ສະ​ແດງ​ໃຫ້​ເຫັນ​ວ່າ ບຸກ​ຄົນ​ປາດ​ຖະ​ໜາ​ທີ່​ຈະ​ກັບ​ໃຈ.

ເມື່ອ​ສະ​ມາ​ຊິກ​ສາ​ລະ​ພາບ, ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ເຮັດ​ຕາມ​ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ໃຫ້​ຄຳ​ປຶກ​ສາ​ໃນ 32.8. ເພິ່ນ​ຈະ​ສະ​ແຫວງ​ຫາ​ການ​ນຳ​ພາ​ດ້ວຍ​ການ​ອະ​ທິ​ຖານ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ ໃນ​ການ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ກັບ​ໃຈ. ເພິ່ນ​ຈະ​ພິ​ຈາ​ລະ​ນາ​ວ່າ ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຈະ​ເປັນ​ປະ​ໂຫຍດ​ຫລື​ບໍ່. ຖ້າ​ຫາກ​ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ​ຮຽກ​ຮ້ອງ​ໃຫ້​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຂຶ້ນ, ເພິ່ນ​ຈະ​ອະ​ທິ​ບາຍ​ເລື່ອງ​ນີ້ (ເບິ່ງ 32.6).

ບາງ​ຄັ້ງ​ສະ​ມາ​ຊິກ​ໄດ້​ເຮັດ​ຜິດ​ຕໍ່​ຄູ່​ຄອງ ຫລື ຜູ້​ໃຫຍ່​ຄົນ​ອື່ນ. ສ່ວນ​ໜຶ່ງ​ຂອງ​ການ​ກັບ​ໃຈ, ຕາມ​ປົກ​ກະ​ຕິ​ແລ້ວ ເຂົາ​ຈະ​ສາ​ລະ​ພາບ​ຕໍ່​ບຸກ​ຄົນ​ນັ້ນ ແລະ ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ. ຊາວ​ໜຸ່ມ​ທີ່​ໄດ້​ກະ​ທຳ​ບາບ​ອັນ​ຮ້າຍ​ແຮງ ຕາມ​ປົກ​ກະ​ຕິ​ແລ້ວ ຈະ​ຖືກ​ຊຸກ​ຍູ້​ໃຫ້​ປຶກ​ສາ​ກັບ​ພໍ່​ແມ່​ຂອງ​ເຂົາ.

32.4.4

ການ​ຮັກ​ສາ​ຄວາມ​ລັບ

ອະ​ທິ​ການ, ປະ​ທານ​ສະ​ເຕກ, ແລະ ທີ່​ປຶກ​ສາ​ຂອງ​ພວກ​ເພິ່ນ​ມີ​ໜ້າ​ທີ່​ສັກ​ສິດ ໃນ​ການ​ປົກ​ປ້ອງ​ຂໍ້​ມູນ​ທີ່​ເປັນ​ຄວາມ​ລັບ​ທັງ​ໝົດ ທີ່​ພວກ​ເພິ່ນ​ໄດ້​ຮັບ. ຂໍ້​ມູນ​ນີ້​ອາດ​ມາ​ຈາກ​ການ​ສຳ​ພາດ, ການ​ໃຫ້​ຄຳ​ປຶກ​ສາ, ແລະ ການ​ສາ​ລະ​ພາບ. ໜ້າ​ທີ່​ຮັກ​ສາ​ຄວາມ​ລັບ​ແບບ​ດຽວ​ກັນ​ນີ້​ຖືກ​ໃຊ້​ກັບ​ທຸກ​ຄົນ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ. ການ​ຮັກ​ສາ​ຄວາມ​ລັບ​ແມ່ນ​ຈຳ​ເປັນ ເພາະ​ສະ​ມາ​ຊິກ​ຈະ​ບໍ່​ສາ​ລະ​ພາບ​ບາບ ຫລື ສະ​ແຫວງ​ຫາ​ການ​ນຳ​ພາ​ຖ້າ​ຫາກ​ບໍ່​ຮັກ​ສາ​ຄວາມ​ລັບ​ທີ່​ເຂົາ​ເຈົ້າ​ໄດ້​ບອກ​ກ່າວ. ການ​ເປີດ​ເຜີຍ​ຄວາມ​ລັບ​ເທົ່າ​ກັບ​ທໍ​ລະ​ຍົດ​ຕໍ່​ຄວາມ​ໄວ້​ວາງ​ໃຈ​ຂອງ​ສະ​ມາ​ຊິກ ແລະ ເປັນ​ເຫດ​ໃຫ້​ເຂົາ​ເຈົ້າ​ສູນ​ເສຍ​ຄວາມ​ເຊື່ອ​ໝັ້ນ​ໃນ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ.

ໂດຍ​ອີງ​ຕາມ​ໜ້າ​ທີ່​ຮັກ​ສາ​ຄວາມ​ລັບ​ຂອງ​ພວກ​ເພິ່ນ, ອະ​ທິ​ການ, ປະ​ທານ​ສະ​ເຕກ, ຫລື ທີ່​ປຶກ​ສາ​ຂອງ​ພວກ​ເພິ່ນ​ອາດ​ແບ່ງ​ປັນ​ຂໍ້​ມູນ​ດັ່ງ​ກ່າວ​ໄດ້​ສະ​ເພາະ​ໃນ​ກໍ​ລະ​ນີ​ດັ່ງ​ຕໍ່​ໄປ​ນີ້:

  • ພວກ​ເພິ່ນ​ຈຳ​ເປັນ​ຕ້ອງ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ, ປະ​ທານ​ເຜີຍ​ແຜ່, ຫລື ອະ​ທິ​ການ​ຂອງ​ສະ​ມາ​ຊິກ​ຄົນ​ນັ້ນ​ກ່ຽວ​ກັບ​ການ​ຈັດ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ ຫລື ເລື່ອງ​ທີ່​ກ່ຽວ​ຂ້ອງ.

  • ບຸກ​ຄົນ​ຍ້າຍ​ໄປ​ຫວອດ​ໃໝ່ (ຫລື ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຖືກ​ປົດ) ຂະ​ນະ​ທີ່​ດຳ​ເນີນ​ການ​ເລື່ອງ​ສະ​ມາ​ຊິກ​ກະ​ພາບ ຫລື ມີ​ຂໍ້​ກັງ​ວົນ​ຮ້າຍ​ແຮງ​ຍັງ​ຢູ່​ໃນ​ລະ​ຫວ່າງ​ຂັ້ນ​ຕອນ​ພິ​ຈາ​ລະ​ນາ.

  • ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຮຽນ​ຮູ້​ວ່າ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຢູ່​ນອກ​ຫວອດ ຫລື ສະ​ເຕກ ອາດ​ມີ​ສ່ວນ​ຮ່ວມ​ໃນ​ບາບ​ອັນ​ຮ້າຍ​ແຮງ.

  • ເປັນ​ສິ່ງ​ຈຳ​ເປັນ​ທີ່​ຕ້ອງ​ເປີດ​ເຜີຍ​ຂໍ້​ມູນ​ລະ​ຫວ່າງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ.

  • ສະ​ມາ​ຊິກ​ເລືອກ​ອະ​ນຸ​ຍາດ​ໃຫ້​ຜູ້​ນຳ​ແບ່ງ​ປັນ​ຂໍ້​ມູນ​ກັບ​ບຸກ​ຄົນ​ໃດ​ໜຶ່ງ​ໂດຍ​ສະ​ເພາະ.

  • ອາດ​ຈຳ​ເປັນ​ຕ້ອງ​ແບ່ງ​ປັນ​ຂໍ້​ມູນ​ຈຳ​ກັດ ທີ່​ກ່ຽວ​ກັບ​ຄຳ​ຕັດ​ສິນ​ຂອງ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ.

ເພື່ອ​ຊ່ວຍ​ເຫລືອ​ຜູ້​ນຳ​ໃນ​ການ​ປົກ​ປ້ອງ​ຄົນ​ອື່ນ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ, ສາດ​ສະ​ໜາ​ຈັກ​ໄດ້​ຈັດ​ກຽມ​ຄວາມ​ຊ່ວຍ​ເຫລືອ​ຈາກ​ມື​ອາ​ຊີບ​ທີ່​ຜ່ານ​ການ​ຝຶກ​ຝົນ​ມາ​ແລ້ວ. ເພື່ອ​ຮັບ​ການ​ນຳ​ພາ​ນີ້, ຜູ້​ນຳ​ຈະ​ໂທ​ສາຍ​ດ່ວນ​ຮັບ​ເລື່ອງ​ການ​ຂົ່ມ​ເຫັງ​ເດັກ​ນ້ອຍ ຂອງ​ສາດ​ສະ​ໜາ​ຈັກ​ໂດຍ​ທັນ​ທີ ໃນ​ບ່ອນ​ທີ່​ມີ​ໃຫ້​ບໍ​ລິ​ການ (ເບິ່ງ 38.6.2.1). ໃນ​ບ່ອນ​ທີ່​ບໍ່​ມີ​ໃຫ້​ບໍ​ລິ​ການ, ປະ​ທານ​ສະ​ເຕກ​ຈະ​ຕິດ​ຕໍ່​ຫາ ທີ່​ປຶກ​ສາ​ກົດ​ໝາຍ​ລະ​ດັບ​ເຂດ ທີ່​ຫ້ອງ​ການ​ເຂດ.

ໃນ​ສະ​ຖາ​ນະ​ການ​ດຽວ​ທີ່​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ທີ່​ເປັນ​ຄວາມ​ລັບ​ໂດຍ​ທີ່​ບໍ່​ໄດ້​ສະ​ແຫວງ​ຫາ​ການ​ນຳ​ພາ​ເຊັ່ນ​ນັ້ນ​ກ່ອນ. ນັ້ນ​ຄື​ເມື່ອ​ຈຳ​ເປັນ​ຕ້ອງ​ເປີດ​ເຜີຍ​ເພື່ອ​ປ້ອງ​ກັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ ຫລື ການ​ບາດ​ເຈັບ​ຮ້າຍ​ແຮງ ແລະ ບໍ່​ມີ​ເວ​ລາ​ທີ່​ຈະ​ສະ​ແຫວງ​ຫາ​ການ​ນຳ​ພາ. ໃນ​ກໍ​ລະ​ນີ​ເຊັ່ນ​ນັ້ນ, ໜ້າ​ທີ່​ປົກ​ປ້ອງ​ຄົນ​ອື່ນ​ແມ່ນ​ສຳ​ຄັນ​ກວ່າ​ໜ້າ​ທີ່​ຮັກ​ສາ​ຄວາມ​ລັບ. ຜູ້​ນຳ​ຄວນ​ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ​ໂດຍ​ທັນ​ທີ.

32.6

ຄວາມ​ຮຸນ​ແຮງ​ຂອງ​ບາບ ແລະ ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ

ຄວາມ​ຮຸນ​ແຮງ​ຂອງ​ບາບ​ເປັນ​ຂໍ້​ພິ​ຈາ​ລະ​ນາ​ທີ່​ສຳ​ຄັນ​ໃນ​ການ​ກຳ​ນົດ​ສະ​ພາບ​ແວດ​ລ້ອມ ທີ່​ຈະ (1) ຊ່ວຍ​ປົກ​ປ້ອງ​ຄົນ​ອື່ນ ແລະ (2) ຊ່ວຍ​ໃຫ້​ບຸກ​ຄົນ​ກັບ​ໃຈ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະ​ອົງ “ບໍ່​ສາ​ມາດ​ເບິ່ງ​ບາບ​ດ້ວຍ​ລະ​ດັບ​ການ​ຍິນ​ຍອມ​ແມ່ນ​ແຕ່​ໜ້ອຍ​ທີ່​ສຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:31; ເບິ່ງ ໂມ​ໄຊ​ຢາ 26:29 ນຳ​ອີກ). ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ບໍ່​ຄວນ​ເມີນ​ເສີຍ​ຈາກ​ຫລັກ​ຖານ​ຂອງ​ບາບ​ອັນ​ຮ້າຍ​ແຮງ.

ບາບ​ອັນ​ຮ້າຍ​ແຮງ​ເປັນ​ການ​ເຮັດ​ຄວາມ​ຜິດ​ໂດຍ​ເຈດ​ຕະ​ນາ ແລະ ຮ້າຍ​ແຮງ​ຕໍ່​ກົດ​ຂອງ​ພຣະ​ເຈົ້າ. ປະ​ເພດ​ຂອງ​ການ​ບາບ​ອັນ​ຮ້າຍ​ແຮງ​ມີ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ.

  • ການ​ປະ​ພຶດ ແລະ ການ​ຂົ່ມ​ເຫັງ​ແບບ​ຮຸນ​ແຮງ

  • ການ​ຜິດ​ສິນ​ທຳ​ທາງ​ເພດ

  • ການ​ກະ​ທຳ​ທີ່​ສໍ້​ໂກງ

  • ການ​ລະ​ເມີດ​ຄວາມ​ໄວ້​ວາງ​ໃຈ

  • ການ​ກະ​ທຳ​ອື່ນໆ

ກໍ​ລະ​ນີ​ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ ຫລື ອາດ​ຈຳ​ເປັນ

ປະ​ເພດ​ຂອງ​ບາບ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ

ປະ​ເພດ​ຂອງ​ບາບ

ການ​ປະ​ພຶດ ແລະ ການ​ຂົ່ມ​ເຫັງ​ແບບ​ຮຸນ​ແຮງ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ

  • ການ​ຄາດ​ຕະ​ກຳ

  • ການ​ຂົ່ມ​ຂືນ

  • ຄວາມ​ຜິດ​ຖານ​ການ​ຈູ່​ໂຈມ​ທາງ​ເພດ

  • ການ​ຂົ່ມ​ເຫັງ​ເດັກ ຫລື ຊາວ​ໜຸ່ມ

  • ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ​ຮຸນ​ແຮງ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ

  • ການ​ພະ​ຍາ​ຍາມ​ທຳ​ການ​ຄາດ​ຕະ​ກຳ

  • ການ​ລ່ວງ​ລະ​ເມີດ​ທາງເ​ພດ, ລວມ​ທັງ​ການ​ຈູ່​ໂຈມ ແລະ ການ​ຂູ່​ເຂັນ (ເບິ່ງ 38.6.18 ສຳ​ລັບ​ກໍ​ລະ​ນີ​ທີ່​ສະ​ພາ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ)

  • ການ​ຂົ່ມ​ເຫັງ​ຄູ່​ຄອງ ຫລື ຜູ້​ໃຫຍ່​ຄົນ​ອື່ນ (ເບິ່ງ 38.6.2.4 ສຳ​ລັບ​ກໍ​ລະ​ນີ​ທີ່​ສະ​ພາ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ)

ປະ​ເພດ​ຂອງ​ບາບ

ການ​ຜິດ​ສິນ​ທຳ​ທາງ​ເພດ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ

  • ການ​ຮ່ວມ​ເພດ​ກັບ​ສາຍ​ເລືອດ​ດຽວ​ກັນ

  • ຮູບ​ພາບ​ລາ​ມົກ​ເດັກ

  • ການ​ແຕ່ງ​ເມຍ​ຫລາຍ​ຄົນ

  • ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ​ທາງ​ເພດ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ

  • ການ​ຫລິ້ນ​ຊູ້, ການ​ລ່ວງ​ປະ​ເວ​ນີ, ຄວາມ​ສຳ​ພັນ​ລະ​ຫວ່າງ​ເພດ​ດຽວ​ກັນ, ແລະ ຄວາມ​ສຳ​ພັນ​ທາງ​ເພດ​ອື່ນໆ​ທັງ​ໝົດ ນອກ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ, ລວມ​ທັງ​ການ​ຜະ​ເຊີນ​ໜ້າ​ທາງ​ເພດ​ທາງ​ອອນ​ລາຍ ຫລື ທາງ​ໂທ​ລະ​ສັບ

  • ການ​ຢູ່​ກິນ​ດ້ວຍ​ກັນ, ການ​ໃຊ້​ຊີ​ວິດ​ດ້ວຍ​ກັນ ແລະ ເປັນ​ຫຸ້ນ​ສ່ວນ, ແລະ ການ​ແຕ່ງ​ງານ​ກັບ​ເພດ​ດຽວ​ກັນ

  • ການ​ໃຊ້​ຮູບ​ພາບ​ລາ​ມົກ​ຢ່າງ​ໝົກ​ໝຸ້ນ ຫລື ຂາດ​ຄວາມ​ຢັບ​ຢັ້ງ ທີ່​ເປັນ​ເຫດ​ໃຫ້​ເກີດ​ໄພ​ໃຫຍ່​ຫລວງ​ຕໍ່​ຊີ​ວິດ​ການ​ແຕ່ງ​ງານ ຫລື ຄອບ​ຄົວ​ຂອງ​ສະ​ມາ​ຊິກ

ປະ​ເພດ​ຂອງ​ບາບ

ການ​ກະ​ທຳ​ທີ່​ສໍ້​ໂກງ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ

  • ພຶດ​ຕິ​ກຳ​ການ​ລ່າ​ເຫຍື່ອ​ທາງ​ການ​ເງິນ, ດັ່ງ​ເຊັ່ນ ການ​ສໍ້​ໂກງ ແລະ ກິດ​ຈະ​ກຳ​ທີ່​ຄ້າຍ​ຄື​ກັນ​ນັ້ນ (ເບິ່ງ 32.6.3.3 ຖ້າ​ຫາກ​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃນ​ການ​ຍັກ​ຍອກ​ເງິນ​ທຶນ ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ)

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ

  • ການ​ປຸ້ນ, ການ​ຂະ​ໂມຍ, ການ​ລັກ, ຫລື ການ​ຍັກ​ຍອກ (ເບິ່ງ 32.6.3.3 ຖ້າ​ຫາກ​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃນ​ການ​ຍັກ​ຍອກ​ເງິນ​ທຶນ ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ)

  • ການ​ຕົວະ​ສານ

ປະ​ເພດ​ຂອງ​ບາບ

ການ​ລະ​ເມີດ​ຄວາມ​ໄວ້​ວາງ​ໃຈ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ

  • ບາບ​ອັນ​ຮ້າຍ​ແຮງ​ຂະ​ນະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ສາດ​ສະ​ໜາ​ຈັກ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ

  • ບາບ​ອັນ​ຮ້າຍ​ແຮງ​ຂະ​ນະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ມີ​ສິດ​ອຳ​ນາດ ຫລື ໄວ້​ວາງ​ໃຈ ໃນ​ສາດ​ສະ​ໜາ​ຈັກ ຫລື ໃນ​ຊຸມ​ຊົນ (ເບິ່ງ 32.6.3.3 ຖ້າ​ຫາກ​ສະ​ມາ​ຊິກ​ມີ​ສ່ວນ​ຮ່ວມ​ໃນ​ການ​ຍັກ​ຍອກ​ເງິນ​ທຶນ ຫລື ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ)

  • ບາບ​ອັນ​ຮ້າຍ​ແຮງ​ທີ່​ຜູ້​ຄົນ​ຮູ້​ຈັກ​ໄປ​ທົ່ວ

ປະ​ເພດ​ຂອງ​ບາບ

ການ​ກະ​ທຳ​ອື່ນໆ

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ຖືກ​ຮຽກ​ຮ້ອງ​ໃຫ້​ຈັດ​ຂຶ້ນ

  • ການ​ເຮັດ​ຜິດ​ໂທດ​ອາ​ຊະ​ຍາ​ກຳ​ສ່ວນ​ໃຫຍ່

ສະ​ພາ​ສະ​ມາ​ຊິກ​ກະ​ພາບ​ອາດ​ຈຳ​ເປັນ

  • ການ​ແທ້ງ​ລູກ (ເວັ້ນ​ເສຍ​ແຕ່​ຖືກ​ຍົກ​ເວັ້ນ​ໃນ 38.6.1)

  • ຮູບ​ແບບ​ຂອງ​ບາບ​ອັນ​ຮ້າຍ​ແຮງ

  • ຈົງ​ໃຈ​ປະ​ຖິ້ມ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ຄອບ​ຄົວ, ລວມ​ທັງ​ການ​ບໍ່​ຈ່າຍ​ຄ່າ​ລ້ຽງ​ລູກ ແລະ ຄ່າ​ລ້ຽງ​ຄູ່​ຢ່າ​ຮ້າງ

  • ຂາຍ​ຢາ​ທີ່​ຜິດ​ກົດ​ໝາຍ

  • ກະ​ທຳ​ຜິດ​ທາງ​ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ​ອື່ນໆ

32.6.3

ກໍ​ລະ​ນີ​ທີ່​ປະ​ທານ​ສະ​ເຕກ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ​ວ່າ ສະ​ພາ​ສະ​ມາ​ຊິກ​ກະ​ພາບ ຫລື ການ​ດຳ​ເນີນ​ການ​ຢ່າງ​ອື່ນ ຈຳ​ເປັນ​ຫລື​ບໍ່

ບາງ​ເລື່ອງ​ຮຽກ​ຮ້ອງ​ຄວາມ​ລະ​ອຽດ​ອ່ອນ ແລະ ການ​ນຳ​ພາ. ເພື່ອ​ຈະ​ຮູ້​ວິ​ທີ​ການ​ຊ່ວຍ​ເຫລືອ​ທີ່​ດີ​ທີ່​ສຸດ, ປະ​ທານ​ສະ​ເຕກ​ຕ້ອງ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ​ພາກ​ນີ້.

32.6.3.2

ການ​ປະ​ຖິ້ມ​ຄວາມ​ເຊື່ອ

ບັນ​ຫາ​ເລື່ອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ ສ່ວນ​ຫລາຍ​ຈະ​ມີ​ຜົນ​ກະ​ທົບ​ອອກ​ນອກ​ເຂດ​ຂອງ​ຫວອດ ຫລື ສະ​ເຕກ. ມັນ​ຕ້ອງ​ຖືກ​ແກ້​ໄຂ​ໂດຍ​ທັນ​ທີ​ເພື່ອ​ປົກ​ປ້ອງ​ຄົນ​ອື່ນ.

ອະ​ທິ​ການ​ຈະ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ ຖ້າ​ຫາກ​ເພິ່ນ​ຮູ້​ສຶກ​ວ່າ ການ​ກະ​ທຳ​ຂອງ​ສະ​ມາ​ຊິກ​ອາດ​ກໍ່​ໃຫ້​ເກີດ​ການ​ປະ​ຖິ້ມ​ຄວາມ​ເຊື່ອ.

ຕາມ​ທີ່​ໃຊ້​ໃນ​ນີ້, ການ​ປະ​ຖິ້ມ​ຄວາມ​ເຊື່ອ ໝາຍ​ເຖິງ​ສະ​ມາ​ຊິກ​ກຳ​ລັງ​ມີ​ສ່ວນ​ຮ່ວມ​ໃນ​ການ​ກະ​ທຳ​ຢ່າງ​ໃດ​ຢ່າງ​ໜຶ່ງ ດັ່ງ​ຕໍ່​ໄປ​ນີ້:

  • ການ​ກະ​ທຳ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໃນ​ສາ​ທາ​ລະ​ນະ​ຕໍ່​ຕ້ານ​ສາດ​ສະ​ໜາ​ຈັກ, ຄຳ​ສອນ, ນະ​ໂຍ​ບາຍ, ຫລື ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງ​ແຈ້ງ​ຊັດ ແລະ ໂດຍ​ເຈດ​ຕະ​ນາ

  • ຍັງ​ຄົງ​ສິດ​ສອນ​ວ່າ​ເປັນ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ສິ່ງ​ທີ່​ບໍ່​ໄດ້​ເປັນ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ ຫລັງ​ຈາກ​ໄດ້​ຖືກ​ຕັກ​ເຕືອນ​ໂດຍ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ແລ້ວ

  • ສະ​ແດງ​ຮູບ​ແບບ​ການ​ທຳ​ງານ​ດ້ວຍ​ເຈດ​ຕະ​ນາ ເພື່ອ​ເຮັດ​ໃຫ້​ສັດ​ທາ ແລະ ກິດ​ຈະ​ກຳ​ຂອງ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ອ່ອນ​ແອ​ລົງ

  • ສືບ​ຕໍ່​ເຮັດ​ຕາມ​ຄຳ​ສອນ​ຂອງ​ກຸ່ມ​ທີ່​ປະ​ຖິ້ມ​ຄວາມ​ເຊື່ອ ຫລັງ​ຈາກ​ໄດ້​ຖືກ​ຕັກ​ເຕືອນ​ໂດຍ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ​ແລ້ວ

  • ເຂົ້າ​ຮ່ວມ​ນິ​ກາຍ​ອື່ນ​ຢ່າງ​ເປັນ​ທາງ​ການ ແລະ ສົ່ງ​ເສີມ​ຄຳ​ສອນ​ຂອງ​ພວກ​ເຂົາ

32.6.3.3

ການ​ຍັກ​ຍອກ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ

ຖ້າ​ຫາກ​ສະ​ມາ​ຊິກ​ຍັກ​ຍອກ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ ຫລື ລັກ​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຄ່າ, ປະ​ທານ​ສະ​ເຕກ​ຈະ​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ເຂດ​ກ່ຽວ​ກັບ​ວ່າ ສະ​ພາ​ສະ​ມາ​ຊິກ​ກະ​ພາບ ຫລື ການ​ດຳ​ເນີນ​ການ​ອື່ນ ຈຳ​ເປັນ​ຫລື​ບໍ່.