ຄູ່​ມື ແລະ ການ​ເອີ້ນ
14. ສະ​ມາ​ຊິກ​ໂສດ


“14. ສະ​ມາ​ຊິກ​ໂສດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“14. ສະ​ມາ​ຊິກ​ໂສດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ເວົ້າ​ລົມ​ກັນ

14.

ສະ​ມາ​ຊິກ​ໂສດ

14.0

ຄຳ​ນຳ

ຊາຍ ແລະ ຍິງ​ທີ່​ຍັງ​ບໍ່​ໄດ້​ແຕ່ງ​ງານ​ເທື່ອ ຫລື ຢ່າ​ຮ້າງ ຫລື ເປັນ​ໝ້າຍ​ລວມ​ເປັນ​ພາກ​ສ່ວນ​ສຳ​ຄັນ​ໃນ​ສະ​ມາ​ຊິກ​ກະ​ພາບ​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ສຳ​ຄັນ​ສຳ​ລັບ​ທຸກ​ຄົນ​ທີ່​ຈະ​ພົບ​ຄວາມ​ຫວັງ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ອີ​ເທີ 12:4). ຄວາມ​ຈິງ​ນິ​ລັນ​ດອນ​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ຊ່ວຍ​ພັດ​ທະ​ນາ​ຄວາມ​ຫວັງ​ເຊັ່ນ​ນັ້ນ​ໄດ້:

  • ພຣະ​ຄຳ​ພີ ແລະ ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍ​ຢືນ​ຢັນ​ວ່າ ທຸກ​ຄົນ​ຜູ້​ທີ່​ຊື່​ສັດ​ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ຈະ​ໄດ້​ຮັບ​ໂອ​ກາດ​ສຳ​ລັບ​ຄວາມ​ສູງ​ສົ່ງ.

  • ເວ​ລາ ແລະ ລັກ​ສະ​ນະ​ທີ່​ແນ່​ນອນ ຊຶ່ງ​ພອນ​ແຫ່ງ​ຄວາມ​ສູງ​ສົ່ງ​ຈະ​ຖືກ​ມອບ​ໃຫ້ ຍັງ​ບໍ່​ໄດ້​ຖືກ​ເປີດ​ເຜີຍ​ທັງ​ໝົດ​ເທື່ອ. ແຕ່​ໃນ​ທີ່​ສຸດ​ຈະ​ຖືກ​ມອບ​ໃຫ້​ຢ່າງ​ແນ່​ນອນ (ເບິ່ງ ໂມ​ໄຊ​ຢາ 2:41).

  • ການ​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ​ໝາຍ​ເຖິງ​ການ​ເຊື່ອ​ຟັງ ແລະ ການ​ສືບ​ຕໍ່​ດຳ​ເນີນ​ທາງ​ວິນ​ຍານ ໄປ​ສູ່​ພຣະ​ອົງ (ເບິ່ງ ເອ​ຊາ​ຢາ 64:4).

  • ພຣະ​ເຈົ້າ​ສະ​ເໜີ​ມອບ​ຊີ​ວິດ​ນິ​ລັນ​ດອນ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ. ທຸກ​ຄົນ​ທີ່​ມີ​ຄຸນ​ສົມ​ບັດ​ຄ່າ​ຄວນ​ສຳ​ລັບ​ຂອງ​ປະ​ທານ​ອັນ​ງົດ​ງາມ​ແຫ່ງ​ການ​ໃຫ້​ອະ​ໄພ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ. (ເບິ່ງ ໂມ​ໄຊ​ຢາ 26:30; ໂມ​ໂຣ​ໄນ 6:8.)

  • ຄວາມ​ເຊື່ອ​ໝັ້ນ​ໃນ​ຄຳ​ຮັບ​ຮອງ​ເຫລົ່າ​ນີ້​ມາ​ຈາກ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ, ທຸກ​ຢ່າງ​ທີ່​ກ່ຽວ​ກັບ​ຄວາມ​ເປັນ​ອະ​ມະ​ຕະ​ຢູ່​ໃນ​ສະ​ພາບ​ອັນ​ຖືກ​ຕ້ອງ (ເບິ່ງ ແອວ​ມາ 7:11–13).

ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ສະ​ມາ​ຊິກ​ທຸກ​ຄົນ​ຊ່ວຍ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ໃນ​ຫວອດ ແລະ ສະ​ເຕກ​ຂອງ​ເຂົາ​ເຈົ້າ (ເບິ່ງ 1 ໂກ​ຣິນ​ໂທ 12:12–27). ຕາມ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ, ສະ​ມາ​ຊິກ​ໂສດ​ຖືກ​ເອີ້ນ​ສູ່​ຕຳ​ແໜ່ງ​ຜູ້​ນຳ ແລະ ຄູ​ສອນ.

ໃນ​ບົດ​ນີ້:

  • “ສະ​ມາ​ຊິກ​ໂສດ” ໝາຍ​ເຖິງ​ສະ​ມາ​ຊິກ​ຜູ້​ໃຫຍ່​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຍັງ​ບໍ່​ໄດ້​ແຕ່ງ​ງານ​ໃນ​ປະ​ຈຸ​ບັນ.

  • “ຜູ້​ໃຫຍ່​ໜຸ່ມ​ໂສດ” ໝາຍ​ເຖິງ​ຜູ້​ມີ​ອາ​ຍຸ 18–30 ປີ.

  • “ຜູ້​ໃຫຍ່​ໂສດ” ໝາຍ​ເຖິງ​ຜູ້​ມີ​ອາ​ຍຸ 31 ປີ​ຂຶ້ນ​ໄປ.

14.1

ສະ​ມາ​ຊິກ​ໂສດ​ໃນ​ພູ​ມີ​ພາກ​ຂອງ​ໜ່ວຍ

14.1.1

ການ​ເປັນ​ຜູ້​ນຳ​ລະ​ດັບ​ສະ​ເຕກ

14.1.1.2

ຄະ​ນະ​ກຳ​ມະ​ການ​ຜູ້​ໃຫຍ່​ໜຸ່ມ​ໂສດ ແລະ ຜູ້​ໃຫຍ່​ໂສດ​ຂອງ​ສະ​ເຕກ

ຝ່າຍ​ປະ​ທານ​ສະ​ເຕກ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຜູ້​ໃຫຍ່​ໜຸ່ມ​ໂສດ​ຂຶ້ນ.

ຝ່າຍ​ປະ​ທານ​ສະ​ເຕກ​ກໍ​ອາດ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຜູ້​ໃຫຍ່​ໂສດ​ນຳ​ອີກ.

ຄະ​ນະ​ກຳ​ມະ​ການ​ສະ​ແຫວງ​ຫາ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ຜ່ານ​ທາງ​ມິດ​ຕະ​ພາບ ແລະ ໂອ​ກາດ​ໃນ​ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ (ເບິ່ງ 14.2).

14.1.2

ການ​ເປັນ​ຜູ້​ນຳ​ລະ​ດັບ​ຫວອດ

14.1.2.1

ຝ່າຍ​ອະ​ທິ​ການ

ຝ່າຍ​ອະ​ທິ​ການ​ເປັນ​ຜູ້​ສຳ​ຄັນ​ໃນ​ການ​ເຮັດ​ໃຫ້​ສະ​ມາ​ຊິກ​ໂສດ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. ພວກ​ເພິ່ນ​ເຮັດ​ວຽກ​ງານ​ກັບ​ສະ​ພາ​ຫວອດ​ເພື່ອ​ລະ​ບຸ​ການ​ເອີ້ນ ແລະ ການ​ມອບ​ໝາຍ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ສະ​ມາ​ຊິກ​ໂສດ. ພວກ​ເພິ່ນ​ຮັບ​ຮູ້ ແລະ ພະ​ຍາ​ຍາມ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ພໍ່​ແມ່​ລ້ຽງ​ດ່ຽວ.

  • ສະ​ມາ​ຊິກ​ໃນ​ຝ່າຍ​ອະ​ທິ​ການ​ພົບ​ກັບ​ຜູ້​ໃຫຍ່​ໜຸ່ມ​ໂສດ​ແຕ່​ລະ​ຄົນ ຢ່າງ​ໜ້ອຍ​ປີ​ລະ​ເທື່ອ.

  • ຝ່າຍ​ອະ​ທິ​ການ​ອາດ​ຈັດ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຜູ້​ໃຫຍ່​ໜຸ່ມ​ໂສດ​ໃນ​ຫວອດ.

14.1.2.2

ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ທີ່​ຖືກ​ມອບ​ໝາຍ​ໃຫ້​ດູ​ແລ​ຜູ້​ໃຫຍ່​ໜຸ່ມ​ໂສດ

ປະ​ທານ​ກຸ່ມ​ແອວ​ເດີ ແລະ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຕ່າງ​ຄົນ​ສາ​ມາດ​ມອບ​ໝາຍ​ໃຫ້​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ຂອງ​ຕົນ​ສະ​ໜັບ​ສະ​ໜູນ​ຜູ້​ໃຫຍ່​ໜຸ່ມ​ໂສດ. ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ເຫລົ່າ​ນີ້​ຮຽນ​ຮູ້​ເຖິງ​ຄວາມ​ເຂັ້ມ​ແຂງ​ຂອງ​ຜູ້​ໃຫຍ່​ໜຸ່ມ​ໂສດ ແລະ ຊ່ວຍ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ.

ປະ​ທານ​ກຸ່ມ​ແອວ​ເດີ ແລະ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ອາດ​ລາຍ​ງານ​ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນີ້​ໃນ​ການ​ປະ​ຊຸມ​ສະ​ພາ​ຫວອດ.

14.1.2.3

ຜູ້​ນຳ​ຜູ້​ໃຫຍ່​ໜຸ່ມ​ໂສດ

ໃນ​ຫວອດ​ທີ່​ມີ​ຜູ້​ໃຫຍ່​ໜຸ່ມ​ໂສດ​ຫລາຍ​ຄົນ, ຝ່າຍ​ອະ​ທິ​ການ​ອາດ​ເອີ້ນ​ຜູ້​ໃຫຍ່​ໜຸ່ມ​ໂສດ​ຜູ້​ຊາຍ ແລະ ຜູ້​ຍິງ​ຄົນ​ໜຶ່ງ​ໃຫ້​ເປັນ​ຜູ້​ນຳ​ຜູ້​ໃຫຍ່​ໜຸ່ມ​ໂສດ. ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ​ແມ່ນ​ລວມ​ທັງ:

  • ການ​ຊ່ວຍ​ໃຫ້​ຜູ້​ໃຫຍ່​ໜຸ່ມ​ໂສດ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ (ເບິ່ງ 14.2).

  • ການ​ຮັບ​ໃຊ້​ໃນ​ຄະ​ນະ​ກຳ​ມະ​ການ​ຜູ້​ໃຫຍ່​ໜຸ່ມ​ໂສດ​ຂອງ​ສະ​ເຕກ.

  • ການ​ນຳ​ພາ​ຄະ​ນະ​ກຳ​ມະ​ການ​ຜູ້​ໃຫຍ່​ໜຸ່ມ​ໂສດ​ຂອງ​ຫວອດ ຖ້າ​ຖືກ​ຈັດ​ຕັ້ງ​ຂຶ້ນ.

  • ການ​ປະ​ຊຸມ​ກັບ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ເປັນ​ປະ​ຈຳ. ໃນ​ການ​ປະ​ຊຸມ​ເຫລົ່າ​ນີ້, ເຂົາ​ເຈົ້າ​ສົນ​ທະ​ນາ​ເຖິງ​ຄວາມ​ເຂັ້ມ​ແຂງ​ຂອງ​ຜູ້​ໃຫຍ່​ໜຸ່ມ​ໂສດ ແລະ ວິ​ທີ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ກໍ​ຍັງ​ສຸມ​ໃສ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ໃຫຍ່​ໜຸ່ມ​ໂສດ​ນຳ​ອີກ.

14.2

ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

14.2.1

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

14.2.1.1

ການ​ສັງ​ສັນ​ໃນ​ຕອນ​ແລງ ແລະ ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ

ຜູ້​ນຳ ຫລື ສະ​ມາ​ຊິກ​ທີ່​ປາດ​ຖະ​ໜາ​ທີ່​ຈະ​ເຂົ້າ​ຮ່ວມ​ອາດ​ຈັດ​ຕັ້ງ​ກຸ່ມ​ສັງ​ສັນ​ໃນ​ຕອນ​ແລງ​ໜຶ່ງ​ກຸ່ມ ຫລື ຫລາຍ​ກວ່າ​ນັ້ນ ສຳ​ລັບ​ຜູ້​ໃຫຍ່​ໂສດ ແລະ ກຸ່ມ​ອື່ນໆ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ​ໂສດ.

14.2.1.3

ກິດ​ຈະ​ກຳ

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ນຳ​ລະ​ດັບ​ຫວອດ ແລະ ສະ​ເຕກ, ຜູ້​ໃຫຍ່​ໜຸ່ມ​ໂສດ​ສາ​ມາດ​ວາງ​ແຜນ ແລະ ມີ​ສ່ວນ​ຮ່ວມ​ໃນ​ກິດ​ຈະ​ກຳ​ສະ​ເພາະ​ເຂົາ​ເຈົ້າ. ຕົວ​ຢ່າງ​ອາດ​ລວມ​ທັງ:

  • ການ​ໄປ​ພຣະ​ວິ​ຫານ.

  • ວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ.

  • ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ.

  • ການ​ຮັບ​ໃຊ້​ຊຸມ​ຊົນ.

  • ງານ​ດົນ​ຕີ ແລະ ວັດ​ທະ​ນະ​ທຳ.

  • ກິ​ລາ.

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ນຳ​ລະ​ດັບ​ສະ​ເຕກ, ຜູ້​ໃຫຍ່​ໂສດ​ສາ​ມາດ​ວາງ​ແຜນ​ກິດ​ຈະ​ກຳ​ທີ່​ຄ້າຍ​ຄື​ກັນ​ນີ້​ໃນ​ລະ​ດັບ​ສະ​ເຕກ.