ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເອີ້ນ​ຫາ, ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ເອີ້ນ​ຫາ, ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ

ຖ້າ​ເຮົາ​ເອີ້ນ​ຫາ​ພຣະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ.

ໃນ​ມື້​ນີ້​ຂ້າ​ພະ​ເຈົ້າ​ຢາກ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ການ​ເປັນ​ພະ​ຍານ​ເຖິງ​ຄວາມ​ແນ່​ນອນ​ທີ່​ສຸດ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ພຣະ​ເຈົ້າ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ ແລະ ຕອບ​ຄຳ​ອະ​ທິ​ຖານ​ນັ້ນ​ໃນ​ແບບ​ສ່ວນ​ຕົວ.

ໃນ​ໂລກ​ທີ່​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ບໍ່​ແນ່​ນອນ, ຄວາມ​ເຈັບ​ປວດ, ຄວາມ​ຜິດ​ຫວັງ, ແລະ ໃຈ​ສະ​ຫລາຍ, ເຮົາ​ອາດ​ຈະ​ຮູ້​ສຶກ​ຢາກ​ເພິ່ງ​ພາ​ຄວາມ​ສາ​ມາດ ແລະ ຄວາມ​ມັກ​ສ່ວນ​ຕົວ​ຫລາຍ​ກວ່າ, ເໝືອນ​ກັນ​ກັບ​ຄວາມ​ຮູ້ ແລະ ຄວາມ​ປອດ​ໄພ​ທີ່​ມາ​ຈາກ​ທາງ​ໂລກ. ສິ່ງ​ນີ້​ອາດ​ຈະ​ເຮັດ​ໃຫ້​ເຮົາ​ວາງ​ພື້ນ​ຖານ​ແຫລ່ງ​ຊ່ວຍ​ເຫລືອ ແລະ ການ​ຊຸກ​ຍູ້​ສົ່ງ​ເສີມ​ທີ່​ແທ້​ຈິງ ທີ່​ເຮັດ​ໃຫ້​ເຮົາ​ສາ​ມາດ​ຮັບ​ມື​ກັບ​ຄວາມ​ທ້າ​ທາຍ​ໃນ​ຊີ​ວິດ​ແຫ່ງ​ມະ​ຕະ​ນີ້​ໄປ​ໄດ້.

ຮູບ​ພາບ
ຫ້ອງ​ນອນ​ຄົນ​ເຈັບ.

ຂ້າ​ພະ​ເຈົ້າ​ຈື່​ຈຳ​ເຫດ​ການ​ຄັ້ງ​ໜຶ່ງ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ເຈັບ​ປ່ວຍ ແລະ ກຳ​ລັງ​ປິ່ນ​ປົວ​ຢູ່​ທີ່​ໂຮງ​ໝໍ, ແລະ ຂ້າ​ພະ​ເຈົ້າ​ນອນ​ບໍ່​ຫລັບ. ເມື່ອ​ຂ້າ​ພະ​ເຈົ້າ​ປິດ​ໄຟ ແລະ ຫ້ອງ​ກໍ​ມືດ​ລົງ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປ້າຍ​ສະ​ທ້ອນ​ແສງ​ຢູ່​ເທິງ​ເພ​ດານ​ຕໍ່​ໜ້າ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຂຽນ​ວ່າ, “ເອີ້ນ​ຫາ, ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ.” ຂ້າ​ພະ​ເຈົ້າ​ແປກ​ໃຈ​ທີ່, ໃນ​ມື້​ຕໍ່​ມາ​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ຂໍ້​ຄວາມ​ດັ່ງ​ກ່າວ​ໄດ້​ຖືກ​ຂຽນ​ໄວ້​ຊ້ຳໆ​ກັນ​ໃນ​ມຸມ​ຕ່າງໆ​ຂອງ​ຫ້ອງ.

ຮູບ​ພາບ
ປ້າຍ​ເອີ້ນ​ຫາ, ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ.

ເປັນ​ຫຍັງ​ຂໍ້​ຄວາມ​ນີ້​ຈຶ່ງ​ສຳ​ຄັນ​ຫລາຍ​ແທ້? ເມື່ອ​ຂ້າ​ພະ​ເຈົ້າ​ຖາມ​ພະ​ຍາ​ບານ​ວ່າ​ເປັນ​ຫຍັງ, ລາວ​ໄດ້​ບອກ​ວ່າ, “ມັນ​ຄື​ການ​ປ້ອງ​ກັນ​ອຸ​ບັດ​ຕິ​ເຫດ ທີ່​ອາດ​ຈະ​ເພີ່ມ​ຄວາມ​ເຈັບ​ປວດ​ຂອງ​ທ່ານ​ທີ່​ມີ​ຢູ່​ແລ້ວ.”

ຊີ​ວິດ​ນີ້, ໂດຍ​ທຳ​ມະ​ຊາດ​ຂອງ​ມັນ, ຈະ​ນຳ​ປະ​ສົບ​ການ​ຂອງ​ຄວາມ​ເຈັບ​ປວດ​ມາ​ໃຫ້, ບາງ​ຢ່າງ​ກໍ​ເກີດ​ຈາກ​ຮ່າງ​ກາຍ​ຂອງ​ເຮົາ​ເອງ, ບາງ​ຢ່າງ​ກໍ​ເກີດ​ຈາກ​ຄວາມ​ອ່ອນ​ແອ ຫລື ຄວາມ​ທຸກ​ລຳ​ບາກ​ຂອງ​ເຮົາ, ບາງ​ຢ່າງ​ກໍ​ເກີດ​ຈາກ​ວິ​ທີ​ທີ່​ຄົນ​ອື່ນ​ເລືອກ​ທີ່​ຈະ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຂົາ, ແລະ ບາງ​ທີ​ກໍ​ຍ້ອນ​ການ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ​ເອງ.

ມີ​ຄຳ​ສັນ​ຍາ​ໃດ​ອີກ​ບໍ​ທີ່​ຈະ​ມີ​ພະ​ລັງ​ຫລາຍ​ກວ່າ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ອົງ​ເອງ​ທີ່​ໄດ້​ເຮັດ​ໄວ້​ເມື່ອ​ພຣະ​ອົງ​ປະ​ກາດ​ວ່າ, “ຈົ່ງ​ໝັ່ນ​ຂໍ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ຊອກ​ຫາ, ແລ້ວ​ເຈົ້າ​ຈະ​ໄດ້​ພົບ; ຈົ່ງ​ໝັ່ນ​ເຄາະ,” ຫລື ເອີ້ນ​ຫາ, “ແລ້ວ​ຈະ​ມີ​ຜູ້​ໄຂ​ໃຫ້​ເຈົ້າ”?1

ການ​ອະ​ທິ​ຖານ​ຄື​ວິ​ທີ​ສື່​ສານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ທີ່​ອະ​ນຸ​ຍາດ​ໃຫ້​ເຮົາ “ເອີ້ນ​ຫາ, ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ.” ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ຫລາຍ​ສະ​ຖາ​ນະ​ການ​ທີ່​ເຮັດ​ໃຫ້​ເຮົາ​ອາດ​ຈະ​ຄິດ​ວ່າ​ການ​ເອີ້ນ​ຫາ​ນັ້ນ​ບໍ່​ມີ​ໃຜ​ໄດ້​ຍິນ ເພາະ​ເຮົາ​ບໍ່​ໄດ້​ຮັບ​ການ​ຕອບ​ກັບ​ໃນ​ທັນ​ທີ​ທັນ​ໃດ ຫລື ບໍ່​ເປັນ​ໄປ​ຕາມ​ທີ່​ເຮົາ​ຄາດ​ຫວັງ​ໄວ້.

ບາງ​ຄັ້ງ​ສິ່ງ​ນີ້​ນຳ​ໄປ​ສູ່​ຄວາມ​ວິ​ຕົກ​ກັງ​ວົນ, ຄວາມ​ໂສກ​ເສົ້າ, ຫລື ຄວາມ​ຜິດ​ຫວັງ. ແຕ່​ຈົ່ງ​ຈື່​ໄວ້​ວ່າ​ການ​ສະ​ແດງ​ສັດ​ທາ​ຂອງ​ນີ​ໄຟ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຕອນ​ທີ່​ເພິ່ນ​ໄດ້​ກ່າວ​ວ່າ, “ແລ້ວ​ເປັນ​ຫຍັງ​ພຣະ​ອົງ​ຈະ​ແນະ​ນຳ​ຂ້າ​ພະ​ເຈົ້າ​ໃຫ້​ສ້າງ​ເຮືອ​ລຳ​ໜຶ່ງ​ບໍ່​ໄດ້?”2 ບັດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ຖາມ​ທ່ານ​ວ່າ, ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ແນະ​ນຳ​ທ່ານ​ບໍ່​ໄດ້, ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ?

ຄວາມ​ໝັ້ນ​ໃຈ​ໃນ​ຄຳ​ຕອບ​ຂອງ​ພຣະ​ເຈົ້າ​ໝາຍ​ເຖິງ​ການ​ຍອມ​ຮັບ​ວ່າ​ວິ​ທີ​ຂອງ​ພຣະ​ອົງ​ບໍ່​ແມ່ນ​ວິ​ທີ​ຂອງ​ເຮົາ3 ແລະ “ທຸກ​ສິ່ງ​ຕ້ອງ​ເກີດ​ຂຶ້ນ​ໃນ​ເວ​ລາ​ຂອງ​ມັນ.”4

ຄວາມ​ແນ່​ໃຈ​ຂອງ​ການ​ຮູ້​ວ່າ​ເຮົາ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຜູ້​ຊົງ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຄວນ​ເປັນ​ແຮງ​ຈູງ​ໃຈ​ໃຫ້​ເຮົາ​ທີ່​ຈະ “ເອີ້ນ​ຫາ” ໂດຍ​ການ​ອຸ​ທິດ​ຕົນ​ໃຫ້​ກັບ “[ການ] ອະ​ທິ​ຖານ​ສະ​ເໝີ, ແລະ ບໍ່​ຕ້ອງ​ທໍ້​ຖອຍ; … ​ເພື່ອ​ການ​ປະ​ຕິ​ບັດ​ຂອງ [ເຮົາ] ຈະ​ເປັນ​ໄປ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ​ຂອງ [ເຮົາ].”5 ລອງ​ນຶກ​ເຖິງ​ພາບ​ຄວາມ​ຮູ້​ສຶກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ວ່າ​ຈະ​ເປັນ​ແນວ​ໃດ ເມື່ອ​ໃນ​ການ​ອະ​ທິ​ຖານ​ແຕ່​ລະ​ຄັ້ງ​ເຮົາ​ວິງ​ວອນ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ອຳ​ນາດ ແລະ ການ​ປອບ​ໂຍນ​ຫຍັງ​ແດ່, ຂ້າ​ພະ​ເຈົ້າ​ເຊື່ອ, ໄດ້​ເກີດ​ຂຶ້ນ​ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ!

ພຣະ​ຄຳ​ພີ​ກໍ​ເຕັມ​ໄປ​ດ້ວຍ​ຕົວ​ຢ່າງ​ຂອງ​ຜູ້​ທີ່​ເອີ້ນ​ຫາ​ພຣະ​ເຈົ້າ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ. ໃນ​ຂະ​ນະ​ທີ່​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ທຸກ​ລຳ​ບາກ, ຮີ​ລາ​ມັນ ແລະ ກອງ​ທັບ​ຂອງ​ເພິ່ນ, ໄດ້​ເອີ້ນ​ຫາ​ພຣະ​ເຈົ້າ, ໂດຍ​ທຸ້ມ​ເທ​ຈິດ​ວິນ​ຍານ​ຂອງ​ພວກ​ເພິ່ນ​ໃນ​ການ​ອະ​ທິ​ຖານ. ພວກ​ເພິ່ນ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ, ສັນ​ຕິ​ສຸກ, ສັດ​ທາ, ແລະ ຄວາມ​ຫວັງ, ມີ​ຄວາມ​ກ້າ​ຫານ ແລະ ຄວາມ​ມຸ່ງ​ໝັ້ນ ຈົນ​ພວກ​ເພິ່ນ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ພວກ​ເພິ່ນ.6

ຂໍ​ໃຫ້​ນຶກ​ພາບ​ວ່າ​ໂມ​ເຊ​ໄດ້​ເອີ້ນ​ຫາ ແລະ ຮ້ອງ​ຫາ​ພຣະ​ເຈົ້າ​ແນວ​ໃດ​ເມື່ອ​ພົບ​ວ່າ​ຕົນ​ເອງ​ຖືກ​ຕັນ​ທາງ​ດ້ວຍ​ທະ​ເລ​ແດງ ແລະ ທະ​ຫານ​ເອ​ຢິບ​ກຳ​ລັງ​ໃກ້​ເຂົ້າ​ມາ​ໂຈມ​ຕີ, ຫລື ອັບ​ຣາ​ຮາມ​ເມື່ອ​ເຊື່ອ​ຟັງ​ການ​ມອບ​ໝາຍ​ໃຫ້​ຖວາຍ​ອີ​ຊາກ​ລູກ​ຊາຍ​ຂອງ​ເພິ່ນ.

ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ວ່າ​ທ່ານ​ແຕ່​ລະ​ຄົນ​ເຄີຍ​ມີ ແລະ ອາດ​ຈະ​ມີ​ປະ​ສົບ​ການ​ໃນ​ການ​ເອີ້ນ​ຫາ ເພື່ອ​ໃຫ້​ໄດ້​ຄຳ​ຕອບ​ຂໍ​ຄວາມ​ຊ່ວຍ​ເຫລືອ.

ສາມ​ສິບ​ປີ​ກ່ອນ, ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ ແລະ ພັນ​ລະ​ຍາ​ກຳ​ລັງ​ກຽມ​ຈົດ​ທະ​ບຽນ​ແຕ່ງ​ງານ​ຕາມ​ກົດ​ໝາຍ ແລະ ກຽມ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ຂອງ​ພວກ​ເຮົາ, ພວກ​ເຮົາ​ໄດ້​ຮັບ​ໂທ​ລະ​ສັບ​ແຈ້ງ​ມາ​ວ່າ​ການ​ຈົດ​ທະ​ບຽນ​ແຕ່ງ​ງານ​ຂອງ​ພວກ​ເຮົາ​ໄດ້​ຖືກ​ຍົກ​ເລີກ​ເນື່ອງ​ຈາກ​ການ​ຊຸມ​ນຸມ​ປະ​ທ້ວງ. ພວກ​ເຮົາ​ໄດ້​ຮັບ​ໂທ​ລະ​ສັບ​ແຈ້ງ​ບອກ​ສາມ​ວັນ​ກ່ອນ​ມື້​ພິ​ທີ​ທີ່​ຖືກ​ກຳ​ນົດ​ໄວ້​ແລ້ວ. ຫລັງ​ຈາກ​ທີ່​ໄດ້​ຕິດ​ຕໍ່​ກັບ​ສຳ​ນັກ​ງານ​ອື່ນໆ​ຫລາຍ​ຄັ້ງ ແລະ ກໍ​ຍັງ​ບໍ່​ສາ​ມາດ​ເຮັດ​ນັດ​ໝາຍ​ໄດ້, ພວກ​ເຮົາ​ເລີ່ມ​ຮູ້​ສຶກ​ເປັນ​ທຸກ ແລະ ສົງ​ໄສ​ວ່າ​ພວກ​ເຮົາ​ຈະ​ໄດ້​ແຕ່ງ​ງານ​ຕາມ​ແຜນ​ທີ່​ວາງ​ໄວ້​ຫລື​ບໍ່.

ຂ້າ​ພະ​ເຈົ້າ ແລະ ຄູ່​ໝັ້ນ​ໄດ້ “ເອີ້ນ​ຫາ,” ດ້ວຍ​ການ​ທຸ້ມ​ເທ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ​ໃຫ້​ກັບ​ພຣະ​ເຈົ້າ​ໃນ​ການ​ອະ​ທິ​ຖານ. ໃນ​ທີ່​ສຸດ, ມີ​ຄົນ​ໜຶ່ງ​ໄດ້​ບອກ​ພວກ​ເຮົາ​ວ່າ​ມີ​ສຳ​ນັກ​ງານ​ໜຶ່ງ​ທີ່​ຕັ້ງ​ຢູ່​ເມືອງ​ນ້ອຍໆ​ໃນ​ເຂດ​ຊານ​ເມືອງ ຊຶ່ງ​ເຂົາ​ມີ​ຄົນ​ຮູ້​ຈັກ​ເປັນ​ເຈົ້າ​ເມືອງ​ຢູ່​ທີ່​ນັ້ນ. ໂດຍ​ບໍ່​ລັງ​ເລ, ພວກ​ເຮົາ​ໄດ້​ໄປ​ຫາ​ເຈົ້າ​ເມືອງ​ທັນ​ທີ ແລະ ຂໍ​ໃຫ້​ເພິ່ນ​ຊ່ວຍ​ແຕ່ງ​ງານ​ໃຫ້​ພວກ​ເຮົາ. ດ້ວຍ​ຄວາມ​ດີ​ໃຈ​ທີ່​ສຸດ​ຂອງ​ພວກ​ເຮົາ, ທີ່​ເພິ່ນ​ໄດ້​ຕອບ​ຕົກ​ລົງ. ເລ​ຂາ​ຂອງ​ເພິ່ນ​ໄດ້​ຍ້ຳ​ກັບ​ພວກ​ເຮົາ​ອີກ​ວ່າ​ພວກ​ເຮົາ​ຕ້ອງ​ໄປ​ເອົາ​ໃບ​ຢັ້ງ​ຢືນ​ຈາກ​ເມືອງ​ນັ້ນ ແລະ ນຳ​ເອ​ກະ​ສານ​ທັງ​ໝົດ​ມາ ກ່ອນ​ຕອນ​ທ່ຽງ​ຂອງ​ມື້​ຕໍ່​ມາ.

ໃນ​ມື້​ຕໍ່​ມາ, ພວກ​ເຮົາ​ໄດ້​ຍ້າຍ​ໄປ​ທີ່​ເມືອງ​ນ້ອຍ​ແຫ່ງ​ນັ້ນ ແລະ ໄປ​ທີ່​ສະ​ຖາ​ນີ​ຕຳ​ຫລວດ​ເພື່ອ​ຂໍ​ເອ​ກະ​ສານ​ທີ່​ຈຳ​ເປັນ. ພວກ​ເຮົາ​ຕົກ​ໃຈ​ທີ່, ເຈົ້າ​ໜ້າ​ທີ່​ໄດ້​ເວົ້າ​ວ່າ​ລາວ​ຈະ​ບໍ່​ເຮັດ​ເອ​ກະ​ສານ​ນັ້ນ​ໃຫ້​ພວກ​ເຮົາ ເພາະ​ວ່າ​ມີ​ຄູ່​ຮັກ​ໜຸ່ມ​ສາວ​ຫລາຍ​ຄູ່​ທີ່​ໄດ້​ໜີ​ຈາກ​ຄອບ​ຄົວ​ໄປ​ແຕ່ງ​ງານ​ແບບ​ລັບໆ​ຢູ່​ໃນ​ເມືອງ​ນັ້ນ, ຊຶ່ງ​ແນ່​ນອນ​ບໍ່​ແມ່ນ​ຄູ່​ຂອງ​ພວກ​ເຮົາ. ອີກ​ຄັ້ງ, ຄວາມ​ຢ້ານ​ກົວ ແລະ ຄວາມ​ໂສກ​ເສົ້າ​ໄດ້​ມາ​ຄອບ​ງຳ​ພວກ​ເຮົາ.

ຂ້າ​ພະ​ເຈົ້າ​ຈື່​ຈຳ​ໄດ້​ວ່າ​ຂ້າ​ພະ​ເຈົ້າ​ເອງ​ໄດ້​ເອີ້ນ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ໃຈ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ຮູ້​ສຶກ​ທີ່​ແຈ່ມ​ແຈ້ງ​ໃນ​ໃຈ, ຊ້ຳ​ແລ້ວ​ຊ້ຳ​ອີກ ກ່າວ​ວ່າ, “ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ, ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ.” ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ຂອງ​ຂ້າ​ພະ​ເຈົ້າ​ອອກ​ມາ ແລະ ຍື່ນ​ໃຫ້​ກັບ​ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ​ເບິ່ງ​ທັນ​ທີ, ຄູ່​ໝັ້ນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເຮັດ​ໜ້າ​ງົງໆ​ສັບ​ສົນ.

ພວກ​ເຮົາ​ຮູ້​ສຶກ​ປະ​ຫລາດ​ໃຈ​ຫລາຍ​ເມື່ອ​ພວກ​ເຮົາ​ໄດ້​ຍິນ​ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ​ກ່າວ​ວ່າ, “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ບໍ່​ບອກ​ຂ້ອຍ​ແຕ່​ຕົ້ນ​ວ່າ​ພວກ​ເຈົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ? ຂ້ອຍ​ຮູ້​ຈັກ​ໂບດ​ຂອງ​ພວກ​ເຈົ້າ​ດີ.” ແລ້ວ​ລາວ​ກໍ​ໄດ້​ເລີ່ມ​ດຳ​ເນີນ​ເອ​ກະ​ສານ​ໃຫ້​ກັບ​ພວກ​ເຮົາ​ໃນ​ທັນ​ທີ. ພວກ​ເຮົາ​ຍິ່ງ​ຕົກ​ໃຈ​ຫລາຍ​ກວ່າ​ເກົ່າ​ເມື່ອ​ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ​ໄດ້​ອອກ​ຈາກ​ສະ​ຖາ​ນີ​ຕຳ​ຫລວດ​ໄປ​ໂດຍ​ບໍ່​ໄດ້​ບອກ​ກ່າວ​ຫຍັງ​ເລີຍ.

ຫ້າ​ສິບ​ນາ​ທີ​ຜ່ານ​ໄປ, ແລະ ລາວ​ກໍ​ຍັງ​ບໍ່​ກັບ​ຄືນ​ມາ. ມັນ​ເປັນ​ເວ​ລາ 11:55 ຕອນ​ເຊົ້າ​ແລ້ວ, ແລະ ພວກ​ເຮົາ​ມີ​ເວ​ລາ​ພຽງ​ແຕ່​ຮອດ​ຕອນ​ທ່ຽງ​ເທົ່າ​ນັ້ນ​ທີ່​ຈະ​ສົ່ງ​ເອ​ກະ​ສານ​ຕ່າງໆ. ທັນ​ໃດ​ນັ້ນ​ລາວ​ກໍ​ກັບ​ມາ​ພ້ອມ​ກັບ​ໝາ​ນ້ອຍ​ໂຕ​ໜຶ່ງ ແລະ ບອກ​ພວກ​ເຮົາ​ວ່າ​ນີ້​ແມ່ນ​ຂອງ​ຂວັນ​ແຕ່ງ​ງານ ແລະ ໄດ້​ນຳ​ເອ​ກະ​ສານ​ນັ້ນ​ມາ​ພ້ອມ​ກັນ.

ພວກ​ເຮົາ​ໄດ້​ຟ້າວ​ແລ່ນ​ໄປ​ຫາ​ຫ້ອງ​ການ​ເຈົ້າ​ເມືອງ ພ້ອມ​ກັບ​ເອ​ກະ​ສານ ແລະ ໝາ​ນ້ອຍ​ໂຕ​ໃໝ່​ຂອງ​ພວກ​ເຮົາ. ແລ້ວ​ພວກ​ເຮົາ​ໄດ້​ເຫັນ​ລົດ​ປະ​ຈຳ​ຫ້ອງ​ການ​ຄັນ​ໜຶ່ງ​ແລ່ນ​ມຸ້ງ​ໜ້າ​ມາ​ຫາ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ໄດ້​ຢືນ​ຂວາງ​ຕໍ່​ໜ້າ​ລົດ​ຄັນ​ນັ້ນ. ແລ້ວ​ລົດ​ຄັນ​ດັ່ງ​ກ່າວ​ໄດ້​ຢຸດ, ແລະ ພວກ​ເຮົາ​ໄດ້​ເຫັນ​ເລ​ຂາ​ຂອງ​ເຈົ້າ​ເມືອງ​ຢູ່​ໃນ​ລົດ. ເມື່ອ​ເຫັນ​ພວກ​ເຮົາ, ລາວ​ໄດ້​ກ່າວ​ຂຶ້ນ​ວ່າ, “ເສຍ​ໃຈ​ນຳ​ເດີ; ຂ້ອຍ​ໄດ້​ບອກ​ເຈົ້າ​ແລ້ວ​ວ່າ​ຢ່າ​ກາຍ​ຕອນ​ທ່ຽງ. ຂ້ອຍ​ຕ້ອງ​ໄດ້​ອອກ​ໄປ​ວຽກ​ອື່ນ​ແລ້ວ.”

ຂ້າ​ພະ​ເຈົ້າ​ໄດ້​ຖ່ອມ​ຕົວ​ຢ່າງ​ງຽບໆ, ເອີ້ນ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ, ເພື່ອ “ຂໍ​ຄວາມ​ຊ່ວຍ​ເຫລືອ” ອີກ​ຄັ້ງ. ທັນ​ໃດ​ນັ້ນ, ສິ່ງ​ມະ​ຫັດ​ສະ​ຈັນ​ກໍ​ໄດ້​ເກີດ​ຂຶ້ນ. ເລ​ຂາ​ຄົນ​ນັ້ນ​ໄດ້​ກ່າວ​ກັບ​ພວກ​ເຮົາ​ວ່າ, “ເຈົ້າ​ມີ​ໝາ​ງາມ​ແທ້. ຂ້ອຍ​ຈະ​ໄປ​ຊອກ​ໄດ້​ຢູ່​ໃສ​ຄື​ແນວ​ນີ້​ໃຫ້​ກັບ​ລູກ​ຊາຍ​ຂອງ​ຂ້ອຍ?”

ພວກ​ເຮົາ​ຮີບ​ຕອບ​ໄປ​ໂດຍ​ທັນ​ທີ​ວ່າ, “ພວກ​ເຮົາ​ເອົາ​ໃຫ້​ເຈົ້າ”.

ເລ​ຂາ​ຄົນ​ນັ້ນ​ໄດ້​ແນມ​ເບິ່ງ​ພວກ​ເຮົາ​ດ້ວຍ​ຄວາມ​ປະ​ຫລາດ​ໃຈ ແລະ ເວົ້າ​ວ່າ, “ຕົກ​ລົງ, ດັ່ງ​ນັ້ນ​ພວກ​ເຮົາ​ພາ​ກັນ​ເຂົ້າ​ໄປ​ໃນ​ຫ້ອງ​ການ​ເພື່ອ​ຈັດ​ການ​ເລື່ອງ​ຕ່າງໆ​ກັນ​ເທາະ.”

ສອງ​ມື້​ຕໍ່​ມາ, ຄາ​ໂຣ ແລະ ຂ້າ​ພະ​ເຈົ້າ​ໄດ້​ແຕ່ງ​ງານ​ກັນ​ຕາມ​ກົດ​ໝາຍ, ເປັນ​ໄປ​ຕາມ​ທີ່​ໄດ້​ວາງ​ແຜນ​ໄວ້, ແລະ ແລ້ວ​ພວກ​ເຮົາ​ກໍ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ໃນ​ພຣະ​ວິ​ຫານ​ລິ​ມາ ເປ​ຣູ.

ແນ່​ນອນ, ເຮົາ​ຕ້ອງ​ຈື່​ຈຳ​ໄວ້​ວ່າ ການ​ເອີ້ນ​ຫາ ເປັນ​ເລື່ອງ​ຂອງ​ສັດ​ທາ ແລະ ການ​ກະ​ທຳ—ສັດ​ທາ​ທີ່​ຈະ​ຮັບ​ຮູ້​ວ່າ​ເຮົາ​ມີ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຜູ້​ທີ່​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ຕາມ​ສະ​ຕິ​ປັນ​ຍາ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ, ແລະ ຈາກ​ນັ້ນ​ກໍ​ຄື ການ​ກະ​ທຳ​ທີ່​ສອດ​ຄ່ອງ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ຂໍ​ໄປ. ການ​ອະ​ທິ​ຖານ—ການ​ເອີ້ນ​ຫາ—ອາດ​ຈະ​ເປັນ​ສັນ​ຍານ​ແຫ່ງ​ຄວາມ​ຫວັງ​ຂອງ​ເຮົາ. ແຕ່​ການ​ກະ​ທຳ​ຫລັງ​ຈາກ​ການ​ອະ​ທິ​ຖານ​ຄື​ສັນ​ຍານ​ທີ່​ບອກ​ວ່າ​ສັດ​ທາ​ຂອງ​ເຮົາ​ນັ້ນ​ເປັນ​ຄວາມ​ຈິງ—ສັດ​ທາ​ທີ່​ໄດ້​ຖືກ​ທົດ​ລອງ​ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ເຈັບ​ປວດ, ຄວາມ​ຢ້ານ​ກົວ, ຫລື ຄວາມ​ຜິດ​ຫວັງ.

ຂ້າ​ພະ​ເຈົ້າ​ແນະ​ນຳ​ທ່ານ​ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ຕໍ່​ໄປ​ນີ້:

  1. ຈົ່ງ​ຄິດ​ສະ​ເໝີ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ທາງ​ເລືອກ​ທຳ​ອິດ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ.

  2. ເອີ້ນ​ຫາ, ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ. ຫັນ​ໄປ​ຫາ​ພຣະ​ເຈົ້າ​ດ້ວຍ​ການ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ.

  3. ຫລັງ​ຈາກ​ການ​ອະ​ທິ​ຖານ​ແລ້ວ, ຈົ່ງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ເພື່ອ​ໃຫ້​ໄດ້​ຮັບ​ພອນ​ທີ່​ທ່ານ​ອະ​ທິ​ຖານ​ຂໍ.

  4. ຈົ່ງ​ຖ່ອມ​ໃຈ​ຂອງ​ທ່ານ​ທີ່​ຈະ​ຍອມ​ຮັບ​ຄຳ​ຕອບ​ຕາມ​ເວ​ລາ ແລະ ວິ​ທີ​ຂອງ​ພຣະ​ອົງ.

  5. ຢ່າ​ຢຸດ! ຈົ່ງ​ກ້າວ​ໄປ​ຂ້າງ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ລໍ​ຖ້າ​ຄຳ​ຕອບ​ນັ້ນ​ຢູ່.

ບາງ​ທີ​ໃນ​ຕອນ​ນີ້​ອາດ​ຈະ​ມີ​ຄົນ​ໃດ​ຄົນ​ໜຶ່ງ, ອີງ​ຕາມ​ສະ​ຖາ​ນະ​ການ, ທີ່​ກຳ​ລັງ​ຮູ້​ສຶກ​ວ່າ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ ແລະ ຕ້ອງ​ການ​ເອີ້ນ​ຫາ ຄື​ກັນ​ກັບ​ໂຈ​ເຊັບ ສະ​ມິດ ທີ່​ເພິ່ນ​ໄດ້​ຮ້ອງ​ອອກ​ມາ​ວ່າ: “ໂອ້​ພຣະ​ອົງ​ເຈົ້າ, ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ບ່ອນ​ໃດ? … ອີກ​ດົນ​ປານ​ໃດ​ທີ່​ພຣະ​ຫັດ​ຂອງ​ພຣະ​ອົງ​ຈະ​ຢັ້ງ​ໄວ້?”7

ເຖິງ​ແມ່ນ​ວ່າ​ຈະ​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ແບບ​ນີ້, ຈົ່ງ​ອະ​ທິ​ຖານ​ດ້ວຍ “ແຮງ​ຜັກ​ດັນ​ທາງ​ວິນ​ຍານ,” ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ,8 ຍ້ອນ​ວ່າ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ຈະ​ໄດ້​ຍິນ​ຢູ່​ສະ​ເໝີ!

ຈື່​ຈຳ​ເພງ​ສວດ​ເພງ​ນີ້​ທີ່​ວ່າ:

ກ່ອນ​ເຈົ້າ​ຈະ​ຈາກ​ຫ້ອງ​ເຊົ້າ​ວັນ​ນີ້,

ອະ​ທິ​ຖານ​ແລ້ວ​ບໍ?

ໃນ​ນາມ​ພຣະ​ຄຣິດ, ພຣະ​ຜູ້​ຊ່ວຍ​ເຮົາ,

ເຈົ້າ​ຂໍ​ພຣະ​ປະ​ທານ​ຮັກ​ເມດ​ຕາ

ເພື່ອ​ປົກ​ປ້ອງ​ຫລື​ບໍ່?

ອະ​ທິ​ຖານ, ບັນ​ເທົາ​ຄວາມ​ເມື່ອຍ​ຍາກ!

ຈະ​ປ່ຽນ​ລາ​ຕີ​ເປັນ​ອາ​ລຸນ.

ເມື່ອ, ຊີ​ວິດ​ມືດ​ມົນ ແລະ ລຳ​ບາກ,

ຢ່າ​ລືມ​ອະ​ທິ​ຖານ.9

ເມື່ອ​ເຮົາ​ອະ​ທິ​ຖານ ເຮົາ​ຈະ​ສາ​ມາດ​ຮູ້​ສຶກ​ໄດ້​ເຖິງ​ອ້ອມ​ກອດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ຜູ້​ທີ່​ໄດ້​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ​ມາ​ເພື່ອ​ແບ່ງ​ເບົາ​ພາ​ລະ​ຂອງ​ເຮົາ, ເພາະ​ວ່າ​ຖ້າ​ເຮົາ​ເອີ້ນ​ຫາ​ພຣະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ເຮົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.