ຄູ່​ມື ແລະ ການ​ເອີ້ນ
18. ການ​ປະ​ຕິ​ບັດ​ພິ​ທີ​ການ ແລະ ການ​ໃຫ້​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ


“18. ການ​ປະ​ຕິ​ບັດ​ພິ​ທີ​ການ ແລະ ການ​ໃຫ້​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“18. ການ​ປະ​ຕິ​ບັດ​ພິ​ທີ​ການ ແລະ ການ​ໃຫ້​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຍ່າງ​ຢູ່​ໃກ້​ພຣະ​ວິ​ຫານ

18.

ການ​ປະ​ຕິ​ບັດ​ພິ​ທີ​ການ ແລະ ການ​ໃຫ້​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ

18.0

ຄຳ​ນຳ

ພິ​ທີ​ການ ແລະ ການ​ໃຫ້​ພອນ​ເປັນ​ການ​ກະ​ທຳ​ທີ່​ສັກ​ສິດ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພິ​ທີ​ການ ແລະ ການ​ໃຫ້​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຊ່ວຍ​ໃຫ້​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:20).

ພິ​ທີ​ການ ແລະ ການ​ໃຫ້​ພອນ​ເປັນ​ການ​ປະ​ຕິ​ບັດ​ດ້ວຍ​ສັດ​ທາ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ແລະ ອີງ​ຕາມ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຜູ້​ນຳ​ຕ້ອງ​ແນ່​ໃຈ​ວ່າ ເຂົາ​ເຈົ້າ​ປະ​ຕິ​ບັດ​ດ້ວຍ​ການ​ອະ​ນຸ​ມັດ​ທີ່​ຖືກ​ຕ້ອງ (ໃນ​ກໍ​ລະ​ນີ​ທີ່​ຈຳ​ເປັນ), ດ້ວຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຮຽກ​ຮ້ອງ, ໃນ​ທາງ​ທີ່​ເໝາະ​ສົມ, ແລະ ໂດຍ​ຜູ້​ເຂົ້າ​ຮ່ວມ​ທີ່​ມີ​ຄ່າ​ຄວນ (ເບິ່ງ 18.3).

18.1

ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

ຖາ​ນະ​ປະ​ໂລ​ຫິດ​ລວມ​ດ້ວຍ​ສິດ​ອຳ​ນາດ​ໃຫ້​ປະ​ຕິ​ບັດ​ພິ​ທີ​ການ​ພຣະ​ກິດ​ຕິ​ຄຸນ ທີ່​ຈຳ​ເປັນ​ຕໍ່​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. ຜູ້​ຄົນ​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ​ກັບ​ພຣະ​ເຈົ້າ ຂະ​ນະ​ທີ່​ເຂົາ​ເຈົ້າ​ຮັບ​ເອົາ​ພິ​ທີ​ການ​ເຫລົ່າ​ນີ້. ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ມີ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ:

  • ບັບ​ຕິ​ສະ​ມາ

  • ການ​ຢືນ​ຢັນ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

  • ການ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ (ສຳ​ລັບ​ຜູ້​ຊາຍ)

  • ການ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ພຣະ​ວິ​ຫານ

  • ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ

ຖ້າ​ຫາກ​ເດັກ​ນ້ອຍ​ທີ່​ໄດ້​ເກີດ​ໃນ​ພັນ​ທະ​ສັນ​ຍາ​ເສຍ​ຊີ​ວິດ​ກ່ອນ​ອາ​ຍຸ 8 ປີ, ພິ​ທີ​ການ​ແມ່ນ​ບໍ່​ຈຳ​ເປັນ ຫລື ຕ້ອງ​ປະ​ຕິ​ບັດ. ຖ້າ​ຫາກ​ເດັກ​ນ້ອຍ​ບໍ່​ໄດ້​ເກີດ​ໃນ​ພັນ​ທະ​ສັນ​ຍາ, ພິ​ທີ​ການ​ດຽວ​ທີ່​ເຂົາ​ຕ້ອງ​ການ​ຄື ການ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່. ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເດັກ​ນ້ອຍ​ທຸກ​ຄົນ​ຜູ້​ທີ່​ເສຍ​ຊີ​ວິດ​ກ່ອນ​ອາ​ຍຸ 8 ປີ​ຈະ “ລອດ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ແຫ່ງ​ສະ​ຫວັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:10; ເບິ່ງ ໂມ​ໂຣ​ໄນ 8:8–12 ນຳ​ອີກ).

18.3

ການ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ ຫລື ການ​ໃຫ້​ພອນ

ຜູ້​ປະ​ຕິ​ບັດ ຫລື ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ ຫລື ການ​ໃຫ້​ພອນ​ຕ້ອງ​ມີ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ ແລະ ມີ​ຄ່າ​ຄວນ. ໂດຍ​ທົ່ວ​ໄປ​ແລ້ວ, ມາດ​ຕະ​ຖານ​ຄວາມ​ມີ​ຄ່າ​ຄວນ​ກ່ຽວ​ຂ້ອງ​ກັບ​ການ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ໄດ້​ຮັບ​ການ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ ແລະ ຕາມ​ຄຳ​ແນະ​ນຳ​ໃນ​ບົດ​ນີ້, ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ອາດ​ອະ​ນຸ​ຍາດ​ໃຫ້​ພໍ່ ຫລື ສາ​ມີ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຈຳ​ເປັນ ປະ​ຕິ​ບັດ ຫລື ມີ​ສ່ວນ​ຮ່ວມ​ໃນ​ບາງ​ພິ​ທີ​ການ ແລະ ການ​ໃຫ້​ພອນ ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິ​ຫານ​ຢ່າງ​ເຕັມ​ທີ່​ກໍ​ຕາມ. ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຍັງ​ບໍ່​ໄດ້​ແກ້​ໄຂ​ບາບ​ອັນ​ຮ້າຍ​ແຮງ​ເທື່ອ ບໍ່​ຄວນ​ມີ​ສ່ວນ​ຮ່ວມ​ນຳ.

ການ​ປະ​ຕິ​ບັດ ຫລື ການ​ຮັບ​ພິ​ທີ​ການ ແລະ ການ​ໃຫ້​ພອນ​ບາງ​ຢ່າງ ຮຽກ​ຮ້ອງ​ການ​ອະ​ນຸ​ມັດ​ຈາກ​ຜູ້​ນຳ​ຄວບ​ຄຸມ​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຈຳ​ເປັນ (ເບິ່ງ 3.4.1). ເມື່ອ​ຈຳ​ເປັນ, ອາດ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ທີ່​ປຶກ​ສາ​ທີ່​ເພິ່ນ​ອະ​ນຸ​ຍາດ. ໃຫ້​ເບິ່ງ​ຕາ​ຕະ​ລາງ​ດັ່ງ​ຕໍ່​ໄປ​ນີ້. ການ​ອ້າງ​ເຖິງ​ປະ​ທານ​ສະ​ເຕກ​ກໍ​ໝາຍ​ເຖິງ​ປະ​ທານ​ເຜີຍ​ແຜ່​ຄື​ກັນ. ການ​ອ້າງ​ເຖິງ​ອະ​ທິ​ການ​ກໍ​ໝາຍ​ເຖິງ​ປະ​ທານ​ສາ​ຂາ​ຄື​ກັນ.

ຜູ້​ນຳ​ຄົນ​ໃດ​ດຳ​ລົງ​ຂໍ​ກະ​ແຈ​ເພື່ອ​ອະ​ນຸ​ມັດ​ໃຫ້​ປະ​ຕິ​ບັດ ຫລື ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ?

ພິ​ທີ​ການ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ພິ​ທີ​ການ

ບັບ​ຕິ​ສະ​ມາ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ອະ​ທິ​ການ (ສຳ​ລັບ​ເດັກ​ນ້ອຍ​ອາ​ຍຸ 8 ປີ ແລະ ສຳ​ລັບ​ສະ​ມາ​ຊິກ​ໃນ​ບັນ​ທຶກ​ອາ​ຍຸ 9 ປີ​ຂຶ້ນ​ໄປ​ທີ່​ບັບ​ຕິ​ສະ​ມາ​ຊັກ​ຊ້າ​ເນື່ອງ​ຈາກ​ຄວາມ​ພິ​ການ​ທາງ​ສະ​ຕິ​ປັນ​ຍາ)

ປະ​ທານ​ເຜີຍ​ແຜ່ (ສຳ​ລັບ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ)

ພິ​ທີ​ການ

ການ​ຢືນ​ຢັນ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ອະ​ທິ​ການ (ສຳ​ລັບ​ເດັກ​ນ້ອຍ​ອາ​ຍຸ 8 ປີ ແລະ ສຳ​ລັບ​ສະ​ມາ​ຊິກ​ໃນ​ບັນ​ທຶກ​ອາ​ຍຸ 9 ປີ​ຂຶ້ນ​ໄປ​ທີ່​ບັບ​ຕິ​ສະ​ມາ​ຊັກ​ຊ້າ​ເນື່ອງ​ຈາກ​ຄວາມ​ພິ​ການ​ທາງ​ສະ​ຕິ​ປັນ​ຍາ)

ປະ​ທານ​ເຜີຍ​ແຜ່ (ສຳ​ລັບ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ)

ພິ​ທີ​ການ

ການ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ (ສຳ​ລັບ​ຜູ້​ຊາຍ)

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ປະ​ທານ​ສະ​ເຕກ

ພິ​ທີ​ການ

ການ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ພຣະ​ວິ​ຫານ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ

ພິ​ທີ​ການ

ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ

ຜູ້​ນຳ​ຄົນ​ໃດ​ດຳ​ລົງ​ຂໍ​ກະ​ແຈ​ເພື່ອ​ອະ​ນຸ​ມັດ​ໃຫ້​ປະ​ຕິ​ບັດ ຫລື ຮັບ​ພິ​ທີ​ການ ແລະ ການ​ໃຫ້​ພອນ​ອື່ນໆ?

ພິ​ທີ​ການ ຫລື ການ​ໃຫ້​ພອນ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ພິ​ທີ​ການ ຫລື ການ​ໃຫ້​ພອນ

ການ​ຕັ້ງ​ຊື່ ແລະ ການ​ໃຫ້​ພອນ​ແກ່​ເດັກ​ນ້ອຍ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ອະ​ທິ​ການ

ພິ​ທີ​ການ ຫລື ການ​ໃຫ້​ພອນ

ສິນ​ລະ​ລຶກ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ອະ​ທິ​ການ

ພິ​ທີ​ການ ຫລື ການ​ໃຫ້​ພອນ

ການ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ (ສຳ​ລັບ​ຊາຍ​ໜຸ່ມ ແລະ ຜູ້​ຊາຍ​ທີ່​ເປັນ​ຜູ້​ໃຫຍ່)

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ອະ​ທິ​ການ

ພິ​ທີ​ການ ຫລື ການ​ໃຫ້​ພອນ

ການ​ແຕ່ງ​ຕັ້ງ​ສະ​ມາ​ຊິກ​ໃຫ້​ຮັບ​ໃຊ້​ໃນ​ການ​ເອີ້ນ​ເປັນ​ທາງ​ການ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ເບິ່ງ 30.8

ພິ​ທີ​ການ ຫລື ການ​ໃຫ້​ພອນ

ການ​ອຸ​ທິດ​ນ້ຳ​ມັນ​ໃຫ້​ສັກ​ສິດ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ບໍ່​ຈຳ​ເປັນ​ຕ້ອງ​ອະ​ນຸ​ມັດ

ພິ​ທີ​ການ ຫລື ການ​ໃຫ້​ພອນ

ການ​ປະ​ຕິ​ບັດ​ຕໍ່​ຄົນ​ເຈັບ​ປ່ວຍ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ບໍ່​ຈຳ​ເປັນ​ຕ້ອງ​ອະ​ນຸ​ມັດ

ພິ​ທີ​ການ ຫລື ການ​ໃຫ້​ພອນ

ພອນ​ແຫ່ງ​ການ​ປອບ​ໂຍນ ແລະ ຄຳ​ແນະ​ນຳ, ລວມ​ທັງ​ພອນ​ຂອງ​ພໍ່

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ບໍ່​ຈຳ​ເປັນ​ຕ້ອງ​ອະ​ນຸ​ມັດ

ພິ​ທີ​ການ ຫລື ການ​ໃຫ້​ພອນ

ການ​ອຸ​ທິດ​ບ້ານ​ເຮືອນ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ບໍ່​ຈຳ​ເປັນ​ຕ້ອງ​ອະ​ນຸ​ມັດ

ພິ​ທີ​ການ ຫລື ການ​ໃຫ້​ພອນ

ການ​ອຸ​ທິດ​ຫລຸມ​ຝັງ​ສົບ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຄວບ​ຄຸມ​ພິ​ທີ

ພິ​ທີ​ການ ຫລື ການ​ໃຫ້​ພອນ

ປິ​ຕຸ​ພອນ

ຜູ້​ດຳ​ລົງ​ຂໍ​ກະ​ແຈ

ອະ​ທິ​ການ

18.4

ພິ​ທີ​ການ​ສຳ​ລັບ​ເດັກ​ນ້ອຍ​ທີ່​ຍັງ​ບໍ່​ບັນ​ລຸ​ວຸດ​ທິ​ພາ​ວະ

ເດັກ​ທີ່​ຍັງ​ບໍ່​ບັນ​ລຸ​ວຸດ​ທິ​ພາ​ວະ​ອາດ​ໄດ້​ຮັບ​ພອນ, ບັບ​ຕິ​ສະ​ມາ, ຢືນ​ຢັນ, ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ, ຫລື ແຕ່ງ​ຕັ້ງ​ເປັນ​ທາງ​ການ​ສູ່​ການ​ເອີ້ນ​ພຽງ​ແຕ່​ເມື່ອ​ໄດ້​ຮັບ​ການ​ຍິນ​ຍອມ​ຈາກ (1) ພໍ່​ແມ່​ຜູ້​ທີ່​ມີ​ສິດ​ຕາມ​ກົດ​ໝາຍ ທີ່​ຈະ​ມີ​ສ່ວນ​ໃນ​ການ​ຕັດ​ສິນ​ໃຈ ຫລື (2) ຜູ້​ປົກ​ຄອງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

18.6

ການ​ຕັ້ງ​ຊື່ ແລະ ການ​ໃຫ້​ພອນ​ແກ່​ເດັກ​ນ້ອຍ

ຕາມ​ປົກ​ກະ​ຕິ​ແລ້ວ ເດັກ​ນ້ອຍ​ໄດ້​ຮັບ​ການ​ຕັ້ງ​ຊື່ ແລະ ໃຫ້​ພອນ​ລະ​ຫວ່າງ​ກອງ​ປະ​ຊຸມ​ຖື​ສິນ​ອົດ​ເຂົ້າ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ ໃນ​ຫວອດ​ບ່ອນ​ທີ່​ພໍ່​ແມ່​ຂອງ​ເຂົາ​ອາ​ໄສ​ຢູ່.

18.6.1

ຜູ້​ໃຫ້​ພອນ

ພິ​ທີ​ການ​ຕັ້ງ​ຊື່ ແລະ ການ​ໃຫ້​ພອນ​ເດັກ​ຖືກ​ປະ​ຕິ​ບັດ​ໂດຍ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ໃນ​ຄວາມ​ສອດ​ຄ່ອງ​ກັບ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:70.

ບຸກ​ຄົນ ຫລື ຄອບ​ຄົວ​ທີ່​ປາດ​ຖະ​ໜາ​ໃຫ້​ເດັກ​ໄດ້​ຮັບ​ຊື່ ແລະ ພອນ ຈະ​ປະ​ສານ​ງານ​ກັບ​ອະ​ທິ​ການ​ເລື່ອງ​ພິ​ທີ​ການ. ເພິ່ນ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ການ​ຕັ້ງ​ຊື່ ແລະ ການ​ໃຫ້​ພອນ​ແກ່​ເດັກ​ນ້ອຍ​ໃນ​ຫວອດ.

ອະ​ທິ​ການ​ອາດ​ອະ​ນຸ​ຍາດ​ໃຫ້​ພໍ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ເພື່ອ​ຕັ້ງ​ຊື່ ແລະ ໃຫ້​ພອນ​ແກ່​ລູກ​ຂອງ​ລາວ ເຖິງ​ແມ່ນ​ວ່າ​ພໍ່​ບໍ່​ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິ​ຫານ​ຢ່າງ​ເຕັມ​ທີ່​ກໍ​ຕາມ (ເບິ່ງ 18.3). ອະ​ທິ​ການ​ຊຸກ​ຍູ້​ພໍ່​ໃຫ້​ກຽມ​ພ້ອມ​ຕົວ​ເອງ​ເພື່ອ​ໃຫ້​ພອນ​ແກ່​ລູກ​ຂອງ​ຕົນ.

18.6.2

ຄຳ​ແນະ​ນຳ

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ອະ​ທິ​ການ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ເຕົ້າ​ໂຮມ​ໃນ​ວົງ​ກົມ​ເພື່ອ​ຕັ້ງ​ຊື່ ແລະ ໃຫ້​ພອນ​ແກ່​ເດັກ. ເຂົາ​ເຈົ້າ​ວາງ​ມື​ໃສ່​ເທິງ​ແອ​ນ້ອຍ, ຫລື ເຂົາ​ເຈົ້າ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ເດັກ​ຢ່າງ​ເບົາໆ. ແລ້ວ​ຄົນ​ໜຶ່ງ​ທຳ​ໜ້າ​ທີ່​ກ່າວ​ອອກ​ສຽງ:

  1. ເອີ່ຍ​ພຣະ​ນາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ຄຳ​ອະ​ທິ​ຖານ.

  2. ກ່າວ​ວ່າ​ການ​ໃຫ້​ພອນ​ຖືກ​ກະ​ທຳ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

  3. ມອບ​ຊື່​ໃຫ້​ເດັກ.

  4. ເອີ່ຍ​ຊື່​ເດັກ.

  5. ໃຫ້​ພອນ​ເດັກ​ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ນຳ.

  6. ປິດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

18.6.3

ຟອມ​ບັນ​ທຶກ​ເດັກ ແລະ ໃບ​ຢັ້ງ​ຢືນ​ການ​ໃຫ້​ພອນ

ກ່ອນ​ໃຫ້​ພອນ​ເດັກ, ສະ​ໝຽນ​ໃຊ້ ແຫລ່ງ​ຊ່ວຍ​ຜູ້​ນຳ ແລະ ສະ​ໝຽນ (LCR) ເພື່ອ​ກຽມ ຟອມ​ບັນ​ທຶກ​ເດັກ. ຫລັງ​ຈາກ​ການ​ໃຫ້​ພອນ, ລາວ​ສ້າງ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ໃນ​ລະ​ບົບ​ນັ້ນ ແລະ ກຽມ ໃບ​ຢັ້ງ​ຢືນ​ການ​ໃຫ້​ພອນ. ໃບ​ຢັ້ງ​ຢືນ​ຖືກ​ເຊັນ​ໂດຍ​ອະ​ທິ​ການ ແລະ ມອບ​ໃຫ້​ພໍ່​ແມ່​ຂອງ​ເດັກ ຫລື ຜູ້​ປົກ​ຄອງ.

ຊື່​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ ແລະ ໃບ​ຢັ້ງ​ຢືນ​ຄວນ​ກົງ​ກັບ​ໃບ​ຢັ້ງ​ຢືນ​ການ​ເກີດ, ທະ​ບຽນ​ການ​ເກີດ​ພົນ​ລະ​ເມືອງ, ຫລື ຊື່​ຕາມ​ກົດ​ໝາຍ​ໃນ​ປະ​ຈຸ​ບັນ.

18.7

ບັບ​ຕິ​ສະ​ມາ

ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ໂດຍ​ຜູ້​ມີ​ສິດ​ອຳ​ນາດ​ແມ່ນ​ຈຳ​ເປັນ​ຕໍ່​ຜູ້​ທີ່​ຈະ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທຸກ​ຄົນ​ທີ່​ສະ​ແຫວງ​ຫາ​ຄວາມ​ສູງ​ສົ່ງ​ຕ້ອງ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ຮັບ​ເອົາ​ພິ​ທີ​ການ​ເຫລົ່າ​ນີ້.

18.7.1

ການ​ອະ​ນຸ​ມັດ​ໃຫ້​ບຸກ​ຄົນ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ

18.7.1.1

ເດັກ​ນ້ອຍ​ທີ່​ເປັນ​ສະ​ມາ​ຊິກ​ໃນ​ບັນ​ທຶກ

ອະ​ທິ​ການ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ການ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ສະ​ມາ​ຊິກ​ໃນ​ບັນ​ທຶກ​ອາ​ຍຸ 8 ປີ ຢູ່​ໃນ​ຫວອດ. ເດັກ​ນ້ອຍ​ເຫລົ່າ​ນີ້​ຄວນ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໃນ​ວັນ​ເກີດ​ຄົບ 8 ປີ​ຂອງ​ເຂົາ ຫລື ໃຫ້​ໄວ​ທີ່​ສຸດ​ທີ່​ເຫັນ​ສົມ​ຄວນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:27). ເດັກ​ນ້ອຍ​ເຫລົ່າ​ນີ້​ມີ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຮຽບ​ຮ້ອຍ​ແລ້ວ (ເບິ່ງ 33.6.2). ເມື່ອ​ເຂົາ​ອາ​ຍຸ​ເຖິງ 8 ປີ, ອະ​ທິ​ການ​ຕ້ອງ​ແນ່​ໃຈ​ວ່າ ເຂົາ​ມີ​ໂອ​ກາດ​ທຸກ​ຢ່າງ​ທີ່​ຈະ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ແລະ ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ​ຈະ​ສຳ​ພາດ​ເດັກ​ນ້ອຍ​ໃນ​ບັນ​ທຶກ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ຄຳ​ແນະ​ນຳ​ມີ​ຢູ່​ໃນ 31.2.3.1.

ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ປະ​ກອບ​ບັນ​ທຶກ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ໃຫ້​ເບິ່ງ 18.8.3.

18.7.1.2

ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ

ປະ​ທານ​ເຜີຍ​ແຜ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ໃຫ້​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ ໃນ​ເຂດ​ເຜີຍ​ແຜ່. ເພາະ​ເຫດ​ຜົນ​ນີ້, ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ຈຶ່ງ​ເປັນ​ຜູ້​ສຳ​ພາດ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.

18.7.2

ພິ​ທີ​ການ​ບັບ​ຕິ​ສະ​ມາ

ພິ​ທີ​ການ​ບັບ​ຕິ​ສະ​ມາ​ຄວນ​ລຽບ​ງ່າຍ, ສັ້ນ, ແລະ ຍົກ​ລະ​ດັບ​ທາງ​ວິນ​ຍານ. ມັນ​ອາດ​ລວມ​ທັງ​ດັ່ງ​ຕໍ່​ໄປ​ນີ້:

  1. ດົນ​ຕີ​ກ່ອນ​ພິ​ທີ

  2. ການ​ກ່າວ​ຕ້ອນ​ຮັບ​ສັ້ນໆ​ຈາກ​ອ້າຍ​ນ້ອງ​ຄົນ​ໜຶ່ງ​ທີ່​ດຳ​ເນີນ​ພິ​ທີ

  3. ເພງ​ສວດ​ເປີດ ແລະ ອະ​ທິ​ຖານ

  4. ຂ່າວ​ສານ​ສັ້ນໆ ໜຶ່ງ ຫລື ສອງ​ເລື່ອງ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ, ດັ່ງ​ເຊັ່ນ ການ​ບັບ​ຕິ​ສະ​ມາ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

  5. ເພງ​ພິ​ເສດ

  6. ບັບ​ຕິ​ສະ​ມາ

  7. ເວ​ລາ​ຂອງ​ຄວາມ​ຄາ​ລະ​ວະ​ຂະ​ນະ​ທີ່​ຜູ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຮັບ​ບັບ​ຕິ​ສະ​ມາ​ກຳ​ລັງ​ປ່ຽນ​ເສື້ອ​ຜ້າ (ສາ​ມາດ​ຫລິ້ນ​ເພງ​ສວດ ຫລື ເພງ​ຂອງ​ຊັ້ນ​ປະ​ຖົມ​ໄວ​ລະ​ຫວ່າງ​ເວ​ລາ​ນີ້​ໄດ້)

  8. ການ​ຢືນ​ຢັນ​ສະ​ມາ​ຊິກ​ໃນ​ບັນ​ທຶກ​ອາ​ຍຸ 8 ປີ; ການ​ຢືນ​ຢັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຖ້າ​ຫາກ​ກຳ​ນົດ​ໂດຍ​ອະ​ທິ​ການ (ເບິ່ງ 18.8)

  9. ສະ​ແດງ​ປະ​ຈັກ​ພະ​ຍານ​ໂດຍ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່, ຖ້າ​ຕ້ອງ​ການ

  10. ເພງ​ສວດ​ປິດ ແລະ ອະ​ທິ​ຖານ

  11. ດົນ​ຕີ​ຫລັງ​ພິ​ທີ

ເມື່ອ​ເດັກ​ໃນ​ບັນ​ທຶກ​ກຽມ​ພ້ອມ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ, ສະ​ມາ​ຊິກ​ໃນ​ຝ່າຍ​ອະ​ທິ​ການ ແລະ ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ຊັ້ນ​ປະ​ຖົມ​ໄວ​ຈະ​ປຶກ​ສາ​ກັບ​ຄອບ​ຄົວ​ຂອງ​ເດັກ ເພື່ອ​ວາງ​ແຜນ ແລະ ກຳ​ນົດ​ເວ​ລາ​ສຳ​ລັບ​ພິ​ທີ​ບັບ​ຕິ​ສະ​ມາ. ສະ​ມາ​ຊິກ​ໃນ​ຝ່າຍ​ອະ​ທິ​ການ​ດຳ​ເນີນ​ພິ​ທີ. ຖ້າ​ຫາກ​ມີ​ເດັກ​ນ້ອຍ​ຫລາຍ​ກວ່າ​ໜຶ່ງ​ຄົນ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ​ໃນ​ເດືອນ​ດຽວ​ກັນ, ພວກ​ເຂົາ​ສາ​ມາດ​ເຂົ້າ​ຮ່ວມ​ພິ​ທີ​ບັບ​ຕິ​ສະ​ມາ​ດຽວ​ກັນ​ໄດ້.

ໃນ​ສະ​ເຕກ​ທີ່​ມີ​ເດັກ​ນ້ອຍ​ໃນ​ບັນ​ທຶກ​ຫລາຍ​ຄົນ, ເດັກ​ນ້ອຍ​ຈາກ​ຫລາຍ​ຫວອດ​ສາ​ມາດ​ເຂົ້າ​ຮ່ວມ​ພິ​ທີ​ບັບ​ຕິ​ສະ​ມາ​ດຽວ​ກັນ​ໄດ້. ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ ຫລື ສະ​ມາ​ຊິກ​ສະ​ພາ​ສູງ​ທີ່​ຖືກ​ມອບ​ໝາຍ​ດຳ​ເນີນ​ພິ​ທີ.

ການ​ບັບ​ຕິ​ສະ​ມາ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ບໍ່​ຄວນ​ເລື່ອນ​ໄປ​ຈົນ​ກວ່າ​ພໍ່​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ ແລະ ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ​ດ້ວຍ​ຕົວ​ລາວ​ເອງ.

ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຝ່າຍ​ອະ​ທິ​ການ, ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ (ຖ້າ​ຄົນ​ໜຶ່ງ​ຖືກ​ເອີ້ນ) ຫລື ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ທີ່​ນຳ​ພາ​ວຽກ​ງານ​ເຜີຍ​ແຜ່​ໃນ​ຫວອດ​ຈະ​ວາງ​ແຜນ ແລະ ດຳ​ເນີນ​ພິ​ທີ​ບັບ​ຕິ​ສະ​ມາ​ສຳ​ລັບ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ. ເຂົາ​ເຈົ້າ​ຈະ​ປະ​ສານ​ງານ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ.

18.7.3

ຜູ້​ປະ​ຕິ​ບັດ​ພິ​ທີ​ການ

ພິ​ທີ​ການ​ບັບ​ຕິ​ສະ​ມາ​ຖືກ​ປະ​ຕິ​ບັດ​ໂດຍ​ປະ​ໂລ​ຫິດ ຫລື ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄົນ​ໜຶ່ງ. ຜູ້​ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ອະ​ທິ​ການ (ຫລື ໂດຍ​ປະ​ທານ​ເຜີຍ​ແຜ່ ຖ້າ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ເປັນ​ຜູ້​ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ).

ອະ​ທິ​ການ​ອາດ​ອະ​ນຸ​ຍາດ​ໃຫ້​ພໍ່​ທີ່​ເປັນ​ປະ​ໂລ​ຫິດ ຫລື ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ລູກ​ຂອງ​ຕົນ ເຖິງ​ແມ່ນ​ພໍ່​ບໍ່​ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິ​ຫານ​ຢ່າງ​ເຕັມ​ທີ່​ກໍ​ຕາມ (ເບິ່ງ 18.3). ອະ​ທິ​ການ​ຊຸກ​ຍູ້​ພໍ່​ໃຫ້​ກຽມ​ພ້ອມ​ຕົວ​ເອງ​ເພື່ອ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ລູກ​ຂອງ​ຕົນ.

18.7.4

ສະ​ຖານ​ທີ່​ປະ​ຕິ​ບັດ​ພິ​ທີ​ການ

ການ​ບັບ​ຕິ​ສະ​ມາ​ຄວນ​ຖືກ​ປະ​ຕິ​ບັດ​ໃນ​ອ່າງ​ບັບ​ຕິ​ສະ​ມາ ຖ້າ​ຫາກ​ມີ. ຖ້າ​ຫາກ​ບໍ່​ມີ​ອ່າງ​ບັບ​ຕິ​ສະ​ມາ, ແຫລ່ງ​ນ້ຳ​ທີ່​ປອດ​ໄພ​ກໍ​ສາ​ມາດ​ໃຊ້​ໄດ້.

ເພື່ອ​ຄວາມ​ປອດ​ໄພ, ຜູ້​ໃຫຍ່​ທີ່​ຮັບ​ຜິດ​ຊອບ​ຄົນ​ໜຶ່ງ​ຕ້ອງ​ຢູ່​ນຳ​ຂະ​ນະ​ທີ່​ເປັ່ງ​ນ້ຳ​ໃສ່​ອ່າງ ແລະ ຢູ່​ນຳ​ຈົນ​ກວ່າ​ລະ​ບາຍ​ນ້ຳ​ອອກ, ທຳ​ຄວາມ​ສະ​ອາດ, ແລະ ປອດ​ໄພ. ຄວນ​ລະ​ບາຍ​ນ້ຳ​ອອກ​ທັນ​ທີ​ຫລັງ​ຈາກ​ພິ​ທີ​ບັບ​ຕິ​ສະ​ມາ​ແຕ່​ລະ​ຄັ້ງ. ຄວນ​ລ໊ອກ​ປະ​ຕູ​ເຂົ້າ​ຫາ​ອ່າງ​ໄວ້​ເມື່ອ​ບໍ່​ໃຊ້.

18.7.5

ເຄື່ອງ​ນຸ່ງ

ບຸກ​ຄົນ​ທີ່​ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ ແລະ ບຸກ​ຄົນ​ທີ່​ຮັບ​ບັບ​ຕິ​ສະ​ມາ​ໃສ່​ເຄື່ອງ​ນຸ່ງ​ສີ​ຂາວ​ທີ່​ບໍ່​ສ່ອງ​ຊອດ​ເມື່ອ​ປຽກ​ນ້ຳ. ຜູ້​ທີ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ​ຈະ​ນຸ່ງ​ເສື້ອ​ຜ້າ​ສັກ​ສິດ​ຢູ່​ຂ້າງ​ໃນ​ເຄື່ອງ​ນຸ່ງ​ນີ້​ຂະ​ນະ​ທີ່​ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ. ໜ່ວຍ​ໃນ​ທ້ອງ​ຖິ່ນ​ຊື້​ເຄື່ອງ​ນຸ່ງ​ດ້ວຍ​ເງິນ​ທຶນ​ງົບ​ປະ​ມານ ແລະ ບໍ່​ຄິດ​ຄ່າ​ໃນ​ການ​ໃຊ້​ຊຸດ.

18.7.6

ພະ​ຍານ

ພະ​ຍານ​ສອງ​ຄົນ, ອະ​ນຸ​ມັດ​ໂດຍ​ຜູ້​ນຳ​ຄວບ​ຄຸມ, ຈະ​ສັງ​ເກດ​ເບິ່ງ​ການ​ບັບ​ຕິ​ສະ​ມາ ເພື່ອ​ໃຫ້​ແນ່​ໃຈ​ວ່າ ມັນ​ຖືກ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ. ສະ​ມາ​ຊິກ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ​ຂອງ​ສາດ​ສະ​ໜາ​ຈັກ, ລວມ​ທັງ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ, ສາ​ມາດ​ຮັບ​ໃຊ້​ເປັນ​ພະ​ຍານ​ໄດ້.

ການ​ບັບ​ຕິ​ສະ​ມາ​ຕ້ອງ​ໄດ້​ເຮັດ​ຄືນ​ອີກ​ຖ້າ​ຫາກ​ບໍ່​ກ່າວ​ຕາມ​ທີ່​ມອບ​ໃຫ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:73. ມັນ​ກໍ​ຈະ​ຖືກ​ເຮັດ​ຄືນ​ອີກ​ຖ້າ​ຫາກ​ພາກ​ສ່ວນ​ໃດ​ໜຶ່ງ​ຂອງ​ຮ່າງ​ກາຍ​ຂອງ​ບຸກ​ຄົນ, ຜົມ, ຫລື ເຄື່ອງ​ນຸ່ງ​ບໍ່​ຖືກ​ຈຸ່ມ​ລົງ​ໃນ​ນ້ຳ​ທັງ​ໝົດ.

18.7.7

ຄຳ​ແນະ​ນຳ

ເພື່ອ​ປະ​ຕິ​ບັດ​ພິ​ທີ​ການ​ບັບ​ຕິ​ສະ​ມາ, ປະ​ໂລ​ຫິດ ຫລື ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ:

  1. ຢືນ​ໃນ​ນ້ຳ​ກັບ​ຜູ້​ຮັບ​ບັບ​ຕິ​ສະ​ມາ.

  2. ຈັບ​ມື​ຂອງ​ບຸກ​ຄົນ​ດ້ວຍ​ມື​ຊ້າຍ​ຂອງ​ລາວ (ເພື່ອ​ຄວາມ​ສະ​ດວກ ແລະ ຄວາມ​ປອດ​ໄພ). ບຸກ​ຄົນ​ທີ່​ຮັບ​ບັບ​ຕິ​ສະ​ມາ​ໃຊ້​ມື​ຊ້າຍ​ຈັບ​ຂໍ້​ມື​ຊ້າຍ​ຂອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ.

  3. ຍົກ​ແຂນ​ຂວາ​ເພິ່ນ​ຂຶ້ນ​ຕັ້ງ​ສາກ.

  4. ເອີ່ຍ​ຊື່​ເຕັມ​ຂອງ​ບຸກ​ຄົນ ແລະ ກ່າວ​ວ່າ, “ໂດຍ​ໄດ້​ຮັບ​ມອບ​ໝາຍ​ຈາກ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ​ໃຫ້​ບັບ​ຕິ​ສະ​ມາ​ທ່ານ​ໃນ​ພຣະ​ນາມ​ຂອງ​ພຣະ​ບິ​ດາ, ແລະ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ອາ​ແມນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:73).

  5. ໃຫ້​ບຸກ​ຄົນ​ນັ້ນ​ເອົາ​ມື​ຂວາ​ຂອງ​ຕົນ​ບີບ​ດັງ (ເພື່ອ​ຄວາມ​ສະ​ດວກ); ແລ້ວ​ເພິ່ນ​ຈະ​ເອົາ​ມື​ຂວາ​ຮອງ​ຫລັງ​ບຸກ​ຄົນ​ໄວ້ ແລະ ຈຸ່ມ​ບຸກ​ຄົນ​ລົງ​ໃນ​ນ້ຳ​ໝົດ​ທັງ​ຕົວ, ລວມ​ທັງ​ເຄື່ອງ​ນຸ່ງ.

  6. ຊ່ວຍ​ບຸກ​ຄົນ​ຂຶ້ນ​ມາ​ຈາກ​ນ້ຳ.

18.8

ການ​ຢືນ​ຢັນ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ຫລັງ​ຈາກ​ບຸກ​ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ, ເຂົາ​ຈະ​ໄດ້​ຮັບ​ການ​ຢືນ​ຢັນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໂດຍ​ການ​ວາງ​ມື (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:41; ກິດ​ຈະ​ການ 19:1–6). ບຸກ​ຄົນ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລັງ​ຈາກ​ຮັບ​ພິ​ທີ​ການ​ທັງ​ສອງ ແລະ ຖືກ​ບັນ​ທຶກ​ໄວ້​ຢ່າງ​ຖືກ​ຕ້ອງ (ເບິ່ງ ໂຢ​ຮັນ 3:5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 33:11; 3 ນີ​ໄຟ 27:20).

ອະ​ທິ​ການ​ດູ​ແລ​ການ​ປະ​ຕິ​ບັດ​ການ​ຢືນ​ຢັນ. ຕາມ​ປົກ​ກະ​ຕິ​ແລ້ວ ເດັກ​ນ້ອຍ​ອາ​ຍຸ​ແປດ​ປີ​ໄດ້​ຮັບ​ການ​ຢືນ​ຢັນ​ໃນ​ມື້​ທີ່​ເຂົາ​ຮັບ​ບັບ​ຕິ​ສະ​ມາ. ຕາມ​ປົກ​ກະ​ຕິ​ແລ້ວ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໄດ້​ຮັບ​ການ​ຢືນ​ຢັນ​ຢູ່​ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ໃດ​ກໍ​ໄດ້​ໃນ​ຫວອດ​ບ່ອນ​ທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່, ດີ​ທີ່​ສຸດ​ແມ່ນ​ວັນ​ອາ​ທິດ​ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ​ຂອງ​ເຂົາ​ເຈົ້າ.

ສະ​ມາ​ຊິກ​ໃນ​ຝ່າຍ​ອະ​ທິ​ການ​ເຮັດ​ຕາມ​ແນວ​ທາງ​ຊີ້​ນຳ​ໃນ 29.2.1.1 ເມື່ອ​ແນະ​ນຳ​ໃຫ້​ຮູ້​ຈັກ​ສະ​ມາ​ຊິກ​ໃໝ່.

18.8.1

ຜູ້​ປະ​ຕິ​ບັດ​ພິ​ທີ​ການ

ພຽງ​ແຕ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິ​ຫານ​ເທົ່າ​ນັ້ນ ທີ່​ສາ​ມາດ​ເປັນ​ຜູ້​ທຳ​ໜ້າ​ທີ່​ກ່າວ​ອອກ​ສຽງ​ສຳ​ລັບ​ການ​ຢືນ​ຢັນ​ໄດ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອະ​ທິ​ການ​ອາດ​ອະ​ນຸ​ຍາດ​ໃຫ້​ພໍ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຢືນ​ໃນ​ວົງ​ສຳ​ລັບ​ການ​ຢືນ​ຢັນ​ລູກ​ລາວ ເຖິງ​ແມ່ນ​ວ່າ​ພໍ່​ບໍ່​ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິ​ຫານ​ຢ່າງ​ເຕັມ​ທີ່​ກໍ​ຕາມ (ເບິ່ງ 18.3).

ຢ່າງ​ໜ້ອຍ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ການ​ນີ້. ເມື່ອ​ແອວ​ເດີ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ສິດ​ສອນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ, ອະ​ທິ​ການ​ຈະ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ຮ່ວມ​ດ້ວຍ.

18.8.2

ຄຳ​ແນະ​ນຳ

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ອະ​ທິ​ການ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄົນ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ສາ​ມາດ​ເຂົ້າ​ຮ່ວມ​ໃນ​ການ​ຢືນ​ຢັນ. ເຂົາ​ເຈົ້າ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ບຸກ​ຄົນ​ຢ່າງ​ເບົາໆ. ແລ້ວ​ຄົນ​ໜຶ່ງ​ທຳ​ໜ້າ​ທີ່​ກ່າວ​ອອກ​ສຽງ:

  1. ເອີ້ນ​ຊື່​ເຕັມ​ຂອງ​ບຸກ​ຄົນ.

  2. ກ່າວ​ວ່າ​ພິ​ທີ​ການ​ຖືກ​ປະ​ຕິ​ບັດ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

  3. ຢືນ​ຢັນ​ບຸກ​ຄົນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

  4. ກ່າວ​ວ່າ “ຈົ່ງ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (ບໍ່​ແມ່ນ “ຈົ່ງ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ”).

  5. ໃຫ້​ພອນ​ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ນຳ.

  6. ປິດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

18.8.3

ບັນ​ທຶກ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ແລະ ໃບ​ຢັ້ງ​ຢືນ

ກ່ອນ​ເດັກ​ທີ່​ເປັນ​ສະ​ມາ​ຊິກ​ໃນ​ບັນ​ທຶກ​ຮັບ​ການ​ສຳ​ພາດ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ, ສະ​ໝຽນ​ໃຊ້ LCR ເພື່ອ​ກຽມ ຟອມ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ​ຈະ​ທຳ​ການ​ສຳ​ພາດ ແລະ ເຊັນ​ຟອມ. ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ສະ​ໝຽນ​ຈະ​ໃຊ້​ຟອມ​ນີ້​ເພື່ອ​ອັບ​ເດດ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ເດັກ​ໃນ LCR.

ເມື່ອ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ສຳ​ພາດ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ, ລາວ​ຈະ​ປະ​ກອບ​ບັນ​ທຶກ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ໂດຍ​ໃຊ້​ແອັບ Area Book Planner (ABP). ຫລັງ​ຈາກ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ຜູ້​ສອນ​ສາດ​ສະ​ໜາ​ຈະ​ບັນ​ທຶກ​ຂໍ້​ມູນ​ໃນ ABP ແລະ ສົ່ງ​ມັນ​ໄປ​ໃຫ້​ສະ​ໝຽນ​ຫວອດ​ທາງ​ອີ​ເລັກ​ໂທຣ​ນິກ. ສະ​ໝຽນ​ຫວອດ​ຈະ​ທົບ​ທວນ​ຂໍ້​ມູນ​ໃນ LCR ແລະ ສ້າງ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ.

ຫລັງ​ຈາກ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ໄດ້​ຖືກ​ສ້າງ​ແລ້ວ, ສະ​ໝຽນ​ຈະ​ຈັດ​ກຽມ​ໃບ​ຢັ້ງ​ຢືນ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ໃບ​ຢັ້ງ​ຢືນ​ນີ້​ຖືກ​ເຊັນ​ໂດຍ​ອະ​ທິ​ການ ແລະ ຖືກ​ມອບ​ໃຫ້​ບຸກ​ຄົນ.

ຊື່​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ ແລະ ​ໃນ​ໃບ​ຢັ້ງ​ຢືນ​ຄວນ​ກົງ​ກັບ​ໃບ​ຢັ້ງ​ຢືນ​ການ​ເກີດ, ທະ​ບຽນ​ການ​ເກີດ​ພົນ​ລະ​ເມືອງ, ຫລື ຊື່​ຕາມ​ກົດ​ໝາຍ​ໃນ​ປະ​ຈຸ​ບັນ.

18.9

ສິນ​ລະ​ລຶກ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ພົບ​ກັນ​ໃນ​ວັນ​ຊະ​ບາ​ໂຕ​ເພື່ອ​ນະ​ມັດ​ສະ​ການ​ພຣະ​ເຈົ້າ ແລະ ຮັບ​ສ່ວນ​ສິນ​ລະ​ລຶກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:75; 59:9; ໂມ​ໂຣ​ໄນ 6:5–6). ລະ​ຫວ່າງ​ພິ​ທີ​ການ, ເຂົາ​ເຈົ້າ​ຮັບ​ສ່ວນ​ເຂົ້າ​ຈີ່ ແລະ ນ້ຳ​ເພື່ອ​ລະ​ນຶກ​ເຖິງ​ການ​ເສຍ​ສະ​ລະ​ພຣະ​ກາຍ ແລະ ໂລ​ຫິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເພື່ອ​ຕໍ່​ພັນ​ທະ​ສັນ​ຍາ​ສັກ​ສິດ​ຂອງ​ເຂົາ​ເຈົ້າ (ເບິ່ງ ມັດ​ທາຍ 26:26–28; ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມາ​ຣະ​ໂກ 14:20–25; ລູ​ກາ 22:15–20; 3 ນີ​ໄຟ 18; ໂມ​ໂຣ​ໄນ 6:6).

18.9.1

ການ​ອະ​ນຸ​ມັດ​ໃຫ້​ປະ​ຕິ​ບັດ​ສິນ​ລະ​ລຶກ

ອະ​ທິ​ການ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ການ​ປະ​ຕິ​ບັດ​ສິນ​ລະ​ລຶກ​ຢູ່​ໃນ​ຫວອດ. ທຸກ​ຄົນ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ກະ​ກຽມ, ການ​ໃຫ້​ພອນ, ແລະ ການ​ຢາຍ​ສິນ​ລະ​ລຶກ​ຕ້ອງ​ໄດ້​ຮັບ​ອະ​ນຸ​ມັດ​ຈາກ​ເພິ່ນ ຫລື ບາງ​ຄົນ​ພາຍ​ໃຕ້​ກາຍ​ຊີ້​ນຳ​ຂອງ​ເພິ່ນ​ເສຍ​ກ່ອນ.

18.9.2

ຜູ້​ປະ​ຕິ​ບັດ​ພິ​ທີ​ການ

  • ຄູ​ສອນ, ປະ​ໂລ​ຫິດ, ແລະ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາ​ມາດ​ກຽມ​ສິນ​ລະ​ລຶກ.

  • ປະ​ໂລ​ຫິດ ແລະ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາ​ມາດ​ໃຫ້​ພອນ​ແກ່​ສິນ​ລະ​ລຶກ.

  • ມັກ​ຄະ​ນາ​ຍົກ, ຄູ​ສອນ, ປະ​ໂລ​ຫິດ, ແລະ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາ​ມາດ​ຢາຍ​ສິນ​ລະ​ລຶກ.

18.9.3

ແນວ​ທາງ​ຊີ້​ນຳ​ສຳ​ລັບ​ສິນ​ລະ​ລຶກ

ເພາະ​ລັກ​ສະ​ນະ​ສັກ​ສິດ​ຂອງ​ສິນ​ລະ​ລຶກ, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຄວນ​ຈັດ​ກຽມ​ຢ່າງ​ລະ​ມັດ​ລະ​ວັງ ເພື່ອ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ຄວາມ​ຄາ​ລະ​ວະ.

ຜູ້​ປະ​ຕິ​ບັດ​ສິນ​ລະ​ລຶກ ຄວນ​ເຮັດ​ດ້ວຍ​ທ່າ​ທາງ​ສະ​ຫງ່າ​ງາມ, ໂດຍ​ທີ່​ຮູ້​ວ່າ​ເຂົາ​ເຈົ້າ​ເປັນ​ຕົວ​ແທນ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ.

ການ​ຢາຍ​ສິນ​ລະ​ລຶກ​ຄວນ​ເປັນ​ຕາມ​ທຳ​ມະ​ຊາດ ແລະ ບໍ່​ເປັນ​ທາງ​ການ​ຫລາຍ​ເກີນ​ໄປ.

ເຖິງ​ແມ່ນ​ວ່າ​ສິນ​ລະ​ລຶກ​ແມ່ນ​ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ແຕ່​ບໍ່​ຄວນ​ເຮັດ​ສິ່ງ​ໃດ​ເພື່ອ​ກີດ​ກັນ​ຄົນ​ອື່ນ​ຈາກ​ການ​ຮັບ​ສ່ວນ.

18.9.4

ຄຳ​ແນະ​ນຳ

  1. ຜູ້​ກຽມ, ໃຫ້​ພອນ, ຫລື ຢາຍ​ສິນ​ລະ​ລຶກ ກ່ອນ​ອື່ນ​ໝົດ​ຕ້ອງ​ລ້າງ​ມື​ດ້ວຍ​ສະ​ບູ ຫລື ນ້ຳ​ຢາ​ທຳ​ຄວາມ​ສະ​ອາດ.

  2. ຄູ​ສອນ, ປະ​ໂລ​ຫິດ, ຫລື ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຕ້ອງ​ແນ່​ໃຈ​ວ່າ​ຖາດ​ພ້ອມ​ດ້ວຍ​ເຂົ້າ​ຈີ່​ທີ່​ຍັງ​ບໍ່​ໄດ້​ຫັກ​ເທື່ອ, ຖາດ​ນ້ຳ​ທີ່​ມີ​ຈອກ​ກັບ​ນ້ຳ​ສະ​ອາດ, ແລະ ຜ້າ​ປູ​ໂຕະ​ທີ່​ສະ​ອາດ ຖືກ​ວາງ​ໄວ້​ກ່ອນ​ກອງ​ປະ​ຊຸມ.

  3. ຂະ​ນະ​ທີ່​ສະ​ມາ​ຊິກ​ຫວອດ​ກຳ​ລັງ​ຮ້ອງ​ເພງ​ສວດ​ສິນ​ລະ​ລຶກ, ຜູ້​ທີ່​ຈະ​ໃຫ້​ພອນ​ແກ່​ສິນ​ລະ​ລຶກ​ຈະ​ຢືນ​ດ້ວຍ​ຄວາມ​ຄາ​ລະ​ວະ, ເປີດ​ຜ້າ​ຄຸມ​ຖາດ​ເຂົ້າ​ຈີ່​ອອກ, ແລະ ຫັກ​ເຂົ້າ​ຈີ່​ເປັນ​ຕ່ອນໆ.

  4. ຫລັງ​ຈາກ​ເພງ​ສວດ, ບຸກ​ຄົນ​ທີ່​ໃຫ້​ພອນ​ເຂົ້າ​ຈີ່ ຈະ​ຄຸ​ເຂົ່າ ແລະ ກ່າວ​ຄຳ​ອະ​ທິ​ຖານ​ສິນ​ລະ​ລຶກ​ສຳ​ລັບ​ເຂົ້າ​ຈີ່ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77).

  5. ອະ​ທິ​ການ​ຕ້ອງ​ແນ່​ໃຈ​ວ່າ​ຄຳ​ອະ​ທິ​ຖານ​ສິນ​ລະ​ລຶກ​ໄດ້​ຖືກ​ກ່າວ​ຢ່າງ​ແຈ່ມ​ແຈ້ງ, ຖືກ​ຕ້ອງ, ແລະ ດ້ວຍ​ກຽດ. ຖ້າ​ຫາກ​ກ່າວ​ຜິດ ແລະ ແກ້​ໄຂ​ດ້ວຍ​ຕົນ​ເອງ, ແລ້ວ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ແກ້​ໄຂ. ຖ້າ​ຫາກ​ບໍ່​ໄດ້​ແກ້​ໄຂ​ເມື່ອ​ກ່າວ​ຜິດ, ອະ​ທິ​ການ​ຈະ​ຂໍ​ຮ້ອງ​ດ້ວຍ​ຄວາມ​ອ່ອນ​ໂຍນ ໃຫ້​ລາວ​ກ່າວ​ຄຳ​ອະ​ທິ​ຖານ​ຄືນ​ອີກ.

  6. ຫລັງ​ຈາກ​ການ​ອະ​ທິ​ຖານ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ຢາຍ​ເຂົ້າ​ຈີ່​ໃຫ້​ສະ​ມາ​ຊິກ​ດ້ວຍ​ຄວາມ​ຄາ​ລະ​ວະ. ຜູ້​ນຳ​ຄວບ​ຄຸມ​ຮັບ​ມັນ​ກ່ອນ, ຫລັງ​ຈາກ​ນັ້ນ​ບໍ່​ຕ້ອງ​ລຽງ​ລຳ​ດັບ. ເມື່ອ​ຖາດ​ຖືກ​ຍື່ນ​ໃຫ້​ສະ​ມາ​ຊິກ, ເຂົາ​ເຈົ້າ​ສາ​ມາດ​ສົ່ງ​ຕໍ່​ໃຫ້​ກັນ​ໄດ້.

  7. ສະ​ມາ​ຊິກ​ຮັບ​ສ່ວນ​ສິນ​ລະ​ລຶກ​ດ້ວຍ​ມື​ຂວາ​ເມື່ອ​ເປັນ​ໄປ​ໄດ້.

  8. ເມື່ອ​ເຂົ້າ​ຈີ່​ໄດ້​ຖືກ​ຢາຍ​ໃຫ້​ສະ​ມາ​ຊິກ​ທຸກ​ຄົນ​ແລ້ວ, ຜູ້​ຢາຍ​ສິນ​ລະ​ລຶກ​ເຫລົ່າ​ນັ້ນ​ຈະ​ນຳ​ຖາດ​ກັບ​ຄືນ​ມາ​ຫາ​ໂຕະ​ສິນ​ລະ​ລຶກ. ຜູ້​ໃຫ້​ພອນ​ສິນ​ລະ​ລຶກ​ຈະ​ປິດ​ຜ້າ​ຄຸມ​ຖາດ​ເຂົ້າ​ຈີ່ ແລະ ເປີດ​ຖາດ​ນ້ຳ.

  9. ບຸກ​ຄົນ​ທີ່​ໃຫ້​ພອນ​ນ້ຳ​ຈະ​ຄຸ​ເຂົ່າ ແລະ ກ່າວ​ຄຳ​ອະ​ທິ​ຖານ​ສຳ​ລັບ​ນ້ຳ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:79). ລາວ​ຈະ​ໃຊ້​ຄຳ​ວ່າ ນ້ຳ ແທນ ເຫລົ້າ​ອະ​ງຸ່ນ.

  10. ຫລັງ​ຈາກ​ການ​ອະ​ທິ​ຖານ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ຢາຍ​ນ້ຳ​ໃຫ້​ສະ​ມາ​ຊິກ​ດ້ວຍ​ຄວາມ​ຄາ​ລະ​ວະ. ຜູ້​ນຳ​ຄວບ​ຄຸມ​ຮັບ​ມັນ​ກ່ອນ, ຫລັງ​ຈາກ​ນັ້ນ​ບໍ່​ຕ້ອງ​ລຽງ​ລຳ​ດັບ.

  11. ເມື່ອ​ນ້ຳ​ໄດ້​ຖືກ​ຢາຍ​ໃຫ້​ສະ​ມາ​ຊິກ​ທຸກ​ຄົນ​ແລ້ວ, ຜູ້​ຢາຍ​ສິນ​ລະ​ລຶກ​ເຫລົ່າ​ນັ້ນ​ຈະ​ນຳ​ຖາດ​ກັບ​ຄືນ​ມາ​ຫາ​ໂຕະ​ສິນ​ລະ​ລຶກ. ຜູ້​ໃຫ້​ພອນ​ສິນ​ລະ​ລຶກ​ຈະ​ປິດ​ຜ້າ​ຄຸມ​ຖາດ, ແລະ ຜູ້​ທີ່​ໃຫ້​ພອນ ແລະ ຜູ້​ຢາຍ​ສິນ​ລະ​ລຶກ​ຈະ​ກັບ​ໄປ​ນັ່ງ​ບ່ອນ​ຂອງ​ຕົນ​ດ້ວຍ​ຄວາມ​ຄາ​ລະ​ວະ.

  12. ຫລັງ​ຈາກ​ກອງ​ປະ​ຊຸມ, ຜູ້​ທີ່​ໄດ້​ກຽມ​ສິນ​ລະ​ລຶກ​ຈະ​ທຳ​ຄວາມ​ສະ​ອາດ, ພັບ​ຜ້າ​ປູ​ໂຕະ, ແລະ ຖິ້ມ​ເຂົ້າ​ຈີ່​ທີ່​ບໍ່​ໄດ້​ໃຊ້.

18.10

ການ​ມອບ​ຖາ​ນະ​ປະ​ໂລ​ຫິດ ແລະ ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ

ຖາ​ນະ​ປະ​ໂລ​ຫິດ​ມີ​ສອງ​ສ່ວນ​ຄື: ອາ​ໂຣນ ແລະ ເມນ​ຄີ​ເສ​ເດັກ (ເບິ່ງ 3.3; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:1, 6). ເມື່ອ​ຖາ​ນະ​ປະ​ໂລ​ຫິດ​ຖືກ​ມອບ​ໃຫ້​ບຸກ​ຄົນ, ລາວ​ກໍ​ຖືກ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ນັ້ນ​ດ້ວຍ. ຫລັງ​ຈາກ​ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ໃດ​ຢ່າງ​ໜຶ່ງ​ເຫລົ່າ​ນີ້​ໃຫ້​ແລ້ວ, ຜູ້​ຊາຍ​ພຽງ​ແຕ່​ຕ້ອງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ນັ້ນ.

18.10.1

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ

ປະ​ທານ​ສະ​ເຕກ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ການ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຂອງ​ແອວ​ເດີ ແລະ ມະ​ຫາ​ປະ​ໂລ​ຫິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ປົກ​ກະ​ຕິ​ແລ້ວ ອະ​ທິ​ການ​ເປັນ​ຜູ້​ແນະ​ນຳ​ຊື່​ສຳ​ລັບ​ການ​ແຕ່ງ​ຕັ້ງ​ເຫລົ່າ​ນີ້.

18.10.1.1

ແອວ​ເດີ

ອ້າຍ​ນ້ອງ​ທີ່​ມີ​ຄ່າ​ຄວນ​ສາ​ມາດ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ​ໄດ້ ເມື່ອ​ເຂົາ​ເຈົ້າ​ອາ​ຍຸ​ເຖິງ 18 ປີ ຫລື ສູງ​ກວ່າ​ນັ້ນ. ອີງ​ຕາມ​ສະ​ຖາ​ນະ​ການ​ສ່ວນ​ຕົວ, ອະ​ທິ​ການ​ຈະ​ພິ​ຈາ​ລະ​ນາ​ວ່າ ຊາຍ​ໜຸ່ມ​ຄວນ​ຖືກ​ແນະ​ນຳ​ຊື່​ສຳ​ລັບ​ການ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ​ທັນ​ທີ​ຫລື​ບໍ່​ຫລັງ​ຈາກ​ວັນ​ເກີດ 18 ປີ​ຂອງ​ລາວ ຫລື ໃຫ້​ລາວ​ສືບ​ຕໍ່​ຢູ່​ໃນ​ກຸ່ມ​ປະ​ໂລ​ຫິດ​ຕໍ່​ໄປ.

ໃນ​ການ​ຕັດ​ສິນ​ໃຈ​ເຮັດ​ສິ່ງ​ນີ້, ອະ​ທິ​ການ​ຈະ​ປຶກ​ສາ​ກັບ​ຊາຍ​ໜຸ່ມ ແລະ ພໍ່​ແມ່ ຫລື ຜູ້​ປົກ​ຄອງ​ຂອງ​ລາວ​ກ່ອນ. ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ ຄວນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ​ກ່ອນ​ອາ​ຍຸ 19 ປີ ຫລື ກ່ອນ​ຍ້າຍ​ອອກ​ຈາກ​ເຮືອນ​ໄປ​ເຂົ້າ​ໂຮງ​ຮຽນ, ກ່ອນ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ, ກ່ອນ​ເຂົ້າ​ເປັນ​ທະ​ຫານ, ຫລື ກ່ອນ​ຮັບ​ໜ້າ​ທີ່​ການ​ງານ​ເຕັມ​ເວ​ລາ.

ເມື່ອ​ບໍ່​ດົນ​ມາ​ນີ້ ຜູ້​ຊາຍ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ ອາ​ຍຸ 18 ປີ​ຂຶ້ນ​ໄປ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ​ຫລັງ​ຈາກ​ທີ່​ເຂົາ​ເຈົ້າ:

  • ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ໄດ້​ຮັບ​ໃຊ້​ເປັນ​ປະ​ໂລ​ຫິດ.

  • ໄດ້​ພັດ​ທະ​ນາ​ຄວາມ​ເຂົ້າ​ໃຈ​ຢ່າງ​ພໍ​ພຽງ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ.

  • ໄດ້​ສະ​ແດງ​ການ​ມີ​ຄ່າ​ຄວນ​ຂອງ​ເຂົາ​ເຈົ້າ.

ຊ່ວງ​ໄລ​ຍະ​ເວ​ລາ​ຂອງ​ການ​ເປັນ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ແມ່ນ​ບໍ່​ສຳ​ຄັນ.

18.10.1.2

ມະ​ຫາ​ປະ​ໂລ​ຫິດ

ຜູ້​ຊາຍ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ມະ​ຫາ​ປະ​ໂລ​ຫິດ​ເມື່ອ​ພວກ​ເພິ່ນ​ຖືກ​ເອີ້ນ​ໃຫ້​ເປັນ​ຝ່າຍ​ປະ​ທານ​ສະ​ເຕກ, ສະ​ພາ​ສູງ, ຫລື ຝ່າຍ​ອະ​ທິ​ການ.

18.10.1.3

ການ​ສຳ​ພາດ ແລະ ການ​ສະ​ໜັບ​ສະ​ໜູນ

ດ້ວຍ​ການ​ອະ​ນຸ​ມັດ​ຈາກ​ຝ່າຍ​ປະ​ທານ​ສະ​ເຕກ, ອະ​ທິ​ການ​ຈະ​ສຳ​ພາດ​ອ້າຍ​ນ້ອງ​ຕາມ​ທີ່​ແນະ​ນຳ​ໃນ​ບັນ​ທຶກ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ແລ້ວ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ​ກໍ​ຈະ​ສຳ​ພາດ​ລາວ​ຄື​ກັນ. ດ້ວຍ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ເຜີຍ​ແຜ່, ປະ​ທານ​ທ້ອງ​ຖິ່ນ​ຈະ​ສຳ​ພາດ​ອ້າຍ​ນ້ອງ​ເພື່ອ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ (ເບິ່ງ 6.3).

18.10.2

ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ

ອະ​ທິ​ການ​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ການ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ມັກ​ຄະ​ນາ​ຍົກ, ຄູ​ສອນ, ແລະ ປະ​ໂລ​ຫິດ. ຕາມ​ປົກ​ກະ​ຕິ​ແລ້ວ ອ້າຍ​ນ້ອງ​ທີ່​ມີ​ຄ່າ​ຄວນ​ໄດ້​ຖືກ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ເຫລົ່າ​ນີ້​ໃນ​ອາ​ຍຸ​ດັ່ງ​ຕໍ່​ໄປ​ນີ້, ແຕ່​ບໍ່​ກ່ອນ​ໜ້າ​ນັ້ນ:

  • ມັກ​ຄະ​ນາ​ຍົກ​ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 12 ປີ

  • ຄູ​ສອນ​ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 14 ປີ

  • ປະ​ໂລ​ຫິດ​ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 16 ປີ

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ​ສຳ​ພາດ​ຜູ້​ທີ່​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ມັກ​ຄະ​ນາ​ຍົກ ຫລື ຄູ​ສອນ ເພື່ອ​ພິ​ຈາ​ລະ​ນາ​ວ່າ​ເຂົາ​ເຈົ້າ​ກຽມ​ພ້ອມ​ທາງ​ວິນ​ຍານ​ຫລື​ບໍ່. ອະ​ທິ​ການ​ສຳ​ພາດ​ອ້າຍ​ນ້ອງ​ຜູ້​ທີ່​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ໂລ​ຫິດ.

ກ່ອນ​ການ​ສຳ​ພາດ​ຊາຍ​ໜຸ່ມ​ສຳ​ລັບ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ຈະ​ຂໍ​ອະ​ນຸ​ຍາດ​ຈາກ​ພໍ່​ແມ່ ຫລື ຜູ້​ປົກ​ຄອງ​ຂອງ​ຊາຍ​ໜຸ່ມ​ເສຍ​ກ່ອນ. ຖ້າ​ຫາກ​ພໍ່​ແມ່​ຢ່າ​ຮ້າງ​ກັນ, ເພິ່ນ​ຈະ​ຂໍ​ອະ​ນຸ​ຍາດ​ຈາກ​ພໍ່ ຫລື ແມ່​ຜູ້​ຄຸ້ມ​ຄອງ​ດູ​ແລ​ລູກ​ຕາມ​ກົດ​ໝາຍ.

18.10.3

ການ​ສະ​ເໜີ​ສະ​ມາ​ຊິກ​ໃຫ້​ສະ​ໜັບ​ສະ​ໜູນ​ກ່ອນ​ລາວ​ຖືກ​ແຕ່ງ​ຕັ້ງ

ຫລັງ​ຈາກ​ອ້າຍ​ນ້ອງ​ໄດ້​ຮັບ​ການ​ສຳ​ພາດ ແລະ ພົບ​ວ່າ​ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ, ລາວ​ຈະ​ຖືກ​ສະ​ເໜີ​ເພື່ອ​ການ​ສະ​ໜັບ​ສະ​ໜູນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:65, 67). ອ້າຍ​ນ້ອງ​ທີ່​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ ຫລື ມະ​ຫາ​ປະ​ໂລ​ຫິດ ຈະ​ຖືກ​ສະ​ເໜີ​ໂດຍ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ​ໃນ​ກອງ​ປະ​ຊຸມ​ສະ​ເຕກ​ພາກ​ສາ​ມັນ (ເບິ່ງ 6.3 ສຳ​ລັບ​ຄຳ​ແນະ​ນຳ​ສຳ​ລັບ​ປະ​ທານ​ທ້ອງ​ຖິ່ນ). ອ້າຍ​ນ້ອງ​ທີ່​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ມັກ​ຄະ​ນາ​ຍົກ, ຄູ​ສອນ, ຫລື ປະ​ໂລ​ຫິດ​ຈະ​ຖືກ​ສະ​ເໜີ​ໂດຍ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ.

ບຸກ​ຄົນ​ທີ່​ດຳ​ເນີນ​ການ​ສະ​ໜັບ​ສະ​ໜູນ​ຈະ​ຂໍ​ໃຫ້​ອ້າຍ​ນ້ອງ​ຢືນ​ຂຶ້ນ. ເພິ່ນ​ປະ​ກາດ​ຂໍ້​ສະ​ເໜີ​ເພື່ອ​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຫລື ເມນ​ຄີ​ເສ​ເດັກ (ຖ້າ​ຈຳ​ເປັນ) ແລະ ເພື່ອ​ແຕ່ງ​ຕັ້ງ​ອ້າຍ​ນ້ອງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ. ແລ້ວ​ເພິ່ນ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ສະ​ໜັບ​ສະ​ໜູນ​ຂໍ້​ສະ​ເໜີ. ຍົກ​ຕົວ​ຢ່າງ, ເພື່ອ​ສະ​ເໜີ​ອ້າຍ​ນ້ອງ​ຄົນ​ໜຶ່ງ​ຕໍ່​ການ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ, ເພິ່ນ​ສາ​ມາດ​ໃຊ້​ຄຳ​ເວົ້າ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້:

“ພວກ​ເຮົາ​ຂໍ​ສະ​ເໜີ [ຊື່] ໃຫ້​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ. ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ. [ຢຸດ​ບຶດ​ໜຶ່ງ.] ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ. [ຢຸດ​ບຶດ​ໜຶ່ງ.]”

ຖ້າ​ຫາກ​ສະ​ມາ​ຊິກ​ຢູ່​ໃນ​ສະ​ຖາ​ນະ​ທີ່​ໜ້າ​ເຊື່ອ​ຖື​ຄັດ​ຄ້ານ​ຕໍ່​ການ​ແຕ່ງ​ຕັ້ງ​ດັ່ງ​ກ່າວ, ຜູ້​ນຳ​ຄວບ​ຄຸມ ຫລື ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ອີກ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ ຈະ​ພົບ​ກັບ​ເຂົາ​ເຈົ້າ​ເປັນ​ສ່ວນ​ຕົວ​ຫລັງ​ຈາກ​ກອງ​ປະ​ຊຸມ. ຜູ້​ນຳ​ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ສະ​ມາ​ຊິກ​ຈຶ່ງ​ຄັດ​ຄ້ານ. ເພິ່ນ​ຮຽນ​ຮູ້​ຖ້າ​ຫາກ​ສະ​ມາ​ຊິກ​ຮູ້​ເຖິງ​ພຶດ​ຕິ​ກຳ​ທີ່​ອາດ​ເຮັດ​ໃຫ້​ບຸກ​ຄົນ​ນັ້ນ​ບໍ່​ເໝາະ​ສົມ​ທີ່​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ນັ້ນ.

ໃນ​ບາງ​ກໍ​ລະ​ນີ, ອ້າຍ​ນ້ອງ​ອາດ​ຕ້ອງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ ຫລື ເປັນ​ມະ​ຫາ​ປະ​ໂລ​ຫິດ​ກ່ອນ​ທີ່​ລາວ​ຈະ​ສາ​ມາດ​ຖືກ​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ສະ​ເຕກ. ເມື່ອ​ເປັນ​ເຊັ່ນ​ນີ້, ລາວ​ຈະ​ຖືກ​ສະ​ເໜີ​ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ໃນ​ຫວອດ​ຂອງ​ລາວ​ເອງ​ເພື່ອ​ການ​ສະ​ໜັບ​ສະ​ໜູນ. ແລ້ວ​ລາວ​ຈະ​ຖືກ​ສະ​ເໜີ​ຢູ່​ໃນ​ກອງ​ປະ​ຊຸມ​ສະ​ເຕກ​ຄັ້ງ​ຕໍ່​ໄປ ເພື່ອ​ຮັບ​ຮອງ​ການ​ແຕ່ງ​ຕັ້ງ (ປັບ​ຂັ້ນ​ຕອນ​ການ​ສະ​ໜັບ​ສະ​ໜູນ, ດັ່ງ​ທີ່​ອະ​ທິ​ບາຍ​ໄວ້​ຢູ່​ຂ້າງ​ເທິງ).

18.10.4

ຜູ້​ປະ​ຕິ​ບັດ​ພິ​ທີ​ການ

ປະ​ທານ​ສະ​ເຕກ ຫລື ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄົນ​ໜຶ່ງ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເພິ່ນ ສາ​ມາດ​ແຕ່ງ​ຕັ້ງ​ຜູ້​ຊາຍ​ສູ່​ຕຳ​ແໜ່ງ​ແອວ​ເດີ​ໄດ້. ດ້ວຍ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ເຜີຍ​ແຜ່, ປະ​ທານ​ທ້ອງ​ຖິ່ນ ຫລື ຄົນ​ໃດ​ຄົນ​ໜຶ່ງ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເພິ່ນ​ສາ​ມາດ​ປະ​ຕິ​ບັດ​ການ​ແຕ່ງ​ຕັ້ງ​ໄດ້ (ເບິ່ງ 6.3). ພຽງ​ແຕ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຢືນ​ຢູ່​ໃນ​ວົງ.

ປະ​ທານ​ສະ​ເຕກ ຫລື ມະ​ຫາ​ປະ​ໂລ​ຫິດ​ຄົນ​ໜຶ່ງ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເພິ່ນ​ສາ​ມາດ​ແຕ່ງ​ຕັ້ງ​ຜູ້​ຊາຍ​ສູ່​ຕຳ​ແໜ່ງ​ມະ​ຫາ​ປະ​ໂລ​ຫິດ​ໄດ້. ພຽງ​ແຕ່​ມະ​ຫາ​ປະ​ໂລ​ຫິດ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຢືນ​ຢູ່​ໃນ​ວົງ.

ບຸກ​ຄົນ​ຜູ້​ທີ່​ແຕ່ງ​ຕັ້ງ​ຜູ້​ຊາຍ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄວນ​ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິ​ຫານ. ປະ​ທານ​ສະ​ເຕກ ຫລື ຜູ້​ທີ່​ເພິ່ນ​ມອບ​ໝາຍ​ຈະ​ຕ້ອງ​ມີ​ໜ້າ​ຢູ່​ນຳ.

ປະ​ໂລ​ຫິດ ຫລື ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄົນ​ໜຶ່ງ​ສາ​ມາດ​ແຕ່ງ​ຕັ້ງ​ອ້າຍ​ນ້ອງ​ສູ່​ຕຳ​ແໜ່ງ​ມັກ​ຄະ​ນາ​ຍົກ, ຄູ​ສອນ, ຫລື ປະ​ໂລ​ຫິດ​ໄດ້. ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ອະ​ທິ​ການ. ອະ​ທິ​ການ ຫລື ຜູ້​ທີ່​ເພິ່ນ​ມອບ​ໝາຍ​ຈະ​ຕ້ອງ​ມີ​ໜ້າ​ຢູ່​ນຳ.

ເພື່ອ​ມີ​ສ່ວນ​ຮ່ວມ​ໃນ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ບຸກ​ຄົນ​ຕ້ອງ​ເປັນ​ປະ​ໂລ​ຫິດ ຫລື ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

ອະ​ທິ​ການ​ອາດ​ອະ​ນຸ​ຍາດ​ໃຫ້​ພໍ່​ທີ່​ເປັນ​ປະ​ໂລ​ຫິດ ຫລື ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ແຕ່ງ​ຕັ້ງ​ລູກ​ຊາຍ​ຂອງ​ລາວ​ສູ່​ຕຳ​ແໜ່ງ​ມັກ​ຄະ​ນາ​ຍົກ, ຄູ​ສອນ, ຫລື ປະ​ໂລ​ຫິດ ເຖິງ​ແມ່ນ​ວ່າ​ພໍ່​ບໍ່​ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິ​ຫານ​ຢ່າງ​ເຕັມ​ທີ່​ກໍ​ຕາມ (ເບິ່ງ 18.3). ອະ​ທິ​ການ​ຊຸກ​ຍູ້​ພໍ່​ໃຫ້​ກຽມ​ພ້ອມ​ຕົວ​ເອງ​ເພື່ອ​ແຕ່ງ​ຕັ້ງ​ລູກ​ຂອງ​ຕົນ.

18.10.5

ຄຳ​ແນະ​ນຳ

ເພື່ອ​ມອບ​ຖາ​ນະ​ປະ​ໂລ​ຫິດ ແລະ ແຕ່ງ​ຕັ້ງ​ບຸກ​ຄົນ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ໜຶ່ງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ຈະ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ບຸກ​ຄົນ​ຢ່າງ​ເບົາໆ. ແລ້ວ​ຄົນ​ໜຶ່ງ​ທຳ​ໜ້າ​ທີ່​ກ່າວ​ອອກ​ສຽງ:

  1. ເອີ້ນ​ຊື່​ເຕັມ​ຂອງ​ບຸກ​ຄົນ.

  2. ເອີ່ຍ​ສິດ​ອຳ​ນາດ​ທີ່​ເພິ່ນ​ດຳ​ລົງ​ຢູ່​ເພື່ອ​ປະ​ຕິ​ບັດ​ພິ​ທີ​ການ (ບໍ່​ວ່າ​ຈະ​ເປັນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຫລື ເມນ​ຄີ​ເສ​ເດັກ​ກໍ​ຕາມ).

  3. ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຫລື ເມນ​ຄີ​ເສ​ເດັກ, ຍົກ​ເວັ້ນ​ແຕ່​ມັນ​ໄດ້​ຖືກ​ມອບ​ໃຫ້​ແລ້ວ.

  4. ແຕ່ງ​ຕັ້ງ​ບຸກ​ຄົນ​ສູ່​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຫລື ເມນ​ຄີ​ເສ​ເດັກ ແລະ ມອບ​ສິດ, ອຳ​ນາດ, ແລະ ສິດ​ອຳ​ນາດ​ຂອງ​ຕຳ​ແໜ່ງ​ນັ້ນ.

  5. ໃຫ້​ພອນ​ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ນຳ.

  6. ປິດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເພື່ອ​ແຕ່ງ​ຕັ້ງ​ບຸກ​ຄົນ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ​ຫລັງ​ຈາກ​ທີ່​ລາວ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເໝາະ​ສົມ​ແລ້ວ, ບຸກ​ຄົນ​ທີ່​ປະ​ຕິ​ບັດ​ການ​ແຕ່ງ​ຕັ້ງ​ຈະ​ຂ້າມ​ຂັ້ນ​ຕອນ​ທີ 3.

18.10.6

ບັນ​ທຶກ​ການ​ແຕ່ງ​ຕັ້ງ ແລະ ໃບ​ຢັ້ງ​ຢືນ

ກ່ອນ​ອ້າຍ​ນ້ອງ​ຈະ​ໄດ້​ຮັບ​ການ​ສຳ​ພາດ​ເພື່ອ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ສະ​ໝຽນ​ໃຊ້ LCR ເພື່ອ​ກຽມ ບັນ​ທຶກ​ການ​ແຕ່ງ​ຕັ້ງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ. ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ ດຳ​ເນີນ​ການ​ສຳ​ພາດ ແລະ ເຊັນ​ຟອມ​ຖ້າ​ຫາກ​ບັນ​ລຸ​ເງື່ອນ​ໄຂ​ຄວາມ​ມີ​ຄ່າ​ຄວນ​ທຸກ​ຢ່າງ.

ຫລັງ​ຈາກ​ການ​ແຕ່ງ​ຕັ້ງ, ອະ​ທິ​ການ ຫລື ທີ່​ປຶກ​ສາ​ທີ່​ຖືກ​ມອບ​ໝາຍ ຈະ​ປະ​ກອບ​ຟອມ ແລະ ມອບ​ມັນ​ໃຫ້​ສະ​ໝຽນ. ລາວ​ບັນ​ທຶກ​ການ​ແຕ່ງ​ຕັ້ງ​ໄວ້​ໃນ LCR ແລະ ກຽມ​ໃບ​ຢັ້ງ​ຢືນ​ການ​ແຕ່ງ​ຕັ້ງ.

ຊື່​ຂອງ​ບຸກ​ຄົນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ປະ​ຈຸ​ບັນ​ຄວນ​ຖືກ​ໃຊ້​ຢູ່​ໃນ​ບັນ​ທຶກ​ການ​ແຕ່ງ​ຕັ້ງ ແລະ ໃນ​ໃບ​ຢັ້ງ​ຢືນ.

18.11

ການ​ແຕ່ງ​ຕັ້ງ​ສະ​ມາ​ຊິກ​ໃຫ້​ຮັບ​ໃຊ້​ໃນ​ການ​ເອີ້ນ​ເປັນ​ທາງ​ການ

ສະ​ມາ​ຊິກ​ໄດ້​ຮັບ​ການ​ເອີ້ນ ແລະ ການ​ສະ​ໜັບ​ສະ​ໜູນ​ສູ່​ຕຳ​ແໜ່ງ​ສ່ວນ​ໃຫຍ່​ໃນ​ສາດ​ສະ​ໜາ​ຈັກ ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ເພື່ອ​ໃຫ້​ຮັບ​ໃຊ້​ໃນ​ຕຳ​ແໜ່ງ​ນັ້ນ (ເບິ່ງ ໂຢ​ຮັນ 15:16; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:11; ເບິ່ງ 3.4.3.1 ໃນ​ຄູ່​ມື​ນີ້ ນຳ​ອີກ). ລະ​ຫວ່າງ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ, ບຸກ​ຄົນ​ໄດ້​ຖືກ​ມອບ (1) ສິດ​ອຳ​ນາດ​ໃຫ້​ປະ​ຕິ​ບັດ​ໜ້າ​ທີ່ ແລະ (2) ຄຳ​ໃຫ້​ພອນ​ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ນຳ.

ປະ​ທານ​ສະ​ເຕກ, ອະ​ທິ​ການ, ແລະ ປະ​ທານ​ກຸ່ມ​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຝ່າຍ​ປະ​ທານ ເມື່ອ​ພວກ​ເພິ່ນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ (ເບິ່ງ 3.4.1.1). ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ວ່າ ຂໍ​ກະ​ແຈ ບໍ່​ຄວນ​ຖືກ​ໃຊ້​ເມື່ອ​ແຕ່ງ​ຕັ້ງ​ສະ​ມາ​ຊິກ​ເປັນ​ທາງ​ການ ເພື່ອ​ຮັບ​ໃຊ້​ໃນ​ການ​ເອີ້ນ​ອື່ນໆ, ລວມ​ທັງ​ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ.

18.11.1

ຜູ້​ປະ​ຕິ​ບັດ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ

ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ແມ່ນ​ການ​ປະ​ຕິ​ບັດ​ໂດຍ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ເພິ່ນ​ຕ້ອງ​ໄດ້​ຮັບ​ອະ​ນຸ​ມັດ​ຈາກ​ຜູ້​ນຳ​ທີ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເໝາະ​ສົມ. ຜູ້​ທີ່​ຖືກ​ອະ​ນຸ​ຍາດ​ໃຫ້​ປະ​ຕິ​ບັດ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ມີ​ລະ​ບຸ​ໄວ້​ໃນ 30.8. ແອວ​ເດີ​ບໍ່​ຄວນ​ທຳ​ໜ້າ​ທີ່​ເປັນ​ຄົນ​ກ່າວ​ອອກ​ສຽງ ຫລື ຢືນ​ຢູ່​ໃນ​ວົງ ເມື່ອ​ຜູ້​ຊາຍ​ກຳ​ລັງ​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ສູ່​ຕຳ​ແໜ່ງ​ທີ່​ຕ້ອງ​ໃຫ້​ລາວ​ເປັນ​ມະ​ຫາ​ປະ​ໂລ​ຫິດ.

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ນຳ​ຄວບ​ຄຸມ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ໜຶ່ງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ​ສາ​ມາດ​ເຂົ້າ​ຮ່ວມ​ໃນ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໄດ້. ປະ​ທານ​ຈະ​ຖືກ​ແຕ່ງ​ຕັ້ງ​ກ່ອນ​ທີ່​ປຶກ​ສາ​ຂອງ​ເຂົາ​ເຈົ້າ.

ຜູ້​ນຳ​ຄວບ​ຄຸມ​ອາດ​ອະ​ນຸ​ຍາດ​ໃຫ້​ສາ​ມີ ຫລື ພໍ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຢືນ​ຢູ່​ໃນ​ວົງ​ສຳ​ລັບ​ການ​ແຕ່ງ​ຕັ້ງ​ພັນ​ລະ​ຍາ ຫລື ລູກ​ຂອງ​ລາວ​ເປັນ​ທາງ​ການ ເຖິງ​ແມ່ນ​ວ່າ​ລາວ​ບໍ່​ມີ​ຄ່າ​ຄວນ​ສຳ​ລັບ​ພຣະ​ວິ​ຫານ​ຢ່າງ​ເຕັມ​ທີ່​ກໍ​ຕາມ (ເບິ່ງ 18.3).

18.11.2

ຄຳ​ແນະ​ນຳ

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ໜຶ່ງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ຈະ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ບຸກ​ຄົນ​ຢ່າງ​ເບົາໆ. ແລ້ວ​ຄົນ​ໜຶ່ງ​ທຳ​ໜ້າ​ທີ່​ກ່າວ​ອອກ​ສຽງ:

  1. ເອີ້ນ​ຊື່​ເຕັມ​ຂອງ​ບຸກ​ຄົນ.

  2. ກ່າວ​ວ່າ​ເພິ່ນ​ກະ​ທຳ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

  3. ແຕ່ງ​ຕັ້ງ​ບຸກ​ຄົນ​ເປັນ​ທາງ​ການ​ສູ່​ການ​ເອີ້ນ​ໃນ​ສະ​ເຕກ, ຫວອດ, ກຸ່ມ, ຫລື ຫ້ອງ​ຮຽນ.

  4. ມອບ​ຂໍ​ແຈ​ຖ້າ​ຫາກ​ບຸກ​ຄົນ​ຄວນ​ໄດ້​ຮັບ​ມັນ.

  5. ໃຫ້​ພອນ​ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ນຳ.

  6. ປິດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

18.12

ການ​ອຸ​ທິດ​ນ້ຳ​ມັນ​ໃຫ້​ສັກ​ສິດ

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຕ້ອງ​ທຳ​ການ​ອຸ​ທິດ​ນ້ຳ​ມັນ​ໝາກ​ກອກ​ໃຫ້​ສັກ​ສິດ ກ່ອນ​ມັນ​ຈະ​ຖືກ​ໃຊ້​ເພື່ອ​ເຈີມ​ຄົນ​ເຈັບ​ປ່ວຍ ຫລື ຜູ້​ເປັນ​ທຸກ (ເບິ່ງ ຢາ​ໂກ​ໂບ 5:14). ຈະ​ໃຊ້​ນ້ຳ​ມັນ​ຢ່າງ​ອື່ນ​ບໍ່​ໄດ້.

ສະ​ມາ​ຊິກ​ບໍ່​ຄວນ​ບໍ​ລິ​ໂພກ​ນ້ຳ​ມັນ​ສັກ​ສິດ ຫລື ໃຊ້​ທາ​ຮ່າງ​ກາຍ​ບໍ​ລິ​ເວນ​ທີ່​ເຈັບ​ປວດ.

18.12.1

ຜູ້​ປະ​ຕິ​ບັດ​ພິ​ທີ​ການ

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ໜຶ່ງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ​ສາ​ມາດ​ອຸ​ທິດ​ນ້ຳ​ມັນ​ໃຫ້​ສັກ​ສິດ. ເຂົາ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ຂໍ​ອະ​ນຸ​ມັດ​ຈາກ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ.

18.12.2

ຄຳ​ແນະ​ນຳ

ເພື່ອ​ອຸ​ທິດ​ນ້ຳ​ມັນ​ໃຫ້​ສັກ​ສິດ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄົນ​ໜຶ່ງ​ຈະ:

  1. ຖື​ຂວດ​ນ້ຳ​ໝາກ​ກອກ​ທີ່​ເປີດ​ຝາ​ໄວ້.

  2. ເອີ່ຍ​ພຣະ​ນາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ຄຳ​ອະ​ທິ​ຖານ.

  3. ກ່າວ​ວ່າ​ເພິ່ນ​ກະ​ທຳ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

  4. ອຸ​ທິດ​ນ້ຳ​ມັນ (ບໍ່​ແມ່ນ​ອຸ​ທິດ​ຂວດ) ໃຫ້​ສັກ​ສິດ ແລະ ກຳ​ນົດ​ໄວ້​ສຳ​ລັບ​ການ​ເຈີມ ແລະ ການ​ໃຫ້​ພອນ​ຄົນ​ເຈັບ​ປ່ວຍ ແລະ ຜູ້​ເປັນ​ທຸກ.

  5. ປິດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

18.13

ການ​ປະ​ຕິ​ບັດ​ຕໍ່​ຄົນ​ເຈັບ​ປ່ວຍ

ການ​ປະ​ຕິ​ບັດ​ຕໍ່​ຄົນ​ເຈັບ​ປ່ວຍ “ໂດຍ​ການ​ວາງ​ມື” ມີ​ສອງ​ພາກ​ສ່ວນ: ການ​ເຈີມ​ດ້ວຍ​ນ້ຳ​ມັນ ແລະ ການ​ຜະ​ນຶກ​ການ​ເຈີມ​ດ້ວຍ​ການ​ໃຫ້​ພອນ. ຖ້າ​ຫາກ​ບໍ່​ມີ​ນ້ຳ​ມັນ​ສັກ​ສິດ, ກໍ​ສາ​ມາດ​ມອບ​ພອນ​ໃຫ້​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ປາດ​ສະ​ຈາກ​ການ​ເຈີມ.

18.13.1

ຜູ້​ໃຫ້​ພອນ

ພຽງ​ແຕ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ມີ​ຄ່າ​ຄວນ​ເທົ່າ​ນັ້ນ ສາ​ມາດ​ປະ​ຕິ​ບັດ​ຕໍ່​ຄົນ​ເຈັບ​ປ່ວຍ ຫລື ຜູ້​ເປັນ​ທຸກ​ໄດ້. ເຂົາ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ຂໍ​ອະ​ນຸ​ມັດ​ຈາກ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ. ຖ້າ​ເປັນ​ໄປ​ໄດ້, ພໍ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຈະ​ປະ​ຕິ​ບັດ ແລະ ໃຫ້​ພອນ​ແກ່​ສະ​ມາ​ຊິກ​ທີ່​ເຈັບ​ປ່ວຍ​ໃນ​ຄອບ​ຄົວ​ຂອງ​ຕົນ.

ຕາມ​ປົກ​ກະ​ຕິ​ແລ້ວ, ຈະ​ມີ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສອງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ​ປະ​ຕິ​ບັດ​ຕໍ່​ຄົນ​ເຈັບ​ປ່ວຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄົນ​ດຽວ​ກໍ​ສາ​ມາດ​ເຮັດ​ທັງ​ການ​ເຈີມ ແລະ ການ​ຜະ​ນຶກ​ໄດ້.

18.13.2

ຄຳ​ແນະ​ນຳ

ການ​ເຈີມ​ດ້ວຍ​ນ້ຳ​ມັນ​ຖືກ​ກະ​ທຳ​ໂດຍ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄົນ​ໜຶ່ງ. ເພິ່ນ:

  1. ຢອດ​ນ້ຳ​ມັນ​ສັກ​ສິດ​ລົງ​ເທິງ​ຫົວ​ຂອງ​ບຸກ​ຄົນ.

  2. ວາງ​ມື​ຂອງ​ເພິ່ນ​ໃສ່​ເທິງ​ຫົວ​ຂອງ​ບຸກ​ຄົນ​ຢ່າງ​ເບົາໆ ແລະ ເອີ້ນ​ຊື່​ເຕັມ​ຂອງ​ບຸກ​ຄົນ.

  3. ກ່າວ​ວ່າ​ເພິ່ນ​ກະ​ທຳ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

  4. ກ່າວ​ວ່າ​ເພິ່ນ​ກຳ​ລັງ​ເຈີມ​ດ້ວຍ​ນ້ຳ​ມັນ​ທີ່​ໄດ້​ອຸ​ທິດ​ໃຫ້​ສັກ​ສິດ​ແລ້ວ​ສຳ​ລັບ​ການ​ເຈີມ ແລະ ການ​ໃຫ້​ພອນ​ຄົນ​ເຈັບ​ປ່ວຍ ແລະ ຜູ້​ເປັນ​ທຸກ.

  5. ປິດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເພື່ອ​ຜະ​ນຶກ​ການ​ເຈີມ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ໜຶ່ງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ ວາງ​ມື​ຂອງ​ເຂົາ​ເຈົ້າ​ໃສ່​ເທິງ​ຫົວ​ຂອງ​ບຸກ​ຄົນ​ຢ່າງ​ເບົາໆ. ແລ້ວ​ຜູ້​ຜະ​ນຶກ​ການ​ເຈີມ:

  1. ເອີ້ນ​ຊື່​ເຕັມ​ຂອງ​ບຸກ​ຄົນ.

  2. ກ່າວ​ວ່າ​ເພິ່ນ​ກຳ​ລັງ​ຜະ​ນຶກ​ການ​ເຈີມ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

  3. ໃຫ້​ພອນ​ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ນຳ.

  4. ປິດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

18.14

ພອນ​ແຫ່ງ​ການ​ປອບ​ໂຍນ ແລະ ຄຳ​ແນະ​ນຳ, ລວມ​ທັງ​ພອນ​ຂອງ​ພໍ່

18.14.1

ຜູ້​ໃຫ້​ພອນ

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາ​ມາດ​ໃຫ້​ພອນ​ແຫ່ງ​ການ​ປອບ​ໂຍນ ແລະ ຄຳ​ແນະ​ນຳ​ແກ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ຄົນ​ອື່ນໆ​ທີ່​ຮຽກ​ຮ້ອງ​ມາ.

ພໍ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາ​ມາດ​ໃຫ້​ພອນ​ຂອງ​ພໍ່​ແກ່​ລູກ​ຂອງ​ຕົນ​ໄດ້. ພໍ່​ແມ່​ຊຸກ​ຍູ້​ລູກໆ​ຂອງ​ຕົນ​ໃຫ້​ຂໍ​ພອນ​ຂອງ​ພໍ່​ໃນ​ເວ​ລາ​ທີ່​ຕ້ອງ​ການ. ພອນ​ຂອງ​ພໍ່​ສາ​ມາດ​ຖືກ​ອັດ​ສຽງ​ໄວ້​ສຳ​ລັບ​ການ​ໃຊ້​ສ່ວນ​ຕົວ.

ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ບໍ່​ຈຳ​ເປັນ​ຕ້ອງ​ຂໍ​ອະ​ນຸ​ມັດ​ຈາກ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ໃຫ້​ພອນ​ແຫ່ງ​ການ​ປອບ​ໂຍນ ແລະ ຄຳ​ແນະ​ນຳ ຫລື ພອນ​ຂອງ​ພໍ່.

18.14.2

ຄຳ​ແນະ​ນຳ

ເພື່ອ​ໃຫ້​ພອນ​ແຫ່ງ​ການ​ປອບ​ໂຍນ ແລະ ຄຳ​ແນະ​ນຳ ຫລື ພອນ​ຂອງ​ພໍ່, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ໜຶ່ງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ ຈະ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ບຸກ​ຄົນ​ຢ່າງ​ເບົາໆ. ແລ້ວ​ຄົນ​ໜຶ່ງ​ທຳ​ໜ້າ​ທີ່​ກ່າວ​ອອກ​ສຽງ:

  1. ເອີ້ນ​ຊື່​ເຕັມ​ຂອງ​ບຸກ​ຄົນ.

  2. ກ່າວ​ວ່າ​ການ​ໃຫ້​ພອນ​ຖືກ​ກະ​ທຳ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

  3. ກ່າວ​ຄຳ​ໃຫ້​ພອນ, ຄຳ​ປອບ​ໂຍນ, ແລະ ຄຳ​ແນະ​ນຳ​ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ນຳ.

  4. ປິດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

18.15

ການ​ອຸ​ທິດ​ບ້ານ​ເຮືອນ

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ສາ​ມາດ​ອຸ​ທິດ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

18.15.2

ຄຳ​ແນະ​ນຳ

ເພື່ອ​ອຸ​ທິດ​ບ້ານ​ເຮືອນ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ:

  1. ເອີ່ຍ​ພຣະ​ນາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ຄຳ​ອະ​ທິ​ຖານ.

  2. ກ່າວ​ວ່າ​ເພິ່ນ​ກະ​ທຳ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

  3. ອຸ​ທິດ​ບ້ານ​ເຮືອນ​ໃຫ້​ເປັນ​ສະ​ຖານ​ທີ່​ສັກ​ສິດ ບ່ອນ​ທີ່​ພຣະ​ວິນ​ຍານ​ສັກ​ສິດ​ສາ​ມາດ​ສະ​ຖິດ​ຢູ່ ແລະ ກ່າວ​ຄຳ​ອື່ນໆ​ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ນຳ.

  4. ປິດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

18.16

ການ​ອຸ​ທິດ​ຫລຸມ​ຝັງ​ສົບ

18.16.1

ຜູ້​ອຸ​ທິດ​ຫລຸມ​ຝັງ​ສົບ

ບຸກ​ຄົນ​ທີ່​ອຸ​ທິດ​ຫລຸມ​ຝັງ​ສົບ​ຕ້ອງ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ທີ່​ດຳ​ເນີນ​ພິ​ທີ.

18.16.2

ຄຳ​ແນະ​ນຳ

ເພື່ອ​ອຸ​ທິດ​ຫລຸມ​ຝັງ​ສົບ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ:

  1. ເອີ່ຍ​ພຣະ​ນາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ຄຳ​ອະ​ທິ​ຖານ.

  2. ກ່າວ​ວ່າ​ເພິ່ນ​ກະ​ທຳ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.

  3. ອຸ​ທິດ ແລະ ອຸ​ທິດ​ຖວາຍ​ບ່ອນ​ຝັງ​ສົບ​ໃຫ້​ເປັນ​ສະ​ຖານ​ທີ່​ພັກ​ຮ່າງ​ກາຍ​ຂອງ​ຜູ້​ເສຍ​ຊີ​ວິດ.

  4. ອະ​ທິ​ຖານ​ວ່າ​ສະ​ຖານ​ທີ່​ນັ້ນ​ຈະ​ສັກ​ສິດ ແລະ ຖືກ​ປົກ​ປ້ອງ​ຈົນ​ເຖິງ​ການ​ຟື້ນ​ຄືນ​ຊີ​ວິດ (ຖ້າ​ຫາກ​ເຫັນ​ວ່າ​ສົມ​ຄວນ).

  5. ທູນ​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປອບ​ໂຍນ​ຄອບ​ຄົວ ແລະ ສະ​ແດງ​ຄວາມ​ຄິດ​ຕາມ​ພຣະ​ວິນ​ຍານ​ຊົງ​ນຳ.

  6. ປິດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຖ້າ​ຫາກ​ເປັນ​ການ​ເຜົາ​ສົບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ນຳ​ຄວບ​ຄຸມ​ຈະ​ພິ​ຈາ​ລະ​ນາ​ວ່າ ຄວນ​ອຸ​ທິດ​ບ່ອນ​ໄວ້​ກະ​ດູກ​ຫລື​ບໍ່.

18.17

ປິ​ຕຸ​ພອນ

ສະ​ມາ​ຊິກ​ທຸກ​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ ແລະ ມີ​ຄ່າ​ຄວນ​ສາ​ມາດ​ຮັບ​ປິ​ຕຸ​ພອນ​ໄດ້, ຊຶ່ງ​ເປັນ​ການ​ຊີ້​ນຳ​ທີ່​ດົນ​ໃຈ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ (ເບິ່ງ ປະ​ຖົມ​ມະ​ການ 48:14–1649; 2 ນີ​ໄຟ 4:3–11).

ອະ​ທິ​ການ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ ສຳ​ພາດ​ສະ​ມາ​ຊິກ​ຜູ້​ທີ່​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ເອົາ​ປິ​ຕຸ​ພອນ. ຖ້າ​ຫາກ​ສະ​ມາ​ຊິກ​ມີ​ຄ່າ​ຄວນ, ຜູ້​ສຳ​ພາດ​ຈະ​ກຽມ​ໃບ​ຮັບ​ຮອງ​ປິ​ຕຸ​ພອນ. ເພິ່ນ​ສົ່ງ​ມັນ​ໄປ​ຜ່ານ​ທາງ ລະ​ບົບ​ປິ​ຕຸ​ພອນ ທີ່ ChurchofJesusChrist.org.

ຜູ້​ທີ່​ອອກ​ໃບ​ຮັບ​ຮອງ​ປິ​ຕຸ​ພອນ​ຕ້ອງ​ແນ່​ໃຈ​ວ່າ ສະ​ມາ​ຊິກ​ມີ​ວຸດ​ທິ​ພາ​ວະ​ພໍ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ສຳ​ຄັນ ແລະ ລັກ​ສະ​ນະ​ອັນ​ສັກ​ສິດ​ຂອງ​ພອນ.

18.17.1

ການ​ຮັບ​ເອົາ​ປິ​ຕຸ​ພອນ

ຫລັງ​ຈາກ​ໄດ້​ຮັບ​ໃບ​ຮັບ​ຮອງ​ແລ້ວ, ສະ​ມາ​ຊິກ​ຈະ​ຕິດ​ຕໍ່​ຫາ​ປິ​ຕຸ​ເພື່ອ​ນັດ​ໝາຍ​ເວ​ລາ​ທີ່​ຈະ​ໄປ​ຮັບ​ເອົາ​ປິ​ຕຸ​ພອນ. ໃນ​ມື້​ນັດ​ໝາຍ, ສະ​ມາ​ຊິກ​ຄວນ​ໄປ​ຫາ​ປິ​ຕຸ​ດ້ວຍ​ທັດ​ສະ​ນະ​ຄະ​ຕິ​ທີ່​ຮ່ວມ​ດ້ວຍ​ການ​ອະ​ທິ​ຖານ ແລະ ແຕ່ງ​ກາຍ​ໃນ​ຊຸດ​ວັນ​ອາ​ທິດ.

ປິ​ຕຸ​ພອນ​ທຸກ​ໃບ​ແມ່ນ​ສັກ​ສິດ, ເປັນ​ຄວາມ​ລັບ, ແລະ ເປັນ​ສ່ວນ​ຕົວ. ດັ່ງ​ນັ້ນ, ປິ​ຕຸ​ພອນ​ຈຶ່ງ​ຖືກ​ມອບ​ໃຫ້​ເປັນ​ສ່ວນ​ຕົວ ຍົກ​ເວັ້ນ​ແຕ່​ຄອບ​ຄົວ​ຂອງ​ສະ​ມາ​ຊິກ​ຈຳ​ນວນ​ທີ່​ຈຳ​ກັດ​ຢາກ​ຢູ່​ນຳ.

ບຸກ​ຄົນ​ທີ່​ຮັບ​ເອົາ​ປິ​ຕຸ​ພອນ ຄວນ​ທະ​ນຸ​ຖະ​ໜອມ​ຖ້ອຍ​ຄຳ, ໄຕ່​ຕອງ​ກ່ຽວ​ກັບ​ມັນ, ແລະ ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ​ສຳ​ລັບ​ພອນ​ທີ່​ສັນ​ຍາ​ໄວ້​ໃນ​ຊີ​ວິດ​ນີ້ ແລະ ໃນ​ນິ​ລັນ​ດອນ.

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ຄວນ​ປຽບ​ທຽບ​ປິ​ຕຸ​ພອນ ແລະ ບໍ່​ຄວນ​ບອກ​ໃຜ​ກ່ຽວ​ກັບ​ປິ​ຕຸ​ພອນ ຍົກ​ເວັ້ນ​ແຕ່​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ສະ​ໜິດ​ສະ​ໜົມ​ກັນ​ແທ້ໆ. ປິ​ຕຸ​ພອນ​ບໍ່​ຄວນ​ຖືກ​ອ່ານ​ຢູ່​ໃນ​ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ ຫລື ໃນ​ການ​ຊຸມ​ນຸມ​ສາ​ທາ​ລະ​ນະ​ອື່ນໆ.