ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງ​ປະ​ດັບ​ຕົວ​ດ້ວຍ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ຈົ່ງ​ປະ​ດັບ​ຕົວ​ດ້ວຍ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ

ຜ່ານ​ທາງ​ການ​ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ໃຫ້​ພຣະ​ເຈົ້າ​ສາ​ມາດ​ຖອກ​ເທ​ພອນ​ຢ່າງ​ຫລວງ​ຫລາຍ​ລົງ​ມາ ທີ່​ກ່ຽວ​ຂ້ອງ​ກັບ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ.

ຂະ​ນະ​ທີ່​ລູກ​ຫລ້າ​ສອງ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ກຳ​ລັງ​ເຕີບ​ໂຕ, ຂ້າ​ພະ​ເຈົ້າ​ໄດ້​ຄົ້ນ​ພົບ​ໜັງ​ສື​ທີ່​ໃຫ້​ການ​ບັນ​ເທີງ ແລະ ດຶງ​ດູດ​ຄວາມ​ສົນ​ໃຈ ແຕ່​ຍັງ​ໄດ້​ໃຊ້​ສັນ​ຍາ​ລັກ​ໃນ​ເລື່ອງ​ລາວ​ນຳ​ອີກ. ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ອ່ານ​ນຳ​ກັນ​ໃນ​ຕອນ​ແລງ, ຂ້າ​ພະ​ເຈົ້າ​ມັກ​ຊ່ວຍ​ລູກໆ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ເຂົ້າ​ໃຈ​ສັນ​ຍາ​ລັກ​ທີ່​ຜູ້​ຂຽນ​ໃຊ້ ເພື່ອ​ສິດ​ສອນ​ຫລັກ​ທຳ​ທີ່​ເລິກ​ເຊິ່ງ​ກວ່າ, ແມ່ນ​ແຕ່​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ.

ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ​ສິ່ງ​ນີ້​ຈະ​ເຂົ້າ​ໃຈ​ໄດ້​ໃນ​ມື້​ໜຶ່ງ ຕອນ​ທີ່​ລູກ​ຊາຍ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ໜຶ່ງ​ຢູ່​ໃນ​ຕົ້ນ​ໄວ​ລຸ້ນ​ຂອງ​ລາວ. ລາວ​ໄດ້​ເລີ່ມ​ອ່ານ​ປຶ້ມ​ເຫລັ້ມ​ໃໝ່ ແລະ ຢາກ​ມ່ວນ​ຊື່ນ​ກັບ​ເລື່ອງ​ລາວ​ນັ້ນ, ແຕ່​ຄວາມ​ຄິດ​ຂອງ​ລາວ​ໄດ້​ພະ​ຍາ​ຍາມ​ຊອກ​ຫາ​ຄວາມ​ໝາຍ​ທີ່​ເລິກ​ເຊິ່ງ​ກວ່າ​ໃນ​ທຸກ​ສິ່ງ​ທີ່​ລາວ​ອ່ານ​ຢູ່. ລາວ​ຫງຸດ​ຫງິດ, ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຍິ້ມ​ຢູ່​ໃນ​ໃຈ.

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ຜ່ານ​ທາງ​ເລື່ອງ​ລາວ ແລະ ສັນ​ຍາ​ລັກ1—ເມັດ​ຜັກ​ກາດ ເພື່ອ​ສິດ​ສອນ​ເຖິງ​ພະ​ລັງ​ຂອງ​ສັດ​ທາ,2 ແກະ​ທີ່​ເສຍ ເພື່ອ​ສິດ​ສອນ​ເຖິງ​ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ,3 ລູກ​ຊາຍ​ທີ່​ເສຍ ເພື່ອ​ສິດ​ສອນ​ເຖິງ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ.4 ຄຳ​ອຸ​ປະ​ມາ​ຂອງ​ພຣະ​ອົງ​ເປັນ​ສັນ​ຍາ​ລັກ ຊຶ່ງ​ຜ່ານ​ທາງ​ນັ້ນ ພຣະ​ອົງ​ຈຶ່ງ​ສາ​ມາດ​ສິດ​ສອນ​ບົດ​ຮຽນ​ທີ່​ເລິກ​ເຊິ່ງ​ກວ່າ ຕໍ່​ຜູ້​ຄົນ​ທີ່​ມີ “ຫູ​ຟັງ​ຈົ່ງ​ຟັງ​ເອົາ.”5 ແຕ່​ຜູ້​ຄົນ​ທີ່​ບໍ່​ໄດ້​ສະ​ແຫວງ​ຫາ​ຄວາມ​ໝາຍ​ທີ່​ເລິກ​ເຊິ່ງ​ກວ່າ ຈະ​ບໍ່​ເຂົ້າ​ໃຈ,6 ດັ່ງ​ທີ່​ຫລາຍ​ຄົນ​ຜູ້​ທີ່​ໄດ້​ອ່ານ​ປຶ້ມ​ດຽວ​ກັນ​ນັ້ນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ໃຫ້​ລູກໆ​ຂອງ​ຂ້າ​ພະ​ເຈົ້າ​ຟັງ ບໍ່​ເຄີຍ​ຮູ້​ເລີຍ​ວ່າ​ມັນ​ມີ​ຄວາມ​ໝາຍ​ທີ່​ເລິກ​ເຊິ່ງ ແລະ ມີ​ຜົນ​ປະ​ໂຫຍດ​ຢ່າງ​ຫລວງ​ຫລາຍ​ຈາກ​ເລື່ອງ​ລາວ​ເຫລົ່າ​ນັ້ນ.

ເມື່ອ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ໄດ້​ສະ​ເໜີ​ມອບ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ​ໃຫ້​ເປັນ​ເຄື່ອງ​ບູ​ຊາ​ແທນ​ເຮົາ, ພຣະ​ເຢ​ຊູ​ຄຣິດ​ພຣະ​ອົງ​ເອງ​ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ທີ່​ສູງ​ສຸດ​ເຖິງ​ຄວາມ​ຮັກ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ມີ​ໃຫ້​ເຮົາ.7 ພຣະ​ເຢ​ຊູ​ຄຣິດ​ໄດ້​ກາຍ​ເປັນ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ.8

ເຮົາ​ມີ​ສິດ​ທິ​ພິ​ເສດ ແລະ ພອນ​ທີ່​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ໃນ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ຊຶ່ງ​ໃນ​ນັ້ນ​ຊີ​ວິດ​ຂອງ​ເຮົາ​ເອງ​ກໍ​ສາ​ມາດ​ກາຍ​ເປັນ​ສັນ​ຍາ​ລັກ​ຂອງ​ພັນ​ທະ​ສັນ​ຍາ​ນັ້ນ. ພັນ​ທະ​ສັນ​ຍາ​ສ້າງ​ຄວາມ​ສຳ​ພັນ​ທີ່​ອະ​ນຸ​ຍາດ​ໃຫ້​ພຣະ​ເຈົ້າ​ຫລໍ່​ຫລອມ ແລະ ປ່ຽນ​ແປງ​ເຮົາ ເມື່ອ​ເວ​ລາ​ຜ່ານ​ໄປ ແລະ ຍົກ​ເຮົາ​ຂຶ້ນ ເພື່ອ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ດຶງ​ເຮົາ​ເຂົ້າ​ໃກ້​ພຣະ​ອົງ ແລະ ພຣະ​ບິ​ດາ​ຂອງ​ເຮົາ​ຫລາຍ​ຂຶ້ນ9 ແລະ ໃນ​ທີ່​ສຸດ ກະ​ກຽມ​ເຮົາ​ໃຫ້​ເຂົ້າ​ສູ່​ທີ່​ປະ​ທັບ​ຂອງ​ພວກ​ພຣະ​ອົງ.

ແຕ່​ລະ​ຄົນ​ຢູ່​ເທິງ​ໂລກ​ເປັນ​ບຸດ ຫລື ທິ​ດາ​ຂອງ​ພຣະ​ເຈົ້າ.10 ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເປັນ​ພາກ​ສ່ວນ​ຂອງ​ພັນ​ທະ​ສັນ​ຍາ, ມັນ​ເສີມ​ສ້າງ ແລະ ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ​ເລິກ​ເຊິ່ງ​ຂຶ້ນ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ​ສາ​ມາດ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ​ກວ່າ​ທີ່​ມັນ​ໄດ້​ເປັນ ກ່ອນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ແລະ ມັນ​ເຮັດ​ໃຫ້​ພຣະ​ອົງ​ສາ​ມາດ​ອວຍ​ພອນ​ເຮົາ​ດ້ວຍ​ຄວາມ​ເມດ​ຕາ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ​ເປັນ​ພິ​ເສດ, ພັນ​ທະ​ສັນ​ຍາ​ຮັກ​ທີ່​ອ້າງ​ເຖິງ​ວ່າ hesed ໃນ​ພາ​ສາ​ເຮັບ​ເຣີ.11 ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ແມ່ນ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ—ຄວາມ​ສຳ​ພັນ hesed ຂອງ​ເຮົາ​ກັບ​ພຣະ​ອົງ.12

ພຣະ​ບິ​ດາ​ຂອງ​ເຮົາ​ປະ​ສົງ​ຄວາມ​ສຳ​ພັນ​ທີ່​ເລິກ​ເຊິ່ງ​ກວ່າ​ກັບ​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ​ທຸກ​ຄົນ,13 ແຕ່​ມັນ​ເປັນ​ການ​ເລືອກ​ຂອງ​ເຮົາ. ຂະ​ນະ​ທີ່​ເຮົາ​ເລືອກ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ອົງ ຜ່ານ​ທາງ​ຄວາມ​ສຳ​ພັນ​ແຫ່ງ ພັນ​ທະ​ສັນ​ຍາ, ມັນ​ອະ​ນຸ​ຍາດ​ໃຫ້​ພຣະ​ອົງ​ເຂົ້າ​ໃກ້​ເຮົາ​ຫລາຍ​ຂຶ້ນ14 ແລະ ອວຍ​ພອນ​ເຮົາ​ຢ່າງ​ເຕັມ​ທີ່​ຫລາຍ​ຂຶ້ນ.

ພຣະ​ເຈົ້າ​ຈັດ​ຕັ້ງ​ເງື່ອນ​ໄຂ ແລະ ພັນ​ທະ​ຂອງ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ.15 ເມື່ອ​ເຮົາ​ເລືອກ​ເຂົ້າ​ຮ່ວມ​ຄວາມ​ສຳ​ພັນ​ນັ້ນ, ເຮົາ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ ຜ່ານ​ທາງ​ການ​ກະ​ທຳ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ພັນ​ທະ​ສັນ​ຍາ​ແຕ່​ລະ​ຂໍ້​ວ່າ ເຮົາ​ເຕັມ​ໃຈ​ເຮັດ​ຕາມ​ເງື່ອນ​ໄຂ​ທີ່​ພຣະ​ອົງ​ໄດ້​ຈັດ​ຕັ້ງ​ໄວ້.16 ຜ່ານ​ທາງ​ການ​ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ໃຫ້​ພຣະ​ເຈົ້າ​ສາ​ມາດ​ຖອກ​ເທ​ພອນ​ຢ່າງ​ຫລວງ​ຫລາຍ​ລົງ​ມາ ທີ່​ກ່ຽວ​ຂ້ອງ​ກັບ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ,17 ລວມ​ທັງ​ອຳ​ນາດ​ທີ່​ມີ​ຫລາຍ​ຂຶ້ນ ເພື່ອ​ປ່ຽນ​ແປງ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຫລາຍ​ຂຶ້ນ. ພຣະ​ເຢ​ຊູ​ຄຣິດ​ຄື​ຈຸດ​ໃຈ​ກາງ​ຂອງ​ພັນ​ທະ​ສັນ​ຍາ​ທັງ​ໝົດ​ທີ່​ເຮົາ​ເຮັດ, ແລະ ພອນ​ແຫ່ງ​ພັນ​ທະ​ສັນ​ຍາ​ກໍ​ຖືກ​ເຮັດ​ໃຫ້​ເປັນ​ໄປ​ໄດ້ ຍ້ອນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ.18

ການ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ຄື​ປະ​ຕູ​ທີ່​ເປັນ​ສັນ​ຍາ​ລັກ ຊຶ່ງ​ຜ່ານ​ທາງ​ນັ້ນ​ເຮົາ​ເຂົ້າ​ສູ່​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ. ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ ແລະ ການ​ຂຶ້ນ​ຈາກ​ນ້ຳ​ອີກ​ຄັ້ງ​ເປັນ​ສັນ​ຍາ​ລັກ​ຂອງ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສູ່​ພຣະ​ຊົນ​ຊີບ​ໃໝ່.19 ຂະ​ນະ​ທີ່​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ກໍ​ຕາຍ ແລະ ເກີດ​ໃໝ່​ອີກ​ຄັ້ງ ຕາມ​ສັນ​ຍາ​ລັກ ສູ່​ຄອບ​ຄົວ​ຂອງ​ພຣະ​ຄຣິດ ແລະ ສະ​ແດງ​ໃຫ້​ເຫັນ​ວ່າ ເຮົາ​ເຕັມ​ໃຈ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ.20 ຕົວ​ເຮົາ​ເອງ​ກໍ​ປະ​ກອບ​ເປັນ​ສັນ​ຍາ​ລັກ​ແຫ່ງ​ພັນ​ທະ​ສັນ​ຍາ​ນັ້ນ. ໃນ​ພຣະ​ຄຳ​ພີ​ໃໝ່ ເຮົາ​ອ່ານ​ວ່າ, “ເພາະ​ວ່າ ຄົນ​ໃດ​ໃນ​ພວກ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ຄຣິດ​ແລ້ວ ຄົນ​ນັ້ນ​ກໍ​ໄດ້​ສວມ​ຊີ​ວິດ​ຂອງ​ພຣະ​ອົງ.”21 ດ້ວຍ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ ເຮົາ​ກໍ​ສວມ​ຊີ​ວິດ​ຂອງ​ພຣະ​ຄຣິດ​ໂດຍ​ສັນ​ຍາ​ລັກ.

ພິ​ທີ​ການ​ຂອງ​ສິນ​ລະ​ລຶກ​ກໍ​ຊີ້​ໄປ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ. ເຂົ້າ​ຈີ່ ແລະ ນ້ຳ​ເປັນ​ສັນ​ຍາ​ລັກ​ເຖິງ​ພຣະ​ກາຍ ແລະ ໂລ​ຫິດ​ຂອງ​ພຣະ​ຄຣິດ​ທີ່​ຫລັ່ງ​ເພື່ອ​ເຮົາ.22 ຂອງ​ປະ​ທານ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ກໍ​ເປັນ​ການ​ສະ​ເໜີ​ມອບ​ໃຫ້​ແກ່​ເຮົາ​ແຕ່​ລະ​ອາ​ທິດ​ໂດຍ​ສັນ​ຍາ​ລັກ ເມື່ອ​ທີ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ, ໂດຍ​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ, ສະ​ເໜີ​ມອບ​ເຂົ້າ​ຈີ່ ແລະ ນ້ຳ​ໃຫ້​ເຮົາ. ຂະ​ນະ​ທີ່​ເຮົາ​ດຳ​ເນີນ​ການ​ກະ​ທຳ​ຂອງ​ການ​ກິນ ແລະ ດື່ມ​ສັນ​ຍາ​ລັກ​ຂອງ​ພຣະ​ກາຍ ແລະ ໂລ​ຫິດ​ຂອງ​ພຣະ​ອົງ, ພຣະ​ຄຣິດ​ກໍ​ກາຍ​ເປັນ​ພາກ​ສ່ວນ​ຂອງ​ເຮົາ​ໂດຍ​ສັນ​ຍາ​ລັກ.23 ອີກ​ຄັ້ງ​ເຮົາ​ສວມ​ຊີ​ວິດ​ຂອງ​ພຣະ​ອົງ ຂະ​ນະ​ທີ່​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ໃໝ່​ແຕ່​ລະ​ອາ​ທິດ.24

ຂະ​ນະ​ທີ່​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ​ເລິກ​ເຊິ່ງ​ຫລາຍ​ຍິ່ງ​ຂຶ້ນ.25 ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ພຣະ​ວິ​ຫານ​ຊີ້​ໄປ​ທີ່​ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ​ສຳ​ລັບ​ເຮົາ, ຊຶ່ງ​ໃນ​ຈຸດ​ໃຈ​ກາງ​ນັ້ນ​ກໍ​ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ.26 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສິດ​ສອນ​ເຮົາ​ເປັນ​ບັນ​ທັດ27 ຜ່ານ​ທາງ​ສັນ​ຍາ​ລັກ​ຂອງ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ ຂະ​ນະ​ທີ່​ເຮົາ​ເປີດ​ໃຈ​ຂອງ​ເຮົາ ແລະ ສະ​ແຫວງ​ຫາ​ດ້ວຍ​ການ​ອະ​ທິ​ຖານ ເພື່ອ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ທີ່​ເລິກ​ເຊິ່ງ​ກວ່າ.

ໃນ​ການ​ເປັນ​ພາກ​ສ່ວນ​ຂອງ​ພິ​ທີ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ, ເຮົາ​ໄດ້ ຖືກ​ອະ​ນຸ​ຍາດ ໃຫ້​ໃສ່​ເສື້ອ​ຜ້າ​ສັກ​ສິດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ. ມັນ​ເປັນ​ທັງ​ພັນ​ທະ​ທີ່​ສັກ​ສິດ ແລະ ສິດ​ທິ​ພິ​ເສດ​ທີ່​ສັກ​ສິດ.

ໃນ​ປະ​ເພ​ນີ​ທາງ​ສາດ​ສະ​ໜາ​ຢ່າງ​ຫລວງ​ຫລາຍ, ເສື້ອ​ຜ້າ​ພິ​ເສດ​ທີ່​ສວມ​ໃສ່​ຂ້າງ​ນອກ​ກໍ​ຖືກ​ສວມ​ໃສ່​ເພື່ອ​ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ເຊື່ອ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ຄົນ​ຄົນ​ນັ້ນ​ຕໍ່​ພຣະ​ເຈົ້າ,28 ແລະ ເສື້ອ​ຜ້າ​ທຳ​ພິ​ທີ ສ່ວນ​ຫລາຍ​ແມ່ນ​ນຸ່ງ​ຖື​ໂດຍ​ຜູ້​ຄົນ​ທີ່​ນຳ​ພາ​ພິ​ທີ​ນະ​ມັດ​ສະ​ການ. ເສື້ອ​ຜ້າ​ສັກ​ສິດ​ເຫລົ່າ​ນັ້ນ​ມີ​ຄວາມ​ໝາຍ​ທີ່​ເລິກ​ເຊິ່ງ​ສຳ​ລັບ​ຜູ້​ຄົນ​ທີ່​ໃສ່​ມັນ. ເຮົາ​ອ່ານ​ໃນ​ພຣະ​ຄຳ​ພີ​ວ່າ ໃນ​ສະ​ໄໝ​ບູ​ຮານ, ເສື້ອ​ຜ້າ​ທຳ​ພິ​ທີ​ສັກ​ສິດ​ກໍ​ຖືກ​ສວມ​ໃສ່​ພ້ອມໆ​ກັນ​ກັບ​ພິ​ທີ​ກຳ​ພຣະ​ວິ​ຫານ.29

ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ຜູ້​ທີ່​ໄດ້​ເລືອກ​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສວມ​ໃສ່​ເສື້ອ​ຜ້າ​ທຳ​ພິ​ທີ​ການ​ສັກ​ສິດ​ຂ້າງ​ນອກ ລະ​ຫວ່າງ​ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ, ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ເສື້ອ​ຜ້າ​ທີ່​ຖືກ​ສວມ​ໃສ່​ໃນ​ພິ​ທີ​ກຳ​ຂອງ​ພຣະ​ວິ​ຫານ​ສະ​ໄໝ​ບູ​ຮານ. ເຮົາ​ຍັງ​ນຸ່ງ​ຖື​ເສື້ອ​ຜ້າ​ສັກ​ສິດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ​ນຳ​ອີກ, ລະ​ຫວ່າງ​ການ​ນະ​ມັດ​ສະ​ການ ແລະ ໃນ​ພຣະ​ວິ​ຫານ ແລະ ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ.30

ເສື້ອ​ຜ້າ​ສັກ​ສິດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ​ເປັນ​ສັນ​ຍາ​ລັກ ແລະ ຍັ​ງ​ຊີ້​ໄປ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ນຳ​ອີກ. ເມື່ອ​ອາ​ດາມ ແລະ ເອ​ວາ ໄດ້​ຮັບ​ສ່ວນ​ໝາກ​ໄມ້ ແລະ ຕ້ອງ​ໄດ້​ໜີ​ອອກ​ຈາກ​ສວນ​ເອ​ເດນ, ເຂົາ​ເຈົ້າ​ໄດ້​ຮັບ​ເສື້ອ​ທີ່​ເຮັດ​ດ້ວຍ​ໜັງ​ສັດ​ເພື່ອ​ນຸ່ງ​ຫົ່ມ.31 ມີ​ທາງ​ເປັນ​ໄດ້​ວ່າ ສັດ​ໜຶ່ງ​ຕົວ​ຖືກ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ເພື່ອ​ຈະ​ໄດ້​ເສື້ອ​ທີ່​ເຮັດ​ດ້ວຍ​ໜັງ​ສັດ​ເຫລົ່າ​ນັ້ນ—ເປັນ​ສັນ​ຍາ​ລັກ​ເຖິງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ​ແທນ​ເຮົາ. Kaphar ເປັນ​ຄຳ​ສັບ​ພື້ນ​ຖານ​ໃນ​ພາ​ສາ​ເຮັບ​ເຣີ​ສຳ​ລັບ​ຄຳ​ທີ່​ວ່າ​ການ​ຊົດ​ໃຊ້, ແລະ ຄວາມ​ໝາຍ​ຢ່າງ​ໜຶ່ງ​ຂອງ​ມັນ​ແມ່ນ “ເພື່ອ​ປົກ​ປິດ.”32 ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ​ເຕືອນ​ເຮົາ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພອນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ປົກ​ປິດ​ເຮົາ​ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ. ເມື່ອ​ນຸ່ງ​ຖື​ເສື້ອ​ຜ້າ​ສັກ​ສິດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ​ແຕ່​ລະ​ວັນ, ສັນ​ຍາ​ລັກ​ທີ່​ງົດ​ງາມ​ນັ້ນ​ກໍ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຮົາ.

ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່ ໃນ​ພຣະ​ທຳ​ໂຣມ, ເຮົາ​ອ່ານ​ວ່າ: “ກາງ​ຄືນ​ກໍ​ລ່ວງ​ໄປ​ຫລາຍ​ແລ້ວ ແລະ ກາງ​ເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ, ໃຫ້​ພວກ​ເຮົາ​ເລີກ​ເຮັດ​ການ​ຝ່າຍ​ຄວາມ​ມືດ ແລະ ຈົ່ງ​ປະ​ກອບ​ຕົວ​ດ້ວຍ​ອາ​ວຸດ​ແຫ່ງ​ຄວາມ​ສະ​ຫວ່າງ. … ຈົ່ງ​ປະ​ດັບ​ຕົວ​ດ້ວຍ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.”33

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ສິດ​ທິ​ພິ​ເສດ​ຂອງ​ການ​ນຸ່ງ​ຖື​ເສື້ອ​ຜ້າ​ສັກ​ສິດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ ເພື່ອ​ເຕືອນ​ຂ້າ​ພະ​ເຈົ້າ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພອນ​ຂອງ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ ປົກ​ປິດ​ຂ້າ​ພະ​ເຈົ້າ​ສະ​ເໝີ​ຕະ​ຫລອດ​ການ​ເດີນ​ທາງ​ໃນ​ຊ່ວງ​ມະ​ຕະ​ຂອງ​ຂ້າ​ພະ​ເຈົ້າ. ມັນ​ຍັງ​ເຕືອນ​ໃຈ​ຂ້າ​ພະ​ເຈົ້າ​ວ່າ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ກັບ​ພຣະ​ເຈົ້າ ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ປະ​ດັບ​ຕົວ​ດ້ວຍ​ພຣະ​ຄຣິດ​ໂດຍ​ສັນ​ຍາ​ລັກ, ພຣະ​ອົງ​ເອງ​ທີ່​ເປັນ​ເຄື່ອງ​ປ້ອງ​ກັນ​ແຫ່ງ​ຄວາມ​ສະ​ຫວ່າງ. ພຣະ​ອົງ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ຄວາມ​ຊົ່ວ​ຮ້າຍ,34 ໃຫ້​ພະ​ລັງ ແລະ ຄວາມ​ສາ​ມາດ​ທີ່​ມີ​ຫລາຍ​ຂຶ້ນ​ແກ່​ຂ້າ​ພະ​ເຈົ້າ,35 ແລະ ເປັນ​ຄວາມ​ສະ​ຫວ່າງ ແລະ ການ​ຊີ້​ນຳ​ຂອງ​ຂ້າ​ພະ​ເຈົ້າ36 ຜ່ານ​ຜ່າ​ຄວາມ​ມືດ ແລະ ຄວາມ​ຍາກ​ລຳ​ບາກ​ຂອງ​ໂລກ​ນີ້.

ມີ​ຄວາມ​ໝາຍ​ທາງ​ສັນ​ຍາ​ລັກ​ອັນ​ເລິກ​ເຊິ່ງ ແລະ ສວຍ​ງາມ ໃນ​ເສື້ອ​ຜ້າ​ສັກ​ສິດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ ແລະ ຄວາມ​ສຳ​ພັນ​ກັບ​ພຣະ​ຄຣິດ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຄວາມ​ເຕັມ​ໃຈ​ຂອງ​ຂ້າ​ພະ​ເຈົ້າ37 ທີ່​ຈະ​ໃສ່​ເສື້ອ​ຜ້າ​ສັກ​ສິດ​ກາຍ​ເປັນ​ສັນ​ຍາ​ລັກ ຂອງ​ຂ້າ​ພະ​ເຈົ້າ ຕໍ່​ພຣະ​ອົງ.38 ມັນ​ເປັນ​ສັນ​ຍານ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ຕໍ່​ພຣະ​ເຈົ້າ, ບໍ່​ແມ່ນ​ສັນ​ຍານ​ຕໍ່​ຄົນ​ອື່ນ.39

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ.40 ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ​ເພື່ອ​ເຮົາ ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ຮັກ​ອັນ​ບໍ່​ມີ​ຂອບ​ເຂດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ ແລະ ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ ທີ່​ມີ​ໃຫ້​ເຮົາ,41 ດ້ວຍ​ສັນ​ຍາ​ລັກ​ທີ່​ຈັບ​ບາຍ​ໄດ້​ຂອງ​ຄວາມ​ຮັກ ແລະ ການ​ເສຍ​ສະ​ລະ​ນັ້ນ—ທີ່​ເປັນ​ຮອຍ​ແຜ​ໃນ​ພຣະ​ຫັດ, ພຣະ​ບາດ ແລະ ຂ້າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ທີ່​ຍັງ​ຄົງ​ຢູ່​ແມ່ນ​ແຕ່​ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ.42

ໂດຍ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ພັນ​ທະ​ພຣະ​ວິ​ຫານ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ພຣະ​ເຈົ້າ, ລວມ​ທັງ​ການ​ນຸ່ງ​ຖື​ເສື້ອ​ຜ້າ​ສັກ​ສິດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ, ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ສາ​ມາດ​ກາຍ​ເປັນ​ສັນ​ຍາ​ລັກ​ສ່ວນ​ຕົວ ເຖິງ​ຄວາມ​ຮັກ ແລະ ຄວາມ​ກະ​ຕັນ​ຍູ​ທີ່​ເລິກ​ເຊິ່ງ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ໃຫ້​ແດ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ, ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ມີ​ພຣະ​ອົງ​ສະ​ຖິດ​ຢູ່​ນຳ​ຂ້າ​ພະ​ເຈົ້າ​ຕະ​ຫລອດ​ເວ​ລາ.

ຖ້າ​ຫາກ​ທ່ານ​ຍັງ​ບໍ່​ທັນ​ໄດ້​ເຮັດ​ເທື່ອ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ເລືອກ​ຄວາມ​ສຳ​ພັນ​ທີ່​ເລິກ​ເຊິ່ງ​ກວ່າ​ກັບ​ພຣະ​ເຈົ້າ ໂດຍ​ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ສຶກ​ສາ​ຄຳ​ປາ​ໄສ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ (ລວມ​ທັງ​ຄຳ​ສອນ​ທີ່​ງົດ​ງາມ​ຢູ່​ໃນ​ຂໍ້​ຄວາມ​ຢູ່​ລຸ່ມ​ໜ້າ​ຄຳ​ປາ​ໄສ​ຂອງ​ເພິ່ນ, ຊຶ່ງ​ຄຳ​ປາ​ໄສ​ສ່ວນ​ຫລາຍ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ມີ). ເພິ່ນ​ໄດ້​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ເປັນ​ເວ​ລາ​ຫລາຍ​ປີ ແລະ ໂດຍ​ສະ​ເພາະ ຕັ້ງ​ແຕ່​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ. ຮຽນ​ຮູ້​ຈາກ​ຄຳ​ສອນ​ຂອງ​ເພິ່ນ​ກ່ຽວ​ກັບ​ພອນ​ທີ່​ສວຍ​ງາມ ແລະ ເພີ່ມ​ພະ​ລັງ ແລະ ຄວາມ​ສາ​ມາດ ຊຶ່ງ​ສາ​ມາດ​ເປັນ​ຂອງ​ທ່ານ ຜ່ານ​ທາງ​ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ.43

ຄູ່​ມື​ທົ່ວ​ໄປ ລະ​ບຸ​ວ່າ ບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ ຫລື ໝັ້ນ​ທີ່​ຈະ​ແຕ່ງ​ງານ ກ່ອນ​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ.44 ບຸກ​ຄົນ​ຕ້ອງ​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ, ບໍ່​ຕ້ອງ​ເຂົ້າ​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ ຫລື ລະ​ດັບ​ເທົ່າ​ທຽມ​ກັນ, ແລະ ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງ​ໜ້ອຍ​ໜຶ່ງ​ປີ. ຍັງ​ມີ​ຂໍ້​ກຳ​ນົດ​ມາດ​ຕະ​ຖານ​ຂອງ​ຄວາມ​ບໍ​ລິ​ສຸດ​ສ່ວນ​ບຸກ​ຄົນ​ນຳ​ອີກ.45 ຖ້າ​ຫາກ​ທ່ານ​ປາດ​ຖະ​ໜາ​ຢາກ​ໃຫ້​ຄວາມ​ສຳ​ພັນ​ຂອງ​ທ່ານ​ເລິກ​ເຊິ່ງ​ກັບ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ທ່ານ ແລະ ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ຶ້ອ​ເຊີນ​ໃຫ້​ທ່ານ​ເວົ້າ​ລົມ​ກັບ​ອະ​ທິ​ການ ຫລື ປະ​ທານ​ສາ​ຂາ​ຂອງ​ທ່ານ ແລະ ແຈ້ງ​ໃຫ້​ເພິ່ນ​ຊາບ​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ. ເພິ່ນ​ຈະ​ຊ່ວຍ​ທ່ານ​ໃຫ້​ຮູ້​ວິ​ທີ​ກຽມ​ຮັບ ແລະ ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ.

ຜ່ານ​ທາງ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ຊີ​ວິດ​ຂອງ​ເຮົາ​ເອງ​ກໍ​ສາ​ມາດ​ກາຍ​ເປັນ​ສັນ​ຍາ​ລັກ​ທີ່​ດຳ​ລົງ​ຢູ່​ຂອງ​ເຮົາ ແລະ ເປັນ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ, ເປັນ hesed ຂອງ​ເຮົາ​ສຳ​ລັບ​ພຣະ​ອົງ,46 ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ກ້າວ​ໜ້າ ແລະ ໃນ​ທີ່​ສຸດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ກຽມ​ພ້ອມ​ທີ່​ມື້​ໜຶ່ງ​ຈະ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພວກ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ນັ້ນ​ແມ່ນ​ມີ​ຄ່າ​ຫລາຍ​ທີ່​ສຸດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ມາ​ຣະ​ໂກ 4:33–34.

  2. ເບິ່ງ ມັດ​ທາຍ 17:20.

  3. ເບິ່ງ ລູ​ກາ 15:3–7.

  4. ເບິ່ງ ລູ​ກາ 15:11–32.

  5. ມັດ​ທາຍ 13:9.

  6. ເບິ່ງ ມັດ​ທາຍ 13:10–13.

  7. ເບິ່ງ ໂຢ​ຮັນ 3:16–17.

  8. ເບິ່ງ ໂຢ​ຮັນ 1:29; 1 ນີ​ໄຟ 11:20–22; ເບິ່ງ Russell M. Nelson, “The Atonement,” Ensign, Nov. 1996, 34–35 ນຳ​ອີກ.

  9. “ໂດຍ​ການ​ເຂົ້າ​ໄປ​ໃນ​ພັນ​ທະ​ສັນ​ຍາ​ກັບ​ເຮົາ, ພຣະ​ເຈົ້າ​ບໍ່​ພຽງ​ແຕ່​ຜູກ​ມັດ​ເຮົາ​ເຂົ້າ​ກັບ​ພຣະ​ອົງ​ເທົ່າ​ນັ້ນ, ແຕ່​ມັນ​ເບິ່ງ​ຄື​ວ່າ ພຣະ​ອົງ​ເຈ່ຍ​ເຮົາ​ຢູ່​ເທິງ​ຫລັງ​ຂອງ​ພຣະ​ອົງ ແລະ ພາ​ເຮົາ​ໄປ​ສູ່​ບ່ອນ​ທີ່​ມີ​ແຕ່​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ສາ​ມາດ​ໄປ​ໄດ້” (Kerry Muhlestein, God Will Prevail: Ancient Covenants, Modern Blessings, and the Gathering of Israel [2021], 8). ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:53.

  10. “ມະ​ນຸດ​ທຸກ​ຄົນ—ຊາຍ ແລະ ຍິງ—ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ຮ່າງ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ. ແຕ່​ລະ​ຄົນ​ກໍ​ເປັນ​ບຸດ ຫລື ທິ​ດາ​ທາງ​ວິນ​ຍານ ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ ແລະ ເມື່ອ​ເປັນ​ເຊັ່ນ​ນັ້ນ, ເຮົາ​ແຕ່​ລະ​ຄົນ​ຈຶ່ງ​ມີ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ມີ​ຈຸດ​ໝາຍ​ປາຍ​ທາງ” (“ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

  11. Hesed ເປັນ​ສັບ​ພິ​ເສດ​ສະ​ເພາະ​ທີ່​ບັນ​ຍາຍ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ ຊຶ່ງ​ໃນ​ນັ້ນ​ທັງ​ສອງ​ຝ່າຍ​ຖືກ​ຜູກ​ມັດ​ໃຫ້​ຈົງ​ຮັກ​ພັກ​ດີ ແລະ ຊື່​ສັດ​ຕໍ່​ກັນ​ແລະ​ກັນ. … ຍ້ອນ​ວ່າ​ພຣະ​ເຈົ້າ​ມີ hesed ຕໍ່​ຜູ້​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ, … ພຣະ​ອົງ​ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ​ເຂົາ​ເຈົ້າ ແລະ ສະ​ເໜີ​ໂອ​ກາດ​ໃຫ້​ເຂົາ​ເຈົ້າ​ເພື່ອ​ຈະ​ປ່ຽນ​ແປງ. … ແລະ ຖ້າ​ຫາກ​ເຂົາ​ເຈົ້າ​ຫລົງ​ທາງ, ພຣະ​ອົງ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ພົບ​ຫົນ​ທາງ​ກັບ​ຄືນ​ມາ​ຫາ​ພຣະ​ອົງ,” ດັ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ມາ ເທື່ອ​ແລ້ວ​ເທື່ອ​ເລົ່າ ກັບ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ໃນ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ. “ເມື່ອ​ເຮົາ​ເຂົ້າ​ໄປ​ໃນ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ ຜູ້​ຈະ​ຮັກ​ສາ​ພຣະ​ຄຳ​ຂອງ​ພຣະ​ອົງ​ສະ​ເໝີ. ພຣະ​ອົງ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ພຣະ​ອົງ​ເຮັດ​ໄດ້, ໂດຍ​ບໍ່​ລະ​ເມີດ​ອຳ​ເພີ​ໃຈ​ຂອງ​ເຮົາ, ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮັກ​ສາ​ອຳ​ເພີ​ໃຈ​ຂອງ​ເຮົາ” (Russell M. Nelson, “The Everlasting Covenant,” Liahona, Oct. 2022, 6, 11; ເບິ່ງ Muhlestein, God Will Prevail, 9–12; Deuteronomy 7:9) ນຳ​ອີກ.

  12. ພຣະ​ອົງ​ຈະ​ບໍ່​ມີ​ວັນ​ປະ​ຖິ້ມ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ. “ພຣະ​ອົງ​ຈະ​ບໍ່​ມີ​ວັນ​ອິດ​ເມື່ອຍ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພຣະ​ອົງ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ, ແລະ ເຮົາ​ຈະ​ບໍ່​ເຮັດ​ໃຫ້​ຄວາມ​ອົດ​ທົນ​ທີ່​ເມດ​ຕາ​ຂອງ​ພຣະ​ອົງ​ສຳ​ລັບ​ເຮົາ​ໝົດ​ໄປ” (Russell M. Nelson, “The Everlasting Covenant,” 6). ເຮົາ​ຖືກ​ຜູກ​ມັດ​ເຂົ້າ​ກັນ​ຢ່າງ​ຊື່ນ​ຊົມ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ.

  13. ເບິ່ງ ເຢ​ເຣ​ມີ​ຢາ 31:33; 1 ນີ​ໄຟ 17:40; Russell M. Nelson, “Let God Prevail,” Liahona, Nov. 2020, 92.

  14. ເບິ່ງ ຢາ​ໂກ​ໂບ 4:8; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:63.

  15. ເບິ່ງ Russell M. Nelson, “Covenants,” Liahona, Nov. 2011, 86.

  16. ເບິ່ງ ໂມ​ໄຊ​ຢາ 5:5; 18:8–10.

  17. ເບິ່ງ Russell M. Nelson, “Spiritual Treasures,” Liahona, Nov. 2019, 77; Russell M. Nelson, “The Temple and Your Spiritual Foundation,” Liahona, Nov. 2021, 94; Russell M. Nelson, “Overcome the World and Find Rest,” Liahona, Nov. 2022, 96; Camille N. Johnson, “Jesus Christ Is Relief,” Liahona, May 2023, 82; Dale G. Renlund, “Accessing God’s Power through Covenants,” Liahona, May 2023, 35–37; Jean B. Bingham, “Covenants with God Strengthen, Protect, and Prepare Us for Eternal Glory,” Liahona, May 2022, 66.

  18. ເບິ່ງ Russell M. Nelson, “The Everlasting Covenant,” 7.

  19. ເບິ່ງ ໂຣມ 6:3–4; ໂກ​ໂລ​ຊາຍ 2:12.

  20. ເບິ່ງ 2 ນີ​ໄຟ 31:13; ໂມ​ໂຣ​ໄນ 6:3; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77.

  21. ຄາ​ລາ​ເຕຍ 3:27.

  22. ເບິ່ງ ລູ​ກາ 22:19–20.

  23. ເບິ່ງ ໂຢ​ຮັນ 6:56.

  24. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ສ່ວນ​ຫລາຍ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ ເພື່ອ​ຕໍ່​ພັນ​ທະ​ສັນ​ຍາ ທີ່​ເຮົາ​ໄດ້​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ. ເຖິງ​ແມ່ນ​ສິ່ງ​ນັ້ນ​ກໍ​ຈິງ​ຢູ່, ແຕ່​ມັນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ໃໝ່. ທ່ານ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ໃໝ່” (ໃນ Dale G. Renlund, “Unwavering Commitment to Jesus Christ,” Liahona, Nov. 2019, 25, footnote 18).

  25. ເບິ່ງ Russell M. Nelson, “The Everlasting Covenant,” 10.

  26. ເບິ່ງ Russell M. Nelson, “The Temple and Your Spiritual Foundation,” 93–94.

  27. ເບິ່ງ 2 ນີ​ໄຟ 28:30.

  28. ເບິ່ງ “Sacred Temple Clothing,” ChurchofJesusChrist.org.

  29. ເບິ່ງ ອົບ​ພະ​ຍົບ 28; 40:12–13.

  30. ເບິ່ງ “Sacred Temple Clothing,” ChurchofJesusChrist.org.

  31. ເບິ່ງ ປະ​ຖົມ​ມະ​ການ 3:21.

  32. ເບິ່ງ Russell M. Nelson, “The Atonement,” 34.

  33. ໂຣມ 13:12, 14.

  34. ເບິ່ງ ເອ​ເຟ​ໂຊ 6:10–18.

  35. ເບິ່ງ ໂມ​ໄຊ​ຢາ 24:13–15; David A. Bednar, “Bear Up Their Burdens with Ease,” Liahona, May 2014, 88–89.

  36. ເບິ່ງ ເພງ​ສັນ​ລະ​ເສີນ 119:105; 1 ນີ​ໄຟ 17:13.

  37. ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ສິດ​ສອນ​ວ່າ, “ການ​ຍອມ​ຕໍ່​ຄວາມ​ປະ​ສົງ​ຂອງ​ຄົນ​ຄົນ​ໜຶ່ງ ເປັນ​ສິ່ງ​ດຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຕົວ​ທີ່​ເຮົາ​ຕ້ອງ​ວາງ​ຢູ່​ເທິງ​ແທ່ນ​ບູ​ຊາ​ຂອງ​ພຣະ​ເຈົ້າ” (“Swallowed Up in the Will of the Father,” Ensign, Nov. 1995, 24).

  38. ບໍ່​ແມ່ນ​ເພາະ​ຍ້ອນ​ຄວາມ​ມັກ​ຊອບ​ສ່ວນ​ຕົວ, ຄວາມ​ບໍ່​ສະ​ດວກ, ຫລື ຊົງ​ແຕ່ງ, ແຕ່​ເປັນ​ເພາະ​ສະ​ພາບ​ການ​ທາງ​ການ​ແພດ​ໂດຍ​ສະ​ເພາະ, ສຳ​ລັບ​ບາງ​ຄົນ, ການ​ນຸ່ງ​ຖື​ເສື້ອ​ຜ້າ​ສັກ​ສິດ​ເປັນ​ເລື່ອງ​ລຳ​ບາກ​ຫລາຍ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ຫົວ​ໃຈ​ຂອງ​ເຮົາ ແລະ ເຂົ້າ​ພຣະ​ໄທ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ໃຫ້​ກຽດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ອົງ. ເບິ່ງ, ຍົກ​ຕົວ​ຢ່າງ, ໂມ​ໄຊ​ຢາ 4:24–25.

  39. ເຮົາ​ບໍ່​ຄວນ​ສະ​ແຫວງ​ຫາ​ເພື່ອ​ຈະ​ຕັດ​ສິນ​ການ​ໃຊ້​ເສື້ອ​ຜ້າ​ສັກ​ສິດ​ຂອງ​ຄົນ​ອື່ນ. ເບິ່ງ ແອວ​ມາ 41:14; ເບິ່ງ Dieter F. Uchtdorf, “The Merciful Obtain Mercy,” Liahona, May 2012, 70, 75 ນຳ​ອີກ.

  40. ເບິ່ງ Jeffrey R. Holland, “None Were with Him,” Liahona, May 2009, 86–88.

  41. ເບິ່ງ ໂຢ​ຮັນ 3:16–17; 15:12–13; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 34:3.

  42. ເບິ່ງ ເອ​ຊາ​ຢາ 49:14–16.

  43. ເບິ່ງ Russell M. Nelson, “The Everlasting Covenant,” 4–11; Russell M. Nelson, “Spiritual Treasures,” 76–79; Russell M. Nelson, “Let God Prevail,” 92–95; Russell M. Nelson, “The Temple and Your Spiritual Foundation,” 93–96; Russell M. Nelson, “Overcome the World and Find Rest,” 95–98; Russell M. Nelson, “A Plea to My Sisters,” Liahona, Nov. 2015, 95–97.

  44. ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 26.5.1, 27.2.2, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  45. ເບິ່ງ Russell M. Nelson, “Closing Remarks,” Liahona, Nov. 2019, 121.

  46. ເບິ່ງ Russell M. Nelson, “The Everlasting Covenant,” 11.