ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ທຸກ​ສິ່ງ​ທັງ​ປວງ​ເພື່ອ​ຄວາມ​ດີ​ຂອງ​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ທຸກ​ສິ່ງ​ທັງ​ປວງ​ເພື່ອ​ຄວາມ​ດີ​ຂອງ​ເຮົາ

ໃນ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ, ຈຸດ​ປະ​ສົງ​ຂອງ​ການ​ສ້າງ ແລະ ທຳ​ມະ​ຊາດ​ຂອງ​ພຣະ​ເຈົ້າ​ພຣະ​ອົງ​ເອງ ແມ່ນ​ການ​ນຳ​ທຸກ​ສິ່ງ​ທັງ​ປວງ​ມາ​ລວມ​ກັນ​ເພື່ອ​ຄວາມ​ດີ​ຂອງ​ເຮົາ.

ມື້​ນີ້​ແມ່ນ​ວັນ​ທີ 6 ເດືອນ​ເມ​ສາ, ເປັນ​ວັນ​ຄົບ​ຮອບ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ໄດ້​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ອົງ—ແລະ ເປັນ​ສ່ວນ​ໜຶ່ງ​ຂອງ​ເທດ​ສະ​ການ​ອີດ​ສະ​ເຕີ ເມື່ອ​ເຮົາ​ເປັນ​ພະ​ຍານ​ເຖິງ​ພຣະ​ຊົນ​ຊີບ​ອັນ​ສົມ​ບູນ​ແບບ​ຂອງ​ພຣະ​ຄຣິດ, ການ​ເສຍ​ສະ​ລະ​ຊົດ​ໃຊ້, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ຮຸ່ງ​ໂລດ​ຂອງ​ພຣະ​ອົງ.

ມີ​ນິ​ທານ​ຈີນ​ເລື່ອງ​ໜຶ່ງ ເລີ່ມ​ຕົ້ນ​ດ້ວຍ​ລູກ​ຊາຍ​ຂອງ​ຊາຍ​ຄົນ​ໜຶ່ງ​ພົບ​ມ້າ​ທີ່​ສວຍ​ງາມ.

“ໂຊກ​ດີ​ແທ້ໆ,” ເພື່ອນ​ບ້ານ​ເວົ້າ.

“ຄອຍ​ເບິ່ງ,” ຊາຍ​ຄົນ​ນັ້ນ​ຕອບ.

ແລ້ວ​ລູກ​ຊາຍ​ກໍ​ຕົກ​ຈາກ​ຫລັງ​ມ້າ ແລະ ໄດ້​ຮັບ​ບາດ​ເຈັບ​ຢ່າງ​ຖາ​ວອນ.

“ໂຊກ​ຮ້າຍ​ແທ້ໆ,” ເພື່ອນ​ບ້ານ​ເວົ້າ.

“ຄອຍ​ເບິ່ງ,” ຊາຍ​ຄົນ​ນັ້ນ​ເວົ້າ.

ກອງ​ທັບ​ເກນ​ໄດ້​ມາ ແຕ່​ບໍ່​ໄດ້​ເອົາ​ລູກ​ຊາຍ​ທີ່​ບາດ​ເຈັບ​ໄປ.

“ໂຊກ​ດີ​ແທ້ໆ,” ເພື່ອນ​ບ້ານ​ເວົ້າ.

“ຄອຍ​ເບິ່ງ,” ຊາຍ​ຄົນ​ນັ້ນ​ຕອບ.

ໂລກ​ທີ່​ບໍ່​ແນ່​ນອນ​ນີ້​ມັກ​ຈະ​ຮູ້​ສຶກ​ວ່າ ຖືກ​ພະ​ຍຸ​ພັດ​ກະ​ໜ່ຳ, ບໍ່​ແນ່​ນອນ, ບາງ​ຄັ້ງ​ກໍ​ໂຊກ​ດີ, ແລະ—ເລື້ອຍ​ເກີນ​ໄປ—ທີ່​ໂຊກ​ຮ້າຍ. ແຕ່, ໃນ​ໂລກ​ແຫ່ງ​ຄວາມ​ຍາກ​ລຳ​ບາກ​ນີ້,1 “ພຣະ​ເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ ເພື່ອ​ໃຫ້​ເກີດ​ຜົນ​ດີ​ໃນ​ທຸກ​ສິ່ງ.”2 ຕາມ​ຈິງ​ແລ້ວ, ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຢ່າງ​ທ່ຽງ​ທຳ ແລະ ຈື່​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, “ທຸກ​ສິ່ງ​ທັງ​ປວງ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ພວກ​ເຈົ້າ.”3

ທຸກ​ສິ່ງ​ທັງ​ປວງ​ເພື່ອ​ຄວາມ​ດີ​ຂອງ​ເຮົາ.

ຄຳ​ສັນ​ຍາ​ທີ່​ໂດດ​ເດັ່ນ! ຄວາມ​ໝັ້ນ​ໃຈ​ທີ່​ປອບ​ໂຍນ​ຈາກ​ພຣະ​ເຈົ້າ​ພຣະ​ອົງ​ເອງ! ໃນ​ທາງ​ທີ່​ອັດ​ສະ​ຈັນ, ຈຸດ​ປະ​ສົງ​ຂອງ​ການ​ສ້າງ ແລະ ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ​ຄື​ການ​ຮູ້​ຈຸດ​ເລີ່ມ​ຕົ້ນ ແລະ ຈຸດ​ສິ້ນ​ສຸດ,4 ເພື່ອ​ນຳ​ເອົາ​ສິ່ງ​ທັງ​ໝົດ​ນັ້ນ​ມາ ເພື່ອ​ຄວາມ​ດີ​ຂອງ​ເຮົາ; ແລະ ເພື່ອ​ຊ່ວຍ​ໃຫ້​ເຮົາ​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ສະ​ອາດ ແລະ ບໍ​ລິ​ສຸດ ຜ່ານ​ທາງ​ພຣະ​ຄຸນ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ປົດ​ປ່ອຍ ແລະ ໄຖ່​ເຮົາ​ຈາກ​ບາບ. ແຕ່​ພຣະ​ເຢ​ຊູ​ຄຣິດ​ເຂົ້າ​ໃຈ​ນຳ​ອີກ​ທຸກ​ຄວາມ​ເຈັບ​ປວດ, ຄວາມ​ທຸກ, ຄວາມ​ເຈັບ​ປ່ວຍ,5 ຄວາມ​ໂສກ​ເສົ້າ, ແລະ ການ​ແຍກ​ກັນ ເປັນ​ຢ່າງ​ດີ. ໃນ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ, ໄຊ​ຊະ​ນະ​ຂອງ​ພຣະ​ອົງ​ເໜືອ​ຄວາມ​ຕາຍ ແລະ ນະ​ລົກ ສາ​ມາດ​ເຮັດ​ໃຫ້​ທຸກ​ສິ່ງ​ທັງ​ປວງ​ຖືກ​ຕ້ອງ​ໄດ້.6 ພຣະ​ອົງ​ຊ່ວຍ​ປິ່ນ​ປົວ​ຜູ້​ທີ່​ແຕກ​ສະ​ຫລາຍ ແລະ ຜູ້​ຖືກ​ໝິ່ນ​ປະ​ໝາດ, ປອງ​ດອງ​ຜູ້​ທີ່​ຄຽດ​ແຄ້ນ ແລະ ແຕກ​ແຍກ, ປອບ​ໂຍນ​ຄົນ​ທີ່​ໂດດ​ດ່ຽວ ແລະ ດຽວ​ດາຍ, ໃຫ້​ກຳ​ລັງ​ໃຈ​ຄວາມ​ບໍ່​ແນ່​ນອນ ແລະ ຄວາມ​ບໍ່​ສົມ​ບູນ, ແລະ ເຮັດ​ການ​ອັດ​ສະ​ຈັນ​ທີ່​ເປັນ​ໄປ​ໄດ້​ກັບ​ພຣະ​ເຈົ້າ​ເທົ່າ​ນັ້ນ.

ເຮົາ​ຮ້ອງ​ອາ​ເລ​ລູ​ຢາ ແລະ ຮ້ອງ​ໂຮ​ຊັນ​ນາ! ດ້ວຍ​ພະ​ລັງ​ນິ​ລັນ​ດອນ ແລະ ຄວາມ​ດີ​ອັນ​ເປັນ​ນິດ, ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ, ທຸກ​ສິ່ງ​ທັງ​ປວງ​ສາ​ມາດ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ເຮົາ. ເຮົາ​ສາ​ມາດ​ປະ​ເຊີນ​ກັບ​ຊີ​ວິດ​ດ້ວຍ​ຄວາມ​ໝັ້ນ​ໃຈ ແລະ ບໍ່​ຢ້ານ​ກົວ.

ຖ້າ​ຖິ້ມ​ເຮົາ​ໄວ້​ພຽງ​ລຳ​ພັງ, ເຮົາ​ອາດ​ບໍ່​ຮູ້​ຈັກ​ຄວາມ​ດີ​ຂອງ​ຕົວ​ເອງ. ເມື່ອ “ຂ້າ​ພະ​ເຈົ້າ​ເລືອກ​ຕົວ​ເອງ,” ຂ້າ​ພະ​ເຈົ້າ​ກໍ​ເລືອກ​ຂໍ້​ຈຳ​ກັດ, ຄວາມ​ອ່ອນ​ແອ, ແລະ ຄວາມ​ບໍ່​ພຽບ​ພ້ອມ​ດ້ວຍ. ໃນ​ທີ່​ສຸດ, ເພື່ອ​ເຮັດ​ຄວາມ​ດີ​ທີ່​ສຸດ, ເຮົາ​ຕ້ອງ​ເປັນ​ຄົນ​ດີ.7 ເນື່ອງ​ຈາກ​ວ່າ​ບໍ່​ມີ​ໃຜ​ດີ​ນອກ​ຈາກ​ພຣະ​ເຈົ້າ,8 ເຮົາ​ຈຶ່ງ​ສະ​ແຫວງ​ຫາ​ຄວາມ​ສົມ​ບູນ​ແບບ​ໃນ​ພຣະ​ເຢ​ຊູ​ຄຣິດ.9 ເຮົາ​ກາຍ​ເປັນ​ຄົນ​ທີ່​ແທ້​ຈິງ ແລະ ດີ​ທີ່​ສຸດ ກໍ​ຕໍ່​ເມື່ອ​ເຮົາ​ປະ​ຖິ້ມ​ຄວາມ​ເປັນ​ຊາຍ ແລະ ຍິງ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ກາຍ​ເປັນ​ເດັກ​ຕໍ່​ພຣະ​ເຈົ້າ.

ດ້ວຍ​ຄວາມ​ໄວ້​ວາງ​ໃຈ ແລະ ສັດ​ທາ​ໃນ​ພຣະ​ເຈົ້າ, ການ​ທົດ​ລອງ ແລະ ຄວາມ​ທຸກ​ສາ​ມາດ​ອຸ​ທິດ​ຖວາຍ​ເພື່ອ​ຄວາມ​ດີ​ຂອງ​ເຮົາ​ໄດ້. ໂຢ​ເຊັບ, ທີ່​ຖືກ​ຂາຍ​ໄປ​ເປັນ​ທາດ​ໃນ​ປະ​ເທດ​ເອ​ຢິບ, ຕໍ່​ມາ​ໄດ້​ຊ່ວຍ​ຊີ​ວິດ​ຄອບ​ຄົວ ແລະ ຜູ້​ຄົນ​ຂອງ​ເພິ່ນ. ການ​ຖືກ​ຄຸມ​ຂັງ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ຢູ່​ໃນ​ຄຸກ​ລີ​ເບີ​ຕີ ໄດ້​ສິດ​ສອນ​ເພິ່ນ​ວ່າ​ສິ່ງ​ທັງ​ໝົດ​ເຫລົ່າ​ນີ້ “ຈະ​ເປັນ​ປະ​ສົບ​ການ​ໃຫ້​ແກ່​ເຈົ້າ, ແລະ ຈະ​ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ​ຂອງ​ເຈົ້າ.”10 ການ​ດຳ​ລົງ​ຊີ​ວິດ​ດ້ວຍ​ສັດ​ທາ, ການ​ທົດ​ລອງ ແລະ ການ​ເສຍ​ສະ​ລະ​ທີ່​ເຮົາ​ຈະ​ບໍ່​ເຄີຍ​ເລືອກ​ເລີຍ ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ເຮົາ ແລະ ຄົນ​ອື່ນ​ໃນ​ທາງ​ທີ່​ບໍ່​ສາ​ມາດ​ຈິນ​ຕະ​ນາ​ການ​ໄດ້.11

ເຮົາ​ເພີ່ມ​ສັດ​ທາ ແລະ ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ວ່າ​ທຸກ​ສິ່ງ​ທັງ​ປວງ​ສາ​ມາດ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ເຮົາ ດັ່ງ​ທີ່​ເຮົາ​ໄດ້​ຮັບ​ທັດ​ສະ​ນະ​ນິ​ລັນ​ດອນ;12 ເຂົ້າ​ໃຈ​ການ​ທົດ​ລອງ​ຂອງ​ເຮົາ​ວ່າ “ບໍ່​ດົນ”;13 ຍອມ​ຮັບ​ວ່າ​ຄວາມ​ທຸກ​ຍາກ​ລຳ​ບາກ​ສາ​ມາດ​ຖືກ​ອຸ​ທິດ​ຖວາຍ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ;14 ຮັບ​ຮູ້​ວ່າ​ອຸ​ບັດ​ຕິ​ເຫດ, ການ​ເສຍ​ຊີ​ວິດ​ກ່ອນ​ໄວ​ອັນ​ຄວນ, ຄວາມ​ເຈັບ​ປ່ວຍ​ທີ່​ເຮັດ​ໃຫ້​ຮ່າງ​ກາຍ​ຊຸດ​ໂຊມ ແລະ ພະ​ຍາດ​ໂລ​ຄາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ເປັນ​ມະ​ຕະ; ແລະ ໄວ້​ວາງ​ໃຈ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ບໍ່​ໄດ້​ມອບ​ການ​ທົດ​ລອງ​ໃຫ້ ເພື່ອ​ລົງ​ໂທດ ຫລື ຕັດ​ສິນ. ພຣະ​ອົງ​ຈະ​ບໍ່​ເອົາ​ກ້ອນ​ຫີນ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຂໍ​ເຂົ້າ​ຈີ່ ຫລື ເອົາ​ງູ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຂໍ​ປາ.15

ເມື່ອ​ການ​ທົດ​ລອງ​ມາ​ເຖິງ, ສ່ວນ​ຫລາຍ​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ຫລາຍ​ທີ່​ສຸດ​ຄື ຢາກ​ໃຫ້​ມີ​ຄົນ​ຮັບ​ຟັງ ແລະ ຢູ່​ກັບ​ເຮົາ.16 ໃນ​ເວ​ລາ​ນັ້ນ, ຄຳ​ຕອບ​ທີ່​ຊ້ຳ​ຊາກ ອາດ​ຈະ​ບໍ່​ເປັນ​ປະ​ໂຫຍດ, ເຖິງ​ແມ່ນ​ມີ​ເຈດ​ຕະ​ນາ​ທີ່​ຈະ​ຊ່ວຍ​ປອບ​ໃຈ​ກໍ​ຕາມ. ບາງ​ຄັ້ງ​ເຮົາ​ຢາກ​ມີ​ຄົນ​ໂສກ​ເສົ້າ, ເຈັບ​ປວດ, ແລະ ຮ້ອງ​ໄຫ້​ກັບ​ເຮົາ; ໃຫ້​ເຮົາ​ສະ​ແດງ​ຄວາມ​ເຈັບ​ປວດ, ຄວາມ​ອຸກ​ອັ່ງ​ໃຈ, ບາງ​ເທື່ອ​ແມ່ນ​ແຕ່​ຄວາມ​ໃຈ​ຮ້າຍ; ແລະ ຮັບ​ຮູ້​ກັບ​ເຮົາ​ວ່າ ມີ​ສິ່ງ​ທີ່​ເຮົາ​ບໍ່​ຮູ້.

ເມື່ອ​ເຮົາ​ໄວ້​ວາງ​ໃຈ​ພຣະ​ເຈົ້າ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ, ແມ່ນ​ແຕ່​ຄວາມ​ເຈັບ​ປວດ​ໃຈ​ທີ່​ສຸດ​ຂອງ​ເຮົາ, ໃນ​ທີ່​ສຸດ, ກໍ​ສາ​ມາດ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ຈື່ມື້​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ອຸ​ບັດ​ຕິ​ເຫດ​ທາງ​ລົດ​ທີ່​ຮ້າຍ​ແຮງ ກ່ຽວ​ກັບ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ຮັກ. ໃນ​ເວ​ລາ​ເຊັ່ນ​ນັ້ນ, ດ້ວຍ​ຄວາມ​ເຈັບ​ປວດ ແລະ ສັດ​ທາ, ເຮົາ​ສາ​ມາດ​ໄດ້​ແຕ່​ເວົ້າ​ກັບ​ໂຢບ​ວ່າ, “[ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ໂຜດ​ໃຫ້, ແລະ [ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ເອົາ​ຄືນ​ໄປ; ຂໍ​ໃຫ້​ພຣະ​ນາມ​ຂອງ [ພຣະ​ຜູ້​ເປັນ​ເຈົ້າ] ເປັນ​ທີ່​ຍ້ອງ​ຍໍ​ສັນ​ລະ​ເສີນ​ເທີ້ນ.”17

ທົ່ວ​ທັງ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ, ສະ​ເຕກ ແລະ ທ້ອງ​ຖິ່ນ​ປະ​ມານ 3,500 ແຫ່ງ ແລະ ຫວອດ ແລະ ສາ​ຂາ​ປະ​ມານ 30,000 ແຫ່ງ ໄດ້​ໃຫ້​ບ່ອນ​ພັກ​ອາ​ໄສ ແລະ ຄວາມ​ປອດ​ໄພ.18 ແຕ່​ຢູ່​ໃນ​ສະ​ເຕກ ແລະ ຫວອດ​ຂອງ​ເຮົາ, ຫລາຍ​ຄອບ​ຄົວ ແລະ ບຸກ​ຄົນ​ທີ່​ຊື່​ສັດ ຍັງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທີ່​ຫຍຸ້ງ​ຍາກ​ຢູ່, ແມ່ນ​ແຕ່​ໃນ​ຂະ​ນະ​ທີ່​ຮູ້​ວ່າ (ຈະ​ເປັນ​ແນວ​ໃດ) ສິ່ງ​ຕ່າງໆ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ເຮົາ.

ໃນ​ເມືອງ​ຮັດ​ເດີສ໌​ຟຽວ, ປະ​ເທດ​ອັງ​ກິດ ບຣາ​ເດີ ແຊມ​ໂຍ ບຣິດຈ໌​ສະ​ຕ໊ອກ ໄດ້​ຖືກ​ກວດ​ພົບ​ວ່າ​ເປັນ​ມະ​ເລັງ​ໄລ​ຍະ​ທີ​ສີ່ ບໍ່​ດົນ​ກ່ອນ​ການ​ເອີ້ນ​ເປັນ​ປະ​ທານ​ສະ​ເຕກ​ຄົນ​ໃໝ່. ເມື່ອ​ພິ​ຈາ​ລະ​ນາ​ການ​ກວດ​ພົບ​ທີ່​ຮ້າຍ​ແຮງ​ຂອງ​ລາວ, ລາວ​ໄດ້​ຖາມ​ພັນ​ລະ​ຍາ​ຂອງ​ລາວ, ແອນ​ນາ, ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ໄປ​ສຳ​ພາດ.

“ເພາະ,” ຊິດ​ສະ​ເຕີ ບຣິດຈ໌​ສະ​ຕ໊ອກ ເວົ້າ, “ເຈົ້າ​ຈະ​ຖືກ​ເອີ້ນ​ໃຫ້​ເປັນ​ປະ​ທານ​ສະ​ເຕກ.”

ຮູບ​ພາບ
ຄອບ​ຄົວ​ບຣິດຈ໌​ສະ​ຕ໊ອກ.

ທຳ​ອິດ​ລາວ​ຖືກ​ບອກ​ວ່າ​ລາວ​ຈະ​ມີ​ຊີ​ວິດ​ຢູ່​ໄດ້​ໜຶ່ງ ຫລື ສອງ​ປີ, ຕອນ​ນີ້​ປະ​ທານ​ບຣິດຈ໌​ສະ​ຕ໊ອກ (ຜູ້​ຢູ່​ໃນ​ທີ່​ນີ້​ໃນ​ມື້​ນີ້) ຢູ່​ໃນ​ການ​ຮັບ​ໃຊ້​ປີ​ທີ​ສີ່​ຂອງ​ລາວ. ລາວ​ມີ​ວັນ​ທີ່​ດີ ແລະ ວັນ​ທີ່​ຍາກ​ລຳ​ບາກ. ສະ​ເຕກ​ຂອງ​ລາວ​ກຳ​ລັງ​ລະ​ດົມ​ສັດ​ທາ, ການ​ຮັບ​ໃຊ້, ແລະ ຄວາມ​ເມດ​ຕາ​ທີ່​ເພີ່ມ​ຂຶ້ນ. ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ, ແຕ່​ພັນ​ລະ​ຍາ ແລະ ຄອບ​ຄົວ​ຂອງ​ລາວ​ດຳ​ລົງ​ຊີ​ວິດ​ດ້ວຍ​ສັດ​ທາ, ຄວາມ​ກະ​ຕັນ​ຍູ, ແລະ ຄວາມ​ໂສກ​ເສົ້າ​ທີ່​ເຂົ້າ​ໃຈ ທີ່​ເຂົາ​ເຈົ້າ​ໄວ້​ວາງ​ໃຈ ຈະ​ກາຍ​ເປັນ​ຄວາມ​ສຸກ​ນິ​ລັນ​ດອນ ຜ່ານ​ທາງ​ການ​ຊົດ​ໃຊ້​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ.19

ເມື່ອ​ເຮົາ​ງຽບ, ເປີດ​ກວ້າງ, ແລະ ຄາ​ລະ​ວະ, ເຮົາ​ອາດ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ງົດ​ງາມ, ຈຸດ​ປະ​ສົງ, ແລະ ຄວາມ​ສະ​ຫງົບ​ສຸກ​ຂອງ​ພັນ​ທະ​ສັນ​ຍາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເໜີ​ມອບ​ໃຫ້. ໃນ​ຊ່ວງ​ເວ​ລາ​ທີ່​ສັກ​ສິດ, ພຣະ​ອົງ​ອາດ​ຈະ​ໃຫ້​ເຮົາ​ຫລຽວ​ເບິ່ງ​ຄວາມ​ເປັນ​ຈິງ​ນິ​ລັນ​ດອນ​ທີ່​ໃຫຍ່​ກວ່າ ທີ່​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ​ເປັນ​ສ່ວນ​ໜຶ່ງ, ຊຶ່ງ​ສິ່ງ​ນ້ອຍໆ ແລະ ລຽບ​ງ່າຍ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ຜູ້​ໃຫ້ ແລະ ຜູ້​ຮັບ.

ເຣ​ເບັກ​ກາ, ລູກ​ສາວ​ຂອງ​ປະ​ທານ​ເຜີຍ​ແຜ່​ຄົນ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ແບ່ງ​ປັນ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ນາງ ເພື່ອ​ຂໍ​ຄວາມ​ປອບ​ໂຍນ ດ້ວຍ​ໂອ​ກາດ​ທີ່​ບໍ່​ຄາດ​ຄິດ​ທີ່​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ຄົນ​ອື່ນ.

ຮູບ​ພາບ
ເຣ​ເບັກ​ກາ​ໄດ້​ມອບ​ເຄື່ອງ​ອົກ​ຊີ​ເຈນ​ຂອງ​ແມ່​ນາງ​ໃຫ້​ລາວ.

ໃນ​ຕອນ​ແລງ​ມື້​ໜຶ່ງ, ເຣ​ເບັກ​ກາ, ທີ່​ໂສກ​ເສົ້າ​ກັບ​ການ​ຫາ​ກໍ​ຈາກ​ໄປ​ຂອງ​ແມ່​ນາງ, ໄດ້​ຮູ້​ສຶກ​ຢ່າງ​ຊັດ​ເຈນ​ວ່າ ຄວນ​ໄປ​ເຕີມ​ນ້ຳ​ມັນ​ໃສ່​ລົດ​ຂອງ​ນາງ. ເມື່ອ​ນາງ​ໄປ​ເຖິງ​ປ້ອມ​ນ້ຳ​ມັນ, ນາງ​ໄດ້​ພົບ​ກັບ​ແມ່​ຕູ້​ຄົນ​ໜຶ່ງ​ທີ່​ພະ​ຍາ​ຍາມ​ຫາຍ​ໃຈ​ດ້ວຍ​ຖັງ​ອົກ​ຊີ​ເຈນ​ຂະ​ໜາດ​ໃຫຍ່. ຕໍ່​ມາ, ເຣ​ເບັກ​ກາ​ສາ​ມາດ​ມອບ​ເຄື່ອງ​ອົກ​ຊີ​ເຈນ​ຂອງ​ແມ່​ທີ່​ພົກ​ພາ​ໄປ​ໄດ້​ໃຫ້​ລາວ. ແມ່​ຕູ້​ຄົນ​ນີ້​ໄດ້​ເວົ້າ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ວ່າ, “ເຈົ້າ​ໄດ້​ມອບ​ອິດ​ສະ​ລະ​ພາບ​ໃຫ້​ຂ້ອຍ​ຄືນ​ອີກ​ຄັ້ງ.” ສິ່ງ​ຕ່າງໆ​ຈະ​ເກີດ​ຜົນ​ດີ​ເມື່ອ​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດັ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ຈະ​ກະ​ທຳ.

ພໍ່​ຄົນ​ໜຶ່ງ​ທີ່​ຖືກ​ມອບ​ໝາຍ​ເປັນ​ຄູ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ກັບ​ລູກ​ຊາຍ​ຂອງ​ລາວ ໄວ​ອາ​ຍຸ​ຄູ​ສອນ ໄດ້​ອະ​ທິ​ບາຍ​ວ່າ, “ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຄື​ການ​ທີ່​ເຮົາ​ປ່ຽນ​ຈາກ​ການ​ເປັນ​ເພື່ອນ​ບ້ານ​ຜູ້​ເອົາ​ເຂົ້າ​ໜົມ​ມາ​ຝາກ ກາຍ​ເປັນ​ເພື່ອນ​ທີ່​ໄວ້​ວາງ​ໃຈ, ເປັນ​ຜູ້​ຕອບ​ສະ​ໜອງ​ທາງ​ວິນ​ຍານ​ຄົນ​ແລກ.” ການ​ເປັນ​ສ່ວນ​ໜຶ່ງ​ຂອງ​ພັນ​ທະ​ສັນ​ຍາ​ໃນ​ພຣະ​ເຢ​ຊູ​ຄຣິດ ໃຫ້​ການ​ປອບ​ໂຍນ, ເຊື່ອມ​ໂຍງ, ອຸ​ທິດ​ຖວາຍ.

ແມ່ນ​ແຕ່​ຢູ່​ໃນ​ຄວາມ​ໂສກ​ເສົ້າ, ການ​ກະ​ກຽມ​ທາງ​ວິນ​ຍານ​ອາດ​ຈະ​ເຕືອນ​ເຮົາ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຮູ້​ເມື່ອ​ໃດ​ທີ່​ເຮົາ​ຮູ້​ສຶກ​ມີ​ຄວາມ​ສ່ຽງ ແລະ ໂດດ​ດ່ຽວ​ທີ່​ສຸດ. ຍົກ​ຕົວ​ຢ່າງ, ຄອບ​ຄົວ​ໜຶ່ງ​ທີ່​ລູກ​ໄດ້​ຖືກ​ນຳ​ໄປ​ໂຮງ​ໝໍ ຕໍ່​ມາ​ໄດ້​ຮັບ​ການ​ປອບ​ໂຍນ​ທີ່​ຈື່​ໄດ້​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ກະ​ຊິບ​ລ່ວງ​ໜ້າ​ວ່າ ຄວນ​ຄາດ​ຫວັງ​ສິ່ງ​ໃດ.

ບາງ​ຄັ້ງ ຄວາມ​ເປັນ​ຈິງ​ນິ​ລັນ​ດອນ​ທີ່​ໃຫຍ່​ກວ່າ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ເຮົາ​ຮູ້​ສຶກ ແມ່ນ​ລວມ​ທັງ​ຄອບ​ຄົວ​ທີ່​ຢູ່​ໃນ​ຟາກ​ມ່ານ​ເບື້ອງ​ນັ້ນ. ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ພົບ​ຄວາມ​ສຸກ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແຕ່​ຄວາມ​ເຈັບ​ປວດ​ສອງ​ຄັ້ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ນາງ​ຫລາຍ​ທີ່​ສຸດ—ໂດຍ​ທີ່​ເຫັນ​ອຸ​ບັດ​ຕິ​ເຫດ​ທາງ​ເຮືອ ແລະ ການ​ສູນ​ເສຍ​ແມ່​ຂອງ​ນາງ​ໄປ​ໂດຍ​ການ​ຂ້າ​ຕົວ​ຕາຍ​ຢ່າງ​ໜ້າ​ໂສກ​ເສົ້າ.

ຮູບ​ພາບ
ຊິດ​ສະ​ເຕີ​ໄດ້​ເອົາ​ຊະ​ນະ​ຄວາມ​ຢ້ານ​ກົວ​ຂອງ​ນາງ ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ.

ແຕ່​ເອື້ອຍ​ນ້ອງ​ຄົນ​ນີ້​ໄດ້​ເອົາ​ຊະ​ນະ​ຄວາມ​ຢ້ານ​ກົວ​ນ້ຳ​ພໍ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ. ແລະ ໃນ​ມື້​ທີ່​ມີ​ຄວາມ​ສຸກ​ຫລາຍ, ນາງ​ໄດ້​ເຫັນ​ຄົນ​ໜຶ່ງ, ເປັນ​ຕົວ​ແທນ​ໃຫ້​ແມ່​ທີ່​ເສຍ​ຊີ​ວິດ​ຂອງ​ນາງ, ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ວິ​ຫານ. “ການ​ບັບ​ຕິ​ສະ​ມາ​ໃນ​ພຣະ​ວິ​ຫານ​ໄດ້​ປິ່ນ​ປົວ​ແມ່​ຂອງ​ຂ້າ​ນ້ອຍ, ແລະ ມັນ​ໄດ້​ປົດ​ປ່ອຍ​ຂ້າ​ນ້ອຍ,” ເອື້ອຍ​ນ້ອງ​ຄົນ​ນີ້​ໄດ້​ເວົ້າ. “ມັນ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າ​ນ້ອຍ​ຮູ້​ສຶກ​ສະ​ຫງົບ ນັບ​ຕັ້ງ​ແຕ່​ແມ່​ຂອງ​ຂ້າ​ນ້ອຍ​ໄດ້​ເສຍ​ໄປ.”

ເພງ​ສັກ​ສິດ​ຂອງ​ພວກ​ເຮົາ​ໄດ້​ສະ​ທ້ອນ​ເຖິງ​ການ​ຮັບ​ປະ​ກັນ​ຂອງ​ພຣະ​ອົງ​ວ່າ ທຸກ​ສິ່ງ​ທັງ​ປວງ​ສາ​ມາດ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ເຮົາ.

ສະ​ຫງົບ, ຈິດ​ເຖີດ: ພຣະ​ເຈົ້າ​ຊົງ​ປະ​ຕິ​ບັດ

ເພື່ອ​ນຳ​ພາ​ເຮົາ​ດັ່ງ​ທີ່​ພຣະ​ອົງ​ກະ​ທຳ.

ຄວາມ​ຫວັງ, ຄວາມ​ໝັ້ນ​ໃຈ​ຢ່າ​ປ່ອຍ​ໃຫ້​ສະ​ເທືອນ;

ຄວາມ​ລຶກ​ລັບ​ທັງ​ໝົດ​ຈະ​ສົດ​ໃສ​ໃນ​ທີ່​ສຸດ.20

ສິດ​ທິ​ຊົນ​ມາ, ຢ່າ​ຢ້ານ​ງານ​ໜັກ​ແບບ​ໃດ;

ດຳ​ເນີນ​ຕໍ່​ໂດຍ​ສຸກ​ໃຈ.

ແມ້​ການ​ເດີນ​ທາງ​ລຳ​ບາກ​ແກ່​ທ່ານ​ທັງ​ຫລາຍ,

ພຣະ​ກາ​ລຸນ​ຈະ​ຢູ່​ໃກ້. …

ຫາກ​ວ່າ​ເຮົາ​ຕາຍ​ກ່ອນ​ການ​ເດີນ​ທາງ​ສຳ​ເລັດ,

ວັນ​ແສນ​ສຸກ! ທຸກ​ຢ່າງ​ດີ!21

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຫລັກ​ຖານ​ທີ່​ເຮົາ​ສາ​ມາດ​ຖື​ໄວ້​ໃນ​ມື​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ ແລະ ພຣະ​ເຈົ້າ​ເຮັດ​ໃຫ້​ຄຳ​ທຳ​ນາຍ​ຂອງ​ພຣະ​ອົງ​ສຳ​ເລັດ​ຄົບ​ຖ້ວນ. ຂຽນ​ໂດຍ​ສາດ​ສະ​ດາ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ຜູ້​ເຫັນ​ວັນ​ເວ​ລາ​ຂອງ​ເຮົາ, ພຣະ​ຄຳ​ພີ​ມໍ​ມອນ​ເລີ່ມ​ຕົ້ນ​ດ້ວຍ​ເລື່ອງ​ລາວ​ຈິງ—ກ່ຽວ​ກັບ​ຄອບ​ຄົວ​ທີ່​ຕ້ອງ​ຮັບ​ມື​ກັບ​ຄວາມ​ແຕກ​ຕ່າງ​ຫລາຍ​ທີ່​ສຸດ. ແຕ່, ເມື່ອ​ເຮົາ​ສຶກ​ສາ ແລະ ໄຕ່​ຕອງ 1 ນີ​ໄຟ ບົດ​ທີ 1 ເຖິງ ໂມ​ໂຣ​ໄນ 10, ເຮົາ​ຖືກ​ດຶງ​ດູດ​ເຂົ້າ​ຫາ​ພຣະ​ເຢ​ຊູ​ຄຣິດ ດ້ວຍ​ປະ​ຈັກ​ພະ​ຍານ​ອັນ​ໜັກ​ແໜ້ນ​ວ່າ ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ທີ່​ນັ້ນ ແລະ ຈາກ​ນັ້ນ​ຈະ​ເປັນ​ພອນ​ໃຫ້​ແກ່​ເຮົາ​ຢູ່​ທີ່​ນີ້ ແລະ ດຽວ​ນີ້.

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ອົງ ນຳ​ເອົາ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ແຫ່ງ​ຕື່ມ​ອີກ ມາ​ຕັ້ງ​ຢູ່​ໃກ້, ພອນ​ພຣະ​ວິ​ຫານ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ເຮົາ. ເຮົາ​ມາ​ໂດຍ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຕໍ່​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ເຢ​ຊູ​ຄຣິດ ແລະ ຮັບ​ທັດ​ສະ​ນະ​ນິ​ລັນ​ດອນ​ເລື່ອງ​ຄວາມ​ເປັນ​ມະ​ຕະ. ເທື່ອ​ລະ​ຄົນ, ເທື່ອ​ລະ​ຊື່, ເຮົາ​ສະ​ເໜີ​ມອບ​ພິ​ທີ​ການ​ສັກ​ສິດ ແລະ ພອນ​ຂອງ​ພັນ​ທະ​ສັນ​ຍາ​ແກ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ—ບັນ​ພະ​ບຸ​ລຸດ—ໃນ​ແບບ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂອງ​ການ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ເທິງ​ພູ​ຊີ​ໂອນ.22

ເມື່ອ​ພຣະ​ວິ​ຫານ​ມາ​ຕັ້ງ​ຢູ່​ໃກ້​ເຮົາ​ຫລາຍ​ຂຶ້ນ​ໃນ​ຫລາຍ​ບ່ອນ, ການ​ເສຍ​ສະ​ລະ​ໃນ​ພຣະ​ວິ​ຫານ​ທີ່​ເຮົາ​ສາ​ມາດ​ຖວາຍ​ໄດ້​ຄື ການ​ສະ​ແຫວງ​ຫາ​ຄວາມ​ບໍ​ລິ​ສຸດ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລື້ອຍໆ. ເປັນ​ເວ​ລາ​ຫລາຍ​ປີ, ພວກ​ເຮົາ​ໄດ້​​ອອມ​ສິນ, ວາງ​ແຜນ, ແລະ ເສຍ​ສະ​ລະ ເພື່ອ​ຈະ​ໄດ້​ມາ​ພຣະ​ວິ​ຫານ. ບັດ​ນີ້, ຕາມ​ທີ່​ສະ​ພາບ​ການ​ຈະ​ເອື້ອ​ອຳ​ນວຍ, ກະ​ລຸ​ນາ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ​ເລື້ອຍໆ. ຂໍ​ໃຫ້​ການ​ນະ​ມັດ​ສະ​ການ​ພຣະ​ວິ​ຫານ ແລະ ການ​ຮັບ​ໃຊ້​ເປັນ​ປະ​ຈຳ​ເປັນ​ພອນ, ປົກ​ປ້ອງ, ແລະ ດົນ​ໃຈ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ—ຄອບ​ຄົວ​ທີ່​ທ່ານ​ມີ ຫລື ຄອບ​ຄົວ​ທີ່​ທ່ານ​ຈະ​ມີ ແລະ ກາຍ​ເປັນ​ໃນ​ມື້​ໃດ​ມື້​ໜຶ່ງ.

ຮູບ​ພາບ
ແມ່​ຕູ້​ຢູ່​ນອກ​ພຣະ​ວິ​ຫານ.

ນອກ​ຈາກ​ນີ້, ເມື່ອ​ສະ​ຖາ​ນະ​ການ​ເອື້ອ​ອຳ​ນວຍ, ກະ​ລຸ​ນາ​ພິ​ຈາ​ລະ​ນາ​ພອນ​ຂອງ​ການ​ເປັນ​ເຈົ້າ​ຂອງ​ເຄື່ອງ​ນຸ່ງ​ພຣະ​ວິ​ຫານ​ຂອງ​ທ່ານ​ເອງ.23 ແມ່​ຕູ້​ຄົນ​ໜຶ່ງ​ຈາກ​ຄອບ​ຄົວ​ທີ່​ຕ່ຳ​ຕ້ອຍ ໄດ້​ເວົ້າ​ເຖິງ​ສິ່ງ​ໃນ​ໂລກ, ທີ່​ລາວ​ຕ້ອງ​ການ​ຫລາຍ​ທີ່​ສຸດ​ຄື ຊຸດ​ພຣະ​ວິ​ຫານ​ຂອງ​ລາວ​ເອງ. ຫລານ​ຊາຍ​ຂອງ​ລາວ​ເວົ້າ​ວ່າ, “ແມ່​ຕູ້​ເວົ້າ​ຄ່ອຍໆ​ວ່າ, ‘ຂ້ອຍ​ຊິ​ຮັບ​ໃຊ້​ໃນ​ຊຸດ​ພຣະ​ວິ​ຫານ​ຂອງ​ຂ້ອຍ​ເອງ, ແລະ ຫລັງ​ຈາກ​ຂ້ອຍ​ຕາຍ, ຂ້ອຍ​ຈະ​ຖືກ​ຝັງ​ໃນ​ຊຸດ​ນັ້ນ.’” ແລະ ເມື່ອ​ເວ​ລາ​ມາ​ເຖິງ, ມັນ​ກໍ​ເປັນ​ເຊັ່ນ​ນັ້ນ.

ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ສິດ​ສອນ​ວ່າ, “ທຸກ​ສິ່ງ ທີ່​ເຮົາ​ເຊື່ອ ແລະ ທຸກ ຄຳ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ຈະ​ລວມ​ຢູ່​ໃນ​ພຣະ​ວິ​ຫານ.”24

ໃນ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ, ຈຸດ​ປະ​ສົງ​ຂອງ​ການ​ສ້າງ ແລະ ທຳ​ມະ​ຊາດ​ຂອງ​ພຣະ​ເຈົ້າ​ພຣະ​ອົງ​ເອງ ແມ່ນ​ການ​ນຳ​ທຸກ​ສິ່ງ​ທັງ​ປວງ​ມາ​ລວມ​ກັນ​ເພື່ອ​ຄວາມ​ດີ​ຂອງ​ເຮົາ.

ນີ້​ຄື​ຈຸດ​ປະ​ສົງ​ນິ​ລັນ​ດອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ແມ່ນ​ທັດ​ສະ​ນະ​ນິ​ລັນ​ດອນ​ຂອງ​ພຣະ​ອົງ. ມັນ​ແມ່ນ​ຄຳ​ສັນ​ຍາ​ນິ​ລັນ​ດອນ​ຂອງ​ພຣະ​ອົງ.

ເມື່ອ​ຊີ​ວິດ​ຫຍຸ້ງ​ຍາກ ແລະ ເມື່ອ​ຈຸດ​ປະ​ສົງ​ບໍ່​ແຈ່ມ​ແຈ້ງ, ເມື່ອ​ທ່ານ​ຢາກ​ດຳ​ລົງ​ຊີ​ວິດ​ທີ່​ດີ​ກວ່າ ແຕ່​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ, ຈົ່ງ​ມາ​ຫາ​ພຣະ​ເຈົ້າ ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ເຢ​ຊູ​ຄຣິດ. ໄວ້​ວາງ​ໃຈ​ວ່າ​ພວກ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່, ຮັກ​ທ່ານ, ແລະ ຕ້ອງ​ການ​ທຸກ​ສິ່ງ​ທັງ​ປວງ​ເພື່ອ​ຄວາມ​ດີ​ຂອງ​ທ່ານ. ຂ້າ​ພະ​ເ​ຈົ້າ​ເປັນ​ພະ​ຍານ​ວ່າ​ພວກ​ພຣະ​ອົງ​ເປັນ​ດັ່ງ​ນັ້ນ, ຕະ​ຫລອດ​ການ ແລະ ຊົ່ວ​ນິ​ລັນ​ດອນ, ໃນ​ພຣະ​ນາມ​ອັນ​ສັກ​ສິດ ແລະ ບໍ​ລິ​ສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ໂຢ​ຮັນ 16:33.

  2. ໂຣມ 8:28.

  3. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:24. ວະ​ລີ​ທີ່​ນິ​ຍົມ​ກັນ​ທີ່​ວ່າ “ທຸກ​ຢ່າງ​ດີ” ມັກ​ບອກວ່າ ທຸກ​ສິ່ງ​ບໍ່​ເປັນ​ຫຍັງ ແລະ ເປັນ​ໄປ​ຕາມ​ລະ​ບຽບ, ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ໝາຍ​ຄວາມ​ວ່າ ສິ່ງ​ເຫລົ່າ​ນັ້ນ​ແທ້ໆ​ແລ້ວ ມີ​ໄວ້​ເພື່ອ​ຄວາມ​ດີ​ຂອງ​ເຮົາ.

  4. ເບິ່ງ ໂມ​ເຊ 1:3.

  5. ເບິ່ງ ແອວ​ມາ 7:11.

  6. ເບິ່ງ 2 ນີ​ໄຟ 9:10–12. ພຣະ​ເຈົ້າ​ເຄົາ​ລົບ​ອຳ​ເພີ​ໃຈ​ທາງ​ສິນ​ທຳ, ບາງ​ຄັ້ງ​ຍິນ​ຍອມ​ແມ່ນ​ແຕ່​ການ​ກະ​ທຳ​ທີ່​ບໍ່​ຊອບ​ທຳ​ຂອງ​ຄົນ​ອື່ນ ທີ່​ມີ​ຜົນ​ກະ​ທົບ​ຕໍ່​ເຮົາ. ແຕ່​ເມື່ອ​ເຮົາ​ເຕັມ​ໃຈ​ພະ​ຍາ​ຍາມ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້, ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ອຳ​ນາດ​ແຫ່ງ​ການ​ເປັນ​ໄປ​ໄດ້ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ສາ​ມາດ​ຊຳ​ລະ, ປິ່ນ​ປົວ, ຜູກ​ມັດ, ແລະ ໃຫ້​​ເຮົາ​ຄືນ​ດີ​ກັບ​ຕົວ​ເຮົາ​ເອງ ແລະ ກັບ​ຄົນ​ອື່ນ, ໃນ​ທັງ​ສອງ​ຟາກ​ມ່ານ.

  7. ເບິ່ງ ໂມ​ໂຣ​ໄນ 7:6, 10–12. ອາ​ຈານ ແທ​ຣີ ວອນ​ເນີ ຂຽນ​ກ່ຽວ​ກັບ​ຫົວ​ຂໍ້​ນີ້​ຢ່າງ​ຮູ້​ຈັກ​ສັງ​ເກດ.

  8. ເບິ່ງ ໂຣມ 3:10; ໂມ​ໂຣ​ໄນ 10:25.

  9. ເບິ່ງ ໂມ​ໂຣ​ໄນ 10:32.

  10. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 122:4, 7.

  11. ເຮົາ​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ທີ່​ເຮົາ​ຈະ​ບໍ່​ເຄີຍ​ເລືອກ​ເລີຍ. ບາງ​ຄັ້ງ​ການ​ແບກ​ພາ​ລະ​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຮົາ ໃນ​ການ​ແບກ​ພາ​ລະ​ເຫລົ່າ​ນັ້ນ​ໄດ້; ໂມ​ໄຊ​ຢາ 24:10–15 ສະ​ແດງ​ໃຫ້​ເຫັນ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ “ຢ້ຽມ​ຢາມ​ຜູ້​ຄົນ​ຂອງ​ເຮົາ​ໃນ​ຄວາມ​ທຸກ​ຂອງ​ພວກ​ເຂົາ” ແລະ ເພີ່ມ “ພະ​ລັງ​ໃຫ້​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ທົນ​ຕໍ່​ພາ​ລະ​ແບກ​ຫາບ [ຂອງ​ພວກ​ເຂົາ].” ແອວ​ມາ 33:23 ສິດ​ສອນ​ວ່າ “ພາ​ລະ [ຂອງ​ເຮົາ] ເບົາ​ບາງ​ລົງ, ໂດຍ​ທາງ​ຄວາມ​ສຸກ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ.” ໂມ​ໄຊ​ຢາ 18:8 ເຕືອນ​ເຮົາ​ວ່າ ເມື່ອ​ເຮົາ “ເຕັມ​ໃຈ​ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ … ມັນ​ຈະ​ຖືກ​ແບ່ງ​ເບົາ.”

  12. ສາດ​ສະ​ດາ​ເອ​ຊາ​ຢາ​ກ່າວ​ເຖິງ​ພຣະ​ເມ​ຊີ​ອາ​ວ່າ: “ພຣະ​ວິນ​ຍານ​ຂອງ [ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ] ໄດ້​ສະ​ຖິດ​ຢູ່​ກັບ​ເຮົາ; ເພາະ [ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ຫົດ​ສົງ​ແຕ່ງ​ຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະ​ເສີດ​ໄປ​ສູ່​ຜູ້​ທີ່ [ອ່ອນ​ນ້ອມ]; ເພື່ອ​ປິ່ນ​ປົວ​ຄົນ​ລະ​ທົມ​ໃຈ, … [ເພື່ອ​ປອບ​ໃຈ​ຜູ້​ທີ່​ໂສກ​ເສົ້າ; ໃຫ້​ພວກ​ທີ່​ໂສກ​ເສົ້າ​ຢູ່​ເທິງ​ພູ​ເຂົາ​ຊີ​ໂອນ​ໄດ້​ຊື່ນ​ຊົມ​ຍິນ​ດີ​ແທນ​ທີ່​ຈະ​ໂສກ​ເສົ້າ, ເພື່ອ​ຈັດ​ໃຫ້​ບັນ​ດາ​ຜູ້​ທີ່​ໂສກ​ເສົ້າ​ໃນ​ຊີ​ໂອນ, ເພື່ອ​ປະ​ທານ​ຄວາມ​ສວຍ​ງາມ​ແທນ​ຂີ້​ເທົ່າ​ໃຫ້​ເຂົາ, ນ້ຳ​ມັນ​ແຫ່ງ​ຄວາມ​ຍິນ​ດີ​ແທນ​ການ​ໄວ້​ທຸກ, ເສື້ອ​ຜ້າ​ແຫ່ງ​ການ​ສັນ​ລະ​ເສີນ​ແທນ​ຈິດ​ໃຈ​ທີ່​ທໍ້​ຖອຍ]” (ເອ​ຊາ​ຢາ 61:1–3). ໃນ​ທຳ​ນອງ​ດຽວ​ກັນ, ຜູ້​ແຕ່ງ​ເພງ​ສັນ​ລະ​ເສີນ​ສະ​ເໜີ​ມອບ​ມຸມ​ມອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ: “ນ້ຳ​ຕາ​ອາດ​ໄຫລ​ຫລັ່ງ​ໃນ​ເວ​ລາ​ກາງ​ຄືນ, ແຕ່​ຄວາມ​ຊົມ​ຊື່ນ​ຍິນ​ດີ​ກໍ​ມີ​ມາ​ໃນ​ຕອນ​ເຊົ້າ” (ເພງ​ສັນ​ລະ​ເສີນ 30:5). ນີ້​ລວມ​ທັງ​ຄຳ​ສັນ​ຍາ​ອັນ​ຮຸ່ງ​ໂລດ​ສຳ​ລັບ​ຄົນ​ຊອບ​ທຳ​ໃນ​ຕອນ​ເຊົ້າ​ຂອງ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ.

  13. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 122:4. ການ​ເຊື່ອ​ວ່າ​ການ​ທົດ​ລອງ​ອາດ​ເປັນ “ພຽງ​ແຕ່​ໄລ​ຍະ​ຊົ່ວ​ຄາວ” ຊົ່ວ​ນິ​ລັນ​ດອນ ບໍ່​ໄດ້​ໝາຍ​ເຖິງ​ການ​ມອງ​ຂ້າມ ຫລື ເຮັດ​ໃຫ້​ຄວາມ​ພະ​ຍາ​ຍາມ​ນ້ອຍ​ລົງ ຫລື ທ້າ​ທາຍ​ຄວາມ​ເຈັບ​ປວດ ຫລື ຄວາມ​ທຸກ​ທໍ​ລະ​ມານ​ອັນ​ແສນ​ສາ​ຫັດ ທີ່​ເຮົາ​ອາດ​ປະ​ສົບ​ວັນ​ແລ້ວ​ວັນ​ເລົ່າ​ໃນ​ຊີ​ວິດ​ນີ້, ຄືນ​ນອນ​ບໍ່​ຫລັບ​ຈົນ​ທົນ​ບໍ່​ໄຫວ, ຫລື ຄວາມ​ບໍ່​ແນ່​ນອນ​ອັນ​ແສນ​ສາ​ຫັດ​ຂອງ​ໃນ​ແຕ່​ລະ​ວັນ​ໃໝ່. ບາງ​ທີ​ຄຳ​ສັນ​ຍາ​ວ່າ​ຈະ​ສາ​ມາດ​ຫລຽວ​ເບິ່ງ​ຄືນ​ຫລັງ ແລະ ເຫັນ​ຄວາມ​ທຸກ​ທໍ​ລະ​ມານ​ທາງ​ມະ​ຕະ​ຂອງ​ເຮົາ ແລະ ໃນ​ຄວາມ​ພິ​ຈາ​ລະ​ນາ​ຂອງ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ ແລະ ທັດ​ສະ​ນະ​ນິ​ລັນ​ດອນ​ຈະ​ເພີ່ມ​ທັດ​ສະ​ນະ​ບາງ​ຢ່າງ​ໃຫ້​ກັບ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ຊີ​ວິດ​ມະ​ຕະ ແລະ ຄວາມ​ຫວັງ​ຂອງ​ເຮົາ​ທີ່​ຈະ​ອົດ​ທົນ​ດ້ວຍ​ສັດ​ທາ ແລະ ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ຈົນ​ເຖິງ​ທີ່​ສຸດ. ນອກ​ຈາກ​ນີ້, ເມື່ອ​ເຮົາ​ມີ​ຕາ​ທີ່​ສາ​ມາດ​ຫລຽວ​ເຫັນ, ກໍ​ມັກ​ຈະ​ມີ​ສິ່ງ​ດີໆ​ໃຫ້​ເບິ່ງ​ຢູ່​ໃນ​ຕອນ​ນີ້; ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ລໍ​ເວ​ລາ​ໃນ​ອະ​ນາ​ຄົດ​ເພື່ອ​ເບິ່ງ​ສິ່ງ​ທີ່​ດີ.

  14. ເບິ່ງ 2 ນີ​ໄຟ 2:2.

  15. ເບິ່ງ ມັດ​ທາຍ 7:9–10. ການ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ ບໍ່​ແມ່ນ​ການ​ຍອມ​ຮັບ​ສິ່ງ​ໃດ​ກໍ​ຕາມ​ທີ່​ຈະ​ມາ​ເຖິງ. ເປັນ​ການ​ຕັ້ງ​ໃຈ​ທີ່​ຈະ​ເຊື່ອ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຕ້ອງ​ການ​ພຽງ​ແຕ່​ສິ່ງ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ເຮົາ​ສະ​ເໝີ. ເມື່ອ​ຄວາມ​ໂສກ​ເສົ້າ​ເກີດ​ຂຶ້ນ, ເຮົາ​ສາ​ມາດ​ຖາມ​ດ້ວຍ​ສັດ​ທາ, ບໍ່​ແມ່ນ​ຖາມ​ວ່າ “ເປັນ​ຫຍັງ​ຈຶ່ງ​ເກີດ​ກັບ​ເຮົາ?” ແຕ່ “ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່?” ແລະ ເຮົາ​ສາ​ມາດ​ໂສກ​ເສົ້າ​ກັບ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ໂດຍ​ທີ່​ຮູ້​ວ່າ, ໃນ​ເວ​ລາ ແລະ ໃນ​ວິ​ທີ​ຂອງ​ພຣະ​ອົງ, ການ​ຊົດ​ເຊີຍ​ພອນ ແລະ ໂອ​ກາດ​ຈະ​ມາ​ເຖິງ.

  16. ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ໂສກ​ເສົ້າ​ກັບ​ຄົນ​ທີ່​ໂສກ​ເສົ້າ ແລະ ປອບ​ໂຍນ​ຄົນ​ທີ່​ຕ້ອງ​ການ​ການ​ປອບ​ໂຍນ (ເບິ່ງ ໂມ​ໄຊ​ຢາ 18:9).

  17. ໂຢບ 1:21.

  18. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:6.

  19. ສັດ​ທາ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຍາກ​ລຳ​ບາກ​ແມ່ນ​ກົງ​ກັນ​ຂ້າມ​ກັບ​ຄວາມ​ເຈັບ​ປວດ ແລະ ຄວາມ​ສິ້ນ​ຫວັງ​ທີ່​ມີ​ຢູ່​ແທ້ ທີ່​ພຣະ​ຄຳ​ພີ​ມໍ​ມອນ​ກ່າວ​ເຖິງ​ຄົນ​ທີ່ “ສາບ​ແຊ່ງ​ພຣະ​ເຈົ້າ, ແລະ ປາດ​ຖະ​ໜາ​ທີ່​ຈະ​ຕາຍ” ແຕ່​ເປັນ​ຜູ້ “ເຖິງ​ຢ່າງ​ໃດ​ກໍ​ຕາມ … ຈະ​ດີ້ນ​ລົນ​ດ້ວຍ​ດາບ ເພື່ອ​ປ້ອງ​ກັນ​ຊີ​ວິດ​ຂອງ​ພວກ​ເຂົາ​ຢູ່” (ມໍ​ມອນ 2:14).

  20. “Be Still, My Soul,” Hymns, no. 124.

  21. “ສິດ​ທິ​ຊົນ​ມາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 2. ໃຫ້​ພິ​ຈາ​ລະ​ນາ​ນຳ​ອີກ:

    ປັນ​ຍາ ແລະ ຄວາມ​ຮັກ​ຍິ່ງ​ໃຫຍ່. …

    ແຜນ​ງານ​ແຫ່ງ​ການ​ໄຖ່,

    ຊຶ່ງ​ຄວາມ​ທ່ຽງ​ທຳ, ຄວາມ​ຮັກ, ເມດ​ຕາ

    ປະ​ສານ​ປອງ​ດອງ​ເມືອງ​ຟ້າ!

    (“ປັນ​ຍາ ແລະ ຄວາມ​ຮັກ​ຍິ່ງ​ໃຫຍ່,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 20.)

    ທ່າມ​ກາງ​ຄວາມ​ບໍ່​ແນ່​ນອນ​ຂອງ​ຊີ​ວິດ, ເຮົາ​ຮູ້​ວ່າ​ການ​ອອກ​ແບບ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ໄຖ່ ຈະ​ນຳ​ຄວາມ​ທ່ຽງ​ທຳ, ຄວາມ​ຮັກ, ແລະ ຄວາມ​ເມດ​ຕາ​ມາ​ລວມ​ກັນ​ເພື່ອ​ຄວາມ​ດີ​ຂອງ​ເຮົາ.

  22. ເບິ່ງ ໂອ​ບາ​ດີ​ຢາ 1:21. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ: “ພວກ​ເຂົາ [ໄພ່​ພົນ​ຍຸກ​ສຸດ​ທ້າຍ] ຈະ​ກາຍ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ເທິງ​ພູ​ຊີ​ໂອນ​ໄດ້​ແນວ​ໃດ? ໂດຍ​ການ​ສ້າງ​ພຣະ​ວິ​ຫານ, ສ້າງ​ອ່າງ​ບັບ​ຕິ​ສະ​ມາ, ແລະ ອອກ​ໄປ​ຮັບ​ພິ​ທີ​ການ​ທັງ​ໝົດ … ແທນ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ທຸກ​ຄົນ​ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ” (Teachings of Presidents of the Church: Joseph Smith [2007], 473).

  23. ສະ​ມາ​ຊິກ​ທີ່​ເຂົ້າ​ພຣະ​ວິ​ຫານ​ເປັນ​ເທື່ອ​ທຳ​ອິດ ສາ​ມາດ​ຊື້​ເສື້ອ​ຜ້າ​ພຣະ​ວິ​ຫານ​ໄດ້​ໃນ​ລາ​ຄາ​ພິ​ເສດ.

  24. Russell M. Nelson, “The Temple and Your Spiritual Foundation,” Liahona, Nov. 2021, 94.