ຄູ່​ມື ແລະ ການ​ເອີ້ນ
17. ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ


“17. ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“17. ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ແມ່​ກຳ​ລັງ​ສິດ​ສອນ​ລູກ​ຊາຍ

17.

ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ

ເຮົາ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ເພື່ອ​ຊ່ວຍ​ຜູ້​ຄົນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

17.1

ຫລັກ​ທຳ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ

ເມື່ອ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ, ພໍ່​ແມ່, ຄູ​ສອນ, ແລະ ຜູ້​ນຳ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ເປັນ​ພຣະ​ອາ​ຈານ.

ຜູ້​ນຳ​ແບ່ງ​ປັນ​ຫລັກ​ທຳ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ​ດັ່ງ​ຕໍ່​ໄປ​ນີ້​ກັບ​ຄູ​ສອນ ໃນ​ອົງ​ການ​ຂອງ​ເຂົາ​ເຈົ້າ. ຫລັກ​ທຳ​ເຫລົ່າ​ນີ້​ຖືກ​ອະ​ທິ​ບາຍ​ໄວ້​ເພີ່ມ​ເຕີມ​ຢ່າງ​ລະ​ອຽດ​ໃນ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

17.1.1

ຮັກ​ຜູ້​ທີ່​ທ່ານ​ສິດ​ສອນ

ທຸກ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກະ​ທຳ​ຄື​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ (ເບິ່ງ 2 ນີ​ໄຟ 26:24).

17.1.2

ສິດ​ສອນ​ໂດຍ​ພຣະ​ວິນ​ຍານ

ຄູ​ສອນ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກະ​ກຽມ ແລະ ສິດ​ສອນ, ແລະ ເຂົາ​ເຈົ້າ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ​ຕໍ່​ອິດ​ທິ​ພົນ​ຂອງ​ພຣະ​ອົງ​ໃນ​ແຕ່​ລະ​ວັນ.

17.1.3

ສິດ​ສອນ​ຄໍາ​ສອນ

ໃນ​ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຄູ​ສອນ​ສຸມ​ໃຈ​ໃສ່​ຄວາມ​ຈິງ​ທີ່​ສຳ​ຄັນ ແລະ ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ກິດ​ຕິ​ຄຸນ. ເຂົາ​ເຈົ້າ​ສິດ​ສອນ​ໂດຍ​ການ​ໃຊ້​ພຣະ​ຄຳ​ພີ, ຄຳ​ສອນ​ຂອງ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ, ແລະ ອຸ​ປະ​ກອນ​ຫລັກ​ສູດ​ທີ່​ຖືກ​ອະ​ນຸ​ມັດ.

17.1.4

ເຊື້ອ​ເຊີນ​ການ​ຮຽນ​ຮູ້​ທີ່​ພາກ​ພຽນ

ຄູ​ສອນ​ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ຕົນ​ເອງ.

17.2

ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໂດຍ​ມີ​ບ້ານ​ເປັນ​ສູນ​ກາງ

ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ ແລະ ຄູ​ສອນ​ຊຸກ​ຍູ້ ແລະ ສົ່ງ​ເສີມ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໂດຍ​ມີ​ບ້ານ​ເປັນ​ສູນ​ກາງ.

ຜູ້​ນຳ ແລະ ຄູ​ສອນ​ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ສະ​ແຫວງ​ຫາ​ການ​ດົນ​ໃຈ​ຂອງ​ຕົນ​ເອງ​ກ່ຽວ​ກັບ​ວິ​ທີ​ສຶກ​ສາ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ. ແຫລ່ງ​ຊ່ວຍ​ເຫລືອ​ຫລັກ​ຂອງ​ເຂົາ​ເຈົ້າ​ຄວນ​ເປັນ​ພຣະ​ຄຳ​ພີ ແລະ ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ.

17.3

ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຜູ້​ນຳ

  • ເປັນ​ແບບ​ຢ່າງ​ໂດຍ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ ແລະ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

  • ໃຫ້​ແນ່​ໃຈ​ວ່າ​ການ​ສິດ​ສອນ​ໃນ​ອົງ​ການ​ຂອງ​ເຂົາ​ເຈົ້າ​ສ້າງ​ສັດ​ທາ ແລະ ຖືກ​ຕ້ອງ​ຕາມ​ຫລັກ​ຄຳ​ສອນ.

  • ສະ​ໜັບ​ສະ​ໜູນ​ຄູ​ສອນ​ໃນ​ອົງ​ການ​ຂອງ​ເຂົາ​ເຈົ້າ​ຢ່າງ​ຕໍ່​ເນື່ອງ.

17.4

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ

ໃນ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ, ຄູ​ສອນ​ປຶກ​ສາ​ຫາ​ລື​ນຳ​ກັນ​ກ່ຽວ​ກັບ​ຫລັກ​ທຳ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ. ເຂົາ​ເຈົ້າ​ກໍ​ຈະ​ປຶກ​ສາ​ຫາ​ລື​ນຳ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ປັບ​ປຸງ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ. ເຂົາ​ເຈົ້າ​ໃຊ້ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ແຫລ່ງ​ຊ່ວຍ​ເຫລືອ.

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສາ​ມາດ​ຈັດ​ຂຶ້ນ​ທຸກ​ໄຕ​ມາດ​ລະ​ຫວ່າງ​ຫ້ອງ​ຮຽນ 50 ນາ​ທີ ໃນ​ວັນ​ອາ​ທິດ.