ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ໃນ​ການ​ສະ​ໜັບ​ສະ​ໜູນ​ຄົນ​ລຸ້ນ​ໃໝ່
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ໃນ​ການ​ສະ​ໜັບ​ສະ​ໜູນ​ຄົນ​ລຸ້ນ​ໃໝ່

ມັນ​ແມ່ນ​ຄວາມ​ສຳ​ພັນ​ໃນ​ຊີ​ວິດ​ຂອງ​ຊາວ​ໜຸ່ມ​ນັ້ນ​ທີ່​ຈະ​ມີ​ອິດ​ທິ​ພົນ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ເລືອກ​ຂອງ​ພວກ​ເຂົາ.

ໃນ​ການ​ກະ​ກຽມ​ທີ່​ຈະ​ກ່າວ​ກັບ​ທ່່ານ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕິດ​ໃຈ​ຢ່າງ​ແຮງ​ກັບ​ເລື່ອງ​ລາວ​ຂອງ​ຮີ​ລາ​ມັນ ແລະ ພວກ​ລູກ​ຊາຍ​ໜຸ່ມ​ຂອງ​ຜູ້​ຄົນ​ຂອງ​ອຳ​ໂມນ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ອຳ​ນາດ​ຂອງ​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ສິດ​ສອນ​ພໍ່​ແມ່, ອະ​ທິ​ການ, ແລະ ສະ​ມາ​ຊິກ​ຫວອດ ຜ່ານ​ທາງ​ການ​ສຶກ​ສາ​ເລື່ອງ​ລາວ​ນີ້.

ຮີ​ລາ​ມັນ​ເປັນ​ບຸ​ລຸດ​ທີ່​ຊາຍ​ໜຸ່ມ​ຊາວ​ອຳ​ໂມນ​ໄວ້​ວາງ​ໃຈ​ໄດ້. ເພິ່ນ​ໄດ້​ຊ່ວຍ​ພວກ​ເຂົາ​ພັດ​ທະ​ນາ ແລະ ເຕີບ​ໂຕ​ໃນ​ຄວາມ​ຊອບ​ທຳ. ພວກ​ເຂົາ​ໄດ້​ຮູ້​ຈັກ ແລະ ຮັກ​ເພິ່ນ ແລະ “ຢາກ​ໃຫ້ [ເພິ່ນ] ເປັນ​ຜູ້​ນຳ​ຂອງ​ພວກ​ເຂົາ.”1

ຮີ​ລາ​ມັນ​ກໍ​ຮັກ​ພວກ​ຊາຍ​ໜຸ່ມ​ເຫລົ່າ​ນີ້​ຄື​ກັນ​ກັບ​ລູກ​ຊາຍ ແລະ ໄດ້​ເຫັນ​ສັກ​ກະ​ຍະ​ພາບ​ຂອງ​ພວກ​ເຂົາ.2 ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ສິດ​ສອນ​ວ່າ “ເພື່ອ​ຈະ​ຮັບ​ໃຊ້​ຄົນ​ອື່ນ​ຢ່າງ​ມີ​ປະ​ສິດ​ທິ​ພາບ ເຮົາ​ຕ້ອງ​ເຫັນ​ເຂົາ​ເຈົ້າ … ຜ່ານ​ທາງ​ສາຍ​ພຣະ​ເນດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ແລ້ວ​ເຮົາ​ຈະ​ເລີ່ມ​ຕົ້ນ​ເຂົ້າ​ໃຈ​ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ​ແທ້ໆ. ແລ້ວ​ເຮົາ​ຈະ​ຮູ້​ເຖິງ​ຄວາມ​ຮັກ ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ.”3 ບັນ​ດາ​ອະ​ທິ​ການ​ໃນ​ທຸກ​ວັນ​ນີ້​ໄດ້​ຮັບ​ພອນ​ດ້ວຍ​ການ​ຫລິງ​ເຫັນ​ເອ​ກະ​ລັກ​ອັນ​ສູງ​ສົ່ງ​ຂອງ​ຊາວ​ໜຸ່ມ​ທີ່​ຢູ່​ໃນ​ການ​ດູ​ແລ​ຂອງ​ພວກ​ເພິ່ນ.

ຮີ​ລາ​ມັນ “ໄດ້​ນັບ​ຈຳ​ນວນ”4 ຊາຍ​ໜຸ່ມ​ທີ່​ຢູ່​ໃນ​ການ​ດູ​ແລ​ຂອງ​ເພິ່ນ. ເພິ່ນ​ໄດ້​ຈັດ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ສ້າງ​ຄວາມ​ສຳ​ພັນ​ທີ່​ແໜ້ນ​ແຟ້ນ​ກັບ​ພວກ​ເຂົາ.

ໃນ​ຊ່ວງ​ເວ​ລາ​ວິ​ກິດ​ທີ່​ຊີ​ວິດ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ, ຮີ​ລາ​ມັນ ແລະ ນັກ​ຮົບ​ໜຸ່ມ​ຂອງ​ເພິ່ນ​ບໍ່​ຮູ້​ວ່າ​ກອງ​ທັບ​ທີ່​ກຳ​ລັງ​ໄລ່​ຕາມ​ເຂົາ​ເຈົ້າ​ມາ​ນັ້ນ ເຖິງ​ໃສ​ແລ້ວ. ຮີ​ລາ​ມັນ​ໄດ້​ປຶກ​ສາ​ກັບ​ຊາວ​ໜຸ່ມ​ວ່າ:

“ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ສັດ​ຕູ​ຈຶ່ງ​ຢຸດ​ໄລ່​ຕາມ​ພວກ​ເຮົາ ມັນ​ອາດ​ຈະ​ເປັນ​ຈຸດ​ປະ​ສົງ​ຂອງ​ພວກ​ເຂົາ​ທີ່​ຈະ​ໃຫ້​ພວກ​ເຮົາ​ເຂົ້າ​ໂຈມ​ຕີ. …

“ສະ​ນັ້ນ ພວກ​ເຈົ້າ​ຈະ​ວ່າ​ແນວ​ໃດ, ລູກ​ຂອງ​ພໍ່ … ?”5

ພວກ​ຊາຍ​ໜຸ່ມ​ທີ່​ຊື່​ສັດ​ເຫລົ່າ​ນີ້​ໄດ້​ຕອບ​ວ່າ, “ພໍ່​ເອີຍ, ຈົ່ງ​ເບິ່ງ ພຣະ​ເຈົ້າ​ສະ​ຖິດ​ຢູ່​ກັບ​ພວກ​ເຮົາ, ແລະ ພຣະ​ອົງ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຮົາ​ຖືກ​ຂ້າ​ດອກ; ຂໍ​ໃຫ້​ພວກ​ເຮົາ​ອອກ​ໄປ​ເທາະ.”6 ວັນ​ນັ້ນ​ກໍ​ເປັນ​ວັນ​ໄຊ​ຊະ​ນະ, ຂະ​ນະ​ທີ່​ຮີ​ລາ​ມັນ​ໄດ້​ສະ​ໜັບ​ສະ​ໜູນ​ຊາຍ​ໜຸ່ມ​ເຫລົ່າ​ນີ້​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ພວກ​ເຂົາ7 ທີ່​ຈະ​ລົງ​ມື​ກະ​ທຳ.8

ຊາຍ​ໜຸ່ມ​ຊາວ​ອຳ​ໂມນ​ໄດ້​ມີ​ອຸ​ດົມ​ການ​ທີ່​ຍິ່ງ​ໃຫຍ່ ແລະ ກ້າ​ຫານ​ໃນ​ການ “ໄປ​ຊ່ວຍ​ຜູ້​ຄົນ.”9 “ກຳ​ລັງ​ຂອງ​ຄົນ​ກຸ່ມ​ນ້ອຍໆ,” ທີ່​ຮີ​ລາ​ມັນ​ໄດ້​ນຳ​ພາ, ໄດ້​ໃຫ້ “ຄວາມ​ຫວັງ ແລະ ຄວາມ​ສຸກ​ແກ່​ພວກ​ເຂົາ​ຫລາຍ​ຂະ​ໜາດ”10 ໃນ​ຫົວ​ໃຈ​ຂອງ​ກອງ​ທັບ​ຂອງ​ຊາວ​ນີ​ໄຟ​ທີ່​ມີ​ປະ​ສົບ​ການ. ອະ​ທິ​ການ​ໃນ​ທຸກ​ວັນ​ນີ້​ສາ​ມາດ​ນຳ​ພາ​ຊາວ​ໜຸ່ມ​ທີ່​ມີ​ພອນ​ສະ​ຫວັນ​ພິ​ເສດ​ຂອງ​ພວກ​ເພິ່ນ ໃນ​ການ​ເປັນ​ພອນ​ໃຫ້​ແກ່​ຫວອດ ແລະ ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ ນີ້​ຄື​ພາ​ລະ​ກິດ “ທີ່ [ພວກ​ເຂົາ] ຖືກ​ສົ່ງ​ລົງ​ມາ​ເທິງ​ແຜ່ນ​ດິນ​ໂລກ.”11

ເໝືອນ​ຊາຍ​ໜຸ່ມ​ຊາວ​ອຳ​ໂມນ​ເຫລົ່າ​ນີ້ ຜູ້​ທີ່ “ເອົາ​ການ​ເອົາ​ງານ​ຢູ່​ຕະ​ຫລອດ​ວັນ​ເວ​ລາ ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ໄດ້​ຮັບ​ມອບ​ໝາຍ,”12 ຮີ​ລາ​ມັນ​ກໍ​ໄດ້​ຕິດ​ຕາມ​ຜູ້​ນຳ​ຂອງ​ເພິ່ນ​ຢ່າງ​ຊື່​ສັດ. ບໍ່​ວ່າ​ຈະ​ມີ​ການ​ທ້າ​ທາຍ ຫລື ອຸບ​ປະ​ສັກ​ໃດໆ​ກໍ​ຕາມ, ຮີ​ລາ​ມັນ​ກໍ​ໄດ້ “ເຈາະ​ຈົງ​ຢູ່​ກັບ​ຄວາມ​ຕັ້ງ​ໃຈ”13 ເພື່ອ​ຈະ​ເຮັດ​ໃຫ້​ຈຸດ​ປະ​ສົງ​ຂອງ​ເຂົາ​ເຈົ້າ​ກ້າວ​ໄປ​ໜ້າ. ເມື່ອ​ເພິ່ນ​ຖືກ​ຊີ້​ນຳ​ໃຫ້ “ເດີນ​ທັບ​ໄປ​ພ້ອມ​ດ້ວຍ​ພວກ​ລູກ​ຊາຍ​ໜຸ່ມ [ຂອງ​ເພິ່ນ],”14 ເພິ່ນ​ກໍ​ໄດ້​ເຊື່ອ​ຟັງ.

ຊາວ​ໜຸ່ມ​ໃນ​ທຸກ​ວັນ​ນີ້​ໄດ້​ຮັບ​ພອນ​ຂະ​ນະ​ທີ່​ອະ​ທິ​ການ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ຜູ້​ນຳ​ຂອງ​ເຮົາ ທີ່​ຈະ “ປຶກ​ສາ​ກັບ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ໃນ​ຫວອດ.”15 ປະ​ທານ​ສະ​ເຕກ​ຮັບ​ຮອງ​ວ່າ ອະ​ທິ​ການ ແລະ ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ຖືກ​ສັ່ງ​ສອນ ໃນ​ການ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພວກ​ເພິ່ນ​ຕໍ່​ຊາວ​ໜຸ່ມ.16

ຮີ​ລາ​ມັນ​ໄດ້​ໃຫ້​ກຽດ​ພັນ​ທະ​ສັນ​ຍາ. ເມື່ອ​ອຳ​ໂມນ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ພໍ່​ແມ່​ຂອງ​ພວກ​ຊາຍ​ໜຸ່ມ, ເຂົາ​ເຈົ້າ​ໄດ້​ຍອມ​ຮັບ​ດ້ວຍ​ໃຈ​ທີ່​ເປີດ​ກວ້າງ. ເຂົາ​ເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຊີ​ວິດ​ໃໝ່ ຂອງ​ການ​ເປັນ​ສາ​ນຸ​ສິດ​ທີ່​ຊອບ​ທຳ​ຂອງ​ເຂົາ​ເຈົ້າ ຈົນ​ເຂົາ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ “ວາງ​ອາ​ວຸດ​ແຫ່ງ​ການ​ກະ​ບົດ​ຂອງ​ພວກ​ເຂົາ.”17 ມີ​ພຽງ​ສິ່ງ​ດຽວ​ເທົ່າ​ນັ້ນ​ທີ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ພິ​ຈາ​ລະ​ນາ​ທີ່​ຈະ​ຝ່າ​ຝືນ​ພັນ​ທະ​ສັນ​ຍາ​ນີ້, ກັບ​ຄືນ​ໄປ​ສູ່​ອະ​ດີດ​ຂອງ​ການ​ສູ້​ຮົບ​ຂອງ​ເຂົາ​ເຈົ້າ, ນັ້ນ​ແມ່ນ​ການ​ເຫັນ​ຊາວ​ນີ​ໄຟ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ.

ຊາວ​ອຳ​ໂມນ​ຢາກ​ຊ່ວຍ​ຜູ້​ຄົນ​ທີ່​ໄດ້​ມອບ​ບ້ານ​ເຮືອນ​ທີ່​ປອດ​ໄພ​ໃຫ້​ແກ່​ເຂົາ​ເຈົ້າ. ຮີ​ລາ​ມັນ, ພ້ອມ​ດ້ວຍ​ຄົນ​ອື່ນໆ, ໄດ້​ຊັກ​ຊວນ​ເຂົາ​ເຈົ້າ​ໃຫ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ບໍ່​ສູ້​ຮົບ​ອີກ. ເພິ່ນ​ໄດ້​ໄວ້​ວາງ​ໃຈ​ໃນ​ພະ​ລັງ​ທີ່​ວ່າ ພຣະ​ເຈົ້າ​ຈະ​ຈັດ​ຫາ​ໃຫ້ ຫລາຍ​ກວ່າ​ພະ​ລັງ​ຂອງ​ຊາວ​ອຳ​ໂມນ​ເຫລົ່າ​ນີ້​ຈະ​ສາ​ມາດ​ຈັດ​ຫາ​ໃຫ້​ໄດ້ ດ້ວຍ​ດາບ ແລະ ລູກ​ສອນ​ຂອງ​ເຂົາ​ເຈົ້າ.

ເມື່ອ​ຮີ​ລາ​ມັນ ແລະ ນັກ​ຮົບ​ໜຸ່ມ​ຂອງ​ເພິ່ນ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທີ່​ໜ້າ​ຢ້ານ​ກົວ, ຮີ​ລາ​ມັນ​ກໍ​ເດັດ​ດ່ຽວ. “ຈົ່ງ​ເບິ່ງ, ມັນ​ບໍ່​ສຳ​ຄັນ​ເລີຍ—ພວກ​ເຮົາ​ໄວ້​ວາງ​ໃຈ​ວ່າ ພຣະ​ເຈົ້າ​ຈະ​ປົດ​ປ່ອຍ​ພວກ​ເຮົາ.”18 ໃນ​ວາ​ລະ​ໜຶ່ງ, ຕອນ​ທີ່​ພວກ​ເຂົາ​ເກືອບ​ຈະ​ຕາຍ​ຍ້ອນ​ຄວາມ​ອຶດ​ຫິວ, ການ​ຕອບ​ຮັບ​ຂອງ​ພວກ​ເຂົາ​ແມ່ນ​ທີ່​ຈະ “ທຸ້ມ​ເທ​ຈິດ​ວິນ​ຍານ [ຂອງ​ພວກ​ເຂົາ] ໃນ​ການ​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ, ເພື່ອ​ວ່າ​ພຣະ​ອົງ​ຈະ​ເຮັດ​ໃຫ້ [ພວກ​ເຂົາ] ມີ​ກຳ​ລັງ​ຂຶ້ນ ແລະ ປົດ​ປ່ອຍ [ພວກ​ເຂົາ]; … [ແລະ] ພຣະ​ຜູ້​ເປັນ​ເຈົ້າ … ໄດ້​ມາ​ຢ້ຽມ​ຢາມ [ພວກ​ເຂົາ] ໂດຍ​ໃຫ້​ຄວາມ​ໝັ້ນ​ໃຈ​ວ່າ ພຣະ​ອົງ​ຈະ​ປົດ​ປ່ອຍ [ພວກ​ເຂົາ]”19 “ຍ້ອນ​ວ່າ ສັດ​ທາ​ຂອງ​ພວກ​ເຂົາ​ມີ​ຫລາຍ​ທີ່​ສຸດ ແລະ ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ໃຫ້​ເຊື່ອ.”20

ເຮົາ​ໄດ້​ຮຽນ​ຮູ້​ຈາກ​ຮີ​ລາ​ມັນ ວ່າ​ຊາຍ​ໜຸ່ມ​ເຫລົ່າ​ນີ້​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ພໍ່​ແມ່​ຂອງ​ພວກ​ເຂົາ. ພໍ່​ແມ່​ທີ່​ຊື່​ສັດ​ເຫລົ່າ​ນີ້​ໄດ້​ຮູ້​ວ່າ ເຂົາ​ເຈົ້າ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ ທີ່​ຈະ​ສິດ​ສອນ​ລູກໆ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ໄດ້​ສິດ​ສອນ​ລູກໆ​ຂອງ​ເຂົາ​ເຈົ້າ ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ ແລະ “ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ”21 ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ. ແມ່​ຂອງ​ພວກ​ເຂົາ​ໄດ້​ສິດ​ສອນ​ພວກ​ເຂົາ “ວ່າ​ຖ້າ​ຫາກ​ພວກ​ເຂົາ​ບໍ່​ສົງ​ໄສ, ແລ້ວ​ພຣະ​ເຈົ້າ​ຈະ​ປົດ​ປ່ອຍ​ພວກ​ເຂົາ.”22 ພໍ່​ຂອງ​ພວກ​ເຂົາ​ກໍ​ໄດ້​ເປັນ​ຕົວ​ຢ່າງ​ທີ່​ມີ​ພະ​ລັງ​ຂອງ​ການ​ເຮັດ​ພັນ​ທະ​ສັນ​ຍາ.23 ອະ​ດີດ​ນັກ​ຮົບ​ເຫລົ່າ​ນີ້​ໄດ້​ຮູ້​ຄວາມ​ສະ​ຫຍົດ​ສະ​ຫຍອງ​ຂອງ​ການ​ສູ້​ຮົບ. ເຂົາ​ເຈົ້າ​ໄດ້​ຝາກ​ຝັງ​ລູກ​ຊາຍ​ທີ່​ຂາດ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ໃຫ້​ຢູ່​ໃນ​ການ​ດູ​ແລ​ຂອງ​ຮີ​ລາ​ມັນ ແລະ ສະ​ໜັບ​ສະ​ໜູນ​ພວກ​ເຂົາ​ໂດຍ​ການ​ສົ່ງ “ສະ​ບຽງ​ອາ​ຫານ​ຫລາຍ​ຢ່າງ.”24

ຮີ​ລາ​ມັນ​ບໍ່​ໄດ້​ຢູ່​ຄົນ​ດຽວ​ຂະ​ນະ​ທີ່​ເພິ່ນ​ໄດ້​ຮັບ​ໃຊ້​ກອງ​ທັບ​ຊາຍ​ໜຸ່ມ​ຂອງ​ເພິ່ນ. ເພິ່ນ​ໄດ້​ມີ​ຜູ້​ຄົນ​ຢູ່​ອ້ອມ​ຂ້າງ​ເພິ່ນ ຜູ້​ທີ່​ເພິ່ນ​ໄດ້​ຫັນ​ໄປ​ຫາ​ເພື່ອ​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊີ້​ນຳ. ເພິ່ນ​ໄດ້​ເອື້ອມ​ອອກ​ໄປ​ຫາ​ແມ່​ທັບ​ໂມ​ໂຣ​ໄນ ເພື່ອ​ຄວາມ​ຊ່ວຍ​ເຫລືອ, ແລະ ຄວາມ​ຊ່ວຍ​ເຫລືອ​ກໍ​ໄດ້​ມີ​ມາ.

ບໍ່​ມີ​ຜູ້​ໃດ​ທີ່​ຮັບ​ໃຊ້​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຮັບ​ໃຊ້​ຢູ່​ຄົນ​ດຽວ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ພອນ​ໃຫ້​ເຮົາ​ດ້ວຍ​ຫວອດ ແລະ ສະ​ເຕກ. ຜ່ານ​ທາງ​ອົງ​ການ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ, ເຮົາ​ມີ​ແຫລ່ງ​ຊ່ວຍ​ເຫລືອ, ມີ​ສະ​ຕິ​ປັນ​ຍາ, ແລະ ການ​ດົນ​ໃຈ​ທີ່​ຈະ​ສະ​ໜອງ​ການ​ທ້າ​ທາຍ​ໃດໆ​ກໍ​ຕາມ.

ອະ​ທິ​ການ​ໃຫ້​ການ​ຊີ້​ນຳ​ສຳ​ລັບ​ຫວອດ​ຜ່ານ​ທາງ​ສະ​ພາ.25 ເພິ່ນ​ສົ່ງ​ເສີມ​ການ​ສຳ​ພາດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕາມ​ໄຕ​ມາດ ແລະ ແລ້ວ​ຊຸກ​ຍູ້​ກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໃຫ້​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄອບ​ຄົວ. ຝ່າຍ​ປະ​ທານ​ເຫລົ່າ​ນີ້​ນຳ​ໜ້າ​ໃນ​ການ​ປະ​ເມີນ​ຄວາມ​ຕ້ອງ​ການ ແລະ ຊອກ​ຫາ​ທາງ​ແກ້​ໄຂ​ທີ່​ຖືກ​ດົນ​ໃຈ. ປະ​ທານ​ສະ​ເຕກ​ສະ​ເໜີ​ມອບ​ການ​ສະ​ໜັບ​ສະ​ໜູນ ໂດຍ​ການ​ແນະ​ນຳ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້.

ການ​ຊີ້​ນຳ​ທີ່​ຕ້ອງ​ການ​ສຳ​ລັບ​ຜູ້​ນຳ ແລະ ພໍ່​ແມ່​ແມ່ນ​ຖືກ​ພົບ​ເຫັນ​ຢູ່​ໃນ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ແລະ ແອັບ Gospel Living. ໃນ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ດົນ​ໃຈ​ເຫລົ່າ​ນີ້, ເຮົາ​ສາ​ມາດ​ພົບ​ເຫັນ​ພຣະ​ຄຳ​ພີ, ຄຳ​ສອນ​ຂອງ​ສາດ​ສະ​ດາ​ໃນ​ຍຸກ​ສະ​ໄໝ​ໃໝ່, ແລະ ຄູ່​ມື​ທົ່ວ​ໄປ. ແຖບ​ຂອງ​ຊາວ​ໜຸ່ມ​ຢູ່​ໃນ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ກໍ​ມີ​ແຫລ່ງ​ຊ່ວຍ​ເຫລືອ​ຢ່າງ​ຫລວງ​ຫລາຍ​ສຳ​ລັບ​ຝ່າຍ​ປະ​ທານ​ກຸ່ມ ແລະ ຝ່າຍ​ປະ​ທານ​ຫ້ອງ26 ແລະ ມີ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ. ຂະ​ນະ​ທີ່​ສະ​ມາ​ຊິກ​ຂອງ​ຫວອດ​ທຸກ​ຄົນ​ສຶກ​ສາ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ດົນ​ໃຈ​ເຫລົ່າ​ນີ້ ແລະ ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ, ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ​ໜຸ່ມ.

ທັງ​ຫວອດ​ຈະ​ໄດ້​ຮັບ​ພອນ ແລະ ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ຂະ​ນະ​ທີ່​ສະ​ມາ​ຊິກ​ສຸມ​ໃຈ​ໃສ່​ຄົນ​ລຸ້ນ​ໃໝ່. ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ມີ​ຄວາມ​ບໍ່​ສົມ​ບູນ​ແບບ ແລະ ຂໍ້​ບົກ​ພ່ອງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຍັງ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ, ຜ່ານ​ທາງ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ໃຫ້​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ. ພຣະ​ອົງ​ຮູ້​ວ່າ​ເຮົາ​ເຕີບ​ໂຕ ແລະ ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ຂະ​ນະ​ທີ່​ເຮົາ​ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.27 ມັນ​ບໍ່​ສຳ​ຄັນ​ທີ່​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ນັ້ນ​ບໍ່​ສົມ​ບູນ​ແບບ. ເມື່ອ​ເຮົາ​ເປັນ​ຫຸ້ນ​ສ່ວນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໄດ້​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ຈະ​ສອດ​ຄ່ອງ​ກັບ​ສິ່ງ​ທີ່​ພຣະ​ອົງ​ຈະ​ກະ​ທຳ​ເພື່ອ​ຊາວ​ໜຸ່ມ.

ໂດຍ​ການ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃນ​ການ​ເອື້ອມ​ອອກ​ໄປ​ຫາ​ຊາວ​ໜຸ່ມ, ເຮົາ​ກາຍ​ເປັນ​ພະ​ຍານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ຊີ​ວິດ​ຂອງ​ພວກ​ເຂົາ. ການ​ກະ​ທຳ​ຕາມ​ການ​ກະ​ຕຸ້ນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສ້າງ​ຄວາມ​ສຳ​ພັນ​ແຫ່ງ​ຄວາມ​ຮັກ ແລະ ຄວາມ​ໄວ້​ວາງ​ໃຈ. ມັນ​ແມ່ນ​ຄວາມ​ສຳ​ພັນ​ໃນ​ຊີ​ວິດ​ຂອງ​ຊາວ​ໜຸ່ມ​ນັ້ນ​ທີ່​ຈະ​ມີ​ອິດ​ທິ​ພົນ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ເລືອກ​ຂອງ​ພວກ​ເຂົາ.

ຊາວ​ໜຸ່ມ​ຈະ​ຮຽນ​ຮູ້​ແບບ​ແຜນ​ຂອງ​ການ​ເປີດ​ເຜີຍ ຂະ​ນະ​ທີ່​ພວກ​ເຂົາ​ມີ​ສ່ວນ​ຮ່ວມ​ກັບ​ພວກ​ເຮົາ ໃນ​ຂັ້ນ​ຕອນ​ຂອງ​ການ​ສະ​ແຫວງ​ຫາ ແລະ ການ​ກະ​ທຳ​ຕາມ​ການ​ກະ​ຕຸ້ນ ທີ່​ຈະ​ຮັບ​ໃຊ້​ຄົນ​ອື່ນ. ຂະ​ນະ​ທີ່​ຊາວ​ໜຸ່ມ​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ການ​ຊີ້​ນຳ​ທີ່​ດົນ​ໃຈ​ນີ້, ຄວາມ​ສຳ​ພັນ​ຂອງ​ພວກ​ເຂົາ​ກັບ​ພຣະ​ອົງ ແລະ ຄວາມ​ໄວ້​ວາງ​ໃຈ​ຂອງ​ພວກ​ເຂົາ​ໃນ​ພຣະ​ອົງ​ຈະ​ເລິກ​ເຊິ່ງ​ຂຶ້ນ.

ເຮົາ​ສະ​ແດງ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ​ໃນ​ຊາວ​ໜຸ່ມ ໂດຍ​ການ​ສະ​ເໜີ​ມອບ​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊີ້​ນຳ ໂດຍ​ບໍ່​ບັງ​ຄັບ​ພວກ​ເຂົາ.28 ຂະ​ນະ​ທີ່​ເຮົາ​ປ່ອຍ​ວາງ ແລະ ປ່ອຍ​ໃຫ້​ຊາວ​ໜຸ່ມ​ຮຽນ​ຮູ້​ຜ່ານ​ທາງ​ການ​ປຶກ​ສາ​ຫາ​ລື​ນຳ​ກັນ, ເລືອກ​ເສັ້ນ​ທາງ​ທີ່​ດົນ​ໃຈ, ແລະ ລົງ​ມື​ກະ​ທຳ​ຕາມ​ແຜນ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈະ​ປະ​ສົບ​ຄວາມ​ຊື່ນ​ຊົມ ແລະ ການ​ເຕີບ​ໂຕ​ທີ່​ແທ້​ຈິງ.

ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ສິດ​ສອນ​ວ່າ: “ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້​ຈາກ [ທ່ານ] ແມ່ນ​ກ່ຽວ​ກັບ​ວ່າ ເຂົາ​ເຈົ້າ​ເປັນ​ໃຜ​ແທ້ໆ ແລະ ສິ່ງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ກາຍ​ເປັນ​ແທ້ໆ. ຂ້າ​ພະ​ເຈົ້າ​ເດົາ​ວ່າ ເຂົາ​ເຈົ້າ​ຈະ​ບໍ່​ຮຽນ​ຮູ້​ເລື່ອງ​ນີ້​ຫລາຍ​ຈາກ​ຄຳ​ບັນ​ຍາຍ. ເຂົາ​ເຈົ້າ​ຈະ​ເຂົ້າ​ໃຈ​ຈາກ​ຄວາມ​ຮູ້​ສຶກ ວ່າ​ທ່ານ​ເປັນ​ໃຜ, ວ່າ​ທ່ານ​ຄິດ​ວ່າ​ເຂົາ​ເຈົ້າ​ເປັນ​ໃຜ, ແລະ ວ່າ​ທ່ານ​ຄິດ​ແນວ​ໃດ​ເລື່ອງ​ທີ່​ເຂົາ​ເຈົ້າ​ອາດ​ກາຍ​ເປັນ.”29

ຊາວ​ໜຸ່ມ​ຂອງ​ເຮົາ​ເຮັດ​ໃຫ້​ເຮົາ​ປະ​ຫລາດ​ໃຈ ດ້ວຍ​ຄວາມ​ກ້າ​ຫານ​ຂອງ​ພວກ​ເຂົາ, ສັດ​ທາ​ຂອງ​ພວກ​ເຂົາ, ແລະ ຄວາມ​ສາ​ມາດ​ຂອງ​ພວກ​ເຂົາ. ຂະ​ນະ​ທີ່​ພວກ​ເຂົາ​ເລືອກ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ມີ​ພາກ​ສ່ວນ​ຢ່າງ​ເຕັມ​ທີ່, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຈະ​ຖືກ​ປະ​ທັບ​ໄວ້​ຢູ່​ໃນ​ຈິດ​ໃຈ​ຂອງ​ພວກ​ເຂົາ. ການ​ຕິດ​ຕາມ​ພຣະ​ອົງ​ຈະ​ກາຍ​ເປັນ​ພາກ​ສ່ວນ​ຂອງ​ຜູ້​ຄົນ​ທີ່​ພວກ​ເຂົາ​ເປັນ, ບໍ່​ພຽງ​ແຕ່​ເປັນ​ສິ່ງ​ທີ່​ພວກ​ເຂົາ​ເຮັດ​ເທົ່າ​ນັ້ນ.

ຮີ​ລາ​ມັນ​ໄດ້​ຊ່ວຍ​ຊາຍ​ໜຸ່ມ​ຊາວ​ອຳ​ໂມນ​ໃຫ້​ເຫັນ​ວ່າ ສາ​ນຸ​ສິດ​ຜູ້​ກ້າ​ຫານ​ຂອງ​ພຣະ​ເຢ​ຊູ​ຄຣິດ​ດຳ​ລົງ​ຊີ​ວິດ​ແນວ​ໃດ. ເຮົາ​ສາ​ມາດ​ເປັນ​ຕົວ​ຢ່າງ​ທີ່​ມີ​ພະ​ລັງ​ຕໍ່​ຊາວ​ໜຸ່ມ ວ່າ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ​ດຳ​ລົງ​ຊີ​ວິດ​ແນວ​ໃດ​ໃນ​ທຸກ​ວັນ​ນີ້. ພໍ່​ແມ່​ຜູ້​ຊື່​ສັດ​ອະ​ທິ​ຖານ​ສຳ​ລັບ​ຕົວ​ຢ່າງ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ລູກໆ​ຂອງ​ເຂົາ​ເຈົ້າ. ບໍ່​ມີ​ໂຄງ​ການ​ໃດ​ສາ​ມາດ​ເຂົ້າ​ມາ​ແທນ​ອິດ​ທິ​ພົນ​ຂອງ​ຜູ້​ໃຫຍ່​ທີ່​ຮັກ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ໄດ້.

ໃນ​ຖາ​ນະ​ປະ​ທານ​ຂອງ​ກຸ່ມ​ປະ​ໂລ​ຫິດ, ອະ​ທິ​ການ​ສາ​ມາດ​ເປັນ​ຕົວ​ຢ່າງ​ສຳ​ລັບ​ຊາວ​ໜຸ່ມ ເຖິງ​ວິ​ທີ​ທີ່​ຈະ​ເປັນ​ສາ​ມີ​ຜູ້​ຈົງ​ຮັກ​ພັກ​ດີ ແລະ ພໍ່​ທີ່​ຮັກ​ຫອມ30 ຜ່ານ​ທາງ​ການ​ປົກ​ປ້ອງ, ການ​ຈັດ​ຫາ​ໃຫ້, ແລະ ການ​ນຳ​ພາ31 ໃນ​ວິ​ທີ​ທາງ​ທີ່​ຊອບ​ທຳ. ອະ​ທິ​ການ, ດ້ວຍ “ການ​ເອົາ​ໃຈ​ໃສ່​ຢ່າງ​ໃກ້​ຊິດ​ຕໍ່​ຊາວ​ໜຸ່ມ,”32 ຈະ​ມີ​ອິດ​ທິ​ພົນ​ຕໍ່​ຫລາຍໆ​ລຸ້ນ​ຄົນ.

ຊາວ​ໜຸ່ມ​ໃນ​ທຸກ​ວັນ​ນີ້ ເປັນ​ໜຶ່ງ​ຂອງ​ດວງ​ວິນ​ຍານ​ທີ່​ດີ​ເລີດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.33 ພວກ​ເຂົາ​ເປັນ​ພາກ​ສ່ວນ​ຂອງ​ຜູ້​ປົກ​ປ້ອງ​ຄວາມ​ຈິງ ແລະ ອຳ​ເພີ​ໃຈ​ທີ່​ເຂັ້ມ​ແຂງ​ໃນ​ໂລກ​ກ່ອນ​ເກີດ.34 ພວກ​ເຂົາ​ໄດ້​ເກີດ​ມາ​ໃນ​ວັນ​ເວ​ລາ​ເຫລົ່າ​ນີ້ ເພື່ອ​ຈະ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ຜ່ານ​ທາງ​ການ​ເປັນ​ພະ​ຍານ​ອັນ​ມີ​ພະ​ລັງ​ຂອງ​ພວກ​ເຂົາ ເຖິງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ພຣະ​ອົງ​ຮູ້​ຈັກ​ພວກ​ເຂົາ​ແຕ່​ລະ​ຄົນ ແລະ ຮູ້​ສັກ​ກະ​ຍະ​ພາບ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ. ພຣະ​ອົງ​ອົດ​ທົນ​ຂະ​ນະ​ທີ່​ພວກ​ເຂົາ​ເຕີບ​ໂຕ. ພຣະ​ອົງ​ຈະ​ໄຖ່ ແລະ ປົກ​ປ້ອງ​ພວກ​ເຂົາ. ພຣະ​ອົງ​ຈະ​ປິ່ນ​ປົວ ແລະ ຊີ້​ນຳ​ພວກ​ເຂົາ. ພຣະ​ອົງ​ຈະ​ດົນ​ໃຈ​ພວກ​ເຂົາ. ເຮົາ, ຜູ້​ເປັນ​ພໍ່​ແມ່ ແລະ ຜູ້​ນຳ​ຂອງ​ພວກ​ເຂົາ, ຖືກ​ກຽມ​ພ້ອມ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ພວກ​ເຂົາ. ເຮົາ​ມີ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ​ຊ່ວຍ​ເຫລືອ​ເຮົາ​ໃຫ້​ລ້ຽງ​ດູ​ຄົນ​ລຸ້ນ​ຕໍ່​ໄປ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ, ທີ່​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ຖືກ​ນຳ​ພາ​ໃນ​ທຸກ​ວັນ​ນີ້ ໂດຍ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ຖືກ​ຈັດ​ຕັ້ງ​ຂຶ້ນ ເພື່ອ​ຊ່ວຍ​ຊາວ​ໜຸ່ມ​ໃຫ້​ບັນ​ລຸ​ຈຸດ​ປະ​ສົງ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ ໃນ​ຍຸກ​ສຸດ​ທ້າຍ​ນີ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ແອວ​ມາ 53:19.

  2. “ຖ້າ​ຫາກ​ພວກ​ເຈົ້າ​ເລືອກ, ຖ້າ​ຫາກ​ພວກ​ເຈົ້າ​ຢາກ​ເຮັດ, … ພວກ​ເຈົ້າ​ສາ​ມາດ​ເປັນ​ພາກ​ສ່ວນ​ໃຫຍ່​ຂອງ​ບາງ​ສິ່ງ​ທີ່​ໃຫຍ່​ໂຕ, ບາງ​ສິ່ງ​ທີ່​ຍິ່ງ​ໃຫຍ່, ບາງ​ສິ່ງ​ທີ່​ສະ​ຫງ່າ​ລາ​ສີ​ໄດ້! … ພວກ​ເຈົ້າ​ເປັນ​ໜຶ່ງ​ໃນ​ຜູ້​ຄົນ​ທີ່​ດີເລີດ ທີ່ພຣະ​ຜູ້​ເປັນ​ເຈົ້າ ເຄີຍ ສົ່ງ​ມາ​ສູ່​ໂລກນີ້. ພວກ​ເຈົ້າ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ເປັນ​ຄົນ​ສະ​ຫລາດ ແລະ ຫົວ​ດີ ແລະ ມີ​ຜົນ​ກະ​ທົບ​ຢູ່​ໃນ​ໂລກ ຫລາຍ​ກວ່າ​ລຸ້ນ​ໃດໆ​ທີ່​ຜ່ານ​ມາ!” (Russell M. Nelson, “Hope of Israel” [ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຊາວ​ໜຸ່ມ​ທົ່ວ​ໂລກ, ວັນ​ທີ 3 ເດືອນ​ມິ​ຖຸ​ນາ, 2018], ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

  3. Dale G. Renlund, “Through God’s Eyes,” Liahona, Nov. 2015, 94.

  4. ແອວ​ມາ 56:55.

  5. ແອວ​ມາ 56:43–44.

  6. ແອວ​ມາ 56:46.

  7. “ເປົ້າ​ໝາຍ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໃນ​ການ​ເປັນ​ພໍ່​ແມ່ ບໍ່​ແມ່ນ​ຈະ​ໃຫ້​ລູກໆ​ຂອງ​ພຣະ​ອົງ ເຮັດ ສິ່ງ​ທີ່​ຖືກ​ຕ້ອງ; ແຕ່​ແມ່ນ​ໃຫ້​ລູກໆ​ຂອງ​ພຣະ​ອົງ ເລືອກ ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ” (Dale G. Renlund, “Choose You This Day,” Liahona, Nov. 2018, 104).

  8. “ເມື່ອ​ເຮົາ​ໃຫ້​ພະ​ລັງ​ແກ່​ຊາວ​ໜຸ່ມ ໂດຍ​ການ​ເຊື້ອ​ເຊີນ ແລະ ໃຫ້​ເຂົາ​ເຈົ້າ​ກະ​ທຳ, ແລ້ວ​ສາດ​ສະ​ໜາ​ຈັກ​ຈະ​ດຳ​ເນີນ​ໄປ​ໜ້າ ໃນ​ວິ​ທີ​ທາງ​ທີ່​ມະ​ຫັດ​ສະ​ຈັນ” (ຈາກ​ການ​ປະ​ຊຸມ​ກັບ ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ; ເບິ່ງ 2020 Temple and Family History Leadership Instruction, Feb. 27, 2020, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ນຳ​ອີກ.

  9. ແອວ​ມາ 53:22.

  10. ແອວ​ມາ 56:17.

  11. Russell M. Nelson, “Hope of Israel,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  12. ແອວ​ມາ 53:20.

  13. ແອວ​ມາ 58:12.

  14. ແອວ​ມາ 56:30.

  15. ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 7.1.2, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  16. ເບິ່ງ ຄູ່​ມື​ທົ່ວ​ໄປ, 6.7.2.

  17. ແອວ​ມາ 23:7.

  18. ແອວ​ມາ 58:37.

  19. ແອວ​ມາ 58:10–11.

  20. ແອວ​ມາ 57:26.

  21. ແອວ​ມາ 53:21.

  22. ແອວ​ມາ 56:47.

  23. ເບິ່ງ ແອວ​ມາ 23:7; 24:17–19.

  24. ແອວ​ມາ 56:27.

  25. ເບິ່ງ ຄູ່​ມື​ທົ່ວ​ໄປ, 7.1.1.

  26. “ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ຄວາມ​ຈິງ, ຄຳ​ຖາມ​ສອງ​ຂໍ້​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຮັບ​ຮູ້​ຖ້າ​ຫາກ​ວ່າ​ມະ​ໂນ​ທັດ​ນັ້ນ​ມາ​ຈາກ​ພຣະ​ເຈົ້າ ຫລື ວ່າ​ມາ​ຈາກ​ແຫລ່ງ​ອື່ນ: ມະ​ໂນ​ທັດ​ນັ້ນ​ຖືກ​ສິດ​ສອນ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ບໍ ຢູ່​ໃນ​ພຣະ​ຄຳ​ພີ ແລະ ໂດຍ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່? ມະ​ໂນ​ທັດ​ນັ້ນ​ຖືກ​ຢືນ​ຢັນ​ໂດຍ​ການ​ເປັນ​ພະ​ຍານ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ບໍ? ພຣະ​ເຈົ້າ​ເປີດ​ເຜີຍ​ຄວາມ​ຈິງ​ຂອງ​ຫລັກ​ທຳ​ຜ່ານ​ທາງ​ສາດ​ສະ​ດາ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢືນ​ຢັນ​ຄວາມ​ຈິງ​ເຫລົ່າ​ນັ້ນ​ຕໍ່​ເຮົາ ແລະ ຊ່ວຍ​ເຮົາ​ໃຫ້​ນຳ​ໃຊ້​ມັນ” (John C. Pingree Jr., “Eternal Truth,” Liahona, Nov. 2023, 100).

  27. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 4:2–4.

  28. “ຖ້າ​ຫາກ​ຊາວ​ໜຸ່ມ [ຂອງ​ເຮົາ] ບໍ່​ຫຍຸ້ງ​ຢູ່​ກັບ [ວຽກ​ງານ​ຂອງ​ພຣະ​ເຈົ້າ], ແລ້ວ​ສ່ວນ​ຫລາຍ​ເຂົາ​ເຈົ້າ​ຈະ​ຫຍຸ້ງ​ຢູ່​ກັບ​ໂລກ. … ມີ​ມັກ​ຄະ​ນາ​ຍົກ ແລະ ຄູ​ສອນ​ຈັກ​ຄົນ​ຢູ່​ໃນ​ຝ່າຍ​ປະ​ທານ​ກຸ່ມ ທີ່​ໄດ້​ຮັບ​ການ​ມອບ​ໝາຍ ພຽງ​ແຕ່​ໃຫ້​ເປັນ​ຜູ້​ຕິດ​ຕໍ່​ຫາ​ບາງ​ຄົນ​ໃຫ້​ກ່າວ​ອະ​ທິ​ຖານ ຫລື ຢາຍ​ສິນ​ລະ​ລຶກ​ເທົ່າ​ນັ້ນ? ອ້າຍ​ນ້ອງ​ທັງ​ຫລາຍ, ເຂົາ​ເຈົ້າ​ເປັນ​ຄົນ​ພິ​ເສດ​ແທ້ໆ, ແລະ ເຂົາ​ເຈົ້າ​ສາ​ມາດ​ເຮັດ​ສິ່ງ​ທີ່​ສຳ​ຄັນ ຖ້າ​ຫາກ​ເຂົາ​ເຈົ້າ​ໄດ້​ຮັບ​ໂອ​ກາດ!” (Neal A. Maxwell, “Unto the Rising Generation,” Ensign, Apr. 1985, 11).

  29. Henry B. Eyring, “Teaching Is a Moral Act” (ຄຳ​ປາ​ໄສ​ທີ່​ກອງ​ປະ​ຊຸມ​ໃຫຍ່​ປະ​ຈຳ​ປີ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 27 ເດືອນ​ສິງ​ຫາ, 1991), 3, speeches.byu.edu.

  30. ເບິ່ງ “Aaronic Priesthood Quorum Theme,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  31. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  32. “ມັນ​ເປັນ​ຄວາມ​ຫວັງ​ຂອງ​ພວກ​ເຮົາ​ທີ່​ຈະ​ໃຫ້​ຝ່າຍ​ອະ​ທິ​ການ​ເນັ້ນ​ໜັກ ແລະ ເອົາ​ໃຈ​ໃສ່​ຕໍ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ກຸ່ມ​ຊາຍ​ໜຸ່ມ ແລະ ຊ່ວຍ​ເຂົາ​ເຈົ້າ​ໃນ​ໜ້າ​ທີ່​ກຸ່ມ​ຂອງ​ເຂົາ​ເຈົ້າ. ຜູ້​ໃຫຍ່​ທີ່​ມີ​ຄວາມ​ສາ​ມາດ ທີ່​ເປັນ​ຜູ້​ໃຫ້​ຄຳ​ແນະ​ນຳ​ກຸ່ມ​ຊາຍ​ໜຸ່ມ ຈະ​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ຊ່ວຍ​ຝ່າຍ​ປະ​ທານ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຝ່າຍ​ອະ​ທິ​ການ ໃນ​ໜ້າ​ທີ່​ຂອງ​ພວກ​ເພິ່ນ. ພວກ​ເຮົາ​ໝັ້ນ​ໃຈ​ວ່າ ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຫລາຍ​ຄົນ​ຈະ​ລຸກ​ຂຶ້ນ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ ແລະ ຄົງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ເພາະ​ການ​ເອົາ​ໃຈ​ໃສ່​ຢ່າງ​ໃກ້​ຊິດ​ນີ້ ຕໍ່​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ” (Quentin L. Cook, “Adjustments to Strengthen Youth,” Liahona, Nov. 2019, 41).

  33. “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ສະ​ຫງວນ​ດວງ​ວິນ​ຍານ​ທີ່​ດີ​ເລີດ​ທີ່​ສຸດ​ຂອງ​ພຣະ​ອົງ—ບາງ​ທີ, ຂ້າ​ພະ​ເຈົ້າ​ວ່າ, ທີມ​ທີ່​ຍອດ​ຍ້ຽມ​ທີ່​ສຸດ​ຂອງ​ພຣະ​ອົງ—ສຳ​ລັບ​ໄລ​ຍະ​ສຸດ​ທ້າຍ. ດວງ​ວິນ​ຍານ​ທີ່​ດີ​ເລີດ​ເຫລົ່າ​ນັ້ນ—ນັກ​ກິ​ລາ​ທີ່​ຍອດ​ຍ້ຽມ​ເຫລົ່າ​ນັ້ນ, ວິ​ລະ​ຊົນ​ເຫລົ່າ​ນັ້ນ—ຄື ພວກ​ເຈົ້າ ນັ້ນ​ເອງ!” (Russell M. Nelson, “Hope of Israel,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

  34. “ໄວ​ລຸ້ນ​ທີ່​ທ່ານ​ຮັກ​ອາດ​ໄດ້​ເປັນ​ຄົນ​ໜຶ່ງ​ໃນ​ບັນ​ດາ​ນັກ​ຮົບ​ຜູ້​ກ້າ​ຫານ ທີ່​ຢູ່​ໃນ​ຝ່າຍ​ອຳ​ເພີ​ໃຈ ແລະ ຄວາມ​ຈິງ. … ເຮົາ​ສາ​ມາດ​ຊ່ວຍ​ໄດ້​ໃນ​ວິ​ທີ​ທີ່​ເຮົາ​ຕອບ​ຮັບ​ຕໍ່​ຄວາມ​ຕັ້ງ​ໃຈ​ຂອງ​ພວກ​ເຂົາ​ທີ່​ຈະ​ເລືອກ​ເພື່ອ​ຕົວ​ຂອງ​ພວກ​ເຂົາ​ເອງ. ພວກ​ເຂົາ​ຈະ​ຮູ້​ສຶກ​ໄດ້​ຖ້າ​ຫາກ​ວ່າ​ເຮົາ​ເຫັນ​ພວກ​ເຂົາ​ດັ່ງ​ທີ່​ວ່າ​ພວກ​ເຂົາ​ໄດ້​ເປັນ​ໜຶ່ງ​ໃນ​ບັນ​ດາ​ນັກ​ຮົບ​ຜູ້​ຊື່​ສັດ ທີ່​ເປັນ​ຢູ່ ກ່ອນ​ຊີ​ວິດ​ມະ​ຕະ, ທີ່​ຍັງ​ມີ​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະ​ປົກ​ປ້ອງ​ອຳ​ເພີ​ໃຈ​ທາງ​ສິນ​ທຳ ແລະ ຮັບ​ຮູ້​ຄຸນ​ຄ່າ​ທີ່​ຍິ່ງ​ໃຫຍ່​ຂອງ​ມັນ ໃນ​ການ​ນຳ​ຄວາມ​ສຸກ​ມາ​ໃຫ້​ພວກ​ເຂົາ. ຖ້າ​ຫາກ​ເຮົາ​ສາ​ມາດ​ເຫັນ​ພວກ​ເຂົາ​ວ່າ​ເປັນ​ນັກ​ຮົບ​ຜູ້​ຊື່​ສັດ​ທີ່​ເປັນ​ຢູ່ ກ່ອນ​ຊີ​ວິດ​ມະ​ຕະ, ເຮົາ​ອາດ​ຍັງ​ສາ​ມາດ​ເຫັນ​ການ​ປະ​ກາດ​ຂອງ​ພວກ​ເຂົາ ເຖິງ​ຄວາມ​ເປັນ​ອິດ​ສະ​ລະ​ວ່າ​ເປັນ​ສັນ​ຍານ​ຂອງ​ສັກ​ກະ​ຍະ​ພາບ​ຂອງ​ພວກ​ເຂົາ, ເປັນ​ສັນ​ຍານ​ທີ່​ວ່າ​ພວກ​ເຂົາ​ກຳ​ລັງ​ທົດ​ສອບ​ອຳ​ນາດ​ຂອງ​ອຳ​ເພີ​ໃຈ​ຢູ່ ທີ່​ຈະ​ນຳ​ຄວາມ​ສຸກ​ມາ​ໃຫ້​ພວກ​ເຂົາ” (Henry B. Eyring, “A Life Founded in Light and Truth” [ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 15 ເດືອນ​ສິງ​ຫາ, 2000], 3, 4, speeches.byu.edu).