ຄູ່​ມື ແລະ ການ​ເອີ້ນ
13. ໂຮງ​ຮຽນ​ວັນ​ອາ​ທິດ


“13. ໂຮງ​ຮຽນ​ວັນ​ອາ​ທິດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“13. ໂຮງ​ຮຽນ​ວັນ​ອາ​ທິດ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

13.

ໂຮງ​ຮຽນ​ວັນ​ອາ​ທິດ

13.1

ຈຸດ​ປະ​ສົງ

ຜູ້​ນຳ, ຄູ​ສອນ, ແລະ ຫ້ອງ​ຮຽນ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ:

  • ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ສິດ​ສອນ “ຄຳ​ສອນ​ຂອງ​ອາ​ນາ​ຈັກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:77).

  • ສົ່ງ​ເສີມ​ໃຫ້​ບ້ານ​ເປັນ​ສູນ​ກາງ ແລະ ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ.

  • ຊ່ວຍ​ສະ​ມາ​ຊິກ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

13.2

ການ​ເປັນ​ຜູ້​ນຳ​ໂຮງ​ຮຽນ​ວັນ​ອາ​ທິດ​ໃນ​ຫວອດ

13.2.1

ຝ່າຍ​ອະ​ທິ​ການ

ຝ່າຍ​ອະ​ທິ​ການ​ດູ​ແລ​ໂຮງ​ຮຽນ​ວັນ​ອາ​ທິດ. ຕາມ​ປົກ​ກະ​ຕິ​ແລ້ວ ອະ​ທິ​ການ​ມອບ​ໝາຍ​ໃຫ້​ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເພິ່ນ.

13.2.2

ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ

13.2.2.1

ການ​ເອີ້ນ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ

ອະ​ທິ​ການ​ເອີ້ນ ແລະ ແຕ່ງ​ຕັ້ງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄົນ​ໜຶ່ງ​ໃຫ້​ເປັນ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ໃນ​ຫວອດ. ຖ້າ​ຕ້ອງ​ການ​ທີ່​ປຶກ​ສາ, ແລະ ຖ້າ​ຫາກ​ມີ​ຜູ້​ຊາຍ​ຫລາຍ​ພໍ​ໃຫ້​ຮັບ​ໃຊ້​ໃນ​ຕຳ​ແໜ່ງ​ເຫລົ່າ​ນີ້, ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ອາດ​ແນະ​ນຳ​ຊື່​ຂອງ​ໜຶ່ງ ຫລື ສອງ​ຄົນ​ໃຫ້​ເປັນ​ທີ່​ປຶກ​ສາ.

13.2.2.2

ໜ້າ​ທີ່​ຮັບ​ຜິດ​ຊອບ

  • ຮັບ​ໃຊ້​ໃນ​ສະ​ພາ​ຫວອດ.

  • ດູ​ແລ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປັບ​ປຸງ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ.

  • ແນະ​ນຳ​ຊື່​ສະ​ມາ​ຊິກ​ຜູ້​ໃຫຍ່​ຕໍ່​ຝ່າຍ​ອະ​ທິ​ການ​ເພື່ອ​ຮັບ​ໃຊ້​ເປັນ​ຄູ​ສອນ​ໂຮງ​ຮຽນ​ວັນ​ອາ​ທິດ.

  • ສະ​ໜັບ​ສະ​ໜູນ, ຊຸກ​ຍູ້, ແລະ ແນະ​ນຳ​ຄູ​ສອນ​ໂຮງ​ຮຽນ​ວັນ​ອາ​ທິດ.

  • ນຳ​ພາ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ຕາມ​ທີ່​ຖືກ​ນຳ​ພາ​ໂດຍ​ອະ​ທິ​ການ (ເບິ່ງ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, 3).

13.2.3

ຄູ​ສອນ​ໂຮງ​ຮຽນ​ວັນ​ອາ​ທິດ

ເພື່ອ​ກຽມ​ສິດ​ສອນ, ຄູ​ສອນ​ໂຮງ​ຮຽນ​ວັນ​ອາ​ທິດ​ໃຊ້​ພຣະ​ຄຳ​ພີ, ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ, ແລະ Come, Follow Me—For Sunday School.

13.3

ຫ້ອງ​ຮຽນ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ

ຫ້ອງ​ຮຽນ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ທີ​ໜຶ່ງ ແລະ ທີ​ສາມ​ຂອງ​ເດືອນ.

ດ້ວຍ​ການ​ອະ​ນຸ​ມັດ​ຈາກ​ອະ​ທິ​ການ, ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ຈັດ​ຫ້ອງ​ຮຽນ​ສຳ​ລັບ​ຜູ້​ໃຫຍ່ ແລະ ຊາວ​ໜຸ່ມ.

ຄວນ​ມີ​ຜູ້​ໃຫຍ່​ທີ່​ຮັບ​ຜິດ​ຊອບ​ຢ່າງ​ໜ້ອຍ​ສອງ​ຄົນ​ຢູ່​ນຳ​ໃນ​ແຕ່​ລະ​ຫ້ອງ​ຂອງ​ຊາວ​ໜຸ່ມ.

ຜູ້​ໃຫຍ່​ທຸກ​ຄົນ​ທີ່​ເຮັດ​ວຽກ​ກັບ​ຊາວ​ໜຸ່ມ​ຄວນ​ຜ່ານ​ການ​ຝຶກ​ອົບ​ຮົມ​ເລື່ອງ​ການ​ປົກ​ປ້ອງ​ເດັກ ແລະ ຊາວ​ໜຸ່ມ ພາຍ​ໃນ​ໜຶ່ງ​ເດືອນ​ຫລັງ​ຈາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ (ProtectingChildren.ChurchofJesusChrist.org).

13.4

ການ​ປັບ​ປຸງ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ຢູ່​ໃນ​ຫວອດ

ຜູ້​ນຳ​ໃນ​ຫວອດ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ປັບ​ປຸງ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ໃນ​ອົງ​ການ​ຂອງ​ຕົນ. ເຂົາ​ເຈົ້າ​ສາ​ມາດ​ຂໍ​ໃຫ້​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ໃນ​ຫວອດ​ຊ່ວຍ​ເຫລືອ ຖ້າ​ຈຳ​ເປັນ.

13.5

ການ​ປັບ​ປຸງ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ຢູ່​ໃນ​ບ້ານ

ພໍ່​ແມ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ລູກໆ​ຂອງ​ຕົນ. ເຂົາ​ເຈົ້າ​ສາ​ມາດ​ຂໍ​ໃຫ້​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ປັບ​ປຸງ​ການ​ເປັນ​ຄູ​ສອນ.