ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ

ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ​ຈະ​ເຕີບ​ໂຕ​ຂຶ້ນ​ໄດ້ ກໍ​ຕໍ່​ເມື່ອ​ເຮົາ​ເຕັມ​ໃຈ​ທີ່​ຈະ​ໄວ້​ວາງ​ໃຈ​ພຣະ​ອົງ​ເທົ່າ​ນັ້ນ.

ໃນ​ຄອບ​ຄົວ​ຂອງ​ເຮົາ, ບາງ​ເທື່ອ​ເຮົາ​ກໍ​ຫລິ້ນ​ເກມ​ໜຶ່ງ​ທີ່​ເອີ້ນ​ວ່າ “ເກມ​ໄວ້​ວາງ​ໃຈ.” ທ່ານ​ອາດ​ເຄີຍ​ຫລິ້ນ​ເກມ​ນີ້​ມາ​ແລ້ວ​ເຊັ່ນ​ກັນ. ຄົນ​ສອງ​ຄົນ​ຢືນ​ຫ່າງ​ກັນ​ປະ​ມານ​ສອງ​ສາມ​ຟຸດ, ຄົນ​ໜຶ່ງ​ປິ່ນ​ຫລັງ​ໃສ່​ອີກ​ຄົນ​ໜຶ່ງ. ດ້ວຍ​ສັນ​ຍານ​ຈາກ​ຄົນ​ທີ່​ຢູ່​ທາງ​ຫລັງ, ຄົນ​ທີ່​ຢູ່​ທາງ​ໜ້າ​ຈະ​ຫງາຍ​ຫລັງ​ລົ້ມ​ລົງ​ໃສ່​ອ້ອມ​ແຂນ​ຂອງ​ໝູ່​ທີ່​ກຳ​ລັງ​ລໍ​ຖ້າ.

ຄວາມ​ໄວ້​ວາງ​ໃຈ ແມ່ນ​ຮາກ​ຖານ​ຂອງ​ຄວາມ​ສຳ​ພັນ​ທັງ​ໝົດ. ເກນ​ຄຳ​ຖາມ​ຕໍ່​ຄວາມ​ສຳ​ພັນ​ໃດໆ​ແມ່ນ “ເຮົາ​ຈະ​ສາ​ມາດ​ໄວ້​ວາງ​ໃຈ​ຄົນ​ຄົນ​ນີ້​ໄດ້​ບໍ່?” ຄວາມ​ສຳ​ພັນ​ຈະ​ເກີດ​ຂຶ້ນ​ໄດ້ ກໍ​ຕໍ່​ເມື່ອ​ຜູ້​ຄົນ​ເຕັມ​ໃຈ​ທີ່​ຈະ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ. ມັນ​ບໍ່​ແມ່ນ​ຄວາມ​ສຳ​ພັນ ຖ້າ​ຄົນ​ໜຶ່ງ​ໄວ້​ວາງ​ໃຈ​ຈົນ​ໝົດ​ໃຈ ແຕ່​ອີກ​ຄົນ​ໜຶ່ງ​ບໍ່​ມີ.

ເຮົາ​ແຕ່​ລະ​ຄົນ​ແມ່ນ​ບຸດ ຫລື ທິ​ດາ​ທາງ​ວິນ​ຍານ​ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ.1 ແຕ່​ຂະ​ນະ​ທີ່​ລຳ​ດັບ​ເຊື້ອ​ສາຍ​ທາງ​ວິນ​ຍານ​ມອບ​ຮາກ​ຖານ​ໃຫ້, ຕົວ​ມັນ​ເອງ​ບໍ່​ໄດ້​ສ້າງ​ຄວາມ​ສຳ​ພັນ​ທີ່​ມີ​ຄວາມ​ໝາຍ​ກັບ​ພຣະ​ເຈົ້າ. ຄວາມ​ສຳ​ພັນ​ສາ​ມາດ​ສ້າງ​ຂຶ້ນ​ໄດ້ ກໍ​ຕໍ່​ເມື່ອ​ເຮົາ​ເລືອກ​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປາດ​ຖະ​ໜາ​ທີ່​ຈະ​ສ້າງ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ ແລະ ເປັນ​ສ່ວນ​ຕົວ​ກັບ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ​ແຕ່​ລະ​ຄົນ.2 ພຣະ​ເຢ​ຊູ​ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ນັ້ນ ເມື່ອ​ພຣະ​ອົງ​ອະ​ທິ​ຖານ​ວ່າ, “ເພື່ອ​ໃຫ້​ພວກ​ເຂົາ​ທັງ​ໝົດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ໂອ້ ພຣະ​ບິ​ດາ​ເອີຍ, ຂໍ​ໂຜດ​ໃຫ້​ພວກ​ເຂົາ​ຢູ່​ໃນ​ເຮົາ​ທັງ​ສອງ​ເໝືອນ​ກັນ, ເໝືອນ​ດັ່ງ​ພຣະ​ອົງ​ສະ​ຖິດ​ຢູ່​ໃນ​ຂ້າ​ນ້ອຍ, ແລະ ຂ້າ​ນ້ອຍ​ຢູ່​ໃນ​ພຣະ​ອົງ, ຂໍ​ໃຫ້​ພວກ​ເຂົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.”3 ຄວາມ​ສຳ​ພັນ​ທີ່​ພຣະ​ເຈົ້າ​ສະ​ແຫວງ​ຫາ​ກັບ​ລູກ​ທາງ​ວິນ​ຍານ​ແຕ່​ລະ​ຄົນ​ນັ້ນ​ມີ​ຄວາມ​ໃກ້​ຊິດ ແລະ ເປັນ​ສ່ວນ​ຕົວ​ຫລາຍ ຈົນ​ວ່າ​ພຣະ​ອົງ​ຈະ​ແບ່ງ​ປັນ​ທຸກ​ສິ່ງ​ທີ່​ພຣະ​ອົງ​ມີ ແລະ ທຸກ​ຢ່າງ​ທີ່​ພຣະ​ອົງ​ເປັນ.4 ຄວາມ​ສຳ​ພັນ​ທີ່​ເລິກ​ເຊິ່ງ ແລະ ຍືນ​ຍົງ​ນັ້ນ​ສາ​ມາດ​ພັດ​ທະ​ນາ​ໄດ້ ກໍ​ຕໍ່​ເມື່ອ​ມັນ​ຖືກ​ສ້າງ​ຂຶ້ນ​ເທິງ​ຄວາມ​ໄວ້​ວາງ​ໃຈ​ທີ່​ດີ​ພ້ອມ ແລະ ທັງ​ໝົດ​ເທົ່າ​ນັ້ນ.

ສຳ​ລັບ​ສ່ວນ​ຂອງ​ພຣະ​ອົງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເຮັດ​ວຽກ​ຕັ້ງ​ແຕ່​ຕົ້ນ ເພື່ອ​ສື່​ສານ​ຄວາມ​ໄວ້​ວາງ​ໃຈ​ທີ່​ແນ່​ນອນ​ຂອງ​ພຣະ​ອົງ​ໃນ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ຂອງ​ລູກໆ​ຂອງ​ພຣະ​ອົງ​ແຕ່​ລະ​ຄົນ. ຄວາມ​ໄວ້​ວາງ​ໃຈ​ເປັນ​ຮາກ​ຖານ​ຂອງ​ແຜນ​ທີ່​ພຣະ​ອົງ​ໄດ້​ນຳ​ສະ​ເໜີ ເພື່ອ​ຄວາມ​ເຕີບ​ໂຕ ແລະ ຄວາມ​ກ້າວ​ໜ້າ​ຂອງ​ເຮົາ ກ່ອນ​ທີ່​ເຮົາ​ຈະ​ມາ​ສູ່​ແຜ່ນ​ດິນ​ໂລກ. ພຣະ​ອົງ​ຈະ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ກົດ​ນິ​ລັນ​ດອນ, ການ​ສ້າງ​ໂລກ, ມອບ​ຮ່າງ​ກາຍ​ທີ່​ເປັນ​ມະ​ຕະ​ແກ່​ເຮົາ, ມອບ​ຂອງ​ປະ​ທານ​ໃນ​ການ​ເລືອກ​ດ້ວຍ​ຕົວ​ເອງ​ແກ່​ເຮົາ, ແລະ ອະ​ນຸ​ຍາດ​ໃຫ້​ເຮົາ​ຮຽນ​ຮູ້ ແລະ ເຕີບ​ໂຕ ໂດຍ​ການ​ເລືອກ​ຂອງ​ເຮົາ​ເອງ. ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ເລືອກ​ທີ່​ຈະ​ຕິດ​ຕາມ​ກົດ​ຂອງ​ພຣະ​ອົງ ແລະ ກັບ​ຄືນ​ໄປ​ຊື່ນ​ຊົມ​ກັບ​ຊີ​ວິດ​ນິ​ລັນ​ດອນ​ກັບ​ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ.

ໂດຍ​ທີ່​ຮູ້​ວ່າ​ເຮົາ​ຈະ​ບໍ່​ເລືອກ​ແຕ່​ສິ່ງ​ທີ່​ດີ​ສະ​ເໝີ​ໄປ, ພຣະ​ອົງ​ຍັງ​ໄດ້​ກະ​ກຽມ​ຫົນ​ທາງ​ສຳ​ລັບ​ເຮົາ​ເພື່ອ​ໜີ​ຈາກ​ຜົນ​ສະ​ທ້ອນ​ຂອງ​ການ​ເລືອກ​ທີ່​ບໍ່​ດີ. ພຣະ​ອົງ​ໄດ້​ປະ​ທານ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ແກ່​ເຮົາ—ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ—ໃຫ້​ຊົດ​ໃຊ້​ການ​ບາບ​ຂອງ​ເຮົາ ແລະ ເຮັດ​ໃຫ້​ເຮົາ​ສະ​ອາດ​ອີກ​ຄັ້ງ ໂດຍ​ມີ​ການ​ກັບ​ໃຈ​ເປັນ​ເງື່ອນ​ໄຂ.5 ພຣະ​ອົງ​ເຊື້ອ​ເຊີນ​ໃຫ້​ເຮົາ​ໃຊ້​ຂອງ​ປະ​ທານ​ອັນ​ລໍ້າ​ຄ່າ​ແຫ່ງ​ການ​ກັບ​ໃຈ​ເປັນ​ປະ​ຈຳ.6

ພໍ່​ແມ່​ທຸກ​ຄົນ​ຮູ້​ວ່າ ມັນ​ຍາກ​ເທົ່າ​ໃດ​ທີ່​ຈະ​ເຊື່ອ​ໃຈ​ລູກ​ຫລາຍ​ພໍ ທີ່​ຈະ​ປ່ອຍ​ໃຫ້​ເຂົາ​ຕັດ​ສິນ​ໃຈ​ດ້ວຍ​ຕົວ​ເອງ, ໂດຍ​ສະ​ເພາະ​ເມື່ອ​ພໍ່​ແມ່​ຮູ້​ວ່າ ລູກ​ມີ​ແນວ​ໂນ້ມ​ທີ່​ຈະ​ເຮັດ​ຜິດ​ພາດ ແລະ ຕ້ອງ​ທົນ​ທຸກ​ທໍ​ລະ​ມານ​ກັບ​ຜົນ​ທີ່​ຕາມ​ມາ. ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ອະ​ນຸ​ຍາດ​ໃຫ້​ເຮົາ​ເຮັດ​ການ​ເລືອກ ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ເອື້ອມ​ເຖິງ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ! ດັ່ງ​ທີ່​ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ສິດ​ສອນ, “ເປົ້າ​ໝາຍ​ຂອງ [ພຣະ​ອົງ] ໃນ​ການ​ເປັນ​ພໍ່​ແມ່ ບໍ່​ແມ່ນ​ຈະ​ໃຫ້​ລູກໆ​ຂອງ​ພຣະ​ອົງ ເຮັດ ສິ່ງ​ທີ່​ຖືກ​ຕ້ອງ; ແຕ່​ແມ່ນ​ໃຫ້​ລູກໆ​ຂອງ​ພຣະ​ອົງ ເລືອກ ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ໃນ​ທີ່​ສຸດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.”7

ເຖິງ​ແມ່ນ​ວ່າ ພຣະ​ເຈົ້າ​ຈະ​ໄວ້​ວາງ​ພຣະ​ໄທ​ໃນ​ຕົວ​ເຮົາ​ກໍ​ຕາມ, ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ​ຈະ​ເຕີບ​ໂຕ​ຂຶ້ນ​ໄດ້ ກໍ​ຕໍ່​ເມື່ອ​ເຮົາ​ເຕັມ​ໃຈ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ເທົ່າ​ນັ້ນ. ຄວາມ​ທ້າ​ທາຍ​ກໍ​ຄື​ວ່າ ເຮົາ​ຢູ່​ໃນ​ໂລກ​ທີ່​ຕົກ ແລະ ທຸກ​ຄົນ​ກໍ​ເຄີຍ​ປະ​ສົບ​ກັບ​ການ​ທໍ​ລະ​ຍົດ​ຕໍ່​ຄວາມ​ໄວ້​ວາງ​ໃຈ ຊຶ່ງ​ເປັນ​ຜົນ​ມາ​ຈາກ​ຄວາມ​ບໍ່​ຊື່​ສັດ, ການ​ໃຊ້​ເລ່​ຫລ່ຽມ, ການ​ບັງ​ຄັບ​ຈາກ​ຄົນ​ອື່ນ, ຫລື ສະ​ພາບ​ການ​ອື່ນໆ. ເມື່ອ​ຖືກ​ທໍ​ລະ​ຍົດ​ເທື່ອ​ໜຶ່ງ​ແລ້ວ, ເຮົາ​ອາດ​ຍາກ​ທີ່​ຈະ​ໄວ້​ວາງ​ໃຈ​ອີກ​ຄັ້ງ. ປະ​ສົບ​ການ​ການ​ໄວ້​ວາງ​ໃຈ​ໃນ​ທາງ​ລົບ​ກັບ​ມະ​ນຸດ​ທີ່​ບໍ່​ດີ​ພ້ອມ​ເຫລົ່າ​ນີ້ ອາດ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ເຕັມ​ໃຈ​ຂອງ​ເຮົາ ທີ່​ຈະ​ໄວ້​ວາງ​ໃຈ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ດີ​ພ້ອມ​ນຳ​ອີກ.

ເມື່ອ​ຫລາຍ​ປີ​ກ່ອນ, ເພື່ອນ​ສອງ​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ເລ​ໂອ​ນິດ ແລະ ວາ​ເລັນ​ທີ​ນາ, ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ໃນ​ການ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ຂະ​ນະ​ທີ່​ເລ​ໂອ​ນິດ​ເລີ່ມ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ລາວ​ໄດ້​ພົບ​ວ່າ ການ​ອະ​ທິ​ຖານ​ເປັນ​ເລື່ອງ​ຍາກ. ໃນ​ຊີ​ວິດ​ຂອງ​ລາວ​ກ່ອນ​ໜ້າ​ນີ້, ເລ​ໂອ​ນິດ​ໄດ້​ທົນ​ທຸກ​ຈາກ​ການ​ໃຊ້​ສິດ​ອຳ​ນາດ​ໃນ​ທາງ​ທີ່​ຜິດ ແລະ ການ​ໃຊ້​ເລ່​ຫລ່ຽມ ແລະ ການ​ບັງ​ຄັບ​ໂດຍ​ຜູ້​ບັນ​ຊາ​ການ ແລະ ໄດ້​ພັດ​ທະ​ນາ​ຄວາມ​ບໍ່​ໄວ້​ວາງ​ໃຈ​ໃນ​ຜູ້​ມີ​ສິດ​ອຳ​ນາດ. ປະ​ສົບ​ການ​ເຫລົ່າ​ນີ້​ໄດ້​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ສາ​ມາດ​ຂອງ​ລາວ ທີ່​ຈະ​ເປີດ​ໃຈ ແລະ ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ລາວ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ເມື່ອ​ເວ​ລາ​ຜ່ານ​ໄປ ແລະ ດ້ວຍ​ການ​ສຶກ​ສາ, ເລ​ໂອ​ນິດ​ກໍ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ທີ່​ດີ​ຂຶ້ນ​ກ່ຽວ​ກັບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ ແລະ ໄດ້​ປະ​ສົບ​ກັບ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ໃນ​ທີ່​ສຸດ, ການ​ອະ​ທິ​ຖານ​ກໍ​ໄດ້​ກາຍ​ເປັນ​ວິ​ທີ​ທີ່​ທຳ​ມະ​ຊາດ​ສຳ​ລັບ​ລາວ​ທີ່​ຈະ​ສະ​ແດງ​ຄວາມ​ຂອບ​ຄຸນ ແລະ ຄວາມ​ຮັກ​ທີ່​ລາວ​ໄດ້​ຮູ້​ສຶກ​ຕໍ່​ພຣະ​ເຈົ້າ. ຄວາມ​ໄວ້​ວາງ​ໃຈ​ທີ່​ເພີ່ມ​ຂຶ້ນ​ຂອງ​ລາວ​ໃນ​ພຣະ​ເຈົ້າ ໃນ​ທີ່​ສຸດ​ກໍ​ເຮັດ​ໃຫ້​ລາວ ແລະ ວາ​ເລັນ​ທີ​ນາ​ເຂົ້າ​ສູ່​ພັນ​ທະ​ສັນ​ຍາ​ສັກ​ສິດ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ເຈົ້າ ແລະ ກັນ​ແລະ​ກັນ.

ຖ້າ​ການ​ສູນ​ເສຍ​ຄວາມ​ໄວ້​ວາງ​ໃຈ​ກ່ອນ​ໜ້າ​ນີ້ ເຮັດ​ໃຫ້​ທ່ານ​ບໍ່​ໄວ້​ວາງ​ໃຈ​ພຣະ​ເຈົ້າ, ກະ​ລຸ​ນາ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເລ​ໂອ​ນິດ. ຈົ່ງ​ອົດ​ທົນ​ສືບ​ຕໍ່​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ບຸກ​ຄະ​ລິກ​ຂອງ​ພຣະ​ອົງ, ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ອົງ, ແລະ ຈຸດ​ປະ​ສົງ​ຂອງ​ພຣະ​ອົງ. ຊອກ​ຫາ ແລະ ບັນ​ທຶກ​ປະ​ສົບ​ການ​ທີ່​ຮູ້​ສຶກ​ເຖິງ​ຄວາມ​ຮັກ ແລະ ອຳ​ນາດ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ. ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ສິດ​ສອນ​ວ່າ ຍິ່ງ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຈົ້າ​ຫລາຍ​ເທົ່າ​ໃດ, ມັນ​ກໍ​ຈະ​ຍິ່ງ​ງ່າຍ​ສຳ​ລັບ​ເຮົາ​ທີ່​ຈະ​ໄວ້​ວາງ​ໃຈ​ພຣະ​ອົງ​ຫລາຍ​ເທົ່າ​ນັ້ນ.8

ບາງ​ເທື່ອ ວິ​ທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງ​ໃຈ​ພຣະ​ເຈົ້າ ກໍ​ຄື​ການ​ໄວ້​ວາງ​ໃຈ​ພຣະ​ອົງ. ເຊັ່ນ​ດຽວ​ກັບ “ເກມ​ໄວ້​ວາງ​ໃຈ” ບາງ​ຄັ້ງ​ເຮົາ​ພຽງ​ແຕ່​ເຕັມ​ໃຈ​ຫງາຍ​ຫລັງ ແລະ ປ່ອຍ​ໃຫ້​ພຣະ​ອົງ​ຮັບ​ເຮົາ. ຊີ​ວິດ​ມະ​ຕະ​ຂອງ​ເຮົາ​ເປັນ​ການ​ທົດ​ສອບ. ຄວາມ​ທ້າ​ທາຍ​ທີ່​ຍືດ​ເຮົາ​ຈົນ​ເກີນ​ຄວາມ​ສາ​ມາດ​ຂອງ​ເຮົາ ຈະ​ເກີດ​ຂຶ້ນ​ເລື້ອຍໆ. ເມື່ອ​ຄວາມ​ຮູ້ ແລະ ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ບໍ່​ພຽງ​ພໍ, ແລ້ວ​ເຮົາ​ຈະ​ຊອກ​ຫາ​ແຫລ່ງ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ​ໂດຍ​ທຳ​ມະ​ຊາດ. ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຂໍ້​ມູນ, ເຮົາ​ຈະ​ບໍ່​ພົບ​ແຫລ່ງ​ຂໍ້​ມູນ​ຢ່າງ​ຫລວງ​ຫລາຍ​ທີ່​ສົ່ງ​ເສີມ​ແນວ​ທາງ​ແກ້​ໄຂ​ບັນ​ຫາ​ໃຫ້​ກັບ​ຄວາມ​ທ້າ​ທາຍ​ຂອງ​ເຮົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ແນະ​ນຳ​ທີ່​ລຽບ​ງ່າຍ ແລະ ທົດ​ສອບ​ການ​ເວ​ລາ​ໃນ​ສຸ​ພາ​ສິດ ໃຫ້​ແຫລ່ງ​ທີ່​ດີ​ທີ່​ສຸດ: “ຈົ່ງ​ໄວ້​ວາງ​ໃຈ​ໃນ [ພຣະ​ຜູ້​ເປັນ​ເຈົ້າ] ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ.”9 ເຮົາ​ສະ​ແດງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ​ໃນ​ພຣະ​ເຈົ້າ ໂດຍ​ການ​ຫັນ​ໄປ​ຫາ​ພຣະ​ອົງ​ກ່ອນ ເມື່ອ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ຂອງ​ຊີ​ວິດ.

ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ຈົບ​ໂຮງ​ຮຽນ​ກົດ​ໝາຍ​ໃນ​ລັດ​ຢູ​ທາ, ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ປະ​ເຊີນ​ກັບ​ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ວ່າ ຈະ​ທຳ​ງານ​ຢູ່​ບ່ອນ​ໃດ ແລະ ສ້າງ​ບ້ານ​ຂອງ​ພວກ​ເຮົາ​ຢູ່​ໃສ. ຫລັງ​ຈາກ​ໄດ້​ປຶກ​ສາ​ນຳ​ກັນ ແລະ ກັບ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ພວກ​ເຮົາ​ຮູ້​ສຶກ​ໄດ້​ຮັບ​ການ​ຊີ້​ນຳ​ໃຫ້​ຍ້າຍ​ຄອບ​ຄົວ​ຂອງ​ພວກ​ເຮົາ​ໄປ​ຍັງ​ລັດ​ທາງ​ຕາ​ເວັນ​ອອກ, ໄກ​ຈາກ​ພໍ່​ແມ່ ແລະ ອ້າຍ​ເອື້ອຍ​ນ້ອງ. ຕອນ​ທຳ​ອິດ, ທຸກ​ຢ່າງ​ເປັນ​ໄປ​ດ້ວຍ​ດີ, ແລະ ພວກ​ເຮົາ​ຮູ້​ສຶກ​ໄດ້​ຮັບ​ການ​ຢືນ​ຢັນ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ພວກ​ເຮົາ. ແຕ່​ແລ້ວ​ສິ່ງ​ຕ່າງໆ​ກໍ​ໄດ້​ປ່ຽນ​ໄປ. ໄດ້​ມີ​ການ​ລົດ​ຂະ​ໜາດ​ຢູ່​ທີ່​ສຳ​ນັກ​ງານ​ກົດ​ໝາຍ, ແລະ ຂ້າ​ພະ​ເຈົ້າ​ໄດ້​ປະ​ເຊີນ​ກັບ​ການ​ຕົກ​ງານ ຫລື ສູນ​ເສຍ​ປະ​ກັນ​ໄພ​ສຸ​ຂະ​ພາບ ໃນ​ເວ​ລາ​ດຽວ​ກັນ​ກັບ​ຕອນ​ທີ່​ລູກ​ສາວ​ຂອງ​ພວກ​ເຮົາ ດໍ​ຣາ ໄດ້​ເກີດ​ມາ​ກັບ​ຄວາມ​ທ້າ​ທາຍ​ທາງ​ການ​ແພດ​ທີ່​ຮ້າຍ​ແຮງ ແລະ ຄວາມ​ຕ້ອງ​ການ​ພິ​ເສດ​ໄລ​ຍະ​ຍາວ. ຂະ​ນະ​ທີ່​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ເຫລົ່າ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ ຊຶ່ງ​ຕ້ອງ​ໃຊ້​ເວ​ລາ ແລະ ຄວາມ​ມຸ່ງ​ໝັ້ນ​ຫລາຍ.

ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ເຊັ່ນ​ນັ້ນ​ມາ​ກ່ອນ ແລະ ຮູ້​ສຶກ​ໜັກ​ໃຈ​ຫລາຍ. ຂ້າ​ພະ​ເຈົ້າ​ເລີ່ມ​ສົງ​ໄສ​ກັບ​ການ​ຕັດ​ສິນ​ໃຈ​ທີ່​ພວກ​ເຮົາ​ໄດ້​ເຮັດ ແລະ ການ​ຢືນ​ຢັນ​ທີ່​ມາ​ພ້ອມ​ກັບ​ມັນ​ນັ້ນ. ພວກ​ເຮົາ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ສິ່ງ​ທີ່​ຄວນ​ຈະ​ໄດ້​ຜົນ. ຂ້າ​ພະ​ເຈົ້າ​ໄດ້​ຫງາຍ​ຫລັງ, ແລະ ຕອນ​ນັ້ນ​ເບິ່ງ​ຄື​ວ່າ​ຈະ​ບໍ່​ມີ​ໃຜ​ຮັບ​ຂ້າ​ພະ​ເຈົ້າ​ໄວ້.

ມື້​ໜຶ່ງ​ຖ້ອຍ​ຄຳ​ທີ່​ວ່າ “ບໍ່​ຕ້ອງ​ຖາມ​ວ່າ ເປັນ​ຫຍັງ; ໃຫ້​ຖາມ​ວ່າ ເຮົາ​ຕ້ອງ​ການ​ໃຫ້​ເຈົ້າ​ຮຽນ​ຮູ້​ຫຍັງ” ໄດ້​ເຂົ້າ​ມາ​ສູ່​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ຊັດ​ເຈນ. ບັດ​ນີ້​ຂ້າ​ພະ​ເຈົ້າ​ຍິ່ງ​ສັບ​ສົນ​ຫລາຍ​ກວ່າ​ເກົ່າ. ໃນ​ເວ​ລາ​ນັ້ນ​ເອງ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ສັບ​ສົນ​ກັບ​ການ​ຕັດ​ສິນ​ໃຈ​ກ່ອນ​ໜ້າ​ນັ້ນ, ພຣະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ໃຫ້​ຂ້າ​ພະ​ເຈົ້າ​ໄວ້​ວາງ​ໃຈ​ພຣະ​ອົງ​ຫລາຍ​ຍິ່ງ​ຂຶ້ນ. ເມື່ອ​ເບິ່ງ​ຄືນ​ຫລັງ​ແລ້ວ, ນີ້​ເປັນ​ຈຸດ​ວິ​ກິດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ—ເປັນ​ຊ່ວງ​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ ວິ​ທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ກໍ​ຄື​ການ​ພຽງ​ໄວ້​ວາງ​ໃຈ​ພຣະ​ອົງ. ໃນ​ອາ​ທິດ​ຕໍ່ໆ​ມາ, ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ດ້ວຍ​ຄວາມ​ປະ​ຫລາດ​ໃຈ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ແຜນ​ຂອງ​ພຣະ​ອົງ ເພື່ອ​ເປັນ​ພອນ​ໃຫ້​ກັບ​ຄອບ​ຄົວ​ຂອງ​ພວກ​ເຮົາ.

ຄູ​ສອນ ແລະ ຄູ​ຝຶກ​ທີ່​ດີ​ຮູ້​ວ່າ ການ​ເຕີບ​ໂຕ​ທາງ​ສະ​ຕິ​ປັນ​ຍາ ແລະ ຄວາມ​ເຂັ້ມ​ແຂງ​ດ້ານ​ຮ່າງ​ກາຍ ສາ​ມາດ​ເກີດ​ຂຶ້ນ​ໄດ້ ​ກໍ​ຕໍ່​ເມື່ອ​ຈິດ​ໃຈ ແລະ ກ້າມ​ເນື້ອ​ຖືກ​ຍືດ​ອອກ​ເທົ່າ​ນັ້ນ. ເຊັ່ນ​ດຽວ​ກັນ, ພຣະ​ເຈົ້າ​ເຊື້ອ​ເຊີນ​ໃຫ້​ເຮົາ​ເຕີບ​ໂຕ​ໂດຍ​ການ​ໄວ້​ວາງ​ໃຈ​ໃນ​ການ​ສິດ​ສອນ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ ຜ່ານ​ທາງ​ປະ​ສົບ​ການ​ທີ່​ຍືດ​ຈິດ​ວິນ​ຍານ. ດັ່ງ​ນັ້ນ, ເຮົາ​ສາ​ມາດ​ແນ່​ໃຈ​ໄດ້​ວ່າ ບໍ່​ວ່າ​ເຮົາ​ຈະ​ເຄີຍ​ສະ​ແດງ​ຄວາມ​ໄວ້​ວາງ​ໃຈ​ແບບ​ໃດ​ໃນ​ອະ​ດີດ​ກໍ​ຕາມ, ອິກ​ປະ​ສົບ​ການ​ໜຶ່ງ​ທີ່​ຍືດ​ຄວາມ​ໄວ້​ວາງ​ໃຈ​ກໍ​ຍັງ​ລໍ​ຖ້າ​ເຮົາ​ຢູ່​ທາງ​ໜ້າ. ພຣະ​ເຈົ້າ​ສຸມ​ໃສ່​ການ​ເຕີບ​ໂຕ ແລະ ຄວາມ​ກ້າວ​ໜ້າ​ຂອງ​ເຮົາ. ພຣະ​ອົງ​ເປັນ​ອາ​ຈານ​ສອນ​ທີ່​ຊ່ຽວ​ຊານ, ເປັນ​ຄູ​ຝຶກ​ທີ່​ສົມ​ບູນ​ແບບ ຜູ້​ທີ່​ຈະ​ຍືດ​ເຮົາ​ສະ​ເໝີ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮັບ​ຮູ້​ເພີ່ມ​ຂຶ້ນ ເຖິງ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ. ນັ້ນ​ຈະ​ລວມ​ທັງ​ການ​ເຊື້ອ​ເຊີນ​ໃນ​ອະ​ນາ​ຄົດ​ຢູ່​ສະ​ເໝີ ໃຫ້​ໄວ້​ວາງ​ໃຈ​ພຣະ​ອົງ​ເພີ່ມ​ຂຶ້ນ​ອີກ​ໜ້ອຍ​ໜຶ່ງ.

ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ແບບ​ແຜນ​ທີ່​ພຣະ​ເຈົ້າ​ໃຊ້​​ຍືດ​ເຮົາ​ເພື່ອ​ສ້າງ​ຄວາມ​ສຳ​ພັນ​ທີ່​ແໜ້ນ​ແຟ້ນ​ກັບ​ເຮົາ. ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ, ເຮົາ​ໄດ້​ສຶກ​ສາ​ເມື່ອ​ບໍ່​ດົນ​ມາ​ນີ້​ກ່ຽວ​ກັບ​ວ່າ ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ຂອງ​ນີ​ໄຟ​ໄດ້​ຖືກ​ທົດ​ລອງ​ແນວ​ໃດ ເມື່ອ​ເພິ່ນ ແລະ ອ້າຍ​ນ້ອງ​ຂອງ​ເພິ່ນ​ໄດ້​ຖືກ​ບັນ​ຊາ​ໃຫ້​ກັບ​ຄືນ​ໄປ​ຍັງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ເພື່ອ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ. ຫລັງ​ຈາກ​ທີ່​ຄວາມ​ພະ​ຍາ​ຍາມ​ໃນ​ຕອນ​ທຳ​ອິດ​ຂອງ​ເຂົາ​ເຈົ້າ​ລົ້ມ​ເຫລວ, ອ້າຍ​ນ້ອງ​ຂອງ​ເພິ່ນ​ໄດ້​ຍອມ​ແພ້ ແລະ ໄດ້​ກຽມ​ທີ່​ຈະ​ກັບ​ຄືນ​ໄປ​ໂດຍ​ບໍ່​ມີ​ແຜ່ນ​ຈາ​ລຶກ. ແຕ່​ນີ​ໄຟ​ໄດ້​ເລືອກ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ໝົດ​ສິ້ນ ແລະ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ໄດ້​ແຜ່ນ​ຈາ​ລຶກ​ມາ.10 ປະ​ສົບ​ການ​ນັ້ນ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ຂອງ​ນີ​ໄຟ​ໃນ​ພຣະ​ເຈົ້າ ເມື່ອ​ທະ​ນູ​ຂອງ​ເພິ່ນ​ຫັກ ແລະ ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ປະ​ເຊີນ​ກັບ​ຄວາມ​ອຶດ​ຢາກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ອີກ​ຄັ້ງ, ນີ​ໄຟ​ໄດ້​ເລືອກ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ແລະ ຄອບ​ຄົວ​ຂອງ​ເພິ່ນ​ກໍ​ໄດ້​ລອດ​ຊີ​ວິດ.11 ປະ​ສົບ​ການ​ທີ່​ຕໍ່​ເນື່ອງ​ເຫລົ່າ​ນີ້ ໄດ້​ເຮັດ​ໃຫ້​ນີ​ໄຟ​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ​ໃນ​ພຣະ​ເຈົ້າ​ດ້ວຍ​ຊໍ້າ ສຳ​ລັບ​ວຽກ​ງານ​ຕໍ່​ເນື່ອງ​ອັນ​ໃຫຍ່​ໂຕ ແລະ ຍືດ​ຄວາມ​ໄວ້​ວາງ​ໃຈ​ໃນ​ການ​ສ້າງ​ເຮືອ​ໃຫຍ່​ທີ່​ເພິ່ນ​ຈະ​ປະ​ເຊີນ​ໃນ​ບໍ່​ຊ້າ.12

ໂດຍ​ຜ່ານ​ປະ​ສົບ​ການ​ເຫລົ່າ​ນີ້, ນີ​ໄຟ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຄວາມ​ສຳ​ພັນ​ຂອງ​ເພິ່ນ​ກັບ​ພຣະ​ເຈົ້າ ໂດຍ​ການ​ໄວ້​ວາງ​ໃຈ​ພຣະ​ອົງ​ຢ່າງ​ສະ​ໝໍ່າ​ສະ​ເໝີ ແລະ ຢ່າງ​ຕໍ່​ເນື່ອງ. ພຣະ​ເຈົ້າ​ໃຊ້​ແບບ​ແຜນ​ດຽວ​ກັນ​ນີ້​ກັບ​ເຮົາ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ເປັນ​ການ​ສ່ວນ​ຕົວ ເພື່ອ​ເຮັດ​ໃຫ້​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ​ໃນ​ພຣະ​ອົງ​ເຂັ້ມ​ແຂງ ແລະ ເລິກ​ເຊິ່ງ​ຍິ່ງ​ຂຶ້ນ.13 ແຕ່​ລະ​ເທື່ອ​ທີ່​ເຮົາ​ຍອມ​ຮັບ ແລະ ປະ​ຕິ​ບັດ​ຕາມ​ຄຳ​ເຊື້ອ​ເຊີນ, ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ກໍ​ເຕີບ​ໂຕ​ຂຶ້ນ. ຖ້າ​ເຮົາ​ເມີນ​ເສີຍ ຫລື ປະ​ຕິ​ເສດ​ຄຳ​ເຊື້ອ​ເຊີນ​ແລ້ວ, ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ກໍ​ຈະ​ຢຸດ​ຈົນ​ກວ່າ​ເຮົາ​ຈະ​ພ້ອມ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ເຊື້ອ​ເຊີນ​ໃໝ່.

ຂ່າວ​ດີ​ກໍ​ຄື ບໍ່​ວ່າ​ເຮົາ​ຈະ​ເຄີຍ​ເລືອກ​ທີ່​ຈະ​ໄວ້​ວາງ​ໃຈ​ພຣະ​ເຈົ້າ​ໃນ​ອະ​ດີດ​ຫລື​ບໍ່​ກໍ​ຕາມ, ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ໄວ້​ວາງ​ໃຈ​ພຣະ​ເຈົ້າ​ໃນ​ມື້​ນີ້ ແລະ ຕໍ່ໆ​ໄປ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ທຸກ​ເທື່ອ​ທີ່​ເຮົາ​ເຮັດ, ພຣະ​ເຈົ້າ​ຈະ​ຢູ່​ທີ່​ນັ້ນ​ເພື່ອ​ຮັບ​ເຮົາ, ແລະ ຄວາມ​ສຳ​ພັນ​ແຫ່ງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ​ຈະ​ແຂງ​ແກ່ນ​ຂຶ້ນ​ເລື້ອຍໆ ຈົນ​ເຖິງວັນ​ທີ່​ເຮົາ​ເປັນ​ໜຶ່ງ​ໃນ​ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ. ແລ້ວ​ເຮົາ​ຈະ​ປະ​ກາດ​ເໝືອນ​ດັ່ງ​ນີ​ໄຟ​ວ່າ, “ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂ້າ​ນ້ອຍ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ແລະ ຂ້າ​ນ້ອຍ​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຕະ​ຫລອດ​ໄປ.”14 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.