ຄູ່​ມື ແລະ ການ​ເອີ້ນ
15. ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ


“15. ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“15. ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຍິງ​ໜຸ່ມ​ຍົກ​ມື​ໃນ​ຫ້ອງ​ຮຽນ

15.

ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ

15.0

ຄຳ​ນຳ

ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ (S&I) ຊ່ວຍ​ເຫລືອ​ພໍ່​ແມ່ ແລະ ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ໃນ​ການ​ຊ່ວຍ​ໃຫ້​ຊາວ​ໜຸ່ມ ແລະ ຜູ້​ໃຫຍ່​ໜຸ່ມ​ເພີ່ມ​ພູນ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ.

ຕົວ​ແທນ S&I ຖືກມອບ​ໝາຍ​ໃຫ້​ກັບ​ແຕ່​ລະ​ສະ​ເຕກ​ເພື່ອ​ຊ່ວຍ​ຜູ້​ນຳ​ບໍ​ລິ​ຫານ​ໂຄງ​ການ S&I.

15.1

ຫ້ອງ​ຮຽນ​ສາດ​ສະ​ໜາ

ຫ້ອງ​ຮຽນ​ສາດ​ສະ​ໜາ​ເປັນ​ໂຄງ​ການ​ສີ່​ປີ ຊຶ່ງ​ໃນ​ນັ້ນ​ຊາວ​ໜຸ່ມ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຕາມ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ. ນັກ​ຮຽນ​ໃນ​ຫ້ອງ​ຮຽນ​ສາດ​ສະ​ໜາ ໂດຍ​ທົ່ວ​ໄປ​ແລ້ວ ມີ​ອາ​ຍຸ 14–18 ປີ.

ຝ່າຍ​ອະ​ທິ​ການ, ຜູ້​ນຳ​ຊາວ​ໜຸ່ມ, ແລະ ຝ່າຍ​ປະ​ທານ​ກຸ່ມ ແລະ ຝ່າຍ​ປະ​ທານ​ຫ້ອງ ຊຸກ​ຍູ້​ຊາວ​ໜຸ່ມ​ທຸກ​ຄົນ​ໃຫ້​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມ​ສ່ວນ ໃນ​ຫ້ອງ​ຮຽນ​ສາດ​ສະ​ໜາ.

15.1.1

ຄູ​ສອນ

ຄູ​ສອນ​ຫ້ອງ​ຮຽນ​ສາດ​ສະ​ໜາ ຄວນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ມີ​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ. ເຂົາ​ເຈົ້າ​ຄວນ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ທີ່​ເຂົາ​ເຈົ້າ​ສິດ​ສອນ ແລະ ເຮັດ​ວຽກ​ໄດ້​ດີ​ກັບ​ຊາວ​ໜຸ່ມ. ເມື່ອ​ເປັນ​ໄປ​ໄດ້, ຄູ​ສອນ​ຄວນ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ.

ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ ຫລື ສະ​ມາ​ຊິກ​ສະ​ພາ​ສູງ​ທີ່​ຖືກ​ມອບ​ໝາຍ ຈະ​ເອີ້ນ, ແຕ່ງ​ຕັ້ງ​ເປັນ​ທາງ​ການ, ແລະ ປົດ​ຄູ​ສອນ​ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ຜູ້​ຈັດ​ການ​ຂອງ​ສະ​ເຕກ.

ເພື່ອ​ປົກ​ປ້ອງ​ຄູ​ສອນ ແລະ ນັກ​ຮຽນ, ຜູ້​ໃຫຍ່​ສອງ​ຄົນ​ຄວນ​ຢູ່​ໃນ​ອາ​ຄານ ຫລື ບ້ານ​ເຮືອນ​ບ່ອນ​ທີ່​ຫ້ອງ​ຮຽນ​ສາດ​ສະ​ໜາ​ກຳ​ລັງ​ຖືກ​ສິດ​ສອນ.

15.1.2

ທາງ​ເລືອກ​ຫ້ອງ​ຮຽນ​ສາດ​ສະ​ໜາ

ຫ້ອງ​ຮຽນ​ສາດ​ສະ​ໜາ​ເປັນ​ປະ​ໂຫຍດ​ຫລາຍ​ທີ່​ສຸດ ເມື່ອ​ນັກ​ຮຽນ​ສາ​ມາດ​ພົບ​ກັບ​ຄູ​ສອນ​ທຸກ​ວັນ​ທຳ​ມະ​ດາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ນີ້​ອາດ​ເປັນ​ໄປ​ບໍ່​ໄດ້​ເນື່ອງ​ຈາກ​ບັນ​ຫາ​ເລື່ອງ​ຄວາມ​ປອດ​ໄພ, ໄລ​ຍະ​ການ​ເດີນ​ທາງ, ແລະ ປັດ​ໃຈ​ອື່ນໆ.

ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ປຶກ​ສາ​ກັບ​ຕົວ​ແທນ S&I ຂອງ​ເຂົາ​ເຈົ້າ ເພື່ອ​ຕັດ​ສິນ​ໃຈ​ວ່າ​ທາງ​ເລືອກ​ໃດ​ຈະ:

  • ຊ່ວຍ​ໃຫ້​ນັກ​ຮຽນ ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ ແລະ ເຕີບ​ໂຕ​ທາງ​ວິນ​ຍານ​ໄດ້​ຫລາຍ​ທີ່​ສຸດ.

  • ຮັກ​ສາ​ນັກ​ຮຽນ​ໃຫ້​ປອດ​ໄພ.

  • ບໍ່​ສ້າງ​ພາ​ລະ​ໃຫ້​ຄອບ​ຄົວ​ຖ້າ​ບໍ່​ຈຳ​ເປັນ.

ບໍ່​ຈັດ​ຫ້ອງ​ຮຽນ​ຂຶ້ນ​ໃນ​ວັນ​ອາ​ທິດ.

15.1.3

ອາ​ຄານ, ອຸ​ປະ​ກອນ, ແລະ ວັດ​ສະ​ດຸ

ຜູ້​ນຳ​ສະ​ເຕກ ແລະ ຜູ້​ນຳ​ຫວອດ​ຕ້ອງ​ແນ່​ໃຈ​ໄດ້​ວ່າ​ມີ​ສະ​ຖານ​ທີ່​ຢູ່​ໂບດ ຫລື ເຮືອນ​ຂອງ​ສະ​ມາ​ຊິກ​ສຳ​ລັບ​ຫ້ອງ​ຮຽນ​ສາດ​ສະ​ໜາ.

ຕົວ​ແທນ S&I ຈັດ​ຫາ​ວັດ​ສະ​ດຸ​ໃຫ້​ຄູ​ສອນ ແລະ ນັກ​ຮຽນ​ສຳ​ລັບ​ແຕ່​ລະ​ຫ້ອງ. ນັກ​ຮຽນ​ຄວນ​ເອົາ​ພຣະ​ຄຳ​ພີ, ຊະ​ນິດ​ເປັນ​ປຶ້ມ ຫລື ດິ​ຈິ​ຕັນ​ມາ​ນຳ.

15.1.5

ໜ່ວຍ​ກິດ ແລະ ຈົບ​ການ​ສຶກ​ສາ

ນັກ​ຮຽນ​ໃນ​ຫ້ອງ​ຮຽນ​ສາດ​ສະ​ໜາ​ສາ​ມາດ​ຮຽນ​ຮູ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ແລະ ເລິກ​ເຊິ່ງ​ຫລາຍ​ກວ່າ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ພວກ​ເຂົາ ຖ້າ​ຫາກ​ພວກ​ເຂົາ​ໄປ​ຫ້ອງ​ຮຽນ, ມີ​ສ່ວນ​ຮ່ວມ, ແລະ ສຶກ​ສາ​ພຣະ​ຄຳ​ພີ​ຢູ່​ນອກ​ຫ້ອງ​ຮຽນ​ເປັນ​ປະ​ຈຳ. ເມື່ອ​ພວກ​ເຂົາ​ເຮັດ​ສິ່ງ​ເຫລົ່າ​ນີ້, ພວກ​ເຂົາ​ຈະ​ໄດ້​ຮັບ​ໜ່ວຍ​ກິດ​ຈາກ​ຫ້ອງ​ຮຽນ​ສາດ​ສະ​ໜາ​ໃນ​ແຕ່​ລະ​ປີ ແລະ ຈົບ​ຫ້ອງ​ຮຽນ​ສາດ​ສະ​ໜາ​ໄດ້.

ເພື່ອ​ຈົບ​ຫ້ອງ​ຮຽນ​ສາດ​ສະ​ໜາ, ນັກ​ຮຽນ​ຕ້ອງ​ໄດ້​ຮັບ​ໜ່ວຍ​ກິດ​ສີ່​ປີ ແລະ ຮັບ​ການ​ຮັບ​ຮອງ​ໂດຍ​ຜູ້​ນຳ​ຝ່າຍ​ສາດ​ສະ​ໜາ ຈາກ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ.

15.2

ສະ​ຖາ​ບັນ

ສະ​ຖາ​ບັນ​ຈັດ​ຫ້ອງ​ຮຽນ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ. ຜູ້​ໃຫຍ່​ໜຸ່ມ​ໂສດ​ທຸກ​ຄົນ​ອາ​ຍຸ 18–30 ປີ ຄວນ​ຖືກ​ຊຸກ​ຍູ້​ໃຫ້​ເຂົ້າ​ຮ່ວມ​ຫ້ອງ​ຮຽນ​ສະ​ຖາ​ບັນ, ບໍ່​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ເຂົ້າ​ໂຮງ​ຮຽນ​ຫລື​ບໍ່​ກໍ​ຕາມ.

15.3

ໂຮງ​ຮຽນ​ຂອງ​ສາດ​ສະ​ໜາ​ຈັກ ແລະ ລະ​ບົບ​ການ​ສຶກ​ສາ​ຂອງ​ສາດ​ສະ​ໜາ​ຈັກ

ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ໂຮງ​ຮຽນ​ປະ​ຖົມ​ໄວ ແລະ ໂຮງ​ຮຽນ​ມັດ​ທະ​ຍົມ​ຂອງ​ສາດ​ສະ​ໜາ​ຈັກ, BYU–Pathway Worldwide, ແລະ ສະ​ຖາ​ບັນ​ການ​ສຶກ​ສາ​ທີ່​ສູງ​ກວ່າ, ໃຫ້​ເບິ່ງ CES.ChurchofJesusChrist.org. ຂໍ້​ມູນ​ກ່ຽວ​ກັບ​ການ​ຮັບ​ຮອງ​ຂອງ​ຜູ້​ນຳ​ຝ່າຍ​ສາດ​ສະ​ໜາ​ສຳ​ລັບ​ນັກ​ສຶກ​ສາ​ທີ່​ຈະ​ເຂົ້າ​ໂຮງ​ຮຽນ​ເຫລົ່າ​ນີ້ ກໍ​ມີ​ຢູ່​ໃນ​ນັ້ນ​ເຊັ່ນ​ກັນ.

ນອກ​ເໜືອ​ຈາກ​ນີ້, ຂໍ້​ມູນ​ກ່ຽວ​ກັບ​ການ​ອະ​ນຸ​ຍາດ​ຈາກ​ຜູ້​ນຳ​ຝ່າຍ​ສາດ​ສະ​ໜາ​ສຳ​ລັບ​ການ​ງານ ຜ່ານ​ທາງ CES Ecclesiastical Clearance Office ສາ​ມາດ​ພົບ​ເຫັນ​ໄດ້​ທີ່ help.ChurchofJesusChrist.org.