ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ພຣະ​ນິມິດ 2


ປຈສ, ພຣະ​ນິມິດ 2:22. ປຽບ​ທຽບ​ໃສ່​ກັບ ພຣະ​ນິມິດ 2:22

ຄົນ​ຊົ່ວ​ຈະ​ຖືກ​ໂຍນ​ລົງ​ນະລົກ.

22 ຈົ່ງ​ເບິ່ງ, ເຮົາ​ຈະ​ໂຍນ​ນາງ​ລົງນະລົກ, ແລະ ພວກ​ທີ່​ຫລິ້ນ​ຊູ້​ກັບ​ນາງ ຈະ​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ແສນ​ສາ​ຫັດ, ຍົກ​ເວັ້ນ​ແຕ່​ພວກ​ເຂົາ​ຈະ​ກັບ​ໃຈ​ຈາກ​ການ​ກະ​ທຳ​ຂອງ​ພວກ​ເຂົາ.

ປຈສ, ພຣະ​ນິມິດ 2:26–27. ປຽບ​ທຽບ​ໃສ່​ກັບ ພຣະ​ນິມິດ 2:26–27

ຜູ້​ທີ່​ເອົາ​ຊະນະ​ໂລກ​ໄດ້ ໂດຍ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ຄຣິດ ຈະ​ໄດ້​ປົກ​ຄອງ​ອາ​ນາ​ຈັກ​ຢູ່​ໃນ​ໂລກ​ທີ່​ຈະ​ມາ​ເຖິງ ດ້ວຍ​ສັດທາ, ຄວາມ​ສະເໝີ​ພາບ, ແລະ ຄວາມ​ຊອບ​ທຳ.

26 ແລະ ຜູ້​ທີ່ເອົາ​ຊະນະ, ແລະ ຮັກ​ສາພຣະ​ບັນ​ຍັດຂອງ​ເຮົາ ຈົນ​ເຖິງ​ທີ່​ສຸດ, ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ອຳນາດ​ປົກ​ຄອງຫລາຍ​ອາ​ນາ​ຈັກ;

27 ແລະ ຜູ້​ນັ້ນ​ຈະ​ປົກ​ຄອງ ພວກ​ເຂົາ​ດ້ວຍ ພຣະ​ຄຳ​ຂອງ​ພຣະ​ເຈົ້າ; ແລະ ພວກ​ເຂົາ​ຈະ​ຢູ່​ໃນ​ກຳ​ມື​ຂອງ​ຜູ້​ນັ້ນ ເໝືອນ​ດັ່ງ​ໝໍ້ດິນ ຢູ່​ໃນ​ມືຂອງ​ຊ່າງ​ປັ້ນ​ໝໍ້; ແລະ ຜູ້​ນັ້ນ​ຈະ​ປົກ​ຄອງ​ພວກ​ເຂົາ​ດ້ວຍ​ສັດທາ, ດ້ວຍ​ຄວາມ​ສະເໝີ​ພາບ, ແລະ ດ້ວຍ​ຄວາມ​ຊອບ​ທຳ, ຕາມ​ທີ່​ເຮົາ​ນີ້​ໄດ້​ຮັບ​ອຳນາດ​ຈາກ​ພຣະ​ບິດາ​ຂອງ​ເຮົາ.